ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.

Galaxy A30s (SM-A307FN)


ໝາຍເລກການຜະລິດ : A307FNXXS4CWH2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2023-09-15
ລະດັບແກ້ໄຂຄວາມປອດໄພ : 2023-08-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXS3CWC2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2023-04-10
ລະດັບແກ້ໄຂຄວາມປອດໄພ : 2023-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXU3CVK2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2022-12-12
ລະດັບແກ້ໄຂຄວາມປອດໄພ : 2022-10-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXU2CVG6
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2022-08-11
ລະດັບແກ້ໄຂຄວາມປອດໄພ : 2022-05-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.

ໝາຍເລກການຜະລິດ : A307FNXXS2CVD2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2022-05-18
ລະດັບແກ້ໄຂຄວາມປອດໄພ : 2022-05-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXU2CUJ2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-12-01
ລະດັບແກ້ໄຂຄວາມປອດໄພ : 2021-11-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXU2CUI1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-10-06
ລະດັບແກ້ໄຂຄວາມປອດໄພ : 2021-09-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXS2CUH4
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-09-03
ລະດັບແກ້ໄຂຄວາມປອດໄພ : 2021-07-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXU2CUF2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-06-28
ລະດັບແກ້ໄຂຄວາມປອດໄພ : 2021-05-01
One UI 3.1 ອັບເກຣດ (ແອນດຣອຍ 11)
One UI 3.1 ໄດ້ຮັບການອອກແບບເພື່ອຊ່ວຍເຫຼືອທ່ານໃຫ້ເລັງໃສ່ສິ່ງທີ່ສຳຄັນ. ການອອກແບບຮູບຊົງຂອງພວກເຮົາໄດ້ປັບບ່ອນທີ່ທ່ານເຂົ້າໄປເປັນປະຈຳເຊັ່ນ: ໜ້າຈໍຫຼັກ ແລະ ແຜງດ່ວນເພື່ອຫຼຸດຜ່ອນການລົບກວນ, ເນັ້ນຂໍ້ມູນສຳຄັນ ແລະ ເຮັດໃຫ້ປະສົບການຂອງທ່ານຄົງທີ່ກວ່າເກົ່າ. ການປັບປຸງປະສິດທິພາບຈະຊ່ວຍແອັບເຮັດ​ວຽກ​ໄດ​້ໄວຂຶ້ນໃນຂະນະທີ່ໃຊ້ພະລັງງານແບັດເຕີຣີໜ້ອຍລົງ. ແລະ One UI 3.1 ໃສ່ພະລັງການຄວບຄຸມໃນມືຂອງທ່ານພ້ອມກັບການຄວບຄຸມຄວາມເປັນສ່ວນຕົວ, ການອະນຸຍາດຄັ້ງດຽວ ແລະ ການເປັນຢູ່ທີ່ດີແບບດິຈິຕອລທີ່​ໄດ້​ຮັບ​ການ​ປັບ​ປຸງ.

ເລື່ອນລົງເພື່ອເບິ່ງລາຍການການປ່ຽນແປງຄົບຊຸດ.

ການອອກແບບຮູບຊົງ
ພວກເຮົາໄດ້ປັບໃໝ່ຮູບຮ່າງ ແລະ ການສຳຜັດຂອງ One UI 3.1 ໃນຫຼາຍຮູບແບບ, ຈາກໄອຄອນທີ່ສອດຄ່ອງກັນຫລາຍຂຶ້ນ, ໄອຄອນໃໝ່ຈົນເຖິງການຈັດການແຜງດ່ວນ ແລະ ການແຈ້ງເຕືອນທີ່ອັດ​ສະ​ລິ​ຍະ​ເພີ່ມຂຶ້ນ. ການເຄື່ອນຕົວ​ທີ່​ຄ່ອງກວ່າ ແລະ ເປັນທຳມະຊາດຍິ່ງຂຶ້ນ, ດ້ວຍການເຄື່ອນໄຫວທີ່ປັບປຸງດີ​ຂຶ້ນ. ການໂຕ້ຕອບສ່ວນຕິດຕໍ່ທີ່ດີຂຶ້ນໝາຍຄວາມວ່າປະສົບການຜູ້ໃຊ້ແມ່ນບໍ່​ເປັນ​ສອງ​ຮອງ​ໃຜໃນ​ທຸກໆອຸປະກອນ.

ປະສິດທິພາບທີ່ໄດ້ຮັບການປັບປຸງ
ພວກເຮົາໄດ້ເພີ່ມປະສີດທິພາບ One UI 3.1 ດ້ວຍການຈັດສັນໜ່ວຍຄວາມຈຳແບບໄດນາມິກທີ່ໄດ້ຮັບການປັບປຸງ, ດັ່ງນັ້ນແອັບຈຶ່ງແລ່ນໄດ້ໄວຂຶ້ນ ແລະ ເຮັດ​ວຽກ​ໄດ້ດີຂຶ້ນ. ນອກນັ້ນພວກເຮົາຍັງໄດ້ຈຳກັດກິດ​ຈະ​ກຳ​ໃນພື້ນຫຼັງເພື່ອເພີ່ມປະສິດທິພາບ ແລະ ການນຳໃຊ້ພະລັງງານໃຫ້ດີຂຶ້ນ.

ການປັບແຕ່ງດີຂຶ້ນ
• ໃນໜ້າ​ຈຳ​ລັອກ​, ທ່ານສາມາດເພີ່ມວິດ​ເຈັດເພື່ອກວດເບິ່ງເວລາການໃຊ້ຂອງທ່ານໄດ້.
• ເບິ່ງຕົວຢ່າງແບບໂຕ້ຕອບເມື່ອຕັ້ງຄ່າວອລເປເປີ.
• ເພີ່ມພື້ນຫຼັງການໂທເພື່ອເບິ່ງຮູບ ຫຼື ວິດີໂອເມື່ອທ່ານໂທ​ອອກ ຫຼື ຮັບໂທລະສັບ.
• ຢູ່ໃນ Samsung ອິນເຕີເນັດ, ທ່ານສາມາດ​ຈັດ​ອັນ​ດັບ​ຄືນ​ໃໝ່ ແລະ ລັອກ​ແທັບ​ໄດ້.
• ໄອຄອນໃໝ່ ແລະ ວິດເຈັດໜ້າ​ຈຳ​ລັອກເຮັດໃຫ້ມັນ​ຊອກ​ຫາ​ ແລະ ຄວບຄຸມວຽກປະຈຳຂອງທ່ານໄດ້ງ່າຍຂຶ້ນ.
• ໃຊ້ການເປັນຢູ່ທີ່ດີແບບດິຈິຕອລກັບໂປຣໄຟລ໌ສ່ວນຕົວ ແລະ ໂປຣໄຟລ໌ວຽກທີ່ແຍກອອກຈາກກັນ.

​ຄຸນ​ສົມ​ບັດປັ​ບ​ປຸງ​ແລ້ວ
ໜ້າຈໍຫຼັກ ແລະ ໜ້າ​ຈໍລັອກ
• ເພີ່ມວິດເຈັດດ້ວຍການສຳຜັດແອັບຄ້າງໄວ້ໃນໜ້າຈໍຫຼັກ.
• ມອດໜ້າຈໍດ້ວຍການແຕະເທິງພື້ນ​ທີ່ຫວ່າງໃນໜ້າຈໍຫຼັກ ຫຼື ໜ້າ​​ຈໍລັອກສອງ​ເທື່ອ​ຊ້ອນ. (ຕັ້ງມັນຢູ່ໃນການຕັ້ງຄ່າ > ຄຸນສົມບັດຂັ້ນສູງ > ການເຄື່ອນໄຫວ ແລະທ່າທາງ.)
• ໃນໜ້າ​ຈໍລັອກ, ເຕາະບໍລິເວນໂມງເພື່ອເບິ່ງວິດເຈັດເຊັ່ນ: ປະຕິທິນ, ອາກາດ ແລະ ເພງ.

ໂທ ແລະ ແຊັດ
• ເບິ່ງການສົນທະນາຢູ່​ໃນແຜງການແຈ້ງເຕືອນແຍກຕ່່າງຫາກ. ໃຊ້ໄດ້​ກັບຂໍ້ຄວາມ ແລະ ແອັບແຊັດທີ່ທ່ານມັກ.
• ເອົາຜູ້ຕິດຕໍ່ທີ່ຊ້ຳກັນທີ່ເກັບໄວ້​ຢູ່ໃນບັນຊືດຽວກັນຢູ່ໃນຜູ້ຕິດຕໍ່ອອກໄປໄດ້​ງ່າຍໆ. ໄລ​ຍະ​ເວ​ລາຂອງບ່ອນເກັບຂໍ້ມູນສຳລັບຜູ້​ຕິດ​ຕໍ່ທີ່ຖືກລຶບໄດ້ຕໍ່ຈາກ 15 ວັນເປັນ 30 ວັນ.
• ໄດ້ເພີ່ມຄວາມສາມາດໃນການ ແກ້ໄຂ ຫລາຍ ຜູ້ຕິດຕໍ່ ທີ່ເຊື່ອມໂຍງຈາກໜ້າຈໍດຽວ.
• ເພີ່ມຖັງຂີ້ເຫຍື້ອຢູ່ໃນຂໍ້ຄວາມແລ້ວເພື່ອໃຫ້ຂໍ້ຄວາມທີ່ຖືກລຶບໄປ​ເມື່ອ​ບໍ່​ດົນ​ມາ​ນີ້ໄດ້​ຮັບ​ການເກັບໄວ້ເປັນເວລາ 30 ວັນ.

ຮູບ ແລະ ວິດີໂອ
• ຖ່າຍຮູບໄວກວ່າເກົ່າດ້ວຍໂຟກັສອັດຕະໂນມັດທີ່ໄດ້ຮັບການປັບປຸງ ແລະ ຮູຮັບແສງອັດຕະໂນມັດ.
• ເບິ່ງ, ແກ້ໄຂ ແລະ ແຊຣ໌ຮູບ ແລະ ວິດີໂອໄດ້ງ່າຍຂຶ້ນຈາກແກເລີຣີ.
• ຊອກຫາຮູບ ແລະ ວິດີໂອໄດ້ໄວກວ່າເກົ່າດ້ວຍຄຸນສົມບັດຊອກ​ຫາ ແລະ ໝວດໝູ່ໃໝ່ຢູ່ໃນແກເລີຣີ.
• ປີ້ນຮູບພາບທີ່ແກ້ໄຂແລ້ວກັບຄືນເປັນເວີຊັນດັ້ງເດີມໄດ້ທຸກເວລາ, ເຖິງແມ່ນວ່າຫຼັງ​ຈາກ​ໄດ້ບັນທຶກພວກ​ມັນໄວ້ແລ້ວ, ເພື່ອທ່ານຈະບໍ່ພາດແມ່ນແຕ່ຮູບດຽວ.

ການຕັ້ງຄ່າ
• ການຕັ້ງຄ່າມີໜ້າຕາ ແລະ ຄວາມຮູ້ສຶກໃໝ່ທີ່ງ່າຍດາຍກວ່າເກົ່າ. Samsung account ຂອງທ່ານສະ​ແດງ​ຂຶ້ນ​ຢູ່ດ້ານເທິງສຸດ ແລະ ດຽວ​ນີ້​ແມ່ນ​ເຂົ້າ​ເຖິງການຕັ້ງຄ່າໜ້າຈໍຫຼັກໄດ້ງ່າຍຂຶ້ນ.
• ຊອກຫາການຕັ້ງຄ່າທີ່ທ່ານຕ້ອງການໄດ້ງ່າຍຂຶ້ນດ້ວຍຄຸນສົມບັດການ​ຊອກຫາໃໝ່. ທ່ານຈະມີຜົນຮັບທີ່ດີກວ່າເກົ່າສຳລັບຄຳສັບຄວາມໝາຍໃກ້​ຄຽງ ແລະ ການສະກົດຜິດທົ່ວໄປ ແລະທ່ານສາມາດແທັກເພື່ອເບິ່ງກຸ່ມຂອງການຕັ້ງຄ່າທີ່ມີສ່ວນກ່ຽວຂ້ອງກັນໄດ້.
• ປຸ່ມການຕັ້ງຄ່າດ່ວນໄດ້ຖືກ​ຫຼຸດລົງເພື່ອສະໜອງຄຸນສົມບັດນຳໃຊ້ທົ່ວໄປຫຼາຍ​ທີ່​ສຸດເທົ່າ​ນັ້ນ. ທ່ານຍັງສາມາດເພື່ມປຸ່ມເພື່ອສ້າງແຜງດ່ວນກຳນົດເອງຂອງທ່ານໄດ້.

ຄີບອດຄີບອດຊໍາຊຸງ
• ໄດ້ເພີ່ມຈຳນວນພາສາຂຶ້ນໄປເປັນ 370 ພາ​ສາ​ແລ້ວ.
• ເພີ່ມການແນະນຳອີໂມຈິ ແລະ ສະຕິກເກີແລ້ວເມື່ອທ່ານປ້ອນ​ອີໂມຕິຄອນແບບຂໍ້​ຄວາມເຂົ້າ.
• ປັບປຸງແຜນ​ຜັງຄີບອດແລ້ວເພື່ອສະໜອງແຖບພື້ນ​ທີ່ໃຫຍ່ກວ່າເກົ່າເມື່ອປ້ອນເວັບ ແລະ ທີ່​ຢູ່ອີເມລ໌ເຂົ້າ.
• ຮັບຮູ້ການຕັ້ງຄ່າຄີບອດແລ້ວເພື່ອເຮັດໃຫ້ມັນ​ເຂົ້າ​ເຖິງການຕັ້ງຄ່າທີ່​ໃຊ້​ເລື້ອຍໆ​ໄດ້​ງ່າຍ​ຂຶ້ນ.

ປະ​ສິດ​ທິ​ພາບ​ການ​ຜະ​ລິດ
• ຢູ່ໃນອິນ​ເຕີ​ເນັດ, ທ່ານສາມາດເຊື່ອງແຖບສະຖານະ ແລະ ການກໍານົດທິດທາງເພື່ອປະສົບການທີ່ສົມຈິງຍິ່ງຂຶ້ນ ແລະ ແປພາສາໜ້າເວັບໄດ້ຢ່າງວ່ອງໄວ.
• ທ່ານຈະໄດ້ຮັບແຈ້ງໃຫ້ບລັອກເວັບໄຊທີ່ສົ່ງປັອບອັບ ຫຼື ການແຈ້ງເຕືອນຫຼາຍເກີນໄປ.
• ທ່ານສາມາດທ່ອງ​ເບິ່ງ ແລະ ເລືອກໄຟລ໌ດ​ຣ້າຍຄລາວໄດ້ຈາກໜ້າຈໍການເລືອກໄຟ​ລ໌​ຢູ່ໃນໄຟລ໌ຂອງຂ້ອຍ.
• ດຽວ​ນີ້ທ່ານສາມາດລຶບໄຟ​ລ໌ແຄຊ໌ຢູ່ໃນໄຟລ໌ຂອງຂ້ອຍໄດ້​ເພື່ອເຮັດ​ໃຫ້ພື້ນ​ທີ່ບ່ອນເກັບຂໍ້ມູນຫວ່າງໄດ້ຢ່າງງ່າຍດາຍ.
• ເຫດການທີ່ມີເວລາເລີ່ມຕົ້ນຄືກັນສະແດງຂຶ້ນ​ພ້ອມກັນຢູ່ໃນມູມ​ເບິ່ງເດືອນ ແລະ ລາຍການຢູ່ໃນປະຕິທິນ.

ການຄວບຄຸມມີເດຍ ແລະ ອຸປະກອນທີ່ງ່າຍດາຍ
ມີເດຍ ແລະ ການຄວບຄຸມອຸປະກອນງ່າຍຂຶ້ນ​ດ້ວຍແຜງມີເດຍທີ່ປັບປຸງຢູ່ໃນການແຈ້ງເຕືອນ. ທ່ານສາມາດເຫັນແອັບມີເດຍທີ່ໃຊ້ຫຼ້າສຸດ ແລະ ປ່ຽນແປງອຸປະກອນຫຼິ້ນ​ຄືນໄດ້ຢ່າງວ່ອງໄວ. ທ່ານສາມາດກວດເບິ່ງ ການຕັ້ງຄ່າ ແອນດຣອຍອັດຕະໂນມັດເທິງເມນູ ຄຸນສົມບັດຂັ້ນສູງ ໃນ ການຕັ້ງຄ່າ.

ກຳນົດ ແລະ ປັບປຸງພຶດຕິກຳການນຳໃຊ້ດິຈິ​ຕອ​ລຂອງທ່ານ
ຄຸນສົມບັດການເປັນຢູ່ທີ່ດີແບບດິຈິຕອລທີ່​ປັບ​ປຸງ​ແລ້ວເຮັດໃຫ້ມັນກວດສອບວ່າ​ທ່ານນຳໃຊ້ໂທລະສັບ ຫຼື ແທັບເລັດຂອງ​ທ່ານ​ແນວ​ໃດ​ນັ້ນໄດ້ງ່າຍ ແລະ ຊ່ວຍທ່ານສ້າງນິ​ໄສ​ດິ​ຈິ​ຕອ​ລ​ທີ່​ດີ. ກວດເບິ່ງການນຳໃຊ້ຂອງທ່ານໃນຂະນະທີ່ທ່ານກຳລັງຂັບລົດ ຫຼື ເບິ່ງການປ່ຽນແປງປະຈຳອາທິດຢູ່ໃນ ເວລາໜ້າຈໍຂອງທ່ານຕາມຟັງ​ຊັນ​ດ້ວຍ​ການ​ເຫຼືອກ​ຕາ​ເບິ່ງ​ຜ່ານການ​ລາຍ​ງານ​ປະ​ຈຳ​ອາ​ທິດ.

ຄວາມສາມາດເຂົ້າໃຊ້ສຳລັບທຸກຄົນ
One UI 3.1 ແນະນຳຄຸນສົມບັດຄວາມສາມາດເຂົ້າໃຊ້ທີ່ມີປະໂຫຍດໃຫ້ແກ່ທ່ານອີງຕາມການນຳໃຊ້ຂອງທ່ານ. ທາງ​ລັດຄວາມສາມາດເຂົ້າໃຊ້ທີ່ໄດ້ຮັບການປັບປຸງເຮັດໃຫ້ຄຸນ​ສົມ​ບັດ​ຄວາມ​ສາ​ມາດ​ເຂົ້າ​ໃຊ້​ເລີ່ມ​ຕົ້ນ ແລະ ນຳ​ໃຊ້​ໄດ້​ງ່າຍ​ຂຶ້ນ. ທ່ານສາມາດນຳໃຊ້ຄຸນສົມບັດຂອງການເວົ້າການປ້ອນຂໍ້ມູນດ້ວຍຄີບອດດັງໆເພື່ອຮັບສຽງຕອບຮັບຂອງການພິມຂອງທ່ານ, ເຖິງວ່າເມື່ອ TalkBack ປິດ​ຢູ່ກໍຕາມ.

ການປົກປ້ອງຄວາມເປັນສ່ວນຕົວທີ່ດີກວ່າ
ດຽວນີ້ທ່ານສາມາດໃຫ້ແອັບເຂົ້າເຖິງໄມໂຄຣໂຟນ, ກ້ອງຖ່າຍຮູບ ຫຼື ຈຸດທີ່ຕັ້ງຂອງທ່ານໄດ້ພຽງເທື່ອດຽວ. ການອະນຸຍາດໃດໜຶ່ງທີ່ແອັບບໍ່ໄດ້ນຳໃຊ້ມາໄລຍະໜຶ່ງຈະຖືກລົບລ້າງອອກໂດຍອັດຕະໂນມັດ. ທ່ານບໍ່ສາມາດໃຫ້​ການອະນຸຍາດແອັບເຫັນຈຸດທີ່ຕັ້ງຂອງທ່ານຕະຫຼອດໄປຢູ່ໃນປັອບອັບການອະນຸຍາດປົກກະຕິໄດ້​ອີກ​ຕໍ່​ໄປ. ເພື່ອປ່ອຍໃຫ້ແອັບເຂົ້າເຖິງຈຸດທີ່ຕັ້ງຂອງທ່ານເມື່ອພວກມັນຫວ່າງ​ຢູ່, ທ່ານຈຳ​ເປັນຕ້ອງໄປທີ່ໜ້າການອະນຸຍາດຈຸດທີ່ຕັ້ງສຳ​ລັບແອັບຢູ່ໃນການຕັ້ງຄ່າ.

ການປັບປຸງເພີ່ມເຕີມ
• ຢູ່ໃນໂມງ, ທ່ານສາມາດໄດ້ຍິນເວລາ ແລະ ຊື່ຂອງ​ໂມງ​ປຸກທີ່ຕັ້ງຄ່າມາກ່ອນອ່ານອອກສຽງດັງໆເມື່ອໂມງປຸກດັງຂຶ້ນ.

ບາງແອັບຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການອັບເດດແຍກຕ່າງຫາກຫຼັງຈາກການອັບເດດ One UI 3.1.

ການກັອບປີ້ ແອັບດ້ວຍການໃຊ້ Dual messenger ບໍ່ສາມາດເຂົ້າເຖິງ ໄຟລ໌ ແຜ່ນ SD ໂດຍກົງອີກຕໍ່ໄປ. ເພື່ອຈະ ແຊຣ໌ ໄຟລ໌ ແຜ່ນ SD ໃນ ກອບປີ້ ແອັບ, ເລືອກເອົາ ໄຟລ໌ ໃນ ແກເລີຣີ ຫຼື ໄຟລ໌ຂອງຂ້ອຍ, ເຕາະ ແຊຣ໌, ຈາກນັ້ນ ເລືອກ ກອບປີ້ ແອັບ.

ທ່ານບໍ່ສາມາດ ເຊື່ອມຕໍ່ ເຂົ້າ Chromecast ດ້ວຍການໃຊ້ Smart View ໄດ້ອີກຕໍ່ໄປ. ທ່ານສາມາດໃຊ້ Google Home ແທນ.

ໝາຍເລກການຜະລິດ : A307FNXXU2BUD4
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2021-05-28
ລະດັບແກ້ໄຂຄວາມປອດໄພ : 2021-04-01
• ເພີ່ມຄຸນສົມບັດໃໝ່ແລ້ວ. - Google RCS(ບໍລິການການສື່ສານທີ່ສົມບູນ)
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXS2BUC3
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2021-04-26
ລະດັບແກ້ໄຂຄວາມປອດໄພ : 2021-04-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXS2BUB1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2021-03-30
ລະດັບແກ້ໄຂຄວາມປອດໄພ : 2021-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXU2BTL2
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2021-02-03
ລະດັບແກ້ໄຂຄວາມປອດໄພ : 2020-12-01
• ມີການປັບປຸງຂັ້ນຕອນວິທີສາກແບັດເຕີຣີ ແລະ ຄວາມສະຖຽນ
• ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
• ປັບປຸງຂັ້ນຕອນວິທີການຈົດຈຳລາຍນິ້ວມື
※ ສຳລັບການຈົດຈຳທີ່ດີຂຶ້ນ, ພວກເຮົາຂໍແນະນຳໃຫ້ທ່ານເອົາລາຍນິ້ວມືຂອງທ່ານອອກໄປ ແລະ ລົງທະບຽນພວກມັນໃໝ່ອີກ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXU2BTI4
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-11-13
ລະດັບແກ້ໄຂຄວາມປອດໄພ : 2020-10-01
• ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
• ການກັນສັ່ນຂອງ ຄີບອດ ໄດ້ຮັບການປັບປຸງ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXS2BTI2
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-09-30
ລະດັບແກ້ໄຂຄວາມປອດໄພ : 2020-09-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXU2BTG1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-08-29
ລະດັບແກ້ໄຂຄວາມປອດໄພ : 2020-07-01
• ມີການປັບປຸງຂັ້ນຕອນວິທີສາກແບັດເຕີຣີ ແລະ ຄວາມສະຖຽນ
• ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
• ປັບປຸງຂັ້ນຕອນວິທີການຈົດຈຳລາຍນິ້ວມື
※ ສຳລັບການຈົດຈຳທີ່ດີຂຶ້ນ, ພວກເຮົາຂໍແນະນຳໃຫ້ທ່ານເອົາລາຍນິ້ວມືຂອງທ່ານອອກໄປ ແລະ ລົງທະບຽນພວກມັນໃໝ່ອີກ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : A307FNXXS2BTE3
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-07-08
ລະດັບແກ້ໄຂຄວາມປອດໄພ : 2020-06-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.

ໝາຍເລກການຜະລິດ : A307FNXXU2BTE1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-06-10
ລະດັບແກ້ໄຂຄວາມປອດໄພ : 2020-03-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.

ໝາຍເລກການຜະລິດ : A307FNXXU2BTD1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-04-29
ລະດັບແກ້ໄຂຄວາມປອດໄພ : 2020-03-01
One UI 2 ອັບເກຣດດ້ວຍ Android 10

One UI 2 ນຳເອົາ Android 10 ມາໃຫ້ທ່ານ, ລວມມີຄຸນສົມບັດໃໝ່ທີ່ໜ້າຕື່ນເຕັ້ນຈາກຊຳຊຸງ ແລະ Google ໂດຍອີງຕາມຄຳຕອບໂຕ້ກັບຈາກຜູ້ໃຊ້ເຊັ່ນທ່ານ.
ພວກເຮົາຂໍແນະນຳໃຫ້ທ່ານແບັກອັບຂໍ້ມູນທີ່ສຳຄັນຂອງທ່ານເພື່ອຮັກສາມັນໄວ້ໃຫ້ປອດໄພໃນລະຫວ່າງການອັບເກຣດ.
ບາງແອັບ, ລວມທັງເຄື່ອງຄິດເລກ, Samsung Internet, Samsung Health, ແລະ Samsung Notes, ຈຳເປັນຕ້ອງໄດ້ຖືກອັບເດດເປັນແຕ່ລະອັນຫຼັງຈາກທ່ານອັບເດດ OS ຂອງທ່ານ.

ນີ້ແມ່ນສິ່ງໃໝ່ໆ.

ໂໝດມືດ
- ການປັບຮູບພາບ, ຂໍ້ຄວາມ ແລະ ສີຂັ້ນສູງສຳລັບສະພາບແວດລ້ອມກາງເວັນ ແລະ ກາງຄືນ.
- ວອລເປເປີ, ວິດເຈັດ ແລະ ໂມງປຸກທີ່ມືດໃນຂະນະທີ່ໂໝດມືດເປີດຢູ່.

ໄອຄອນ ແລະ ສີ
- ໄອຄອນແອັບ ແລະ ສີລະບົບທີ່ຊັດເຈນຂຶ້ນ.
- ມີການປັບປຸງແຜນຜັງສຳລັບຊື່ ແລະ ປຸ່ມເພື່ອຈຳກັດພື້ນທີ່ໜ້າຈໍທີ່ສູນເສຍ.

ພາບເຄື່ອນໄຫວທີ່ຄ່ອງຕົວຂຶ້ນ
- ພາບເຄື່ອນໄຫວທີ່ປັບປຸງດ້ວຍສຳຜັດທີ່ໜ້າຫຼິ້ນ.

ທ່າທາງໜ້າຈໍເຕັມ
- ເພີ່ມທ່າທາງການກຳນົດທິດທາງໃໝ່ແລ້ວ.

ການຕອບໂຕ້ກັບທີ່ລະອຽດອ່ອນ
- ກຳນົດທິດທາງຢ່າງສະດວກສະບາຍຍິ່ງຂຶ້ນເທິງໜ້າຈໍຂະໜາດໃຫຍ່ດ້ວຍການເຄື່ອນໄຫວນິ້ວມືນ້ອຍສຸດ.
- ໂຟກັສໃສ່ສິ່ງທີ່ສຳຄັນຢ່າງງ່າຍດາຍດ້ວຍປຸ່ມໄຮໄລ້ທີ່ຊັດເຈນ.

ໂໝດມືຂ້າງດຽວ
- ວິທີການໃໝ່ໃນການເຂົ້າໃຊ້ໂໝດມືຂ້າງດຽວ: ແຕະປຸ່ມໂຮມສອງຄັ້ງ ຫຼື ຮູດລົງໃນເຄິ່ງກາງຂອງສ່ວນລຸ່ມສຸດຂອງໜ້າຈໍ.
- ການຕັ້ງຄ່າຖືກຍ້າຍເປັນການຕັ້ງຄ່າ > ຄຸນສົມບັດຂັ້ນສູງ > ໂໝດມືຂ້າງດຽວ.

ຄວາມສາມາດເຂົ້າໃຊ້
- ມີການປັບປຸງຄີບອດ ແລະ ແຜນຜັງທີ່ມີຄວາມຄົມຊັດສູງສຳລັບຂໍ້ຄວາມຂະໜາດໃຫຍ່.
- ຟັງການເວົ້າສົດ ແລະ ສະແດງມັນເປັນຂໍ້ຄວາມ.

ຂໍ້ຄວາມທີ່ດີຂຶ້ນຜ່ານວອລເປເປີ
- ເບິ່ງຂໍ້ຄວາມໄດ້ຊັດເຈນຂຶ້ນທຽບກັບວອລເປເປີ, ເນື່ອງຈາກ One UI ປັບສີຕົວໜັງສືໂດຍອັດຕະໂນມັດຕາມພື້ນທີ່ແຈ້ງ ແລະ ມືດ ແລະ ຄວາມຄົມຊັດຂອງສີໃນຮູບລຸ່ມນີ້.

ມີເດຍ ແລະ ອຸປະກອນ
- ປ່ຽນແທນແຜງ SmartThings ດ້ວຍມີເດຍ ແລະ ອຸປະກອນແລ້ວ.
- ມີເດຍ: ຄວບຄຸມເພງ ແລະ ວິດີໂອທີ່ຫຼິ້ນໃນໂທລະສັບຂອງທ່ານ ພ້ອມທັງອຸປະກອນອື່ນໆ.
- ອຸປະກອນ: ກວດເບິ່ງ ແລະ ຄວບຄຸມອຸປະກອນ SmartThings ຂອງທ່ານໂດຍກົງຈາກແຜງດ່ວນ.

ການດູແລອຸປະກອນ
- ຕອນນີ້ ກຣາຟການນຳໃຊ້ແບັດເຕີຣີໃຫ້ຂໍ້ມູນທີ່ລາຍລະອຽດເພີ່ມເຕີມ.

ສຸຂະພາບດີແບບດິຈິຕອລ
- ຕັ້ງເປົ້າໝາຍເພື່ອຮັກສາການກວດສອບການນຳໃຊ້ໂທລະສັບຂອງທ່ານ.
- ໃຊ້ໂໝດໂຟກັສເພື່ອຊ່ວຍຫຼີກຫຼ່ຽງສິ່ງລົບກວນຈາກໂທລະສັບຂອງທ່ານ.
- ຈັບຕາເບິ່ງກິດຈະກຳຂອງລູກຂອງທ່ານດ້ວຍການຄວບຄຸມໂດຍຜູ້ປົກຄອງແບບໃໝ່.

ກ້ອງຖ່າຍຮູບ
- ມີການເພີ່ມຄວາມສາມາດໃນການແກ້ໄຂໂໝດທີ່ປະກົດທີ່ສ່ວນລຸ່ມຂອງໜ້າຈໍ.
- ມີການໃຫ້ແທັບ ເພີ່ມເຕີມ ເພື່ອໃຫ້ທ່ານສາມາດເຂົ້າໃຊ້ໂໝດທີ່ເຊື່ອງໄວ້ຢ່າງວ່ອງໄວຈາກໜ້າຈໍສະແດງຕົວຢ່າງ.
- ມີການປັບປຸງແຜນຜັງເພື່ອໃຫ້ທ່ານສາມາດໂຟກັສໃນການຖ່າຍຮູບໂດຍບໍ່ຕ້ອງການຕັ້ງຄ່າ.

ອິນເຕີເນັດ
- ກຳນົດເມນູດ່ວນເອງເພື່ອເຂົ້າໃຊ້ຄຸນສົມບັດທີ່ທ່ານໃຊ້ຫຼາຍທີ່ສຸດທັນທີ.
- ຮັບເອົາຂໍ້ມູນເພີ່ມເຕີມຈາກແຖບແອັບ.
- ຕິດຕັ້ງໂປຣແກຣມເພີ່ມເຕີມຈາກ Galaxy Store ເພື່ອຮັບເອົາຄຸນສົມບັດເພີ່ມເຕີມ.

ຜູ້ຕິດຕໍ່ຂອງຊຳຊຸງ
- ເພີ່ມຄຸນສົມບັດຖັງຂີ້ເຫຍື້ອສຳລັບຜູ້ຕິດຕໍ່ແລ້ວ. ຜູ້ຕິດຕໍ່ທີ່ທ່ານລຶບຈະຢູ່ໃນຖັງຂີ້ເຫຍື້ອເປັນເວລາ 15 ວັນກ່ອນຈະຖືກລຶບຢ່າງຖາວອນ.

ປະຕິທິນ
- ສາມາດເພີ່ມສະຕິກເກີໃສ່ວັນທີໂດຍບໍ່ຕ້ອງສ້າງເຫດການ.
- ສາມາດໃຊ້ສຽງໂທເຂົ້າສຳລັບແຈ້ງເຕືອນເຫດການ.

ເຕືອນ
- ຕົວເລືອກເພີ່ມເຕີມມີຢູ່ສຳລັບການເຕືອນທີ່ເຮັດຊ້ຳຄືນ.
- ຕັ້ງການເຕືອນຕາມຈຸດທີ່ຕັ້ງສຳລັບໄລຍະເວລາສະເພາະ.
- ແຊຣ໌ການເຕືອນກັບກຸ່ມຄອບຄົວຂອງທ່ານ ແລະ ກຸ່ມທີ່ແຊຣ໌ອື່ນໆ.
- ຕັ້ງການເຕືອນສຳລັບວັນທີສະເພາະໂດຍບໍ່ຕ້ອງມີການແຈ້ງເຕືອນ.

ໄຟລ໌ຂອງຂ້ອຍ
- ສ້າງຄຸນສົມບັດຖັງຂີ້ເຫຍື້ອແລ້ວ ເພື່ອໃຫ້ທ່ານສາມາດຣີສະຕໍໄຟລ໌ໄດ້ຖ້າທ່ານລຶບບາງສິ່ງບາງຢ່າງໂດຍບໍ່ຕັ້ງໃຈ.
- ເພີ່ມຕັວກັ່ນຕອງເພີ່ມເຕີມທີ່ທ່ານສາມາດໃຊ້ໃນຂະນະທີ່ຊອກຫາແລ້ວ ເພື່ອຊ່ວຍໃຫ້ທ່ານຊອກຫາສິ່ງຕ່າງໆໄດ້ຢ່າງວ່ອງໄວ.
- ດຽວນີ້ ທ່ານສາມາດກັອບປີ້ ຫຼື ຍ້າຍຫຼາຍໆໄຟລ໌ແລະໂຟລເດີໃສ່ປາຍທາງທີ່ແຕກຕ່າງກັນໄດ້ໃນເວລາດຽວກັນ.

ເຄື່ອງຄິດເລກ
- ເພີ່ມຫົວໜ່ວຍຄວາມໄວ ແລະ ເວລາໃສ່ຕົວແປງຫົວໜ່ວຍແລ້ວ.

ລົດທີ່ເຊື່ອມຕໍ່ແລ້ວ
- ດຽວນີ້ Android Auto ໄດ້ຖືກໂຫຼດກ່ອນໜ້າແລ້ວ.

ເຄັດລັບ
- ເພີ່ມເຄັດລັບແລ້ວ ເພື່ອຊ່ວຍໃຫ້ທ່ານໄດ້ຮັບຜົນປະໂຫຍດສູງສຸດຈາກ Galaxy ຂອງທ່ານ.

ໝາຍເລກການຜະລິດ : A307FNXXU2ATB1
ລຸ້ນ Android : Pie(Android 9)
ວັນທີອອກຈຳໜ່າຍ : 2020-03-15
ລະດັບແກ້ໄຂຄວາມປອດໄພ : 2020-01-01
• ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.