ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.
Galaxy S10 Lite (SM-G770F)
ໝາຍເລກການຜະລິດ : G770FXXS9HXA1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2024-02-23
ລະດັບແກ້ໄຂຄວາມປອດໄພ : 2024-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU8HWK5
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-12-22
ລະດັບແກ້ໄຂຄວາມປອດໄພ : 2023-11-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G770FXXS8HWI2
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-10-16
ລະດັບແກ້ໄຂຄວາມປອດໄພ : 2023-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU8HWF5
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-07-03
ລະດັບແກ້ໄຂຄວາມປອດໄພ : 2023-06-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G770FXXS7HWD3
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-04-26
ລະດັບແກ້ໄຂຄວາມປອດໄພ : 2023-04-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU6HWB4
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-03-06
ລະດັບແກ້ໄຂຄວາມປອດໄພ : 2023-02-01
ການອັບເດດ One UI 5.1
One UI 5.1 ຈະພາໂທລະສັບຂອງທ່ານໄປສູ່ອີກລະດັບໜຶ່ງດ້ວຍຄຸນສົມບັດ ແກເລີຣີ ໃໝ່ ກໍຄືການປັບປຸງປະສິດທິພາບວຽກ ແລະ ການເຮັດໃຫ້ເປັນສ່ວນຕົວ.
ກ້ອງຖ່າຍຮູບ ແລະ ແກເລີຣີ
ການຊອກຫາທີ່ຊົງພະລັງກວ່າເກົ່າ
ດຽວນີ້ທ່ານສາມາດ ຊອກຫາ ແກເລີຣີ ຂອງທ່ານເປັນຈຳນວນຫຼາຍກວ່າຄົນໜຶ່ງ ຫຼື ສິ່ງຂອງອັນໜຶ່ງໄດ້ໃນເວລາດຽວກັນ. ທ່ານຍັງສາມາດ ຊອກຫາ ຜູ້ຄົນ ໂດຍບໍ່ຕ້ອງ ແທັກ ຊື່ຂອງເຂົາເຈົ້າ ພຽງແຕ່ ແຕະ ໃສ່ຊື່ໃບໜ້າຂອງເຂົາເຈົ້າເທົ່ານັ້ນ.
ຣີມາດເຕີຮູບທີ່ໄດ້ຮັບການປັບປຸງ
ການຣີມາດເຕີ ຍັງເຮັດໄດ້ຫຼາຍກວ່າເພື່ອປັບໃຫ້ຮູບຂອງທ່ານດີຂຶ້ນ ດ້ວຍການລຶບ ເງົາ ແລະ ແສງສະທ້ອນອອກ. ທ່ານຍັງສາມາດ ຣີມາດເຕີ GIFs ເພື່ອໃຫ້ໄດ້ ຄວາມລະອຽດ ແລະ ຄວາມແຈ້ງທີ່ດີກວ່າເກົ່າ. ການເບິ່ງຕົວຢ່າງ ຍັງໄດ້ຮັບການປັບປຸງ ເພື່ອຄວາມງ່າຍໃນການປຽບທຽບ ຮູບ ເດີມ ກັບ ຣີມາດເຕີ.
ສ້າງ ອາລະບຳຄອບຄົວທີ່ແຊຣ໌
ງ່າຍກວ່າເກົ່າທີ່ຈະແຊຣ໌ຮູບກັບຄອບຄົວຂອງທ່ານ. ແກເລີຣີ ຈະແນະນຳຮູບທີ່ຈະເພີ່ມເຂົ້າໃນ ອາລະບຳຄອບຄົວທີ່ແຊຣ໌ ຂອງທ່ານດ້ວຍການຈື່ຈຳໃບໜ້າຄົນໃນຄອບຄົວທີ່ທ່ານເລືອກ. ທ່ານຈະໄດ້ ບ່ອນເກັບຂໍ້ມູນ 5 GB ສຳລັບສະມາຊິກ ຄອບຄົວ ແຕ່ລະຄົນ (ສູງເຖິງ 6 ຄົນ).
ການສະແດງຜົນຂໍ້ມູນທີ່ແກ້ໄຂຄືນ
ເມື່ອທ່ານປັດຂຶ້ນຂະນະທີ່ກຳລັງເບິ່ງ ຮູບ ຫຼື ວິດີໂອ ໃນ ແກເລີຣີ ຂອງທ່ານ, ທ່ານສາມາດເຫັນ ເວລາ ແລະ ສະຖານທີ່ທີ່ ຮູບ ຖືກຖ່າຍ, ອຸປະກອນ ໃດທີ່ຖ່າຍ ຮູບ, ຮູບຖືກເກັບມ້ຽນໄວ້ຢູ່ໃສ ແລະ ອື່ນໆອີກ. ດຽວນີ້ມີແຜນຜັງທີ່ລຽບງ່າຍຂຶ້ນ.
ການເຮັດຫຼາຍໜ້າວຽກ
ຫຍໍ້ນ້ອຍລົງ ຫຼື ສັບປ່ຽນຫາໜ້າຈໍເຕັມໄດ້ຢ່າງງ່າຍດາຍ
ຕອນນີ້ທ່ານສາມາດຫຍໍ້ນ້ອຍລົງ ຫຼື ຂະຫຍາຍໜ້າຕ່າງແອັບໂດຍບໍ່ຕ້ອງເຂົ້າໄປຫາ ເມນູ ຕົວເລືອກ. ພຽງແຕ່ລາກມຸມໃດໜຶ່ງເທົ່ານັ້ນ.
ເຂົ້າໃຊ້ ແອັບ ທີ່ໃຊ້ຫລາຍທີ່ສຸດໃນໜ້າຈໍແຍກ
ເມື່ອທ່ານເລີ່ມ ມຸມມອງໜ້າຈໍແຍກ, ແອັບ ທີ່ທ່ານໃຊ້ຫລາຍທີ່ສຸດນັ້ນ ຈະປາກົດຂຶ້ນດ້ານລຸ່ມຂອງ ແອັບ ທີ່ທ່ານຫາກໍ່ໃຊ້ຫຼ້າສຸດ ເພື່ອຊ່ວຍໃຫ້ທ່ານຊອກຫາ ແອັບ ທີ່ທ່ານຕ້ອງການໄດ້ໄວຂຶ້ນ.
ໂໝດ ແລະ ວຽກປະຈຳ
ປ່ຽນແປງ ວອລເປເປີ ອີງໃສ່ ໂໝດ ຂອງທ່ານ
ຕັ້ງ ວອລເປເປີ ທີ່ແຕກຕ່າງກັນອີງໃສ່ກິດຈະກຳປະຈຸບັນຂອງທ່ານ. ເລືອກວອລເປເປີໜຶ່ງສຳລັບວຽກ, ອັນໜຶ່ງສຳລັບການອອກກຳລັງກາຍ ແລະ ອື່ນໆອີກ.
ການກະທຳອື່ນໆອີກ ສຳລັບ ວຽກປະຈຳ
ການກະທຳໃໝ່ຈະເຮັດໃຫ້ທ່ານສາມາດ ຄວບຄຸມ ການແຊຣ໌ດ່ວນ ແລະ ຄວາມໄວການສຳຜັດ, ປ່ຽນແປງ ສຽງໂທເຂົ້າ ຂອງທ່ານ ແລະ ປ່ຽນແປງ ຮູບແບບຕົວໜັງສື.
ສະພາບອາກາດ
ເຂົ້າເຖິງ ຂໍ້ມູນທີ່ເປັນປະໂຫຍດ ໄດ້ຢ່າງວ່ອງໄວ
ກວດເບິ່ງ ແຈ້ງເຕືອນ ສະພາບອາກາດ ທີ່ຮຸນແຮງ, ການສະຫລຸບຫຍໍ້ກ່ຽວກັບສະພາບອາກາດປະຈຳວັນ ແລະ ເວລາຕາເວັນຂຶ້ນ/ຕົກ ຢູ່ເທິງສຸດຂອງ ແອັບ ສະພາບອາກາດ. ຕອນນີ້ ກຣາຟສະແດງອຸນຫະພູມໃຊ້ ສີຕ່າງໆເພື່ອສະແດງອຸນຫະພູມ ປ່ຽນແປງ ແນວໃດ ຕະຫຼອດທັງວັນ.
ກຣາຟສະແດງໂອກາດຝົນຕົກແຕ່ລະຊົ່ວໂມງ
ຕອນນີ້ ກຣາຟສະແດງໃຫ້ເຫັນໂອກາດຝົນຕົກຫຼາຍປານໃດແຕ່ລະຊົ່ວໂມງ ໃນເວລາທີ່ແຕກຕ່າງກັນຂອງວັນ.
ສະຫຼຸບຫຍໍ້ເທິງ ວິດເຈັດ ສະພາບອາກາດ
ສະຫຼຸບຫຍໍ້ກ່ຽວກັບສະພາບອາກາດໃນປະຈຸບັນ ຕອນນີ້ປາກົດຂຶ້ນໃນ ວິດເຈັດ ສະພາບອາກາດ ເພື່ອໃຫ້ທ່ານຮູ້ວ່າຖ້າມີແດດອອກ, ມີເມກປົກຄຸມ, ຝົນຕົກ ຫຼື ຫິມະຕົກ.
ອິນເຕີເນັດຊຳຊຸງ
ສືບຕໍ່ການທ່ອງເວັບໃນອຸປະກອນອື່ນ
ຖ້າທ່ານກຳລັງທ່ອງເວັບໃນ ໂທລະສັບ ຫຼື ອຸປະກອນ Galaxy ແລະ ຫຼັງຈາກນັ້ນ ເປີດໃຊ້ ແອັບ ອິນເຕີເນັດ ໃນ ອຸປະກອນ Galaxy ອື່ນທີ່ໄດ້ລົງຊື່ເຂົ້າໃຊ້ Samsung account ດຽວກັນ, ປຸ່ມ ຈະປາກົດຂຶ້ນ ເຊິ່ງຈະເຮັດໃຫ້ທ່ານເປີດໜ້າເວັບສຸດທ້າຍທີ່ທ່ານໄດ້ເປີດເບິ່ງໃນ ອຸປະກອນ ເຄື່ອງອື່ນ.
ການຊອກຫາທີ່ປັບປຸງ
ຕອນນີ້ການຊອກຫາຂອງທ່ານ ລວມມີ ຊື່ຂອງໂຟລເດີ ບຸກມາກຄ໌ ແລະ ກຸ່ມແຖບ. ໂລຈິກການຊອກຫາທີ່ໄດ້ປັບປຸງ ເຮັດໃຫ້ທ່ານຄົ້ນພົບສິ່ງທີ່ທ່ານຊອກຫາ ເຖິງວ່າສິ່ງນັ້ນສະກົດບໍ່ຖືກຕ້ອງກໍ່ຕາມ.
ການປ່ຽນແປງເພີ່ມຕື່ມ
ກວດເບິ່ງລະດັບ ແບັດເຕີຣີ ອຸປະກອນ ຂອງທ່ານ
ວິດເຈັດ ແບັດເຕີຣີ ໃໝ່ ໃຫ້ທ່ານກວດເບິ່ງລະດັບ ແບັດເຕີຣີ ອຸປະກອນ ຂອງທ່ານໄດ້ທັນທີຈາກ ໜ້າຈໍຫຼັກ. ທ່ານສາມາດເຫັນໄດ້ວ່າ ແບັດເຕີຣີ ຍັງເຫຼືອຫຼາຍປານໃດໃນ ໂທລະສັບ, Galaxy Buds, Galaxy Watch ແລະ ອຸປະກອນທີ່ຮອງຮັບ ຂອງທ່ານ.
ຄຳແນະນຳການຕັ້ງຄ່າ
ໃນຂະນະລົງຊື່ເຂົ້າໃຊ້ໃນ Samsung account ຂອງທ່ານ, ຄຳແນະນຳຈະ ປະກົດຂຶ້ນດ້ານເທິງຂອງຈໍການຕັ້ງຄ່າເພື່ອຊ່ວຍທ່ານໃນການແຊຣ໌, ເຊື່ອມຕໍ່ ແລະ ປັບປຸງປະສົບການຂອງທ່ານໃນການນຳໃຊ້ອຸປະກອນ Galaxy ຂອງທ່ານ.
ເລືອກບ່ອນທີ່ຈະບັນທຶກຮູບໜ້າຈໍ ແລະ ການບັນທຶກໜ້າຈໍ
ປະຈຸບັນ ທ່ານສາມາດ ປ່ຽນແປງ ໂຟລເດີ ບ່ອນທີ່ ຮູບໜ້າຈໍ ແລະ ການບັນທຶກໜ້າຈໍ ໄດ້ຖືກບັນທຶກໄວ້.
ໝາຍເລກການຜະລິດ : G770FXXS6HWB1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-02-10
ລະດັບແກ້ໄຂຄວາມປອດໄພ : 2023-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6HWA2
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-01-18
ລະດັບແກ້ໄຂຄວາມປອດໄພ : 2023-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6HVL3
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2022-12-28
ລະດັບແກ້ໄຂຄວາມປອດໄພ : 2022-12-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU6HVK5
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2022-11-28
ລະດັບແກ້ໄຂຄວາມປອດໄພ : 2022-11-01
ການອັບເກຣດ One UI 5 (ແອນດຣອຍ 13)
One UI 5 ນຳເອົາການເຮັດເປັນສ່ວນທີ່ມີພະລັງຫຼາຍຂຶ້ນມາໃຫ້ທ່ານ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການເຮັດສິ່ງຕ່າງໆໃຫ້ສຳເລັດໃນທົ່ວອຸປະກອນ Galaxy ຂອງທ່ານ.
ການອອກແບບຮູບຊົງ
ໄອຄອນແອັບ ແລະ ພາບປະກອບໃໝ່
ເຄື່ອງໝາຍໄອຄອນໃຫ່ຍຂຶ້ນສຳລັບຮູບລັກສະນະທີ່ເຂັ້ມຂຸ້ນຂຶ້ນທີ່ເຮັດໃຫ້ການສະແກນງ່າຍຂຶ້ນ. ໄລ່ລະດັບສີພື້ນຫຼັງທີ່ນຸ່ມນວນ ແລະ ຄວາມຄົມຊັດທີ່ປັບປຸງໃຫ້ຄວາມຮູ້ສຶກທີ່ສົດຊື່ນຂຶ້ນ ແລະ ເປັນທຳມະຊາດຍິ່ງຂຶ້ນ. ພາບປະກອບການຊ່ວຍເຫຼືອອັນໃໝ່ຖືກສ້າງຂຶ້ນເພື່ອໃຫ້ຮູບຊົງທີ່ສອດຄ່ອງກັນກັບແອັບທັງໝົດ.
ຮຽບງ່າຍຂຶ້ນກວ່າທີ່ເຄີຍມີມາແຕ່ກ່ອນ
ການເຄື່ອນໄຫວ ແລະ ເອັບເຝັກການປ່ຽນຜ່ານໃໝ່ເຮັດໃຫ້ການສັບປ່ຽນລະຫວ່າງໜ້າຈໍຮູ້ສຶກເປັນທຳມະຊາດຫຼາຍຂຶ້ນ. ການເຄື່ອນໄຫວ ແລະ ຄຳຕິຊົມທາງພາບອື່ນປາກົດທັນທີເມື່ອທ່ານສຳຜັດໜ້າຈໍ, ເຮັດໃຫ້ການປະຕິສຳພັນງ່າຍຂຶ້ນ. ຄວາມໄວການເລື່ອນກໍ່ຍັງໄດ້ຮັບການປັບປຸງເພື່ອເຮັດໃຫ້ການເລື່ອນ ຮູ້ສຶກລ່ຽນໄຫຼຂຶ້ນໃນທົ່ວ One UI.
ສີ ແລະ ເອັບເຝັກພາບມົວທີ່ໄດ້ຮັບການປັບປຸງ
ເອັບ ເຝັກ ການເຮັດໃຫ້ ພື້ນຫຼັງ ມົວ ໃນ ແຜງດ່ວນ, ໜ້າຈໍຫຼັກ ແລະ ທົ່ວທັງ One UI ໄດ້ຮັບການປັບປຸງດ້ວຍ ສີ ທີ່ແຈ້ງຂຶ້ນເພື່ອປະສົບການການໃຊ້ທີ່ຈະແຈ້ງຂຶ້ນ ແລະ ສະໝໍ່າສະເໝີກວ່າເກົ່າ. ແຜນຜັງ ສີ ແອັັບ ທີ່ຮຽບງ່າຍຊ່ວຍທ່ານຫຼີກລ່ຽງການລົບກວນ ແລະ ສຸມໃສ່ໜ້າວຽກປັດຈຸບັນຂອງທ່ານ.
ການກຳນົດເອງ
ກຳນົດໜ້າຈຳລັອກຂອງທ່ານເອງ
ພຽງສຳຜັດ ແລະ ກົດໜ້າຈຳລັອກຄ້າງໄວ້ເພື່ອແກ້ໄຂ. ມີຫຍັງແດ່ທີ່ງ່າຍຂຶ້ນ? ກຳນົດວອລເປເປີ, ແບບໂມງ, ການຕັ້ງຄ່າການແຈ້ງເຕືອນຂອງທ່ານ ແລະ ອື່ນໆເອົາເອງດ້ວຍການເບິ່ງຕົວຢ່າງສົດທັງໝົດໃນບ່ອນດຽວ.
ທາງເລືອກວອລເປເປີເພີ່ມເຕີມ
ການຕັ້ງຄ່າວອລເປເປີໄດ້ຮັບການອອກແບບຄືນໃໝ່ທີ່ເຮັດໃຫ້ການຊອກຫາວອລເປເປີທີ່ສົມບູນແບບໄດ້ງ່າຍຂຶ້ນສຳລັບໜ້າຫຼັກ ແລະ ໜ້າຈຳລັອກຂອງທ່ານ. ມີຮູບ, ວິດີໂອ, ສີ ແລະ ກັ່ນຕອງໃຫ້ເລືອກຫຼາຍຂຶ້ນກວ່າແຕ່ກ່ອນ.
ທາງເລືອກເພີ່ມເຕີມສຳລັບຈານສີຂອງທ່ານ
ງ່າຍຂຶ້ນໃນການຊອກຫາສີທີ່ເໝາະສຳລັບທ່ານ. ເລືອກຈາກຕີມສີທີ່ມີສູງເຖິງ 16 ລາຍການໃນວອລເປເປີຂອງທ່ານ ເຊັ່ນດຽວກັບຕີມສີຕັ້ງຄ່າມາກ່ອນທີ່ຖືກອອກແບບມາໃຫ້ມີຮູບລັກສະນະທີ່ງົດງາມ.
ເບິ່ງວ່າໃຜກຳລັງໂທຢ່າງງ່າຍໆ
ຕັ້ງພື້ນຫຼັງການໂທທີ່ແຕກຕ່າງກັນສຳລັບຜູ້ຕິດຕໍ່ແຕ່ລະຄົນເພື່ອໃຫ້ທ່ານເຫັນຜູ້ກຳລັງໂທຢ່າງງ່າຍໆພຽງແຕ່ກວດເບິ່ງຂໍ້ມູນຢ່າງໄວ.
ໂໝດ ແລະ ວຽກປະຈຳ
ເລືອກໂໝດອີງຕາມກິດຈະກຳຂອງທ່ານ
ເລືອກໂໝດອີງຕາມສິ່ງທີ່ທ່ານກຳລັງເຮັດເຊັ່ນ: ການອອກກໍາລັງກາຍ, ເຮັດວຽກ ຫຼື ຜ່ອນຄາຍ, ຈາກນັ້ນເລືອກສິ່ງທີ່ທ່ານຕ້ອງການໃຫ້ໂທລະສັບຂອງທ່ານເຮັດໃນທຸກໆສະຖານະການ. ຕົວຢ່າງ: ເປີດຫ້າມລົບກວນເມື່ອທ່ານພັກຜ່ອນ ຫຼື ຫຼິ້ນເພງຂະນະທີ່ຂັບລົດ.
ຕອນນີ້ໂໝດເວລານອນແມ່ນໂໝດນອນຫຼັບ
ໂໝດນອນຫຼັບ ຊ່ວຍໃຫ້ທ່ານດຳເນີນການຕ່າງໆໄດ້ຫຼາຍຂື້ນໂດຍເມື່ອຮອດເວລາ ນອນເຊັ່ນ: ການເປີດໃຊ້ ໂໝດມືດ ແລະ ປ່ຽນແປງ ໂໝດສຽງ.
ງ່າຍຂຶ້ນໃນການຄົ້ນຫາວຽກປະຈຳທີ່ຕັ້ງຄ່າມາກ່ອນ
ແຜນຜັງທີ່ລຽບງ່າຍເຮັດໃຫ້ຊອກຫາວຽກປະຈຳງ່າຍຂຶ້ນທີ່ເປັນປະໂຫຍດສຳລັບທ່ານ.
ກວດເບິ່ງວຽກປະຈຳທີ່ກຳລັງດຳເນີນການຢູ່ຢ່າງວ່ອງໄວ
ວຽກປະຈຳກຳລັງດຳເນີນຢູ່ໃນປັດຈຸບັນແມ່ນສະແດງຢູ່ດ້ານເທິງຂອງໜ້າຈໍວຽກປະຈຳເພື່ອໃຫ້ທ່ານສາມາດເຂົ້າໃຈສິ່ງທີ່ກຳລັງເກີດຂຶ້ນ ແລະ ເຮັດການປ່ຽນແປງ, ຖ້າຈຳເປັນ.
ການດຳເນີນການ ແລະ ເງື່ອນໄຂເພີ່ມເຕີມສຳລັບວຽກປະຈຳຂອງທ່ານ
ເລີ່ມວຽກປະຈຳໂດຍອັດຕະໂນມັດເມື່ອທ່ານໃຊ້ໂໝດເຮືອບິນ ຫຼື ຮັອດສະປັອດມືຖື. ຕອນນີ້ວຽກປະຈຳສາມາດເປີດການຈັບຄູ່ແອັບ ແລະ ປັບຄວາມສົມດຸນສຽງດ້ານຊ້າຍ/ຂວາໄດ້.
ວິດເຈັດໜ້າຈໍຫຼັກ
ກອງວິດເຈັດຂຶ້ນໃນໜ້າຈໍຫຼັກຂອງທ່ານ
ລວມວິເຈັດຫຼາຍອັນທີ່ມີຂະໜາດດຽວກັນເຂົ້າເປັນວິເຈັດດຽວເພື່ອປະຢັດພື້ນທີ່ໃນໜ້າຈໍຫຼັກຂອງທ່ານ. ພຽງແຕ່ລາກວິດເຈັດໜຶ່ງໄປໃສ່ວິດເຈັດອື່ນເພື່ອສ້າງກອງວາງຊ້ອນກັນ, ຈາກນັ້ນປັດເພື່ອສະຫຼັບລະຫວ່າງວິດເຈັດ. ທ່ານສາມາດເພີ່ມວິດເຈັດເພີ່ມເຕີມໄປໃສ່ກອງຂອງທ່ານໄດ້ໃນທຸກເວລາໂດຍການລາກໄປ ແລະ ວາງລົງ.
ຮັບຄຳແນະນຳໃນໜ້າຈໍຫຼັກຂອງທ່ານ
ວິດເຈັດຄຳແນະນຳອັດສະລິຍະອັນໃໝ່ຮັບຮູ້ສິ່ງທີ່ທ່ານຕ້ອງການກ່ອນທ່ານເຮັດ. ມັນແນະນຳແອັບເພື່ອໃຊ້, ຜູ້ຄົນທີ່ຈະໂທຫາ ແລະ ເຄັດລັບທີ່ເປັນປະໂຫຍດອື່ນ. ຄຳແນະນຳແມ່ນຂຶ້ນກັບຮູບແບບການນຳໃຊ້ຂອງທ່ານ.
ການເຮັດຫຼາຍໜ້າວຽກ
ສະຫຼັບມູມມອງຂອງທ່ານດ້ວຍທ່າທາງ
ສະຫຼັບຈາກໜ້າຈໍເຕັມໄປຍັງມູມມອງໜ້າຈໍແຍກໂດຍການປັດຂຶ້ນດ້ວຍສອງນີ້ວຈາກດ້ານລຸ່ມສຸດຂອງໜ້າຈໍ. ສະຫຼັບຈາກໜ້າຈໍເຕັມເປັນມູມມອງປັອບອັບໂດຍການປັດເຂົ້າໃນດ້ວຍໜຶ່ງນີ້ວຈາກມຸມຢູ່ດ້ານເທິງສຸດຂອງໜ້າຈໍ. ສາມາດເປີດ ຫຼື ປິດທ່າທາງໄດ້ໃນແລັບການຕັ້ງຄ່າ.
ເປີດແອັບໃນໜ້າຈໍແຍກຢ່າງວ່ອງໄວ
ພຽງແຕ່ລາກແອັບໜຶ່ງຈາກໜ້າຈໍຫຼ້າສຸດໄປຍັງຂ້າງຂອງໜ້າຈໍບ່ອນທີ່ທ່ານຕ້ອງການເປີດມັນ.
ອຸປະກອນທີ່ເຊື່ອມຕໍ່
ເຮັດຫຼາຍຂຶ້ນດ້ວຍອຸປະກອນທີ່ເຊື່ອມຕໍ່ແລ້ວຂອງທ່ານ
ເພີ່ມເມນູອຸປະກອນທີ່ຖືກເຊື່ອມຕໍ່ໃສ່ການຕັ້ງຄ່າ, ເຮັດໃຫ້ການເຂົ້າເຖິງຄຸນສົມບັດໄວຂຶ້ນ ແລະ ງ່າຍຂຶ້ນທີ່ໃຊ້ງານກັບອຸປະກອນອື່ນໄດ້ເຊັ່ນ: ການແຊຣ໌ດ່ວນ ແລະ Smart View.
ເຊື່ອງການແຈ້ງເຕືອນໃນໂທລະພາບຂອງທ່ານ
ເມື່ອທ່ານເບິ່ງເນື້ອຫາຈາກໂທລະສັບຂອງທ່ານໃນໂທລະພາບຂອງທ່ານດ້ວຍ Smart View, ທ່ານສາມາດເລືອກເຊື່ອງການແຈ້ງເຕືອນໃນໂທລະພາບຂອງທ່ານເພື່ອປ້ອງກັນຄົນອື່ນເຫັນຂໍ້ມູນສ່ວນຕົວຂອງທ່ານໄດ້.
ກ້ອງຖ່າຍຮູບ ແລະ ແກເລີຣີ
ຊູມງ່າຍຂຶ້ນດ້ວຍມືດຽວ
ແຖບຊູມຖືກເຮັດໃຫ້ແໜ້ນເຂົ້າເພື່ອທ່ານສາມາດຊູມເຂົ້າ ຫຼື ອອກໄດ້ຫຼາຍຂຶ້ນດ້ວຍການປັດເທື່ອດຽວ.
ເອົາຄວາມຊ່ວຍເຫຼືອດ້ວຍໂໝດໂປຣ
ໄອຄອນຊ່ວຍເຫຼືອຈະປາກົດຢູ່ໃນໂໝດໂປຣ ແລະ ວິດີໂອໂປຣ. ແຕະໄອຄອນເພື່ອຮັບເອົາເຄັດລັບ ແລະ ຄຳແນະນຳໃນການໃຊ້ເລນສ໌, ຕົວເລືອກ ແລະ ການຄວບຄຸມຕ່າງໆ.
ເພີ່ມລາຍນ້ຳໄປຫາຮູບຂອງທ່ານ
ເພີ່ມລາຍນ້ຳຫາແຕ່ລະຮູບທີ່ມີວັນທີ ແລະ ເວລາທີ່ຖ່າຍຮູບໂດຍອັດຕະໂນມັດ, ຊື່ລຸ້ນໂທລະສັບຂອງທ່ານ ຫຼື ຂໍ້ມູນທີ່ກຳນົດເອງອື່ນໆ.
ຖ່າຍຄັ້ງດຽວທີ່ແກ້ໄຂຄືນ
ໂໝດຖ່າຍຄັ້ງດຽວຖືກເຮັດໃຫ້ລຽບງ່າຍ ແລະ ງ່າຍດາຍ, ຄ່ອງຕົວຂຶ້ນ. ຕົວເລືອກທີ່ໜ້ອຍກວ່າ ແລະ ເວລາການບັນທຶກທີ່ສັ້ນກວ່າເຮັດໃຫ້ການຮັບພາບທີ່ງົດງາມໄດ້ງ່າຍຂຶ້ນ ແລະ ໄວຂຶ້ນ.
ເລືອກກັ່ນຕອງງ່າຍດາຍຂຶ້ນ
ເມນູການເລືອກກັ່ນຕອງຖືກປັບໃຫ້ງ່າຍດາຍ ແລະ ຄ່ອງຕົວຂຶ້ນໃນ ກ້ອງຖ່າຍຮູບ, ເຄື່ອງຕັດຕໍ່ຮູບ ແລະ ຕົວແກ້ໄຂວິດີໂອ. ການກັ່ນຕອງທັງໝົດແມ່ນມີພ້ອມໃນໜຶ່ງລາຍການ, ເຮັດໃຫ້ຊອກຫາການກັ່ນຕອງທີ່ສົມບູນແບບສຳລັບຮູບ ຫຼື ວິດີໂອຂອງທ່ານງ່າຍຂຶ້ນ.
ກຳນົດອາລະບໍາເອງຢູ່ໃນແກເລີຣີ
ເລືອກວ່າຈະໃຫ້ ອາລະບໍາ ອັນໃດປາກົດຕາມຄ່າ ມາດຕະຖານ ແລະ ເຊື່ອງ ອາລະບໍາ ທີ່ບໍ່ຄ່ອຍໄດ້ໃຊ້ເພື່ອໃຫ້ເປັນລະບຽບຫຍິ່ງຂຶ້ນ. ທ່ານຍັງສາມາດລວມ ອາລະບໍາ ທີ່ມີ ຊື່ ດຽວກັນເຂົ້າກັນ ແລະ ສ້າງ ອາລະບໍາ ອັບເດດ ອັດຕະໂນມັດເພື່ອລວບລວມເອົາ ຮູບ ຂອງ ຜູ້ຄົນ ທີ່ທ່ານ ເລືອກ.
ຮູບລັກສະນະໃໝ່ທັງໝົດສຳລັບເລື່ອງຕ່າງໆ
ເລື່ອງຕ່າງໆທີ່ຖືກສ້າງຂຶ້ນອັດຕະໂນມັດໃນແກເລີຣີຂອງທ່ານນັ້ນໄດ້ຮັບການປັບແຕ່ໃໝ່ດ້ວຍມູມມອງສະໄລດ໌ໂຊແບບໂຕ້ຕອບ. ພຽງແຕະ ຫຼື ປັດເພື່ອຍ້າຍລະຫວ່າງຮູບ ແລະ ວິດີໂອໃນເລື່ອງຂອງທ່ານ.
ຮູບຖ່າຍ ແລະ ຕົວແກ້ໄຂວິດີໂອ
ສ້າງສະຕິກເກີຈາກຮູບໃດໜຶ່ງ
ສ້າງສະຕິກເກີທີ່ໃຊ້ຄືນໃໝ່ໄດ້ຈາກຮູບໃດໜຶ່ງໃນແກເລີຣຂອງທ່ານ. ພຽງເລືອກສ່ວນຂອງຮູບທ່ານຕ້ອງການໃຊ້ເປັນສະຕິກເກີ, ແລ້ວປັບຄວາມໜາ ແລະ ສີຂອງເສັ້ນຮອບນອກ.
ວິທີເພີ່ມເຕີມໃນກາແກ້ໄຂ GIFs
ທ່ານສາມາດຕັດແຕ່ງ ແລະ ປັບອັດຕາສ່ວນຂອງ GIFs ທີ່ເຄື່ອນໄຫວເພື່ອເຮັດໃຫ້ພວກມັນມີຂະໜາດທີ່ຖືກຕ້ອງໄດ້. ນອກຈາກນັ້ນທ່ານສາມາດໃຊ້ຄຸນສົມບັດການແກ້ໄຂອັນດຽວກັນທີ່ມີໃຫ້ສຳລັບຮູບນິ້ງເພື່ອຕົບແຕ່ງ GIF ຂອງທ່ານຕາມຄວາມມັກຂອງທ່ານ.
ຮັກສາເອັບເຝັກໂໝດລວງຕັ້ງໄວ້, ແມ້ກະທັ້ງຫຼັງຈາກການແກ້ໄຂ
ຕອນນີ້ເອັບເຝັກໂໝດລວງຕັ້ງຖືກຮັກສາໄວ້, ແມ້ແຕ່ພາຍຫລັງການຕັດ ຫຼື ປ່ຽນແປງການກັ່ນຕອງເພື່ອໃຫ້ທ່ານສາມາດປັບຄວາມມົວຂອງພື້ນຫຼັງໄດ້ໃນທຸກເວລາ.
ແຕ້ມຮູບຮ່າງທີ່ສົມບູນແບບໃນຮູບ ແລະ ວິດີໂອ
ໃຊ້ເຄື່ອງມືປາກກາເພື່ອແຕ້ມຮູບຮ່າງເຊັ່ນ: ວົງມົນ, ຮູບສາມແຈ, ຮູບສີ່ແຈ ຫຼື ຮູບຫົວໃຈ. ໃຊ້ນິ້ວມືຂອງທ່ານກົດເທິງຈໍຄ້າງໄວ້ເມື່ອທ່ານສຳເລັດການແຕ້ມເພື່ອເຮັດໃຫ້ມັນປ່ຽນຮູບເປັນເສັ້ນຊື່ ແລະ ມູມທີ່ສົມບູນແບບຢ່າງທັນທີ.
ສະຕິກເກີໃໝ່ສຳລັບຮູບຖ່າຍ ແລະ ວິດີໂອ
60 ສະຕິກເກອິໂມຈິທີ່ໂຫຼດໄວ້ລ່ວງໜ້າແມ່ນມີໃຫ້ພ້ອມສຳລັບການຕົບແຕ່ງຮູບ ແລະ ວິດີໂອຂອງທ່ານ.
ອິໂມຈິ ແລະ ສະຕິກເກີ
ສະຕິກເກີອິໂມຈິ AR ໃໝ່
ເມື່ອທ່ານສ້າງອິໂມຈິ AR ໃໝ່, 15 ສະຕິກເກີຖືກສ້າງຂຶ້ນຕາມຄ່າມາດຕະຖານ, ເຊິ່ງໃຫ້ທ່ານວິທີເພີ່ມເຕີມໃນການສະແດງຕົວຂອງທ່ານເອງອອກມາ. ຖ້ານັ້ນບໍ່ພຽງພໍ, ຍັງມີສະຕິກເກອິໂມຈິ AR ຕື່ມອີກທີ່ມີໃຫ້ດາວໂຫຼດ ເພື່ອທີ່ທ່ານສາມາດຊອກຫາສະຕິກເກີໃຫ້ໄດ້ກົງກັບອາລົມຂອງທ່ານຢູ່ສະເໝີ.
ເຮັດເພີ່ມເຕີມກັບອິໂມຈິ AR
ໃຊ້ພື້ນຫຼັງໂປ່ງໃສສຳລັບສະຕິກເກີອິໂມຈິ AR ຫຼື ເລືອກຮູບໃດໜຶ່ງຈາກແກເລີຣີຂອງທ່ານເພື່ອໃຊ້ເປັນພື້ນຫຼັງສຳລັບອິໂມຈິ AR ໃນ ກ້ອງຖ່າຍຮູບອິໂມຈິ AR. ທ່ານສາມາດຈັບຄູ່ອິໂມຈິໄດ້ເຖິງສອງອັນພ້ອມກັນ ແລະ ສ້າງການເຕັ້ນ ແລະ ທ່າທາງທີ່ສະໜຸກສະໜານ.
ຄີບອດຊໍາຊຸງ
ອິໂມຈິໃໝ່ມີສຳລັບການຈັບຄູ່ອິໂມຈິ
ຢູ່ໃນຄີບອດຊໍາຊຸງ, ມີອິໂມຈິຫລາຍກວ່າ 80 ອັນສຳລັບການສ້າງຄູ່ອິໂມຈິ. ດຽວນີ້ທ່ານຍັງສາມາດລວມອິໂມຈິເຂົ້າກັນໄດ້ໂດຍອີງໃສ່ສັດ, ອາຫານ ແລະ ວັດຖຸອື່ນ, ນອກເໜືອຈາກການສະແດງອອກທາງໃບໜ້າ. ເລືອກການລວມເຂົ້າກັນທີ່ສົມບູນແບບເພື່ອຮັບຄວາມຮູ້ສຶກຂອງທ່ານ.
ຈັດລຽງປຸ່ມການສະແດງອອກຄືນໃໝ່ຢູ່ໃນຄີບອດຊໍາຊຸງ
ສຳຜັດ ແລະ ກົດອິໂມຈິ, ສະຕິກເກີ ແລະ ປຸ່ມອື່ນໆຄ້າງໄວ້ເພື່ອຈັດລຽງພວກມັນຄືນໃໝ່.
ປ້ອນກາວໂມຈິເຂົ້າຈາກຄີບອດຊໍາຊຸງໂດຍກົງ
ເພີ່ມຄວາມເຂັ້ມຂຸ້ນໃຫ້ການແຊັດ ແລະ ຂໍ້ຄວາມດ້ວຍການສະແດງອອກທາງໃບໜ້າທີ່ກຳນົດລ່ວງໜ້າຖືກສ້າງຂຶ້ນໂດຍການໃຊ້ສັນຍະລັກຄີບອດ. (*^.^*)
ກຳນົດແຖວແປ້ນຍະຫວ່າງຢູ່ໃນຄີບອດຊໍາຊຸງເອົາເອງ
ທ່ານສາມາດເລືອກປຸ່ມຟັງຄ໌ຊັນ ແລະ ເຄື່ອງໝາຍວັກຕອນອັນໃດເພື່ອໃຫ້ສະແດງໃນຖັນດ້ານລຸ່ມສຸດຂອງຄີບອດຖັດຈາກແປ້ນຍະຫວ່າງ.
ຄັດແຍກ ແລະ ສະແກນຂໍ້ຄວາມ
ຄັດແຍກຂໍ້ຄວາມຈາກຮູບ ຫຼື ໜ້າຈໍໃດໜຶ່ງ
ຄັດແຍກຂໍ້ຄວາມດ້ວຍການໃຊ້ຄີບອດຊໍາຊຸງ, ອິນເຕີເນັດ, ແກເລີຣີ ຫຼື ເມື່ອໃດກໍ່ຕາມທີ່ທ່ານຖ່າຍພາບໜ້າຈໍ. ວາງຜົນຮັບເຂົ້າໃນຂໍ້ຄວາມ, ອີເມລ໌ ຫຼື ເອກະສານແທນທີ່ການພິມລົງ.
ຮັບຄຳແນະນຳອີງຕາມຂໍ້ຄວາມໃນຮູບ
ເມື່ອຂໍ້ຄວາມປາກົດຂຶ້ນຢູ່ໃນຮູບໃນຢູ່ແກເລີຣີ, ກ້ອງຖ່າຍຮູບ ຫຼື ແອັບອື່ນໆ, ຈະແນະນຳການດຳເນີນການໃຫ້ອີງຕາມຂໍ້ຄວາມ. ຕົວຢ່າງ: ຫາກທ່ານຖ່າຍຮູບປ້າຍທີ່ມີເບີໂທລະສັບ ຫຼື ທີ່ຢູ່ເວັບໃນນັ້ນ, ທ່ານສາມາດແຕະເພື່ອໂທໝາຍເລກນັ້ນ ຫຼື ເຂົ້າໄປທີ່ເວັບໄຊ.
ຄຸນສົມບັດການຄັດແຍກ ແລະ ການແນະນຳຂໍ້ຄວາມໄດ້ຮອງຮັບສຳລັບພາສາອັງກິດ, ເກຼົາຫຼີ, ຝຣັ່ງ, ອິຕາລີ, ເຢຍລະມັນ, ສະເປນ, ປອກຕຸຍການ ແລະ ຈີນ.
ການແຈ້ງເຕືອນ
ເອົຳການແຈ້ງເຕືອນທ່ານອະນຸຍາດເທົ່ານັ້ນ
ເມື່ອທ່ານໃຊ້ແອັບເປັນຄັ້ງທຳອິດ, ທ່ານຈະຖືກຖາມວ່າທ່ານຕ້ອງການຮັບການແຈ້ງເຕືອນຈາກແອັບນັ້ນຫລືບໍ. ປະຕິເສດຕໍ່ແອັບທີ່ທ່ານບໍ່ຕ້ອງການໃຫ້ລົບກວນທ່ານໄດ້ຕະຫຼອດເວລາ.
ເຂົ້າເຖິງການຄວບຄຸມການແຈ້ງເຕືອນແອັບງ່າຍຂຶ້ນ
ແອັບໜຶ່ງກຳລັງສົ່ງການແຈ້ງເຕືອນໃຫ້ທ່ານຫຼາຍເກີນໄປບໍ? ງ່າຍກວ່າເດີມໃນການບລັອກມັນດ້ວຍການຕັ້ງຄ່າການແຈ້ງເຕືອນທີ່ໄດ້ຈັດລຽງຄືນໃໝ່ທີ່ວາງການຄວບຄຸມການແຈ້ງເຕືອນແອັບໄວ້ດ້ານເທິງສຸດ. ທ່ານຍັງສາມາດເຂົ້າຫາການຕັ້ງຄ່າການແຈ້ງເຕືອນແອັບໄດ້ໂດຍກົງໄດ້ໂດຍໃຊ້ປຸ່ມຢູ່ດ້ານລຸ່ມສຸດຂອງແຜງການແຈ້ງເຕືອນ.
ເລືອກປະເພດແອັບການແຈ້ງເຕືອນອັນໃດທີ່ສາມາດສົ່ງໄດ້
ຕອນນີ້ທ່ານມີການຄວບຄຸມທີ່ແຍກຕ່າງຕໍ່ແອັບຕ່າງໆບໍ່ວ່າແອັບສາມາດສະແດງການແຈ້ງເຕືອນ, ປັອບອັບ, ກາໝາຍໄອຄອນແອັບ ແລະ ການແຈ້ງເຕືອນເທິງໜ້າຈໍລັອກ ຫຼື ບໍ່ກໍ່ຕາມ. ອະນຸຍາດທຸກປະເພດ, ບາງປະເພດ ຫຼື ບໍ່ອະນຸຍາດເລີຍ. ມັນຂຶ້ນກັບຕົວທ່ານ.
ແຜນຜັງໃໝ່ສຳລັບການແຈ້ງເຕືອນ
ໄອຄອນແອັບໃຫ່ຍກວ່າເດີມ, ເຮັດໃຫ້ເຫັນງ່າຍຂຶ້ນວ່າແອັບອັນໃດສົ່ງການແຈ້ງເຕືອນ. ການປັບຂໍ້ຄວາມໃຫ້ສະເໝີກັນແມ່ນຖືກປັບປຸງເພື່ອເຮັດໃຫ້ການອ່ານການແຈ້ງເຕືອນງ່າຍຂຶ້ນ.
ການຕັ້ງຄ່າ
ຕັ້ງພາສາສຳລັບແຕ່ລະແອັບ
ຕ້ອງການໃຊ້ບາງແອັບໃນໜຶ່ງພາສາ ແລະ ແອັບອື່ນໃນພາສາອື່ນບໍ? ດຽວນີ້ທ່ານສາມາດເລືອກວ່າຈະໃຫ້ພາສາໃດຖືກໃຊ້ສຳລັບແຕ່ລະແອັບໃນຢູ່ການຕັ້ງຄ່າ.
ຕັ້ງການຍົກເວັ້ນສຳລັບຫ້າມລົບກວນ
ບັດນີ້ທ່ານສາມາດຕັ້ງແຕ່ລະຜູ້ຕິດຕໍ່ເປັນການຍົກເວັ້ນໃນຫ້າມລົບກວນໄດ້. ໂທລະສັບຂອງທ່ານຈະດັງຂຶ້ນ ຫຼື ສັ່ນເມື່ອຜູ້ຄົນທີ່ທ່ານເລືອກນັ້ນໂທ ແລະ ສົ່ວຂໍ້ຄວາມຫາທ່ານ, ເຖິງແມ່ນວ່າໄດ້ເປີດຫ້າມລົບກວນກໍ່ຕາມ. ນອກຈາກນັ້ນມັນຍັງງ່າຍຂຶ້ນໃນການຕັ້ງແອັບເປັນການຍົກເວັ້ນເພື່ອໃຫ້ທ່ານຮັບການເຕືອນກ່ຽວກັບການແຈ້ງເຕືອນຈາກພວກມັນ, ເຖິງແມ່ນວ່າໂໝດຫ້າມລົບກວນ ເປີດຢູ່ກໍ່ຕາມ. ພຽງເລືອກແອັບທີ່ທ່ານຕ້ອງການອະນຸຍາດຈາກຕາຕະລາງໃໝ່.
ການຕັ້ງຄ່າສຽງ ແລະ ການສັ່ນທີ່ໄດ້ຮັບການປັບປຸງ
ເມນູຖືກຈັດຮຽງຄືນໃໝ່ເພື່ອເຮັດໃຫ້ການຊອກຫາຕົວເລືອກສຽງ ແລະ ການສັ່ນທີ່ທ່ານຕ້ອງການນັ້ນງ່າຍຂຶ້ນ. ຕັ້ງສຽງໂທເຂົ້າຂອງທ່ານ ແລະ ປ່ຽນລະດັບສຽງ ແລະ ການຕັ້ງຄ່າການສັ່ນ, ທັງໝົດຢູ່ໃນບ່ອນດຽວ.
ການປັບໃຫ້ເໝາະສົມທີ່ສຸດອັດຕະໂນມັດ
ການດູແລອຸປະກອນຮັກສາໂທລະສັບຂອງທ່ານເຮັດວຽກຢ່າງຄ່ອງຕົວໂດຍການປະຕິບັດການປັບໃຫ້ເໝາະສົມທີ່ສຸດໃນພື້ນຫຼັງໂດຍອັດຕະໂນມັດ. ເພື່ອຮັກສາໂທລະສັບຂອງທ່ານຢູ່ໃນສະພາບທີ່ດີທີ່ສຸດ, ທ່ານສາມາດຕັ້ງໂທລະສັບຂອງທ່ານເພື່ອປິດເປີດຄືນໃໝ່ໂດຍອັດຕະໂນມັດເມື່ອຕ້ອງການ.
ຄວາມປອດໄພ ແລະ ຄວາມເປັນສ່ວນຕົວ
ກວດເບິ່ງສະຖານະຄວາມປອດໄພຂອງໂທລະສັບຢ່າງວ່ອງໄວ
ກະດານໜ້າປັດຄວາມປອດໄພໃໝ່ຢູ່ໃນການຕັ້ງຄ່າສະແດງບໍ່ວ່າໂທລະສັບຂອງທ່ານມີບັນຫາດ້ານຄວາມປອດໄພ ຫຼື ບໍ່ ແລະ ຊ່ວຍທ່ານແກ້ໄຂຢ່າງວ່ອງໄວ.
ປ້ອງກັນການແບ່ງປັນຂໍ້ມູນສ່ວນຕົວໂດຍບໍ່ຕັ້ງໃຈ
ແຜງການແບ່ງປັນຈະໃຫ້ທ່ານຮູ້ໃນເວລາທ່ານພະຍາຍາມແບ່ງປັນຮູບຖ່າຍທີ່ມີຂໍ້ມູນທີ່ລະອຽດອ່ອນເຊັ່ນ: ບັດເຄຣດິດ, ບັດ ID ຫຼື ໜັງສືເດີນທາງເພື່ອທີ່ທ່ານສາມາດພິຈາລະນາຄືນວ່າທ່ານຕ້ອງການແບ່ງປັນພວກມັນແທ້ ຫຼື ບໍ່.
ຂໍ້ມູນດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວສຳລັບເວັບໄຊທ໌
ໄອຄອນໜຶ່ງຈະປາກົດຢູ່ໃນແຖບທີ່ຢູ່ຢູ່ໃນ Samsung Internet ເພື່ອສະແດງສະຖານະຄວາມປອດໄພຂອງເວັບໄຊທ໌. ແຕະໄອຄອນເພື່ອສຶກສາຂໍ້ມູນໃດແດ່ທີ່ເວັບໄຊທ໌ເກັບເອົາ ແລະ ຕິດຕາມ.
ຄວາມສາມາດເຂົ້າໃຊ້
ຕົວເລືອກຄວາມສາມາດເຂົ້າໃຊ້ເພີ່ມເຕີມຢູ່ໃນແຜງດ່ວນ
ສາມາດເພີ່ມຕົວໜັງສືຄວາມຄົມຊັດສູງ, ການກັບສີ, ການປັບສີ ແລະ ກັ່ນຕອງສີໄປຍັງແຜງດ່ວນເພື່ອການເຂົ້າເຖິງທີ່ງ່າຍຂຶ້ນ.
ການເຂົ້າເຖິງເຄື່ອງຂະຫຍາຍແມ່ນງ່າຍກວ່າເດີມ
ເປີດທາງລັດເຄື່ອງຂະຫຍາຍຢູ່ໃນການຕັ້ງຄ່າຄວາມສາມາດເຂົ້າໃຊ້ເພື່ອເຂົ້າເຖິງຄຸນສົມບັດເຄື່ອງຂະຫຍາຍໄດ້ຢ່າງໄວ. ເຄື່ອງຂະຫຍາຍໃຊ້ກ້ອງຖ່າຍຮູບຂອງໂທລະສັບທ່ານເພື່ອຂະຫຍາຍລາຍການໃນໂລກແຫ່ງຄວາມຈິງເພື່ອໃຫ້ທ່ານສາມາດເບິ່ງເຫັນໄດ້ໃກ້ກວ່າ ຫຼື ເຮັດໃຫ້ພວກມັນອ່ານງ່າຍຂຶ້ນ.
ການຊ່ວຍເຫຼືອທາງສຽງເວົ້າເພີ່ມເຕີມ
ເລືອກຈາກປະເພດຄຳຕິຊົມສຽງທີ່ຫຼາກຫຼາຍເພື່ອເອົາການຊ່ວຍເຫຼືອໂດຍການໃຊ້ໂທລະສັບຂອງທ່ານ, ເຖິງແມ່ນວ່າທ່ານບໍ່ສາມາດເຫັນໜ້າຈໍຢ່າງຈະແຈ້ງກໍ່ຕາມ. ທ່ານສາມາດເຮັດໃຫ້ໂທລະສັບຂອງທ່ານອ່ານການປ້ອນຂໍ້ມູນຄີບອດເພື່ອທີ່ທ່ານສາມາດແນ່ໃຈວ່າທ່ານພິມຕົວອັກສອນທີ່ຖືກຕ້ອງ, ໃຊ້ Bixby vision ເພື່ອຈັດລຽງວັດຖຸຄືນໃໝ່ ແລະ ບອກທ່ານວ່າພວກມັນແມ່ນຫຍັງ ແລະ ເປີດຄຳອະທິບາຍສຽງທີ່ອະທິບາຍແມ່ນຫຍັງກຳລັງເກີດຂຶ້ນໃນ ວິດີໂອ (ສຳລັບວິດີໂອທີ່ຮອງຮັບເທົ່ານັ້ນ).
ແກ້ໄຂປຸ່ມຄວາມສາມາດເຂົ້າໃຊ້ຂອງທ່ານຢ່າງງ່າຍໆ
ແຕະ ແລະ ກົດປຸ່ມຄວາມສາມາດເຂົ້າໃຊ້ຄ້າງໄວ້ເພື່ອປ່ຽນແປງຄຸນສົມບັດຢ່າງວ່ອງໄວເພື່ອທີ່ທ່ານຈະສາມາດເຂົ້າເຖິງດ້ວຍໂດຍໃຊ້ ປຸ່ມ.
ການດຳເນີນການໃໝ່ແມ່ນພ້ອມໃຫ້ສຳລັບການດຳເນີນການໃນແຈ
ຖ້າທ່ານໃຊ້ເມົ້າ ຫຼື ແທຣກເຜດ, ມີການດຳເນີນການໃໝ່ໃຫ້ເມື່ອທ່ານຍ້າຍລູກສອນເມົ້າຫາໜຶ່ງໃນ 4 ແຈຂອງໜ້າຈໍ. ຕອນນີ້ທ່ານສາມາດຄລິກ ແລະ ກົດໄວ້ຄ້າງ, ລາກ ຫຼື ລາກ ແລະ ວາງ.
ການປ່ຽນແປງເພີ່ມຕື່ມ
ໃຊ້ເຄື່ອງຕັ້ງເວລາຫຼາຍເຄື່ອງໃນຄັ້ງດຽວ
ຕອນນີ້ທ່ານສາມາດເລີ່ມຕົ້ນເຄື່ອງຕັ້ງເວລາໃໝ່ຢູ່ໃນແອັບໂມງໄດ້, ເຖິງແມ່ນວ່າເຄື່ອງຕັ້ງເວລາອື່ນຍັງເຮັດວຽກຢູ່ກໍ່ຕາມ.
ຄວບຄຸມຜູ້ຮັບເຊີນເຂົ້າຮ່ວມເຫດການໃນປະຕິທິນຄົນ
ເມື່ອທ່ານເພີ່ມເຫດການໃສ່ປະຕິທິນ Google ຂອງທ່ານຢູ່ໃນແອັບປະຕິທິນ Samsung, ທ່ານສາມາດເລືອກວ່າຜູ້ຖືກເຊີນຄົນໃດຈະໄດ້ຮັບອະນຸຍາດໃຫ້ເບິ່ງຜູ້ອື່ນທີ່ຖືກເຊີນເຂົ້າຮ່ວມງານ ແລະ ເລືອກວ່າພວກເຂົາສາມາດເຊີນຄົນອື່ນໄປໄດ້ ຫຼື ບໍ່.
ເພີ່ມການປະຊຸມຜ່ານວິດີໂອໃສ່ເຫດການຂອງທ່ານ
ເມື່ອທ່ານສ້າງເຫດການປະຕິທິນ Google ຢູ່ໃນແອັບປະຕິທິນ Samsung, ທ່ານສາມາດຕັ້ງການປະຊຸມຜ່ານວິດີໂອໃນເວລາດຽວກັນໄດ້. ທຸກຄົນທີ່ໄດ້ຮັບເຊີນເຂົ້າຮ່ວມເຫດການຈະໄດ້ຮັບລິ້ງໄປຫາການປະຊຸມຜ່ານວິດີໂອ.
ເພີ່ມສະຕິກເກີໃສ່ປະຕິທິນ Google ຂອງທ່ານ
ເພີ່ມສະຕິກເກີໃສ່ເຫດການປະຕິທິນ Google ຢູ່ໃນແອັບປະຕິທິນ Samsung ເພື່ອເຮັດໃຫ້ພວກມັນເຫັນໄດ້ງ່າຍຂຶ້ນ. ສະຕິກເກີທີ່ສະແດງຢູ່ໃນທັງປະຕິທິນ ແລະ ມູມມອງວາລະ.
ບໍ່ພາດການເຕືອນທີ່ຄົບກຳນົດມື້ນີ້
ໝວດມື້ນີ້ອັນໃໝ່ສະແດງການເຕືອນທີ່ຄົບກຳນົດມື້ນີ້ເທົ່ານັ້ນ. ທ່ານຍັງສາມາດກວດເບິ່ງການເຕືອນທີ່ຄົບກຳນົດມື້ນີ້ຢູ່ດ້ານເທິງສຸດຂອງໜ້າຈໍຫຼັກໃນແອັບການເຕືອນ.
ສະແດງ ແລະ ເຊື່ອງການເຕືອນທີ່ສຳເລັດແລ້ວ
ທ່ານສາມາດສະແດງ ຫຼື ເຊື່ອງການເຕືອນທີ່ສຳເລັດແລ້ວໃນໝວດໃດໜຶ່ງ. ສະແດງເພື່ອເບິ່ງສິ່ງທີ່ທ່ານສຳເລັດແລ້ວ ຫຼື ເຊື່ອງເພື່ອສຸມໃສ່ສິ່ງຕ່າງໆທີ່ຍັງຕ້ອງເຮັດໃຫ້ສຳເລັດ.
ເລືອກມູມມອງທີ່ເໝາະສົມສຳລັບການເຕືອນຂອງທ່ານ
ເລືອກມູມມອງທີ່ລຽບງ່າຍເພື່ອສະແດງການເຕືອນເພີ່ມເຕີມໃນໜ້າຈໍໃນທັນທີ ຫຼື ມູມມອງຂະຫຍາຍທີ່ລວມມີລາຍລະອຽດເຊັ່ນ: ວັນທີຄົບກໍານົດ ແລະ ເງື່ອນໄຂທີ່ຊ້ຳຄືນ.
ລາກບຸກມາກຄ໌ໄປວາງລົງລະຫວ່າງໂຟລເດີ
ຮັກສາບຸກມາກຄ໌ Samsung Internet ຂອງທ່ານໃຫ້ເປັນລະບຽບໂດຍການລາກພວກມັນໄປວາງລົງລະຫວ່າງໂຟລເດີ.
ການຊອກຫາທີ່ມີພະລັງເພີ່ມຂຶ້ນຢູ່ໃນໄຟລ໌ຂອງຂ້ອຍ
ເລືອກວ່າຈະຊອກຫາທຸກໄຟລ໌ ຫຼື ພຽງແຕ່ໄຟລ໌ຢູ່ໃນໂຟລເດີປັດຈຸບັນເທົ່ານັ້ນ. ທ່ານຍັງສາມາດເລືອກໄດ້ລະຫວ່າງການຊອກຫາຊື່ໄຟລ໌ເທົ່ານັ້ນ ຫຼື ການຊອກຫາຂໍ້ມູນໃນໄຟລ໌ເຊັ່ນ: ຂໍ້ຄວາມໃນເອກະສານ ຫຼື ຂໍ້ມູນຈຸດທີ່ຕັ້ງໃນຮູບ. ເມື່ອສຳເລັດການຊອກຫາຂອງທ່ານ, ທ່ານສາມາດແຍກຜົນຮັບຕາມຊື່, ວັນທີ, ຂະໜາດ ຫຼື ປະເພດໄຟລ໌ໄດ້.
ການເປັນຢູ່ທີ່ດີແບບດິຈິຕອລທີ່ອອກແບບໃໝ່
ກະດານໜ້າປັດໃໝ່ໃຫ້ລາຍລະອຽດການໃຊ້ທີ່ຈະແຈ້ງຂຶ້ນ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການເຂົ້າເຖິງຄຸນສົມບັດຕ່າງໆທີ່ທ່ານຕ້ອງການເຊັ່ນ: ການລາຍງານເຄື່ອງຕັ້ງເວລາຂອງແອັບ ແລະ ເວລາໜ້າຈໍ.
ຮັບເອົາຄຳແນະນຳໃນເວລາສຸກເສີນ
ກົດປຸ່ມດ້ານຂ້າງ 5 ຄັ້ງຢ່າງວ່ອງໄວເພື່ອໂທຫາການບໍລິການສຸກເສີນ, ເຖິງແມ່ນວ່າໂທລະສັບຂອງທ່ານຢູ່ໃນຖົງໂສ້ງ ຫຼື ທ່ານບໍ່ສາມາດເວົ້າໄດ້ກໍ່ຕາມ.
ລາຍຊື່ຜູ້ຕິດຕໍ່ກໍລະນີສຸກເສີນແບບປະສົມປະສານ
ສ້າງຜູ້ຕິດຕໍ່ສຸກເສີນທີ່ລວມມີຜູ້ຄົນທີ່ທ່ານຕ້ອງການຕິດຕໍ່ໃນກໍລະນີສຸກເສີນ. ລາຍຊື່ຜູ້ຕິດຕໍ່ທີ່ຄືກັນສາມາດຖືກໃຊ້ສຳລັບຄຸນສົມບັດກ່ຽວກັບເຫດສຸກເສີນໃນທັງໂມງ ແລະ ໂທລະສັບຂອງທ່ານ.
ສະແດງຊື່ແອັບໃນແຜງ Apps edge
ເປີດການສະແດງຊື່ແອັບເພື່ອເຮັດໃຫ້ຊື່ແອັບປາກົດຢູ່ດ້ານລຸ່ມຂອງໄອຄອນແອັບ.
ບາງແອັບຈຳເປັນຕ້ອງໄດ້ອັບເດດຕ່າງຫາກຫຼັງຈາກການອັບເກຣດ One UI 5.
ໝາຍເລກການຜະລິດ : G770FXXS6GVK1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-11-11
ລະດັບແກ້ໄຂຄວາມປອດໄພ : 2022-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6GVJ1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-10-24
ລະດັບແກ້ໄຂຄວາມປອດໄພ : 2022-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU6GVH6
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-09-13
ລະດັບແກ້ໄຂຄວາມປອດໄພ : 2022-09-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6GVH4
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-08-25
ລະດັບແກ້ໄຂຄວາມປອດໄພ : 2022-08-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6GVG1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-07-12
ລະດັບແກ້ໄຂຄວາມປອດໄພ : 2022-07-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6GVF1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-06-21
ລະດັບແກ້ໄຂຄວາມປອດໄພ : 2022-06-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6GVE2
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-05-20
ລະດັບແກ້ໄຂຄວາມປອດໄພ : 2022-05-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU6GVD1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-04-27
ລະດັບແກ້ໄຂຄວາມປອດໄພ : 2022-04-01
ການອັບເດດ One UI 4.1
One UI 4.1 ຈະໃຫ້ທ່ານໄດ້ຮັບຄຸນສົມບັດຫຼ້າສຸດສຳລັບອຸປະກອນ Galaxy ຂອງທ່ານ. ໃຊ້ງານງ່າຍຂຶ້ນ, ມ່ວນຊື່ນຫລາຍຂຶ້ນ, ປອດໄພຂຶ້ນ ແລະ ງ່າຍຂຶ້ນກວ່າເດີມ.
ກວດເບິ່ງການປ່ຽນແປງລຸ່ມນີ້.
ແກເລີຣີ
ເພີ່ມເອັບເຝັກຮູບເຄິ່ງຕົວ
ໃນຕອນນີ້, ທ່ານສາມາດເພີ່ມພື້ນຫຼັງທີ່ມົວໆໃສ່ຮູບໃດໜຶ່ງທີ່ມີບຸກຄົນຢູ່ໃນພາບ.
ໃຫ້ຄວາມສະຫວ່າງຄືນແກ່ຮູບເຄິ່ງຕົວ
ປັບແສງສະຫວ່າງສຳລັບຮູບເຄິ່ງຕົວ, ເຖິງແມ່ນວ່າທ່ານໄດ້ຖ່າຍພວກມັນແລ້ວກໍ່ຕາມ, ເພື່ອເຮັດໃຫ້ແນ່ໃຈວ່າທ່ານມີຮູບທີ່ສົມບູນແບບຢູ່ສະເໝີ.
ປ່ຽນຮູບຖ່າຍເຄື່ອນໄຫວທີ່ບໍ່ຈຳເປັນເປັນພາບນິ້ງ
ບັນທຶກພື້ນທີ່ຂອງບ່ອນເກັບຂໍ້ມູນໂດຍການປ່ຽນຮູບຖ່າຍເຄື່ອນໄຫວເປັນພາບນິ້ງ. ແກເລີຣີຈະແນະນຳຮູບໃນບ່ອນທີ່ການເຄື່ອນໄຫວບໍ່ຈຳເປັນ, ເຊັ່ນ: ເອກະສານ.
ແຊຣ໌ອາລະບໍາເປັນລິ້ງ
ບໍ່ຈຳເປັນຕ້ອງເຊີນແຕ່ລະຄົນໄປຍັງອາລະບຳທີ່ແຊຣ໌ອີກຕໍ່ໄປ. ພຽງແຕ່ສ້າງລິ້ງທີ່ສາມາດແຊຣ໌ກັບທຸກຄົນ, ເຖິງແມ່ນວ່າພວກເຂົາບໍ່ມີ Samsung account ຫຼື ອຸປະກອນ Galaxy ກໍ່ຕາມ.
ທຸກຄຳເຊີນຂອງທ່ານແມ່ນຢູ່ນຳກັນ
ຮັບຄຳເຊີນໄປຍັງອາລະບຳທີ່ແຊຣ໌ຢ່າງງ່າຍໆ, ເຖິງແມ່ນວ່າທ່ານບໍ່ເຫັນການແຈ້ງເຕືອນກໍ່ຕາມ. ຄຳເຊີນທີ່ທ່ານບໍ່ໄດ້ຕອບກັບຈະປາກົດຢູ່ດ້ານເທິງສຸດຂອງລາຍການອາລະບຳທີ່ແຊຣ໌ຂອງທ່ານ.
ສ້າງວິດີໂອແບບໜ່ວງເວລາ
ປ່ຽນຮູບເປັນວິດີໂອແບບໜ່ວງເວລາ 24 ຊົ່ວໂມງຢ່າງມີຊີວິດຊີວາ. ປຸ່ມຈະປາກົດຂຶ້ນສຳລັບຮູບພາບສາກ ເຊິ່ງລວມເຖິງທ້ອງຟ້າ, ພື້ນນ້ຳ, ພູເຂົາ ຫຼື ເມືອງ. ວິດີໂອຂອງທ່ານຈະປາກົດເໝືອນກັບມື້ໜຶ່ງເຕັມໆໄດ້ຜ່ານໄປແລ້ວ.
AR Zone
ການຕົກແຕ່ງເພີ່ມເຕີມສຳລັບສະຕິກເກີອິໂມຈິຂອງທ່ານ
ສະແດງຮູບແບບທີ່ເປັນເອກະລັກຂອງທ່ານເອງໂດຍການເພີ່ມ GIFs ຈາກ Tenor ເປັນການຕົກແຕ່ງສຳລັບສະຕິກເກີອິໂມຈິ AR ທີ່ທ່ານກຳນົດເອງໄດ້.
ສີພື້ນຫຼັງໃນໂໝດໜ້າກາກ
ຮັກສາໂຟກັສໃນອິໂມຈິ AR ໃນຂະນະທີ່ສວມໃສ່ມັນເປັນໜ້າກາກ. ເລືອກຫຼາກຫຼາຍສີເພື່ອໃຊ້ເປັນພື້ນຫຼັງຂອງທ່ານ.
Google Duo
ຕິດຕໍ່ພົວພັນກັນດ້ວຍການໂທວິດີໂອຄຸນນະພາບສູງ. One UI ນຳເອົາຄຸນສົມບັດພິເສດມາໃຫ້ທ່ານ.
ເຮັດຫຼາຍຂຶ້ນໃນລະຫວ່າງການໂທວິດີໂອ
ທ່ານສາມາດແຊຣ໌ໜ້າຈໍຂອງແອັບອື່ນຂະນະທີ່ການໂທວິດີໂອໃນ Google Duo. ເບິ່ງ YouTube ພ້ອມໆກັນ, ແຊຣ໌ຮູບ, ຄົ້ນຫາແຜນທີ່ ແລະ ອື່ນໆອີກ.
ເຂົ້າຮ່ວມການໂທວິດີໂອໃນໂໝດການນຳສະເໜີ
ໃນລະຫວ່າງການໂທວິດີໂອໃນໂທລະສັບຂອງທ່ານ, ທ່ານສາມາດ ເຂົ້າຮ່ວມການໂທດຽວກັນໃນແທັບເລັດຂອງທ່ານໃນໂໝດການນຳສະເໜີ. ໜ້າຈໍແທັບເລັດຂອງທ່ານຈະຖືກແຊຣ໌ກັບຜູ້ເຂົ້າຮ່ວມຄົນອື່ນ ໃນຂະນະທີ່ສຽງ ແລະ ວິດີໂອຈະຫຼິ້ນຕໍ່ໃນໂທລະສັບຂອງທ່ານ.
Samsung Health
ຮັບຂໍ້ມູນເລິກເຊິ່ງທີ່ລະອຽດຂຶ້ນກ່ຽວກັບສຸຂະພາບຂອງທ່ານ ແລະ ການຕິດຕາມການອອກກຳລັງກາຍເສີມໃນເວີຊັ່ນຫຼ້າສຸດຂອງ Samsung Health.
ຮັບຂໍ້ມູນເລິກເຊິ່ງກ່ຽວກັບອົງປະກອບຂອງຮ່າງກາຍທ່ານ
ຕັ້ງເປົ້າໝາຍສຳລັບນ້ຳໜັກ, ເປີເຊັນໄຂມັນໃນຮ່າງກາຍ ແລະ ມວນກ້າມຊີ້ນໂຄງກະດູກ. ທ່ານຈະໄດ້ຮັບເຄັດລັບເພື່ອບັນລຸເປົ້າໝາຍຂອງທ່ານ.
ສ້າງຄວາມເຄີຍຊີນໃນການນອນຫຼັບທີ່ດີຂຶ້ນ
ຕິດຕາມການນອນຫຼັບຂອງທ່ານ ແລະ ຮັບການຝຶກສອນໂດຍອີງຕາມຮູບແບບການນອນຫຼັບຂອງທ່ານ.
ການຕິດຕາມການອອກກໍາລັງກາຍເສີມ
ໃນ Galaxy Watch4 ຂອງທ່ານ, ທ່ານສາມາດຕັ້ງເປົ້າໝາຍການຝຶກແບບຊ່ວງໄລຍະເວລາກ່ອນທີ່ທ່ານຈະເລີ່ມແລ່ນ ຫຼື ຂີ່ລົດຖີບ. ທ່ານຈະໄດ້ຮັບລາຍງານໃນໂທລະສັບຂອງທ່ານ ເມື່ອທ່ານສຳເລັດ. ໂມງຂອງທ່ານຍັງໃຫ້ຂໍ້ມູນກ່ຽວກັບການສູນເສຍເຫື່ອເມື່ອທ່ານແລ່ນ ແລະ ການຟື້ນຕົວຂອງອັດຕາຫົວໃຈສຳລັບການອອກກຳລັງແບບແອໂຣບິກ.
Smart Switch
ໂອນຂໍ້ມູນການຕິດຕໍ່, ຮູບຖ່າຍ, ຂໍ້ຄວາມ ແລະ ການຕັ້ງຄ່າຈາກໂທລະສັບ ຫຼື ແທັບເລັດເຄື່ອງເກົ່າຫາ Galaxy ເຄື່ອງໃໝ່ຂອງທ່ານ. One UI 4.1 ໃຫ້ທ່ານໂອນຫຼາຍກວ່າເກົ່າ.
ທາງເລືອກການໂອນທີ່ຫຼາຍຂຶ້ນ
ທ່ານຈະມີ 3 ທາງເລືອກເມື່ອກຳລັງໂອນເນື້ອໃນໄປໃສ່ Galaxy ເຄື່ອງໃໝ່ຂອງທ່ານ. ທ່ານສາມາດເລືອກໂອນທຸກຢ່າງ, ໂອນພຽງບັນຊີ, ຂໍ້ມູນການຕິດຕໍ່, ການໂທ ແລະ ຂໍ້ຄວາມຂອງທ່ານ ຫຼື ໄປທີ່ກຳນົດເອງເພື່ອເລືອກສິ່ງທີ່ທ່ານຕ້ອງການໂອນແທ້ໆ.
SmartThings Find
ຊອກຫາໂທລະສັບ, ແທັບເລັດ, ຫູຟັງຂອງທ່ານ ແລະ ອື່ນໆອີກ ດ້ວຍ SmartThings Find.
ຮັບການແຈ້ງເຕືອນເມື່ອທ່ານຖິ້ມບາງຢ່າງໄວ້
ເຮັດໃຫ້ສິ່ງສູນເສຍເປັນເລື່ອງໃນອະດີດ. ທ່ານສາມາດເລືອກທີ່ຈະຮັບການແຈ້ງເຕືອນເມື່ອໃດກໍ່ຕາມທີ່ Galaxy SmartTag ໄກເກີນໄປທີ່ຈະເຊື່ອມຕໍ່ກັບໂທລະສັບຂອງທ່ານ.
ຊອກຫາອຸປະກອນທີ່ເສຍຮ່ວມກັນ
ທ່ານສາມາດແຊຣ໌ຈຸດທີ່ຕັ້ງອຸປະກອນຂອງທ່ານກັບຄົນອື່ນ. ຖ້າຫາກອຸປະກອນເສຍ, ທ່ານສາມາດຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ເພື່ອສະແກນຫາມັນໃນບໍລິເວນໃກ້ຄຽງ.
ການແຊຣ໌
One UI 4.1 ໃຫ້ທ່ານອີກຫຼາຍວິທີເພື່ອແຊຣ໌ກັບຄົນອື່ນ.
ແຊຣ໌ເຄືອຂ່າຍ Wi-Fi ຂອງທ່ານ
ໃຊ້ Quick Share ເພື່ອ ແຊຣ໌ເຄືອຂ່າຍ Wi-Fi ໃນປັດຈຸບັນຂອງທ່ານກັບຄົນອື່ນ. ບຸກຄົນທ່ານແຊຣ໌ນຳນັ້ນຈະສາມາດເຊື່ອມຕໍ່ ໂດຍບໍ່ຕ້ອງປ້ອນລະຫັດຜ່ານໂດຍອັດຕະໂນມັດ.
ລວມທັງປະຫວັດການແກ້ໄຂເມື່ອທ່ານແຊຣ໌ຮູບ ແລະ ວິດີໂອ
ເມື່ອທ່ານແຊຣ໌ຮູບ ແລະ ວິດີໂອ ດ້ວຍ Quick Share, ທ່ານສາມາດລວມເອົາປະຫວັດການແກ້ໄຂທີ່ສົມບູນ ເພື່ອທີ່ຜູ້ຮັບຈະສາມາດເຫັນສິ່ງທີ່ປ່ຽນແປງ ຫຼື ກັບຄືນຫາຕົ້ນສະບັບ.
ແຊຣ໌ເຄັດລັບກັບຄົນອື່ນ
ຊອກຫາບາງຢ່າງທີ່ມີປະໂຫຍດໃນແອັບເຄັດລັບ? ແຕະໄອຄອນແຊຣ໌ເພື່ອສົ່ງມັນຫາໝູ່ເພື່ອນ.
ຄຸນສົມບັດ ແລະ ການປັບປຸງເພີ່ມເຕີມ
ຈານສີ
ກຳນົດໂທລະສັບຂອງທ່ານເອງດ້ວຍສີທີ່ເປັນເອກະລັກໂດຍອີງຕາມວອລເປເປີຂອງທ່ານ. ໃນຕອນນີ້, ຈານສີທີ່ທ່ານກຳນົດຈະປາກົດໃນອີກຫຼາຍແອັບ, ລວມເຖິງແອັບທີ່ໃຫ້ບໍລິການໂດຍ Google.
ເພີ່ມອິໂມຈິໃສ່ປະຕິທິນຂອງທ່ານ
ນອກຈາກສະຕິກເກີແລ້ວ, ໃນຕອນນີ້ ທ່ານສາມາດເພີ່ມອິໂມຈິໃສ່ວັນທີໃນປະຕິທິນຂອງທ່ານ ເພື່ອສະແດງຄວາມຮູ້ສຶກຂອງທ່ານ.
ເລືອກແອັບເພື່ອການແກ້ໄຂຂໍ້ຄວາມໃນ ຄີບອດຊໍາຊຸງ
ເລືອກແອັບໃດທີ່ທ່ານຕ້ອງການຮັບການແກ້ໄຂຂໍ້ຄວາມໂດຍອັດຕະໂນມັດ. ເປີດມັນສຳລັບແອັບການຂຽນເພື່ອກວດກາການສະກົດຄຳ ແລະ ໄວຍະກອນ ແລະ ປິດມັນສຳລັບແອັບສົ່ງຂໍ້ຄວາມບ່ອນທີ່ທ່ານຕ້ອງການບໍ່ໃຫ້ເປັນທາງການຫຼາຍເກີນໄປ.
ຕົວເລືອກຄີບອດມີໃຫ້ກວ້າງຂວາງຫຼາຍຂຶ້ນ
ດຽວນີ້ແຜນຜັງຄີບອດ, ວິທີການປ້ອນຂໍ້ມູນ ແລະ ຄຸນສົມບັດສຳລັບພາສາສະເພາະແມ່ນມີໃຫ້ຢູ່ໃນພາກພື້ນຫລາຍຂຶ້ນ, ດັ່ງນັ້ນທ່ານສາມາດພິມໄດ້ງ່າຍຂຶ້ນບໍ່ວ່າທ່ານຈະຢູ່ໃສກໍ່ຕາມ. ທ່ານສາມາດສະຫຼັບກັບຄືນໄປຫາແຜນຜັງຜ່ານມາຂອງທ່ານໄດ້ຕະຫລອດໃນການຕັ້ງຄ່າ.
ກຳນົດຄວາມສົມດຸນສຽງຂອງທ່ານເອງ
ໃນການຕັ້ງຄ່າຄວາມສາມາດເຂົ້າໃຊ້, ທ່ານສາມາດປັບຄວາມສົມດຸນສຽງດ້ານຊ້າຍ/ຂວາສຳລັບອຸປະກອນທີ່ເຊື່ອມຕໍ່ ເຊັ່ນ: ລຳໂພງ ຫຼື ຫູຟັງ, ແຍກຈາກຄວາມສົມດຸນສຽງສຳລັບລຳໂພງຂອງໂທລະສັບທ່ານ. ສິ່ງນີ້ເຮັດໃຫ້ທ່ານສາມາດຮັບຄວາມສົມດຸນທີ່ສົມບູນແບບອອກຈາກຫູຟັງໂດຍບໍ່ກະທົບຕໍ່ສຽງໂທເຂົ້າ ແລະ ສຽງລຳໂພງຂອງທ່ານ.
ການດຳເນີນງານໃໝ່ສຳລັບ Bixby Routines
ໃນຕອນນີ້, ທ່ານສາມາດສ້າງວຽກປະຈຳທີ່ປ່ຽນແປງໜ້າໂມງຂອງທ່ານ ຫຼື ເປີດການຕັ້ງຄ່າຂັ້ນສູງ ເຊັ່ນ: ປ້ອງກັນແບັດເຕີຣີ.
ກຳນົດໜ່ວຍຄວາມຈຳສະເໝືອນຈິງຂອງທ່ານເອງ
ເລືອກຂະໜາດຂອງໜ່ວຍຄວາມຈຳສະເໝືອນຈິງສຳລັບໂທລະສັບຂອງທ່ານດ້ວຍ RAM Plus ໃນການດູແລອຸປະກອນ. ໃຊ້ຫຼາຍຂຶ້ນເພື່ອບູດສ໌ປະສິດທິພາບການເຮັດງານ ຫຼື ໃຊ້ໜ້ອຍລົງເພື່ອປະຢັດພື້ນທີ່ໃນບ່ອນເກັບຂໍ້ມູນ.
ການບໍລິການການເພີ່ມປະສິດທິພາບເກມ
ປະສິດທິພາບຂອງ CPU/GPU ໃນລະຫວ່າງໄລຍະເລີ່ມຕົ້ນຂອງການຫຼິ້ນເກມຈະບໍ່ຖືກຈຳກັດ. (ຄຸນສົມບັດການຈັດການປະສິດທິພາບອີງຕາມອຸນຫະພູມອຸປະກອນຈະຖືກຮັກສາໄວ້.) “ໂໝດການຈັດການປະສິດທິພາບຂອງເກມສຳຮອງ” ຢູ່ໃນ Game Booster ຈະຖືກສະໜອງໃຫ້ ແອັບພາກສ່ວນທີ 3 ທີ່ຈະຂ້າມການບໍລິການການເພີ່ມປະສິດທິພາບເກມຈະໄດ້ຮັບອະນຸຍາດ.
ບາງແອັບຈຳເປັນຕ້ອງໄດ້ຮັບການອັບເດດແຍກຕ່າງຫາກ ຫຼັງຈາກການອັບເດດ One UI 4.1.
ໝາຍເລກການຜະລິດ : G770FXXS6FVB7
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-03-09
ລະດັບແກ້ໄຂຄວາມປອດໄພ : 2022-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6FVA2
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-02-08
ລະດັບແກ້ໄຂຄວາມປອດໄພ : 2022-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6FVA1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-01-24
ລະດັບແກ້ໄຂຄວາມປອດໄພ : 2022-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS6FULA
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-01-06
ລະດັບແກ້ໄຂຄວາມປອດໄພ : 2021-12-01
One UI 4 ອັບເກຣດ (ແອນດຣອຍ 12)
One UI 4 ນຳເອົາຄຸນລັກສະນະ ແລະ ການປັບປຸງໃໝ່ຫຼາກຫຼາຍໃຫ້ກັບອຸປະກອນ Galaxy ຂອງທ່ານ. ໃຊ້ງານງ່າຍຂຶ້ນ, ມ່ວນຊື່ນຫລາຍຂຶ້ນ, ປອດໄພຂຶ້ນ ແລະ ງ່າຍຂຶ້ນກວ່າເດີມ.
ຈານສີ
ກຳນົດໂທລະສັບຂອງທ່ານເອງ ດ້ວຍສີທີ່ເປັນເອກະລັກ ອີງຕາມວອລເປເປີຂອງທ່ານ.
ຄວາມເປັນສ່ວນຕົວ
ຂໍ້ມູນການອະນຸຍາດໂດຍຫຍໍ້
ເບິ່ງໃນເວລາແຕ່ລະການອະນຸຍາດທີ່ລະອຽດອ່ອນໃນການເຂົ້າເຖິງແອັບ ເຊັ່ນວ່າ ຈຸດທີ່ຕັ້ງ, ກ້ອງຖ່າຍຮູບ ຫຼື ໄມໂຄຣໂຟນ ໃນການນຳໃຊ້ການອະນຸຍາດ.
ຕົວຊີ້ບອກກ້ອງຖ່າຍຮູບ ແລະ ໄມໂຄຣໂຟນ
ຈ້ຳເມັດສີຂຽວຈະປາກົດໃນແຈດ້ານຂວາເທິງສຸດຂອງໜ້າຈໍ ໃນເວລາແອັບໃດໜຶ່ງໃຊ້ ກ້ອງຖ່າຍຮູບ ຫຼື ໄມໂຄຣໂຟນ.
ຄີບອດຊໍາຊຸງ
ເຂົ້າໃຊ້ດ່ວນ ຫາ GIFs, ອີໂມຈິ ແລະ ສະຕິກເກີ
ເອົາ ອິໂມຈິ, GIFs ແລະ ສະຕິກເກີ ຂອງທ່ານໂດຍກົງຈາກ ຄີບອດ ດ້ວຍປຸ່ມດຽວ.
ການຈັບຄູ່ອິໂມຈິເຄື່ອນໄຫວ
ເອົາອິໂມຈິທັງສອງໂຮມເຂົ້າກັນ, ຈາກນັ້ນ ເພີ່ມການເຄື່ອນໄຫວເພື່ອຮັບເອົາຄວາມຮູ້ສຶກທີ່ແທ້ຈິງຂອງທ່ານ.
ຕົວຊ່ວຍການຂຽນ
ຮັກສາໄວຍາກອນ ແລະ ການສະກົດຄຳໃຫ້ຖືກຕ້ອງ ດ້ວຍຕົວຊ່ວຍການຂຽນອັນໃໝ່, ຂັບເຄື່ອນໂດຍ Grammarly (ອັງກິດເທົ່ານັ້ນ).
ໜ້າຈໍຫຼັກ
ການອອກແບບ ວິດເຈັດ ໃໝ່
ວິດເຈັດ ໄດ້ຖືກອອກແບບຄືນໃໝ່ເພື່ອໃຫ້ມີລັກສະນະງົດງາມກວ່າເດີມ, ພ້ອມກັບຂໍ້ມູນທີ່ເຫັນງ່າຍຂຶ້ນໂດຍຫຍໍ້ ແລະ ຮູບແບບທີ່ສອດຄ່ອງກັນຫລາຍຂຶ້ນ.
ການເລືອກ ວິດເຈັດ ທີ່ງ່າຍຂຶ້ນ
ເລື່ອນຜ່ານລາຍການວິດເຈັດຢ່າງວ່ອງໄວ ເພື່ອເບິ່ງມີຫຍັງແດ່ທີ່ພ້ອມໃຫ້ຈາກແຕ່ລະແອັບ. ນອກນັ້ນທ່ານຈະໄດ້ຮັບຄຳແນະນຳສຳລັບວິດເຈັດທີ່ມີປະໂຫຍດເພື່ອລອງໃຊ້.
ໜ້າຈຳລັອກ
ຟັງສິ່ງທີ່ທ່ານຕ້ອງການ
ສັບປ່ຽນເອົາພຸຕສຽງຈາກຫູຟັງ ໄປຍັງລຳໂພງຫາໂທລະສັບຂອງທ່ານ, ທັງໝົດຈາກໜ້າຈຳລັອກ.
ເຄື່ອງບັນທຶກສຽງ
ອັດບັນທຶກຄວາມຈໍາສຽງ ໂດຍບໍ່ຕ້ອງປົດລັອກໂທລະສັບຂອງທ່ານ.
ປະຕິທິນ ແລະ ກໍານົດເວລາ ໃນເທື່ອດຽວ
ກວດກາກຳນົດເວລາຂອງມື້ນີ້ ພ້ອມກັບປະຕິທິນຂອງທ່ານສຳລັບເດືອນທີ່ເຫຼືອຢູ່ເທິງ ໜ້າຈຳລັອກ.
ກ້ອງຖ່າຍຮູບ
ໂໝດຮູບຖ່າຍ ທີ່ຊັດເຈນຂຶ້ນ
ປຸ່ມຕົວປັບປຸງສາກຕ່າງໆ ປາກົດໃນໂໝດຮູບຖ່າຍ ເທົ່ານັ້ນຫາກມີແສງສະຫວ່າງຕ່ຳ ຫຼື ທ່ານສະແກນເອກະສານ.
ລະດັບການຊູມທີ່ຊັດເຈນຂຶ້ນ
ໄອຄອນ ເລນສ໌ ສະແດງລະດັບການຂະຫຍາຍ, ສະນັ້ນທ່ານຮູ້ວ່າທ່ານຊູມເຂົ້າຫລາຍທໍ່ໃດ.
ຖ່າຍ ວິດີໂອ ແບບໄວ
ໃນໂໝດຮູບຖ່າຍ, ທ່ານສາມາດສຳຜັດ ແລະ ກົດຄ້າງໄວ້ປຸ່ມ ຊັດເຕີ ເພື່ອເລີ່ມຕົ້ນ ບັນທຶກວິດີໂອແບບໄວ, ຈາກນັ້ນດຶງນິ້ວມືຂອງທ່ານໄປຫາໄອຄອນ ລັອກ ເພື່ອສືບຕໍ່ບັນທຶກໂດຍບໍ່ຕ້ອງກົດປຸ່ມ ຊັດເຕີ ລົງດົນໆ.
ການຖ່າຍຮູບແບບມືອາຊີບ
ລັກສະນະທີ່ຊັດແຈ້ງຂຶ້ນ ໃນ ໂໝດ ແບບມືອາຊີບ ຊ່ວຍໃຫ້ທ່ານໂຟກັສໃສ່ການຖ່າຍຮູບ ແລະ ຕົວບົ່ງຊີ້ລະດັບໃໝ່ທີ່ຊ່ວຍໃຫ້ທ່ານມີການຖ່າຍຮູບທີ່ສົມດຸນຢ່າງຕໍ່ເນື່ອງ.
ແກເລີຣີ
ເລື່ອງລາວທີ່ປັບປຸງ
ເພີດເພີນກັບ ວິດີໂອ ຮາຍໄລ້ທີ່ສ້າງຂຶ້ນຢ່າງອັດຕະໂນມັດດ້ວຍການແຕະຕົວຢ່າງຢູ່ດ້ານເທິງຂອງວິດີໂອແຕ່ລະເລື່ອງ. ທ່ານຍັງສາມາດຄົ້ນຫາ ຮູບ ໃນ ເລື່ອງ ລາວຂອງທ່ານທີ່ໄດ້ຖ່າຍໄວ້ໃນມຸມມອງ ແຜນທີ່ ໃໝ່.
ອາລະບໍາທີ່ງ່າຍຂຶ້ນ
ແຍກ ອາລະບໍາຕາມ ຮູບ ແລະ ວິດີໂອທີ່ມີ. ຮູບ ພາບໜ້າປົກຍັງປາກົດຢູ່ດ້ານເທິງຂອງໜ້າຈໍ ເມື່ອທ່ານເບິ່ງ ອາລະບໍາ.
ການຄວບຄຸມຂໍ້ມູນຫລາຍຂຶ້ນ
ປ່ຽນແປງ ຫຼື ລຶບວັນທີ, ເວລາ ແລະ ຈຸດທີ່ຕັ້ງ ຂອງຮູບ ແລະ ວິດີໂອເພື່ອການແກ້ໄຂ ຫຼື ການຮັກສາມັນເປັນສ່ວນຕົວ.
ຮູບຖ່າຍ ແລະ ຕົວແກ້ໄຂວິດີໂອ
ອິໂມຈິ ແລະ ສະຕິກເກີ
ໃຊ້ອິໂມຈິເພື່ອປົກປິດໃບໜ້າຂອງເພື່ອນຂີ້ອາຍ ຫຼື ເພີ່ມສະຕິກເກີເພື່ອ ສ້າງ ຮູບ ແລະ ວິດີໂອ ທີ່ສະໜຸກສະໜານ.
ວິດີໂອ ແບບແປະຕິດກັນ
ສ້າງພາບຕໍ່ກັນທີ່ເຄື່ອນໄຫວໄດ້ ເຊິ່ງລວມທັງຮູບ, ວິດີໂອ, ຫຼື ທັງສອງຢ່າງລວມກັນ.
ການຄວບຄຸມແສງ
ຄຸນສົມບັດ ຄວາມສົມດຸນແສງ ຊ່ວຍທ່ານດຶງລາຍລະອຽດຈາກຮູບຖ່າຍທີ່ແສງບໍ່ພໍ ເພື່ອເຮັດໃຫ້ໄດ້ຮູບງາມ.
ມ້ວນໄຮໄລ້
ພຽງເລືອກ ຕີມ ແລະ AI ຈະ ເພີ່ມ ເພງ ແລະການປ່ຽນໄປຫາ ວິດີໂອ ໄຮໄລ້ ຂອງທ່ານຢ່າງອັດຕະໂນມັດ.
ຈະບໍ່ສູນເສຍຕົ້ນສະບັບ
ຕອນນີ້ທ່ານສາມາດເອົາທັງຮູບ ແລະ ວິດີໂອປີ້ນກັບຄືນຫາເວີຊັນຕົ້ນສະບັບຂອງພວກມັນຫລັງຈາກບັນທຶກໄວ້ແລ້ວ, ຫຼື ບັນທຶກ ພວກມັນເປັນແບບ ກັອບປີ້ ເພື່ອຮັກສາທັງເວີຊັ່ນຕົ້ນສະບັບ ແລະ ເວີຊັ່ນທີ່ແກ້ໄຂ.
ອິໂມຈິ AR
ເຮັດໃຫ້ ໂປຣໄຟລ໌ ຂອງທ່ານໜ້າສົນໃຈຂຶ້ນ
ໃຊ້ ອິໂມຈິ AR ເປັນ ຮູບ ໂປຣໄຟລ໌ ໃນບັນຊີ ຜູ້ຕິດຕໍ່ ແລະ Samsung account.
ສະຕິກເກີໃບໜ້າ
ທຳທ່າເປັນອິໂມຈິຂອງທ່ານດ້ວຍ ສະຕິກເກີ ໃໝ່ ສຳລັບໃບໜ້າອິໂມຈິຂອງທ່ານ.
ເຕັ້ນໃຫ້ມ່ວນໝົດຄືນ
ເຮັດໃຫ້ ອິໂມຈິ ຂອງທ່ານ ເຕັ້ນ ກັບໝວດທ່າເຕັ້ນ 10 ທ່າທີ່ແຕກຕ່າງກັນ ລວມມີ #ມ່ວນຊື່ນ, #ເປັນຕາຮັກ, #ງານກິນລ້ຽງ.
ອອກແບບເຄື່ອງນຸ່ງຂອງທ່ານເອງ
ໃຊ້ການ ແຕ້ມ ຂອງທ່ານເອງ ເພື່ອ ສ້າງ ເຄື່ອງນຸ່ງທີ່ເປັນເອກະລັກສຳລັບ ອິໂມຈິ AR ຂອງທ່ານ.
ການແຊຣ໌
ການກຳນົດເອງເພີ່ມເຕີມ
ກຳນົດລາຍການ ແອັບ ເອງທີ່ ປາກົດຂຶ້ນ ເມື່ອທ່ານ ແບ່ງປັນເນື້ອຫາ ເພື່ອເອົາສິ່ງຮົກເຮື້ອອອກໄປ ແລະ ໂຟກັສພຽງແອັບທ່ານໃຊ້ເປັນປະຈຳເທົ່ານັ້ນ.
ການກໍານົດທິດທາງ ທີ່ງ່າຍຂຶ້ນ
ປັດໄປທາງຊ້າຍ ຫຼື ຂວາເພື່ອເລື່ອນຜ່ານ ແອັບ ແລະ ຜູ້ຕິດຕໍ່ ເມື່ອທ່ານ ແຊຣ໌.
ການ ແຊຣ໌ ຮູບຖ່າຍ
ເມື່ອທ່ານ ແຊຣ໌ ຮູບ ທີ່ອອກຈາກຈຸດໂຟກັສ ຫລື ບໍ່ຢູ່ໃນຂອບເທົ່າທີ່ຄວນ, ພວກເຮົາຈະແຈ້ງໃຫ້ທ່ານຮູ້ ແລະ ໃຫ້ຄຳແນະນຳແກ່ທ່ານເພື່ອແກ້ໄຂມັນ.
ປະຕິທິນ
ເພີ່ມ ເຫດການ ແບບໄວ
ຕ້ອງການ ເພີ່ມ ບາງຢ່າງຫາ ປະຕິທິນ ຂອງທ່ານຢ່າງວ່ອງໄວບໍ? ພຽງແຕ່ປ້ອນຊື່ເຂົ້າໄປ ແລະ ທ່ານກໍສຳເລັດ.
ກູ້ ເຫດການ ທີ່ ລຶບ ແລ້ວຄືນມາ
ເຫດການ ທີ່ທ່ານ ລຶບ ຈະຢູ່ໃນ ຖັງຂີ້ເຫຍື້ອ 30 ວັນ.
ແຊຣ໌ ກັບຄົນອື່ນ
ດຽວນີ້ ແຊຣ໌ ປະຕິທິນ ຂອງທ່ານກັບຜູ້ໃຊ້ Galaxy ຄົນອື່ນ ກໍ່ງ່າຍຂຶ້ນ.
Samsung Internet
ຊອກຫາ ຈາກ ໜ້າຈໍຫຼັກ
ວິດເຈັດການຊອກຫາຕົວໃໝ່ຊ່ວຍໃຫ້ທ່ານຊອກຫາສິ່ງທີ່ທ່ານກຳລັງຊອກຫາ ໄດ້ທັນທີຈາກ ໜ້າຈໍຫຼັກ.
ເລີ່ມຕົ້ນ ໃນ ໂໝດຄວາມລັບ
Samsung Internet ຈະ ເລີ່ມຕົ້ນ ໃນ ໂໝດຄວາມລັບ ໂດຍອັດຕະໂນມັດ ຫາກທ່ານໃຊ້ ໂໝດຄວາມລັບ ລະຫວ່າງການທ່ອງເວັບຫຼ້າສຸດ.
ການດູແລອຸປະກອນ
ແບັດເຕີຣີ ແລະ ຄວາມປອດໄພ ໂດຍຫຍໍ້
ບັນຫາ ແບັດເຕີຣີ ແລະ ຄວາມປອດໄພ ຈະປາກົດທັນທີໃນໜ້າຈໍຫລັກເພື່ອໃຫ້ທ່ານສາມາດແກ້ໄຂບັນຫາໄດ້ຢ່າງວ່ອງໄວ.
ເຂົ້າໃຈສະຖານະໂດຍລວມຂອງ ໂທລະສັບ
ສະຖານະໂດຍລວມຂອງ ໂທລະສັບ ທ່ານຈະສະແດງເປັນອິໂມຈິ, ເພື່ອໃຫ້ທ່ານສາມາດເຂົ້າໃຈໄດ້ທັນທີ.
ກວດກາວິນິໄສ
ເຂົ້າເຖິງ ການວິນິໄສ ຂອງ Samsung Members ຈາກ ການດູແລອຸປະກອນ. ລອງການທົດສອບເພື່ອ ການວິນິໄສ ເພື່ອໃຫ້ຮູ້ວ່າ ໂທລະສັບ ຂອງທ່ານມີບັນຫາ ແລະ ຮັບຄຳແນະນຳເພື່ອການແກ້ໄຂບັນຫາເຫລົ່ານັ້ນ.
Samsung Health
ການອອກແບບໃໝ່ທັງໝົດ
ທຸກສິ່ງທຸກຢ່າງທີ່ທ່ານຕ້ອງການແມ່ນເຂົ້າຫາໄດ້ງ່າຍດ້ວຍ ແທັບທັງສີ່ດ້ານລຸ່ມສຸດຂອງໜ້າຈໍ.
ໜ້າຂອງຂ້ອຍ
ເອົາ ການສັງລວມຂອງສະຖິຕິດ້ານ ສຸຂະພາບ, ຄວາມສຳເລັດ, ຜົນງານທີ່ ດີທີ່ສຸດສ່ວນຕົວ ແລະ ຄວາມຄືບໜ້າຂອງທ່ານໃນແທັບ ໜ້າຂອງຂ້ອຍ.
ທ້າທາຍເພື່ອນຂອງທ່ານ
ເລີ່ມຕົ້ນຄວາມທ້າທາຍຮ່ວມກັນແມ່ນງ່າຍກວ່າທີ່ເຄີຍມີມາ. ເຊີນ ຊວນເພື່ອນໆ ດ້ວຍການສົ່ງລິ້ງ.
Bixby Routines
ເງື່ອນໄຂເພີ່ມເຕີມ
ເລີ່ມຕົ້ນ ວຽກປະຈຳ ໃນເວລາລົມໂທລະສັບ, ເມື່ອ ການແຈ້ງເຕືອນ ບາງຢ່າງສົ່ງມາ ແລະ ອື່ນໆອີກ.
ຄວາມສາມາດເພີ່ມເຕີມ
ເປີດການທຳງານຂອງຂະບວນການທຳງານແລະຄຸນສົມບັດອື່ນໆທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນດ້ວຍ ວຽກປະຈຳ.
ຄວບຄຸມໄດ້ຫລາຍຂຶ້ນ
ລຽງລຳດັບການທຳງານໃໝ່ດ້ວຍການສຳຜັດແລະຈຶ້ງໄວ້. ໄດ້ເພີ່ມ ຕົວເລືອກຂັ້ນສູງ ເພື່ອໃຫ້ທ່ານລໍຖ້າກ່ອນ ເລີ່ມຕົ້ນ ການກະທຳໜຶ່ງ, ຢືນຢັນ ການກະທຳ ແລະ ອື່ນໆອີກ.
ຄວາມສາມາດເຂົ້າໃຊ້
ພ້ອມຕະຫຼອດເວລາເມື່ອທ່ານຕ້ອງການມັນ
ເຂົ້າເຖິງ ຄຸນສົມບັດຄວາມສາມາດເຂົ້າໃຊ້ວ່ອງໄວຍິ່ງຂຶ້ນ ດ້ວຍປຸ່ມລອຍ ທີ່ມີພ້ອມໃຫ້ຕະຫລອດເວລາ.
ທ່າ ທາງການທຳງານຂອງເມົ້າ
ດຳເນີນການທຳງານວ່ອງໄວຂຶ້ນດ້ວຍການ ຍ້າຍ ລູກສອນຂອງເມົ້າ ໄປຫາໜຶ່ງໃນ 4 ມຸມຂອງໜ້າຈໍ.
ປັບປ່ຽນໜ້າຈໍຂອງທ່ານທັນທີ
ປັບປ່ຽນ ຄວາມຄົມຊັດ ແລະ ຂະໜາດໃນເວລາດຽວກັນກັບໂໝດ ຈໍສະແດງຜົນ ທີ່ ກຳນົດເອງ (ຄວາມຄົມຊັດ ສູງ ຫຼື ຈໍສະແດງຜົນ ໃຫ່ຍ).
ສະບາຍຕໍ່ຕາ
ທ່ານສາມາດຫຼຸດຜ່ອນຄວາມໂປ່ງໃສ ຫຼື ຂຸ່ນມົວໄດ້ເພື່ອຮັກສາສາຍຕາຂອງທ່ານໃຫ້ມີຄວາມສະບາຍ.
ໜ້າຈໍມືດລົງ ພິເສດ
ເປີດການໃຊ້ງານ ການຫຼຸດຜ່ອນແສງພິເສດ ເພື່ອຄວາມສະບາຍ ເພີ່ມເຕີມ ໃນເວລາອ່ານໃນຄວາມມືດ.
ຄຸນສົມບັດແລະການປັບປຸງ ເພີ່ມເຕີມ
Always On Display ທີ່ດີກວ່າເດີມ
ຕັ້ງຄ່າ ໃສ່ Always On Display ເພື່ອເປີດການໃຊ້ງານ ທຸກຄັ້ງທີ່ທ່ານໄດ້ຮັບ ການແຈ້ງເຕືອນ.
ໂໝດມືດ ທີ່ປັບປຸງ
ໂໝດມືດ ດຽວນີ້ ເຮັດໃຫ້ ໃນ ວອລເປເປີ ແລະ ໄອຄອນ ຈາງລົງ ຢ່າງອັດຕະໂນມັດ. ພາບປະກອບໃນ Samsung apps ດຽວນີ້ ມີເວີຊັນ ໂໝດມືດ ກັບ ສີ ມືດ.
ເມນູຄວາມປອດໄພ ແລະ ສຸກເສີນ
ເມນູ ຄວາມປອດໄພ ແລະ ສຸກເສີນອັນໃໝ່ໃນ ການຕັ້ງຄ່າ ພາໃຫ້ທ່ານຈັດການກັບບັນຊີ ຜູ້ຕິດຕໍ່ ສຸກເສີນ ແລະ ຂໍ້ມູນຄວາມປອດໄພທັງໝົດຂອງທ່ານໃນບ່ອນດຽວ.
ເບິ່ງຢ່າງລະມັດລະວັງບົນທ້ອງຖະໜົນ
ຈໍພາບການຂັບຂີ່ ໃໝ່ ການມີສຸຂະພາບດີແບບດິຈິຕອລ ທຳການຕິດຕາມຕໍ່ເນື່ອງເມື່ອທ່ານໃຊ້ ໂທລະສັບ ຂອງທ່ານຂະນະທີ່ຂັບຂີ່.
ຂ້າມໄປ ໂມງປຸກ ໄດ້ ຄັ້ງດຽວ
ທ່ານສາມາດ ປິດ ໂມງປຸກ ໄດ້ພຽງຄັ້ງດຽວເທົ່ານັ້ນ. ມັນຈະ ກັບຄືນ ຢ່າງອັດຕະໂນມັດຫຼັງຕາຖືກເວັ້ນໄປ.
ປ່ຽນຈາກ ຂໍ້ຄວາມ ມາເປັນການໂທ
ແຕະຊື່ຂອງບຸກຄົນຢູ່ດ້ານເທິງສຸດຂອງການສົນທະນາ ເພື່ອເບິ່ງລາຍລະອຽດຂອງພວກເຂົາ ຫຼື ເລີ່ມຕົ້ນໂທວິດີໂອ ຫລື ໂທສຽງ.
ບາງ ແອັບ ຈຳເປັນຕ້ອງໄດ້ ອັບເດດ ຕ່າງຫາກຫຼັງຈາກການອັບເກຣດ One UI 4.
ໝາຍເລກການຜະລິດ : G770FXXS6EUK1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-11-16
ລະດັບແກ້ໄຂຄວາມປອດໄພ : 2021-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU6EUJ3
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-10-25
ລະດັບແກ້ໄຂຄວາມປອດໄພ : 2021-10-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
ໝາຍເລກການຜະລິດ : G770FXXS6EUH5
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-09-03
ລະດັບແກ້ໄຂຄວາມປອດໄພ : 2021-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS5EUG5
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-08-06
ລະດັບແກ້ໄຂຄວາມປອດໄພ : 2021-08-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS4EUF6
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-07-09
ລະດັບແກ້ໄຂຄວາມປອດໄພ : 2021-07-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU4EUF1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-06-10
ລະດັບແກ້ໄຂຄວາມປອດໄພ : 2021-06-01
• ການແຊຣ໌ດ່ວນ ທີ່ໄດ້ຮັບການປັບປຸງ
- ປັບປຸງການ ແຊຣ໌ ໄຟ່ລ໌ລະຫວ່າງ ອຸປະກອນ Galaxy ໂດຍໃຊ້ ການແຊຣ໌ດ່ວນ.
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS4EUE3
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-05-20
ລະດັບແກ້ໄຂຄວາມປອດໄພ : 2021-05-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS4EUC1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-04-02
ລະດັບແກ້ໄຂຄວາມປອດໄພ : 2021-04-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU4EUBA
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-03-01
ລະດັບແກ້ໄຂຄວາມປອດໄພ : 2021-03-01
ປະຕິທິນ
- ແຍກອອກ ວັນທີ ແລະ ທີ່ຢູ່ຈາກ ຊື່ ເຫດການ ແລະ ແນະນຳ ການລົງທະບຽນອັດຕະໂນມັດ.
- ຮັບ ການແຈ້ງເຕືອນ ຈາກ ອຸປະກອນ SmartThings ເຊິ່ງໄດ້ມີ ການແຈ້ງເຕືອນ ດ້ານ ກຳນົດເວລາ ສະເພາະ.
ກ້ອງຖ່າຍຮູບ
- ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
ສະແດງ
- ໄດ້ເພີ່ມຟັງຄ໌ຊັນ ເຄື່ອງບັງໃຫ້ສະບາຍຕາ.
- ອຸນຫະພູມ ສີ ຂອງ ໜ້າຈໍ ປັບ ສຳລັບ ເວລາຂອງ ວັນ ໂດຍອັດຕະໂນມັດ.
ການສັບປ່ຽນຫູຟັງ ອັດຕະໂນມັດ
- ຮອງຮັບ ການສັບປ່ຽນຫູຟັງ ອັດຕະໂນມັດ ລະຫວ່າງ ໂທລະສັບ ແລະ ແທັບເລັດ Galaxy.
ເຕືອນ
- ແຍກອອກ ວັນທີ ແລະ ທີ່ຢູ່ຈາກ ບັນທຶກຄວາມຈໍາ ການເຕືອນ ແລະ ແນະນຳໃຫ້ ລົງທະບຽນ ອັດຕະໂນມັດ ແລະ ເຕືອນ ຂໍ້ມູນສຳຄັນຕາມສະພາບການ.
ແຊຣ໌ ແຜ່ນງານ
- ຕອນນີ້ທ່ານສາມາດປົກປ້ອງຄວາມເປັນສ່ວນຕົວຂອງທ່ານໂດຍການ ລຶບ ຂໍ້ມູນ ຈຸດທີ່ຕັ້ງ ຂອງຮູບທີ່ຖ່າຍກ່ອນໜ້ານີ້ ກ່ອນທີ່ຈະ ແຊຣ໌ ຫລື ໂພສ ລົງໃນ ໂຊໂຊ ມີເດຍ.
ເຟລດຟອມໂຊໂຊ
- ຊິງຄ໌ ລິ້ງ ທີ່ຖືກຕ້ອງ ທີ່ ສ້າງ ຂຶ້ນໃນ ອຸປະກອນ ດ້ວຍບັນຊີ Samsung account ທີ່ ລົງທະບຽນ ດຽວກັນ.
- ການໃຊ້ ການບໍລິການ ໂຊໂຊ ມີເດຍ ຖືກເຮັດໃຫ້ງ່າຍຂຶ້ນ. ເປັນໄປໄດ້ທີ່ຈະ ແຊຣ໌ ືໂປຣໄຟລ໌, ຮູບຖ່າຍ, ໝາຍເຫດ, ກໍານົດເວລາ ແລະ ເພີ່ມເຕີມ ກັບເພື່ອນໆຢ່າງງ່າຍໆໂດຍການ ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ.
ເຄື່ອງຕັດຕໍ່ຮູບ
- ໄດ້ເພີ່ມຄຸນສົມບັດການ ລຶບ ວັດຖູ ໃນ ແລັບ ໃນ ຢາງລຶບວັດຖຸ.
- ການໃຊ້ ລຶບ ວັດຖຸ ອະນຸຍາດທ່ານ ລຶບ ວັດຖຸໃດໜຶ່ງ ທີ່ທ່ານຕ້ອງການໃນ ຮູບຖ່າຍ.
ໝາຍເລກການຜະລິດ : G770FXXS4DUA2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-02-09
ລະດັບແກ້ໄຂຄວາມປອດໄພ : 2021-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU3DTL1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2020-12-22
ລະດັບແກ້ໄຂຄວາມປອດໄພ : 2020-12-01
One UI 3 ອັບເກຣດ (ແອນດຣອຍ 11)
One UI 3 ໄດ້ຮັບການອອກແບບເພື່ອຊ່ວຍເຫຼືອທ່ານໃຫ້ເລັງໃສ່ສິ່ງທີ່ສຳຄັນ. ການອອກແບບຮູບຊົງຂອງພວກເຮົາໄດ້ປັບບ່ອນທີ່ທ່ານເຂົ້າໄປເປັນປະຈຳເຊັ່ນ: ໜ້າຈໍຫຼັກ ແລະ ແຜງດ່ວນເພື່ອຫຼຸດຜ່ອນການລົບກວນ, ເນັ້ນຂໍ້ມູນສຳຄັນ ແລະ ເຮັດໃຫ້ປະສົບການຂອງທ່ານຄົງທີ່ກວ່າເກົ່າ. ການປັບປຸງປະສິດທິພາບຈະຊ່ວຍແອັບເຮັດວຽກໄດ້ໄວຂຶ້ນໃນຂະນະທີ່ໃຊ້ພະລັງງານແບັດເຕີຣີໜ້ອຍລົງ. ແລະ One UI 3 ໃສ່ພະລັງການຄວບຄຸມໃນມືຂອງທ່ານພ້ອມກັບການຄວບຄຸມຄວາມເປັນສ່ວນຕົວ, ການອະນຸຍາດຄັ້ງດຽວ ແລະ ການເປັນຢູ່ທີ່ດີແບບດິຈິຕອລທີ່ໄດ້ຮັບການປັບປຸງ.
ເລື່ອນລົງເພື່ອເບິ່ງລາຍການການປ່ຽນແປງຄົບຊຸດ.
ການອອກແບບຮູບຊົງ
ພວກເຮົາໄດ້ປັນປຸງຮູບຮ່າງ ແລະ ການສຳຜັດຂອງ One UI 3 ສົດໆຮ້ອນໆໃນຫຼາຍຮູບແບບ, ທັງໃຫຍ່ ແລະ ນ້ອຍ, ຈາກໄອຄອນທີ່ໃໝ່ອ່ຽມ ແລະ ສະໝ່ຳສະເໝີມາເປັນການຈັດລະບຽບເຄື່ອງຈັດ ແຜງດ່ວນ ແລະ ການແຈ້ງເຕືອນອັດສະລິຍະ. ການເຄື່ອນໄຫວທີ່ນຸ່ມນວນ ແລະ ເປັນທຳມາຊາດກວ່າທີ່ເຄີຍກັບພາບການເຄື່ອນໄຫວທີ່ໄດ້ຮັບການປັບປຸງ ແລະ ການຕອບກັບແບບສຳຜັດສຳລັບການໂຕ້ຕອບທົ່ວໄປ. ແລະ ອິນເຕີເຟສຕອບສະໜອງການສຳຜັດຕໍ່ຂະໜາດໜ້າຈໍທີ່ແຕກຕ່າງກັນເພື່ອມອບປະສົບການທີ່ດີທີ່ສຸດໃນອຸປະກອນໃດໜຶ່ງໃຫ້ບໍ່ວ່າຈະເປັນໂທລະສັບ, ໂທລະສັບແບບພັບໄດ້ ຫຼື ແທັບເລັດ.
ປະສິດທິພາບທີ່ໄດ້ຮັບການປັບປຸງ
ພວກເຮົາໄດ້ເພີ່ມປະສີດທິພາບ One UI 3 ດ້ວຍການຈັດສັນໜ່ວຍຄວາມຈຳແບບໄດນາມິກທີ່ໄດ້ຮັບການປັບປຸງ, ດັ່ງນັ້ນແອັບຈຶ່ງແລ່ນໄດ້ໄວຂຶ້ນ ແລະ ເຮັດວຽກໄດ້ດີຂຶ້ນ. ນອກນັ້ນພວກເຮົາຍັງໄດ້ຈຳກັດກິດຈະກຳໃນພື້ນຫຼັງເພື່ອເພີ່ມປະສິດທິພາບ ແລະ ການນຳໃຊ້ພະລັງງານໃຫ້ດີຂຶ້ນ.
ການປັບແຕ່ງດີຂຶ້ນ
• ມີການເພີ່ມໝວດຮູບພາບໃໝ່ໃສ່ໜ້າຈໍລັອກແບບໄດນາມິກ ແລະ ທ່ານສາມາດເລືອກໄດ້ເຖິງ 5 ໝວດພ້ອມກັນ.
• ໃນໜ້າຈຳລັອກ, ທ່ານສາມາດເພີ່ມວິດເຈັດເພື່ອກວດເບິ່ງເວລາການໃຊ້ຂອງທ່ານໄດ້.
• ເບິ່ງຕົວຢ່າງແບບໂຕ້ຕອບເມື່ອຕັ້ງຄ່າວອລເປເປີ.
• ການຈັດໜ້າຈໍ Always On Display ແລະ ໜ້າຈຳລັອກເຮັດໄດ້ງ່າຍກວ່າເກົ່າ.
• ເພີ່ມພື້ນຫຼັງການໂທເພື່ອເບິ່ງຮູບ ຫຼື ວິດີໂອເມື່ອທ່ານໂທອອກ ຫຼື ຮັບໂທລະສັບ.
• ຢູ່ໃນ Samsung ອິນເຕີເນັດ, ທ່ານສາມາດຈັດອັນດັບຄືນໃໝ່ ແລະ ລັອກແທັບໄດ້.
• Bixby Routines ມີການຄວາມຄຸມຫຼາຍກວ່າເພື່ອຊ່ວຍເຮັດໃຫ້ຊີວິດຂອງທ່ານດຳເນີນໄປຢ່າງອັດຕະໂນມັດ.
• ໄອຄອນໃໝ່ ແລະ ວິດເຈັດໜ້າຈຳລັອກເຮັດໃຫ້ມັນຊອກຫາ ແລະ ຄວບຄຸມວຽກປະຈຳຂອງທ່ານໄດ້ງ່າຍຂຶ້ນ.
• ໃຊ້ການເປັນຢູ່ທີ່ດີແບບດິຈິຕອລກັບໂປຣໄຟລ໌ສ່ວນຕົວ ແລະ ໂປຣໄຟລ໌ວຽກທີ່ແຍກອອກຈາກກັນ.
ຄຸນສົມບັດປັບປຸງແລ້ວ
ໜ້າຈໍຫຼັກ ແລະ ໜ້າຈໍລັອກ
• ເພີ່ມວິດເຈັດດ້ວຍການສຳຜັດແອັບຄ້າງໄວ້ໃນໜ້າຈໍຫຼັກ.
• ມອດໜ້າຈໍດ້ວຍການແຕະເທິງພື້ນທີ່ຫວ່າງໃນໜ້າຈໍຫຼັກ ຫຼື ໜ້າຈໍລັອກສອງເທື່ອຊ້ອນ. (ຕັ້ງມັນຢູ່ໃນການຕັ້ງຄ່າ > ຄຸນສົມບັດຂັ້ນສູງ > ການເຄື່ອນໄຫວ ແລະທ່າທາງ.)
• ໃນໜ້າຈໍລັອກ, ເຕາະບໍລິເວນໂມງເພື່ອເບິ່ງວິດເຈັດເຊັ່ນ: ປະຕິທິນ, ອາກາດ ແລະ ເພງ.
ໂທ ແລະ ແຊັດ
• ເບິ່ງການສົນທະນາຢູ່ໃນແຜງການແຈ້ງເຕືອນແຍກຕ່່າງຫາກ. ໃຊ້ໄດ້ກັບຂໍ້ຄວາມ ແລະ ແອັບແຊັດທີ່ທ່ານມັກ.
• ເອົາຜູ້ຕິດຕໍ່ທີ່ຊ້ຳກັນທີ່ເກັບໄວ້ຢູ່ໃນບັນຊືດຽວກັນຢູ່ໃນຜູ້ຕິດຕໍ່ອອກໄປໄດ້ງ່າຍໆ. ໄລຍະເວລາຂອງບ່ອນເກັບຂໍ້ມູນສຳລັບຜູ້ຕິດຕໍ່ທີ່ຖືກລຶບໄດ້ຕໍ່ຈາກ 15 ວັນເປັນ 30 ວັນ.
• ໄດ້ເພີ່ມຄວາມສາມາດໃນການ ແກ້ໄຂ ຫລາຍ ຜູ້ຕິດຕໍ່ ທີ່ເຊື່ອມໂຍງຈາກໜ້າຈໍດຽວ.
• ເພີ່ມຖັງຂີ້ເຫຍື້ອຢູ່ໃນຂໍ້ຄວາມແລ້ວເພື່ອໃຫ້ຂໍ້ຄວາມທີ່ຖືກລຶບໄປເມື່ອບໍ່ດົນມານີ້ໄດ້ຮັບການເກັບໄວ້ເປັນເວລາ 30 ວັນ.
ຮູບ ແລະ ວິດີໂອ
• ຖ່າຍຮູບໄວກວ່າເກົ່າດ້ວຍໂຟກັສອັດຕະໂນມັດທີ່ໄດ້ຮັບການປັບປຸງ ແລະ ຮູຮັບແສງອັດຕະໂນມັດ.
• ເບິ່ງ, ແກ້ໄຂ ແລະ ແຊຣ໌ຮູບ ແລະ ວິດີໂອໄດ້ງ່າຍຂຶ້ນຈາກແກເລີຣີ.
• ຊອກຫາຮູບ ແລະ ວິດີໂອໄດ້ໄວກວ່າເກົ່າດ້ວຍຄຸນສົມບັດຊອກຫາ ແລະ ໝວດໝູ່ໃໝ່ຢູ່ໃນແກເລີຣີ.
• ປີ້ນຮູບພາບທີ່ແກ້ໄຂແລ້ວກັບຄືນເປັນເວີຊັນດັ້ງເດີມໄດ້ທຸກເວລາ, ເຖິງແມ່ນວ່າຫຼັງຈາກໄດ້ບັນທຶກພວກມັນໄວ້ແລ້ວ, ເພື່ອທ່ານຈະບໍ່ພາດແມ່ນແຕ່ຮູບດຽວ.
ການຕັ້ງຄ່າ
• ການຕັ້ງຄ່າມີໜ້າຕາ ແລະ ຄວາມຮູ້ສຶກໃໝ່ທີ່ງ່າຍດາຍກວ່າເກົ່າ. Samsung account ຂອງທ່ານສະແດງຂຶ້ນຢູ່ດ້ານເທິງສຸດ ແລະ ດຽວນີ້ແມ່ນເຂົ້າເຖິງການຕັ້ງຄ່າໜ້າຈໍຫຼັກໄດ້ງ່າຍຂຶ້ນ.
• ຊອກຫາການຕັ້ງຄ່າທີ່ທ່ານຕ້ອງການໄດ້ງ່າຍຂຶ້ນດ້ວຍຄຸນສົມບັດການຊອກຫາໃໝ່. ທ່ານຈະມີຜົນຮັບທີ່ດີກວ່າເກົ່າສຳລັບຄຳສັບຄວາມໝາຍໃກ້ຄຽງ ແລະ ການສະກົດຜິດທົ່ວໄປ ແລະທ່ານສາມາດແທັກເພື່ອເບິ່ງກຸ່ມຂອງການຕັ້ງຄ່າທີ່ມີສ່ວນກ່ຽວຂ້ອງກັນໄດ້.
• ປຸ່ມການຕັ້ງຄ່າດ່ວນໄດ້ຖືກຫຼຸດລົງເພື່ອສະໜອງຄຸນສົມບັດນຳໃຊ້ທົ່ວໄປຫຼາຍທີ່ສຸດເທົ່ານັ້ນ. ທ່ານຍັງສາມາດເພື່ມປຸ່ມເພື່ອສ້າງແຜງດ່ວນກຳນົດເອງຂອງທ່ານໄດ້.
ຄີບອດຄີບອດຊໍາຊຸງ
• ໄດ້ເພີ່ມຈຳນວນພາສາຂຶ້ນໄປເປັນ 370 ພາສາແລ້ວ.
• ໄດ້ເຮັດໃຫ້ມັນວາງຮູບກັອບປີ້ ແລະ ລະຫັດການກວດຈາກຂໍ້ຄວາມໜັງສືໄດ້ງ່າຍຂຶ້ນແລ້ວ.
• ເພີ່ມການແນະນຳອີໂມຈິ ແລະ ສະຕິກເກີແລ້ວເມື່ອທ່ານປ້ອນອີໂມຕິຄອນແບບຂໍ້ຄວາມເຂົ້າ.
• ປັບປຸງແຜນຜັງຄີບອດແລ້ວເພື່ອສະໜອງແຖບພື້ນທີ່ໃຫຍ່ກວ່າເກົ່າເມື່ອປ້ອນເວັບ ແລະ ທີ່ຢູ່ອີເມລ໌ເຂົ້າ.
• ຮັບຮູ້ການຕັ້ງຄ່າຄີບອດແລ້ວເພື່ອເຮັດໃຫ້ມັນເຂົ້າເຖິງການຕັ້ງຄ່າທີ່ໃຊ້ເລື້ອຍໆໄດ້ງ່າຍຂຶ້ນ.
ປະສິດທິພາບການຜະລິດ
ຮັກສາຄວາມດຸນດ່ຽງເພື່ອສຸຂະພາບທີ່ດີລະຫວ່າງວຽກ ແລະ ຊີວີດດ້ວຍການຫຼຸດຜ່ອນໜ້າວຽກຊ້ຳຊາກ ແລະ ຫຍຸ້ງຍາກ ແລະ ມີການຮັບມືກັບພວກມັນຢ່າງມີປະສິດທິພາບ.
• ວຽກປະຈຳໃໝ່ຈະຖືກແນະນຳອີງຕາມຊີວິດປະຈຳວັນ ແລະ ລັກສະນະການນຳໃຊ້ຂອງທ່ານ.
• Bixby Routines ສະໜອງການຕັ້ງຄ່າທີ່ເຮັດໃຫ້ທຸກຢ່າງກັບຄືນມາເປັນແບບທີ່ມັນເຄີຍເປັນມາກ່ອນການດຳເນີນກິດຈະວັດປະຈຳ.
• ຢູ່ໃນອິນເຕີເນັດ, ທ່ານສາມາດເຊື່ອງແຖບສະຖານະ ແລະ ການກໍານົດທິດທາງເພື່ອປະສົບການທີ່ສົມຈິງຍິ່ງຂຶ້ນ ແລະ ແປພາສາໜ້າເວັບໄດ້ຢ່າງວ່ອງໄວ.
• ທ່ານຈະໄດ້ຮັບແຈ້ງໃຫ້ບລັອກເວັບໄຊທີ່ສົ່ງປັອບອັບ ຫຼື ການແຈ້ງເຕືອນຫຼາຍເກີນໄປ.
• ທ່ານສາມາດທ່ອງເບິ່ງ ແລະ ເລືອກໄຟລ໌ດຣ້າຍຄລາວໄດ້ຈາກໜ້າຈໍການເລືອກໄຟລ໌ຢູ່ໃນໄຟລ໌ຂອງຂ້ອຍ.
• ດຽວນີ້ທ່ານສາມາດລຶບໄຟລ໌ແຄຊ໌ຢູ່ໃນໄຟລ໌ຂອງຂ້ອຍໄດ້ເພື່ອເຮັດໃຫ້ພື້ນທີ່ບ່ອນເກັບຂໍ້ມູນຫວ່າງໄດ້ຢ່າງງ່າຍດາຍ.
• ເຫດການທີ່ມີເວລາເລີ່ມຕົ້ນຄືກັນສະແດງຂຶ້ນພ້ອມກັນຢູ່ໃນມູມເບິ່ງເດືອນ ແລະ ລາຍການຢູ່ໃນປະຕິທິນ.
ການຄວບຄຸມມີເດຍ ແລະ ອຸປະກອນທີ່ງ່າຍດາຍ
ມີເດຍ ແລະ ການຄວບຄຸມອຸປະກອນງ່າຍຂຶ້ນດ້ວຍແຜງມີເດຍທີ່ປັບປຸງຢູ່ໃນການແຈ້ງເຕືອນ. ທ່ານສາມາດເຫັນແອັບມີເດຍທີ່ໃຊ້ຫຼ້າສຸດ ແລະ ປ່ຽນແປງອຸປະກອນຫຼິ້ນຄືນໄດ້ຢ່າງວ່ອງໄວ. ທ່ານສາມາດກວດເບິ່ງ ການຕັ້ງຄ່າ ແອນດຣອຍອັດຕະໂນມັດເທິງເມນູ ຄຸນສົມບັດຂັ້ນສູງ ໃນ ການຕັ້ງຄ່າ.
ກຳນົດ ແລະ ປັບປຸງພຶດຕິກຳການນຳໃຊ້ດິຈິຕອລຂອງທ່ານ
ຄຸນສົມບັດການເປັນຢູ່ທີ່ດີແບບດິຈິຕອລທີ່ປັບປຸງແລ້ວເຮັດໃຫ້ມັນກວດສອບວ່າທ່ານນຳໃຊ້ໂທລະສັບ ຫຼື ແທັບເລັດຂອງທ່ານແນວໃດນັ້ນໄດ້ງ່າຍ ແລະ ຊ່ວຍທ່ານສ້າງນິໄສດິຈິຕອລທີ່ດີ. ກວດເບິ່ງການນຳໃຊ້ຂອງທ່ານໃນຂະນະທີ່ທ່ານກຳລັງຂັບລົດ ຫຼື ເບິ່ງການປ່ຽນແປງປະຈຳອາທິດຢູ່ໃນ ເວລາໜ້າຈໍຂອງທ່ານຕາມຟັງຊັນດ້ວຍການເຫຼືອກຕາເບິ່ງຜ່ານການລາຍງານປະຈຳອາທິດ.
ຄວາມສາມາດເຂົ້າໃຊ້ສຳລັບທຸກຄົນ
One UI 3 ແນະນຳຄຸນສົມບັດຄວາມສາມາດເຂົ້າໃຊ້ທີ່ມີປະໂຫຍດໃຫ້ແກ່ທ່ານອີງຕາມການນຳໃຊ້ຂອງທ່ານ. ທາງລັດຄວາມສາມາດເຂົ້າໃຊ້ທີ່ໄດ້ຮັບການປັບປຸງເຮັດໃຫ້ຄຸນສົມບັດຄວາມສາມາດເຂົ້າໃຊ້ເລີ່ມຕົ້ນ ແລະ ນຳໃຊ້ໄດ້ງ່າຍຂຶ້ນ. ທ່ານສາມາດນຳໃຊ້ຄຸນສົມບັດຂອງການເວົ້າການປ້ອນຂໍ້ມູນດ້ວຍຄີບອດດັງໆເພື່ອຮັບສຽງຕອບຮັບຂອງການພິມຂອງທ່ານ, ເຖິງວ່າເມື່ອ TalkBack ປິດຢູ່ກໍຕາມ.
ການປົກປ້ອງຄວາມເປັນສ່ວນຕົວທີ່ດີກວ່າ
ດຽວນີ້ທ່ານສາມາດໃຫ້ແອັບເຂົ້າເຖິງໄມໂຄຣໂຟນ, ກ້ອງຖ່າຍຮູບ ຫຼື ຈຸດທີ່ຕັ້ງຂອງທ່ານໄດ້ພຽງເທື່ອດຽວ. ການອະນຸຍາດໃດໜຶ່ງທີ່ແອັບບໍ່ໄດ້ນຳໃຊ້ມາໄລຍະໜຶ່ງຈະຖືກລົບລ້າງອອກໂດຍອັດຕະໂນມັດ. ທ່ານບໍ່ສາມາດໃຫ້ການອະນຸຍາດແອັບເຫັນຈຸດທີ່ຕັ້ງຂອງທ່ານຕະຫຼອດໄປຢູ່ໃນປັອບອັບການອະນຸຍາດປົກກະຕິໄດ້ອີກຕໍ່ໄປ. ເພື່ອປ່ອຍໃຫ້ແອັບເຂົ້າເຖິງຈຸດທີ່ຕັ້ງຂອງທ່ານເມື່ອພວກມັນຫວ່າງຢູ່, ທ່ານຈຳເປັນຕ້ອງໄປທີ່ໜ້າການອະນຸຍາດຈຸດທີ່ຕັ້ງສຳລັບແອັບຢູ່ໃນການຕັ້ງຄ່າ.
ການປັບປຸງເພີ່ມເຕີມ
• ຢູ່ໃນໂມງ, ທ່ານສາມາດໄດ້ຍິນເວລາ ແລະ ຊື່ຂອງໂມງປຸກທີ່ຕັ້ງຄ່າມາກ່ອນອ່ານອອກສຽງດັງໆເມື່ອໂມງປຸກດັງຂຶ້ນ.
ບາງແອັບຈຳເປັນຕ້ອງໄດ້ຮັບການອັບເດດແຍກຕ່າງຫາກຫຼັງຈາກການອັບເດດ One UI 3.
ການກັອບປີ້ ແອັບດ້ວຍການໃຊ້ Dual messenger ບໍ່ສາມາດເຂົ້າເຖິງ ໄຟລ໌ ແຜ່ນ SD ໂດຍກົງອີກຕໍ່ໄປ. ເພື່ອຈະ ແຊຣ໌ ໄຟລ໌ ແຜ່ນ SD ໃນ ກອບປີ້ ແອັບ, ເລືອກເອົາ ໄຟລ໌ ໃນ ແກເລີຣີ ຫຼື ໄຟລ໌ຂອງຂ້ອຍ, ເຕາະ ແຊຣ໌, ຈາກນັ້ນ ເລືອກ ກອບປີ້ ແອັບ.
ທ່ານບໍ່ສາມາດ ໃຊ້ Wi-Fi Direct ເພື່ອ ສົ່ງໄຟລ໌ ຫາ ອຸປະກອນ ອື່ນໄດ້ອີກຕໍ່ໄປ. ທ່ານສາມາດໃຊ້ ແຊຣ໌ ໃກ້ຄຽງ ແທນ. ທ່ານຍັງຄົງສາມາດ ອ່ານ ໄຟລ໌ ໂດຍການໃຊ້ Wi-Fi Direct.
ທ່ານບໍ່ສາມາດ ເຊື່ອມຕໍ່ ເຂົ້າ Chromecast ດ້ວຍການໃຊ້ Smart View ໄດ້ອີກຕໍ່ໄປ. ທ່ານສາມາດໃຊ້ Google Home ແທນ.
ໝາຍເລກການຜະລິດ : G770FXXS3CTJ3
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-11-07
ລະດັບແກ້ໄຂຄວາມປອດໄພ : 2020-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU3CTJ1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-10-23
ລະດັບແກ້ໄຂຄວາມປອດໄພ : 2020-10-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS3CTI1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-10-06
ລະດັບແກ້ໄຂຄວາມປອດໄພ : 2020-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU3CTH4
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-09-07
ລະດັບແກ້ໄຂຄວາມປອດໄພ : 2020-09-01
Wi-Fi
- ຖ້າສາມາດວັດແທກຂໍ້ມູນຄຸນນະພາບໃນເຣົາເຕີ Wi-Fi ໃກ້ຄຽງໄດ້, ຂໍ້ມູນນີ້ຈະປະກົດເປັນໄວຫຼາຍ, ໄວ, ປົກກະຕິ ຫຼື ຊ້າ.
* ສາມາດເປີດ ຫຼື ປິດຄຸນສົມບັດນີ້ໄດ້ຢູ່ໃນການຕັ້ງຄ່າ "ຈໍສະແດງຜົນຂໍ້ມູນຄຸນນະພາບເຄືອຂ່າຍ".
- ເມື່ອພະຍາຍາມເຂົ້າເຖິງເຣົາເຕີ Wi-Fi ດ້ວຍລະຫັດຜ່ານ, ດຽວນີ້ຄຸນສົມບັດເພີ່ມເຂົ້າໃໝ່ໆອະນຸຍາດໃຫ້ຜູ້ໃຊ້ຂໍລະຫັດຜ່ານຂອງເຣົາເຕີ Wi-Fi ຈາກບາງຄົນຢູ່ໃກ້ຄຽງຜູ້ທີ່ຖືກບັນທຶກໄວ້ໃນລາຍການລາຍຊື່ຕິດຕໍ່ຂອງພວກເຂົາ ແລະ ໄດ້ເຊື່ອມຕໍ່ກັບເຣົາເຕີນັ້ນແລ້ວ.
* ປຸ່ມ "ຂໍລະຫັດຜ່ານ" ຈະປະກົດຂຶ້ນໃນໜ້າຈໍປ້ອນລະຫັດຜ່ານເມື່ອທ່ານຂໍລະຫັດຜ່ານ.
Always On Display
- ສະຕິກເກີ Bitmoji ຖືກຮອງຮັບໃນ Always On Display (ແບບໂມງ)
ຄີບອດຊໍາຊຸງ
- ຄຸນສົມບັດໃໝ່ຖືກເອົາເພີ່ມເຂົ້າໃສ່ຄຸນສົມບັດຊອກຫາຄີບອດທີ່ອະນຸຍາດໃຫ້ຜູ້ໃຊ້ຊອກຫາ YouTube ໄດ້.
- ຄີບອດແຍກ ຖືກຮອງຮັບໃນ ໂໝດແນວນອນ.
- ຟັງຊັນຊອກຫາຂອງໜ້າຈໍ "ຈັດການພາສາທີ່ໃຊ້ປ້ອນຂໍ້ມູນ" ຢູ່ໃນໜ້າການຕັ້ງຄ່າຄີບອດໄດ້ຖືກອັບເດດໃໝ່ໆເພື່ອເຮັດໃຫ້ມັນງ່າຍທີ່ຈະຊອກຫາພາສາທີ່ໃຊ້ປ້ອນຂໍ້ມູນຂອງຄີບອດທີ່ຜູ້ໃຊ້ຢາກຈະເພີ່ມ ຫຼື ລຶບ.
ກ້ອງຖ່າຍຮູບ
- ເພີ່ມຄຸນສົມບັດໃໝ່ແລ້ວ. - ວິດີໂອໂປຣ
- ຄຸນສົມບັດກ້ອງຖ່າຍຮູບທີ່ປັບປຸງແລ້ວ. : ເວລາບັນທຶກທີ່ຂະຫຍາຍໃຫ້ຂອງການຖ່າຍຄັ້ງດຽວ, ອື່ນໆ.
- ປັບປຸງຄຸນນະພາບ ແລະ ຄວາມທ່ຽງຂອງກ້ອງຖ່າຍຮູບແລ້ວ.
ຂໍ້ຄວາມ
- ຄຸນສົມບັດຖືກເພີ່ມເຂົ້າທີ່ອະນຸຍາດໃຫ້ຜູ້ໃຊ້ໂທຫາຄົນຜູ້ທີ່ຖືກບັນທຶກເປັນຜູ້ຕິດຕໍ່ຂໍ້ຄວາມ SOS ທີ່ໄດ້ກຳນົດຄ່າມາກ່ອນ.
- ຄຸນສົມບັດຖືກເພີ່ມເຂົ້າທີ່ອະນຸຍາດໃຫ້ຜູ້ໃຊ້ສົ່ງຂໍ້ຄວາມການແຊຣ໌ຈຸດທີ່ຕັ້ງ SOS ທຸກໆ 30 ນາທີເປັນເວລາ 24 ຊົ່ວໂມງ.
ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS3BTG2
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-08-06
ລະດັບແກ້ໄຂຄວາມປອດໄພ : 2020-08-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS3BTG1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-07-15
ລະດັບແກ້ໄຂຄວາມປອດໄພ : 2020-07-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU2BTF3
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-06-18
ລະດັບແກ້ໄຂຄວາມປອດໄພ : 2020-06-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄຸນນະພາບຮູບຈາກກ້ອງຖ່າຍຮູບໄດ້ຖືກປັບປຸງແລ້ວ.
• ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
• ຄຸນນະພາບຂອງ ສຽງ ໄດ້ຮັບການປັບປຸງ. (ລໍາໂພງໂທລະສັບ, ຫູໂທລະສັບ)
• ການປະສິດທິພາບຂອງການຈົດຈຳລາຍນິ້ວມືໄດ້ຮັບການປັບປຸງແລ້ວ
• ຟັງຄ໌ຊັນຕໍ່ໄປນີ້ຖືກລຶບໄປແລ້ວ : MirrorLink
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXS2BTE2
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-05-22
ລະດັບແກ້ໄຂຄວາມປອດໄພ : 2020-05-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU2BTD2
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-04-09
ລະດັບແກ້ໄຂຄວາມປອດໄພ : 2020-04-01
• ໜ້າຫຼັກ
※ ເພື່ອໃຊ້ ອຸປະກອນຢ່າງສະຖຽນ, ກະລຸນາ ອັບເດດ ແອັບ "Samsung ໜ້າຫຼັກ One UI" ເປັນເວີຊັນລ່າສຸດ ໃນ Galaxy Store.
• ຟັງຄ໌ຊັນ ກ້ອງຖ່າຍຮູບ ໃໝ່ໄດ້ຮັບການເພີ່ມເຂົ້າ (ກ້ອງຫຼັງ)
- ໂໝດ 16:9 UHD(3840×2160, 60fps) ບັນທຶກວິດີໂອ ໄດ້ຖືກເພີ່ມແລ້ວ.
- ໂໝດ Super steady ໄດ້ຖືກເພີ່ມແລ້ວ. (UHD ບັນທຶກວິດີໂອ)
• ຄຸນນະພາບຮູບຈາກກ້ອງຖ່າຍຮູບໄດ້ຖືກປັບປຸງແລ້ວ.
• ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
• ການປະສິດທິພາບຂອງການຈົດຈຳລາຍນິ້ວມືໄດ້ຮັບການປັບປຸງແລ້ວ
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G770FXXU2ATB2
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-02-18
ລະດັບແກ້ໄຂຄວາມປອດໄພ : 2020-02-01
• ຟັງຄ໌ຊັນ ກ້ອງຖ່າຍຮູບ ໃໝ່ໄດ້ຮັບການເພີ່ມເຂົ້າ (ກ້ອງຫຼັງ)
- ໂໝດ 16:9 UHD(3840×2160, 60fps) ບັນທຶກວິດີໂອ ໄດ້ຖືກເພີ່ມແລ້ວ.
- ໂໝດ Super steady ໄດ້ຖືກເພີ່ມແລ້ວ. (UHD ບັນທຶກວິດີໂອ)
• ຄຸນນະພາບຮູບຈາກກ້ອງຖ່າຍຮູບໄດ້ຖືກປັບປຸງແລ້ວ.
• ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
• ການປະສິດທິພາບຂອງການຈົດຈຳລາຍນິ້ວມືໄດ້ຮັບການປັບປຸງແລ້ວ
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.