ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.

Galaxy S20 FE (SM-G780F)


ໝາຍເລກການຜະລິດ : G780FXXS8CUKA
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-12-23
ລະດັບແກ້ໄຂຄວາມປອດໄພ : 2021-12-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXS8CUJ5
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-11-22
ລະດັບແກ້ໄຂຄວາມປອດໄພ : 2021-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXS7CUI5
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-10-20
ລະດັບແກ້ໄຂຄວາມປອດໄພ : 2021-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU6CUI4
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-09-29
ລະດັບແກ້ໄຂຄວາມປອດໄພ : 2021-09-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU5CUH1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-08-26
ລະດັບແກ້ໄຂຄວາມປອດໄພ : 2021-08-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU5CUG6
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-08-12
ລະດັບແກ້ໄຂຄວາມປອດໄພ : 2021-08-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU4CUG1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-07-21
ລະດັບແກ້ໄຂຄວາມປອດໄພ : 2021-07-01
· ການປັບປຸງຄວາມສະຖຽນຂອງອຸປະກອນ, ການແກ້ໄຂຂໍ້ຜິດພາດ.

· ຄຸນສົມບັດໃໝ່ ແລະ / ຫຼືທີ່ເພີ່ມປະສິດທິພາບແລ້ວ.

· ການປັບປຸງການປະຕິບັດງານໃນອະນາຄົດ.

ໝາຍເລກການຜະລິດ : G780FXXU4CUF1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-06-16
ລະດັບແກ້ໄຂຄວາມປອດໄພ : 2021-06-01
• ການແຊຣ໌ດ່ວນ ທີ່ໄດ້ຮັບການປັບປຸງ
- ປັບປຸງການ ແຊຣ໌ ໄຟ່ລ໌ລະຫວ່າງ ອຸປະກອນ Galaxy ໂດຍໃຊ້ ການແຊຣ໌ດ່ວນ.
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXS3CUD7
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-05-08
ລະດັບແກ້ໄຂຄວາມປອດໄພ : 2021-05-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU2CUCC
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-04-21
ລະດັບແກ້ໄຂຄວາມປອດໄພ : 2021-04-01
· ອັບເດດໂປຣແກຣມແກ້ໄຂຄວາມປອດໄພ

ໝາຍເລກການຜະລິດ : G780FXXS2CUC8
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-03-31
ລະດັບແກ້ໄຂຄວາມປອດໄພ : 2021-04-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXS2CUB5
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-03-11
ລະດັບແກ້ໄຂຄວາມປອດໄພ : 2021-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU2CUB2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-03-03
ລະດັບແກ້ໄຂຄວາມປອດໄພ : 2021-02-01
ປະຕິທິນ
- ແຍກອອກ ວັນທີ ແລະ ທີ່ຢູ່ຈາກ ຊື່ ເຫດການ ແລະ ແນະນຳ ການລົງທະບຽນອັດຕະໂນມັດ.
- ຮັບ ການແຈ້ງເຕືອນ ຈາກ ອຸປະກອນ SmartThings ເຊິ່ງໄດ້ມີ ການແຈ້ງເຕືອນ ດ້ານ ກຳນົດເວລາ ສະເພາະ.
ກ້ອງຖ່າຍຮູບ
- ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
ສະແດງ
- ໄດ້ເພີ່ມຟັງຄ໌ຊັນ ເຄື່ອງບັງໃຫ້ສະບາຍຕາ.
- ອຸນຫະພູມ ສີ ຂອງ ໜ້າຈໍ ປັບ ສຳລັບ ເວລາຂອງ ວັນ ໂດຍອັດຕະໂນມັດ.
ການສັບປ່ຽນຫູຟັງ ອັດຕະໂນມັດ
- ຮອງຮັບ ການສັບປ່ຽນຫູຟັງ ອັດຕະໂນມັດ ລະຫວ່າງ ໂທລະສັບ ແລະ ແທັບເລັດ Galaxy.
ເຕືອນ
- ແຍກອອກ ວັນທີ ແລະ ທີ່ຢູ່ຈາກ ບັນທຶກຄວາມຈໍາ ການເຕືອນ ແລະ ແນະນຳໃຫ້ ລົງທະບຽນ ອັດຕະໂນມັດ ແລະ ເຕືອນ ຂໍ້ມູນສຳຄັນຕາມສະພາບການ.
ແຊຣ໌ ແຜ່ນງານ
- ຕອນນີ້ທ່ານສາມາດປົກປ້ອງຄວາມເປັນສ່ວນຕົວຂອງທ່ານໂດຍການ ລຶບ ຂໍ້ມູນ ຈຸດທີ່ຕັ້ງ ຂອງຮູບທີ່ຖ່າຍກ່ອນໜ້ານີ້ ກ່ອນທີ່ຈະ ແຊຣ໌ ຫລື ໂພສ ລົງໃນ ໂຊໂຊ ມີເດຍ.
ເຟລດຟອມໂຊໂຊ
- ຊິງຄ໌ ລິ້ງ ທີ່ຖືກຕ້ອງ ທີ່ ສ້າງ ຂຶ້ນໃນ ອຸປະກອນ ດ້ວຍບັນຊີ Samsung account ທີ່ ລົງທະບຽນ ດຽວກັນ.
- ການໃຊ້ ການບໍລິການ ໂຊໂຊ ມີເດຍ ຖືກເຮັດໃຫ້ງ່າຍຂຶ້ນ. ເປັນໄປໄດ້ທີ່ຈະ ແຊຣ໌ ືໂປຣໄຟລ໌, ຮູບຖ່າຍ, ໝາຍເຫດ, ກໍານົດເວລາ ແລະ ເພີ່ມເຕີມ ກັບເພື່ອນໆຢ່າງງ່າຍໆໂດຍການ ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ.
ເຄື່ອງຕັດຕໍ່ຮູບ
- ໄດ້ເພີ່ມຄຸນສົມບັດການ ລຶບ ວັດຖູ ໃນ ແລັບ ໃນ ຢາງລຶບວັດຖຸ.
- ການໃຊ້ ລຶບ ວັດຖຸ ອະນຸຍາດທ່ານ ລຶບ ວັດຖຸໃດໜຶ່ງ ທີ່ທ່ານຕ້ອງການໃນ ຮູບຖ່າຍ.

ໝາຍເລກການຜະລິດ : G780FXXS2BUA5
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-02-05
ລະດັບແກ້ໄຂຄວາມປອດໄພ : 2021-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXS1BTL2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-01-14
ລະດັບແກ້ໄຂຄວາມປອດໄພ : 2021-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU1BTL1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2020-12-28
ລະດັບແກ້ໄຂຄວາມປອດໄພ : 2020-12-01
One UI 3 ອັບເກຣດ (ແອນດຣອຍ 11)

One UI 3 ໄດ້ຮັບການອອກແບບເພື່ອຊ່ວຍເຫຼືອທ່ານໃຫ້ເລັງໃສ່ສິ່ງທີ່ສຳຄັນ. ການອອກແບບຮູບຊົງຂອງພວກເຮົາໄດ້ປັບບ່ອນທີ່ທ່ານເຂົ້າໄປເປັນປະຈຳເຊັ່ນ: ໜ້າຈໍຫຼັກ ແລະ ແຜງດ່ວນເພື່ອຫຼຸດຜ່ອນການລົບກວນ, ເນັ້ນຂໍ້ມູນສຳຄັນ ແລະ ເຮັດໃຫ້ປະສົບການຂອງທ່ານຄົງທີ່ກວ່າເກົ່າ. ການປັບປຸງປະສິດທິພາບຈະຊ່ວຍແອັບເຮັດ​ວຽກ​ໄດ​້ໄວຂຶ້ນໃນຂະນະທີ່ໃຊ້ພະລັງງານແບັດເຕີຣີໜ້ອຍລົງ. ແລະ One UI 3 ໃສ່ພະລັງການຄວບຄຸມໃນມືຂອງທ່ານພ້ອມກັບການຄວບຄຸມຄວາມເປັນສ່ວນຕົວ, ການອະນຸຍາດຄັ້ງດຽວ ແລະ ການເປັນຢູ່ທີ່ດີແບບດິຈິຕອລທີ່​ໄດ້​ຮັບ​ການ​ປັບ​ປຸງ.



ເລື່ອນລົງເພື່ອເບິ່ງລາຍການການປ່ຽນແປງຄົບຊຸດ.



ການອອກແບບຮູບຊົງ

ພວກເຮົາໄດ້ປັນປຸງຮູບຮ່າງ ແລະ ການສຳຜັດຂອງ One UI 3 ສົດໆຮ້ອນໆໃນຫຼາຍຮູບແບບ, ທັງໃຫຍ່ ແລະ ນ້ອຍ, ຈາກໄອຄອນທີ່ໃໝ່ອ່ຽມ ແລະ ສະໝ່ຳສະເໝີມາເປັນການຈັດລະບຽບເຄື່ອງ​ຈັດ ແຜງດ່ວນ ແລະ ການແຈ້ງເຕືອນອັດ​ສະ​ລິ​ຍະ. ການເຄື່ອນໄຫວທີ່ນຸ່ມນວນ ແລະ ເປັນທຳມາຊາດກວ່າທີ່ເຄີຍກັບພາບການເຄື່ອນໄຫວທີ່ໄດ້ຮັບການປັບປຸງ ແລະ ການຕອບກັບແບບສຳຜັດສຳລັບການໂຕ້ຕອບທົ່ວໄປ. ແລະ ອິນເຕີເຟສຕອບສະໜອງການສຳຜັດຕໍ່ຂະໜາດໜ້າຈໍທີ່ແຕກຕ່າງກັນເພື່ອມອບປະສົບການທີ່ດີທີ່ສຸດໃນອຸປະກອນໃດໜຶ່ງ​ໃຫ້ບໍ່ວ່າຈະເປັນໂທລະສັບ, ໂທລະສັບແບບພັບໄດ້ ຫຼື ແທັບເລັດ.



ປະສິດທິພາບທີ່ໄດ້ຮັບການປັບປຸງ

ພວກເຮົາໄດ້ເພີ່ມປະສີດທິພາບ One UI 3 ດ້ວຍການຈັດສັນໜ່ວຍຄວາມຈຳແບບໄດນາມິກທີ່ໄດ້ຮັບການປັບປຸງ, ດັ່ງນັ້ນແອັບຈຶ່ງແລ່ນໄດ້ໄວຂຶ້ນ ແລະ ເຮັດ​ວຽກ​ໄດ້ດີຂຶ້ນ. ນອກນັ້ນພວກເຮົາຍັງໄດ້ຈຳກັດກິດ​ຈະ​ກຳ​ໃນພື້ນຫຼັງເພື່ອເພີ່ມປະສິດທິພາບ ແລະ ການນຳໃຊ້ພະລັງງານໃຫ້ດີຂຶ້ນ.



ການປັບແຕ່ງດີຂຶ້ນ

• ມີການເພີ່ມໝວດຮູບພາບໃໝ່​ໃສ່ໜ້າຈໍລັອກແບບໄດນາມິກ ແລະ ທ່ານສາມາດເລືອກໄດ້ເຖິງ 5 ໝວດພ້ອມກັນ.

• ໃນໜ້າ​ຈຳ​ລັອກ​, ທ່ານສາມາດເພີ່ມວິດ​ເຈັດເພື່ອກວດເບິ່ງເວລາການໃຊ້ຂອງທ່ານໄດ້.

• ເບິ່ງຕົວຢ່າງແບບໂຕ້ຕອບເມື່ອຕັ້ງຄ່າວອລເປເປີ.

• ການຈັດໜ້າຈໍ Always On Display ແລະ ໜ້າ​ຈຳ​ລັອກເຮັດໄດ້ງ່າຍກວ່າເກົ່າ.

• ເພີ່ມພື້ນຫຼັງການໂທເພື່ອເບິ່ງຮູບ ຫຼື ວິດີໂອເມື່ອທ່ານໂທ​ອອກ ຫຼື ຮັບໂທລະສັບ.

• ຢູ່ໃນ Samsung ອິນເຕີເນັດ, ທ່ານສາມາດ​ຈັດ​ອັນ​ດັບ​ຄືນ​ໃໝ່ ແລະ ລັອກ​ແທັບ​ໄດ້.

• Bixby Routines ມີການຄວາມຄຸມຫຼາຍກວ່າເພື່ອຊ່ວຍເຮັດໃຫ້ຊີວິດຂອງທ່ານດຳເນີນໄປຢ່າງອັດຕະໂນມັດ.

• ໄອຄອນໃໝ່ ແລະ ວິດເຈັດໜ້າ​ຈຳ​ລັອກເຮັດໃຫ້ມັນ​ຊອກ​ຫາ​ ແລະ ຄວບຄຸມວຽກປະຈຳຂອງທ່ານໄດ້ງ່າຍຂຶ້ນ.

• ໃຊ້ການເປັນຢູ່ທີ່ດີແບບດິຈິຕອລກັບໂປຣໄຟລ໌ສ່ວນຕົວ ແລະ ໂປຣໄຟລ໌ວຽກທີ່ແຍກອອກຈາກກັນ.



​ຄຸນ​ສົມ​ບັດປັ​ບ​ປຸງ​ແລ້ວ

ໜ້າຈໍຫຼັກ ແລະ ໜ້າ​ຈໍລັອກ

• ເພີ່ມວິດເຈັດດ້ວຍການສຳຜັດແອັບຄ້າງໄວ້ໃນໜ້າຈໍຫຼັກ.

• ມອດໜ້າຈໍດ້ວຍການແຕະເທິງພື້ນ​ທີ່ຫວ່າງໃນໜ້າຈໍຫຼັກ ຫຼື ໜ້າ​​ຈໍລັອກສອງ​ເທື່ອ​ຊ້ອນ. (ຕັ້ງມັນຢູ່ໃນການຕັ້ງຄ່າ > ຄຸນສົມບັດຂັ້ນສູງ > ການເຄື່ອນໄຫວ ແລະທ່າທາງ.)

• ໃນໜ້າ​ຈໍລັອກ, ເຕາະບໍລິເວນໂມງເພື່ອເບິ່ງວິດເຈັດເຊັ່ນ: ປະຕິທິນ, ອາກາດ ແລະ ເພງ.



ໂທ ແລະ ແຊັດ

• ເບິ່ງການສົນທະນາຢູ່​ໃນແຜງການແຈ້ງເຕືອນແຍກຕ່່າງຫາກ. ໃຊ້ໄດ້​ກັບຂໍ້ຄວາມ ແລະ ແອັບແຊັດທີ່ທ່ານມັກ.

• ເອົາຜູ້ຕິດຕໍ່ທີ່ຊ້ຳກັນທີ່ເກັບໄວ້​ຢູ່ໃນບັນຊືດຽວກັນຢູ່ໃນຜູ້ຕິດຕໍ່ອອກໄປໄດ້​ງ່າຍໆ. ໄລ​ຍະ​ເວ​ລາຂອງບ່ອນເກັບຂໍ້ມູນສຳລັບຜູ້​ຕິດ​ຕໍ່ທີ່ຖືກລຶບໄດ້ຕໍ່ຈາກ 15 ວັນເປັນ 30 ວັນ.

• ໄດ້ເພີ່ມຄວາມສາມາດໃນການ ແກ້ໄຂ ຫລາຍ ຜູ້ຕິດຕໍ່ ທີ່ເຊື່ອມໂຍງຈາກໜ້າຈໍດຽວ.

• ເພີ່ມຖັງຂີ້ເຫຍື້ອຢູ່ໃນຂໍ້ຄວາມແລ້ວເພື່ອໃຫ້ຂໍ້ຄວາມທີ່ຖືກລຶບໄປ​ເມື່ອ​ບໍ່​ດົນ​ມາ​ນີ້ໄດ້​ຮັບ​ການເກັບໄວ້ເປັນເວລາ 30 ວັນ.



ຮູບ ແລະ ວິດີໂອ

• ຖ່າຍຮູບໄວກວ່າເກົ່າດ້ວຍໂຟກັສອັດຕະໂນມັດທີ່ໄດ້ຮັບການປັບປຸງ ແລະ ຮູຮັບແສງອັດຕະໂນມັດ.

• ເບິ່ງ, ແກ້ໄຂ ແລະ ແຊຣ໌ຮູບ ແລະ ວິດີໂອໄດ້ງ່າຍຂຶ້ນຈາກແກເລີຣີ.

• ຊອກຫາຮູບ ແລະ ວິດີໂອໄດ້ໄວກວ່າເກົ່າດ້ວຍຄຸນສົມບັດຊອກ​ຫາ ແລະ ໝວດໝູ່ໃໝ່ຢູ່ໃນແກເລີຣີ.

• ປີ້ນຮູບພາບທີ່ແກ້ໄຂແລ້ວກັບຄືນເປັນເວີຊັນດັ້ງເດີມໄດ້ທຸກເວລາ, ເຖິງແມ່ນວ່າຫຼັງ​ຈາກ​ໄດ້ບັນທຶກພວກ​ມັນໄວ້ແລ້ວ, ເພື່ອທ່ານຈະບໍ່ພາດແມ່ນແຕ່ຮູບດຽວ.



ການຕັ້ງຄ່າ

• ການຕັ້ງຄ່າມີໜ້າຕາ ແລະ ຄວາມຮູ້ສຶກໃໝ່ທີ່ງ່າຍດາຍກວ່າເກົ່າ. Samsung account ຂອງທ່ານສະ​ແດງ​ຂຶ້ນ​ຢູ່ດ້ານເທິງສຸດ ແລະ ດຽວ​ນີ້​ແມ່ນ​ເຂົ້າ​ເຖິງການຕັ້ງຄ່າໜ້າຈໍຫຼັກໄດ້ງ່າຍຂຶ້ນ.

• ຊອກຫາການຕັ້ງຄ່າທີ່ທ່ານຕ້ອງການໄດ້ງ່າຍຂຶ້ນດ້ວຍຄຸນສົມບັດການ​ຊອກຫາໃໝ່. ທ່ານຈະມີຜົນຮັບທີ່ດີກວ່າເກົ່າສຳລັບຄຳສັບຄວາມໝາຍໃກ້​ຄຽງ ແລະ ການສະກົດຜິດທົ່ວໄປ ແລະທ່ານສາມາດແທັກເພື່ອເບິ່ງກຸ່ມຂອງການຕັ້ງຄ່າທີ່ມີສ່ວນກ່ຽວຂ້ອງກັນໄດ້.

• ປຸ່ມການຕັ້ງຄ່າດ່ວນໄດ້ຖືກ​ຫຼຸດລົງເພື່ອສະໜອງຄຸນສົມບັດນຳໃຊ້ທົ່ວໄປຫຼາຍ​ທີ່​ສຸດເທົ່າ​ນັ້ນ. ທ່ານຍັງສາມາດເພື່ມປຸ່ມເພື່ອສ້າງແຜງດ່ວນກຳນົດເອງຂອງທ່ານໄດ້.



ຄີບອດຄີບອດຊໍາຊຸງ

• ໄດ້ເພີ່ມຈຳນວນພາສາຂຶ້ນໄປເປັນ 370 ພາ​ສາ​ແລ້ວ.

• ​ໄດ້ເຮັດໃຫ້ມັນວາງຮູບກັອບປີ້ ແລະ ລະ​ຫັດການກວດຈາກ​ຂໍ້​ຄວາມ​ໜັງ​ສື​ໄດ້​ງ່າຍ​ຂຶ້ນແລ້ວ.

• ເພີ່ມການແນະນຳອີໂມຈິ ແລະ ສະຕິກເກີແລ້ວເມື່ອທ່ານປ້ອນ​ອີໂມຕິຄອນແບບຂໍ້​ຄວາມເຂົ້າ.

• ປັບປຸງແຜນ​ຜັງຄີບອດແລ້ວເພື່ອສະໜອງແຖບພື້ນ​ທີ່ໃຫຍ່ກວ່າເກົ່າເມື່ອປ້ອນເວັບ ແລະ ທີ່​ຢູ່ອີເມລ໌ເຂົ້າ.

• ຮັບຮູ້ການຕັ້ງຄ່າຄີບອດແລ້ວເພື່ອເຮັດໃຫ້ມັນ​ເຂົ້າ​ເຖິງການຕັ້ງຄ່າທີ່​ໃຊ້​ເລື້ອຍໆ​ໄດ້​ງ່າຍ​ຂຶ້ນ.



ປະ​ສິດ​ທິ​ພາບ​ການ​ຜະ​ລິດ

ຮັກສາຄວາມດຸນ​ດ່ຽງເພື່ອ​ສຸ​ຂະ​ພາບທີ່ດີລະຫວ່າງວຽກ ແລະ ຊີວີດດ້ວຍການຫຼຸດຜ່ອນໜ້າວຽກຊ້ຳຊາກ ແລະ ຫຍຸ້ງຍາກ ແລະ ມີການຮັບມືກັບ​ພວກ​ມັນຢ່າງມີປະສິດທິພາບ.

• ວຽກປະຈຳໃໝ່ຈະຖືກແນະນຳອີງຕາມ​ຊີວິດປະຈຳວັນ ແລະ ລັກສະນະການນຳໃຊ້ຂອງທ່ານ.

• Bixby Routines ສະໜອງການຕັ້ງຄ່າທີ່ເຮັດໃຫ້ທຸກຢ່າງກັບ​ຄືນມາເປັນແບບທີ່ມັນເຄີຍເປັນມາກ່ອນການດຳ​ເນີນ​ກິດ​ຈະ​ວັດປະຈຳ.

• ຢູ່ໃນອິນ​ເຕີ​ເນັດ, ທ່ານສາມາດເຊື່ອງແຖບສະຖານະ ແລະ ການກໍານົດທິດທາງເພື່ອປະສົບການທີ່ສົມຈິງຍິ່ງຂຶ້ນ ແລະ ແປພາສາໜ້າເວັບໄດ້ຢ່າງວ່ອງໄວ.

• ທ່ານຈະໄດ້ຮັບແຈ້ງໃຫ້ບລັອກເວັບໄຊທີ່ສົ່ງປັອບອັບ ຫຼື ການແຈ້ງເຕືອນຫຼາຍເກີນໄປ.

• ທ່ານສາມາດທ່ອງ​ເບິ່ງ ແລະ ເລືອກໄຟລ໌ດ​ຣ້າຍຄລາວໄດ້ຈາກໜ້າຈໍການເລືອກໄຟ​ລ໌​ຢູ່ໃນໄຟລ໌ຂອງຂ້ອຍ.

• ດຽວ​ນີ້ທ່ານສາມາດລຶບໄຟ​ລ໌ແຄຊ໌ຢູ່ໃນໄຟລ໌ຂອງຂ້ອຍໄດ້​ເພື່ອເຮັດ​ໃຫ້ພື້ນ​ທີ່ບ່ອນເກັບຂໍ້ມູນຫວ່າງໄດ້ຢ່າງງ່າຍດາຍ.

• ເຫດການທີ່ມີເວລາເລີ່ມຕົ້ນຄືກັນສະແດງຂຶ້ນ​ພ້ອມກັນຢູ່ໃນມູມ​ເບິ່ງເດືອນ ແລະ ລາຍການຢູ່ໃນປະຕິທິນ.

• ໃຊ້ ແຜນຜັງ ໄອຄອນ ແອັບ ໂທລະສັບ ຫຼື ແທັບເລັດ ຂອງທ່ານໃນ Samsung DeX ເພື່ອທ່ານຈະຮູ້ວ່າທຸກຢ່າງຢູ່ໃສແດ່.

• ເປີດ ແຜ່ນສຳຜັດ ຈາກ ແຖບ ການກໍານົດທິດທາງ ໃນ ໂທລະສັບ ຫຼື ແທັບເລັດ ຂອງທ່ານ.



ການຄວບຄຸມມີເດຍ ແລະ ອຸປະກອນທີ່ງ່າຍດາຍ

ມີເດຍ ແລະ ການຄວບຄຸມອຸປະກອນງ່າຍຂຶ້ນ​ດ້ວຍແຜງມີເດຍທີ່ປັບປຸງຢູ່ໃນການແຈ້ງເຕືອນ. ທ່ານສາມາດເຫັນແອັບມີເດຍທີ່ໃຊ້ຫຼ້າສຸດ ແລະ ປ່ຽນແປງອຸປະກອນຫຼິ້ນ​ຄືນໄດ້ຢ່າງວ່ອງໄວ. ທ່ານສາມາດກວດເບິ່ງ ການຕັ້ງຄ່າ ແອນດຣອຍອັດຕະໂນມັດເທິງເມນູ ຄຸນສົມບັດຂັ້ນສູງ ໃນ ການຕັ້ງຄ່າ.



ກຳນົດ ແລະ ປັບປຸງພຶດຕິກຳການນຳໃຊ້ດິຈິ​ຕອ​ລຂອງທ່ານ

ຄຸນສົມບັດການເປັນຢູ່ທີ່ດີແບບດິຈິຕອລທີ່​ປັບ​ປຸງ​ແລ້ວເຮັດໃຫ້ມັນກວດສອບວ່າ​ທ່ານນຳໃຊ້ໂທລະສັບ ຫຼື ແທັບເລັດຂອງ​ທ່ານ​ແນວ​ໃດ​ນັ້ນໄດ້ງ່າຍ ແລະ ຊ່ວຍທ່ານສ້າງນິ​ໄສ​ດິ​ຈິ​ຕອ​ລ​ທີ່​ດີ. ກວດເບິ່ງການນຳໃຊ້ຂອງທ່ານໃນຂະນະທີ່ທ່ານກຳລັງຂັບລົດ ຫຼື ເບິ່ງການປ່ຽນແປງປະຈຳອາທິດຢູ່ໃນ ເວລາໜ້າຈໍຂອງທ່ານຕາມຟັງ​ຊັນ​ດ້ວຍ​ການ​ເຫຼືອກ​ຕາ​ເບິ່ງ​ຜ່ານການ​ລາຍ​ງານ​ປະ​ຈຳ​ອາ​ທິດ.



ຄວາມສາມາດເຂົ້າໃຊ້ສຳລັບທຸກຄົນ

One UI 3 ແນະນຳຄຸນສົມບັດຄວາມສາມາດເຂົ້າໃຊ້ທີ່ມີປະໂຫຍດໃຫ້ແກ່ທ່ານອີງຕາມການນຳໃຊ້ຂອງທ່ານ. ທາງ​ລັດຄວາມສາມາດເຂົ້າໃຊ້ທີ່ໄດ້ຮັບການປັບປຸງເຮັດໃຫ້ຄຸນ​ສົມ​ບັດ​ຄວາມ​ສາ​ມາດ​ເຂົ້າ​ໃຊ້​ເລີ່ມ​ຕົ້ນ ແລະ ນຳ​ໃຊ້​ໄດ້​ງ່າຍ​ຂຶ້ນ. ທ່ານສາມາດນຳໃຊ້ຄຸນສົມບັດຂອງການເວົ້າການປ້ອນຂໍ້ມູນດ້ວຍຄີບອດດັງໆເພື່ອຮັບສຽງຕອບຮັບຂອງການພິມຂອງທ່ານ, ເຖິງວ່າເມື່ອ TalkBack ປິດ​ຢູ່ກໍຕາມ.



ການປົກປ້ອງຄວາມເປັນສ່ວນຕົວທີ່ດີກວ່າ

ດຽວນີ້ທ່ານສາມາດໃຫ້ແອັບເຂົ້າເຖິງໄມໂຄຣໂຟນ, ກ້ອງຖ່າຍຮູບ ຫຼື ຈຸດທີ່ຕັ້ງຂອງທ່ານໄດ້ພຽງເທື່ອດຽວ. ການອະນຸຍາດໃດໜຶ່ງທີ່ແອັບບໍ່ໄດ້ນຳໃຊ້ມາໄລຍະໜຶ່ງຈະຖືກລົບລ້າງອອກໂດຍອັດຕະໂນມັດ. ທ່ານບໍ່ສາມາດໃຫ້​ການອະນຸຍາດແອັບເຫັນຈຸດທີ່ຕັ້ງຂອງທ່ານຕະຫຼອດໄປຢູ່ໃນປັອບອັບການອະນຸຍາດປົກກະຕິໄດ້​ອີກ​ຕໍ່​ໄປ. ເພື່ອປ່ອຍໃຫ້ແອັບເຂົ້າເຖິງຈຸດທີ່ຕັ້ງຂອງທ່ານເມື່ອພວກມັນຫວ່າງ​ຢູ່, ທ່ານຈຳ​ເປັນຕ້ອງໄປທີ່ໜ້າການອະນຸຍາດຈຸດທີ່ຕັ້ງສຳ​ລັບແອັບຢູ່ໃນການຕັ້ງຄ່າ.



ການປັບປຸງເພີ່ມເຕີມ

• ຢູ່ໃນໂມງ, ທ່ານສາມາດໄດ້ຍິນເວລາ ແລະ ຊື່ຂອງ​ໂມງ​ປຸກທີ່ຕັ້ງຄ່າມາກ່ອນອ່ານອອກສຽງດັງໆເມື່ອໂມງປຸກດັງຂຶ້ນ.



ບາງແອັບຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການອັບເດດແຍກຕ່າງຫາກຫຼັງຈາກການອັບເດດ One UI 3.



ການກັອບປີ້ ແອັບດ້ວຍການໃຊ້ Dual messenger ບໍ່ສາມາດເຂົ້າເຖິງ ໄຟລ໌ ແຜ່ນ SD ໂດຍກົງອີກຕໍ່ໄປ. ເພື່ອຈະ ແຊຣ໌ ໄຟລ໌ ແຜ່ນ SD ໃນ ກອບປີ້ ແອັບ, ເລືອກເອົາ ໄຟລ໌ ໃນ ແກເລີຣີ ຫຼື ໄຟລ໌ຂອງຂ້ອຍ, ເຕາະ ແຊຣ໌, ຈາກນັ້ນ ເລືອກ ກອບປີ້ ແອັບ.



ທ່ານບໍ່ສາມາດ ໃຊ້ Wi-Fi Direct ເພື່ອ ສົ່ງໄຟລ໌ ຫາ ອຸປະກອນ ອື່ນໄດ້ອີກຕໍ່ໄປ. ທ່ານສາມາດໃຊ້ ແຊຣ໌ ໃກ້ຄຽງ ແທນ. ທ່ານຍັງຄົງສາມາດ ອ່ານ ໄຟລ໌ ໂດຍການໃຊ້ Wi-Fi Direct.



ທ່ານບໍ່ສາມາດ ເຊື່ອມຕໍ່ ເຂົ້າ Chromecast ດ້ວຍການໃຊ້ Smart View ໄດ້ອີກຕໍ່ໄປ. ທ່ານສາມາດໃຊ້ Google Home ແທນ.

ໝາຍເລກການຜະລິດ : G780FXXU1ATK1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-11-16
ລະດັບແກ້ໄຂຄວາມປອດໄພ : 2020-11-01
• ການກັນສັ່ນຂອງ ໜ້າຈໍສຳພັດ ໄດ້ຮັບການປັບປຸງ.
• ຄຸນນະພາບຮູບຈາກກ້ອງຖ່າຍຮູບໄດ້ຖືກປັບປຸງແລ້ວ.
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU1ATJ5
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-10-23
ລະດັບແກ້ໄຂຄວາມປອດໄພ : 2020-10-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.

ໝາຍເລກການຜະລິດ : G780FXXU1ATJ1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-10-20
ລະດັບແກ້ໄຂຄວາມປອດໄພ : 2020-10-01
• ການກັນສັ່ນຂອງ ໜ້າຈໍສຳພັດ ໄດ້ຮັບການປັບປຸງ.
• Samsung Pass ໄດ້ຮັບການອັບເດດ
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : G780FXXU1ATIL
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-09-30
ລະດັບແກ້ໄຂຄວາມປອດໄພ : 2020-09-01
· ການປັບປຸງຄວາມສະຖຽນຂອງອຸປະກອນ, ການແກ້ໄຂຂໍ້ຜິດພາດ.

· ຄຸນສົມບັດໃໝ່ ແລະ / ຫຼືທີ່ເພີ່ມປະສິດທິພາບແລ້ວ.

· ການປັບປຸງການປະຕິບັດງານໃນອະນາຄົດ.