ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.
Galaxy S21 Ultra 5G (SM-G998B)
ໝາຍເລກການຜະລິດ : G998BXXSFHYE1
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-06-04
ລະດັບແກ້ໄຂຄວາມປອດໄພ : 2025-05-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXUEHYD5
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-05-07
ລະດັບແກ້ໄຂຄວາມປອດໄພ : 2025-04-01
ການອັບເກຣດ One UI 7.0 (ແອນດຣອຍ 15)
ຮູບຊົງໃໝ່ອັນໂດດເດັ່ນ
ການເສີມປະສິດທິພາບທາງຮູບພາບ
ເພີດເພີນກັບຄວາມທັນສະໄໝຫຼາຍຂຶ້ນ ແລະ ຮູບຊົງທີ່ເປັນເອກະລັກ. One UI 7 ນຳສະເໜີການອອກແບບຄືນໃໝ່ທີ່ຍອດຍ້ຽມກັບອົງປະກອບທີ່ສຳຄັນ ລວມທັງປຸ່ມ, ເມນູ, ການແຈ້ງເຕືອນ ແລະ ແຖບຄວບຄຸມ, ໃຫ້ປະສົບການທາງຮູບພາບທີ່ສອດຄ່ອງຫຼາຍຂຶ້ນພ້ອມກັບເສັ້ນໂຄ້ງ ແລະ ວົງມົນ. ສີໃໝ່ອັນງົດງາມ, ພາບເຄື່ອນໄຫວທີ່ນຸ້ມນວນ ແລະ ເອັບເຝັກພາບມົວທີ່ເປັນນະວັດຕະກຳ ເຊິ່ງເປັນລັກສະນະຈຳເພາະສຳລັບ One UI ໃນການເຮັດໃຫ້ລຳດັບຂໍ້ມູນຈະແຈ້ງຂຶ້ນ ແລະ ຊ່ວຍທ່ານສຸມໃສ່ຂໍ້ມູນສຳຄັນ.
ໜ້າຈໍຫຼັກທີ່ສ້າງໃໝ່
ໄອຄອນແອັບໃໝ່ທີ່ສົດໃໝ່ຈະເຮັດໃຫ້ ໜ້າຈໍຫຼັກຂອງທ່ານງົດງາມດ້ວຍຄຳອຸປະມາທາງຮູບພາບ ແລະ ໂທນສີທີ່ເຮັດໃຫ້ມັນງ່າຍຂຶ້ນໃນການຈຳແນກແອັບທີ່ທ່ານຕ້ອງການ. ວິດເຈັດໄດ້ຮັບການອອກແບບຄືນໃໝ່ທັງໝົດດ້ວຍຮູບທີ່ມີສີສັນຫລາຍຂຶ້ນ ແລະ ແຜນຜັງທີ່ສອດຄ່ອງຫລາຍຂຶ້ນ. ໂຟລເດີເທິງໜ້າຈໍຫຼັກຂອງທ່ານຍັງສາມາດຖືກສ້າງໃຫ້ໃຫ່ຍຂຶ້ນ ເພື່ອທີ່ທ່ານສາມາດເຂົ້າເຖິງແອັບທັນທີໂດຍບໍ່ຕ້ອງເປີດໂຟລເດີກ່ອນ.
ເສັ້ນກຣິດໜ້າຈໍຫຼັກທີ່ງ່າຍຂຶ້ນ
ຕອນນີ້ໜ້າຈໍຫຼັກຂອງທ່ານມີລັກສະນະທີ່ງາມກວ່າແຕ່ກ່ອນ. ແຜນຜັງເສັ້ນກຣິດມາດຕະຖານໃໝ່ຮັກສາສິ່ງຕ່າງໆໃຫ້ໄດ້ສ່ວນກັນ ແລະ ເຮັດໃຫ້ງ່າຍຂຶ້ນເພື່ອໃຊ້ ວິດເຈັດ One UI ໃນຂະໜາດມາດຕະຖານ.
ພາບລວງຂວາງໜ້າຈໍຫຼັກທີ່ປັບປຸງ
ຮັບເອົາຮູບລັກສະນະທີ່ສອດຄ່ອງຫຼາຍຂຶ້ນສຳລັບໜ້າຈໍຫຼັກຂອງທ່ານ, ເຖິງແມ່ນວ່າເມື່ອທ່ານໃຊ້ໂທລະສັບຕາມແນວນອນກໍ່ຕາມ. ຕອນນີ້ວິດເຈັດມີອັດຕາສ່ວນກ້ວາງຍາວທີ່ຄ້າຍກັນໃນພາບລວງຂວາງ ແລະ ປ້າຍຊື່ ຂໍ້ຄວາມປາກົດຂ້າງລຸ່ມຂອງໄອຄອນແທນທີ່ຈະແມ່ນຢູ່ຂ້າງພວກມັນ.
ກຳນົດເອງຮູບແບບແອັບ ແລະ ວິດເຈັດຂອງທ່ານ
ເຮັດໃຫ້ໜ້າຈໍຫຼັກຂອງທ່ານມີຮູບລັກສະນະໃນແບບທີ່ທ່ານມັກ. ດຽວນີ້ທ່ານຍັງສາມາດປັບຂະໜາດໄອຄອນແອັບ ແລະ ເລືອກວ່າຈະສະແດງປ້າຍຊື່ຂໍ້ຄວາມລຸ່ມໄອຄອນແອັບ ແລະ ວິດເຈັດທີ່ສະແດງຫຼືບໍ່. ທ່ານຍັງສາມາດປັບຄວາມຄົມ, ສີພື້ນຫຼັງ ແລະ ຄວາມໂປ່ງໃສໃນ ການຕັ້ງຄ່າສຳລັບ ວິດເຈັດແຕ່ລະອັນ.
ໜ້າຈໍລັອກ ແລະ Always On Display
ຄວບຄຸມໜ້າວຽກສຳຄັນດ້ວຍແຖບປັດຈຸບັນ
ກວດບິ່ງຂໍ້ມູນທ່ານຕ້ອງການຕອນນີ້ ແລະ ເລີ່ມຄຸນສົມບັດທີ່ຈຳເປັນໂດຍບໍ່ປົດລັອກ ໂທລະສັບຂອງທ່ານ. ໜ້າວຽກທີ່ດຳເນີນຢູ່ຈະປາກົດໃນ Now bar ທີ່ດ້ານລຸ່ມສຸດຂອງໜ້າລັອກຂອງທ່ານ ເພື່ອໃຫ້ທ່ານສາມາດກວດເບິ່ງຂໍ້ມູນທີ່ສຳຄັນຢ່າງວ່ອງໄວ. ຂໍ້ມູນແມ່ນລວມເຖິງການຄວບຄຸມມີເດຍ, ໂມງຈັບເວລາ, ການຕັ້ງເວລາ, ເຄື່ອງບັນທຶກສຽງ, Samsung Health ແລະ ອື່ນໆ.
ເຮັດໃຫ້ໂມງເປັນຮູບລັກສະນະໃນແບບທີ່ທ່ານມັກ
ຄົ້ນຫາຮູບແບບໂມງໃໝ່ສຳລັບໜ້າຈໍລັອກຂອງທ່ານ. ທ່ານສາມາດປັບຄວາມໜາຂອງເສັ້ນໃນ ຮູບແບບໂມງ ຫຼື ລອງໜຶ່ງໃນໂມງທີ່ເປັນພາບເຄື່ອນໄຫວໃໝ່ເພື່ອໃຫ້ກົງກັບລົດຊາດຂອງທ່ານ. ທ່ານຍັງສາມາດປ່ຽນຂະໜາດ ໂມງຂອງທ່ານເປັນຂະໜາດໃດໜຶ່ງທີ່ທ່ານມັກ ແລະ ລາກມັນຫາຕຳແໜ່ງທີ່ທ່ານຕ້ອງການເທິງໜ້າຈໍລັອກ.
ວິດເຈັດ ແລະ ທາງລັດເພີ່ມເຕີມ
ຕອນນີ້ທ່ານສາມາດເຫັນຫຼາຍຂຶ້ນ ແລະ ເຮັດຫຼາຍຂຶ້ນ, ເຖິງແມ່ນວ່າໂທລະສັບຂອງທ່ານຖືກລັອກກໍຕາມ. ເພີ່ມວິດເຈັດເພື່ອສະແດງຮູບ ແລະ ເລື່ອງລາວຈາກແກເລີຣີຂອງທ່ານ ຫຼື ລອງທາງລັດທີ່ເປີດເຄື່ອງສະແກນລະຫັດ QR ດ້ວຍການປັດໄວ.
ແຜງດ່ວນ ແລະ ການແຈ້ງເຕືອນ
ການແຈ້ງເຕືອນ ແລະ ແຜງດ່ວນທີ່ແຍກຕ່າງຫາກ
ເຂົ້າເຖິງແຜງທີ່ທ່ານຕ້ອງການທັນທີດ້ວຍ ພື້ນທີ່ເພີ່ມເຕີມສຳລັບການຕັ້ງຄ່າດ່ວນ. ປັດລົງຈາກມຸມຂວາເທິງສຸດຂອງໜ້າຈໍເພື່ອເປີດແຜງການຕັ້ງຄ່າດ່ວນ. ປັດລົງຈາກບ່ອນໃດກໍ່ໄດ້ຢູ່ດ້ານເທິງສຸດຂອງໜ້າຈໍເພື່ອເປີດແຜງການແຈ້ງເຕືອນ.
ກຳນົດແຜງດ່ວນຂອງທ່ານເອງ
ສ້າງແຜນຜັງແຜງດ່ວນທີ່ເໝາະສຳລັບທ່ານ. ທ່ານສາມາດແຕະໄອຄອນສໍດຳຢູ່ດ້ານເທິງສຸດຂອງ ແຜງດ່ວນເພື່ອເຂົ້າສູ່ ໂໝດແກ້ໄຂ, ຈາກນັ້ນຍ້າຍປຸ່ມ ແລະ ຄວບຄຸມຂຶ້ນແລະລົງເພື່ອໃຫ້ສອດຄ່ອງກັບຄວາມມັກຂອງທ່ານ.
ການແຈ້ງເຕືອນສົດ
ຄວບຄຸມສິ່ງທີ່ກຳລັງເກີດຂຶ້ນໃນຕອນນີ້. ການແຈ້ງເຕືອນສົດສະແດງໃຫ້ທ່ານເຫັນຄວາມຄືບໜ້າຂອງກິດຈະກຳທີ່ດຳເນີນຢູ່ເຊັ່ນ: ການຕັ້ງເວລາ, ການບັນທຶກສຽງ, ການອອກກໍາລັງກາຍ ແລະ ອື່ນໆ ເພື່ອໃຫ້ທ່ານສາມາດດຳເນີນການກ່ຽວກັບພວກມັນຢ່າງວ່ອງໄວ. ການແຈ້ງເຕືອນແບບສົດຈະປາກົດໃນແຖບປັດຈຸບັນບົນ ໜ້າຈໍລັອກ, ເທິງ ແຖບສະແດງສະຖານະ ແລະ ຢູ່ດ້ານເທິງສຸດຂອງ ແຜງການແຈ້ງເຕືອນ.
ແຜນຜັງການແຈ້ງເຕືອນໃໝ່
ຕອນນີ້ໄອຄອນໃນການແຈ້ງເຕືອນແມ່ນຄືກັນກັບໄອຄອນທີ່ປາກົດເທິງໜ້າຈໍຫຼັກຂອງທ່ານ, ເຮັດໃຫ້ມັນງ່າຍເພື່ອຮັບຮູ້ວ່າແອັບໃດສົ່ງແຕ່ລະການແຈ້ງເຕືອນ. ການແຈ້ງເຕືອນທີ່ຈັດກຸ່ມປາກົດເປັນຄືກອງໄພ້ທີ່ຊ້ອນກັນກອງໜຶ່ງ. ແຕະກອງທີ່ຊ້ອນກັນເພື່ອສະແດງການແຈ້ງເຕືອນທັງໝົດໃນກຸ່ມ.
ເຂົ້າເຖິງຂໍ້ມູນທີ່ເປັນປະໂຫຍດທັນທີ
ກົດ ແລະ ກົດຄ້າງປຸ່ມເລື່ອນເພື່ອເຂົ້າເຖິງ Google Gemini
ປຸ່ມເລື່ອນແມ່ນທາງໃໝ່ໃນການເຂົ້າເຖິງ Google Gemini ຫຼື ແອັບຕົວຊ່ວຍດິຈິຕອນອື່ນໆຢ່າງວ່ອງໄວແທນການໃຊ້ການປັດມຸມ. ທ່ານສາມາດປ່ຽນແປງສິ່ງທີ່ປຸ່ມເລື່ອນເຮັດໃນການຕັ້ງຄ່າ.
ສຳເລັດຫຼາຍໜ້າວຽກດ້ວຍຄຳຂໍດຽວ
ປັດຈຸບັນ Google Gemini ແມ່ນຖືກລວມປະສານກັບ Samsung Apps ເຊັ່ນ: ປະຕິທິນ, ບັນທຶກ, ການເຕືອນ ແລະ ໂມງ. ທ່ານສາມາດສຳເລັດໜ້າວຽກໃນແອັບເຫຼົ່ານີ້ໂດຍໃຊ້ຂໍ້ມູນຈາກ Gemini ດ້ວຍຄຳສັ່ງງ່າຍໆຄຳດຽວ. ລອງຖາມ Google Gemini ເພື່ອຖາມກ່ຽວກັບວິດີໂອ YouTube ແລະ ບັນທຶກຜົນຮັບໃນ Samsung Notes ຫຼື ລອງຖາມ Google Gemini ໃຫ້ຊອກຫາຕາຕະລາງເວລາຂອງທີມກິລາຂອງທ່ານ ແລະ ເພີ່ມເກມຫາ ປະຕິທິນຂອງທ່ານ.
ແຕ້ມວົງມົນອ້ອມມັນ, ຊອກຫາມັນ. ຟັງສຽງມັນ, ຊອກຫາມັນ
ແຕ້ມວົງມົນເພື່ອຊອກຫາດ້ວຍ Google ອະນຸຍາດທ່ານຊອກຫາທຸກຢ່າງເທິງໜ້າຈໍຂອງທ່ານ ແລະ ຮັບເອົາຂໍ້ມູນທີ່ໄວຂຶ້ນດ້ວຍ ສະພາບລວມ AI. ພຽງແຕ້ມວົງມົນເທິງວັດຖຸ—ລວມເຖິງຮູບ, ວິດີໂອ ຫຼື ຂໍ້ຄວາມ—ແລະທ່ານຈະໄດ້ຜົນຮັບທັນທີ. ທ່ານຍັງສາມາດຊອກຫາເພງທີ່ທ່ານໄດ້ຍິນໃນຊ່ວງເວລານັ້ນໂດຍບໍ່ຕ້ອງສັບປ່ຽນແອັບ.
ແຄັບເຈີຮູບຢ່າງງ່າຍດາຍ
ແຜນຜັງກ້ອງຖ່າຍຮູບໃໝ່
ປຸ່ມກ້ອງຖ່າຍຮູບ, ການຄວບຄຸມ ແລະ ໂໝດຖືກຈັດລຳດັບຄືນໃໝ່ເພື່ອເຮັດໃຫ້ງ່າຍຂຶ້ນໃນການຊອກຄຸນສົມບັດທີ່ທ່ານຕ້ອງການ ແລະ ໃຫ້ຕົວຢ່າງຮູບທີ່ທ່ານກຳລັງຖ່າຍ ຫຼື ວິດີໂອທີ່ທ່ານກຳລັງບັນທຶກນັ້ນຈະແຈ້ງຂຶ້ນ.
ການປັບປຸງການເລືອກໂໝດ
ເມນູໂໝດເພີ່ມເຕີມຖືກອອກແບບຄືນໃໝ່. ແທນທີ່ຈະຕື່ມໜ້າຈໍທັງໝົດ ແລະ ບລັອກມຸມມອງກ້ອງຖ່າຍຮູບ, ດຽວນີ້ທ່ານສາມາດເລືອກໂໝດໜຶ່ງຈາກປັອບອັບນ້ອຍໆທີ່ປົກປິດພຽງສ່ວນລຸ່ມສຸດຂອງໜ້າຈໍ.
ການຄວບຄຸມຊູມທີ່ປັບປຸງ
ຕອນນີ້ມັນງ່າຍຂຶ້ນເພື່ອເລືອກລະດັບຊູມທີ່ຖືກຕ້ອງ. ຕອນນີ້ປຸ່ມຊູມ 2x ມີພ້ອມໃຫ້ໃຊ້ຕາມຄ່າມາດຕະຖານ ແລະ ທາງເລືອກຊູມເພີ່ມເຕີມປາກົດພາຍຫຼັງທ່ານເລືອກເລນ.
ປະສົບການຕົວກັ່ນຕອງທີ່ຍົກລະດັບ
ຕົວກັ່ນຕອງກ້ອງຖ່າຍຮູບໄດ້ຮັບການປັບປຸງໃໝ່ທັງໝົດ. ຕອນນີ້ຕົວກັ່ນຕອງໃໝ່ແມ່ນພ້ອມໃຫ້ໃຊ້ ແລະ ຕົວກັ່ນຕອງທີ່ມີຢູ່ແລ້ວໄດ້ຮັບການປັບປຸງ. ແຕ່ລະຕົວກັ່ນຕອງອະນຸຍາດການປັບຄວາມເຂັ້ມເລັກນ້ອຍສະເພາະຈຸດ, ອຸນຫະພູມສີ, ຄວາມຄົມຊັດ ແລະ ການອິ່ມຕົວ, ເຮັດໃຫ້ມັນງ່າຍຂຶ້ນເພື່ອມີຮູບລັກສະນະທີ່ທ່ານຕ້ອງການ. ທ່ານຍັງສາມາດສ້າງຕົວກັ່ນຕອງທີ່ກຳນົດເອງອີງຕາມຮູບແບບ ແລະ ອາລົມຂອງຮູບທີ່ທ່ານເລືອກ.
ບັນທຶກການຕັ້ງຄ່າຮູຮັບແສງສຳລັບແຕ່ລະໂໝດ
ຄວບຄຸມລະດັບຄວາມແຈ້ງ ຫຼື ມືດຂອງຮູບວ່າເທົ່າໃດດ້ວຍທາງເລືອກຮູຮັບແສງໃນການຄວບຄຸມແບບໄວຂອງກ້ອງຖ່າຍຮູບ. ພາຍຫຼັງທ່ານຕັ້ງຮູຮັບແສງສຳລັບໂໝດ, ມັນຈະຮັກສາການຕັ້ງນັ້ນຕໍ່ເນື່ອງໃນໂໝດນັ້ນ, ເຖິງແມ່ນວ່າທ່ານສັບປ່ຽນເປັນໂໝດໃໝ່ ແລະ ກັບຄືນ.
ໂໝດວິດີໂອໂປຣ/ໂໝດໂປຣທີ່ປັບປຸງ
ໂໝດວິດີໂອໂປຣ ແລະ ໂໝດໂປຣມີແຜນຜັງທີ່ງ່າຍຂຶ້ນທີ່ເຮັດໃຫ້ມັນງ່າຍກວ່າເດີມໃນການໂຟກັສຮູບທີ່ທ່ານກຳລັງຖ່າຍ ຫຼື ວິດີໂອທີ່ທ່ານກຳລັງບັນທຶກ. ການຄວບຄຸມຊູມໃໝ່ແມ່ນມີພ້ອມໃຫ້ໃຊ້ງານທຸກຄັ້ງທີ່ທ່ານບັນທຶກໃນໂໝດວິດີໂອໂປຣທີ່ໃຫ້ທ່ານຄວບຄຸມຄວາມໄວຂອງຊູມເພື່ອການປ່ຽນຜ່ານທີ່ບໍ່ມີບັນຫາ. ການຄວບຄຸມໄມໃນໂໝດ ວິດີໂອໂປຣຖືກຍ້າຍຫາການຄວບຄຸມໄວແລ້ວ.
ຫຼິ້ນສຽງຂະນະບັນທຶກວິດີໂອ
ດຽວນີ້ທ່ານສາມາດບັນທຶກວິດີໂອໄດ້ໂດຍບໍ່ລົບກວນເພງ, ພອດຄາສຕ໌ ຫຼື ເນື້ອຫາສຽງອື່ນໆທີ່ທ່ານກຳລັງຟັງ. ພຽງເປີດຫຼິ້ນຄືນສຽງໃນທາງເລືອກວິດີໂອຂັ້ນສູງ.
ຈັດລຳດັບຮູບຖ່າຍທີ່ສົມບູນແບບ
ຮັບເອົາຄຳແນະນຳໃນການປັບຕຳແໜ່ງກ້ອງຖ່າຍຮູບດ້ວຍເສັ້ນເງົາ ແລະ ລະດັບ. ຕອນນີ້ເສັ້ນເງົາສາມາດຖືກເປີດ ແລະ ປິດໄດ້ໂດຍແຍກກັນຈາກລະດັບລວງນອນ. ຍັງມີທາງເລືອກໃໝ່ເພື່ອສະແດງລະດັບລວງຕັ້ງ.
ມ່ວນຊື່ນກັບຊ່ວງເວລາພິເສດຂອງທ່ານ
ຮູບປະຕິດປອດຮູບແບບ
ເຮັດໄດ້ເໜືອກວ່າແຜນຜັງທີ່ຕັ້ງຄ່າມາກ່ອນສຳລັບຮູບປະຕິດໃນແກເລີຣີ. ຕອນນີ້ທ່ານສາມາດປັບຂະໜາດ, ຕຳແໜ່ງ ແລະ ການໝຸນຂອງຮູບໃນຮູບປະຕິດຂອງທ່ານເພື່ອສ້າງແຜນຜັງທີ່ເປັນເອກະລັກສະເພາະຂອງທ່ານເອງ.
ແກ້ໄຂຮູບປະຕິດໃນເລື່ອງລາວ
ສ້າງຮູບປະຕິດປະຕໍ່ຂອງເລື່ອງລາວຂອງທ່ານໃຫ້ມີຮູບລັກສະນະຕາມທີ່ທ່ານມັກ. ຕອນນີ້ທ່ານສາມາດຄວບຄຸມທັງໝົດເພື່ອແກ້ໄຂຮູບປະຕິດປະຕໍ່ທີ່ສ້າງໃນເລື່ອງລາວ. ປ່ຽນແທນຮູບ, ເອົາອອກ ຫຼື ເພີ່ມຮູບ ຫຼື ປັບຕຳແໜ່ງ ແລະ ຂະໜາດ.
ການແກ້ໄຂວິດີໂອທີ່ມີພະລັງ
ບໍ່ເຮັດການແກ້ໄຂຂອງທ່ານຢ່າງງ່າຍໆ
ຢ່າກັງວົນກ່ຽວກັບການເຮັດຄວາມຜິດພາດ. ຕອນນີ້ທາງເລືອກບໍ່ເຮັດ ແລະ ເຮັດຄືນມີພ້ອມໃຫ້ໃຊ້ງານໃນເວລາທ່ານແກ້ໄຂວິດີໂອສຳລັບການກະທຳເຊັ່ນ: ການປ່ຽນຮູບ, ກັ່ນຕອງ ແລະ ການປ່ຽນໂທນສີ.
ສ້າງວິດີໂອຂອງທ່ານເປັນກາຕູນອະນິເມຊັ່ນ
ເພີ່ມເອັບເຝັກອະນິເມຊັ່ນທີ່ສະໜຸກສະໜານໄປຍັງສະຕິກເກີ ແລະ ຂໍ້ຄວາມໃນວິດີໂອຂອງທ່ານໃນສະຕູດິໂອ. ເລືອກຈາກຄ່ອຍໆປາກົດຂຶ້ນ, ຄ່ອຍໆຫາຍໄປ, ການປັດ, ການໝຸນ ແລະ ອື່ນໆ.
ຈັດການສຸຂະພາບຂອງທ່ານ
ມີສະຕິຕໍ່ເນື່ອງ
ຄຸນສົມບັດສະຕິໃໝ່ໃນ Samsung Health ສາມາດຊ່ວຍທ່ານຈັດການຄວາມຄຽດ ແລະ ຄວາມວິຕົກວັງວົນໃນຊີວິດປະຈຳວັນຂອງທ່ານ. ຕິດຕາມອາລົມ ແລະ ຄວາມຮູ້ສຶກຂອງທ່ານຕໍ່ເນື່ອງ, ຝຶກຫັດການຝຶກການຫາຍໃຈ ແລະ ການນັ່ງສະມາທິ ແລະ ອື່ນໆ.
ຫຼຽນກາ Samsung Health ໃໝ່
ມີແຮງຈູງໃຈຕໍ່ເນື່ອງ ແລະ ເຮັດວຽກເພື່ອບັນລຸເປົ້າໝາຍສຸຂະພາບຂອງທ່ານໃຂະນະທີ່ໄດ້ຮັບຫຼຽນກາໃໝ່ໃນ Samsung Health. ທ້າທາຍຕົນເອງເພື່ອຮັບຫລຽນກາໃໝ່ສຳລັບ ຄະແນນພະລັງງານ, ການອອກກໍາລັງກາຍ, ກິດຈະກໍາ, ອາຫານ, ນໍ້າ, ອົງປະກອບຂອງຮ່າງກາຍ ແລະ ອື່ນໆ.
ສົ່ງເສີມຜະລິດຕະພາບຂອງທ່ານ
ຕົວຢ່າງສຳລັບແອັບທີ່ຫຍໍ້ນ້ອຍລົງ
ເມື່ອໜ້າຈໍປັອບອັບຫຼາຍອັນຈາກແອັບອັນດຽວກັນຖືກຫຍໍ້ລົງ, ພວກມັນຈະລວມເຂົ້າໃນໄອຄອນດຽວ. ການແຕະໄອຄອນຈະສະແດງຕົວຢ່າງປ່ອງຢ້ຽມເປີດທັງໝົດຈາກແອັບ, ໃຫ້ທ່ານສາມາດເລືອກປ່ອງຢ້ຽມທ່ານຕ້ອງການຢ່າງງ່າຍດາຍ.
ຈັດກຸ່ມໂມງປຸກຂອງທ່ານ
ສ້າງກຸ່ມຂອງໂມງປຸກທີ່ທ່ານຕ້ອງການຄວບຄຸມພ້ອມໆກັນໃນແອັບໂມງ. ທ່ານສາມາດປິດໂມງປຸກທັງໝົດໃນໜຶ່ງກຸ່ມດ້ວຍການແຕະຄັ້ງດຽວ.
ຮັກສາໂມງປຸກທັງໝົດຢູ່ໃນລະດັບສຽງດຽວກັນ
ສຳລັບການຕັ້ງທີ່ງ່າຍກວ່າ, ໂມງປຸກຂອງທ່ານທັງໝົດຈະໃຊ້ລະດັບສຽງຄືກັນຕາມຄ່າມາດຕະຖານ. ຖ້າທ່ານມັກທີ່ຈະຕັ້ງລະດັບສຽງແຕກຕ່າງກັນສຳລັບແຕ່ລະໂມງປຸກ, ທ່ານສາມາດເລືອກອັນນີ້ຢູ່ໃນການຕັ້ງຄ່າໂມງ.
ການເລືອກໄຟລ໌ທີ່ປັບປຸງ
ຕົວເລືອກໄຟລ໌ໃໝ່ເຮັດໃຫ້ມັນງ່າຍຂຶ້ນໃນການຄັດຕິດ ແລະ ເລືອກໄຟລ໌ໃນຫຼາຍແອັບ. ມັນງ່າຍໃນການສັບປ່ຽນລະຫວ່າງ ຈຸດທີ່ຕັ້ງ ບ່ອນເກັບຂໍ້ມູນ ແລະ ໝວດທີ່ຕ່າງກັນ ແລະ ຕົວຢ່າງຖືກສະແດງຂຶ້ນເພື່ອຮັບປະກັນວ່າທ່ານໄດ້ຮັບໄຟລ໌ທີ່ຖືກຕ້ອງ.
ຕົວເລືອກຂັ້ນສູງສຳລັບວຽກປະຈຳ
ຕັ້ງໂປຣເກມໃຫ້ໂທລະສັບຂອງທ່ານເພື່ອເຮັດເກືອບທຸກຢ່າງທີ່ທ່ານຕ້ອງການ. ວຽກປະຈຳແມ່ນມີພະລັງຫລາຍກວ່າແຕ່ກ່ອນ ຊຶ່ງມີໂລຈິກ If-Else ແລະ ຄວາມສາມາດໃນການຮັບຂໍ້ມູນຕາມຕົວແປ.
ວາງແຜນໜ້າວຽກ ແລະ ເຫດການ
ກຳນົດເວລາເຫດການປະຕິທິນຄືນຢ່າງງ່າຍດາຍ
ພຽງແຕ່ລາກ ແລະ ວາງເຫດການຈາກວັນທີໜຶ່ງຫາວັນທີອື່ນເທິງປະຕິທິນຂອງທ່ານໃນ ມຸມມອງເດືອນເພື່ອປ່ຽນແປງວັນທີຂອງເຫດການ.
ສະແດງປະຕິທິນທີ່ແຍກຕ່າງຫາກເທິງວິດເຈັດ
ດຽວນີ້ທ່ານມີການຄວບຄຸມຫຼາຍຂຶ້ນຕໍ່ກັບປະຕິທິນໃດຈະປາກົດເທິງວິດເຈັດປະຕິທິນຂອງທ່ານ. ທ່ານສາມາດເລືອກພຽງໜຶ່ງປະຕິທິນ ແລະ ສະແດງພຽງເຫດການຈາກປະຕິທິນນັ້ນເທິງ ໜ້າຈໍຫຼັກຂອງທ່ານ ຫຼື ສ້າງ 2 ວິດເຈັດປະຕິທິນທີ່ແຍກຕ່າງຫາກທີ່ມີປະຕິທິນຕ່າງກັນເທິງແຕ່ລະວິດເຈັດນັ້ນ.
ນັບຖອຍຫຼັງຈຳນວນວັນຫາເຫດການສຳຄັນ
ມັນງ່າຍກວ່າແຕ່ກ່ອນໃນການສ້າງວິດເຈັດ ນັບຖອຍຫຼັງສຳລັບເຫດການເທິງປະຕິທິນຂອງທ່ານ. ໄປທີ່ລາຍລະອຽດເຫດການ, ຈາກນັ້ນເລືອກເພີ່ມວິດເຈັດນັບຖອຍຫຼັງຈາກເມນູຕົວເລືອກເພີ່ມເຕີມ. ວິດເຈັດຈະປາກົດເທິງໜ້າຈໍຫຼັກຂອງທ່ານສະແດງຈຳນວນວັນຈົນເຖິງວັນເກີດ, ວັນຄົບຮອບ, ວັນພັກລະດູຮ້ອນ ຫຼື ເຫດການອື່ນໆທີ່ທ່ານເລືອກ.
ຍ້າຍເຫດການທັງໝົດຈາກປະຕິທິນໜຶ່ງຫາປະຕິທິນອື່ນ
ຫຼີກລ່ຽງຄວາມຫຍຸ້ງຍາກໃນການຍ້າຍເຫດການໜຶ່ງຢ່າງໃນຄັ້ງໜຶ່ງ. ຕອນນີ້ທ່ານສາມາດຍ້າຍເຫດການທັງໝົດຈາກປະຕິທີນໜຶ່ງຫາປະຕິທິນອື່ນເຊັ່ນ: ການຍ້າຍເຫດການທັງໝົດຈາກປະຕິທິນໃນໂທລະສັບຂອງທ່ານຫາປະຕິທິນເທິງຄລາວ.
ຕົວເລືອກເພີ່ມເຕີມສຳລັບການເຕືອນທີ່ເກີດຊໍ້າ
ເມື່ອທ່ານສ້າງການເຕືອນທີ່ເກີດຊໍ້າ, ດຽວນີ້ທ່ານສາມາດເລືອກຫລາຍວັນທີສຳລັບການເກີດຊໍ້າແທນທີ່ຈະເລືອກພຽງອັນດຽວ.
ເມນູເພີ່ມດ່ວນທີ່ປັບປຸງ
ຕອນນີ້ມັນງ່າຍຂຶ້ນໃນການສ້າງການເຕືອນຢ່າງວ່ອງໄວ. ດຽວນີ້ເມນູເພີ່ມດ່ວນສະໜອງທາງເລືອກ ຕັ້ງຄ່າມາກ່ອນສຳລັບເງື່ອນໄຂເວລາ ແລະ ຈຸດທີ່ຕັ້ງ.
ຈັດການການເຕືອນທີ່ສຳເລັດຂອງທ່ານ
ມັນງ່າຍຂຶ້ນໃນການລຶບສິ່ງຮົກເຮື້ອຈາກລາຍການການເຕືອນຂອງທ່ານ. ການຕັ້ງຄ່າໃໝ່ອະນຸຍາດທ່ານລຶບການເຕືອນທີ່ສຳເລັດໂດຍອັດຕະໂນມັດພາຍຫຼັງໄລຍະເວລາສະເພາະໜຶ່ງ. ທ່ານຍັງສາມາດສຳເນົາການເຕືອນທີ່ສຳເລັດ ເພື່ອໃຫ້ທ່ານສາມາດໃຊ້ພວກມັນຄືນໃໝ່ໂດຍບໍ່ປ້ອນຂໍ້ມູນທັງໝົດອີກຄັ້ງ.
ເຊື່ອມຕໍ່ ແລະ ແບ່ງປັນ
ເຊື່ອມຕໍ່ກັບອຸປະກອນໃກ້ຄຽງຢ່າງງ່າຍດາຍ
ມັນງ່າຍກວ່າແຕ່ກ່ອນໃນການເຊື່ອມຕໍ່ກັບອຸປະກອນຊຳຊຸງອື່ນໆເຊັ່ນ: ໂທລະພາບ, ແທັບເລັດ, PCs, ໂມງ, ຫູຟັງ ແລະ ອື່ນໆ. ແຕະອຸປະກອນໃກ້ຄຽງໃນແຜງດ່ວນເພື່ອເບິ່ງອຸປະກອນທີ່ມີໃກ້ທ່ານ, ຈາກນັ້ນ ລາກອຸປະກອນຫາໂທລະສັບຂອງທ່ານເພື່ອເຊື່ອມຕໍ່ທັນທີ. ທ່ານຍັງສາມາດແຕະເທິງອຸປະກອນເພື່ອເບິ່ງຄຸນສົມບັດທີ່ມີເມື່ອຖືກເຊື່ອມຕໍ່ກັບໂທລະສັບຂອງທ່ານ. ຕົວຢ່າງ: ເມື່ອທ່ານແຕະເທິງໂທລະພາບ, ທ່ານຈະເຫັນທາງເລືອກເພື່ອເລີ່ມ Smart View.
ອຸປະກອນທີ່ແນະນຳສຳລັບການແຊຣ໌ດ່ວນ
ຊອກຫາອຸປະກອນທີ່ເໝາະສົມເພື່ອແບ່ງປັນນຳ. ອຸປະກອນທີ່ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ ແລະ ອຸປະກອນທີ່ທ່ານໄດ້ແບ່ງປັນໃນອະດີດຈະປາກົດຢູ່ເບື້ອງເທິງຂອງລາຍການເພື່ອໃຫ້ພວກມັນງ່າຍໃນການຊອກຫາ.
ສືບຕໍ່ການແບ່ງປັນທາງອິນເຕີເນັດ
ສຳເລັດການໂອນໄຟລ໌ ແມ້ວ່າອຸປະກອນຢູ່ໄກກໍຕາມ. ໃນເວລາແບ່ງປັນໄຟລ໌ໂດຍໃຊ້ການແຊຣ໌ດ່ວນ, ຖ້າອຸປະກອນຢູ່ໄກເກີນໄປໃນການສືບຕໍ່ການໂອນໂດຍກົງ, ການໂອນຈະສືບຕໍ່ຢ່າງບໍ່ມີບັນຫາຜ່ານອິນ ເຕີເນັດໂດຍໃຊ້ Wi-Fi ຫຼື ຂໍ້ມູນມືຖື.
ປົກປ້ອງຄວາມປອດໄພຂອງທ່ານ
ປົກປ້ອງຂໍ້ມູນຂອງທ່ານໃນກໍລະນີໂທລະສັບຂອງທ່ານຖືກລັກ
ຄຸນສົມບັດການປ້ອງກັນຂະໂມຍຊ່ວຍປົກປ້ອງແອັບ ແລະ ຂໍ້ມູນຂອງທ່ານໃນກໍລະນີທີ່ໂທລະສັບຂອງທ່ານຖືກລັກ. ໜ້າຈໍຈະລັອກອັດຕະໂນມັດ, ຖ້າກວດພົບຄົນລັກ ຫຼື ຖ້າການເຊື່ອມຕໍ່ເຄືອຂ່າຍຂອງທ່ານສູນເສຍໄປ ຫຼື ທ່ານສາມາດລັອກໜ້າຈໍດ້ວຍຕົນເອງໂດຍການໄປທີ່ android.com/lock. ທ່ານຍັງສາມາດຮ້ອງຂໍການຢືນຢັນຄວາມຖືກຕ້ອງທາງໄບໂອເມຕຣິກກ່ອນປ່ຽນ ການຕັ້ງຄ່າທີ່ລະອຽດອ່ອນ.
ກວດເບິ່ງສະຖານະດ້ານຄວາມປອດໄພຂອງອຸປະກອນທ່ານ
ຊອກຫາກ່ຽວກັບຄວາມສ່ຽງດ້ານຄວາມປອດໄພ ແລະ ແກ້ໄຂພວກມັນຢ່າງວ່ອງໄວ. Knox Matrix ຕິດຕາມອຸປະກອນທີ່ຮອງຮັບທີ່ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ ແລະ ເຮັດໃຫ້ທ່ານຮູ້ວິທີການແກ້ໄຂຄວາມສ່ຽງດ້ານຄວາມປອດໄພ, ຖ້າພົບເຫັນ.
ປອດໄພຈາກໄພຂົ່ມຂູ່ດ້ານຄວາມປອດໄພ
ຕົວບລັອກອັດຕະໂນມັດເຮັດໄດ້ຫຼາຍຂຶ້ນເພື່ອປົກປ້ອງທ່ານຈາກການໂຈມຕີທາງໄຊເບີ້ເມື່ອ ຂໍ້ຈຳກັດສູງສຸດຖືກເປີດ. ຕອນນີ້ເຄືອຂ່າຍ 2G ຖືກບລັອກແລ້ວ ແລະ ໂທລະສັບຂອງທ່ານຈະບໍ່ເຊື່ອມຕໍ່ຄືນກັບ ເຄືອຂ່າຍ Wi-Fi ທີ່ບໍ່ປອດໄພໂດຍອັດຕະໂນມັດ. ຂໍ້ຈໍາກັດເຫຼົ່ານີ້ສາມາດຊ່ວຍປົກປ້ອງຜູ້ໂຈມຕີບໍ່ໃຫ້ຂັດຂວາງການຈະລາຈອນເຄືອຂ່າຍຂອງທ່ານ.
ແບັດເຕີຣີ ແລະ ການສາກ
ຕົວເລືອກເພີ່ມເຕີມສຳລັບການປະຢັດໄຟ
ດຽວນີ້ທ່ານມີການຄວບຄຸມຫຼາຍຂຶ້ນກັບສິ່ງທີ່ເກີດຂຶ້ນເມື່ອໂທລະສັບຂອງທ່ານຢູ່ໃນໂໝດປະຢັດໄຟ. ເລືອກຄຸນສົມບັດແທ້ຈິງທີ່ທ່ານຕ້ອງການຈຳກັດເພື່ອປະຢັດຈຳນວນແບັດເຕີຣີທີ່ເໝາະສົມ ສຳລັບທ່ານ. ທ່ານສາມາດປ່ຽນແປງທາງເລືອກເຫຼົ່ານີ້ ຂະນະທີ່ເປີດການປະຢັດໄຟ.
ຄວບຄຸມເພີ່ມເຕີມຕໍ່ກັບການປົກປ້ອງ ແບັດເຕີຣີ
ເມື່ອທ່ານເປີດການປົກປ້ອງແບັດເຕີຣີ, ຕອນນີ້ທ່ານສາມາດປັບລະດັບການສາກຂັ້ນສູງສຸດໃນຈຸດໃດໜຶ່ງລະຫວ່າງ 80% ແລະ 95%.
ເອັບເຝັກການສາກໃໝ່
ເມື່ອທ່ານສຽບເຄື່ອງສາກ, ການຢືນຢັນການສາກແມ່ນນ້ອຍກວ່າ ແລະ ປາກົດຢູ່ດ້ານລຸ່ມສຸດຂອງໜ້າຈໍ ແທນທີ່ຈະແມ່ນເຄິ່ງກາງເພື່ອປ້ອງກັນການການຂັດຈັງຫວະຂະນະທີ່ເຮັດໃຫ້ມັນງ່າຍໃນການກວດເບິ່ງສະຖານະການສາກ.
ທຸກຄົນສາມາດເຂົ້າເຖິງໄດ້
ຊູມເຂົ້າ ແລະ ຊູມອອກດ້ວຍນິ້ວມືພຽງໜຶ່ງນິ້ວມື
ການຊູມເຂົ້າ ແລະ ຊູມອອກແມ່ນງ່າຍຂຶ້ນ. ສຳລັບຄົນທີ່ມີຄວາມລຳບາກໃນການໃຊ້ຊູມພິນຊ໌, ຕອນນີ້ທ່ານສາມາດເປີດໃຊ້ງານຊູມ 1 ນິ້ວມືຈາກເມນູຊ່ວຍ. ປັດຂຶ້ນ ຫຼື ໄປທາງຂວາເພື່ອຊູມເຂົ້າ. ປັດລົງ ຫຼື ໄປທາງຊ້າຍເພື່ອຊູມອອກ.
ການຄວບຄຸມໜ້າຈໍທີ່ປັບປຸງ
ຕອນນີ້ເມນູຊ່ວຍເຮັດໄດ້ຫຼາຍຂຶ້ນເພື່ອຊ່ວຍທ່ານຄວບຄຸມໜ້າຈໍ. ຕອນນີ້ທ່ານສາມາດແຕະສອງຄັ້ງ ແລະ ສຳຜັດຄ້າງໄວ້ພຽງແຕະປຸ່ມດຽວ. ຄວບຄຸມການເລື່ອນໃໝ່ໃຫ້ທ່ານຍ້າຍຮອບໆໜ້າຈໍໃນໄລຍະສະເພາະໂດຍການແຕະຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດເທິງໜ້າຈໍ.
ກຳນົດເອງການປະຕິສຳພັນທາງການສຳຜັດຂອງທ່ານ
ຮັບເອົາຄຳແນະນຳໃນການເລືອກການຕັ້ງຄ່າທີ່ສະດວກສະບາຍທີ່ສຸດສຳລັບທ່ານ. ການທົດສອບໃໝ່ແມ່ນມີໃຫ້ສຳລັບສຳຜັດການເລື່ອນເວລາຄ້າງໄວ້, ແຕະ ໄລຍະເວລາ ແລະ ບໍ່ສົນໃຈການຕັ້ງຄ່າການສຳຜັດທີ່ຊໍ້າກັນ. ການທົດສອບສາມາດບອກທ່ານໄດ້, ຖ້າການຕັ້ງຄ່າປັດຈຸບັນຂອງທ່ານແມ່ນເໝາະສົມ ຫຼື ຕ້ອງການການປັບ.
ການປັບປຸງເພີ່ມເຕີມຍິ່ງຂຶ້ນ
ຮັບເອົາຄຳແນະນຳທີ່ເປັນປະໂຫຍດຢູ່ໃນເລືອກອັດສະລິຍະ
ເມື່ອທ່ານເລືອກສ່ວນໜຶ່ງຂອງໜ້າຈໍທີ່ມີ ເລືອກອັດສະລິຍະ, ການດຳເນີນການທີ່ເປັນປະໂຫຍດຈະຖືກແນະນຳອີງຕາມສິ່ງທີ່ທ່ານເລືອກ. ຖ້າລາຍລະອຽດເຫດການເປັນສ່ວນໜຶ່ງຂອງການເລືອກຂອງທ່ານ, ທ່ານຈະມີທາງເລືອກເພື່ອເພີ່ມມັນຫາປະຕິທິນຂອງທ່ານ. ຖ້າທ່ານເລືອກຮູບໜຶ່ງ, ທາງເລືອກສຳລັບການແກ້ໄຂຮູບ ຫຼື ການປັບປຸງຄຸນນະພາບຂອງມັນຈະຖືກແນະນຳ.
ເບິ່ງວິດີໂອອີກຄັ້ງ
ໃນເຄື່ອງຫຼິ້ນວິດີໂອ, ປຸ່ມໜຶ່ງຈະປາກົດຢູ່ຕ້ອນທ້າຍຂອງແຕ່ລະວິດີໂອທີ່ໃຫ້ທ່ານເລີ່ມວິດີໂອອີກຄັ້ງຈາກເລີ່ມຕົ້ນ.
ລາຍຊື່ຜູ້ຕິດຕໍ່ທີ່ປັບປຸງ
ສຳລັບປະສົບການທີ່ສອດຄ່ອງຫຼາຍຂຶ້ນ, ຕອນນີ້ລາຍຊື່ຜູ້ຕິດຕໍ່ອັນດຽວກັນປາກົດໃນທັງແອັບໂທລະສັບ ແລະ ແອັບລາຍຊື່ຜູ້ຕິດຕໍ່. ເມນູ ແລະ ທາງເລືອກແມ່ນຄືກັນໃນທັງສອງຈຸດທີ່ຕັ້ງ, ສະນັ້ນທ່ານສາມາດຊອກສິ່ງທີ່ທ່ານຊອກຫາຢູ່ສະເໝີ. ໃນເວລາຊອກຫາຜູ້ຕິດຕໍ່, ຜູ້ຕິດຕໍ່ທີ່ທ່ານໄດ້ຊອກຫາເປັນປະຈຳຈະປາກົດຢູ່ເບື້ອງເທິງສຸດຂອງຜົນຮັບການຊອກຫາ, ຊ່ວຍທ່ານຊອກຫາຄົນທີ່ຖືກຕ້ອງຢ່າງວ່ອງໄວ.
ເພີ່ມບັດຂຶ້ນຍົນຫາ Samsung Wallet ຢ່າງວ່ອງໄວ
ເມື່ອທ່ານເບິ່ງສາຍການບິນທີ່ຮອງຮັບ ຫຼື ໜ້າເວັບການເດີນທາງທີ່ລວມມີບັດຂຶ້ນຍົນໃນ Samsung Internet, ປຸ່ມໜຶ່ງຈະປາກົດຂຶ້ນເພື່ອໃຫ້ທ່ານສາມາດເພີ່ມມັນຫາ Samsung Wallet ຢ່າງງ່າຍໆ ແລະ ວ່ອງໄວ.
ການພະຍາກອນກິດຈະກຳ
ຕອນນີ້ມັນງ່າຍໃນການກວດເບິ່ງວ່າອາກາດເໝາະສົມສຳລັບກິດຈະກຳກາງແຈ້ງຫຼືບໍ່ ເຊັ່ນ: ການແລ່ນ, ການເຮັດສວນ, ການຕັ້ງແຄ້ມ ແລະ ອື່ນໆ. ທ່ານສາມາດເລືອກສູງເຖິງ 3 ກິດຈະກໍາເພື່ອສະແດງໃນແອັບສະພາບອາກາດ.
ປ້າຍຊື່ສະຖານທີ່ທີ່ກຳນົດເອງ
ມັນງ່າຍຂຶ້ນໃນການຕິດຕາມຈຸດທີ່ຕັ້ງທີ່ຕ່າງກັນຢ່າງຕໍ່ເນື່ອງໃນແອັບສະພາບອາກາດ. ດຽວນີ້ທ່ານສາມາດຕັ້ງປ້າຍຊື່ທີ່ກຳນົດເອງໄປຍັງຈຸດທີ່ຕັ້ງທ່ານເພີ່ມເຊັ່ນ: ເຮືອນ, ຫ້ອງການ, ໂຮງຮຽນ ຫຼື ສະຖານທີ່ອື່ນບ່ອນທີ່ທ່ານຕ້ອງການກວດເບິ່ງສະພາບອາກາດ.
ບູສການຫຼິ້ນເກມຂອງທ່ານ
ແຜງໃນເກມຂອງ Game Booster ໄດ້ຮັບການອອກແບບໃໝ່, ເຮັດໃຫ້ງ່າຍຂຶ້ນໃນການປ່ຽນແປງ ການຕັ້ງຄ່າຢ່າງວ່ອງໄວໂດຍບໍ່ອອກຈາກເກມ.
ຕັ້ງປະສິດທິພາບການເຮັດວຽກສຳລັບແຕ່ລະເກມ
ຕອນນີ້ Game Booster ໃຫ້ທ່ານປັບການຕັ້ງຄ່າປະສິດທິພາບການເຮັດວຽກແຍກກັນສຳລັບແຕ່ລະເກມ. ທ່ານສາມາດຕັ້ງບາງເກມເປັນປະສິດທິພາບສູງການເຮັດວຽກ ແລະ ອື່ນໆເພື່ອປະຢັດ ແບັດເຕີຣີສຳລັບເວລາການຫລິ້ນເກມທີ່ດົນນານຂຶ້ນ. ຊອກຫາການຕັ້ງຄ່າທີ່ເໝາະສົມກັບທ່ານທີ່ສຸດ.
ສິ້ນສຸດການຮອງຮັບສຳລັບການດາວໂຫຼດ ຂອບແຜງ
ຂອບແຜງບໍ່ສາມາດດາວໂຫຼດໄດ້ອີກຕໍ່ໄປຈາກ Galaxy Store ໃນ One UI 7. ຂອບແຜງທີ່ໄດ້ດາວໂຫຼດແລ້ວສາມາດສືບຕໍ່ໃຊ້ໄດ້.
ໝາຍເລກການຜະລິດ : G998BXXSEGYA2
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-02-20
ລະດັບແກ້ໄຂຄວາມປອດໄພ : 2025-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXSEGXL2
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-01-21
ລະດັບແກ້ໄຂຄວາມປອດໄພ : 2025-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXSEGXK1
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-12-17
ລະດັບແກ້ໄຂຄວາມປອດໄພ : 2024-12-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXUEGXJE
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-11-28
ລະດັບແກ້ໄຂຄວາມປອດໄພ : 2024-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXSDGXI5
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-10-17
ລະດັບແກ້ໄຂຄວາມປອດໄພ : 2024-10-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXSCGXH7
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-09-12
ລະດັບແກ້ໄຂຄວາມປອດໄພ : 2024-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXUCGXGC
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-08-20
ລະດັບແກ້ໄຂຄວາມປອດໄພ : 2024-08-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXSCGXF5
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-07-15
ລະດັບແກ້ໄຂຄວາມປອດໄພ : 2024-07-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXSBGXED
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-06-17
ລະດັບແກ້ໄຂຄວາມປອດໄພ : 2024-06-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXUBGXE7
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-06-11
ລະດັບແກ້ໄຂຄວາມປອດໄພ : 2024-05-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXSBGXDH
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-05-17
ລະດັບແກ້ໄຂຄວາມປອດໄພ : 2024-05-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXUAGXDA
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-05-10
ລະດັບແກ້ໄຂຄວາມປອດໄພ : 2024-04-01
ອັບເກຣດ One UI 6.1
ແຕ້ມວົງມົນເພື່ອຊອກຫາ
ຊອກຫາທຸກຢ່າງໄດ້ທັນທີເທິງໜ້າຈໍຂອງທ່ານ
ແຕ້ມວົງມົນເພື່ອຊອກຫາ ດ້ວຍ Google ໃຫ້ທ່ານຮຽນຮູ້ເພີ່ມເຕີມກ່ຽວກັບທຸກຢ່າງທີ່ສະແດງເທິງໜ້າຈໍຂອງທ່ານຢ່າງງ່າຍດາຍໂດຍບໍ່ສັບປ່ຽນແອັບ. ພຽງສຳຜັດ ແລະກົດ ປຸ່ມໂຮມ ຫຼື ຕົວຈັບການກໍານົດທິດທາງຄ້າງໄວ້, ຈາກນັ້ນແຕ້ມວົງມົນທຸກຢ່າງເທິງໜ້າຈໍເພື່ອເລີ່ມ Google ຊອກຫາ.
ສ້າງຮູບແນວມະຫາກາບ
ປັບປຸງຮູບຖ່າຍຂອງທ່ານຢ່າງງ່າຍໆ
ຮັບຄຳແນະນຳ AI ເພື່ອການປັບປຸງ ຮູບຖ່າຍ ແລະ ວິດີໂອຂອງທ່ານ. ທ່ານຈະຊອກພົບທາງເລືອກໃນການເພີ່ມເສັ້ນແສງດາວ, ການໃສ່ສີ ແລະ ອື່ນໆ. ການແນະນຳປາກົດຂຶ້ນເມື່ອທ່ານແຕະ ປຸ່ມ i ໃນ ແກເລີຣີ.
ທຳ ການສຳເນົາ ແລະ ວາງຈາກໜຶ່ງຮູບໄປຍັງຮູບອື່ນ
ເພີ່ມອົງປະກອບທີ່ຂາດຫາຍໄປໃສ່ຮູບຂອງທ່ານ. ພຽງຕັດວັດຖຸອອກຈາກຮູບໃນ ແກເລີຣີ, ຈາກນັ້ນໄປທີ່ຮູບບ່ອນທີ່ທ່ານຕ້ອງການວາງ ແລະ ເລືອກ ວາງ ຈາກ ຄລິບບອດ ໃນເມນູ ຕົວເລືອກເພີ່ມເຕີມ.
ການຕັດຕໍ່ຮູບທີ່ມີຄວາມຖືກຕ້ອງຫຼາຍຂຶ້ນ
ເອົາພື້ນທີ່ທີ່ທ່ານຕ້ອງການຕັດອອກຢ່າງແທ້ຈິງໂດຍບໍ່ມີຊິ້ນສ່ວນທີ່ບໍ່ຕ້ອງການໃດໆ. ເມື່ອທ່ານຕັດຮູບໃນ ແກເລີຣີ, ທ່ານມີທາງເລືອກໃນການແກ້ໄຂບໍລິເວນທີ່ເລືອກກ່ອນທ່ານບັນທຶກ ເພື່ອໃຫ້ທ່ານສາມາດໄດ້ຮັບການເລືອກເຟັ້ນຂອງທ່ານໄດ້ຢ່າງຖືກຕ້ອງ.
ຊອກຫາແກເລີຣີທີ່ໄດ້ຮັບການປັບປຸງ
ໜ້າຈໍຊອກຫາຖືກອອກແບບໃໝ່ເພື່ອເຮັດໃຫ້ການໃຊ້ງ່າຍຂຶ້ນ. ຕອນນີ້ຜົນຮັບຖືກຈັດໝວດຕາມປະເພດ, ເຊັ່ນ: ຜູ້ຄົນ, ສະຖານທີ່, ອາລະບໍາ ຫຼື ເລື່ອງ.
ປ່ຽນແປງຄວາມໄວການຫຼິ້ນຄືນ
ຕອນນີ້ ວິດີໂອຈຳນວນຫລາຍຂຶ້ນຮອງຮັບການປ່ຽນແປງຄວາມໄວຂອງການຫຼິ້ນຄືນ ເມື່ອທ່ານ ແກ້ໄຂ ວິດີໂອ ໃນ ແກເລີຣີ. ທ່ານສາມາດເຮັດໃຫ້ ວິດີໂອ ຂອງທ່ານ ຫຼິ້ນ ໄວຂຶ້ນ ຫຼື ຊ້າລົງໃນການເລືອກສະເພາະທີ່ທ່ານເລືອກ ຫຼື ສຳລັບ ວິດີໂອ ທັງໝົດ.
ແກ້ໄຂ ວິດີໂອ ໃນຫລາຍອຸປະກອນ
ຕອນນີ້ທ່ານສາມາດສືບຕໍ່ການແກ້ໄຂຂອງທ່ານໃນໂທລະສັບ, ແທັບເລັດ ຫຼື PC ຂອງທ່ານ. ສົ່ງອອກ ໂຄງການ ສະຕູດິໂອຂອງທ່ານເປັນໄຟລ໌ທີ່ສາມາດເປີດໄດ້ໃນ ອຸປະກອນ Galaxy ອື່ນໆ.
ປັບແຕ່ງ Galaxy ຂອງທ່ານເອງ
ຄຸນສົມບັດການແກ້ໄຂວອລເປເປີໃໝ່
ຕົບແຕ່ງວອລເປເປີຂອງທ່ານຕາມທີ່ທ່ານມັກ. ເມື່ອທ່ານເລືອກຮູບເພື່ອໃຊ້ເປັນວອລເປເປີຂອງທ່ານ, ດຽວນີ້ທ່ານສາມາດນຳໃຊ້ຂອບ ແລະ ເອັບເຝັກ. ເມື່ອວອລເປເປີຂອງທ່ານລວມມີຄົນ ຫຼື ສັດ, ທ່ານສາມາດໃຊ້ ເອັບເຝັກເຂັ້ມຂຸ້ນເພື່ອເຮັດໃຫ້ວັດຖຸໂດດເດັ່ນຈາກ ພື້ນຫຼັງ.
ວິດເຈັດຫຼາຍຂຶ້ນສຳລັບ ໜ້າຈໍລັອກ ຂອງທ່ານ
ວິດເຈັດເພີ່ມເຕີມແມ່ນມີພ້ອມສຳລັບໜ້າຈໍລັອກຂອງທ່ານ ແລະ ທ່ານສາມາດກວດເບິ່ງຂໍ້ມູນທີ່ເປັນປະໂຫຍດຢ່າງວ່ອງໄວໂດຍບໍ່ຕ້ອງປົດລັອກໂທລະສັບຂອງທ່ານ. ວິດເຈັດໃໝ່ລວມມີ ສະພາບອາກາດ, Samsung Health, ແບັດເຕີຣີ, ເຕືອນ, ປະຕິທິນ ແລະ ໂມງ.
ກຳນົດແຈ້ງເຕືອນໂມງປຸກເອງ
ໃຊ້ ຮູບ, ວິດີໂອ ຫຼື ອິໂມຈິ AR ເພື່ອສ້າງໜ້າຈໍແຈ້ງເຕືອນທີ່ກຳນົດເອງຂອງທ່ານສຳລັບແຕ່ລະແຈ້ງເຕືອນ. ທ່ານຍັງສາມາດປ່ຽນແປງ ແຜນຜັງບ່ອນທີ່ຂໍ້ມູນແຈ້ງເຕືອນປາກົດໃນໜ້າຈໍ.
ສະຕິກເກີທີ່ຫລາຍຂຶ້ນເພື່ອເຮັດປະຕິທິນຂອງທ່ານເປັນສ່ວນຕົວ.
ຕອນນີ້ທ່ານສາມາດເພີ່ມສູງເຖິງ 2 ສະຕິກເກີສຳລັບແຕ່ລະວັນທີີໃນປະຕິທິນຂອງທ່ານ. ຕອນນີ້ ສະຕິກເກີສຳລັບເຫດການສະແດງຖັດຈາກຊື່ເຫດການໃນມຸມມອງເດືອນ.
ການຕັ້ງຄ່າປະຕິທິນທີ່ປັບແຕ່ງໃໝ່
ການຕັ້ງຄ່າປະຕິທິນຖືກຈັດຄືນໃໝ່ເພື່ອໃຫ້ງ່າຍໃນການນຳໃຊ້ຫລາຍຂຶ້ນ. ນອກນັ້ນທ່ານຍັງສາມາດກຳນົດ ສີພື້ນຫຼັງ ແລະ ຮູບສຳລັບການແຈ້ງເຕືອນປະຕິທິນໜ້າຈໍເຕັມໄດ້ອີກດ້ວຍ.
ກຳນົດແຈ້ງເຕືອນຂອງການເຕືອນເອງ
ສ້າງພື້ນຫຼັງທີ່ຖືກຕ້ອງສຳລັບແຕ່ລະການແຈ້ງເຕືອນຂອງທ່ານ. ຕອນນີ້ທ່ານສາມາດກຳນົດສີ ແລະ ຮູບ ພື້ນຫຼັງ ສຳລັບແຈ້ງເຕືອນການເຕືອນໜ້າຈໍເຕັມ.
ເຮັດຫລາຍຂຶ້ນກັບໝວດການແຈ້ງເຕືອນ
ຕອນນີ້ທ່ານສາມາດເລືອກໄອຄອນຕົວແທນສຳລັບແຕ່ລະໝວດການແຈ້ງເຕືອນ. ທ່ານຍັງສາມາດປັກໝຸດໝວດທີ່ທ່ານໃຊ້ເປັນປະຈຳໃສ່ດ້ານເທິງຂອງລາຍການໝວດ.
ເປີດ ຫຼື ປິດໂໝດຈາກ ໜ້າຈໍຫຼັກ
ເປີດ ຫຼື ປິດໂໝດ ໄວຂຶ້ນກວ່າເດີມ. ວິດເຈັດໂໝດໃໝ່ໃຫ່ທ່ານເພີ່ມໂໝດຫາໜ້າຈໍຫຼັກໂດຍກົງ.
ຈັດລຳດັບໂໝດຂອງທ່ານ
ຕອນນີ້ທ່ານສາມາດປ່ຽນແປງລຳດັບທີ່ໂໝດຈະສະແດງເທິງແຖບໂໝດ ໃນ ໂໝດ ແລະ ວຽກປະຈຳ.
ເງື່ອນໄຂຂອງວຽກປະຈຳໃໝ່
ຕອນນີ້ທ່ານສາມາດເລີ່ມ ວຽກປະຈຳ ເມື່ອການເຕືອນຕາມທີ່ທ່ານເລືອກເລີ່ມຕົ້ນດັງຂຶ້ນ ຫຼື ໃນເວລາ Smart View ເຊື່ອມຕໍ່ ຫຼື ຕັດເຊື່ອມຕໍ່.
ເຄົ້າໂຄງ Relumino
ເປີດ ເຄົ້າໂຄງ Relumino ໃນ ການຕັ້ງຄ່າຄວາມສາມາດເຂົ້າໃຊ້ ເພື່ອໄຮໄລ້ ຮ່າງຂອງວັດຖຸໃນຮູບ ແລະ ວິດີໂອ ເພື່ອເຮັດໃຫ້ພວກມັນຈຳແນກງ່າຍຂຶ້ນສຳລັບຜູ້ຄົນທີ່ມີສາຍຕາສັ້ນ.
ເຊື່ອມຕໍ່ ແລະ ແບ່ງປັນ
ແບ່ງປັນກັບອຸປະກອນຫຼາຍຂຶ້ນ
ການແຊຣ໌ດ່ວນໄດ້ລວມເຂົ້າກັນກັບການແຊຣ໌ໃກ້ຄຽງຂອງ Google. ນອກເໜືອຈາກ ອຸປະກອນ Galaxy, ດຽວນີ້ທ່ານສາມາດແບ່ງປັນກັບອຸປະກອນແອນດຣອຍອື່ນໆໂດຍທີ່ບໍ່ຕ້ອງມີການເຊື່ອມຕໍ່ອິນເຕີເນັດກໍ່ໄດ້.
ຊອກຫາ ຈຸດທີ່ຕັ້ງ ອຸປະກອນຂອງທ່ານ
ແອັບ Samsung Find ໃຫ້ທ່ານເຫັນຈຸດທີ່ ອຸປະກອນ Galaxy ຂອງທ່ານທັງໝົດເທິງແຜນທີ່ໄດ້ທຸກເວລາ. ຖ້າອຸປະກອນຂອງທ່ານຕົກເຮ່ຍ, ຄຸນສົມບັດເພີ່ມເຕີມແມ່ນພ້ອມທີ່ຈະໃຫ້ການຊ່ວຍເຫຼືອທ່ານຊອກຫາອຸປະກອນ ແລະ ປົກປ້ອງຂໍ້ມູນຂອງທ່ານ.
ແບ່ງປັນຈຸດທີ່ຕັ້ງຂອງທ່ານກັບຄົນອື່ນ
ດ້ວຍ Samsung Find, ທ່ານສາມາດແບ່ງປັນ ຈຸດທີ່ຕັ້ງ ຂອງທ່ານກັບ ຄອບຄົວ, ໝູ່ ຫຼື ທຸກຄົນທີ່ເຊື່ອຖືໄດ້. ແບ່ງປັນເປັນເວລາຈຳກັດ ຫຼື ຕະຫຼອດເວລາ. ທ່ານສາມາດຄວບຄຸມວ່າໃຜສາມາດເຫັນ ຈຸດທີ່ຕັ້ງ ຂອງທ່ານໄດ້ສະເໝີ.
ຊິງຄ໌ກຸ່ມແຖບອິນເຕີເນັດກັບອຸປະກອນອື່ນ
ສືບຕໍ່ຈຸດທີ່ທ່ານປະໄວ້ໃນຊ່ວງເຊສຊັນການທ່ອງເວັບສຸດທ້າຍຂອງທ່ານຢ່າງງ່າຍໆໂດຍບໍ່ສົນວ່າທ່ານກຳລັງໃຊ້ອຸປະກອນເຄື່ອງໃດ. ກຸ່ມແຖບທີ່ທ່ານໄດ້ສ້າງໃນອຸປະກອນໜຶ່ງຈະປະກົດຂຶ້ນໃນ ອິນເຕີເນັດຊຳຊຸງ ເທິງ ອຸປະກອນ Galaxy ອື່ນທີ່ລົງຊື່ເຂົ້າໃຊ້ໃນ Samsung account ຂອງທ່ານ.
ປົກປ້ອງຂໍ້ມູນຂອງທ່ານ
ການປົກປ້ອງຂໍ້ມູນຂັ້ນສູງໃນ Samsung Cloud
ໂປດຮັບປະກັນວ່າຈະບໍ່ມີໃຜສາມາດເຂົ້າໃຊ້ຂໍ້ມູນຂອງທ່ານໄດ້ນອກຈາກຕົວທ່ານ, ເຖິງແມ່ນວ່າຈະມີການຮົ່ວໄຫຼຂອງຂໍ້ມູນກໍ່ຕາມ. ທ່ານສາມາດເປີດການໃສ່ລະຫັດແບບຕົ້ນທາງຫາປາຍທາງສຳລັບຂໍ້ມູນທີ່ໄດ້ຊິງຄ໌ກັບ Samsung Cloud.
ລົງຊື່ເຂົ້າໃຊ້ທີ່ປອດໄພ ແລະ ໄວດ້ວຍໝາຍເລກລະຫັດຜ່ານ
ໝາຍເລກລະຫັດຜ່ານໃຫ້ຄວາມປອດໄພຍິ່ງຂຶ້ນສຳລັບການລົງຊື່ເຂົ້າໃຊ້ຜ່ານເວັບໂດຍບໍ່ຕ້ອງຈື່ລະຫັດຜ່ານທີ່ຊັບຊ້ອນ. ໃຊ້ໝາຍເລກລະຫັດຜ່ານເພື່ອລົງຊື່ເຂົ້າໃຊ້ເວັບໄຊທ໌ທີ່ຮອງຮັບດ້ວຍ ການຮັບຮອງຄວາມຖືກຕ້ອງທາງຊີວະມິຕີໃນ ອິນເຕີເນັດຊຳຊຸງ.
ຈັດການສຸຂະພາບຂອງທ່ານ
ປະສົບການການອອກກໍາລັງກາຍທີ່ປັບປຸງ
ແຂ່ງຂັນກັບຜົນການແລ່ນໃນອະດີດຂອງທ່ານໃນ Samsung Health ເພື່ອພະຍາຍາມທຳເວລາໃຫ້ດີກວ່າເວລາທີ່ຜ່ານມາຂອງທ່ານ. ທ່ານຍັງສາມາດຕັດການອອກກໍາລັງກາຍພາຍຫລັງທ່ານສຳເລັດເພື່ອລຶບເວລາທີ່ບໍ່ຈຳເປັນອອກໃນຊ່ວງເລີ່ມຕົ້ນ ຫຼື ຊ່ວງສິ້ນສຸດ.
ຕົວເລືອກເພີ່ມເຕີມສຳລັບເປົ້າໝາຍຂອງກິດຈະກຳປະຈຳວັນ
ດຽວນີ້ທ່ານມີ ຕົວເລືອກເພີ່ມເຕີມສຳລັບການຕັ້ງເປົ້າໝາຍຂອງກິດຈະກຳປະຈຳວັນຂອງທ່ານໃນ Samsung Health. ຖ້າເປົ້າໝາຍຈຳນວນກ້າວບໍ່ໄດ້ຜົນສຳລັບທ່ານ, ທ່ານສາມາດທຳການ ປ່ຽນແປງເປັນຈຳນວນຊັ້ນທີ່ປີນຂື້ນໄປ ຫຼື ຊົ່ວໂມງການອອກກຳລັງກາຍແທນໄດ້.
ປົນປຸງການຕິດຕາມຮອບປະຈຳເດືອນ
ເມື່ອທ່ານບັນທຶກອາການທາງກາຍ ແລະ ອາລົມຂອງທ່ານ, ທາງເລືອກທີ່ທ່ານໃຊ້ປະຈຳໃນອະດີດຈະປາກົດຢູ່ເທິງສຸດຂອງໜ້າຈໍ. ຕອນນີ້ທ່ານຍັງສາມາດຕັ້ງອາລົມແບບກຳນົດເອງຫາກທາງເລືອກມາດຕະຖານບໍ່ກົງກັບຄວາມຮູ້ສຶກຂອງທ່ານ.
ການປັບປຸງເພີ່ມເຕີມຍິ່ງຂຶ້ນ
ເຂົ້າເຖິງ ເອັບເຝັກ ໂທວິດີໂອ ແລະ ໂໝດໄມທີ່ງ່າຍຂຶ້ນ
ດຽວນີ້ ເອັບເຝັກ ໂທວິດີໂອ ແລະ ໂໝດໄມຈະປາກົດໃນ ແຜງດ່ວນໃນຊ່ວງການໂທວິດີໂອ ແລະ ໂທສຽງ ເພື່ອທີ່ທ່ານສາມາດຄວບຄຸມວ່າຄົນອື່ນເຫັນ ແລະ ໄດ້ຍິນທ່ານແນວໃດໃນຊ່ວງການໂທ. ທ່ານສາມາດຕັ້ງ ສີພື້ນຫຼັງ ຫຼື ຮູບ, ໂຟກັສໃສ່ສຽງຂອງທ່ານໂດຍການບລັອກສຽງ ພື້ນຫຼັງ ແລະ ອື່ນໆ.
ຂໍ້ມູນເພີ່ມຕື່ມໃນວິເຈັທ໌ກ່ຽວກັບ ສະພາບອາກາດ
ວິດເຈັດສະພາບອາກາດຈະໃຫ້ທ່ານຮູ້ວ່າເມື່ອໃດຈະມີພະຍຸລົມຝົນ, ຫິມະຕົກທີ່ຮຸນແຮງ ຫຼື ຢາດນ້ຳຟ້າອື່ນໆຕາມການພະຍາກອນໃນພື້ນທີ່ທ້ອງຖິ່ນຂອງທ່ານ.
ປ້ອນເຂົ້າສຽງໂດຍບໍ່ອອກຈາກຄີບອດ
ຕອນນີ້ ຄີບອດ ຍັງຄົງປາກົດຂະນະທີ່ໃຊ້ການປ້ອນເຂົ້າສຽງ ເພື່ອທີ່ທ່ານສາມາດສັບປ່ຽນກັບຄືນຫາການພິມເມື່ອໃດທີ່ທ່ານຕ້ອງການຢ່າງງ່າຍໆ. ແຕະປຸ່ມໄມຢູ່ດ້ານລຸ່ມສຸດຂອງໜ້າຈໍເພື່ອປ້ອນ ຂໍ້ຄວາມ ໂດຍໃຊ້ ສຽງ ຂອງທ່ານໄດ້ໃນທຸກເວລາ ຂະນະທີ່ໃຊ້ ຄີບອດ.
ເປີດແອັບທີ່ຫຍໍ້ນ້ອຍທັງໝົດທັນທີ
ປຸ່ມໃໝ່ຈະໃຫ້ທ່ານເປີດຄືນແອັບທີ່ຫຍໍ້ນ້ອຍທັງໝົດທັນທີເມື່ອທ່ານມີໜ້າຕ່າງ ປັອບອັບທີ່ຫຍໍ້ນ້ອຍຫລາຍກວ່າໜຶ່ງໜ້າຕ່າງ.
ຄຳແນະນຳ Google ຊອກຫາ ໃນ Finder
ໃນເວລາທ່ານຊອກຫາໂດຍໃຊ້ Finder, ທ່ານກໍ່ຍັງຈະໄດ້ຮັບການຊອກຫາຜ່ານເວັບທີ່ແນະນຳຈາກ Google ນຳດ້ວຍ.
ມີວິທີຫລາຍຂຶ້ນເພື່ອປົກປ້ອງ ແບັດເຕີຣີຂອງທ່ານ
ເລືອກຈາກ 3 ທາງເລືອກທີ່ຕ່າງກັນເພື່ອຊ່ວຍຂະຫຍາຍອາຍຸການນຳໃຊ້ແບັດເຕີຣີຂອງທ່ານ. ການປົກປ້ອງພື້ນຖານຮັກສາການສາກຂອງທ່ານລະຫວ່າງ 95% ແລະ 100%. ການປ້ອງກັນແບບປັບໄດ້ຢຸດການສາກຊົ່ວຄາວຂະນະທີ່ທ່ານນອນຫຼັບ ແລະ ສຳເລັດການສາກພຽງກ່ອນທີ່ທ່ານຕື່ນນອນເທົ່ານັ້ນ. ທ່ານຍັງສາມາດເລືອກເພື່ອຈຳກັດການສາກຂັ້ນສູງສຸດຮອດ 80% ສຳລັບການປົກປ້ອງຂັ້ນສູງສຸດ.
ໝາຍເລກການຜະລິດ : G998BXXSAFXCL
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-04-12
ລະດັບແກ້ໄຂຄວາມປອດໄພ : 2024-04-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS9FXBD
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-03-15
ລະດັບແກ້ໄຂຄວາມປອດໄພ : 2024-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS9FXAH
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-02-15
ລະດັບແກ້ໄຂຄວາມປອດໄພ : 2024-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS9FWL9
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-01-12
ລະດັບແກ້ໄຂຄວາມປອດໄພ : 2024-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS9FWKB
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2023-12-15
ລະດັບແກ້ໄຂຄວາມປອດໄພ : 2023-12-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU9FWK2
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2023-11-29
ລະດັບແກ້ໄຂຄວາມປອດໄພ : 2023-11-01
ການອັບເກຣດ One UI 6.0
ແຜງດ່ວນ
ແຜນຜັງປຸ່ມໃໝ່
ແຜງດ່ວນມີແຜນຜັງໃໝ່ທີ່ເຮັດໃຫ້ການເຂົ້າເຖິງຄຸນສົມບັດທີ່ໃຊ້ຫຼາຍທີ່ສຸດນັ້ນງ່າຍຂຶ້ນ. ຕອນນີ້ Wi-Fi ແລະ ບລູທູດ ມີປຸ່ມສະເພາະຂອງພວກມັນເອງຢູ່ເທິງສຸດຂອງໜ້າຈໍ, ຂະນະທີ່ຄຸນສົມບັດສະເໝືອນຈິງເຊັ່ນ: ໂໝດມືດ ແລະ ເຄື່ອງບັງໃຫ້ສະບາຍຕາໄດ້ຍ້າຍໄປຍັງດ້ານລຸ່ມສຸດ. ປຸ່ມການຕັ້ງຄ່າດ່ວນອື່ນໆປາກົດໃນພື້ນທີ່ທີ່ກຳນົດເອງໄດ້ໃນເຄິ່ງກາງ.
ເຂົ້າເຖິງແຜງດ່ວນເຕັມຢ່າງທັນທີ
ຕາມມາດຕະຖານ, ແຜງດ່ວນແບບກະທັດຮັດພ້ອມກັບການແຈ້ງເຕືອນຈະປາກົດເມື່ອທ່ານປັດລົງຈາກດ້ານເທິງສຸດຂອງໜ້າຈໍ. ການປັດລົງອີກຄັ້ງຈະເຊື່ອງການແຈ້ງເຕືອນ ແລະ ສະແດງແຜງດ່ວນທີ່ຂະຫຍາຍອອກ. ຖ້າທ່ານເປີດເຂົ້າເຖິງການຕັ້ງຄ່າດ່ວນແບບທັນທີ, ທ່ານສາມາດເບິ່ງແຜງດ່ວນທີ່ຂະຫຍາຍອອກໂດຍການປັດພຽງຄັ້ງດຽວຈາກດ້ານຂວາຂອງສ່ວນເທິງສຸດຂອງໜ້າຈໍ. ການປັດລົງຈາກດ້ານຊ້າຍສະແດງການແຈ້ງເຕືອນ.
ການເຂົ້າເຖິງການຄວບຄຸມຄວາມແຈ້ງຢ່າງວ່ອງໄວ
ຕອນນີ້ແຖບຄວບຄຸມຄວາມແຈ້ງປາກົດຕາມຄ່າເລີ່ມຕົ້ນໃນແຜງດ່ວນແບບກະທັດຮັດເມື່ອທ່ານປັດລົງຄັ້ງດຽວຈາກດ້ານເທິງສຸດຂອງໜ້າຈໍສຳລັບການປັບຄວາມແຈ້ງທີ່ໄວຂຶ້ນ ແລະ ງ່າຍຂຶ້ນ.
ການສະແດງປົກອາລະບໍາທີ່ໄດ້ຮັບການປັບປຸງ
ຂະນະທີ່ຫຼິ້ນເພງ ຫຼື ວິດີໂອ, ປົກອາລະບໍາກວມເອົາຕົວຄວບຄຸມມີເດຍທັງໝົດໃນແຜງການແຈ້ງເຕືອນ, ຖ້າແອັບທີ່ພວມຫຼິ້ນເພງ ຫຼື ວິດີໂອໃຫ້ປົກອາລະບຳ.
ແຜນຜັງທີ່ປັບປຸງສຳລັບການແຈ້ງເຕືອນ
ຕອນນີ້ແຕ່ລະການແຈ້ງເຕືອນຈະປາກົດເປັນບັດແຍກຕ່າງຫາກ, ເຮັດໃຫ້ງ່າຍຂຶ້ນໃນການຮັບຮູ້ການແຈ້ງເຕືອນແຕ່ລະອັນ.
ໄອຄອນການແຈ້ງເຕືອນທີ່ສົດໃສຫຼາຍຂຶ້ນ
ທ່ານສາມາດໃຊ້ໄອຄອນສີແບບເຕັມອັນດຽວກັນທີ່ໃຊ້ສຳລັບແຕ່ລະແອັບໃນໜ້າຈໍຂອງໜ້າຫຼັກ ແລະ ແອັບ. ທ່ານສາມາດເປີດສິ່ງນີ້ໃນການຕັ້ງຄ່າ.
ແຍກການແຈ້ງເຕືອນຕາມເວລາ
ດຽວນີ້ທ່ານສາມາດປ່ຽນແປງການຕັ້ງຄ່າການແຈ້ງເຕືອນຂອງທ່ານເພື່ອແຍກຕາມເວລາແທນບຸລິມະສິດ ເພື່ອທີ່ ການແຈ້ງເຕືອນທີ່ໃໝ່ສຸດຂອງທ່ານແມ່ນຢູ່ດ້ານເທິງສຸດສະເໝີ.
ໜ້າຈໍລັອກ
ການຈັດຕຳແໜ່ງໂມງຂອງທ່ານຄືນໃໝ່
ຕອນນີ້ທ່ານມີອິດສະຫຼະຫຼາຍຂຶ້ນເພື່ອຍ້າຍໂມງຂອງທ່ານໄປຫາທີ່ຕັ້ງຕາມທາງເລືອກຂອງທ່ານເທິງໜ້າຈຳລັອກ.
ໜ້າຈໍຫຼັກ
ປ້າຍໄອຄອນແບບລຽບງ່າຍ
ປ້າຍໄອຄອນຂອງແອັບແມ່ນຈຳກັດເຂົ້າໃນແຖວດຽວເພື່ອໃຫ້ເປັນລະບຽບຂຶ້ນ ແລະ ມີລັກສະນະທີ່ງ່າຍຂຶ້ນ. "Galaxy" ແລະ "Samsung" ຖືກລຶບອອກຈາກຊື່ແອັບບາງອັນເພື່ອເຮັດໃຫ້ພວກມັນສັ້ນລົງ ແລະ ງ່າຍຂຶ້ນໃນການສະແກນ.
ລາກແລະວາງດ້ວຍ 2 ມື
ເລີ່ມລາກໄອຄອນແອັບ ຫຼື ວິດເຈັດເທິງໜ້າຈໍຫຼັກຂອງທ່ານດ້ວຍມືດຽວ, ຈາກນັ້ນໃຊ້ມືເບື້ອງອື່ນນຳທາງໄປຫາໜ້າຈໍບ່ອນທີ່ທ່ານຕ້ອງການວາງພວກມັນລົງ.
ການເຮັດຫຼາຍໜ້າວຽກ
ເປີດໜ້າຕ່າງປັອບອັບໄວ້ຕໍ່ເນື່ອງ
ແທນທີ່ຈະຫຼຸດໜ້າຕ່າງປັອບອັບໃຫ້ນ້ອຍລົງເມື່ອທ່ານໄປທີ່ໜ້າຈໍຫຼ້າສຸດ, ຕອນນີ້ປັອບອັບຈະຍັງຄົງເປີດພາຍຫຼັງທ່ານອອກຈາກໜ້າຈໍຫຼ້າສຸດແລ້ວ, ສະນັ້ນທ່ານສາມາດສືບຕໍ່ສິ່ງທີ່ທ່ານກຳລັງເຮັດຢູ່ໄດ້.
ຄີບອດຊໍາຊຸງ
ການອອກແບບອິໂມຈິໃໝ່
ອິໂມຈິທີ່ປາກົດໃນຂໍ້ຄວາມ, ໂພສສື່ສັງຄົມອອນໄລນ໌ຂອງທ່ານ ແລະ ບ່ອນອື່ນໃນໂທລະສັບຂອງທ່ານໄດ້ຮັບການອັບເດດດ້ວຍການອອກແບບໃໝ່ທີ່ສົດໃສ.
ການໃຫ້ໃຊ້ເນື້ອໃນຮ່ວມກັນ
ການເບິ່ງຕົວຢ່າງຮູບ
ເມື່ອທ່ານແບ່ງປັນຮູບຈາກແອັບໃດໜຶ່ງ, ຕົວຢ່າງຮູບຈະປາກົດຢູ່ດ້ານເທິງສຸດຂອງແຜງແບ່ງປັນເພື່ອໃຫ້ທ່ານອີກໂອກາດໜຶ່ງໃນການທົບທວນຄືນຮູບກ່ອນແບ່ງປັນພວກມັນ.
ສະພາບອາກາດ
ວິດເຈັດສະພາບອາກາດໃໝ່
ວິດເຈັດຂໍ້ມູນເຊີງເລິກຂອງສະພາບອາກາດໃຫ້ຂໍ້ມູນເພີ່ມຕື່ມກ່ຽວກັບສະພາບອາກາດທ້ອງຖິ່ນຂອງທ່ານ. ທ່ານສາມາດເຫັນເວລາໃດເກີດພະຍຸຝົນຟ້າຄະນອງ, ຫິມະ, ຝົນທີ່ຮຸນແຮງ ແລະ ເຫດການອື່ນໆໃນການພະຍາກອນ.
ຂໍ້ມູນເພີ່ມຕື່ມໃນແອັບສະພາບອາກາດ
ຂໍ້ມູນກ່ຽວກັບຫິມະຕົກ, ຂ້າງຂຶ້ນຂ້າງແຮມຂອງດວງເດືອນ ແລະ ເວລາ, ຄວາມກົດອາກາດ, ໄລຍະການເບິ່ງເຫັນ, ຈຸດນ້ຳຄ້າງ ແລະ ທິດທາງລົມໃນຂະນະນີ້ແມ່ນມີໃຫ້ຢູ່ໃນແອັບສະພາບອາກາດ.
ການເບິ່ງແຜນທີ່ແບບໂຕ້ຕອບ
ປັດເພື່ອຍ້າຍຮອບໆແຜນທີ່ ແລະ ແຕະຈຸດທີ່ຕັ້ງເພື່ອເບິ່ງສະພາບອາກາດໃນທ້ອງຖິ່ນ. ແຜນທີ່ສາມາດຊ່ວຍຊອກຫາຂໍ້ມູນສະພາບອາກາດ, ເຖິງແມ່ນວ່າທ່ານບໍ່ຮູ້ຊື່ຂອງເມືອງກໍ່ຕາມ.
ພາບປະກອບທີ່ໄດ້ຮັບການປັບປຸງ
ພາບປະກອບໃນວິດເຈັດສະພາບອາກາດ ແລະ ແອັບໄດ້ຮັບການປັບປຸງເພື່ອສະໜອງຂໍ້ມູນທີ່ດີກວ່າເດີມກ່ຽວກັບສະພາບອາກາດປັດຈຸບັນ. ສີພື້ນຫຼັງຍັງປ່ຽນແປງອີງຕາມເວລາຂອງມື້.
ກ້ອງຖ່າຍຮູບ
ການອອກແບບທີ່ງ່າຍໃນການໃຊ້ ແລະ ລຽບງ່າຍ
ແຜນຜັງໂດຍລວມຂອງແອັບກ້ອງຖ່າຍຮູບ ໄດ້ຖືກປັບໃຫ້ງ່າຍຂຶ້ນ. ປຸ່ມການຕັ້ງຄ່າດ່ວນເທິງໜ້າຈໍສະແດງຕົວຢ່າງຖືກອອກແບບຄືນໃໝ່ເພື່ອໃຫ້ເຂົ້າໃຈງ່າຍຂຶ້ນ.
ວິດເຈັດກ້ອງຖ່າຍຮູບທີ່ກຳນົດເອງ
ທ່ານສາມາດເພີ່ມວິດເຈັດກ້ອງຖ່າຍຮູບທີ່ກຳນົດເອງໄປຍັງໜ້າຈໍຫຼັກຂອງທ່ານ. ທ່ານສາມາດຕັ້ງແຕ່ລະວິດເຈັດເພື່ອເລີ່ມໂໝດຖ່າຍຮູບສະເພາະ ແລະ ບັນທຶກຮູບໃນ ອາລະບໍາຕາມທາງເລືອກຂອງທ່ານ.
ຕົວເລືອກການຈັດໃຫ້ຢູ່ໃນແຖວດຽວກັນທີ່ເພີ່ມຂຶ້ນ
ຕອນນີ້ທ່ານສາມາດເລືອກບໍ່ວ່າລາຍນ້ຳຂອງທ່ານປາກົດຢູ່ດ້ານເທິງ ຫຼື ດ້ານລຸ່ມສຸດຂອງຮູບທ່ານກໍ່ຕາມ.
ສະແກນເອກະສານຢ່າງງ່າຍໆ
ຄຸນສົມບັດສະແກນເອກະສານຖືກແຍກຕົວອອກຈາກຕົວປັບປຸງສາກໃຫ້ເໝາະສົມເພື່ອທີ່ທ່ານສາມາດສະແກນເອກະສານ, ເຖິງແມ່ນວ່າຕົວປັບປຸງສາກໃຫ້ເໝາະສົມປິດຢູ່ກໍ່ຕາມ. ສະແກນອັດຕະໂນມັດໃຫ້ທ່ານສາມາດສະແກນເອກະສານອັດຕະໂນມັດທູກຄັ້ງທີ່ທ່ານຖ່າຍຮູບເອກະສານໜຶ່ງ. ພາຍຫຼັງເອກະສານສະແກນສຳເລັດແລ້ວ, ທ່ານຈະຖືກພາໄປທີ່ໜ້າຈໍແກ້ໄຂບ່ອນທີ່ທ່ານສາມາດໝຸນເອກະສານຂອງທ່ານເພື່ອປັບໃຫ້ຢູ່ໃນຮູບແບບທີ່ທ່ານຕ້ອງການ.
ເຂົ້າໃຊ້ດ່ວນໄປຍັງການຕັ້ງຄ່າຄວາມລະອຽດ
ຕອນນີ້ປຸ່ມຄວາມລະອຽດມີໃຫ້ໃນການຕັ້ງຄ່າດ່ວນທີ່ດ້ານເທິງສຸດຂອງໜ້າຈໍໃນຮູບຖ່າຍ ແລະ ໂໝດໂປຣເພື່ອໃຫ້ທ່ານສາມາດປ່ຽນຄວາມລະອຽດຂອງຮູບຖ່າຍທີ່ທ່ານໄດ້ຖ່າຍນັ້ນຢ່າງວ່ອງໄວ.
ຕົວເລືອກຂະໜາດວິດີໂອທີ່ງ່າຍກວ່າເດີມ
ຕອນນີ້ປັອບອັບປາກົດຂຶ້ນເມື່ອທ່ານແຕະປຸ່ມຂະໜາດວິດີໂອ, ເຮັດໃຫ້ການເບິ່ງຕົວເລືອກທັງໝົດງ່າຍຂຶ້ນ ແລະ ເລືອກຕົວທີ່ເໝາະສົມ.
ຮັກສາລະດັບຮູບຂອງທ່ານໄວ້
ເມື່ອເສັ້ນເງົາຖືກເປີດໃນການຕັ້ງຄ່າກ້ອງຖ່າຍຮູບ, ດຽວນີ້ເສັ້ນລະດັບຈະປາກົດໃນເຄິ່ງກາງຂອງໜ້າຈໍໃນຂະນະທີ່ໃຊ້ກ້ອງຖ່າຍຮູບຫຼັງໃນໂໝດທັງໝົດຍົກເວັ້ນພາໂນລາມາ. ເສັ້ນຈະຍ້າຍເພື່ອສະແດງບໍ່ວ່າຮູບຂອງທ່ານມີລະດັບດຽວກັບພື້ນຫຼືບໍ່.
ການປັບຄຸນນະພາບໃຫ້ເໝາະສົມທີ່ສຸດ
ທ່ານສາມາດເລືອກລະຫວ່າງ 3 ລະດັບຂອງການປັບຄຸນນະພາບໃຫ້ເໝາະສົມທີ່ສຸດສຳລັບຮູບທີ່ທ່ານຖ່າຍ. ເລືອກສູງສຸດເພື່ອຮັບຮູບຄຸນນະພາບສູງສຸດ. ເລືອກຕ່ຳສຸດເພື່ອຖ່າຍຮູບໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້. ນອກຈາກນັ້ນທ່ານຍັງສາມາດເລືອກປານກາງເພື່ອເອົາຄວາມສົມດຸນຂອງຄວາມໄວ ແລະ ຄຸນນະພາບທີ່ດີທີ່ສຸດ.
ປິດປັດຂຶ້ນ/ປັດລົງເພື່ອສະຫຼັບກ້ອງຖ່າຍຮູບ
ການປັດຂຶ້ນ ຫຼື ລົງເພື່ອສະຫຼັບລະຫວ່າງກ້ອງຖ່າຍຮູບໜ້າ ແລະ ຫຼັງດຽວນີ້ແມ່ນເລືອກໄດ້. ຖ້າທ່ານກັງວົນກ່ຽວກັບການປັດໂດຍບໍ່ຕັ້ງໃຈ, ທ່ານສາມາດປິດອັນນີ້ໃນການຕັ້ງຄ່າ.
ນຳໃຊ້ເອັບເຝັກທີ່ງ່າຍຂຶ້ນ
ເອັບເຝັກກັ່ນຕອງ ແລະ ໃບໜ້າຕອນນີ້ແມ່ນໃຊ້ການກົດແທນຕົວເລື່ອນທີ່ເຮັດໃຫ້ງ່າຍຂຶ້ນໃນການເຮັດການປັບທີ່ຖືກຕ້ອງດ້ວຍມືດຽວ.
ແກເລີຣີ
ແກ້ໄຂທີ່ວ່ອງໄວໃນມຸມມອງລາຍລະອຽດ
ຂະນະທີ່ເບິ່ງຮູບ ຫຼື ວິດີໂອ, ປັດຂຶ້ນຈາກດ້ານລຸ່ມຂອງໜ້າຈໍເພື່ອໄປຫາມຸມມອງລາຍລະອຽດ. ຕອນນີ້ໜ້າຈໍນີ້ໃຫ້ການເຂົ້າໃຊ້ດ່ວນໄປຍັງ ເອັບເຝັກ ແລະ ຄຸນສົມບັດການແກ້ໄຂທີ່ທ່ານສາມາດນຳໃຊ້ທັນທີ.
ລາກແລະວາງດ້ວຍ 2 ມື
ສຳຜັດ ແລະ ກົດຮູບແລະວິດີໂອຄ້າງໄວ້ດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງໄປຫາອາລະບໍາບ່ອນທີ່ທ່ານຕ້ອງການວາງພວກມັນລົງ.
ບັນທຶກຮູບທີ່ຕັດອອກເປັນສະຕິກເກີ
ເມື່ອທ່ານຕັດບາງຢ່າງອອກຈາກຮູບ, ທ່ານສາມາດບັນທຶກມັນເປັນສະຕິກເກີຢ່າງງ່າຍດາຍທີ່ທ່ານສາມາດໃຊ້ພາຍຫຼັງໃນເວລາແກ້ໄຂຮູບ ຫຼື ວິດີໂອ.
ມຸມມອງເລື່ອງທີ່ປັບປຸງ
ໃນຂະນະທີ່ເບິ່ງເລື່ອງໜຶ່ງ, ມຸມມອງຮູບນ້ອຍປາກົດຂຶ້ນເມື່ອທ່ານປັດຂຶ້ນຈາກດ້ານລຸ່ມສຸດຂອງໜ້າຈໍ. ໃນມຸມມອງຮູບນ້ອຍ, ທ່ານສາມດເພີ່ມ ຫຼື ລຶບຮູບ ແລະ ວິດີໂອອອກຈາກເລື່ອງຂອງທ່ານໄດ້.
ເຄື່ອງຕັດຕໍ່ຮູບ
ແຜນຜັງທີ່ປັບປຸງ
ເມນູເຄື່ອງມືໃໝ່ເຮັດໃຫ້ການຊອກຫາຄຸນສົມບັດການແກ້ໄຂທີ່ທ່ານຕ້ອງການນັ້ນງ່າຍຂຶ້ນ. ໄດ້ລວມຕົວເລືອກການເຮັດໃຫ້ຊື່ ແລະ ທັດສະນະມິຕິເຂົ້າກັນໃນເມນູປ່ຽນຮູບ.
ປັບການຕົບແຕ່ງຫຼັງຈາກບັນທຶກ
ດຽວນີ້ທ່ານສາມາດເຮັດການປ່ຽນແປງໃນຮູບແຕ້ມ, ສະຕິກເກີ ແລະ ຂໍ້ຄວາມທີ່ທ່ານໄດ້ເພີ່ມຫາຮູບຖ່າຍ, ແມ້ກະທັ້ງພາຍຫຼັງການບັນທຶກແລ້ວ.
ບໍ່ເຮັດ ແລະ ເຮັດຄືນ
ຢ່າກັງວົນກ່ຽວກັບການເຮັດຄວາມຜິດພາດ. ດຽວນີ້ທ່ານສາມາດບໍ່ເຮັດ ຫຼື ເຮັດຄືນການປ່ຽນຮູບ, ກັ່ນຕອງ ແລະ ໂທນສີ.
ແຕ້ມເທິງສະຕິກເກີທີ່ກຳນົດເອງ
ເມື່ອສ້າງສະຕິກເກີທີ່ກຳນົດເອງ, ດຽວນີ້ທ່ານສາມາດໃຊ້ເຄື່ອງມືການແຕ້ມໃນການເຮັດໃຫ້ສະຕິກເກີຂອງທ່ານເປັນສ່ວນຕົວ ແລະ ເປັນເອກະລັກຫຼາຍຂຶ້ນ.
ພື້ນຫຼັງຂໍ້ຄວາມໃໝ່ ແລະ ຮູບແບບ
ໃນເວລາເພີ່ມຂໍ້ຄວາມຫາຮູບຖ່າຍ, ທ່ານສາມາດເລືອກຈາກພື້ນຫຼັງໃໝ່ ແລະ ຮູບແບບຈຳນວນຫຼາຍເພື່ອຊ່ວຍທ່ານໄດ້ຮັບຮູບລັກສະນະທີ່ສົມບູນແບບ.
ສະຕູດິໂອ (ຕົວແກ້ໄຂວິດີໂອ)
ການແກ້ໄຂວິດີໂອທີ່ມີພະລັງຫຼາຍກວ່າເດີມ
ສະຕູດິໂອແມ່ນຕົວແກ້ໄຂວິດີໂອງານລັກສະນະໂປຣເຈັກໃໝ່, ອະນຸຍາດສຳລັບການແກ້ໄຂທີ່ມີຄວາມຊັບຊ້ອນຫຼາຍຂຶ້ນ ແລະ ການແກ້ໄຂທີ່ຊົງພະລັງ. ທ່ານສາມາດເຂົ້າເຖິງສະຕູດິໂອໄດ້ຈາກເມນູເຄື່ອງແຕ້ມໃນແກເລີຣີ ຫຼື ເພີ່ມໄອຄອນໜຶ່ງຫາໜ້າຈໍຫຼັກຂອງທ່ານສຳລັບການເຂົ້າເຖິງທີ່ໄວຂຶ້ນ.
ແຜນຜັງທາມລາຍນ໌
ສະຕູດິໂອໃຫ້ທ່ານເບິ່ງໂປຣເຈັກທັງໝົດຂອງທ່ານເພາະວ່າທາມລາຍນ໌ໜຶ່ງມີຄລິບວິດີໂອຫຼວງຫຼາຍ. ໂຄງສ້າງຫຼາຍຊັ້ນໃຫ້ທ່ານສາມາດເພີ່ມຄລິບ, ສະຕິກເກີ, ຄຳບັນຍາຍ ແລະ ວັດຖຸອື່ນໆ ແລະ ປັບຕຳແໜ່ງ ແລະ ຄວາມຍາວຂອງພວກມັນໄດ້ງ່າຍໆ.
ບັນທຶກ ແລະ ແກ້ໄຂໂປຣເຈັກ
ທ່ານຍັງສາມາດບັນທຶກໂປຣເຈັກຮູບເງົາທີ່ບໍ່ແລ້ວເພື່ອສືບຕໍ່ການແກ້ໄຂໃນພາຍຫຼັງ.
ເຄື່ອງຫຼິ້ນວິດີໂອ
ແຜນຜັງທີ່ປັບປຸງ
ດຽວນີ້ການຄວບຄຸມເຄື່ອງຫຼິ້ນວິດີໂອແມ່ນງ່າຍກວ່າທີ່ເຄີຍມີມາ. ປຸ່ມຕ່າງໆພ້ອມກັບຟັງຄ໌ຊັນໄດ້ຖືກຈັດກຸ່ມເຂົ້າກັນ ແລະ ໄດ້ຍ້າຍປຸ່ມຫຼິ້ນໄປຫາເຄິ່ງກາງຂອງໜ້າຈໍ.
ການຄວບຄຸມຄວາມໄວຂອງການຫຼິ້ນຄືນໄດ້ຮັບການປັບປຸງ
ເລືອກລະຫວ່າງຄວາມໄວການຫຼິ້ນຄືນວິດີໂອຈຳນວນຫຼາຍລະຫວ່າງ 0.25x ແລະ 2.0x. ດຽວນີ້ການຄວບຄຸມຄວາມໄວງ່າຍຂຶ້ນໃນການເຂົ້າເຖິງດ້ວຍປຸ່ມສະເພາະແທນທີ່ຕົວເລື່ອນ.
Samsung Health
ຮູບຊົງໃໝ່ສຳລັບໜ້າຈໍຫຼັກ
ໜ້າຈໍຫຼັກ Samsung Health ໄດ້ຮັບການປັບແຕ່ງໃໝ່ຢ່າງສົມບູນ. ໄດ້ສະແດງຂໍ້ມູນເພີ່ມຕື່ມ, ຂະນະທີ່ຕົວໜັງສືເນັ້ນ ແລະ ສີເຮັດໃຫ້ເຫັນຂໍ້ມູນທີ່ທ່ານຕ້ອງການຫຼາຍທີ່ສຸດນັ້ນງ່າຍຂຶ້ນ. ຜົນການອອກກຳລັງກາຍຫຼ້າສຸດຂອງທ່ານຈະຖືກສະແດງຢູ່ດ້ານເທິງຂອງໜ້າຈໍ ແລະ ຈະໃຫ້ຄຳຕິຊົມຫລາຍຂຶ້ນກ່ຽວກັບຄະແນນນອນຫຼັບຂອງທ່ານກໍ່ຄືເປົ້າໝາຍປະຈຳວັນຂອງທ່ານສຳລັບກ້າວຍ່າງ, ກິດຈະກຳ, ນ້ຳ ແລະ ອາຫານ.
ຂະໜາດຈອກນ້ຳທີ່ກຳນົດເອງ
ດຽວນີ້ທ່ານສາມາດກຳນົດຂະໜາດຂອງຈອກເອງໄດ້ໃນຕົວຕິດຕາມນ້ຳຂອງ Samsung Health ເພື່ອໃຫ້ກົງກັບຂະໜາດຂອງຈອກທີ່ທ່ານໃຊ້ດື່ມເປັນປະຈຳ.
ປະຕິທິນ
ກຳນົດເວລາຂອງທ່ານໂດຍຫຍໍ້
ມູມມອງກໍານົດເວລາໃໝ່ໃຫ້ເຫດການທີ່ຈະມາເຖິງ, ໜ້າວຽກ ແລະ ການເຕືອນພ້ອມໆກັນທັງໝົດໃນລຳດັບຕາມເວລາ.
ເບິ່ງການເຕືອນຂອງທ່ານໃນປະຕິທິນ
ດຽວນີ້ທ່ານສາມາດເບິ່ງ ແລະ ເພີ່ມການເຕືອນໃນແອັບປະຕິທິນໂດຍບໍ່ຕ້ອງເປີດແອັບການເຕືອນ.
ຍ້າຍເຫດການດ້ວຍ 2 ມື
ທູທມອງໃນວັນ ຫຼື ອາທິດ, ໃຫ້ສຳຜັດ ແລະ ກົດຄ້າງໄວ້ເຫດການທີ່ທ່ານຕ້ອງການຍ້າຍດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງໜຶ່ງນຳທາງໄປຫາວັນບ່ອນທີ່ທ່ານຕ້ອງການຍ້າຍມັນ.
ການເຕືອນ
ມູມມອງລາຍຊື່ການເຕືອນທີ່ໄດ້ຮັບການປັບປຸງ
ມູມມອງລາຍຊື່ຫລັກໄດ້ຮັບການອອກແບບໃໝ່. ທ່ານສາມາດຈັດການໝວດຢູ່ດ້ານເທິງສຸດຂອງໜ້າຈໍ. ຢູ່ກ້ອງໝວດ, ການເຕືອນຂອງທ່ານຈະສະແດງແຍກຕາມວັນທີ. ນອກຈາກນັ້ນແຜນຜັງສຳລັບການເຕືອນມີຮູບ ແລະ ເວັບລິ້ງກໍ່ຍັງໄດ້ຮັບການປັບປຸງເຊັ່ນກັນ.
ໝວດການເຕືອນໃໝ່
ໝວດຂອງສະຖານທີ່ມີການເຕືອນທີ່ແຈ້ງເຕືອນທ່ານໃນເວລາທ່ານຢູ່ໃນສະຖານທີ່ສະເພາະໜຶ່ງ ແລະ ໝວດບໍ່ມີການເຕືອນມີການເຕືອນທີ່ບໍ່ໃຫ້ແຈ້ງເຕືອນໃດໆ.
ຕົວເລືອກເພີ່ມເຕີມສຳລັບການສ້າງການເຕືອນ
ໃນເວລາແບ່ງປັນເນື້ອຫາໄປຍັງແອັບການເຕືອນ, ທ່ານຈະໄດ້ຮັບຕົວເລືອກການແກ້ໄຂເຕັມກ່ອນສ້າງການເຕືອນ. ທ່ານຍັງສາມາດຖ່າຍພາບໂດຍໃຊ້ກ້ອງຖ່າຍຮູບໃນເວລາສ້າງການເຕືອນໜຶ່ງ.
ສ້າງການເຕືອນໝົດມື້
ດຽວນີ້ທ່ານສາມາດສ້າງການເຕືອນເປັນເວລາໝົດມື້ໄດ້ ແລະ ກຳນົດເອງເວລາທ່ານຕ້ອງການຮັບແຈ້ງເຕືອນກ່ຽວກັບພວກມັນ.
Samsung Internet
ຫຼິ້ນວິດີໂອໃນພື້ນຫຼັງ
ສືບຕໍ່ຫຼິ້ນສຽງວິດີໂອ, ເຖິງແມ່ນວ່າທ່ານອອກຈາກແຖບປັດຈຸບັນ ຫຼື ອອກຈາກແອັບອິນເຕີເນັດແລ້ວກໍຕາມ.
ມູມມອງລາຍຊື່ແຖບທີ່ປັບປຸງສຳລັບໜ້າຈໍກວ້າງ
ເມື່ອໃຊ້ອິນເຕີເນັດເທິງໜ້າຈໍກວ້າງເຊັ່ນ: ແທັບເລັດໃນພາບລວງຂວາງ ຫຼື Samsung DeX, ມູມມອງລາຍຊື່ແຖບຈະຖືກສະແດງໃນ 2 ຖັນເພື່ອທີ່ທ່ານສາມາດເຫັນຂໍ້ມູນເພີ່ມຕື່ມເທິງໜ້າຈໍໃນເວລາດຽວກັນ.
ຍ້າຍບຸກມາກຄ໌ ແລະ ແຖບດ້ວຍ 2 ມື
ສຳຜັດ ແລະ ກົດຄ້າງໄວ້ບຸກມາກຄ໌ ຫຼື ແຖບທີ່ທ່ານຕ້ອງການຍ້າຍດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງຫາບຸກມາກຄ໌ໂຟລເດີ ຫຼື ກຸ່ມແຖບບ່ອນທີ່ທ່ານຕ້ອງການຍ້າຍມັນ.
ເລືອກອັດສະລິຍະ
ປ່ຽນຂະໜາດ ແລະ ຄັດແຍກຂໍ້ຄວາມອອກຈາກເນື້ອຫາທີ່ປັກໝຸດ
ເມື່ອທ່ານປັກໝຸດຮູບໜຶ່ງຫາໜ້າຈໍ, ດຽວນີ້ທ່ານສາມາດປ່ຽນຂະໜາດ ຫຼື ຄັດແຍກຂໍ້ຄວາມຈາກຮູບນັ້ນໄດ້.
ມູມມອງແບບຂະຫຍາຍ
ເມື່ອເລືອກພື້ນທີ່ໜຶ່ງຂອງໜ້າຈໍ, ມູມມອງແບບຂະຫຍາຍຈະປາກົດຂຶ້ນ, ສະນັ້ນທ່ານສາມາດເລີ່ມ ແລະ ສິ້ນສຸດການເລືອກຂອງທ່ານຢູ່ໃນຈຸດທີ່ສົມບູນແບບ.
Bixby text call
ສະຫຼັບຫາ Bixby ຂະນະທີ່ໂທ
ທ່ານສາມາດສະຫຼັບຫາ Bixby text call ໄດ້ທຸກເວລາ, ເຖິງແມ່ນວ່າການໂທໄດ້ດຳເນີນຢູ່ກໍ່ຕາມ.
ໂໝດ ແລະ ວຽກປະຈຳ
ປ່ຽນແປງການປະກົດຂຶ້ນຂອງໜ້າຈຳລັອກຂອງທ່ານ
ຕັ້ງໜ້າຈໍລັອກທີ່ແຕກຕ່າງກັນດ້ວຍວອລເປເປີ ແລະ ຮູບແບບໂມງຂອງພວກມັນເອງ ສຳລັບເວລາທ່ານຂັບຂີ່, ເຮັດວຽກ, ອອກກໍາລັງກາຍ ແລະ ອື່ນໆ. ລອງວອລເປເປີມືດສຳລັບໂໝດນອນຫຼັບ ຫຼື ວອລເປເປີທີ່ສະຫງົບງຽບສຳລັບໂໝດຜ່ອນຄາຍ. ເມື່ອທ່ານແກ້ໄຂໜ້າຈໍລັອກສຳລັບໂໝດໜຶ່ງ, ທ່ານຈະເຫັນວອລເປເປີທຸກຄັ້ງທີ່ເປີດໂໝດ.
ສະພາບໃໝ່
ດຽວນີ້ທ່ານສາມາດເລີ່ມວຽກປະຈຳເມື່ອແອັບໜຶ່ງກຳລັງຫຼິ້ນມີເດຍ.
ການກະທຳໃໝ່
ດຽວນີ້ວຽກປະຈຳຂອງທ່ານສາມາດເຮັດຫຼາຍຂຶ້ນກວ່າທີ່ເຄີຍເຮັດທີ່ຜ່ານມາເຊັ່ນ: ການປ່ຽນແປງການຕັ້ງຄ່າຄີບອດຊໍາຊຸງ.
ຄຳແນະນຳອັດສະລິຍະ
ຮູບຊົງ ແລະ ຄວາມຮູ້ສຶກໃໝ່
ວິດເຈັດຄຳແນະນຳອັດສະລິຍະຖືກອອກແບບໃໝ່ດ້ວຍແຜນຜັງທີ່ສອດຄ່ອງກັບໄອຄອນອື່ນເທິງໜ້າຈໍຫຼັກຂອງທ່ານທີ່ດີກວ່າເດີມ.
ການກຳນົດເອງເພີ່ມເຕີມ
ດຽວນີ້ທ່ານສາມາດປັບຄວາມໂປ່ງແສງ ແລະເລືອກລະຫວ່າງພື້ນຫຼັງສີຂາວ ຫຼື ດຳ. ທ່ານຍັງສາມາດຕັ້ງແອັບເພື່ອໃຫ້ເວັ້ນຈາກຄຳແນະນຳໄດ້.
Finder
ການກະທຳດ່ວນສຳລັບແອັບ
ເມື່ອແອັບໜຶ່ງປາກົດຂຶ້ນໃນຜົນການຊອກຫາຂອງທ່ານ, ທ່ານສາມາດສຳຜັດ ແລະ ກົດແອັບຄ້າງໄວ້ເພື່ອຮັບການເຂົ້າໃຊ້ດ່ວນໄປຍັງການກະທຳທີ່ທ່ານສາມາດປະຕິບັດໂດຍໃຊ້ແອັບ. ຕົວຢ່າງ: ຖ້າທ່ານຊອກຫາແອັບປະຕິທິນ, ປຸ່ມສຳລັບເພີ່ມເຫດການ ຫຼື ການຊອກຫາປະຕິທິນຂອງທ່ານຈະປາກົດຂຶ້ນ. ການກະທຳຂອງແອັບຈະຍັງປາກົດໃນຜົນການຊອກຫາດ້ວຍຕົນເອງ, ຖ້າທ່ານຊອກຫາຊື່ຂອງການກະທຳແທນການຊອກຫາແອັບ.
ໄຟລ໌ຂອງຂ້ອຍ
ເພີ່ມພື້ນທີ່ຫວ່າງບ່ອນເກັບຂໍ້ມູນ
ບັດຄຳແນະນຳຈະປາກົດຂຶ້ນເພື່ອຊ່ວຍທ່ານເພີ່ມພື້ນທີ່ຫວ່າງບ່ອນເກັບຂໍ້ມູນ. ໄຟລ໌ຂອງຂ້ອຍຈະແນະນຳໃຫ້ລຶບໄຟລ໌ທີ່ບໍ່ຈຳເປັນ, ໃຫ້ເຄັດລັບໃນການຕັ້ງບ່ອນເກັບຂໍ້ມູນຄລາວ ແລະ ຍັງໃຫ້ເຈົົ້າຮູ້ວ່າແອັບໃດໃນໂທລະສັບກຳລັງໃຊ້ພື້ນທີ່ບ່ອນເກັບຂໍ້ມູນ ຫຼາຍທີ່ສຸດ.
ຖັງຂີ້ເຫຍື້ອລວມສູນດ້ວຍແກເລີຣີ ແລະ ເຄື່ອງບັນທຶກສຽງ
ໄຟລ໌ຂອງຂ້ອຍ, ແກເລີຣີ ແລະ ຄຸນສົມບັດຂອງຖັງຂີ້ເຫຍື້ອເຄື່ອງບັນທຶກສຽງໄດ້ລວມເຂົ້າກັນເປັນໜຶ່ງດຽວ. ເມື່ອທ່ານເປີດຖັງຂີ້ເຫຍື້ອໃນໄຟລ໌ຂອງຂ້ອຍ, ເຈົ້າຈະສາມາດເຫັນໄຟລ໌ຕ່າງໆ, ຮູບ, ວິດີໂອ ແລະ ການບັນທຶກສຽງທີ່ທ່ານໄດ້ລຶບອອກພ້ອມກັນທັງໝົດ, ພ້ອມກັບຕົວເລືອກສຳລັບການຣີສະຕໍ ຫຼື ການລຶບຢ່າງຖາວອນ.
ສຳເນົາໄຟລ໌ດ້ວຍ 2 ມື
ສຳຜັດໄຟລ໌ທີ່ທ່ານຕ້ອງການສຳເນົາ ແລະ ກົດຄ້າງໄວ້ດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງໄປຫາໂຟລເດີບ່ອນທີ່ທ່ານຕ້ອງການສຳເນົາມັນ.
Samsung Pass
ລົງຊື່ເຂົ້າໃຊ້ທີ່ປອດໄພກວ່າດ້ວຍໝາຍເລກລະຫັດຜ່ານ
ໃຊ້ໝາຍເລກລະຫັດຜ່ານເພື່ອລົງຊື່ເຂົ້າໃຊ້ໃນແອັບ ແລະ ເວັບໄຊທ໌ທີ່ຮອງຮັບ. ບໍ່ຄືກັບລະຫັດຜ່ານ, ໝາຍເລກລະຫັດຜ່ານຂອງທ່ານຈະຖືກເກັບໃນໂທລະສັບເທົ່ານັ້ນ ແລະ ຈະບໍ່ສາມາດຮົ່ວໄຫຼອອກນອກຜ່ານການເຈາະລະບົບດ້ານຄວາມປອດໄພຂອງເວັບໄຊທ໌. ໝາຍເລກລະຫັດຜ່ານຍັງປົກປ້ອງທ່ານຈາກການໂຈມຕີແບບພິສຊິງ ຫຼື ການຫຼອກລວງທາງອິນເຕີເນັດເພາະວ່າມັນໄດ້ຜົນພຽງໃນ ເວັບໄຊທ໌ ຫຼື ແອັບບ່ອນທີ່ພວກມັນຖືກລົງທະບຽນເທົ່ານັ້ນ.
ການຕັ້ງຄ່າ
ໂໝດເຮືອບິນທີ່ອັດສະລິຍະກວ່າ
ຖ້າທ່ານເປີດ Wi-Fi ຫຼື ບລູທູດໃນຂະນະທີ່ເປີດໂໝດເຮືອບິນ, ໂທລະສັບຂອງທ່ານຈະຈົດຈຳ. ຄັ້ງໜ້າທ່ານໃຊ້ໂໝດເຮືອບິນ, Wi-Fi ຫຼື ບລູທູດຈະຍັງຄົງເປີດແທນທີ່ຈະປິດ.
ເຂົ້າເຖິງການຕັ້ງຄ່າແບັດເຕີຣີທີ່ງ່າຍຂຶ້ນ
ຕອນນີ້ການຕັ້ງຄ່າແບັດເຕີຣີມີເມນູການຕັ້ງຄ່າລະດັບສູງສຸດຂອງພວກມັນເອງ, ສະນັ້ນທ່ານສາມາດກວດເບິ່ງການໃຊ້ແບັດເຕີຣີຂອງທ່ານ ແລະ ຈັດການການຕັ້ງຄ່າແບັດເຕີຣີ.
ບັລອກໄພຂົ່ມຂູ່ດ້ານຄວາມປອດໄພ
ເອົາລະດັບການປົກປ້ອງເພີ່ມສຳລັບແອັບ ແລະ ຂໍ້ມູນຂອງທ່ານ. ຕົວບລັອກອັດຕະໂນມັດປ້ອງກັນບໍ່ໃຫ້ແອັບທີ່ບໍ່ຮູ້ຈັກຖືກຕິດຕັ້ງ, ກວດຫາມາລແວ ແລະ ບລັອກຄຳສັ່ງທີ່ເປັນອັນຕະລາຍເພື່ອບໍ່ໃຫ້ສົ່ງຫາໂທລະສັບຂອງທ່ານຜ່ານສາຍ USB
ຄວາມສາມາດເຂົ້າໃຊ້
ການເພີ່ມປະສິດທິພາບການມອງເຫັນເພື່ອຊອກຫາງ່າຍຂຶ້ນ
ເມນູການຊ່ວຍເຫຼືອໃນການເວົ້າ ແລະ ການເພີ່ມປະສິດທິພາບການເບິ່ງເຫັນໄດ້ລວມເຂົ້າກັນເປັນໜຶ່ງເມນູການເພີ່ມປະສິດທິພາບການມອງເຫັນເພື່ອການເຂົ້າເຖິງທີ່ໄວຂຶ້ນ, ງ່າຍຂຶ້ນ.
ຕົວເລືອກການຂະຫຍາຍໃໝ່
ກຳນົດເອງວ່າໃຫ້ໜ້າຈໍການຂະຫຍາຍຂອງທ່ານປາກົດຂຶ້ນແນວໃດ. ທ່ານສາມາດເລືອກໜ້າຈໍເຕັມ, ໜ້າຈໍບາງສ່ວນ ຫຼື ອະນຸຍາດການສະຫຼັບລະຫວ່າງທັງສອງໜ້າຈໍ.
ກຳນົດຄວາມໜາຂອງເຄີເຊີຣ໌ເອງ
ດຽວນີ້ທ່ານສາມາດເພີ່ມຄວາມໜາຂອງເຄີເຊີຣ໌ທີ່ປາກົດຂຶ້ນຂະນະທີ່ແກ້ໄຂຂໍ້ຄວາມເພື່ອໃຫ້ເຫັນງ່າຍຂຶ້ນ.
ຮຽນຮູ້ເພີ່ມຕື່ມກ່ຽວກັບຄວາມສາມາດເຂົ້າໃຊ້
ລິ້ງເຊື່ອມເຂົ້າຫາໜ້າເວັບຄວາມສາມາດເຂົ້າໃຊ້ Samsung ໄດ້ຖືກເພີ່ມຫາການຕັ້ງຄ່າຄວາມສາມາດເຂົ້າໃຊ້ເພື່ອທີ່ທ່ານຈະສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບຄຸນສົມບັດຂອງຄວາມສາມາດເຂົ້າໃຊ້ ແລະ ຄວາມພະຍາຍາມຂອງພວກເຮົາໃນການເຮັດໃຫ້ທຸກຄົນສາມາດເຂົ້າເຖິງຜະລິດຕະພັນຂອງພວກເຮົາໄດ້.
ການເປັນຢູ່ທີ່ດີແບບດິຈິຕອລ
ແຜນຜັງທີ່ປັບປຸງ
ໜ້າຈໍຫຼັກຂອງການເປັນຢູ່ທີ່ດີແບບດິຈິຕອລໄດ້ຖືກອອກແບບໃໝ່, ເຮັດໃຫ້ຊອກຫາຂໍ້ມູນທີ່ທ່ານຕ້ອງການງ່າຍຂຶ້ນ.
ເນື້ອຫາເພີ່ມເຕີມໃນບົດລາຍງານປະຈໍາອາທິດ
ດຽວນີ້ລາຍງານການໃຊ້ປະຈຳອາທິດຂອງທ່ານໃຫ້ທ່ານຮູ້ກ່ຽວກັບແບບແຜນການໃຊ້ທີ່ບໍ່ປົກກະຕິ, ເວລາການໃຊ້ສູງສຸດຂອງທ່ານ ແລະ ວິທີທີ່ທ່ານເຮັດໃຫ້ເວລາໜ້າຈໍຂອງທ່ານເກີດຄວາມດຸນດ່ຽງ.
ໝາຍເລກການຜະລິດ : G998BXXS9EWJO
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-11-09
ລະດັບແກ້ໄຂຄວາມປອດໄພ : 2023-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS9EWJG
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-10-24
ລະດັບແກ້ໄຂຄວາມປອດໄພ : 2023-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS9EWIA
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-10-11
ລະດັບແກ້ໄຂຄວາມປອດໄພ : 2023-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS9EWI1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-09-14
ລະດັບແກ້ໄຂຄວາມປອດໄພ : 2023-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU9EWH5
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-08-28
ລະດັບແກ້ໄຂຄວາມປອດໄພ : 2023-08-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXS9EWH1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-08-14
ລະດັບແກ້ໄຂຄວາມປອດໄພ : 2023-08-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS9EWF3
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-07-11
ລະດັບແກ້ໄຂຄວາມປອດໄພ : 2023-07-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU8EWF1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-06-19
ລະດັບແກ້ໄຂຄວາມປອດໄພ : 2023-06-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXU7EWE6
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-05-26
ລະດັບແກ້ໄຂຄວາມປອດໄພ : 2023-05-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXU7EWE1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-05-12
ລະດັບແກ້ໄຂຄວາມປອດໄພ : 2023-05-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXU7EWCH
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-04-13
ລະດັບແກ້ໄຂຄວາມປອດໄພ : 2023-04-01
• ຟັງຄ໌ຊັນຂອງ ກ້ອງຖ່າຍຮູບ ແລະ ແກເລີຣີ ໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : G998BXXS6EWBB
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-03-09
ລະດັບແກ້ໄຂຄວາມປອດໄພ : 2023-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU6EWAF
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-02-14
ລະດັບແກ້ໄຂຄວາມປອດໄພ : 2023-02-01
ການອັບເດດ One UI 5.1
One UI 5.1 ຈະພາໂທລະສັບຂອງທ່ານໄປສູ່ອີກລະດັບໜຶ່ງດ້ວຍຄຸນສົມບັດ ແກເລີຣີ ໃໝ່ ກໍຄືການປັບປຸງປະສິດທິພາບວຽກ ແລະ ການເຮັດໃຫ້ເປັນສ່ວນຕົວ.
ກ້ອງຖ່າຍຮູບ ແລະ ແກເລີຣີ
ປ່ຽນແປງ ໂທນສີ ສຳລັບການຖ່າຍເຊລຟີທີ່ວ່ອງໄວ
ປ່ຽນແປງ ໂທນສີ ຂອງຮູບເຊລຟີຂອງທ່ານໄດ້ງ່າຍຂຶ້ນດ້ວຍການໃຊ້ ປຸ່ມ ເອັບເຝັກ ເບື້ອງເທິງຂອງໜ້າຈໍ.
ຄົ້ນພົບ Expert RAW
Expert RAW ຊ່ວຍໃຫ້ທ່ານຖ່າຍຮູບທີ່ມີຄຸນນະພາບສູງ, ສົມບູນແບບ ສຳລັບຜູ້ທີ່ຕ້ອງການຄວບຄຸມຮູບພາບຢ່າງເຕັມທີ່ ແລະ ແກ້ໄຂ ຮູບຖ່າຍ ໃນພາຍຫລັງ. ດຽວນີ້ Expert RAW ສາມາດເຂົ້າເຖີງໄດ້ງ່າຍຂຶ້ນ ຈາກ ເມນູ ເພີ່ມເຕີມ ໃນ ກ້ອງຖ່າຍຮູບ.
ການຊອກຫາທີ່ຊົງພະລັງກວ່າເກົ່າ
ດຽວນີ້ທ່ານສາມາດ ຊອກຫາ ແກເລີຣີ ຂອງທ່ານເປັນຈຳນວນຫຼາຍກວ່າຄົນໜຶ່ງ ຫຼື ສິ່ງຂອງອັນໜຶ່ງໄດ້ໃນເວລາດຽວກັນ. ທ່ານຍັງສາມາດ ຊອກຫາ ຜູ້ຄົນ ໂດຍບໍ່ຕ້ອງ ແທັກ ຊື່ຂອງເຂົາເຈົ້າ ພຽງແຕ່ ແຕະ ໃສ່ຊື່ໃບໜ້າຂອງເຂົາເຈົ້າເທົ່ານັ້ນ.
ຣີມາດເຕີຮູບທີ່ໄດ້ຮັບການປັບປຸງ
ການຣີມາດເຕີ ຍັງເຮັດໄດ້ຫຼາຍກວ່າເພື່ອປັບໃຫ້ຮູບຂອງທ່ານດີຂຶ້ນ ດ້ວຍການລຶບ ເງົາ ແລະ ແສງສະທ້ອນອອກ. ທ່ານຍັງສາມາດ ຣີມາດເຕີ GIFs ເພື່ອໃຫ້ໄດ້ ຄວາມລະອຽດ ແລະ ຄວາມແຈ້ງທີ່ດີກວ່າເກົ່າ. ການເບິ່ງຕົວຢ່າງ ຍັງໄດ້ຮັບການປັບປຸງ ເພື່ອຄວາມງ່າຍໃນການປຽບທຽບ ຮູບ ເດີມ ກັບ ຣີມາດເຕີ.
ສ້າງ ອາລະບຳຄອບຄົວທີ່ແຊຣ໌
ງ່າຍກວ່າເກົ່າທີ່ຈະແຊຣ໌ຮູບກັບຄອບຄົວຂອງທ່ານ. ແກເລີຣີ ຈະແນະນຳຮູບທີ່ຈະເພີ່ມເຂົ້າໃນ ອາລະບຳຄອບຄົວທີ່ແຊຣ໌ ຂອງທ່ານດ້ວຍການຈື່ຈຳໃບໜ້າຄົນໃນຄອບຄົວທີ່ທ່ານເລືອກ. ທ່ານຈະໄດ້ ບ່ອນເກັບຂໍ້ມູນ 5 GB ສຳລັບສະມາຊິກ ຄອບຄົວ ແຕ່ລະຄົນ (ສູງເຖິງ 6 ຄົນ).
ການສະແດງຜົນຂໍ້ມູນທີ່ແກ້ໄຂຄືນ
ເມື່ອທ່ານປັດຂຶ້ນຂະນະທີ່ກຳລັງເບິ່ງ ຮູບ ຫຼື ວິດີໂອ ໃນ ແກເລີຣີ ຂອງທ່ານ, ທ່ານສາມາດເຫັນ ເວລາ ແລະ ສະຖານທີ່ທີ່ ຮູບ ຖືກຖ່າຍ, ອຸປະກອນ ໃດທີ່ຖ່າຍ ຮູບ, ຮູບຖືກເກັບມ້ຽນໄວ້ຢູ່ໃສ ແລະ ອື່ນໆອີກ. ດຽວນີ້ມີແຜນຜັງທີ່ລຽບງ່າຍຂຶ້ນ.
ການເຮັດຫຼາຍໜ້າວຽກ
ຫຍໍ້ນ້ອຍລົງ ຫຼື ສັບປ່ຽນຫາໜ້າຈໍເຕັມໄດ້ຢ່າງງ່າຍດາຍ
ຕອນນີ້ທ່ານສາມາດຫຍໍ້ນ້ອຍລົງ ຫຼື ຂະຫຍາຍໜ້າຕ່າງແອັບໂດຍບໍ່ຕ້ອງເຂົ້າໄປຫາ ເມນູ ຕົວເລືອກ. ພຽງແຕ່ລາກມຸມໃດໜຶ່ງເທົ່ານັ້ນ.
ເຂົ້າໃຊ້ ແອັບ ທີ່ໃຊ້ຫລາຍທີ່ສຸດໃນໜ້າຈໍແຍກ
ເມື່ອທ່ານເລີ່ມ ມຸມມອງໜ້າຈໍແຍກ, ແອັບ ທີ່ທ່ານໃຊ້ຫລາຍທີ່ສຸດນັ້ນ ຈະປາກົດຂຶ້ນດ້ານລຸ່ມຂອງ ແອັບ ທີ່ທ່ານຫາກໍ່ໃຊ້ຫຼ້າສຸດ ເພື່ອຊ່ວຍໃຫ້ທ່ານຊອກຫາ ແອັບ ທີ່ທ່ານຕ້ອງການໄດ້ໄວຂຶ້ນ.
ການເຮັດຫຼາຍໜ້າວຽກໃນ DeX ໄດ້ຮັບການປັບປຸງ
ໃນ ມຸມມອງໜ້າຈໍແຍກ, ຕອນນີ້ ທ່ານສາມາດລາກ ຕົວແຍກຢູ່ກາງໜ້າຈໍ ເພື່ອ ປ່ຽນຂະໜາດ ຂອງໜ້າຕ່າງທັງສອງ. ທ່ານຍັງສາມາດສແນປໜ້າຕ່າງໜຶ່ງໄປຫາແຈໜຶ່ງ ເພື່ອເຮັດໃຫ້ມັນເປັນເສດໜຶ່ງສ່ວນສີ່ຂອງໜ້າຈໍ.
ໂໝດ ແລະ ວຽກປະຈຳ
ປ່ຽນແປງ ວອລເປເປີ ອີງໃສ່ ໂໝດ ຂອງທ່ານ
ຕັ້ງ ວອລເປເປີ ທີ່ແຕກຕ່າງກັນອີງໃສ່ກິດຈະກຳປະຈຸບັນຂອງທ່ານ. ເລືອກວອລເປເປີໜຶ່ງສຳລັບວຽກ, ອັນໜຶ່ງສຳລັບການອອກກຳລັງກາຍ ແລະ ອື່ນໆອີກ.
ການກະທຳອື່ນໆອີກ ສຳລັບ ວຽກປະຈຳ
ການກະທຳໃໝ່ຈະເຮັດໃຫ້ທ່ານສາມາດ ຄວບຄຸມ ການແຊຣ໌ດ່ວນ ແລະ ຄວາມໄວການສຳຜັດ, ປ່ຽນແປງ ສຽງໂທເຂົ້າ ຂອງທ່ານ ແລະ ປ່ຽນແປງ ຮູບແບບຕົວໜັງສື.
ສະພາບອາກາດ
ເຂົ້າເຖິງ ຂໍ້ມູນທີ່ເປັນປະໂຫຍດ ໄດ້ຢ່າງວ່ອງໄວ
ກວດເບິ່ງ ແຈ້ງເຕືອນ ສະພາບອາກາດ ທີ່ຮຸນແຮງ, ການສະຫລຸບຫຍໍ້ກ່ຽວກັບສະພາບອາກາດປະຈຳວັນ ແລະ ເວລາຕາເວັນຂຶ້ນ/ຕົກ ຢູ່ເທິງສຸດຂອງ ແອັບ ສະພາບອາກາດ. ຕອນນີ້ ກຣາຟສະແດງອຸນຫະພູມໃຊ້ ສີຕ່າງໆເພື່ອສະແດງອຸນຫະພູມ ປ່ຽນແປງ ແນວໃດ ຕະຫຼອດທັງວັນ.
ກຣາຟສະແດງໂອກາດຝົນຕົກແຕ່ລະຊົ່ວໂມງ
ຕອນນີ້ ກຣາຟສະແດງໃຫ້ເຫັນໂອກາດຝົນຕົກຫຼາຍປານໃດແຕ່ລະຊົ່ວໂມງ ໃນເວລາທີ່ແຕກຕ່າງກັນຂອງວັນ.
ສະຫຼຸບຫຍໍ້ເທິງ ວິດເຈັດ ສະພາບອາກາດ
ສະຫຼຸບຫຍໍ້ກ່ຽວກັບສະພາບອາກາດໃນປະຈຸບັນ ຕອນນີ້ປາກົດຂຶ້ນໃນ ວິດເຈັດ ສະພາບອາກາດ ເພື່ອໃຫ້ທ່ານຮູ້ວ່າຖ້າມີແດດອອກ, ມີເມກປົກຄຸມ, ຝົນຕົກ ຫຼື ຫິມະຕົກ.
ອິນເຕີເນັດຊຳຊຸງ
ສືບຕໍ່ການທ່ອງເວັບໃນອຸປະກອນອື່ນ
ຖ້າທ່ານກຳລັງທ່ອງເວັບໃນ ໂທລະສັບ ຫຼື ອຸປະກອນ Galaxy ແລະ ຫຼັງຈາກນັ້ນ ເປີດໃຊ້ ແອັບ ອິນເຕີເນັດ ໃນ ອຸປະກອນ Galaxy ອື່ນທີ່ໄດ້ລົງຊື່ເຂົ້າໃຊ້ Samsung account ດຽວກັນ, ປຸ່ມ ຈະປາກົດຂຶ້ນ ເຊິ່ງຈະເຮັດໃຫ້ທ່ານເປີດໜ້າເວັບສຸດທ້າຍທີ່ທ່ານໄດ້ເປີດເບິ່ງໃນ ອຸປະກອນ ເຄື່ອງອື່ນ.
ການຊອກຫາທີ່ປັບປຸງ
ຕອນນີ້ການຊອກຫາຂອງທ່ານ ລວມມີ ຊື່ຂອງໂຟລເດີ ບຸກມາກຄ໌ ແລະ ກຸ່ມແຖບ. ໂລຈິກການຊອກຫາທີ່ໄດ້ປັບປຸງ ເຮັດໃຫ້ທ່ານຄົ້ນພົບສິ່ງທີ່ທ່ານຊອກຫາ ເຖິງວ່າສິ່ງນັ້ນສະກົດບໍ່ຖືກຕ້ອງກໍ່ຕາມ.
ການປ່ຽນແປງເພີ່ມຕື່ມ
ກວດເບິ່ງລະດັບ ແບັດເຕີຣີ ອຸປະກອນ ຂອງທ່ານ
ວິດເຈັດ ແບັດເຕີຣີ ໃໝ່ ໃຫ້ທ່ານກວດເບິ່ງລະດັບ ແບັດເຕີຣີ ອຸປະກອນ ຂອງທ່ານໄດ້ທັນທີຈາກ ໜ້າຈໍຫຼັກ. ທ່ານສາມາດເບິ່ງວ່າ ແບັດເຕີຣີ ຍັງເຫຼືອຫຼາຍປານໃດໃນ ໂທລະສັບ, Galaxy Buds, Galaxy Watch, S Pen ຂອງທ່ານ ແລະ ອຸປະກອນທີ່ຮອງຮັບອື່ນໆອີກ.
ໃຊ້ ອິໂມຈິ ໄດ້ເຖິງ 3 ໂຕ ໃນ ກ້ອງຖ່າຍຮູບ ອິໂມຈິ AR
ຖ່າຍຮູບ ແລະ ວິດີໂອ ແບບຫຼິ້ນໆ ກັບໝູ່ເພື່ອນຂອງທ່ານ ໃນ ໂໝດ ໜ້າກາກ. ທ່ານສາມາດກຳນົດ ອິໂມຈິ ທີ່ແຕກຕ່າງກັນໃຫ້ໃບໜ້າຂອງແຕ່ລະຄົນ.
ຄຳແນະນຳການຕັ້ງຄ່າ
ໃນຂະນະລົງຊື່ເຂົ້າໃຊ້ໃນ Samsung account ຂອງທ່ານ, ຄຳແນະນຳຈະ ປະກົດຂຶ້ນດ້ານເທິງຂອງຈໍການຕັ້ງຄ່າເພື່ອຊ່ວຍທ່ານໃນການແຊຣ໌, ເຊື່ອມຕໍ່ ແລະ ປັບປຸງປະສົບການຂອງທ່ານໃນການນຳໃຊ້ອຸປະກອນ Galaxy ຂອງທ່ານ.
ຄຳແນະນຳໃນການໃຊ້ Spotify
ຕອນນີ້ວິດເຈັດຄຳແນະນຳອັດສະລິຍະໃຫ້ຄຳແນະນຳການຕິດຕາມ Spotify ແລະ ລາຍການຫຼິ້ນອີງຕາມກິດຈະກຳປະຈຸບັນຂອງທ່ານ. ຮັບຟັງເພງທີ່ສົມບູນແບບໃນລະຫວ່າງການຂັບລົດ, ການອອກກໍາລັງກາຍ ແລະ ອື່ນໆອີກ. ເພື່ອຮັບເອົາແນະນຳ, ທ່ານຕ້ອງລົງຊື່ເຂົ້າໃຊ້ໃນບັນຊີ Spotify ໃນເວີຊັນຫຼ້າສຸດຂອງແອັບ Spotify.
ເລືອກບ່ອນທີ່ຈະບັນທຶກຮູບໜ້າຈໍ ແລະ ການບັນທຶກໜ້າຈໍ
ປະຈຸບັນ ທ່ານສາມາດ ປ່ຽນແປງ ໂຟລເດີ ບ່ອນທີ່ ຮູບໜ້າຈໍ ແລະ ການບັນທຶກໜ້າຈໍ ໄດ້ຖືກບັນທຶກໄວ້.
ໝາຍເລກການຜະລິດ : G998BXXS5DWA4
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-01-20
ລະດັບແກ້ໄຂຄວາມປອດໄພ : 2023-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS5DVL3
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-01-09
ລະດັບແກ້ໄຂຄວາມປອດໄພ : 2023-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU5DVKF
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2022-12-16
ລະດັບແກ້ໄຂຄວາມປອດໄພ : 2022-12-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXS5DVK1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2022-11-17
ລະດັບແກ້ໄຂຄວາມປອດໄພ : 2022-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU5DVJC
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2022-11-07
ລະດັບແກ້ໄຂຄວາມປອດໄພ : 2022-10-01
ການອັບເກຣດ One UI 5 (ແອນດຣອຍ 13)
One UI 5 ນຳເອົາການເຮັດເປັນສ່ວນທີ່ມີພະລັງຫຼາຍຂຶ້ນມາໃຫ້ທ່ານ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການເຮັດສິ່ງຕ່າງໆໃຫ້ສຳເລັດໃນທົ່ວອຸປະກອນ Galaxy ຂອງທ່ານ.
ການອອກແບບຮູບຊົງ
ໄອຄອນແອັບ ແລະ ພາບປະກອບໃໝ່
ເຄື່ອງໝາຍໄອຄອນໃຫ່ຍຂຶ້ນສຳລັບຮູບລັກສະນະທີ່ເຂັ້ມຂຸ້ນຂຶ້ນທີ່ເຮັດໃຫ້ການສະແກນງ່າຍຂຶ້ນ. ໄລ່ລະດັບສີພື້ນຫຼັງທີ່ນຸ່ມນວນ ແລະ ຄວາມຄົມຊັດທີ່ປັບປຸງໃຫ້ຄວາມຮູ້ສຶກທີ່ສົດຊື່ນຂຶ້ນ ແລະ ເປັນທຳມະຊາດຍິ່ງຂຶ້ນ. ພາບປະກອບການຊ່ວຍເຫຼືອອັນໃໝ່ຖືກສ້າງຂຶ້ນເພື່ອໃຫ້ຮູບຊົງທີ່ສອດຄ່ອງກັນກັບແອັບທັງໝົດ.
ຮຽບງ່າຍຂຶ້ນກວ່າທີ່ເຄີຍມີມາແຕ່ກ່ອນ
ການເຄື່ອນໄຫວ ແລະ ເອັບເຝັກການປ່ຽນຜ່ານໃໝ່ເຮັດໃຫ້ການສັບປ່ຽນລະຫວ່າງໜ້າຈໍຮູ້ສຶກເປັນທຳມະຊາດຫຼາຍຂຶ້ນ. ການເຄື່ອນໄຫວ ແລະ ຄຳຕິຊົມທາງພາບອື່ນປາກົດທັນທີເມື່ອທ່ານສຳຜັດໜ້າຈໍ, ເຮັດໃຫ້ການປະຕິສຳພັນງ່າຍຂຶ້ນ. ຄວາມໄວການເລື່ອນກໍ່ຍັງໄດ້ຮັບການປັບປຸງເພື່ອເຮັດໃຫ້ການເລື່ອນ ຮູ້ສຶກລ່ຽນໄຫຼຂຶ້ນໃນທົ່ວ One UI.
ສີ ແລະ ເອັບເຝັກພາບມົວທີ່ໄດ້ຮັບການປັບປຸງ
ເອັບ ເຝັກ ການເຮັດໃຫ້ ພື້ນຫຼັງ ມົວ ໃນ ແຜງດ່ວນ, ໜ້າຈໍຫຼັກ ແລະ ທົ່ວທັງ One UI ໄດ້ຮັບການປັບປຸງດ້ວຍ ສີ ທີ່ແຈ້ງຂຶ້ນເພື່ອປະສົບການການໃຊ້ທີ່ຈະແຈ້ງຂຶ້ນ ແລະ ສະໝໍ່າສະເໝີກວ່າເກົ່າ. ແຜນຜັງ ສີ ແອັັບ ທີ່ຮຽບງ່າຍຊ່ວຍທ່ານຫຼີກລ່ຽງການລົບກວນ ແລະ ສຸມໃສ່ໜ້າວຽກປັດຈຸບັນຂອງທ່ານ.
ການກຳນົດເອງ
ກຳນົດໜ້າຈຳລັອກຂອງທ່ານເອງ
ພຽງສຳຜັດ ແລະ ກົດໜ້າຈຳລັອກຄ້າງໄວ້ເພື່ອແກ້ໄຂ. ມີຫຍັງແດ່ທີ່ງ່າຍຂຶ້ນ? ກຳນົດວອລເປເປີ, ແບບໂມງ, ການຕັ້ງຄ່າການແຈ້ງເຕືອນຂອງທ່ານ ແລະ ອື່ນໆເອົາເອງດ້ວຍການເບິ່ງຕົວຢ່າງສົດທັງໝົດໃນບ່ອນດຽວ.
ທາງເລືອກວອລເປເປີເພີ່ມເຕີມ
ການຕັ້ງຄ່າວອລເປເປີໄດ້ຮັບການອອກແບບຄືນໃໝ່ທີ່ເຮັດໃຫ້ການຊອກຫາວອລເປເປີທີ່ສົມບູນແບບໄດ້ງ່າຍຂຶ້ນສຳລັບໜ້າຫຼັກ ແລະ ໜ້າຈຳລັອກຂອງທ່ານ. ມີຮູບ, ວິດີໂອ, ສີ ແລະ ກັ່ນຕອງໃຫ້ເລືອກຫຼາຍຂຶ້ນກວ່າແຕ່ກ່ອນ.
ທາງເລືອກເພີ່ມເຕີມສຳລັບຈານສີຂອງທ່ານ
ງ່າຍຂຶ້ນໃນການຊອກຫາສີທີ່ເໝາະສຳລັບທ່ານ. ເລືອກຈາກຕີມສີທີ່ມີສູງເຖິງ 16 ລາຍການໃນວອລເປເປີຂອງທ່ານ ເຊັ່ນດຽວກັບຕີມສີຕັ້ງຄ່າມາກ່ອນທີ່ຖືກອອກແບບມາໃຫ້ມີຮູບລັກສະນະທີ່ງົດງາມ.
ເບິ່ງວ່າໃຜກຳລັງໂທຢ່າງງ່າຍໆ
ຕັ້ງພື້ນຫຼັງການໂທທີ່ແຕກຕ່າງກັນສຳລັບຜູ້ຕິດຕໍ່ແຕ່ລະຄົນເພື່ອໃຫ້ທ່ານເຫັນຜູ້ກຳລັງໂທຢ່າງງ່າຍໆພຽງແຕ່ກວດເບິ່ງຂໍ້ມູນຢ່າງໄວ.
ໂໝດ ແລະ ວຽກປະຈຳ
ເລືອກໂໝດອີງຕາມກິດຈະກຳຂອງທ່ານ
ເລືອກໂໝດອີງຕາມສິ່ງທີ່ທ່ານກຳລັງເຮັດເຊັ່ນ: ການອອກກໍາລັງກາຍ, ເຮັດວຽກ ຫຼື ຜ່ອນຄາຍ, ຈາກນັ້ນເລືອກສິ່ງທີ່ທ່ານຕ້ອງການໃຫ້ໂທລະສັບຂອງທ່ານເຮັດໃນທຸກໆສະຖານະການ. ຕົວຢ່າງ: ເປີດຫ້າມລົບກວນເມື່ອທ່ານພັກຜ່ອນ ຫຼື ຫຼິ້ນເພງຂະນະທີ່ຂັບລົດ.
ຕອນນີ້ໂໝດເວລານອນແມ່ນໂໝດນອນຫຼັບ
ໂໝດນອນຫຼັບ ຊ່ວຍໃຫ້ທ່ານດຳເນີນການຕ່າງໆໄດ້ຫຼາຍຂື້ນໂດຍເມື່ອຮອດເວລາ ນອນເຊັ່ນ: ການເປີດໃຊ້ ໂໝດມືດ ແລະ ປ່ຽນແປງ ໂໝດສຽງ.
ງ່າຍຂຶ້ນໃນການຄົ້ນຫາວຽກປະຈຳທີ່ຕັ້ງຄ່າມາກ່ອນ
ແຜນຜັງທີ່ລຽບງ່າຍເຮັດໃຫ້ຊອກຫາວຽກປະຈຳງ່າຍຂຶ້ນທີ່ເປັນປະໂຫຍດສຳລັບທ່ານ.
ກວດເບິ່ງວຽກປະຈຳທີ່ກຳລັງດຳເນີນການຢູ່ຢ່າງວ່ອງໄວ
ວຽກປະຈຳກຳລັງດຳເນີນຢູ່ໃນປັດຈຸບັນແມ່ນສະແດງຢູ່ດ້ານເທິງຂອງໜ້າຈໍວຽກປະຈຳເພື່ອໃຫ້ທ່ານສາມາດເຂົ້າໃຈສິ່ງທີ່ກຳລັງເກີດຂຶ້ນ ແລະ ເຮັດການປ່ຽນແປງ, ຖ້າຈຳເປັນ.
ການດຳເນີນການ ແລະ ເງື່ອນໄຂເພີ່ມເຕີມສຳລັບວຽກປະຈຳຂອງທ່ານ
ເລີ່ມວຽກປະຈຳໂດຍອັດຕະໂນມັດເມື່ອທ່ານໃຊ້ໂໝດເຮືອບິນ ຫຼື ຮັອດສະປັອດມືຖື. ຕອນນີ້ວຽກປະຈຳສາມາດເປີດການຈັບຄູ່ແອັບ ແລະ ປັບຄວາມສົມດຸນສຽງດ້ານຊ້າຍ/ຂວາໄດ້.
ວິດເຈັດໜ້າຈໍຫຼັກ
ກອງວິດເຈັດຂຶ້ນໃນໜ້າຈໍຫຼັກຂອງທ່ານ
ລວມວິເຈັດຫຼາຍອັນທີ່ມີຂະໜາດດຽວກັນເຂົ້າເປັນວິເຈັດດຽວເພື່ອປະຢັດພື້ນທີ່ໃນໜ້າຈໍຫຼັກຂອງທ່ານ. ພຽງແຕ່ລາກວິດເຈັດໜຶ່ງໄປໃສ່ວິດເຈັດອື່ນເພື່ອສ້າງກອງວາງຊ້ອນກັນ, ຈາກນັ້ນປັດເພື່ອສະຫຼັບລະຫວ່າງວິດເຈັດ. ທ່ານສາມາດເພີ່ມວິດເຈັດເພີ່ມເຕີມໄປໃສ່ກອງຂອງທ່ານໄດ້ໃນທຸກເວລາໂດຍການລາກໄປ ແລະ ວາງລົງ.
ຮັບຄຳແນະນຳໃນໜ້າຈໍຫຼັກຂອງທ່ານ
ວິດເຈັດຄຳແນະນຳອັດສະລິຍະອັນໃໝ່ຮັບຮູ້ສິ່ງທີ່ທ່ານຕ້ອງການກ່ອນທ່ານເຮັດ. ມັນແນະນຳແອັບເພື່ອໃຊ້, ຜູ້ຄົນທີ່ຈະໂທຫາ ແລະ ເຄັດລັບທີ່ເປັນປະໂຫຍດອື່ນ. ຄຳແນະນຳແມ່ນຂຶ້ນກັບຮູບແບບການນຳໃຊ້ຂອງທ່ານ.
ການເຮັດຫຼາຍໜ້າວຽກ
ສະຫຼັບມູມມອງຂອງທ່ານດ້ວຍທ່າທາງ
ສະຫຼັບຈາກໜ້າຈໍເຕັມໄປຍັງມູມມອງໜ້າຈໍແຍກໂດຍການປັດຂຶ້ນດ້ວຍສອງນີ້ວຈາກດ້ານລຸ່ມສຸດຂອງໜ້າຈໍ. ສະຫຼັບຈາກໜ້າຈໍເຕັມເປັນມູມມອງປັອບອັບໂດຍການປັດເຂົ້າໃນດ້ວຍໜຶ່ງນີ້ວຈາກມຸມຢູ່ດ້ານເທິງສຸດຂອງໜ້າຈໍ. ສາມາດເປີດ ຫຼື ປິດທ່າທາງໄດ້ໃນແລັບການຕັ້ງຄ່າ.
ເປີດແອັບໃນໜ້າຈໍແຍກຢ່າງວ່ອງໄວ
ພຽງແຕ່ລາກແອັບໜຶ່ງຈາກໜ້າຈໍຫຼ້າສຸດໄປຍັງຂ້າງຂອງໜ້າຈໍບ່ອນທີ່ທ່ານຕ້ອງການເປີດມັນ.
ອຸປະກອນທີ່ເຊື່ອມຕໍ່
ເຮັດຫຼາຍຂຶ້ນດ້ວຍອຸປະກອນທີ່ເຊື່ອມຕໍ່ແລ້ວຂອງທ່ານ
ເພີ່ມເມນູອຸປະກອນທີ່ເຊື່ອມຕໍ່ແລ້ວໃສ່ການຕັ້ງຄ່າ, ເຮັດໃຫ້ການເຂົ້າເຖິງຄຸນສົມບັດໄວຂຶ້ນ ແລະ ງ່າຍຂຶ້ນທີ່ໃຊ້ງານກັບອຸປະກອນອື່ນໄດ້ເຊັ່ນ: ການແຊຣ໌ດ່ວນ, Smart View ແລະ Samsung DeX.
ເຊື່ອງການແຈ້ງເຕືອນໃນໂທລະພາບຂອງທ່ານ
ເມື່ອທ່ານເບິ່ງເນື້ອຫາຈາກໂທລະສັບຂອງທ່ານໃນໂທລະພາບຂອງທ່ານດ້ວຍ Smart View, ທ່ານສາມາດເລືອກເຊື່ອງການແຈ້ງເຕືອນໃນໂທລະພາບຂອງທ່ານເພື່ອປ້ອງກັນຄົນອື່ນເຫັນຂໍ້ມູນສ່ວນຕົວຂອງທ່ານໄດ້.
ຫຼິ້ນສຽງຈາກໂທລະສັບຂອງທ່ານໃນອຸປະກອນ Chromecast ໃດໜຶ່ງ
ອຸປະກອນ Chromecast ທີ່ມີຈະປາກົດຂຶ້ນເມື່ອທ່ານແຕະສົ່ງມີເດຍອອກຢູ່ໃນແຜງດ່ວນໃນໂທລະສັບຂອງທ່ານ. ພຽງແຕ່ແຕະອຸປະກອນບ່ອນທີ່ທ່ານຕ້ອງການຫຼິ້ນເພງ ຫຼື ເນື້ອຫາສຽງອື່ນໆ.
ກ້ອງຖ່າຍຮູບ ແລະ ແກເລີຣີ
ຊູມງ່າຍຂຶ້ນດ້ວຍມືດຽວ
ແຖບຊູມຖືກເຮັດໃຫ້ແໜ້ນເຂົ້າເພື່ອທ່ານສາມາດຊູມເຂົ້າ ຫຼື ອອກໄດ້ຫຼາຍຂຶ້ນດ້ວຍການປັດເທື່ອດຽວ.
ເອົາຄວາມຊ່ວຍເຫຼືອດ້ວຍໂໝດໂປຣ
ໄອຄອນຊ່ວຍເຫຼືອຈະປາກົດຢູ່ໃນໂໝດໂປຣ ແລະ ວິດີໂອໂປຣ. ແຕະໄອຄອນເພື່ອຮັບເອົາເຄັດລັບ ແລະ ຄຳແນະນຳໃນການໃຊ້ເລນສ໌, ຕົວເລືອກ ແລະ ການຄວບຄຸມຕ່າງໆ.
Histogram ໃນໂໝດໂປຣ
ໃຊ້ Histogram ເພື່ອກວດເບິ່ງຄວາມສະຫວ່າງຂອງແຕ່ລະໂທນສີເພື່ອຊ່ວຍທ່ານຮັບແສງທີ່ສົມບູນແບບ.
ເພີ່ມລາຍນ້ຳໄປຫາຮູບຂອງທ່ານ
ເພີ່ມລາຍນ້ຳຫາແຕ່ລະຮູບທີ່ມີວັນທີ ແລະ ເວລາທີ່ຖ່າຍຮູບໂດຍອັດຕະໂນມັດ, ຊື່ລຸ້ນໂທລະສັບຂອງທ່ານ ຫຼື ຂໍ້ມູນທີ່ກຳນົດເອງອື່ນໆ.
ຂະນະນີ້ເລນສ໌ຮູບຖ່າຍໄລຍະໄກແມ່ນຮອງຮັບໃນໂໝດອາຫານ
ຖ່າຍຮູບອາຫານໃກ້ໆໃຫ້ດີຂຶ້ນດ້ວຍເລນສ໌ຮູບຖ່າຍໄລຍະໄກ.
ຖ່າຍຄັ້ງດຽວທີ່ແກ້ໄຂຄືນ
ໂໝດຖ່າຍຄັ້ງດຽວຖືກເຮັດໃຫ້ລຽບງ່າຍ ແລະ ງ່າຍດາຍ, ຄ່ອງຕົວຂຶ້ນ. ຕົວເລືອກທີ່ໜ້ອຍກວ່າ ແລະ ເວລາການບັນທຶກທີ່ສັ້ນກວ່າເຮັດໃຫ້ການຮັບພາບທີ່ງົດງາມໄດ້ງ່າຍຂຶ້ນ ແລະ ໄວຂຶ້ນ.
ເລືອກກັ່ນຕອງງ່າຍດາຍຂຶ້ນ
ເມນູການເລືອກກັ່ນຕອງຖືກປັບໃຫ້ງ່າຍດາຍ ແລະ ຄ່ອງຕົວຂຶ້ນໃນ ກ້ອງຖ່າຍຮູບ, ເຄື່ອງຕັດຕໍ່ຮູບ ແລະ ຕົວແກ້ໄຂວິດີໂອ. ການກັ່ນຕອງທັງໝົດແມ່ນມີພ້ອມໃນໜຶ່ງລາຍການ, ເຮັດໃຫ້ຊອກຫາການກັ່ນຕອງທີ່ສົມບູນແບບສຳລັບຮູບ ຫຼື ວິດີໂອຂອງທ່ານງ່າຍຂຶ້ນ.
ກຳນົດອາລະບໍາເອງຢູ່ໃນແກເລີຣີ
ເລືອກວ່າຈະໃຫ້ ອາລະບໍາ ອັນໃດປາກົດຕາມຄ່າ ມາດຕະຖານ ແລະ ເຊື່ອງ ອາລະບໍາ ທີ່ບໍ່ຄ່ອຍໄດ້ໃຊ້ເພື່ອໃຫ້ເປັນລະບຽບຫຍິ່ງຂຶ້ນ. ທ່ານຍັງສາມາດລວມ ອາລະບໍາ ທີ່ມີ ຊື່ ດຽວກັນເຂົ້າກັນ ແລະ ສ້າງ ອາລະບໍາ ອັບເດດ ອັດຕະໂນມັດເພື່ອລວບລວມເອົາ ຮູບ ຂອງ ຜູ້ຄົນ ທີ່ທ່ານ ເລືອກ.
ຮູບລັກສະນະໃໝ່ທັງໝົດສຳລັບເລື່ອງຕ່າງໆ
ເລື່ອງຕ່າງໆທີ່ຖືກສ້າງຂຶ້ນອັດຕະໂນມັດໃນແກເລີຣີຂອງທ່ານນັ້ນໄດ້ຮັບການປັບແຕ່ໃໝ່ດ້ວຍມູມມອງສະໄລດ໌ໂຊແບບໂຕ້ຕອບ. ພຽງແຕະ ຫຼື ປັດເພື່ອຍ້າຍລະຫວ່າງຮູບ ແລະ ວິດີໂອໃນເລື່ອງຂອງທ່ານ.
ຮູບຖ່າຍ ແລະ ຕົວແກ້ໄຂວິດີໂອ
ສ້າງສະຕິກເກີຈາກຮູບໃດໜຶ່ງ
ສ້າງສະຕິກເກີທີ່ໃຊ້ຄືນໃໝ່ໄດ້ຈາກຮູບໃດໜຶ່ງໃນແກເລີຣຂອງທ່ານ. ພຽງເລືອກສ່ວນຂອງຮູບທ່ານຕ້ອງການໃຊ້ເປັນສະຕິກເກີ, ແລ້ວປັບຄວາມໜາ ແລະ ສີຂອງເສັ້ນຮອບນອກ.
ວິທີເພີ່ມເຕີມໃນກາແກ້ໄຂ GIFs
ທ່ານສາມາດຕັດແຕ່ງ ແລະ ປັບອັດຕາສ່ວນຂອງ GIFs ທີ່ເຄື່ອນໄຫວເພື່ອເຮັດໃຫ້ພວກມັນມີຂະໜາດທີ່ຖືກຕ້ອງໄດ້. ນອກຈາກນັ້ນທ່ານສາມາດໃຊ້ຄຸນສົມບັດການແກ້ໄຂອັນດຽວກັນທີ່ມີໃຫ້ສຳລັບຮູບນິ້ງເພື່ອຕົບແຕ່ງ GIF ຂອງທ່ານຕາມຄວາມມັກຂອງທ່ານ.
ຮັກສາເອັບເຝັກໂໝດລວງຕັ້ງໄວ້, ແມ້ກະທັ້ງຫຼັງຈາກການແກ້ໄຂ
ຕອນນີ້ເອັບເຝັກໂໝດລວງຕັ້ງຖືກຮັກສາໄວ້, ແມ້ແຕ່ພາຍຫລັງການຕັດ ຫຼື ປ່ຽນແປງການກັ່ນຕອງເພື່ອໃຫ້ທ່ານສາມາດປັບຄວາມມົວຂອງພື້ນຫຼັງໄດ້ໃນທຸກເວລາ.
ແຕ້ມຮູບຮ່າງທີ່ສົມບູນແບບໃນຮູບ ແລະ ວິດີໂອ
ໃຊ້ເຄື່ອງມືປາກກາເພື່ອແຕ້ມຮູບຮ່າງເຊັ່ນ: ວົງມົນ, ຮູບສາມແຈ, ຮູບສີ່ແຈ ຫຼື ຮູບຫົວໃຈ. ໃຊ້ນິ້ວມືຂອງທ່ານກົດເທິງຈໍຄ້າງໄວ້ເມື່ອທ່ານສຳເລັດການແຕ້ມເພື່ອເຮັດໃຫ້ມັນປ່ຽນຮູບເປັນເສັ້ນຊື່ ແລະ ມູມທີ່ສົມບູນແບບຢ່າງທັນທີ.
ສະຕິກເກີໃໝ່ສຳລັບຮູບຖ່າຍ ແລະ ວິດີໂອ
60 ສະຕິກເກອິໂມຈິທີ່ໂຫຼດໄວ້ລ່ວງໜ້າແມ່ນມີໃຫ້ພ້ອມສຳລັບການຕົບແຕ່ງຮູບ ແລະ ວິດີໂອຂອງທ່ານ.
ອິໂມຈິ ແລະ ສະຕິກເກີ
ສະຕິກເກີອິໂມຈິ AR ໃໝ່
ເມື່ອທ່ານສ້າງອິໂມຈິ AR ໃໝ່, 15 ສະຕິກເກີຖືກສ້າງຂຶ້ນຕາມຄ່າມາດຕະຖານ, ເຊິ່ງໃຫ້ທ່ານວິທີເພີ່ມເຕີມໃນການສະແດງຕົວຂອງທ່ານເອງອອກມາ. ຖ້ານັ້ນບໍ່ພຽງພໍ, ຍັງມີສະຕິກເກອິໂມຈິ AR ຕື່ມອີກທີ່ມີໃຫ້ດາວໂຫຼດ ເພື່ອທີ່ທ່ານສາມາດຊອກຫາສະຕິກເກີໃຫ້ໄດ້ກົງກັບອາລົມຂອງທ່ານຢູ່ສະເໝີ.
ເຮັດເພີ່ມເຕີມກັບອິໂມຈິ AR
ໃຊ້ພື້ນຫຼັງໂປ່ງໃສສຳລັບສະຕິກເກີອິໂມຈິ AR ຫຼື ເລືອກຮູບໃດໜຶ່ງຈາກແກເລີຣີຂອງທ່ານເພື່ອໃຊ້ເປັນພື້ນຫຼັງສຳລັບອິໂມຈິ AR ໃນ ກ້ອງຖ່າຍຮູບອິໂມຈິ AR. ທ່ານສາມາດຈັບຄູ່ອິໂມຈິໄດ້ເຖິງສອງອັນພ້ອມກັນ ແລະ ສ້າງການເຕັ້ນ ແລະ ທ່າທາງທີ່ສະໜຸກສະໜານ.
ຄີບອດຊໍາຊຸງ
ອິໂມຈິໃໝ່ມີສຳລັບການຈັບຄູ່ອິໂມຈິ
ຢູ່ໃນຄີບອດຊໍາຊຸງ, ມີອິໂມຈິຫລາຍກວ່າ 80 ອັນສຳລັບການສ້າງຄູ່ອິໂມຈິ. ດຽວນີ້ທ່ານຍັງສາມາດລວມອິໂມຈິເຂົ້າກັນໄດ້ໂດຍອີງໃສ່ສັດ, ອາຫານ ແລະ ວັດຖຸອື່ນ, ນອກເໜືອຈາກການສະແດງອອກທາງໃບໜ້າ. ເລືອກການລວມເຂົ້າກັນທີ່ສົມບູນແບບເພື່ອຮັບຄວາມຮູ້ສຶກຂອງທ່ານ.
ຈັດລຽງປຸ່ມການສະແດງອອກຄືນໃໝ່ຢູ່ໃນຄີບອດຊໍາຊຸງ
ສຳຜັດ ແລະ ກົດອິໂມຈິ, ສະຕິກເກີ ແລະ ປຸ່ມອື່ນໆຄ້າງໄວ້ເພື່ອຈັດລຽງພວກມັນຄືນໃໝ່.
ປ້ອນກາວໂມຈິເຂົ້າຈາກຄີບອດຊໍາຊຸງໂດຍກົງ
ເພີ່ມຄວາມເຂັ້ມຂຸ້ນໃຫ້ການແຊັດ ແລະ ຂໍ້ຄວາມດ້ວຍການສະແດງອອກທາງໃບໜ້າທີ່ກຳນົດລ່ວງໜ້າຖືກສ້າງຂຶ້ນໂດຍການໃຊ້ສັນຍະລັກຄີບອດ. (*^.^*)
ກຳນົດແຖວແປ້ນຍະຫວ່າງຢູ່ໃນຄີບອດຊໍາຊຸງເອົາເອງ
ທ່ານສາມາດເລືອກປຸ່ມຟັງຄ໌ຊັນ ແລະ ເຄື່ອງໝາຍວັກຕອນອັນໃດເພື່ອໃຫ້ສະແດງໃນຖັນດ້ານລຸ່ມສຸດຂອງຄີບອດຖັດຈາກແປ້ນຍະຫວ່າງ.
ຄັດແຍກ ແລະ ສະແກນຂໍ້ຄວາມ
ຄັດແຍກຂໍ້ຄວາມຈາກຮູບ ຫຼື ໜ້າຈໍໃດໜຶ່ງ
ຄັດແຍກຂໍ້ຄວາມດ້ວຍການໃຊ້ຄີບອດຊໍາຊຸງ, ອິນເຕີເນັດ, ແກເລີຣີ ຫຼື ເມື່ອໃດກໍ່ຕາມທີ່ທ່ານຖ່າຍພາບໜ້າຈໍ. ວາງຜົນຮັບເຂົ້າໃນຂໍ້ຄວາມ, ອີເມລ໌ ຫຼື ເອກະສານແທນທີ່ການພິມລົງ.
ຮັບຄຳແນະນຳອີງຕາມຂໍ້ຄວາມໃນຮູບ
ເມື່ອຂໍ້ຄວາມປາກົດຂຶ້ນຢູ່ໃນຮູບໃນຢູ່ແກເລີຣີ, ກ້ອງຖ່າຍຮູບ ຫຼື ແອັບອື່ນໆ, ຈະແນະນຳການດຳເນີນການໃຫ້ອີງຕາມຂໍ້ຄວາມ. ຕົວຢ່າງ: ຫາກທ່ານຖ່າຍຮູບປ້າຍທີ່ມີເບີໂທລະສັບ ຫຼື ທີ່ຢູ່ເວັບໃນນັ້ນ, ທ່ານສາມາດແຕະເພື່ອໂທໝາຍເລກນັ້ນ ຫຼື ເຂົ້າໄປທີ່ເວັບໄຊ.
ຄຸນສົມບັດການຄັດແຍກ ແລະ ການແນະນຳຂໍ້ຄວາມໄດ້ຮອງຮັບສຳລັບພາສາອັງກິດ, ເກຼົາຫຼີ, ຝຣັ່ງ, ອິຕາລີ, ເຢຍລະມັນ, ສະເປນ, ປອກຕຸຍການ ແລະ ຈີນ.
Samsung DeX
ແຖບໜ້າວຽກທີ່ປັບປຸງຢູ່ໃນ Samsung DeX
ປຸ່ມຊອກຫາຖືກເພີ່ມເຂົ້າເພື່ອເຮັດໃຫ້ການຊອກຫາແອັບທ່ານຕ້ອງການໃຊ້ງ່າຍຂຶ້ນ ແລະ ທ່ານສາມາດຄລິກຂວາແອັບສະເພາະໜຶ່ງໆເພື່ອເຂົ້າເຖິງໜ້າວຽກພາຍໃນແອັບຢ່າງວ່ອງໄວ. ທ່ານຍັງສາມາດກຳນົດເອງວ່າທ່ານຕ້ອງການໃຫ້ປຸ່ມໃດປາກົດເທິງແຖບໜ້າວຽກຂອງທ່ານ.
ຕົວຊີ້ວັດການແຈ້ງເຕືອນໃໝ່ຢູ່ໃນ DeX
ຈ້ຳເມັດແດງຈະປາກົດໃນປຸ່ມການແຈ້ງເຕືອນຢູ່ໃນແຖບໜ້າວຽກຂອງທ່ານ, ຖ້າໄດ້ຮັບການແຈ້ງເຕືອນໃໝ່ຕັ້ງແຕ່ຄັ້ງສຸດທ້າຍທ່ານໄດ້ເປີດແຜງການແຈ້ງເຕືອນ.
ປະຕິທິນນ້ອຍຢູ່ໃນ DeX
ດຽວນີ້ການຄລິກວັນທີໃນແຖບໜ້າວຽກຂອງທ່ານເປີດປະຕິທິນນ້ອຍ, ອະນຸຍາດທ່ານກວດເບິ່ງກຳນົດເວລາຂອງທ່ານຢ່າງວ່ອງໄວໂດຍບໍ່ຕ້ອງເປີດແອັບປະຕິທິນເຕັມ.
ການແຈ້ງເຕືອນ
ເອົຳການແຈ້ງເຕືອນທ່ານອະນຸຍາດເທົ່ານັ້ນ
ເມື່ອທ່ານໃຊ້ແອັບເປັນຄັ້ງທຳອິດ, ທ່ານຈະຖືກຖາມວ່າທ່ານຕ້ອງການຮັບການແຈ້ງເຕືອນຈາກແອັບນັ້ນຫລືບໍ. ປະຕິເສດຕໍ່ແອັບທີ່ທ່ານບໍ່ຕ້ອງການໃຫ້ລົບກວນທ່ານໄດ້ຕະຫຼອດເວລາ.
ເຂົ້າເຖິງການຄວບຄຸມການແຈ້ງເຕືອນແອັບງ່າຍຂຶ້ນ
ແອັບໜຶ່ງກຳລັງສົ່ງການແຈ້ງເຕືອນໃຫ້ທ່ານຫຼາຍເກີນໄປບໍ? ງ່າຍກວ່າເດີມໃນການບລັອກມັນດ້ວຍການຕັ້ງຄ່າການແຈ້ງເຕືອນທີ່ໄດ້ຈັດລຽງຄືນໃໝ່ທີ່ວາງການຄວບຄຸມການແຈ້ງເຕືອນແອັບໄວ້ດ້ານເທິງສຸດ. ທ່ານຍັງສາມາດເຂົ້າຫາການຕັ້ງຄ່າການແຈ້ງເຕືອນແອັບໄດ້ໂດຍກົງໄດ້ໂດຍໃຊ້ປຸ່ມຢູ່ດ້ານລຸ່ມສຸດຂອງແຜງການແຈ້ງເຕືອນ.
ເລືອກປະເພດແອັບການແຈ້ງເຕືອນອັນໃດທີ່ສາມາດສົ່ງໄດ້
ຕອນນີ້ທ່ານມີການຄວບຄຸມທີ່ແຍກຕ່າງຕໍ່ແອັບຕ່າງໆບໍ່ວ່າແອັບສາມາດສະແດງການແຈ້ງເຕືອນ, ປັອບອັບ, ກາໝາຍໄອຄອນແອັບ ແລະ ການແຈ້ງເຕືອນເທິງໜ້າຈໍລັອກ ຫຼື ບໍ່ກໍ່ຕາມ. ອະນຸຍາດທຸກປະເພດ, ບາງປະເພດ ຫຼື ບໍ່ອະນຸຍາດເລີຍ. ມັນຂຶ້ນກັບຕົວທ່ານ.
ແຜນຜັງໃໝ່ສຳລັບການແຈ້ງເຕືອນ
ໄອຄອນແອັບໃຫ່ຍກວ່າເດີມ, ເຮັດໃຫ້ເຫັນງ່າຍຂຶ້ນວ່າແອັບອັນໃດສົ່ງການແຈ້ງເຕືອນ. ການປັບຂໍ້ຄວາມໃຫ້ສະເໝີກັນແມ່ນຖືກປັບປຸງເພື່ອເຮັດໃຫ້ການອ່ານການແຈ້ງເຕືອນງ່າຍຂຶ້ນ.
ການຕັ້ງຄ່າ
ຕັ້ງພາສາສຳລັບແຕ່ລະແອັບ
ຕ້ອງການໃຊ້ບາງແອັບໃນໜຶ່ງພາສາ ແລະ ແອັບອື່ນໃນພາສາອື່ນບໍ? ດຽວນີ້ທ່ານສາມາດເລືອກວ່າຈະໃຫ້ພາສາໃດຖືກໃຊ້ສຳລັບແຕ່ລະແອັບໃນຢູ່ການຕັ້ງຄ່າ.
ຕັ້ງການຍົກເວັ້ນສຳລັບຫ້າມລົບກວນ
ບັດນີ້ທ່ານສາມາດຕັ້ງແຕ່ລະຜູ້ຕິດຕໍ່ເປັນການຍົກເວັ້ນໃນຫ້າມລົບກວນໄດ້. ໂທລະສັບຂອງທ່ານຈະດັງຂຶ້ນ ຫຼື ສັ່ນເມື່ອຜູ້ຄົນທີ່ທ່ານເລືອກນັ້ນໂທ ແລະ ສົ່ວຂໍ້ຄວາມຫາທ່ານ, ເຖິງແມ່ນວ່າໄດ້ເປີດຫ້າມລົບກວນກໍ່ຕາມ. ນອກຈາກນັ້ນມັນຍັງງ່າຍຂຶ້ນໃນການຕັ້ງແອັບເປັນການຍົກເວັ້ນເພື່ອໃຫ້ທ່ານຮັບການເຕືອນກ່ຽວກັບການແຈ້ງເຕືອນຈາກພວກມັນ, ເຖິງແມ່ນວ່າໂໝດຫ້າມລົບກວນ ເປີດຢູ່ກໍ່ຕາມ. ພຽງເລືອກແອັບທີ່ທ່ານຕ້ອງການອະນຸຍາດຈາກຕາຕະລາງໃໝ່.
ການຕັ້ງຄ່າສຽງ ແລະ ການສັ່ນທີ່ໄດ້ຮັບການປັບປຸງ
ເມນູຖືກຈັດຮຽງຄືນໃໝ່ເພື່ອເຮັດໃຫ້ການຊອກຫາຕົວເລືອກສຽງ ແລະ ການສັ່ນທີ່ທ່ານຕ້ອງການນັ້ນງ່າຍຂຶ້ນ. ຕັ້ງສຽງໂທເຂົ້າຂອງທ່ານ ແລະ ປ່ຽນລະດັບສຽງ ແລະ ການຕັ້ງຄ່າການສັ່ນ, ທັງໝົດຢູ່ໃນບ່ອນດຽວ.
ຕົວເລືອກເພີ່ມເຕີມສຳລັບ RAM Plus
ດຽວນີ້ RAM Plus ສາມາດຖືກປິດຢ່າງສົມບູນໄດ້ຢູ່ໃນການດູແລອຸປະກອນ, ຖ້າທ່ານບໍ່ຕ້ອງການມັນ ຫຼື ບໍ່ຕ້ອງການໃຫ້ມັນໃຊ້ພື້ນທີ່ບ່ອນເກັບຂໍ້ມູນໃດໜຶ່ງ.
ການປັບໃຫ້ເໝາະສົມທີ່ສຸດອັດຕະໂນມັດ
ການດູແລອຸປະກອນຮັກສາໂທລະສັບຂອງທ່ານເຮັດວຽກຢ່າງຄ່ອງຕົວໂດຍການປະຕິບັດການປັບໃຫ້ເໝາະສົມທີ່ສຸດໃນພື້ນຫຼັງໂດຍອັດຕະໂນມັດ. ເພື່ອຮັກສາໂທລະສັບຂອງທ່ານຢູ່ໃນສະພາບທີ່ດີທີ່ສຸດ, ທ່ານສາມາດຕັ້ງໂທລະສັບຂອງທ່ານເພື່ອປິດເປີດຄືນໃໝ່ໂດຍອັດຕະໂນມັດເມື່ອຕ້ອງການ.
ຄວາມປອດໄພ ແລະ ຄວາມເປັນສ່ວນຕົວ
ກວດເບິ່ງສະຖານະຄວາມປອດໄພຂອງໂທລະສັບຢ່າງວ່ອງໄວ
ກະດານໜ້າປັດຄວາມປອດໄພໃໝ່ຢູ່ໃນການຕັ້ງຄ່າສະແດງບໍ່ວ່າໂທລະສັບຂອງທ່ານມີບັນຫາດ້ານຄວາມປອດໄພ ຫຼື ບໍ່ ແລະ ຊ່ວຍທ່ານແກ້ໄຂຢ່າງວ່ອງໄວ.
ປ້ອງກັນການແບ່ງປັນຂໍ້ມູນສ່ວນຕົວໂດຍບໍ່ຕັ້ງໃຈ
ແຜງການແບ່ງປັນຈະໃຫ້ທ່ານຮູ້ໃນເວລາທ່ານພະຍາຍາມແບ່ງປັນຮູບຖ່າຍທີ່ມີຂໍ້ມູນທີ່ລະອຽດອ່ອນເຊັ່ນ: ບັດເຄຣດິດ, ບັດ ID ຫຼື ໜັງສືເດີນທາງເພື່ອທີ່ທ່ານສາມາດພິຈາລະນາຄືນວ່າທ່ານຕ້ອງການແບ່ງປັນພວກມັນແທ້ ຫຼື ບໍ່.
ຂໍ້ມູນດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວສຳລັບເວັບໄຊທ໌
ໄອຄອນໜຶ່ງຈະປາກົດຢູ່ໃນແຖບທີ່ຢູ່ຢູ່ໃນ Samsung Internet ເພື່ອສະແດງສະຖານະຄວາມປອດໄພຂອງເວັບໄຊທ໌. ແຕະໄອຄອນເພື່ອສຶກສາຂໍ້ມູນໃດແດ່ທີ່ເວັບໄຊທ໌ເກັບເອົາ ແລະ ຕິດຕາມ.
ຄວາມສາມາດເຂົ້າໃຊ້
ຕົວເລືອກຄວາມສາມາດເຂົ້າໃຊ້ເພີ່ມເຕີມຢູ່ໃນແຜງດ່ວນ
ສາມາດເພີ່ມຕົວໜັງສືຄວາມຄົມຊັດສູງ, ການກັບສີ, ການປັບສີ ແລະ ກັ່ນຕອງສີໄປຍັງແຜງດ່ວນເພື່ອການເຂົ້າເຖິງທີ່ງ່າຍຂຶ້ນ.
ການເຂົ້າເຖິງເຄື່ອງຂະຫຍາຍແມ່ນງ່າຍກວ່າເດີມ
ເປີດທາງລັດເຄື່ອງຂະຫຍາຍຢູ່ໃນການຕັ້ງຄ່າຄວາມສາມາດເຂົ້າໃຊ້ເພື່ອເຂົ້າເຖິງຄຸນສົມບັດເຄື່ອງຂະຫຍາຍໄດ້ຢ່າງໄວ. ເຄື່ອງຂະຫຍາຍໃຊ້ກ້ອງຖ່າຍຮູບຂອງໂທລະສັບທ່ານເພື່ອຂະຫຍາຍລາຍການໃນໂລກແຫ່ງຄວາມຈິງເພື່ອໃຫ້ທ່ານສາມາດເບິ່ງເຫັນໄດ້ໃກ້ກວ່າ ຫຼື ເຮັດໃຫ້ພວກມັນອ່ານງ່າຍຂຶ້ນ.
ການຊ່ວຍເຫຼືອທາງສຽງເວົ້າເພີ່ມເຕີມ
ເລືອກຈາກປະເພດຄຳຕິຊົມສຽງທີ່ຫຼາກຫຼາຍເພື່ອເອົາການຊ່ວຍເຫຼືອໂດຍການໃຊ້ໂທລະສັບຂອງທ່ານ, ເຖິງແມ່ນວ່າທ່ານບໍ່ສາມາດເຫັນໜ້າຈໍຢ່າງຈະແຈ້ງກໍ່ຕາມ. ທ່ານສາມາດເຮັດໃຫ້ໂທລະສັບຂອງທ່ານອ່ານການປ້ອນຂໍ້ມູນຄີບອດເພື່ອທີ່ທ່ານສາມາດແນ່ໃຈວ່າທ່ານພິມຕົວອັກສອນທີ່ຖືກຕ້ອງ, ໃຊ້ Bixby vision ເພື່ອຈັດລຽງວັດຖຸຄືນໃໝ່ ແລະ ບອກທ່ານວ່າພວກມັນແມ່ນຫຍັງ ແລະ ເປີດຄຳອະທິບາຍສຽງທີ່ອະທິບາຍແມ່ນຫຍັງກຳລັງເກີດຂຶ້ນໃນ ວິດີໂອ (ສຳລັບວິດີໂອທີ່ຮອງຮັບເທົ່ານັ້ນ).
ແກ້ໄຂປຸ່ມຄວາມສາມາດເຂົ້າໃຊ້ຂອງທ່ານຢ່າງງ່າຍໆ
ແຕະ ແລະ ກົດປຸ່ມຄວາມສາມາດເຂົ້າໃຊ້ຄ້າງໄວ້ເພື່ອປ່ຽນແປງຄຸນສົມບັດຢ່າງວ່ອງໄວເພື່ອທີ່ທ່ານຈະສາມາດເຂົ້າເຖິງດ້ວຍໂດຍໃຊ້ ປຸ່ມ.
ການດຳເນີນການໃໝ່ແມ່ນພ້ອມໃຫ້ສຳລັບການດຳເນີນການໃນແຈ
ຖ້າທ່ານໃຊ້ເມົ້າ ຫຼື ແທຣກເຜດ, ມີການດຳເນີນການໃໝ່ໃຫ້ເມື່ອທ່ານຍ້າຍລູກສອນເມົ້າຫາໜຶ່ງໃນ 4 ແຈຂອງໜ້າຈໍ. ຕອນນີ້ທ່ານສາມາດຄລິກ ແລະ ກົດໄວ້ຄ້າງ, ລາກ ຫຼື ລາກ ແລະ ວາງ.
ການປ່ຽນແປງເພີ່ມຕື່ມ
ໃຊ້ເຄື່ອງຕັ້ງເວລາຫຼາຍເຄື່ອງໃນຄັ້ງດຽວ
ຕອນນີ້ທ່ານສາມາດເລີ່ມຕົ້ນເຄື່ອງຕັ້ງເວລາໃໝ່ຢູ່ໃນແອັບໂມງໄດ້, ເຖິງແມ່ນວ່າເຄື່ອງຕັ້ງເວລາອື່ນຍັງເຮັດວຽກຢູ່ກໍ່ຕາມ.
ຄວບຄຸມຜູ້ຮັບເຊີນເຂົ້າຮ່ວມເຫດການໃນປະຕິທິນຄົນ
ເມື່ອທ່ານເພີ່ມເຫດການໃສ່ປະຕິທິນ Google ຂອງທ່ານຢູ່ໃນແອັບປະຕິທິນ Samsung, ທ່ານສາມາດເລືອກວ່າຜູ້ຖືກເຊີນຄົນໃດຈະໄດ້ຮັບອະນຸຍາດໃຫ້ເບິ່ງຜູ້ອື່ນທີ່ຖືກເຊີນເຂົ້າຮ່ວມງານ ແລະ ເລືອກວ່າພວກເຂົາສາມາດເຊີນຄົນອື່ນໄປໄດ້ ຫຼື ບໍ່.
ເພີ່ມການປະຊຸມຜ່ານວິດີໂອໃສ່ເຫດການຂອງທ່ານ
ເມື່ອທ່ານສ້າງເຫດການປະຕິທິນ Google ຢູ່ໃນແອັບປະຕິທິນ Samsung, ທ່ານສາມາດຕັ້ງການປະຊຸມຜ່ານວິດີໂອໃນເວລາດຽວກັນໄດ້. ທຸກຄົນທີ່ໄດ້ຮັບເຊີນເຂົ້າຮ່ວມເຫດການຈະໄດ້ຮັບລິ້ງໄປຫາການປະຊຸມຜ່ານວິດີໂອ.
ເພີ່ມສະຕິກເກີໃສ່ປະຕິທິນ Google ຂອງທ່ານ
ເພີ່ມສະຕິກເກີໃສ່ເຫດການປະຕິທິນ Google ຢູ່ໃນແອັບປະຕິທິນ Samsung ເພື່ອເຮັດໃຫ້ພວກມັນເຫັນໄດ້ງ່າຍຂຶ້ນ. ສະຕິກເກີທີ່ສະແດງຢູ່ໃນທັງປະຕິທິນ ແລະ ມູມມອງວາລະ.
ບໍ່ພາດການເຕືອນທີ່ຄົບກຳນົດມື້ນີ້
ໝວດມື້ນີ້ອັນໃໝ່ສະແດງການເຕືອນທີ່ຄົບກຳນົດມື້ນີ້ເທົ່ານັ້ນ. ທ່ານຍັງສາມາດກວດເບິ່ງການເຕືອນທີ່ຄົບກຳນົດມື້ນີ້ຢູ່ດ້ານເທິງສຸດຂອງໜ້າຈໍຫຼັກໃນແອັບການເຕືອນ.
ສະແດງ ແລະ ເຊື່ອງການເຕືອນທີ່ສຳເລັດແລ້ວ
ທ່ານສາມາດສະແດງ ຫຼື ເຊື່ອງການເຕືອນທີ່ສຳເລັດແລ້ວໃນໝວດໃດໜຶ່ງ. ສະແດງເພື່ອເບິ່ງສິ່ງທີ່ທ່ານສຳເລັດແລ້ວ ຫຼື ເຊື່ອງເພື່ອສຸມໃສ່ສິ່ງຕ່າງໆທີ່ຍັງຕ້ອງເຮັດໃຫ້ສຳເລັດ.
ເລືອກມູມມອງທີ່ເໝາະສົມສຳລັບການເຕືອນຂອງທ່ານ
ເລືອກມູມມອງທີ່ລຽບງ່າຍເພື່ອສະແດງການເຕືອນເພີ່ມເຕີມໃນໜ້າຈໍໃນທັນທີ ຫຼື ມູມມອງຂະຫຍາຍທີ່ລວມມີລາຍລະອຽດເຊັ່ນ: ວັນທີຄົບກໍານົດ ແລະ ເງື່ອນໄຂທີ່ຊ້ຳຄືນ.
ລາກບຸກມາກຄ໌ໄປວາງລົງລະຫວ່າງໂຟລເດີ
ຮັກສາບຸກມາກຄ໌ Samsung Internet ຂອງທ່ານໃຫ້ເປັນລະບຽບໂດຍການລາກພວກມັນໄປວາງລົງລະຫວ່າງໂຟລເດີ.
ການຊອກຫາທີ່ມີພະລັງເພີ່ມຂຶ້ນຢູ່ໃນໄຟລ໌ຂອງຂ້ອຍ
ເລືອກວ່າຈະຊອກຫາທຸກໄຟລ໌ ຫຼື ພຽງແຕ່ໄຟລ໌ຢູ່ໃນໂຟລເດີປັດຈຸບັນເທົ່ານັ້ນ. ທ່ານຍັງສາມາດເລືອກໄດ້ລະຫວ່າງການຊອກຫາຊື່ໄຟລ໌ເທົ່ານັ້ນ ຫຼື ການຊອກຫາຂໍ້ມູນໃນໄຟລ໌ເຊັ່ນ: ຂໍ້ຄວາມໃນເອກະສານ ຫຼື ຂໍ້ມູນຈຸດທີ່ຕັ້ງໃນຮູບ. ເມື່ອສຳເລັດການຊອກຫາຂອງທ່ານ, ທ່ານສາມາດແຍກຜົນຮັບຕາມຊື່, ວັນທີ, ຂະໜາດ ຫຼື ປະເພດໄຟລ໌ໄດ້.
ການເປັນຢູ່ທີ່ດີແບບດິຈິຕອລທີ່ອອກແບບໃໝ່
ກະດານໜ້າປັດໃໝ່ໃຫ້ລາຍລະອຽດການໃຊ້ທີ່ຈະແຈ້ງຂຶ້ນ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການເຂົ້າເຖິງຄຸນສົມບັດຕ່າງໆທີ່ທ່ານຕ້ອງການເຊັ່ນ: ການລາຍງານເຄື່ອງຕັ້ງເວລາຂອງແອັບ ແລະ ເວລາໜ້າຈໍ.
ຮັບເອົາຄຳແນະນຳໃນເວລາສຸກເສີນ
ກົດປຸ່ມດ້ານຂ້າງ 5 ຄັ້ງຢ່າງວ່ອງໄວເພື່ອໂທຫາການບໍລິການສຸກເສີນ, ເຖິງແມ່ນວ່າໂທລະສັບຂອງທ່ານຢູ່ໃນຖົງໂສ້ງ ຫຼື ທ່ານບໍ່ສາມາດເວົ້າໄດ້ກໍ່ຕາມ.
ລາຍຊື່ຜູ້ຕິດຕໍ່ກໍລະນີສຸກເສີນແບບປະສົມປະສານ
ສ້າງຜູ້ຕິດຕໍ່ສຸກເສີນທີ່ລວມມີຜູ້ຄົນທີ່ທ່ານຕ້ອງການຕິດຕໍ່ໃນກໍລະນີສຸກເສີນ. ລາຍຊື່ຜູ້ຕິດຕໍ່ທີ່ຄືກັນສາມາດຖືກໃຊ້ສຳລັບຄຸນສົມບັດກ່ຽວກັບເຫດສຸກເສີນໃນທັງໂມງ ແລະ ໂທລະສັບຂອງທ່ານ.
ສະແດງຊື່ແອັບໃນແຜງ Apps edge
ເປີດການສະແດງຊື່ແອັບເພື່ອເຮັດໃຫ້ຊື່ແອັບປາກົດຢູ່ດ້ານລຸ່ມຂອງໄອຄອນແອັບ.
ບາງແອັບຈຳເປັນຕ້ອງໄດ້ອັບເດດຕ່າງຫາກຫຼັງຈາກການອັບເກຣດ One UI 5.
ໝາຍເລກການຜະລິດ : G998BXXS5CVIF
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-10-05
ລະດັບແກ້ໄຂຄວາມປອດໄພ : 2022-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS5CVHI
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-09-08
ລະດັບແກ້ໄຂຄວາມປອດໄພ : 2022-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU5CVH7
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-09-02
ລະດັບແກ້ໄຂຄວາມປອດໄພ : 2022-08-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXU5CVGB
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-08-05
ລະດັບແກ້ໄຂຄວາມປອດໄພ : 2022-08-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXS5CVFB
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-07-08
ລະດັບແກ້ໄຂຄວາມປອດໄພ : 2022-07-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU5CVF2
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-06-15
ລະດັບແກ້ໄຂຄວາມປອດໄພ : 2022-06-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXU5CVDD
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-05-09
ລະດັບແກ້ໄຂຄວາມປອດໄພ : 2022-05-01
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
• ກ້ອງຖ່າຍຮູບ
- ຄຸນສົມບັດຮູບເຄິ່ງຕົວກາງຄືນໄດ້ຖືກເພີ່ມປະສິດທິພາບແລ້ວ.
- ຄຸນນະພາບຂອງຮູບທີ່ຖ່າຍດ້ວຍ ແອັບ ກ້ອງຖ່າຍຮູບ ຫຼື ແອັບ ສັງຄົມ ທີ່ໄດ້ດາວໂຫຼດຈາກຮ້ານຄ້າ ແອພພລິເຄຊັນ ໄດ້ຮັບການປັບປຸງແລ້ວ.
- ຄຸນສົມບັດ 'ການຈັດຂອບອັດຕະໂນມັດ' ແມ່ນຮອງຮັບໃນ ໂໝດ ວິດີໂອ ແລະ ແອັບ ໂທວິດີໂອ ບາງຢ່າງ.
ໝາຍເລກການຜະລິດ : G998BXXU4CVD2
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-04-15
ລະດັບແກ້ໄຂຄວາມປອດໄພ : 2022-04-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
ໝາຍເລກການຜະລິດ : G998BXXU4CVC4
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-03-17
ລະດັບແກ້ໄຂຄວາມປອດໄພ : 2022-03-01
ການອັບເດດ One UI 4.1
One UI 4.1 ຈະໃຫ້ທ່ານໄດ້ຮັບຄຸນສົມບັດຫຼ້າສຸດສຳລັບອຸປະກອນ Galaxy ຂອງທ່ານ. ໃຊ້ງານງ່າຍຂຶ້ນ, ມ່ວນຊື່ນຫລາຍຂຶ້ນ, ປອດໄພຂຶ້ນ ແລະ ງ່າຍຂຶ້ນກວ່າເດີມ.
ກວດເບິ່ງການປ່ຽນແປງລຸ່ມນີ້.
ກ້ອງຖ່າຍຮູບ
ແຄັບເຈີ ຮູບຖ່າຍ ແລະ ວິດີໂອ ທີ່ງົດງາມແມ່ນງ່າຍກວ່າເດີມ.
ຕົວເລືອກເພີ່ມເຕີມສຳລັບວິດີໂອລວງຕັ້ງ
ແຄັບເຈີຮູບຖ່າຍ ແລະ ວິດີໂອລວງຕັ້ງທີ່ຍອດຍ້ຽມເຖິງແມ່ນວ່າເປົ້າໝາຍຂອງທ່ານຢູ່ໄກກໍ່ຕາມ. ຕອນນີ້ທ່ານສາມາດບັນທຶກວິດີໂອລວງຕັ້ງດ້ວຍເລັນສ໌ 3x ຢູ່ກ້ອງຖ່າຍຮູບຫຼັງ ນອກເໜືອຈາກເລັນສ໌ 1x.
ຊູມເຂົ້າໄດ້ໄກກວ່າໃນໂໝດ Pro ແລະ ວິດີໂອໂປຣ
ໃນຕອນນີ້, ເລນສ໌ຖ່າຍພາບໄກຖືກຮອງຮັບໃນໂໝດ Pro ແລະ ວິດີໂອໂປຣ ສະນັ້ນ ທ່ານສາມາດແຄັບເຈີຮູບພາບ ແລະ ວິດີໂອຂອງສິ່ງຕ່າງໆທີ່ຢູ່ໄກອອກໄປໄດ້ຊັດເຈນຂຶ້ນ.
ຮັບເອົາມຸມມອງຂອງຜູ້ກຳກັບຢ່າງຄົບຖ້ວນ
ທ່ານສາມາດບັນທຶກວິດີໂອຂອງທ່ານໃນມຸມມອງຂອງຜູ້ກຳກັບດ້ວຍວິດີໂອແຍກກ້ອງໜ້າ ແລະ ກ້ອງຫຼັງ ເພື່ອທີ່ທ່ານສາມາດກວດແກ້ພວກມັນໃນພາຍຫຼັງ, ເຖິງແມ່ນວ່າທ່ານສຳເລັດການບັນທຶກແລ້ວກໍ່ຕາມ. ເມື່ອທ່ານຫຼິ້ນພວກມັນຄືນໃນເຄື່ອງຫຼິ້ນວິດີໂອ, ທ່ານສາມາດສັບປ່ຽນລະຫວ່າງມຸມມອງທີ່ແຕກຕ່າງກັນ ເຊັ່ນ: ໜ້າຈໍແຍກ ຫລື ພາບຄວບຄູ່.
ແກເລີຣີ
ເຮັດໄດ້ຫຼາຍຂຶ້ນກັບຄວາມຈຳຂອງທ່ານ. ແກເລີຣີສະໜອງຄຸນສົມບັດທີ່ປັບປຸງເພື່ອການປັບປຸງຄືນໃໝ່ ແລະ ການຈັດແຈງຮູບ ແລະ ວິດີໂອຂອງທ່ານ ແລະ ໃນຕອນນີ້ ການແຊຣ໌ແມ່ນງ່າຍກວ່າເດີມ.
ການປັບປຸງຄືນໃໝ່ທີ່ມີພະລັງ
ເຮັດໃຫ້ຮູບຖ່າຍຂອງທ່ານດູດີຂຶ້ນກວ່າເດີມ. ເຮັດໃຫ້ໃບໜ້າທີ່ບໍ່ຈະແຈ້ງຄົມຂຶ້ນ, ແກ້ໄຂຄວາມຜິດດ່ຽງເທິງໂທລະພາບ ຫຼື ໜ້າຈໍໂທລະພາບ ແລະ ເພີ່ມຄວາມແຈ້ງ ແລະ ຄວາມລະອຽດ.
ການແນະນຳເພີ່ມເຕີມ
ຮັບເອົາຄຳແນະນຳໃນການສ້າງຮູບເຄິ່ງຕົວທີ່ເປັນສິລະປະ ແລະ ມ້ວນໄຮໄລ້ທີ່ໜ້າຕື່ນເຕັ້ນ. ແກເລີຣີຈະແນະນຳເອັບເຝັກທີ່ດີສຸດສຳລັບຮູບຂອງທ່ານ.
ເພີ່ມເອັບເຝັກຮູບເຄິ່ງຕົວ
ໃນຕອນນີ້, ທ່ານສາມາດເພີ່ມພື້ນຫຼັງທີ່ມົວໆໃສ່ຮູບໃດໜຶ່ງທີ່ມີບຸກຄົນຢູ່ໃນພາບ.
ໃຫ້ຄວາມສະຫວ່າງຄືນແກ່ຮູບເຄິ່ງຕົວ
ປັບແສງສະຫວ່າງສຳລັບຮູບເຄິ່ງຕົວ, ເຖິງແມ່ນວ່າທ່ານໄດ້ຖ່າຍພວກມັນແລ້ວກໍ່ຕາມ, ເພື່ອເຮັດໃຫ້ແນ່ໃຈວ່າທ່ານມີຮູບທີ່ສົມບູນແບບຢູ່ສະເໝີ.
ປ່ຽນຮູບຖ່າຍເຄື່ອນໄຫວທີ່ບໍ່ຈຳເປັນເປັນພາບນິ້ງ
ບັນທຶກພື້ນທີ່ຂອງບ່ອນເກັບຂໍ້ມູນໂດຍການປ່ຽນຮູບຖ່າຍເຄື່ອນໄຫວເປັນພາບນິ້ງ. ແກເລີຣີຈະແນະນຳຮູບໃນບ່ອນທີ່ການເຄື່ອນໄຫວບໍ່ຈຳເປັນ, ເຊັ່ນ: ເອກະສານ.
ແຊຣ໌ອາລະບໍາເປັນລິ້ງ
ບໍ່ຈຳເປັນຕ້ອງເຊີນແຕ່ລະຄົນໄປຍັງອາລະບຳທີ່ແຊຣ໌ອີກຕໍ່ໄປ. ພຽງແຕ່ສ້າງລິ້ງທີ່ສາມາດແຊຣ໌ກັບທຸກຄົນ, ເຖິງແມ່ນວ່າພວກເຂົາບໍ່ມີ Samsung account ຫຼື ອຸປະກອນ Galaxy ກໍ່ຕາມ.
ທຸກຄຳເຊີນຂອງທ່ານແມ່ນຢູ່ນຳກັນ
ຮັບຄຳເຊີນໄປຍັງອາລະບຳທີ່ແຊຣ໌ຢ່າງງ່າຍໆ, ເຖິງແມ່ນວ່າທ່ານບໍ່ເຫັນການແຈ້ງເຕືອນກໍ່ຕາມ. ຄຳເຊີນທີ່ທ່ານບໍ່ໄດ້ຕອບກັບຈະປາກົດຢູ່ດ້ານເທິງສຸດຂອງລາຍການອາລະບຳທີ່ແຊຣ໌ຂອງທ່ານ.
ສ້າງວິດີໂອແບບໜ່ວງເວລາ
ປ່ຽນຮູບເປັນວິດີໂອແບບໜ່ວງເວລາ 24 ຊົ່ວໂມງຢ່າງມີຊີວິດຊີວາ. ປຸ່ມຈະປາກົດຂຶ້ນສຳລັບຮູບພາບສາກ ເຊິ່ງລວມເຖິງທ້ອງຟ້າ, ພື້ນນ້ຳ, ພູເຂົາ ຫຼື ເມືອງ. ວິດີໂອຂອງທ່ານຈະປາກົດເໝືອນກັບມື້ໜຶ່ງເຕັມໆໄດ້ຜ່ານໄປແລ້ວ.
AR Zone
ສະແດງຕົວທ່ານເອງດັ່ງທີ່ບໍ່ເຄີຍມີມາກ່ອນໃນຄວາມເປັນຈິງແຕ່ງເຕີມ. ສ້າງອີໂມຈິ, ສະຕິກເກີ, ພາບແຕ້ມລາຍເສັ້ນຂອງທ່ານເອງ ແລະ ອື່ນໆອີກ.
ການຕົກແຕ່ງເພີ່ມເຕີມສຳລັບສະຕິກເກີອິໂມຈິຂອງທ່ານ
ສະແດງຮູບແບບທີ່ເປັນເອກະລັກຂອງທ່ານເອງໂດຍການເພີ່ມ GIFs ຈາກ Tenor ເປັນການຕົກແຕ່ງສຳລັບສະຕິກເກີອິໂມຈິ AR ທີ່ທ່ານກຳນົດເອງໄດ້.
ເພີ່ມອີກຫຼາຍຢ່າງເຂົ້າໃສ່ພາບແຕ້ມລາຍເສັ້ນ AR ຂອງທ່ານ
ສ້າງສະຕິກເກີ 3D ໂດຍການສະແກນວັດຖຸຂອງໂລກຕົວຈິງ, ແລ້ວເພີ່ມພວກມັນໃສ່ພາບແຕ້ມລາຍເສັ້ນ AR. ທ່ານຍັງສາມາດເພີ່ມ GIFs ຈາກ Tenor ແລະ Giphy.
ສີພື້ນຫຼັງໃນໂໝດໜ້າກາກ
ຮັກສາໂຟກັສໃນອິໂມຈິ AR ໃນຂະນະທີ່ສວມໃສ່ມັນເປັນໜ້າກາກ. ເລືອກຫຼາກຫຼາຍສີເພື່ອໃຊ້ເປັນພື້ນຫຼັງຂອງທ່ານ.
ວິດເຈັດອັດສະຣິຍະ
ວິດເຈັດໜ້າຈໍຫຼັກຂອງທ່ານຫາກໍ່ມີຄວາມອັດສະຣິຍະຫຼາຍຂຶ້ນ. ພຽງເລືອກວິດເຈັດທ່ານຕ້ອງການ ແລະ ໃຫ້ Galaxy ຂອງທ່ານເຮັດໃນສ່ວນທີ່ເຫຼືອ.
ຈັດກຸ່ມວິດເຈັດຢູ່ນຳກັນ
ປະຢັດພື້ນທີ່ໃນໜ້າຈໍຫຼັກຂອງທ່ານໂດຍການເອົາຫລາຍໆວິດເຈັດໂຮມກັນເປັນໜຶ່ງວິດເຈັດທີ່ອັດສະລິຍະ. ປັດຊ້າຍ ຫຼື ຂວາເພື່ອເລື່ອນຜ່ານວິດເຈັດຂອງທ່ານ ຫຼື ຕັ້ງຄ່າພວກມັນໃຫ້ໝຸນໂດຍອັດຕະໂນມັດເພື່ອສະແດງໃຫ້ທ່ານເຫັນຂໍ້ມູນທີ່ກ່ຽວຂ້ອງທີ່ສຸດໂດຍອີງຕາມກິດຈະກຳຂອງທ່ານ.
ຮັບຄຳແນະນຳໃນໜ້າຈໍຫຼັກຂອງທ່ານ
ວິດເຈັດອັດສະຣິຍະຂອງທ່ານຈະບອກທ່ານເມື່ອຮອດເວລາສາກ Galaxy Buds ຂອງທ່ານ, ເມື່ອຮອດເວລາກຽມພ້ອມສຳລັບເຫດການໃນປະຕິທິນຂອງທ່ານ ແລະ ອື່ນໆອີກ.
Google Duo
ຕິດຕໍ່ພົວພັນກັນດ້ວຍການໂທວິດີໂອຄຸນນະພາບສູງ. One UI ນຳເອົາຄຸນສົມບັດພິເສດມາໃຫ້ທ່ານ.
ເຮັດຫຼາຍຂຶ້ນໃນລະຫວ່າງການໂທວິດີໂອ
ທ່ານສາມາດແຊຣ໌ໜ້າຈໍຂອງແອັບອື່ນຂະນະທີ່ການໂທວິດີໂອໃນ Google Duo. ເບິ່ງ YouTube ພ້ອມໆກັນ, ແຊຣ໌ຮູບ, ຄົ້ນຫາແຜນທີ່ ແລະ ອື່ນໆອີກ.
ເຂົ້າຮ່ວມການໂທວິດີໂອໃນໂໝດການນຳສະເໜີ
ໃນລະຫວ່າງການໂທວິດີໂອໃນໂທລະສັບຂອງທ່ານ, ທ່ານສາມາດ ເຂົ້າຮ່ວມການໂທດຽວກັນໃນແທັບເລັດຂອງທ່ານໃນໂໝດການນຳສະເໜີ. ໜ້າຈໍແທັບເລັດຂອງທ່ານຈະຖືກແຊຣ໌ກັບຜູ້ເຂົ້າຮ່ວມຄົນອື່ນ ໃນຂະນະທີ່ສຽງ ແລະ ວິດີໂອຈະຫຼິ້ນຕໍ່ໃນໂທລະສັບຂອງທ່ານ.
Samsung Health
ຮັບຂໍ້ມູນເລິກເຊິ່ງທີ່ລະອຽດຂຶ້ນກ່ຽວກັບສຸຂະພາບຂອງທ່ານ ແລະ ການຕິດຕາມການອອກກຳລັງກາຍເສີມໃນເວີຊັ່ນຫຼ້າສຸດຂອງ Samsung Health.
ຮັບຂໍ້ມູນເລິກເຊິ່ງກ່ຽວກັບອົງປະກອບຂອງຮ່າງກາຍທ່ານ
ຕັ້ງເປົ້າໝາຍສຳລັບນ້ຳໜັກ, ເປີເຊັນໄຂມັນໃນຮ່າງກາຍ ແລະ ມວນກ້າມຊີ້ນໂຄງກະດູກ. ທ່ານຈະໄດ້ຮັບເຄັດລັບເພື່ອບັນລຸເປົ້າໝາຍຂອງທ່ານ.
ສ້າງຄວາມເຄີຍຊີນໃນການນອນຫຼັບທີ່ດີຂຶ້ນ
ຕິດຕາມການນອນຫຼັບຂອງທ່ານ ແລະ ຮັບການຝຶກສອນໂດຍອີງຕາມຮູບແບບການນອນຫຼັບຂອງທ່ານ.
ການຕິດຕາມການອອກກໍາລັງກາຍເສີມ
ໃນ Galaxy Watch4 ຂອງທ່ານ, ທ່ານສາມາດຕັ້ງເປົ້າໝາຍການຝຶກແບບຊ່ວງໄລຍະເວລາກ່ອນທີ່ທ່ານຈະເລີ່ມແລ່ນ ຫຼື ຂີ່ລົດຖີບ. ທ່ານຈະໄດ້ຮັບລາຍງານໃນໂທລະສັບຂອງທ່ານ ເມື່ອທ່ານສຳເລັດ. ໂມງຂອງທ່ານຍັງໃຫ້ຂໍ້ມູນກ່ຽວກັບການສູນເສຍເຫື່ອເມື່ອທ່ານແລ່ນ ແລະ ການຟື້ນຕົວຂອງອັດຕາຫົວໃຈສຳລັບການອອກກຳລັງແບບແອໂຣບິກ.
Samsung Notes
ຂຽນ, ແຕ້ມ ຫຼື ຈົດບັນທຶກໂດຍໄວ. ໃນຕອນນີ້, Samsung Notes ເຊື່ອມຕໍ່ຫຼາຍຂຶ້ນກັບແອັບ ແລະ ອຸປະກອນອື່ນໆຂອງທ່ານ.
ຂຽນບັນທຶກຢ່າງວ່ອງໄວໃນຂະນະທີ່ທ່ານທ່ອງເບິ່ງ
ຕິດຕາມແຫຼ່ງຂອງທ່ານຢ່າງຕໍ່ເນື່ອງດ້ວຍທາງເລືອກການຕັດໃໝ່. ທ່ານສາມາດລວມເອົາເນື້ອໃນຈາກ Samsung Internet ຫຼື ແກເລີຣີ ເມື່ອທ່ານສ້າງການບັນທຶກໂດຍໃຊ້ຄຳສັ່ງໃຊ້ງານບໍ່ສຳຜັດ, ແຜງດ່ວນ ຫຼື ຂອບແຜງໜ້າວຽກ.
ໃຊ້ໂທລະສັບຂອງທ່ານເປັນແຖບເຄື່ອງມື
ເມື່ອຂຽນບັນທຶກໃນແທັບເລັດຂອງທ່ານ, ເພີ່ມພື້ນທີ່ວ່າງໜ້າຈໍຫຼາຍຂຶ້ນສຳລັບການຂຽນໂດຍສະແດງແຖບເຄື່ອງມື S Pen ໃນໂທລະສັບຂອງທ່ານ.
Smart Switch
ໂອນຂໍ້ມູນການຕິດຕໍ່, ຮູບຖ່າຍ, ຂໍ້ຄວາມ ແລະ ການຕັ້ງຄ່າຈາກໂທລະສັບ ຫຼື ແທັບເລັດເຄື່ອງເກົ່າຫາ Galaxy ເຄື່ອງໃໝ່ຂອງທ່ານ. One UI 4.1 ໃຫ້ທ່ານໂອນຫຼາຍກວ່າເກົ່າ.
ທາງເລືອກການໂອນທີ່ຫຼາຍຂຶ້ນ
ທ່ານຈະມີ 3 ທາງເລືອກເມື່ອກຳລັງໂອນເນື້ອໃນໄປໃສ່ Galaxy ເຄື່ອງໃໝ່ຂອງທ່ານ. ທ່ານສາມາດເລືອກໂອນທຸກຢ່າງ, ໂອນພຽງບັນຊີ, ຂໍ້ມູນການຕິດຕໍ່, ການໂທ ແລະ ຂໍ້ຄວາມຂອງທ່ານ ຫຼື ໄປທີ່ກຳນົດເອງເພື່ອເລືອກສິ່ງທີ່ທ່ານຕ້ອງການໂອນແທ້ໆ.
SmartThings Find
ຊອກຫາໂທລະສັບ, ແທັບເລັດ, ຫູຟັງຂອງທ່ານ ແລະ ອື່ນໆອີກ ດ້ວຍ SmartThings Find.
ຮັບການແຈ້ງເຕືອນເມື່ອທ່ານຖິ້ມບາງຢ່າງໄວ້
ເຮັດໃຫ້ສິ່ງສູນເສຍເປັນເລື່ອງໃນອະດີດ. ທ່ານສາມາດເລືອກທີ່ຈະຮັບການແຈ້ງເຕືອນເມື່ອໃດກໍ່ຕາມທີ່ Galaxy SmartTag ໄກເກີນໄປທີ່ຈະເຊື່ອມຕໍ່ກັບໂທລະສັບຂອງທ່ານ.
ຊອກຫາອຸປະກອນທີ່ເສຍຮ່ວມກັນ
ທ່ານສາມາດແຊຣ໌ຈຸດທີ່ຕັ້ງອຸປະກອນຂອງທ່ານກັບຄົນອື່ນ. ຖ້າຫາກອຸປະກອນເສຍ, ທ່ານສາມາດຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ເພື່ອສະແກນຫາມັນໃນບໍລິເວນໃກ້ຄຽງ.
ການແຊຣ໌
One UI 4.1 ໃຫ້ທ່ານອີກຫຼາຍວິທີເພື່ອແຊຣ໌ກັບຄົນອື່ນ.
ແຊຣ໌ເຄືອຂ່າຍ Wi-Fi ຂອງທ່ານ
ໃຊ້ Quick Share ເພື່ອ ແຊຣ໌ເຄືອຂ່າຍ Wi-Fi ໃນປັດຈຸບັນຂອງທ່ານກັບຄົນອື່ນ. ບຸກຄົນທ່ານແຊຣ໌ນຳນັ້ນຈະສາມາດເຊື່ອມຕໍ່ ໂດຍບໍ່ຕ້ອງປ້ອນລະຫັດຜ່ານໂດຍອັດຕະໂນມັດ.
ລວມທັງປະຫວັດການແກ້ໄຂເມື່ອທ່ານແຊຣ໌ຮູບ ແລະ ວິດີໂອ
ເມື່ອທ່ານແຊຣ໌ຮູບ ແລະ ວິດີໂອ ດ້ວຍ Quick Share, ທ່ານສາມາດລວມເອົາປະຫວັດການແກ້ໄຂທີ່ສົມບູນ ເພື່ອທີ່ຜູ້ຮັບຈະສາມາດເຫັນສິ່ງທີ່ປ່ຽນແປງ ຫຼື ກັບຄືນຫາຕົ້ນສະບັບ.
ແຊຣ໌ເຄັດລັບກັບຄົນອື່ນ
ຊອກຫາບາງຢ່າງທີ່ມີປະໂຫຍດໃນແອັບເຄັດລັບ? ແຕະໄອຄອນແຊຣ໌ເພື່ອສົ່ງມັນຫາໝູ່ເພື່ອນ.
ຄຸນສົມບັດ ແລະ ການປັບປຸງເພີ່ມເຕີມ
ຈານສີ
ກຳນົດໂທລະສັບຂອງທ່ານເອງດ້ວຍສີທີ່ເປັນເອກະລັກໂດຍອີງຕາມວອລເປເປີຂອງທ່ານ. ໃນຕອນນີ້, ຈານສີທີ່ທ່ານກຳນົດຈະປາກົດໃນອີກຫຼາຍແອັບ, ລວມເຖິງແອັບທີ່ໃຫ້ບໍລິການໂດຍ Google.
ການແນະນຳອັດສະລິຍະ
Galaxy ຂອງທ່ານຫາກໍ່ມີຄວາມອັດສະຣິຍະຫຼາຍຂຶ້ນຫຼາຍ. ເມື່ອທ່ານເລີ່ມເພີ່ມເຫດການໃສ່ປະຕິທິນຂອງທ່ານ, ອຸປະກອນຂອງທ່ານຈະແນະນຳຊື່ ແລະ ເວລາໂດຍອີງຕາມຂໍ້ຄວາມຕົວອັກສອນ ແລະ ກິດຈະກຳອື່ນໆໃນໂທລະສັບຂອງທ່ານ. ທ່ານຈະໄດ້ຮັບຄຳແນະນຳທີ່ຄ້າຍກັນໃນແອັບປະຕິທິນ, ເຕືອນ, ຄີບອດ, ຂໍ້ຄວາມ ແລະ ແອັບອື່ນໆອີກ.
ລົບເງົາ ແລະ ການສະທ້ອນອອກດ້ວຍເຄື່ອງຕັດຕໍ່ຮູບ
ເງົາ ແລະ ການສະທ້ອນຈະຖືກລຶບອອກໂດຍອັດຕະໂນມັດທຸກຄັ້ງທີ່ທ່ານໃຊ້ຢາງລຶບວັດຖຸ.
ເພີ່ມອິໂມຈິໃສ່ປະຕິທິນຂອງທ່ານ
ນອກຈາກສະຕິກເກີແລ້ວ, ໃນຕອນນີ້ ທ່ານສາມາດເພີ່ມອິໂມຈິໃສ່ວັນທີໃນປະຕິທິນຂອງທ່ານ ເພື່ອສະແດງຄວາມຮູ້ສຶກຂອງທ່ານ.
ເລືອກແອັບເພື່ອການແກ້ໄຂຂໍ້ຄວາມໃນ ຄີບອດຊໍາຊຸງ
ເລືອກແອັບໃດທີ່ທ່ານຕ້ອງການຮັບການແກ້ໄຂຂໍ້ຄວາມໂດຍອັດຕະໂນມັດ. ເປີດມັນສຳລັບແອັບການຂຽນເພື່ອກວດກາການສະກົດຄຳ ແລະ ໄວຍະກອນ ແລະ ປິດມັນສຳລັບແອັບສົ່ງຂໍ້ຄວາມບ່ອນທີ່ທ່ານຕ້ອງການບໍ່ໃຫ້ເປັນທາງການຫຼາຍເກີນໄປ.
ຕົວເລືອກຄີບອດມີໃຫ້ກວ້າງຂວາງຫຼາຍຂຶ້ນ
ດຽວນີ້ແຜນຜັງຄີບອດ, ວິທີການປ້ອນຂໍ້ມູນ ແລະ ຄຸນສົມບັດສຳລັບພາສາສະເພາະແມ່ນມີໃຫ້ຢູ່ໃນພາກພື້ນຫລາຍຂຶ້ນ, ດັ່ງນັ້ນທ່ານສາມາດພິມໄດ້ງ່າຍຂຶ້ນບໍ່ວ່າທ່ານຈະຢູ່ໃສກໍ່ຕາມ. ທ່ານສາມາດສະຫຼັບກັບຄືນໄປຫາແຜນຜັງຜ່ານມາຂອງທ່ານໄດ້ຕະຫລອດໃນການຕັ້ງຄ່າ.
ກຳນົດຄວາມສົມດຸນສຽງຂອງທ່ານເອງ
ໃນການຕັ້ງຄ່າຄວາມສາມາດເຂົ້າໃຊ້, ທ່ານສາມາດປັບຄວາມສົມດຸນສຽງດ້ານຊ້າຍ/ຂວາສຳລັບອຸປະກອນທີ່ເຊື່ອມຕໍ່ ເຊັ່ນ: ລຳໂພງ ຫຼື ຫູຟັງ, ແຍກຈາກຄວາມສົມດຸນສຽງສຳລັບລຳໂພງຂອງໂທລະສັບທ່ານ. ສິ່ງນີ້ເຮັດໃຫ້ທ່ານສາມາດຮັບຄວາມສົມດຸນທີ່ສົມບູນແບບອອກຈາກຫູຟັງໂດຍບໍ່ກະທົບຕໍ່ສຽງໂທເຂົ້າ ແລະ ສຽງລຳໂພງຂອງທ່ານ.
ການດຳເນີນງານໃໝ່ສຳລັບ Bixby Routines
ໃນຕອນນີ້, ທ່ານສາມາດສ້າງວຽກປະຈຳທີ່ປ່ຽນແປງໜ້າໂມງຂອງທ່ານ ຫຼື ເປີດການຕັ້ງຄ່າຂັ້ນສູງ ເຊັ່ນ: ປ້ອງກັນແບັດເຕີຣີ.
ກຳນົດໜ່ວຍຄວາມຈຳສະເໝືອນຈິງຂອງທ່ານເອງ
ເລືອກຂະໜາດຂອງໜ່ວຍຄວາມຈຳສະເໝືອນຈິງສຳລັບໂທລະສັບຂອງທ່ານດ້ວຍ RAM Plus ໃນການດູແລອຸປະກອນ. ໃຊ້ຫຼາຍຂຶ້ນເພື່ອບູດສ໌ປະສິດທິພາບການເຮັດງານ ຫຼື ໃຊ້ໜ້ອຍລົງເພື່ອປະຢັດພື້ນທີ່ໃນບ່ອນເກັບຂໍ້ມູນ.
ການບໍລິການການເພີ່ມປະສິດທິພາບເກມ
ປະສິດທິພາບຂອງ CPU/GPU ໃນລະຫວ່າງໄລຍະເລີ່ມຕົ້ນຂອງການຫຼິ້ນເກມຈະບໍ່ຖືກຈຳກັດ. (ຄຸນສົມບັດການຈັດການປະສິດທິພາບອີງຕາມອຸນຫະພູມອຸປະກອນຈະຖືກຮັກສາໄວ້.) “ໂໝດການຈັດການປະສິດທິພາບຂອງເກມສຳຮອງ” ຢູ່ໃນ Game Booster ຈະຖືກສະໜອງໃຫ້ ແອັບພາກສ່ວນທີ 3 ທີ່ຈະຂ້າມການບໍລິການການເພີ່ມປະສິດທິພາບເກມຈະໄດ້ຮັບອະນຸຍາດ.
ພວກເຮົາແນະນຳໃຫ້ທ່ານອັບເດດແອັບການບໍລິການການເພີ່ມປະສິດທິພາບເກມເປັນເວີຊັນຫຼ້າສຸດ.
https://apps.samsung.com/appquery/appDetail.as?appId=com.samsung.android.game.gos&form=popup&source=fota
ບາງແອັບຈຳເປັນຕ້ອງໄດ້ຮັບການອັບເດດແຍກຕ່າງຫາກ ຫຼັງຈາກການອັບເດດ One UI 4.1.
ໝາຍເລກການຜະລິດ : G998BXXU4BVB1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-03-03
ລະດັບແກ້ໄຂຄວາມປອດໄພ : 2022-02-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
ໝາຍເລກການຜະລິດ : G998BXXU4BULF
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-01-17
ລະດັບແກ້ໄຂຄວາມປອດໄພ : 2022-01-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
ໝາຍເລກການຜະລິດ : G998BXXS3BULC
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2021-12-28
ລະດັບແກ້ໄຂຄວາມປອດໄພ : 2021-12-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXS3BUL1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2021-12-15
ລະດັບແກ້ໄຂຄວາມປອດໄພ : 2021-12-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU3BUKG
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2021-12-14
ລະດັບແກ້ໄຂຄວາມປອດໄພ : 2021-11-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
ໝາຍເລກການຜະລິດ : G998BXXU3BUK8
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2021-11-18
ລະດັບແກ້ໄຂຄວາມປອດໄພ : 2021-11-01
One UI 4 ອັບເກຣດ (ແອນດຣອຍ 12)
One UI 4 ນຳເອົາຄຸນລັກສະນະ ແລະ ການປັບປຸງໃໝ່ຫຼາກຫຼາຍໃຫ້ກັບອຸປະກອນ Galaxy ຂອງທ່ານ. ໃຊ້ງານງ່າຍຂຶ້ນ, ມ່ວນຊື່ນຫລາຍຂຶ້ນ, ປອດໄພຂຶ້ນ ແລະ ງ່າຍຂຶ້ນກວ່າເດີມ.
ຈານສີ
ກຳນົດໂທລະສັບຂອງທ່ານເອງ ດ້ວຍສີທີ່ເປັນເອກະລັກ ອີງຕາມວອລເປເປີຂອງທ່ານ.
ຄວາມເປັນສ່ວນຕົວ
ຂໍ້ມູນການອະນຸຍາດໂດຍຫຍໍ້
ເບິ່ງໃນເວລາແຕ່ລະການອະນຸຍາດທີ່ລະອຽດອ່ອນໃນການເຂົ້າເຖິງແອັບ ເຊັ່ນວ່າ ຈຸດທີ່ຕັ້ງ, ກ້ອງຖ່າຍຮູບ ຫຼື ໄມໂຄຣໂຟນ ໃນການນຳໃຊ້ການອະນຸຍາດ.
ຕົວຊີ້ບອກກ້ອງຖ່າຍຮູບ ແລະ ໄມໂຄຣໂຟນ
ຈ້ຳເມັດສີຂຽວຈະປາກົດໃນແຈດ້ານຂວາເທິງສຸດຂອງໜ້າຈໍ ໃນເວລາແອັບໃດໜຶ່ງໃຊ້ ກ້ອງຖ່າຍຮູບ ຫຼື ໄມໂຄຣໂຟນ.
ຄີບອດຊໍາຊຸງ
ເຂົ້າໃຊ້ດ່ວນ ຫາ GIFs, ອີໂມຈິ ແລະ ສະຕິກເກີ
ເອົາ ອິໂມຈິ, GIFs ແລະ ສະຕິກເກີ ຂອງທ່ານໂດຍກົງຈາກ ຄີບອດ ດ້ວຍປຸ່ມດຽວ.
ການຈັບຄູ່ອິໂມຈິເຄື່ອນໄຫວ
ເອົາອິໂມຈິທັງສອງໂຮມເຂົ້າກັນ, ຈາກນັ້ນ ເພີ່ມການເຄື່ອນໄຫວເພື່ອຮັບເອົາຄວາມຮູ້ສຶກທີ່ແທ້ຈິງຂອງທ່ານ.
ຕົວຊ່ວຍການຂຽນ
ຮັກສາໄວຍາກອນ ແລະ ການສະກົດຄຳໃຫ້ຖືກຕ້ອງ ດ້ວຍຕົວຊ່ວຍການຂຽນອັນໃໝ່, ຂັບເຄື່ອນໂດຍ Grammarly (ອັງກິດເທົ່ານັ້ນ).
ໜ້າຈໍຫຼັກ
ການອອກແບບ ວິດເຈັດ ໃໝ່
ວິດເຈັດ ໄດ້ຖືກອອກແບບຄືນໃໝ່ເພື່ອໃຫ້ມີລັກສະນະງົດງາມກວ່າເດີມ, ພ້ອມກັບຂໍ້ມູນທີ່ເຫັນງ່າຍຂຶ້ນໂດຍຫຍໍ້ ແລະ ຮູບແບບທີ່ສອດຄ່ອງກັນຫລາຍຂຶ້ນ.
ການເລືອກ ວິດເຈັດ ທີ່ງ່າຍຂຶ້ນ
ເລື່ອນຜ່ານລາຍການວິດເຈັດຢ່າງວ່ອງໄວ ເພື່ອເບິ່ງມີຫຍັງແດ່ທີ່ພ້ອມໃຫ້ຈາກແຕ່ລະແອັບ. ນອກນັ້ນທ່ານຈະໄດ້ຮັບຄຳແນະນຳສຳລັບວິດເຈັດທີ່ມີປະໂຫຍດເພື່ອລອງໃຊ້.
ໜ້າຈຳລັອກ
ຟັງສິ່ງທີ່ທ່ານຕ້ອງການ
ສັບປ່ຽນເອົາພຸຕສຽງຈາກຫູຟັງ ໄປຍັງລຳໂພງຫາໂທລະສັບຂອງທ່ານ, ທັງໝົດຈາກໜ້າຈຳລັອກ.
ເຄື່ອງບັນທຶກສຽງ
ອັດບັນທຶກຄວາມຈໍາສຽງ ໂດຍບໍ່ຕ້ອງປົດລັອກໂທລະສັບຂອງທ່ານ.
ປະຕິທິນ ແລະ ກໍານົດເວລາ ໃນເທື່ອດຽວ
ກວດກາກຳນົດເວລາຂອງມື້ນີ້ ພ້ອມກັບປະຕິທິນຂອງທ່ານສຳລັບເດືອນທີ່ເຫຼືອຢູ່ເທິງ ໜ້າຈຳລັອກ.
ກ້ອງຖ່າຍຮູບ
ໂໝດຮູບຖ່າຍ ທີ່ຊັດເຈນຂຶ້ນ
ປຸ່ມຕົວປັບປຸງສາກຕ່າງໆ ປາກົດໃນໂໝດຮູບຖ່າຍ ເທົ່ານັ້ນຫາກມີແສງສະຫວ່າງຕ່ຳ ຫຼື ທ່ານສະແກນເອກະສານ.
ລະດັບການຊູມທີ່ຊັດເຈນຂຶ້ນ
ໄອຄອນ ເລນສ໌ ສະແດງລະດັບການຂະຫຍາຍ, ສະນັ້ນທ່ານຮູ້ວ່າທ່ານຊູມເຂົ້າຫລາຍທໍ່ໃດ.
ຖ່າຍ ວິດີໂອ ແບບໄວ
ໃນໂໝດຮູບຖ່າຍ, ທ່ານສາມາດສຳຜັດ ແລະ ກົດຄ້າງໄວ້ປຸ່ມ ຊັດເຕີ ເພື່ອເລີ່ມຕົ້ນ ບັນທຶກວິດີໂອແບບໄວ, ຈາກນັ້ນດຶງນິ້ວມືຂອງທ່ານໄປຫາໄອຄອນ ລັອກ ເພື່ອສືບຕໍ່ບັນທຶກໂດຍບໍ່ຕ້ອງກົດປຸ່ມ ຊັດເຕີ ລົງດົນໆ.
ການຖ່າຍຮູບແບບມືອາຊີບ
ລັກສະນະທີ່ຊັດແຈ້ງຂຶ້ນ ໃນ ໂໝດ ແບບມືອາຊີບ ຊ່ວຍໃຫ້ທ່ານໂຟກັສໃສ່ການຖ່າຍຮູບ ແລະ ຕົວບົ່ງຊີ້ລະດັບໃໝ່ທີ່ຊ່ວຍໃຫ້ທ່ານມີການຖ່າຍຮູບທີ່ສົມດຸນຢ່າງຕໍ່ເນື່ອງ.
ແກເລີຣີ
ເລື່ອງລາວທີ່ປັບປຸງ
ເພີດເພີນກັບ ວິດີໂອ ຮາຍໄລ້ທີ່ສ້າງຂຶ້ນຢ່າງອັດຕະໂນມັດດ້ວຍການແຕະຕົວຢ່າງຢູ່ດ້ານເທິງຂອງວິດີໂອແຕ່ລະເລື່ອງ. ທ່ານຍັງສາມາດຄົ້ນຫາ ຮູບ ໃນ ເລື່ອງ ລາວຂອງທ່ານທີ່ໄດ້ຖ່າຍໄວ້ໃນມຸມມອງ ແຜນທີ່ ໃໝ່.
ອາລະບໍາທີ່ງ່າຍຂຶ້ນ
ແຍກ ອາລະບໍາຕາມ ຮູບ ແລະ ວິດີໂອທີ່ມີ. ຮູບ ພາບໜ້າປົກຍັງປາກົດຢູ່ດ້ານເທິງຂອງໜ້າຈໍ ເມື່ອທ່ານເບິ່ງ ອາລະບໍາ.
ການຄວບຄຸມຂໍ້ມູນຫລາຍຂຶ້ນ
ປ່ຽນແປງ ຫຼື ລຶບວັນທີ, ເວລາ ແລະ ຈຸດທີ່ຕັ້ງ ຂອງຮູບ ແລະ ວິດີໂອເພື່ອການແກ້ໄຂ ຫຼື ການຮັກສາມັນເປັນສ່ວນຕົວ.
ຮູບຖ່າຍ ແລະ ຕົວແກ້ໄຂວິດີໂອ
ອິໂມຈິ ແລະ ສະຕິກເກີ
ໃຊ້ອິໂມຈິເພື່ອປົກປິດໃບໜ້າຂອງເພື່ອນຂີ້ອາຍ ຫຼື ເພີ່ມສະຕິກເກີເພື່ອ ສ້າງ ຮູບ ແລະ ວິດີໂອ ທີ່ສະໜຸກສະໜານ.
ວິດີໂອ ແບບແປະຕິດກັນ
ສ້າງພາບຕໍ່ກັນທີ່ເຄື່ອນໄຫວໄດ້ ເຊິ່ງລວມທັງຮູບ, ວິດີໂອ, ຫຼື ທັງສອງຢ່າງລວມກັນ.
ການຄວບຄຸມແສງ
ຄຸນສົມບັດ ຄວາມສົມດຸນແສງ ຊ່ວຍທ່ານດຶງລາຍລະອຽດຈາກຮູບຖ່າຍທີ່ແສງບໍ່ພໍ ເພື່ອເຮັດໃຫ້ໄດ້ຮູບງາມ.
ມ້ວນໄຮໄລ້
ພຽງເລືອກ ຕີມ ແລະ AI ຈະ ເພີ່ມ ເພງ ແລະການປ່ຽນໄປຫາ ວິດີໂອ ໄຮໄລ້ ຂອງທ່ານຢ່າງອັດຕະໂນມັດ.
ຈະບໍ່ສູນເສຍຕົ້ນສະບັບ
ຕອນນີ້ທ່ານສາມາດເອົາທັງຮູບ ແລະ ວິດີໂອປີ້ນກັບຄືນຫາເວີຊັນຕົ້ນສະບັບຂອງພວກມັນຫລັງຈາກບັນທຶກໄວ້ແລ້ວ, ຫຼື ບັນທຶກ ພວກມັນເປັນແບບ ກັອບປີ້ ເພື່ອຮັກສາທັງເວີຊັ່ນຕົ້ນສະບັບ ແລະ ເວີຊັ່ນທີ່ແກ້ໄຂ.
ອິໂມຈິ AR
ເຮັດໃຫ້ ໂປຣໄຟລ໌ ຂອງທ່ານໜ້າສົນໃຈຂຶ້ນ
ໃຊ້ ອິໂມຈິ AR ເປັນ ຮູບ ໂປຣໄຟລ໌ ໃນບັນຊີ ຜູ້ຕິດຕໍ່ ແລະ Samsung account.
ສະຕິກເກີໃບໜ້າ
ທຳທ່າເປັນອິໂມຈິຂອງທ່ານດ້ວຍ ສະຕິກເກີ ໃໝ່ ສຳລັບໃບໜ້າອິໂມຈິຂອງທ່ານ.
ເຕັ້ນໃຫ້ມ່ວນໝົດຄືນ
ເຮັດໃຫ້ ອິໂມຈິ ຂອງທ່ານ ເຕັ້ນ ກັບໝວດທ່າເຕັ້ນ 10 ທ່າທີ່ແຕກຕ່າງກັນ ລວມມີ #ມ່ວນຊື່ນ, #ເປັນຕາຮັກ, #ງານກິນລ້ຽງ.
ອອກແບບເຄື່ອງນຸ່ງຂອງທ່ານເອງ
ໃຊ້ການ ແຕ້ມ ຂອງທ່ານເອງ ເພື່ອ ສ້າງ ເຄື່ອງນຸ່ງທີ່ເປັນເອກະລັກສຳລັບ ອິໂມຈິ AR ຂອງທ່ານ.
ການແຊຣ໌
ການກຳນົດເອງເພີ່ມເຕີມ
ກຳນົດລາຍການ ແອັບ ເອງທີ່ ປາກົດຂຶ້ນ ເມື່ອທ່ານ ແບ່ງປັນເນື້ອຫາ ເພື່ອເອົາສິ່ງຮົກເຮື້ອອອກໄປ ແລະ ໂຟກັສພຽງແອັບທ່ານໃຊ້ເປັນປະຈຳເທົ່ານັ້ນ.
ການກໍານົດທິດທາງ ທີ່ງ່າຍຂຶ້ນ
ປັດໄປທາງຊ້າຍ ຫຼື ຂວາເພື່ອເລື່ອນຜ່ານ ແອັບ ແລະ ຜູ້ຕິດຕໍ່ ເມື່ອທ່ານ ແຊຣ໌.
ການ ແຊຣ໌ ຮູບຖ່າຍ
ເມື່ອທ່ານ ແຊຣ໌ ຮູບ ທີ່ອອກຈາກຈຸດໂຟກັສ ຫລື ບໍ່ຢູ່ໃນຂອບເທົ່າທີ່ຄວນ, ພວກເຮົາຈະແຈ້ງໃຫ້ທ່ານຮູ້ ແລະ ໃຫ້ຄຳແນະນຳແກ່ທ່ານເພື່ອແກ້ໄຂມັນ.
ປະຕິທິນ
ເພີ່ມ ເຫດການ ແບບໄວ
ຕ້ອງການ ເພີ່ມ ບາງຢ່າງຫາ ປະຕິທິນ ຂອງທ່ານຢ່າງວ່ອງໄວບໍ? ພຽງແຕ່ປ້ອນຊື່ເຂົ້າໄປ ແລະ ທ່ານກໍສຳເລັດ.
ກູ້ ເຫດການ ທີ່ ລຶບ ແລ້ວຄືນມາ
ເຫດການ ທີ່ທ່ານ ລຶບ ຈະຢູ່ໃນ ຖັງຂີ້ເຫຍື້ອ 30 ວັນ.
ແຊຣ໌ ກັບຄົນອື່ນ
ດຽວນີ້ ແຊຣ໌ ປະຕິທິນ ຂອງທ່ານກັບຜູ້ໃຊ້ Galaxy ຄົນອື່ນ ກໍ່ງ່າຍຂຶ້ນ.
Samsung Internet
ຊອກຫາ ຈາກ ໜ້າຈໍຫຼັກ
ວິດເຈັດການຊອກຫາຕົວໃໝ່ຊ່ວຍໃຫ້ທ່ານຊອກຫາສິ່ງທີ່ທ່ານກຳລັງຊອກຫາ ໄດ້ທັນທີຈາກ ໜ້າຈໍຫຼັກ.
ເລີ່ມຕົ້ນ ໃນ ໂໝດຄວາມລັບ
Samsung Internet ຈະ ເລີ່ມຕົ້ນ ໃນ ໂໝດຄວາມລັບ ໂດຍອັດຕະໂນມັດ ຫາກທ່ານໃຊ້ ໂໝດຄວາມລັບ ລະຫວ່າງການທ່ອງເວັບຫຼ້າສຸດ.
ການດູແລອຸປະກອນ
ແບັດເຕີຣີ ແລະ ຄວາມປອດໄພ ໂດຍຫຍໍ້
ບັນຫາ ແບັດເຕີຣີ ແລະ ຄວາມປອດໄພ ຈະປາກົດທັນທີໃນໜ້າຈໍຫລັກເພື່ອໃຫ້ທ່ານສາມາດແກ້ໄຂບັນຫາໄດ້ຢ່າງວ່ອງໄວ.
ເຂົ້າໃຈສະຖານະໂດຍລວມຂອງ ໂທລະສັບ
ສະຖານະໂດຍລວມຂອງ ໂທລະສັບ ທ່ານຈະສະແດງເປັນອິໂມຈິ, ເພື່ອໃຫ້ທ່ານສາມາດເຂົ້າໃຈໄດ້ທັນທີ.
ກວດກາວິນິໄສ
ເຂົ້າເຖິງ ການວິນິໄສ ຂອງ Samsung Members ຈາກ ການດູແລອຸປະກອນ. ລອງການທົດສອບເພື່ອ ການວິນິໄສ ເພື່ອໃຫ້ຮູ້ວ່າ ໂທລະສັບ ຂອງທ່ານມີບັນຫາ ແລະ ຮັບຄຳແນະນຳເພື່ອການແກ້ໄຂບັນຫາເຫລົ່ານັ້ນ.
Samsung Health
ການອອກແບບໃໝ່ທັງໝົດ
ທຸກສິ່ງທຸກຢ່າງທີ່ທ່ານຕ້ອງການແມ່ນເຂົ້າຫາໄດ້ງ່າຍດ້ວຍ ແທັບທັງສີ່ດ້ານລຸ່ມສຸດຂອງໜ້າຈໍ.
ໜ້າຂອງຂ້ອຍ
ເອົາ ການສັງລວມຂອງສະຖິຕິດ້ານ ສຸຂະພາບ, ຄວາມສຳເລັດ, ຜົນງານທີ່ ດີທີ່ສຸດສ່ວນຕົວ ແລະ ຄວາມຄືບໜ້າຂອງທ່ານໃນແທັບ ໜ້າຂອງຂ້ອຍ.
ທ້າທາຍເພື່ອນຂອງທ່ານ
ເລີ່ມຕົ້ນຄວາມທ້າທາຍຮ່ວມກັນແມ່ນງ່າຍກວ່າທີ່ເຄີຍມີມາ. ເຊີນ ຊວນເພື່ອນໆ ດ້ວຍການສົ່ງລິ້ງ.
Bixby Routines
ເງື່ອນໄຂເພີ່ມເຕີມ
ເລີ່ມຕົ້ນ ວຽກປະຈຳ ໃນເວລາລົມໂທລະສັບ, ເມື່ອ ການແຈ້ງເຕືອນ ບາງຢ່າງສົ່ງມາ ແລະ ອື່ນໆອີກ.
ຄວາມສາມາດເພີ່ມເຕີມ
ເປີດການທຳງານຂອງຂະບວນການທຳງານແລະຄຸນສົມບັດອື່ນໆທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນດ້ວຍ ວຽກປະຈຳ.
ຄວບຄຸມໄດ້ຫລາຍຂຶ້ນ
ລຽງລຳດັບການທຳງານໃໝ່ດ້ວຍການສຳຜັດແລະຈຶ້ງໄວ້. ໄດ້ເພີ່ມ ຕົວເລືອກຂັ້ນສູງ ເພື່ອໃຫ້ທ່ານລໍຖ້າກ່ອນ ເລີ່ມຕົ້ນ ການກະທຳໜຶ່ງ, ຢືນຢັນ ການກະທຳ ແລະ ອື່ນໆອີກ.
ຄວາມສາມາດເຂົ້າໃຊ້
ພ້ອມຕະຫຼອດເວລາເມື່ອທ່ານຕ້ອງການມັນ
ເຂົ້າເຖິງ ຄຸນສົມບັດຄວາມສາມາດເຂົ້າໃຊ້ວ່ອງໄວຍິ່ງຂຶ້ນ ດ້ວຍປຸ່ມລອຍ ທີ່ມີພ້ອມໃຫ້ຕະຫລອດເວລາ.
ທ່າ ທາງການທຳງານຂອງເມົ້າ
ດຳເນີນການທຳງານວ່ອງໄວຂຶ້ນດ້ວຍການ ຍ້າຍ ລູກສອນຂອງເມົ້າ ໄປຫາໜຶ່ງໃນ 4 ມຸມຂອງໜ້າຈໍ.
ປັບປ່ຽນໜ້າຈໍຂອງທ່ານທັນທີ
ປັບປ່ຽນ ຄວາມຄົມຊັດ ແລະ ຂະໜາດໃນເວລາດຽວກັນກັບໂໝດ ຈໍສະແດງຜົນ ທີ່ ກຳນົດເອງ (ຄວາມຄົມຊັດ ສູງ ຫຼື ຈໍສະແດງຜົນ ໃຫ່ຍ).
ສະບາຍຕໍ່ຕາ
ທ່ານສາມາດຫຼຸດຜ່ອນຄວາມໂປ່ງໃສ ຫຼື ຂຸ່ນມົວໄດ້ເພື່ອຮັກສາສາຍຕາຂອງທ່ານໃຫ້ມີຄວາມສະບາຍ.
ໜ້າຈໍມືດລົງ ພິເສດ
ເປີດການໃຊ້ງານ ການຫຼຸດຜ່ອນແສງພິເສດ ເພື່ອຄວາມສະບາຍ ເພີ່ມເຕີມ ໃນເວລາອ່ານໃນຄວາມມືດ.
ຄຸນສົມບັດແລະການປັບປຸງ ເພີ່ມເຕີມ
Always On Display ທີ່ດີກວ່າເດີມ
ຕັ້ງຄ່າ ໃສ່ Always On Display ເພື່ອເປີດການໃຊ້ງານ ທຸກຄັ້ງທີ່ທ່ານໄດ້ຮັບ ການແຈ້ງເຕືອນ.
ໂໝດມືດ ທີ່ປັບປຸງ
ໂໝດມືດ ດຽວນີ້ ເຮັດໃຫ້ ໃນ ວອລເປເປີ ແລະ ໄອຄອນ ຈາງລົງ ຢ່າງອັດຕະໂນມັດ. ພາບປະກອບໃນ Samsung apps ດຽວນີ້ ມີເວີຊັນ ໂໝດມືດ ກັບ ສີ ມືດ.
ເມນູຄວາມປອດໄພ ແລະ ສຸກເສີນ
ເມນູ ຄວາມປອດໄພ ແລະ ສຸກເສີນອັນໃໝ່ໃນ ການຕັ້ງຄ່າ ພາໃຫ້ທ່ານຈັດການກັບບັນຊີ ຜູ້ຕິດຕໍ່ ສຸກເສີນ ແລະ ຂໍ້ມູນຄວາມປອດໄພທັງໝົດຂອງທ່ານໃນບ່ອນດຽວ.
ເບິ່ງຢ່າງລະມັດລະວັງບົນທ້ອງຖະໜົນ
ຈໍພາບການຂັບຂີ່ ໃໝ່ ການມີສຸຂະພາບດີແບບດິຈິຕອລ ທຳການຕິດຕາມຕໍ່ເນື່ອງເມື່ອທ່ານໃຊ້ ໂທລະສັບ ຂອງທ່ານຂະນະທີ່ຂັບຂີ່.
ຂ້າມໄປ ໂມງປຸກ ໄດ້ ຄັ້ງດຽວ
ທ່ານສາມາດ ປິດ ໂມງປຸກ ໄດ້ພຽງຄັ້ງດຽວເທົ່ານັ້ນ. ມັນຈະ ກັບຄືນ ຢ່າງອັດຕະໂນມັດຫຼັງຕາຖືກເວັ້ນໄປ.
ປ່ຽນຈາກ ຂໍ້ຄວາມ ມາເປັນການໂທ
ແຕະຊື່ຂອງບຸກຄົນຢູ່ດ້ານເທິງສຸດຂອງການສົນທະນາ ເພື່ອເບິ່ງລາຍລະອຽດຂອງພວກເຂົາ ຫຼື ເລີ່ມຕົ້ນໂທວິດີໂອ ຫລື ໂທສຽງ.
ປະສົບການເດັສທອບທີ່ສົມບູນຍິ່ງຂຶ້ນ
ແອັບ ສາມາດປັບ ປ່ຽນຂະໜາດ ໄດ້ຫຼາຍຂຶ້ນໃນ Samsung DeX. ນອກນັ້ນທ່ານຍັງສາມາດ ປ່ຽນແປງ ທິດທາງການເລື່ອນແປ້ນສຳຜັດໃນ ການຕັ້ງຄ່າ DeX.
ບາງ ແອັບ ຈຳເປັນຕ້ອງໄດ້ ອັບເດດ ຕ່າງຫາກຫຼັງຈາກການອັບເກຣດ One UI 4.
ໝາຍເລກການຜະລິດ : G998BXXS3AUJ7
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-10-27
ລະດັບແກ້ໄຂຄວາມປອດໄພ : 2021-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU3AUIE
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-10-03
ລະດັບແກ້ໄຂຄວາມປອດໄພ : 2021-10-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
ໝາຍເລກການຜະລິດ : G998BXXS3AUHD
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-09-07
ລະດັບແກ້ໄຂຄວາມປອດໄພ : 2021-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU3AUHB
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-09-01
ລະດັບແກ້ໄຂຄວາມປອດໄພ : 2021-08-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
ໝາຍເລກການຜະລິດ : G998BXXU3AUGM
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-08-10
ລະດັບແກ້ໄຂຄວາມປອດໄພ : 2021-08-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
ໝາຍເລກການຜະລິດ : G998BXXU3AUG4
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-07-16
ລະດັບແກ້ໄຂຄວາມປອດໄພ : 2021-07-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
ໝາຍເລກການຜະລິດ : G998BXXU3AUF6
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-06-30
ລະດັບແກ້ໄຂຄວາມປອດໄພ : 2021-06-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
ໝາຍເລກການຜະລິດ : G998BXXU3AUE1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-05-12
ລະດັບແກ້ໄຂຄວາມປອດໄພ : 2021-05-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
• ການແຊຣ໌ດ່ວນ ທີ່ໄດ້ຮັບການປັບປຸງ
- ປັບປຸງການ ແຊຣ໌ ໄຟ່ລ໌ລະຫວ່າງ ອຸປະກອນ Galaxy ໂດຍໃຊ້ ການແຊຣ໌ດ່ວນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU2AUC8
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-03-29
ລະດັບແກ້ໄຂຄວາມປອດໄພ : 2021-04-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXS2AUBB
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-03-04
ລະດັບແກ້ໄຂຄວາມປອດໄພ : 2021-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : G998BXXU1AUB9
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-02-19
ລະດັບແກ້ໄຂຄວາມປອດໄພ : 2021-02-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXU1AUB6
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-02-13
ລະດັບແກ້ໄຂຄວາມປອດໄພ : 2021-02-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXU1AUB3
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-02-09
ລະດັບແກ້ໄຂຄວາມປອດໄພ : 2021-02-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXU1AUAC
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-01-28
ລະດັບແກ້ໄຂຄວາມປອດໄພ : 2021-01-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
ໝາຍເລກການຜະລິດ : G998BXXU1AUA4
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-01-21
ລະດັບແກ້ໄຂຄວາມປອດໄພ : 2021-01-01
• ການເຮັດວຽກຂອງຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ
• ການເຊື່ອມຕໍ່ແລະສະຖຽນລະພາບ Wi-Fi ໄດ້ຖືກປັບປຸງແລ້ວ.
• ການປະສິດທິພາບຂອງການຈົດຈຳລາຍນິ້ວມືໄດ້ຮັບການປັບປຸງແລ້ວ.
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.