ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.
Galaxy J4 (SM-J400M)
ໝາຍເລກການຜະລິດ : J400MUBSECVE1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2022-07-12
ລະດັບແກ້ໄຂຄວາມປອດໄພ : 2022-05-01
· ອັບເດດໂປຣແກຣມແກ້ໄຂຄວາມປອດໄພ
ໝາຍເລກການຜະລິດ : J400MUBSDCUK2
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2021-12-08
ລະດັບແກ້ໄຂຄວາມປອດໄພ : 2021-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : J400MUBUCCUE2
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2021-06-11
ລະດັບແກ້ໄຂຄວາມປອດໄພ : 2021-05-01
• ໄດ້ນຳໃຊ້ກົດໝາຍປົກປ້ອງຂໍ້ມູນສ່ວນຕົວທົ່ວໄປ (LGPD) ແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : J400MUBUBCUA1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2021-03-11
ລະດັບແກ້ໄຂຄວາມປອດໄພ : 2021-01-01
· ການປັບປຸງຄວາມສະຖຽນຂອງອຸປະກອນ, ການແກ້ໄຂຂໍ້ຜິດພາດ.
· ຄຸນສົມບັດໃໝ່ ແລະ / ຫຼືທີ່ເພີ່ມປະສິດທິພາບແລ້ວ.
· ການປັບປຸງການປະຕິບັດງານໃນອະນາຄົດ.
ໝາຍເລກການຜະລິດ : J400MUBSACTI1
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-10-15
ລະດັບແກ້ໄຂຄວາມປອດໄພ : 2020-09-01
· ການປັບປຸງຄວາມສະຖຽນຂອງອຸປະກອນ, ການແກ້ໄຂຂໍ້ຜິດພາດ.
· ຄຸນສົມບັດໃໝ່ ແລະ / ຫຼືທີ່ເພີ່ມປະສິດທິພາບແລ້ວ.
· ການປັບປຸງການປະຕິບັດງານໃນອະນາຄົດ.
ໝາຍເລກການຜະລິດ : J400MUBU9CTGO
ລຸ້ນ Android : Q(Android 10)
ວັນທີອອກຈຳໜ່າຍ : 2020-08-20
ລະດັບແກ້ໄຂຄວາມປອດໄພ : 2020-07-01
One UI 2 ອັບເກຣດດ້ວຍ Android 10
One UI 2 ນຳເອົາ Android 10 ມາໃຫ້ທ່ານ, ລວມມີຄຸນສົມບັດໃໝ່ທີ່ໜ້າຕື່ນເຕັ້ນຈາກຊຳຊຸງ ແລະ Google ໂດຍອີງຕາມຄຳຕອບໂຕ້ກັບຈາກຜູ້ໃຊ້ເຊັ່ນທ່ານ.
ພວກເຮົາຂໍແນະນຳໃຫ້ທ່ານແບັກອັບຂໍ້ມູນທີ່ສຳຄັນຂອງທ່ານເພື່ອຮັກສາມັນໄວ້ໃຫ້ປອດໄພໃນລະຫວ່າງການອັບເກຣດ.
ບາງແອັບ, ລວມທັງເຄື່ອງຄິດເລກ, Samsung Internet, Samsung Health, ແລະ Samsung Notes, ຈຳເປັນຕ້ອງໄດ້ຖືກອັບເດດເປັນແຕ່ລະອັນຫຼັງຈາກທ່ານອັບເດດ OS ຂອງທ່ານ.
ນີ້ແມ່ນສິ່ງໃໝ່ໆ.
ໂໝດມືດ
- ການປັບຮູບພາບ, ຂໍ້ຄວາມ ແລະ ສີຂັ້ນສູງສຳລັບສະພາບແວດລ້ອມກາງເວັນ ແລະ ກາງຄືນ.
- ວອລເປເປີ, ວິດເຈັດ ແລະ ໂມງປຸກທີ່ມືດໃນຂະນະທີ່ໂໝດມືດເປີດຢູ່.
ໄອຄອນ ແລະ ສີ
- ໄອຄອນແອັບ ແລະ ສີລະບົບທີ່ຊັດເຈນຂຶ້ນ.
- ມີການປັບປຸງແຜນຜັງສຳລັບຊື່ ແລະ ປຸ່ມເພື່ອຈຳກັດພື້ນທີ່ໜ້າຈໍທີ່ສູນເສຍ.
ພາບເຄື່ອນໄຫວທີ່ຄ່ອງຕົວຂຶ້ນ
- ພາບເຄື່ອນໄຫວທີ່ປັບປຸງດ້ວຍສຳຜັດທີ່ໜ້າຫຼິ້ນ.
ທ່າທາງໜ້າຈໍເຕັມ
- ເພີ່ມທ່າທາງການກຳນົດທິດທາງໃໝ່ແລ້ວ.
ການຕອບໂຕ້ກັບທີ່ລະອຽດອ່ອນ
- ກຳນົດທິດທາງຢ່າງສະດວກສະບາຍຍິ່ງຂຶ້ນເທິງໜ້າຈໍຂະໜາດໃຫຍ່ດ້ວຍການເຄື່ອນໄຫວນິ້ວມືນ້ອຍສຸດ.
- ໂຟກັສໃສ່ສິ່ງທີ່ສຳຄັນຢ່າງງ່າຍດາຍດ້ວຍປຸ່ມໄຮໄລ້ທີ່ຊັດເຈນ.
ໂໝດມືຂ້າງດຽວ
- ວິທີການໃໝ່ໃນການເຂົ້າໃຊ້ໂໝດມືຂ້າງດຽວ: ແຕະປຸ່ມໂຮມສອງຄັ້ງ ຫຼື ຮູດລົງໃນເຄິ່ງກາງຂອງສ່ວນລຸ່ມສຸດຂອງໜ້າຈໍ.
- ການຕັ້ງຄ່າຖືກຍ້າຍເປັນການຕັ້ງຄ່າ > ຄຸນສົມບັດຂັ້ນສູງ > ໂໝດມືຂ້າງດຽວ.
ຄວາມສາມາດເຂົ້າໃຊ້
- ມີການປັບປຸງຄີບອດ ແລະ ແຜນຜັງທີ່ມີຄວາມຄົມຊັດສູງສຳລັບຂໍ້ຄວາມຂະໜາດໃຫຍ່.
- ຟັງການເວົ້າສົດ ແລະ ສະແດງມັນເປັນຂໍ້ຄວາມ.
ຂໍ້ຄວາມທີ່ດີຂຶ້ນຜ່ານວອລເປເປີ
- ເບິ່ງຂໍ້ຄວາມໄດ້ຊັດເຈນຂຶ້ນທຽບກັບວອລເປເປີ, ເນື່ອງຈາກ One UI ປັບສີຕົວໜັງສືໂດຍອັດຕະໂນມັດຕາມພື້ນທີ່ແຈ້ງ ແລະ ມືດ ແລະ ຄວາມຄົມຊັດຂອງສີໃນຮູບລຸ່ມນີ້.
ມີເດຍ ແລະ ອຸປະກອນ
- ປ່ຽນແທນແຜງ SmartThings ດ້ວຍມີເດຍ ແລະ ອຸປະກອນແລ້ວ.
- ມີເດຍ: ຄວບຄຸມເພງ ແລະ ວິດີໂອທີ່ຫຼິ້ນໃນໂທລະສັບຂອງທ່ານ ພ້ອມທັງອຸປະກອນອື່ນໆ.
- ອຸປະກອນ: ກວດເບິ່ງ ແລະ ຄວບຄຸມອຸປະກອນ SmartThings ຂອງທ່ານໂດຍກົງຈາກແຜງດ່ວນ.
ການດູແລອຸປະກອນ
- ຕອນນີ້ ກຣາຟການນຳໃຊ້ແບັດເຕີຣີໃຫ້ຂໍ້ມູນທີ່ລາຍລະອຽດເພີ່ມເຕີມ.
ສຸຂະພາບດີແບບດິຈິຕອລ
- ຕັ້ງເປົ້າໝາຍເພື່ອຮັກສາການກວດສອບການນຳໃຊ້ໂທລະສັບຂອງທ່ານ.
- ໃຊ້ໂໝດໂຟກັສເພື່ອຊ່ວຍຫຼີກຫຼ່ຽງສິ່ງລົບກວນຈາກໂທລະສັບຂອງທ່ານ.
- ຈັບຕາເບິ່ງກິດຈະກຳຂອງລູກຂອງທ່ານດ້ວຍການຄວບຄຸມໂດຍຜູ້ປົກຄອງແບບໃໝ່.
ກ້ອງຖ່າຍຮູບ
- ມີການເພີ່ມຄວາມສາມາດໃນການແກ້ໄຂໂໝດທີ່ປະກົດທີ່ສ່ວນລຸ່ມຂອງໜ້າຈໍ.
- ມີການໃຫ້ແທັບ ເພີ່ມເຕີມ ເພື່ອໃຫ້ທ່ານສາມາດເຂົ້າໃຊ້ໂໝດທີ່ເຊື່ອງໄວ້ຢ່າງວ່ອງໄວຈາກໜ້າຈໍສະແດງຕົວຢ່າງ.
- ມີການປັບປຸງແຜນຜັງເພື່ອໃຫ້ທ່ານສາມາດໂຟກັສໃນການຖ່າຍຮູບໂດຍບໍ່ຕ້ອງການຕັ້ງຄ່າ.
ອິນເຕີເນັດ
- ກຳນົດເມນູດ່ວນເອງເພື່ອເຂົ້າໃຊ້ຄຸນສົມບັດທີ່ທ່ານໃຊ້ຫຼາຍທີ່ສຸດທັນທີ.
- ຮັບເອົາຂໍ້ມູນເພີ່ມເຕີມຈາກແຖບແອັບ.
- ຕິດຕັ້ງໂປຣແກຣມເພີ່ມເຕີມຈາກ Galaxy Store ເພື່ອຮັບເອົາຄຸນສົມບັດເພີ່ມເຕີມ.
ຜູ້ຕິດຕໍ່ຂອງຊຳຊຸງ
- ເພີ່ມຄຸນສົມບັດຖັງຂີ້ເຫຍື້ອສຳລັບຜູ້ຕິດຕໍ່ແລ້ວ. ຜູ້ຕິດຕໍ່ທີ່ທ່ານລຶບຈະຢູ່ໃນຖັງຂີ້ເຫຍື້ອເປັນເວລາ 15 ວັນກ່ອນຈະຖືກລຶບຢ່າງຖາວອນ.
ປະຕິທິນ
- ສາມາດເພີ່ມສະຕິກເກີໃສ່ວັນທີໂດຍບໍ່ຕ້ອງສ້າງເຫດການ.
- ສາມາດໃຊ້ສຽງໂທເຂົ້າສຳລັບແຈ້ງເຕືອນເຫດການ.
ເຕືອນ
- ຕົວເລືອກເພີ່ມເຕີມມີຢູ່ສຳລັບການເຕືອນທີ່ເຮັດຊ້ຳຄືນ.
- ຕັ້ງການເຕືອນຕາມຈຸດທີ່ຕັ້ງສຳລັບໄລຍະເວລາສະເພາະ.
- ແຊຣ໌ການເຕືອນກັບກຸ່ມຄອບຄົວຂອງທ່ານ ແລະ ກຸ່ມທີ່ແຊຣ໌ອື່ນໆ.
- ຕັ້ງການເຕືອນສຳລັບວັນທີສະເພາະໂດຍບໍ່ຕ້ອງມີການແຈ້ງເຕືອນ.
ໄຟລ໌ຂອງຂ້ອຍ
- ສ້າງຄຸນສົມບັດຖັງຂີ້ເຫຍື້ອແລ້ວ ເພື່ອໃຫ້ທ່ານສາມາດຣີສະຕໍໄຟລ໌ໄດ້ຖ້າທ່ານລຶບບາງສິ່ງບາງຢ່າງໂດຍບໍ່ຕັ້ງໃຈ.
- ເພີ່ມຕັວກັ່ນຕອງເພີ່ມເຕີມທີ່ທ່ານສາມາດໃຊ້ໃນຂະນະທີ່ຊອກຫາແລ້ວ ເພື່ອຊ່ວຍໃຫ້ທ່ານຊອກຫາສິ່ງຕ່າງໆໄດ້ຢ່າງວ່ອງໄວ.
- ດຽວນີ້ ທ່ານສາມາດກັອບປີ້ ຫຼື ຍ້າຍຫຼາຍໆໄຟລ໌ແລະໂຟລເດີໃສ່ປາຍທາງທີ່ແຕກຕ່າງກັນໄດ້ໃນເວລາດຽວກັນ.
ເຄື່ອງຄິດເລກ
- ເພີ່ມຫົວໜ່ວຍຄວາມໄວ ແລະ ເວລາໃສ່ຕົວແປງຫົວໜ່ວຍແລ້ວ.
ລົດທີ່ເຊື່ອມຕໍ່ແລ້ວ
- ດຽວນີ້ Android Auto ໄດ້ຖືກໂຫຼດກ່ອນໜ້າແລ້ວ.
ໝາຍເລກການຜະລິດ : J400MUBS8BTE2
ລຸ້ນ Android : Pie(Android 9)
ວັນທີອອກຈຳໜ່າຍ : 2020-06-12
ລະດັບແກ້ໄຂຄວາມປອດໄພ : 2020-05-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : J400MUBS7BTB3
ລຸ້ນ Android : Pie(Android 9)
ວັນທີອອກຈຳໜ່າຍ : 2020-03-23
ລະດັບແກ້ໄຂຄວາມປອດໄພ : 2020-03-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : J400MUBU5BSL2
ລຸ້ນ Android : Pie(Android 9)
ວັນທີອອກຈຳໜ່າຍ : 2020-01-22
ລະດັບແກ້ໄຂຄວາມປອດໄພ : 2019-12-01
· ອັບເດດໂປຣແກຣມແກ້ໄຂຄວາມປອດໄພ
ໝາຍເລກການຜະລິດ : J400MUBS4BSI3
ລຸ້ນ Android : Pie(Android 9)
ວັນທີອອກຈຳໜ່າຍ : 2019-10-21
ລະດັບແກ້ໄຂຄວາມປອດໄພ : 2019-10-01
· ອັບເດດໂປຣແກຣມແກ້ໄຂຄວາມປອດໄພ
ໝາຍເລກການຜະລິດ : J400MUBU4BSH1
ລຸ້ນ Android : Pie(Android 9)
ວັນທີອອກຈຳໜ່າຍ : 2019-10-03
ລະດັບແກ້ໄຂຄວາມປອດໄພ : 2019-08-01
· ອັບເດດໂປຣແກຣມແກ້ໄຂຄວາມປອດໄພ
ໝາຍເລກການຜະລິດ : J400MUBS4BSG1
ລຸ້ນ Android : Pie(Android 9)
ວັນທີອອກຈຳໜ່າຍ : 2019-09-26
ລະດັບແກ້ໄຂຄວາມປອດໄພ : 2019-07-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : J400MUBU3BSDD
ລຸ້ນ Android : Pie(Android 9)
ວັນທີອອກຈຳໜ່າຍ : 2019-07-23
ລະດັບແກ້ໄຂຄວາມປອດໄພ : 2019-04-01
One UI ອັບເດດດ້ວຍ Android Pie
One UI ນຳເອົາ Android Pie ມາໃຫ້ທ່ານ, ພ້ອມກັບຄຸນສົມບັດໃໝ່ທີ່ໜ້າຕື່ນເຕັ້ນ ແລະ ຮູບລັກສະນະ ແລະ ຄວາມຮູ້ສຶກໃໝ່ທັງໝົດຈາກຊຳຊຸງ ແລະ Google ອີງຕາມການຕອບໂຕ້ກັບຈາກຜູ້ໃຊ້ແບບທ່ານ.
ພວກເຮົາຂໍແນະນຳໃຫ້ທ່ານແບັກອັບຂໍ້ມູນທີ່ສຳຄັນຂອງທ່ານເພື່ອຮັກສາມັນໄວ້ໃຫ້ປອດໄພກ່ອນການອັບເກຣດ.
ບາງແອັບ, ລວມທັງປະຕິທິນ, Samsung Internet, Samsung Health, Samsung Notes, Samsung Members, ແລະ Samsung Pay, ຈຳເປັນຕ້ອງໄດ້ຖືກອັບເດດເປັນແຕ່ລະອັນຫຼັງຈາກທ່ານອັບເດດ OS ຂອງທ່ານ.
ເພື່ອໃຊ້ຟັງຄ໌ຊັນການປົດລັອກຈາກໄລຍະໄກໃນຊອກຫາມືຖືຂອງຂ້ອຍໃນອຸປະກອນ Android Pie, ຈຳເປັນຕ້ອງມີຂະບວນການແບັກອັບລະຫັດຜ່ານ (ຫຼື PIN/ຮູບແບບ) ການລັອກໜ້າຈໍ. ດັ່ງນັ້ນ ກະລຸນາຮັບປະກັນວ່າທ່ານຈື່ລະຫັດຜ່ານ (ຫຼື PIN/ຮູບແບບ) ການລັອກໜ້າກ່ອນທີ່ຈະເລີ່ມຕົ້ນຂະບວນການອັບເດດ. ຖ້າທ່ານລືມລະຫັດຜ່ານ (ຫຼື PIN/ຮູບແບບ), ຕັ້ງມັນຄືນໃໝ່ກ່ອນທີ່ຈະເລີ່ມຕົ້ນຂະບວນການອັບເດດ.
ນີ້ແມ່ນສິ່ງໃໝ່ໆ.
One UI
- ເນື້ອໃນ, ການຕັ້ງຄ່າ, ແລະ ຂໍ້ມູນອື່ນໄດ້ຖືກຈົດຈຳແລ້ວ ເພື່ອໃຫ້ທ່ານສຸມໃສ່ໜ້າວຽກໃນມືຕໍ່ໄປ.
- ອົງປະກອບການຕິດຕໍ່ພົວພັນໄດ້ຖືກຍ້າຍໃສ່ລຸ່ມສຸດຂອງໜ້າຈໍແລ້ວ ເພື່ອໃຫ້ສາມາດເຂົ້າເຖິງພວກມັນໄດ້ຕະຫຼອດເວລາ.
- ການອອກແບບ ແລະ ຄຸນສົມບັດໃໝ່ໆ ເຊັ່ນ ໂໝດກາງຄືນຊ່ວຍຮັກສາຄວາມສະບາຍຕາຂອງທ່ານໄດ້.
ການແຈ້ງເຕືອນ
- ທ່ານສາມາດຕອບກັບຫາຂໍ້ຄວາມໂດຍກົງໃນແຜງການແຈ້ງເຕືອນ.
- ຮູບນ້ອຍໄດ້ຖືກລວມເຂົ້າໃນການແຈ້ງເຕືອນຂໍ້ຄວາມ.
- ໃນການຕັ້ງຄ່າການແຈ້ງເຕືອນຂອງແອັບ, ແຕະໜຶ່ງຄັ້ງເພື່ອເປີດ ຫຼື ປິດການແຈ້ງເຕືອນທັງໝົດໃນໝວດ.
ຄີບອດຊໍາຊຸງ
- ອິໂມຈິ Unicode 11.0 ໃໝ່ມີຢູ່.
- ຕີມໃໝ່ທີ່ປັບປ່ຽນໄດ້ປ່ຽນແປງຮູບລັກສະນະຂອງຄີບອດຂອງທ່ານຕາມສີຂອງແອັບຮອບຂ້າງ.
- ຄີບອດລອຍມີຢູ່ໃນທຸກໆແອັບ ແລະ ມີການຕັ້ງຄ່າຂະໜາດ ແລະ ຄວາມໂປ່ງແສງໃໝ່.
- ທ່ານສາມາດຕັ້ງຄວາມລ່າຊ້າໃນການກົດຄ້າງໄວ້ແບບກຳນົດເອງໄດ້.
ການດູແລອຸປະກອນ (ການບຳລຸງຮັກສາອຸປະກອນໃນເມື່ອກ່ອນ)
- ໂໝດການປະຕິບັດງານຖືກປັບປຸງ ແລະ ລວບລວມເຂົ້າໃນໂໝດປະຢັດໄຟ.
- ຂອບແຜງການບຳລຸງຮັກສາອຸປະກອນຖືກຢຸດໃຊ້ງານ.
Always On Display
- ຮູບແບບໂມງໃໝ່ໄດ້ຖືກເພີ່ມແລ້ວ, ລວມທັງຕົວເລືອກທີ່ຈະສະແດງປະຕິທິນທີ່ມີກຳນົດເວລາຂອງທ່ານ.
- ຂໍ້ມູນການສາກໄດ້ຖືກເພີ່ມແລ້ວ ເພື່ອຊ່ວຍໃຫ້ທ່ານສາມາດຮູ້ໄດ້ວ່າຍັງເຫຼືອເວລາເທົ່າໃດຈິ່ງຈະສາກເຕັມ.
- ທ່ານສາມາດສະແດງ Always On Display ເມື່ອເວລາທີ່ໜ້າຈໍປິດຢູ່, ຫຼື ທ່ານສາມາດຕັ້ງມັນໃຫ້ສະແດງເປັນເວລາ 30 ວິນາທີ ເມື່ອທ່ານແຕະໜ້າຈໍ.
ການຕັ້ງຄ່າ
- ເມນູໄດ້ຖືກຈົດຈຳແລ້ວ ເພື່ອເຮັດໃຫ້ການຊອກຫາການຕັ້ງຄ່າງ່າຍຂຶ້ນ.
Samsung DeX
- ສືບຕໍ່ໃຊ້ໂທລະສັບຂອງທ່ານ ໃນຂະນະທີ່ DeX ກຳລັງຖືກສະແດງຢູ່ໃນຈໍພາບ ຫຼື TV.
- ໃຊ້ Samsung DeX ກັບຫົວຕໍ່ HDMI ທີ່ຮອງຮັບ. ບໍ່ຈຳເປັນຕ້ອງມີ DeX Station.
Bixby
- Bixby ແມ່ນໃໝ່ທັງໝົດ, ທີ່ມີຊ່ວງການປັບປຸງ ແລະ ຄຸນສົມບັດໃໝ່.
- ຮູດໄປຊ້າຍຈາກໜ້າຈໍ Bixby ຫຼັກເພື່ອສຳຫຼວດຄຸນສົມບັດຫຼ້າສຸດ ແລະ ແອັບທີ່ຮອງຮັບ.
- ທ່ານສາມາດຄວບຄຸມປຸ່ມ Bixby ໃນການຕັ້ງຄ່າເພື່ອກຳນົດສິ່ງທີ່ຈະເກີດຂຶ້ນເມື່ອທ່ານກົດ ຫຼື ກົດສອງຄັ້ງ.
ໂທລະສັບ
- ດຽວນີ້ ທ່ານສາມາດແຊກປະຫວັດການໂທຂອງທ່ານໄດ້ຕາມສາຍໂທເຂົ້າ ແລະ ສາຍໂທອອກ.
- ປະຫວັດການໂທຂອງທ່ານສາມາດລວມເຂົ້າໄດ້ບໍ່ເກີນ 2000 ລາຍການ (ເພີ່ມຂຶ້ນຈາກ 500).
ຜູ້ຕິດຕໍ່
- ລີ້ນຊັກໃໝ່ເຮັດໃຫ້ມັນງ່າຍຂຶ້ນໃນການຈັດການຜູ້ຕິດຕໍ່ຈາກບັນຊີຕ່າງໆ.
ກ້ອງຖ່າຍຮູບ
- ຕົວເພີ່ມປະສິດທິພາບສາກທີ່ເພີ່ມເຂົ້າແລ້ວຊ່ວຍເພີ່ມການຕັ້ງຄ່າສີຂອງກ້ອງຖ່າຍຮູບໃຫ້ພໍດີກັບສາກ.
ແກເລີຣີ
- ເຄື່ອງມືການຕັດຕໍ່ຂອງ Photo Editor PRO ໄດ້ຖືກເພີ່ມໃສ່ແກເລີຣີແລ້ວ, ເພື່ອໃຫ້ທ່ານສາມາດເຮັດການຕັດຕໍ່ ແລະ ການແປງໃຫ້ງາມຂຶ້ນທັງໝົດຂອງທ່ານໄດ້ໂດຍບໍ່ຕ້ອງອອກຈາກແອັບ.
ໄຟລ໌ຂອງຂ້ອຍ
- ເຄື່ອງມືການວິເຄາະບ່ອນເກັບຂໍ້ມູນໃໝ່ໄດ້ຖືກເພີ່ມແລ້ວ ເພື່ອຊ່ວຍໃຫ້ທ່ານສາມາດຕິດຕາມການນຳໃຊ້ບ່ອນເກັບຂໍ້ມູນຂອງທ່ານ ແລະ ປະຢັດພື້ນທີ່.
- ດຽວນີ້ ທ່ານສາມາດສະແດງ ຫຼື ເຊື່ອງລາຍການໃນໜ້າຈໍຫຼັກຂອງໄຟລ໌ຂອງຂ້ອຍ.
Samsung Health
- ການນັບກ້າວຍ່າງປະຈຳວັນຂອງທ່ານຈະຖືກສະແດງຂຶ້ນໃນແຜງການແຈ້ງເຕືອນ. ເພື່ອເຊື່ອງມັນ, ກົດການແຈ້ງເຕືອນຄ້າງໄວ້, ຈາກນັ້ນ ປິດກ້າວຍ່າງປະຈຸບັນ.
ການປັບປຸງ ແລະ ການປ່ຽນແປງອື່ນໆ
- ເປີດໜ້າຈໍໂດຍອັດຕະໂນມັດເມື່ອເວລາທ່ານຮັບໂທລະສັບຂອງທ່ານໂດຍໃຊ້ຄຸນສົມບັດຍົກເພື່ອປຸກ.
- ເຂົ້າໃຊ້ Kids Home ໃນແຜງດ່ວນ.
- ສະຕິກເກີການໂທໄດ້ຖືກຢຸດໃຊ້ງານແລ້ວ.
- ຮູບ HEIF ຖືກຮອງຮັບແລ້ວໃນຕອນນີ້.
ໝາຍເລກການຜະລິດ : J400MUBS3ASD4
ລຸ້ນ Android : Oreo(Android 8.0.0)
ວັນທີອອກຈຳໜ່າຍ : 2019-05-08
ລະດັບແກ້ໄຂຄວາມປອດໄພ : 2019-04-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : J400MUBU2ARL4
ລຸ້ນ Android : Oreo(Android 8.0.0)
ວັນທີອອກຈຳໜ່າຍ : 2019-02-17
ລະດັບແກ້ໄຂຄວາມປອດໄພ : 2019-01-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
· ປັບປຸງຄວາມສະຖຽນແລ້ວ. - ກ້ອງຖ່າຍຮູບ
ໝາຍເລກການຜະລິດ : J400MUBU2ARJ3
ລຸ້ນ Android : Oreo(Android 8.0.0)
ວັນທີອອກຈຳໜ່າຍ : 2018-12-18
ລະດັບແກ້ໄຂຄວາມປອດໄພ : 2018-10-01
· ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : J400MUBS2ARI1
ລຸ້ນ Android : Oreo(Android 8.0.0)
ວັນທີອອກຈຳໜ່າຍ : 2018-11-02
ລະດັບແກ້ໄຂຄວາມປອດໄພ : 2018-09-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : J400MUBU2ARG7
ລຸ້ນ Android : Oreo(Android 8.0.0)
ວັນທີອອກຈຳໜ່າຍ : 2018-09-27
ລະດັບແກ້ໄຂຄວາມປອດໄພ : 2018-07-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.