ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.

Galaxy M55 5G(SM-M556E)


ໝາຍເລກການຜະລິດ : M556EXXU4BYE7
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-05-29
ລະດັບແກ້ໄຂຄວາມປອດໄພ : 2025-05-01
ການ​ອັບ​ເກ​ຣດ One UI 7.0 (ແອນດຣອຍ 15)



ຮູບຊົງໃໝ່ອັນໂດດເດັ່ນ

ການເສີມປະສິດທິພາບທາງຮູບພາບ
ເພີດເພີນກັບຄວາມທັນສະໄໝຫຼາຍຂຶ້ນ ແລະ ຮູບຊົງທີ່ເປັນເອກະລັກ. One UI 7 ນຳສະເໜີການອອກແບບຄືນໃໝ່ທີ່ຍອດຍ້ຽມກັບອົງປະກອບທີ່ສຳຄັນ ລວມທັງປຸ່ມ, ເມນູ, ການແຈ້ງເຕືອນ ແລະ ແຖບຄວບຄຸມ, ໃຫ້ປະສົບການທາງຮູບພາບທີ່ສອດຄ່ອງຫຼາຍຂຶ້ນພ້ອມກັບເສັ້ນໂຄ້ງ ແລະ ວົງມົນ. ສີໃໝ່ອັນງົດງາມ, ພາບເຄື່ອນໄຫວທີ່ນຸ້ມນວນ ແລະ ເອັບເຝັກພາບມົວທີ່ເປັນນະວັດຕະກຳ ເຊິ່ງເປັນລັກສະນະຈຳເພາະສຳລັບ One UI ໃນການເຮັດໃຫ້ລຳດັບຂໍ້ມູນຈະແຈ້ງຂຶ້ນ ແລະ ຊ່ວຍທ່ານສຸມໃສ່ຂໍ້ມູນສຳຄັນ.

ໜ້າຈໍຫຼັກທີ່ສ້າງໃໝ່
ໄອຄອນແອັບໃໝ່ທີ່ສົດໃໝ່ຈະເຮັດໃຫ້ ໜ້າຈໍຫຼັກຂອງທ່ານງົດງາມດ້ວຍຄຳອຸປະມາທາງຮູບພາບ ແລະ ໂທນສີທີ່ເຮັດໃຫ້ມັນງ່າຍຂຶ້ນໃນການຈຳແນກແອັບທີ່ທ່ານຕ້ອງການ. ວິດເຈັດໄດ້ຮັບການອອກແບບຄືນໃໝ່ທັງໝົດດ້ວຍຮູບທີ່ມີສີສັນຫລາຍຂຶ້ນ ແລະ ແຜນຜັງທີ່ສອດຄ່ອງຫລາຍຂຶ້ນ. ໂຟລເດີເທິງໜ້າຈໍຫຼັກຂອງທ່ານຍັງສາມາດຖືກສ້າງໃຫ້ໃຫ່ຍຂຶ້ນ ເພື່ອທີ່ທ່ານສາມາດເຂົ້າເຖິງແອັບທັນທີໂດຍບໍ່ຕ້ອງເປີດໂຟລເດີກ່ອນ.

ເສັ້ນກຣິດໜ້າຈໍຫຼັກທີ່ງ່າຍຂຶ້ນ
ຕອນນີ້ໜ້າຈໍຫຼັກຂອງທ່ານມີລັກສະນະທີ່ງາມກວ່າແຕ່ກ່ອນ. ແຜນຜັງເສັ້ນກຣິດມາດຕະຖານໃໝ່ຮັກສາສິ່ງຕ່າງໆໃຫ້ໄດ້ສ່ວນກັນ ແລະ ເຮັດໃຫ້ງ່າຍຂຶ້ນເພື່ອໃຊ້ ວິດເຈັດ One UI ໃນຂະໜາດມາດຕະຖານ.

ພາບລວງຂວາງໜ້າຈໍຫຼັກທີ່ປັບປຸງ
ຮັບເອົາຮູບລັກສະນະທີ່ສອດຄ່ອງຫຼາຍຂຶ້ນສຳລັບໜ້າຈໍຫຼັກຂອງທ່ານ, ເຖິງແມ່ນວ່າເມື່ອທ່ານໃຊ້ໂທລະສັບຕາມແນວນອນກໍ່ຕາມ. ຕອນນີ້ວິດເຈັດມີອັດຕາສ່ວນກ້ວາງຍາວທີ່ຄ້າຍກັນໃນພາບລວງຂວາງ ແລະ ປ້າຍຊື່ ຂໍ້ຄວາມປາກົດຂ້າງລຸ່ມຂອງໄອຄອນແທນທີ່ຈະແມ່ນຢູ່ຂ້າງພວກມັນ.

ກຳນົດເອງຮູບແບບແອັບ ແລະ ວິດເຈັດຂອງທ່ານ
ເຮັດໃຫ້ໜ້າຈໍຫຼັກຂອງທ່ານມີຮູບລັກສະນະໃນແບບທີ່ທ່ານມັກ. ດຽວນີ້ທ່ານຍັງສາມາດປັບຂະໜາດໄອຄອນແອັບ ແລະ ເລືອກວ່າຈະສະແດງປ້າຍຊື່ຂໍ້ຄວາມລຸ່ມໄອຄອນແອັບ ແລະ ວິດເຈັດທີ່ສະແດງຫຼືບໍ່. ທ່ານຍັງສາມາດປັບຄວາມຄົມ, ສີພື້ນຫຼັງ ແລະ ຄວາມໂປ່ງໃສໃນ ການຕັ້ງຄ່າສຳລັບ ວິດເຈັດແຕ່ລະອັນ.



ໜ້າຈໍລັອກ ແລະ Always On Display

ຄວບຄຸມໜ້າວຽກສຳຄັນດ້ວຍແຖບປັດຈຸບັນ
ກວດບິ່ງຂໍ້ມູນທ່ານຕ້ອງການຕອນນີ້ ແລະ ເລີ່ມຄຸນສົມບັດທີ່ຈຳເປັນໂດຍບໍ່ປົດລັອກ ໂທລະສັບຂອງທ່ານ. ໜ້າວຽກທີ່ດຳເນີນຢູ່ຈະປາກົດໃນ Now bar ທີ່ດ້ານລຸ່ມສຸດຂອງໜ້າລັອກຂອງທ່ານ ເພື່ອໃຫ້ທ່ານສາມາດກວດເບິ່ງຂໍ້ມູນທີ່ສຳຄັນຢ່າງວ່ອງໄວ. ຂໍ້ມູນແມ່ນລວມເຖິງການຄວບຄຸມມີເດຍ, ໂມງຈັບເວລາ, ການຕັ້ງເວລາ, ເຄື່ອງບັນທຶກສຽງ, Samsung Health ແລະ ອື່ນໆ.

ເຮັດໃຫ້ໂມງເປັນຮູບລັກສະນະໃນແບບທີ່ທ່ານມັກ
ຄົ້ນຫາຮູບແບບໂມງໃໝ່ສຳລັບໜ້າຈໍລັອກຂອງທ່ານ. ທ່ານສາມາດປັບຄວາມໜາຂອງເສັ້ນໃນ ຮູບແບບໂມງ ຫຼື ລອງໜຶ່ງໃນໂມງທີ່ເປັນພາບເຄື່ອນໄຫວໃໝ່ເພື່ອໃຫ້ກົງກັບລົດຊາດຂອງທ່ານ. ທ່ານຍັງສາມາດປ່ຽນຂະໜາດ ໂມງຂອງທ່ານເປັນຂະໜາດໃດໜຶ່ງທີ່ທ່ານມັກ ແລະ ລາກມັນຫາຕຳແໜ່ງທີ່ທ່ານຕ້ອງການເທິງໜ້າຈໍລັອກ.

ວິດເຈັດ ແລະ ທາງລັດເພີ່ມເຕີມ
ຕອນນີ້ທ່ານສາມາດເຫັນຫຼາຍຂຶ້ນ ແລະ ເຮັດຫຼາຍຂຶ້ນ, ເຖິງແມ່ນວ່າໂທລະສັບຂອງທ່ານຖືກລັອກກໍຕາມ. ເພີ່ມວິດເຈັດເພື່ອສະແດງຮູບ ແລະ ເລື່ອງລາວຈາກແກເລີຣີຂອງທ່ານ ຫຼື ລອງທາງລັດທີ່ເປີດເຄື່ອງສະແກນລະຫັດ QR ດ້ວຍການປັດໄວ.



ແຜງດ່ວນ ແລະ ການແຈ້ງເຕືອນ

ການແຈ້ງເຕືອນ ແລະ ແຜງດ່ວນທີ່ແຍກຕ່າງຫາກ
ເຂົ້າເຖິງແຜງທີ່ທ່ານຕ້ອງການທັນທີດ້ວຍ ພື້ນທີ່ເພີ່ມເຕີມສຳລັບການຕັ້ງຄ່າດ່ວນ. ປັດລົງຈາກມຸມຂວາເທິງສຸດຂອງໜ້າຈໍເພື່ອເປີດແຜງການຕັ້ງຄ່າດ່ວນ. ປັດລົງຈາກບ່ອນໃດກໍ່ໄດ້ຢູ່ດ້ານເທິງສຸດຂອງໜ້າຈໍເພື່ອເປີດແຜງການແຈ້ງເຕືອນ.

ກຳນົດແຜງດ່ວນຂອງທ່ານເອງ
ສ້າງແຜນຜັງແຜງດ່ວນທີ່ເໝາະສຳລັບທ່ານ. ທ່ານສາມາດແຕະໄອຄອນສໍດຳຢູ່ດ້ານເທິງສຸດຂອງ ແຜງດ່ວນເພື່ອເຂົ້າສູ່ ໂໝດແກ້ໄຂ, ຈາກນັ້ນຍ້າຍປຸ່ມ ແລະ ຄວບຄຸມຂຶ້ນແລະລົງເພື່ອໃຫ້ສອດຄ່ອງກັບຄວາມມັກຂອງທ່ານ.

ການແຈ້ງເຕືອນສົດ
ຄວບຄຸມສິ່ງທີ່ກຳລັງເກີດຂຶ້ນໃນຕອນນີ້. ການແຈ້ງເຕືອນສົດສະແດງໃຫ້ທ່ານເຫັນຄວາມຄືບໜ້າຂອງກິດຈະກຳທີ່ດຳເນີນຢູ່ເຊັ່ນ: ການຕັ້ງເວລາ, ການບັນທຶກສຽງ, ການອອກກໍາລັງກາຍ ແລະ ອື່ນໆ ເພື່ອໃຫ້ທ່ານສາມາດດຳເນີນການກ່ຽວກັບພວກມັນຢ່າງວ່ອງໄວ. ການແຈ້ງເຕືອນແບບສົດຈະປາກົດໃນແຖບປັດຈຸບັນບົນ ໜ້າຈໍລັອກ, ເທິງ ແຖບສະແດງສະຖານະ ແລະ ຢູ່ດ້ານເທິງສຸດຂອງ ແຜງການແຈ້ງເຕືອນ.

ແຜນຜັງການແຈ້ງເຕືອນໃໝ່
ຕອນນີ້ໄອຄອນໃນການແຈ້ງເຕືອນແມ່ນຄືກັນກັບໄອຄອນທີ່ປາກົດເທິງໜ້າຈໍຫຼັກຂອງທ່ານ, ເຮັດໃຫ້ມັນງ່າຍເພື່ອຮັບຮູ້ວ່າແອັບໃດສົ່ງແຕ່ລະການແຈ້ງເຕືອນ. ການແຈ້ງເຕືອນທີ່ຈັດກຸ່ມປາກົດເປັນຄືກອງໄພ້ທີ່ຊ້ອນກັນກອງໜຶ່ງ. ແຕະກອງທີ່ຊ້ອນກັນເພື່ອສະແດງການແຈ້ງເຕືອນທັງໝົດໃນກຸ່ມ.



ເຂົ້າເຖິງຂໍ້ມູນທີ່ເປັນປະໂຫຍດທັນທີ

ກົດ ແລະ ກົດຄ້າງປຸ່ມເລື່ອນເພື່ອເຂົ້າເຖິງ Google Gemini
ປຸ່ມເລື່ອນແມ່ນທາງໃໝ່ໃນການເຂົ້າເຖິງ Google Gemini ຫຼື ແອັບຕົວຊ່ວຍດິຈິຕອນອື່ນໆຢ່າງວ່ອງໄວແທນການໃຊ້ການປັດມຸມ. ທ່ານສາມາດປ່ຽນແປງສິ່ງທີ່ປຸ່ມເລື່ອນເຮັດໃນການຕັ້ງຄ່າ.

ສຳເລັດຫຼາຍໜ້າວຽກດ້ວຍຄຳຂໍດຽວ
ປັດຈຸບັນ Google Gemini ແມ່ນຖືກລວມປະສານກັບ Samsung Apps ເຊັ່ນ: ປະຕິທິນ, ບັນທຶກ, ການເຕືອນ ແລະ ໂມງ. ທ່ານສາມາດສຳເລັດໜ້າວຽກໃນແອັບເ​ຫຼົ່ານີ້ໂດຍໃຊ້ຂໍ້ມູນຈາກ Gemini ດ້ວຍຄຳສັ່ງງ່າຍໆຄຳດຽວ. ລອງຖາມ Google Gemini ເພື່ອຖາມກ່ຽວກັບວິດີໂອ YouTube ແລະ ບັນທຶກຜົນຮັບໃນ Samsung Notes ຫຼື ລອງຖາມ Google Gemini ໃຫ້ຊອກຫາຕາຕະລາງເວລາຂອງທີມກິລາຂອງທ່ານ ແລະ ເພີ່ມເກມຫາ ປະຕິທິນຂອງທ່ານ.

​ແຕ້ມວົງມົນ​ອ້ອມມັນ, ຊອກຫາມັນ. ​ຟັງ​ສຽງມັນ, ຊອກຫາມັນ
ແຕ້ມວົງມົນເພື່ອຊອກຫາດ້ວຍ Google ອະນຸຍາດທ່ານຊອກຫາທຸກຢ່າງເທິງໜ້າຈໍຂອງທ່ານ ແລະ ຮັບເອົາຂໍ້ມູນທີ່ໄວຂຶ້ນດ້ວຍ ສະພາບລວມ AI. ພຽງແຕ້ມວົງມົນເທິງວັດຖຸ—ລວມເຖິງຮູບ, ວິດີໂອ ຫຼື ຂໍ້ຄວາມ—ແລະທ່ານຈະໄດ້ຜົນຮັບທັນທີ. ທ່ານຍັງສາມາດຊອກຫາເພງທີ່ທ່ານໄດ້ຍິນໃນຊ່ວງເວລານັ້ນໂດຍບໍ່ຕ້ອງສັບປ່ຽນແອັບ.



ແຄັບເຈີຮູບຢ່າງງ່າຍດາຍ

ແຜນຜັງກ້ອງຖ່າຍຮູບໃໝ່
ປຸ່ມກ້ອງຖ່າຍຮູບ, ການຄວບຄຸມ ແລະ ໂໝດຖືກຈັດລຳດັບຄືນໃໝ່ເພື່ອເຮັດໃຫ້ງ່າຍຂຶ້ນໃນການຊອກຄຸນສົມບັດທີ່ທ່ານຕ້ອງການ ແລະ ໃຫ້ຕົວຢ່າງຮູບທີ່ທ່ານກຳລັງຖ່າຍ ຫຼື ວິດີໂອທີ່ທ່ານກຳລັງບັນທຶກນັ້ນຈະແຈ້ງຂຶ້ນ.

ການປັບປຸງການເລືອກໂໝດ
ເມນູໂໝດເພີ່ມເຕີມຖືກອອກແບບຄືນໃໝ່. ແທນທີ່ຈະຕື່ມໜ້າຈໍທັງໝົດ ແລະ ບລັອກມຸມມອງກ້ອງຖ່າຍຮູບ, ດຽວນີ້ທ່ານສາມາດເລືອກໂໝດໜຶ່ງຈາກປັອບອັບນ້ອຍໆທີ່ປົກປິດພຽງສ່ວນລຸ່ມສຸດຂອງໜ້າຈໍ.

ການຄວບຄຸມຊູມທີ່ປັບປຸງ
ຕອນນີ້ມັນງ່າຍຂຶ້ນເພື່ອເລືອກລະດັບຊູມທີ່ຖືກຕ້ອງ. ຕອນນີ້ປຸ່ມຊູມ 2x ມີພ້ອມໃຫ້ໃຊ້ຕາມຄ່າມາດຕະຖານ ແລະ ທາງເລືອກຊູມເພີ່ມເຕີມປາກົດພາຍຫຼັງທ່ານເລືອກເລນ.

ບັນທຶກການຕັ້ງຄ່າຮູຮັບແສງສຳລັບແຕ່ລະໂໝດ
ຄວບຄຸມລະດັບຄວາມແຈ້ງ ຫຼື ມືດຂອງຮູບວ່າເທົ່າໃດດ້ວຍທາງເລືອກຮູຮັບແສງໃນການຄວບຄຸມແບບໄວຂອງກ້ອງຖ່າຍຮູບ. ພາຍຫຼັງທ່ານຕັ້ງຮູຮັບແສງສຳລັບໂໝດ, ມັນຈະຮັກສາການຕັ້ງນັ້ນຕໍ່ເນື່ອງໃນໂໝດນັ້ນ, ເຖິງແມ່ນວ່າທ່ານສັບປ່ຽນເປັນໂໝດໃໝ່ ແລະ ກັບຄືນ.

ໂໝດວິດີໂອໂປຣ/ໂໝດໂປຣທີ່ປັບປຸງ
ໂໝດວິດີໂອໂປຣ ແລະ ໂໝດໂປຣມີແຜນຜັງທີ່ງ່າຍຂຶ້ນທີ່ເຮັດໃຫ້ມັນງ່າຍກວ່າເດີມໃນການໂຟກັສຮູບທີ່ທ່ານກຳລັງຖ່າຍ ຫຼື ວິດີໂອທີ່ທ່ານກຳລັງບັນທຶກ. ການຄວບຄຸມຊູມໃໝ່ແມ່ນມີພ້ອມໃຫ້ໃຊ້ງານທຸກຄັ້ງທີ່ທ່ານບັນທຶກໃນໂໝດວິດີໂອໂປຣທີ່ໃຫ້ທ່ານຄວບຄຸມຄວາມໄວຂອງຊູມເພື່ອການປ່ຽນຜ່ານທີ່ບໍ່ມີບັນຫາ. ການຄວບຄຸມໄມໃນໂໝດ ວິດີໂອໂປຣຖືກຍ້າຍຫາການຄວບຄຸມໄວແລ້ວ.

ຈັດລຳດັບຮູບຖ່າຍທີ່ສົມບູນແບບ
ຮັບເອົາຄຳແນະນຳໃນການປັບຕຳແໜ່ງກ້ອງຖ່າຍຮູບດ້ວຍເສັ້ນເງົາ ແລະ ລະດັບ. ຕອນນີ້ເສັ້ນເງົາສາມາດຖືກເປີດ ແລະ ປິດໄດ້ໂດຍແຍກກັນຈາກລະດັບລວງນອນ. ຍັງມີທາງເລືອກໃໝ່ເພື່ອສະແດງລະດັບລວງຕັ້ງ.



ມ່ວນຊື່ນກັບຊ່ວງເວລາພິເສດຂອງທ່ານ

ຮູບປະຕິດປອດຮູບແບບ
ເຮັດໄດ້ເໜືອກວ່າແຜນຜັງທີ່ຕັ້ງຄ່າມາກ່ອນສຳລັບຮູບປະຕິດໃນແກເລີຣີ. ຕອນນີ້ທ່ານສາມາດປັບຂະໜາດ, ຕຳແໜ່ງ ແລະ ການໝຸນຂອງຮູບໃນຮູບປະຕິດຂອງທ່ານເພື່ອສ້າງແຜນຜັງທີ່ເປັນເອກະລັກສະເພາະຂອງທ່ານເອງ.

ແກ້ໄຂຮູບປະຕິດໃນເລື່ອງລາວ
ສ້າງຮູບປະຕິດປະ​ຕໍ່ຂອງເລື່ອງລາວຂອງທ່ານໃຫ້ມີຮູບລັກສະນະຕາມທີ່ທ່ານມັກ. ຕອນນີ້ທ່ານສາມາດຄວບຄຸມທັງໝົດເພື່ອແກ້ໄຂຮູບປະຕິດ​ປະ​ຕໍ່ທີ່ສ້າງໃນເລື່ອງລາວ. ປ່ຽນແທນຮູບ, ເອົາອອກ ຫຼື ເພີ່ມຮູບ ຫຼື ປັບຕຳແໜ່ງ ແລະ ຂະໜາດ.



ການແກ້ໄຂວິດີໂອທີ່ມີພະລັງ

ບໍ່ເຮັດການແກ້ໄຂຂອງທ່ານຢ່າງງ່າຍໆ
ຢ່າກັງວົນກ່ຽວກັບການເຮັດຄວາມຜິດພາດ. ຕອນນີ້ທາງເລືອກບໍ່ເຮັດ ແລະ ເຮັດຄືນມີພ້ອມໃຫ້ໃຊ້ງານໃນເວລາທ່ານແກ້ໄຂວິດີໂອສຳລັບການກະທຳເຊັ່ນ: ການປ່ຽນຮູບ, ກັ່ນຕອງ ແລະ ການປ່ຽນໂທນສີ.

ສ້າງວິດີໂອຂອງທ່ານເປັນກາຕູນອະນິເມຊັ່ນ
ເພີ່ມເອັບເຝັກອະນິເມຊັ່ນທີ່ສະໜຸກສະໜານໄປຍັງສະຕິກເກີ ແລະ ຂໍ້ຄວາມໃນວິດີໂອຂອງທ່ານໃນສະຕູດິໂອ. ເລືອກຈາກຄ່ອຍໆປາກົດຂຶ້ນ, ຄ່ອຍໆຫາຍໄປ, ການປັດ, ການໝຸນ ແລະ ອື່ນໆ.



ຈັດການສຸຂະພາບຂອງທ່ານ

ມີສະຕິຕໍ່ເນື່ອງ
ຄຸນສົມບັດສະຕິໃໝ່ໃນ Samsung Health ສາມາດຊ່ວຍທ່ານຈັດການຄວາມຄຽດ ແລະ ຄວາມວິຕົກວັງວົນໃນຊີວິດປະຈຳວັນຂອງທ່ານ. ຕິດຕາມອາລົມ ແລະ ຄວາມຮູ້ສຶກຂອງທ່ານຕໍ່ເນື່ອງ, ຝຶກຫັດການຝຶກການຫາຍໃຈ ແລະ ການນັ່ງສະມາທິ ແລະ ອື່ນໆ.

ຫຼຽນກາ Samsung Health ໃໝ່
ມີແຮງຈູງໃຈຕໍ່ເນື່ອງ ແລະ ເຮັດວຽກເພື່ອບັນລຸເປົ້າໝາຍສຸຂະພາບຂອງທ່ານໃຂະນະທີ່ໄດ້ຮັບຫຼຽນກາໃໝ່ໃນ Samsung Health. ທ້າທາຍຕົນເອງເພື່ອຮັບຫລຽນກາໃໝ່ສຳລັບ ຄະແນນພະລັງງານ, ການອອກກໍາລັງກາຍ, ກິດຈະກໍາ, ອາຫານ, ນໍ້າ, ອົງປະກອບຂອງຮ່າງກາຍ ແລະ ອື່ນໆ.



​ສົ່ງ​ເສີມຜະລິດຕະພາບຂອງທ່ານ

ຕົວຢ່າງສຳລັບແອັບທີ່ຫຍໍ້ນ້ອຍລົງ
ເມື່ອ​ໜ້າ​ຈໍປັອບອັບຫຼາຍອັນຈາກແອັບອັນດຽວກັນຖືກຫຍໍ້ລົງ, ພວກມັນຈະລວມເຂົ້າໃນໄອຄອນດຽວ. ການແຕະໄອຄອນຈະສະແດງຕົວຢ່າງປ່ອງຢ້ຽມເປີດທັງໝົດຈາກແອັບ, ໃຫ້ທ່ານສາມາດເລືອກປ່ອງຢ້ຽມທ່ານຕ້ອງການຢ່າງງ່າຍດາຍ.

ຈັດກຸ່ມໂມງປຸກຂອງທ່ານ
ສ້າງກຸ່ມຂອງໂມງປຸກທີ່ທ່ານຕ້ອງການຄວບຄຸມພ້ອມໆກັນໃນແອັບໂມງ. ທ່ານສາມາດປິດໂມງປຸກທັງໝົດໃນໜຶ່ງກຸ່ມດ້ວຍການແຕະຄັ້ງດຽວ.

ຮັກສາໂມງປຸກທັງໝົດຢູ່ໃນລະດັບສຽງດຽວກັນ
ສຳລັບການຕັ້ງທີ່ງ່າຍກວ່າ, ໂມງປຸກຂອງທ່ານທັງໝົດຈະໃຊ້ລະດັບສຽງຄືກັນຕາມຄ່າມາດຕະຖານ. ຖ້າທ່ານມັກທີ່ຈະຕັ້ງລະດັບສຽງແຕກຕ່າງກັນສຳລັບແຕ່ລະໂມງປຸກ, ທ່ານສາມາດເລືອກອັນນີ້ຢູ່ໃນການຕັ້ງຄ່າໂມງ.

ການເລືອກໄຟລ໌ທີ່ປັບປຸງ
ຕົວເລືອກໄຟລ໌ໃໝ່ເຮັດໃຫ້ມັນງ່າຍຂຶ້ນໃນການຄັດຕິດ ແລະ ເລືອກໄຟລ໌ໃນ​ຫຼາຍແອັບ. ມັນງ່າຍໃນການສັບປ່ຽນລະຫວ່າງ ຈຸດທີ່ຕັ້ງ ບ່ອນເກັບຂໍ້ມູນ ແລະ ໝວດທີ່ຕ່າງກັນ ແລະ ຕົວຢ່າງຖືກສະແດງຂຶ້ນເພື່ອຮັບປະກັນວ່າທ່ານໄດ້ຮັບໄຟລ໌ທີ່ຖືກຕ້ອງ.

ຕົວເລືອກຂັ້ນສູງສຳລັບວຽກປະຈຳ
ຕັ້ງໂປຣເກມໃຫ້ໂທລະສັບຂອງທ່ານເພື່ອເຮັດເກືອບທຸກຢ່າງທີ່ທ່ານຕ້ອງການ. ວຽກປະຈຳແມ່ນມີພະລັງຫລາຍກວ່າແຕ່ກ່ອນ ຊຶ່ງມີໂລຈິກ If-Else ແລະ ຄວາມສາມາດໃນການຮັບຂໍ້ມູນຕາມຕົວແປ.



ວາງແຜນໜ້າວຽກ ແລະ ເຫດການ

ກຳນົດເວລາເຫດການປະຕິທິນຄືນຢ່າງງ່າຍດາຍ
ພຽງແຕ່ລາກ ແລະ ວາງເຫດການຈາກວັນທີໜຶ່ງຫາວັນທີອື່ນເທິງປະຕິທິນຂອງທ່ານໃນ ມຸມມອງເດືອນເພື່ອປ່ຽນແປງວັນທີຂອງເຫດການ.

ສະແດງປະຕິທິນທີ່ແຍກຕ່າງຫາກເທິງວິດເຈັດ
ດຽວນີ້ທ່ານມີການຄວບຄຸມຫຼາຍຂຶ້ນຕໍ່ກັບປະຕິທິນໃດຈະປາກົດເທິງວິດເຈັດປະຕິທິນຂອງທ່ານ. ທ່ານສາມາດເລືອກພຽງໜຶ່ງປະຕິທິນ ແລະ ສະແດງພຽງເຫດການຈາກປະຕິທິນນັ້ນເທິງ ໜ້າຈໍຫຼັກຂອງທ່ານ ຫຼື ສ້າງ 2 ວິດເຈັດປະຕິທິນທີ່ແຍກຕ່າງຫາກທີ່ມີປະຕິທິນຕ່າງກັນເທິງແຕ່ລະວິດເຈັດນັ້ນ.

ນັບຖອຍຫຼັງຈຳນວນວັນຫາເຫດການສຳຄັນ
ມັນງ່າຍກວ່າແຕ່ກ່ອນໃນການສ້າງວິດເຈັດ ນັບຖອຍຫຼັງສຳລັບເຫດການເທິງປະຕິທິນຂອງທ່ານ. ໄປທີ່ລາຍລະອຽດເຫດການ, ຈາກນັ້ນເລືອກເພີ່ມວິດເຈັດນັບຖອຍຫຼັງຈາກເມນູຕົວເລືອກເພີ່ມເຕີມ. ວິດເຈັດຈະປາກົດເທິງໜ້າຈໍຫຼັກຂອງທ່ານສະແດງຈຳນວນວັນຈົນເຖິງວັນເກີດ, ວັນຄົບຮອບ, ວັນພັກລະດູຮ້ອນ ຫຼື ເຫດການອື່ນໆທີ່ທ່ານເລືອກ.

ຍ້າຍເຫດການທັງໝົດຈາກປະຕິທິນໜຶ່ງຫາປະຕິທິນອື່ນ
ຫຼີກລ່ຽງຄວາມຫຍຸ້ງຍາກໃນການຍ້າຍເຫດການໜຶ່ງຢ່າງໃນຄັ້ງໜຶ່ງ. ຕອນນີ້ທ່ານສາມາດຍ້າຍເຫດການທັງໝົດຈາກປະຕິທີນໜຶ່ງຫາປະຕິທິນອື່ນເຊັ່ນ: ການຍ້າຍເຫດການທັງໝົດຈາກປະຕິທິນໃນໂທລະສັບຂອງທ່ານຫາປະຕິທິນເທິງຄລາວ.

ຕົວເລືອກເພີ່ມເຕີມສຳລັບການເຕືອນທີ່ເກີດຊໍ້າ
ເມື່ອທ່ານສ້າງການເຕືອນທີ່ເກີດຊໍ້າ, ດຽວນີ້ທ່ານສາມາດເລືອກຫລາຍວັນທີສຳລັບການເກີດຊໍ້າແທນທີ່ຈະເລືອກພຽງອັນດຽວ.

ເມນູເພີ່ມດ່ວນທີ່ປັບປຸງ
ຕອນນີ້ມັນງ່າຍຂຶ້ນໃນການສ້າງການເຕືອນຢ່າງວ່ອງໄວ. ດຽວນີ້ເມນູເພີ່ມດ່ວນສະໜອງທາງເລືອກ ຕັ້ງຄ່າມາກ່ອນສຳລັບເງື່ອນໄຂເວລາ ແລະ ຈຸດທີ່ຕັ້ງ.

ຈັດການການເຕືອນທີ່ສຳເລັດຂອງທ່ານ
ມັນງ່າຍຂຶ້ນໃນການລຶບສິ່ງຮົກເຮື້ອຈາກລາຍການການເຕືອນຂອງທ່ານ. ການຕັ້ງຄ່າໃໝ່ອະນຸຍາດທ່ານລຶບການເຕືອນທີ່ສຳເລັດໂດຍອັດຕະໂນມັດພາຍຫຼັງໄລຍະເວລາສະເພາະໜຶ່ງ. ທ່ານຍັງສາມາດສຳເນົາການເຕືອນທີ່ສຳເລັດ ເພື່ອໃຫ້ທ່ານສາມາດໃຊ້ພວກມັນຄືນໃໝ່ໂດຍບໍ່ປ້ອນຂໍ້ມູນທັງໝົດອີກຄັ້ງ.



ເຊື່ອມຕໍ່ ແລະ ແບ່ງປັນ

ເຊື່ອມຕໍ່ກັບອຸປະກອນໃກ້ຄຽງຢ່າງງ່າຍດາຍ
ມັນງ່າຍກວ່າແຕ່ກ່ອນໃນການເຊື່ອມຕໍ່ກັບອຸປະກອນຊຳຊຸງອື່ນໆເຊັ່ນ: ໂທລະພາບ, ແທັບເລັດ, PCs, ໂມງ, ຫູຟັງ ແລະ ອື່ນໆ. ແຕະອຸປະກອນໃກ້ຄຽງໃນແຜງດ່ວນເພື່ອເບິ່ງອຸປະກອນທີ່ມີໃກ້ທ່ານ, ຈາກນັ້ນ ລາກອຸປະກອນຫາໂທລະສັບຂອງທ່ານເພື່ອເຊື່ອມຕໍ່ທັນທີ. ທ່ານຍັງສາມາດແຕະເທິງອຸປະກອນເພື່ອເບິ່ງຄຸນສົມບັດທີ່ມີເມື່ອຖືກເຊື່ອມຕໍ່ກັບໂທລະສັບຂອງທ່ານ. ຕົວຢ່າງ: ເມື່ອທ່ານແຕະເທິງໂທລະພາບ, ທ່ານຈະເຫັນທາງເລືອກເພື່ອເລີ່ມ Smart View.

ອຸປະກອນທີ່ແນະນຳສຳລັບການແຊຣ໌ດ່ວນ
ຊອກຫາອຸປະກອນທີ່ເໝາະສົມເພື່ອແບ່ງປັນນຳ. ອຸປະກອນທີ່ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ ແລະ ອຸປະກອນທີ່ທ່ານໄດ້ແບ່ງປັນໃນອະດີດຈະປາກົດຢູ່ເບື້ອງເທິງຂອງລາຍການເພື່ອໃຫ້ພວກມັນງ່າຍໃນການຊອກຫາ.

ສືບຕໍ່ການແບ່ງປັນທາງອິນເຕີເນັດ
ສຳເລັດການໂອນໄຟລ໌ ແມ້ວ່າອຸປະກອນຢູ່ໄກກໍຕາມ. ໃນເວລາແບ່ງປັນໄຟລ໌ໂດຍໃຊ້ການແຊຣ໌ດ່ວນ, ຖ້າອຸປະກອນຢູ່ໄກເກີນໄປໃນການສືບຕໍ່ການໂອນໂດຍກົງ, ການໂອນຈະສືບຕໍ່ຢ່າງບໍ່ມີບັນຫາຜ່ານອິນ ເຕີເນັດໂດຍໃຊ້ Wi-Fi ຫຼື ຂໍ້ມູນມືຖື.



ປົກປ້ອງຄວາມປອດໄພຂອງທ່ານ

ກວດເບິ່ງສະຖານະດ້ານຄວາມປອດໄພຂອງອຸປະກອນທ່ານ
ຊອກຫາກ່ຽວກັບຄວາມສ່ຽງດ້ານຄວາມປອດໄພ ແລະ ແກ້ໄຂພວກມັນຢ່າງວ່ອງໄວ. Knox Matrix ຕິດຕາມອຸປະກອນທີ່ຮອງຮັບທີ່ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ ແລະ ເຮັດໃຫ້ທ່ານຮູ້ວິທີການແກ້ໄຂຄວາມສ່ຽງດ້ານຄວາມປອດໄພ, ຖ້າພົບເຫັນ.

ປອດໄພຈາກໄພຂົ່ມຂູ່ດ້ານຄວາມປອດໄພ
ຕົວບລັອກອັດຕະໂນມັດເຮັດໄດ້ຫຼາຍຂຶ້ນເພື່ອປົກປ້ອງທ່ານຈາກການໂຈມຕີທາງໄຊເບີ້ເມື່ອ ຂໍ້ຈຳກັດສູງສຸດຖືກເປີດ. ຕອນນີ້ເຄືອຂ່າຍ 2G ຖືກບລັອກແລ້ວ ແລະ ໂທລະສັບຂອງທ່ານຈະບໍ່ເຊື່ອມຕໍ່ຄືນກັບ ເຄືອຂ່າຍ Wi-Fi ທີ່ບໍ່ປອດໄພໂດຍອັດຕະໂນມັດ. ຂໍ້ຈໍາກັດເຫຼົ່ານີ້ສາມາດຊ່ວຍປົກປ້ອງຜູ້ໂຈມຕີບໍ່ໃຫ້ຂັດຂວາງການຈະລາຈອນເຄືອຂ່າຍຂອງທ່ານ.



ແບັດເຕີຣີ ແລະ ການ​ສາກ

ຕົວເລືອກເພີ່ມເຕີມສຳລັບການປະຢັດໄຟ
ດຽວນີ້ທ່ານມີການຄວບຄຸມຫຼາຍຂຶ້ນກັບສິ່ງທີ່ເກີດຂຶ້ນເມື່ອໂທລະສັບຂອງທ່ານຢູ່ໃນໂໝດປະຢັດໄຟ. ເລືອກຄຸນສົມບັດແທ້ຈິງທີ່ທ່ານຕ້ອງການຈຳກັດເພື່ອປະຢັດຈຳນວນແບັດເຕີຣີທີ່ເໝາະສົມ ສຳລັບທ່ານ. ທ່ານສາມາດປ່ຽນແປງທາງເລືອກເຫຼົ່ານີ້ ຂະນະທີ່ເປີດການປະຢັດໄຟ.

ຄວບຄຸມເພີ່ມເຕີມຕໍ່ກັບການປົກປ້ອງ ແບັດເຕີຣີ
ເມື່ອທ່ານເປີດການປົກປ້ອງແບັດເຕີຣີ, ຕອນນີ້ທ່ານສາມາດປັບລະດັບການສາກຂັ້ນສູງສຸດໃນຈຸດໃດໜຶ່ງລະຫວ່າງ 80% ແລະ 95%.

ເອັບເຝັກການສາກໃໝ່
ເມື່ອທ່ານສຽບເຄື່ອງສາກ, ການຢືນຢັນການສາກແມ່ນນ້ອຍກວ່າ ແລະ ປາກົດຢູ່ດ້ານລຸ່ມສຸດຂອງໜ້າຈໍ ແທນທີ່ຈະແມ່ນເຄິ່ງກາງເພື່ອປ້ອງກັນການການຂັດຈັງຫວະຂະນະທີ່ເຮັດໃຫ້ມັນງ່າຍໃນການກວດເບິ່ງສະຖານະການສາກ.



ທຸກຄົນສາມາດເຂົ້າເຖິງໄດ້

ຊູມເຂົ້າ ແລະ ຊູມອອກດ້ວຍນິ້ວ​ມືພຽງໜຶ່ງນິ້ວມື
ການຊູມເຂົ້າ ແລະ ຊູມອອກແມ່ນງ່າຍຂຶ້ນ. ສຳລັບຄົນທີ່ມີຄວາມລຳບາກໃນການໃຊ້ຊູມພິນຊ໌, ຕອນນີ້ທ່ານສາມາດເປີດໃຊ້ງານຊູມ 1 ນິ້ວມືຈາກເມນູຊ່ວຍ. ປັດຂຶ້ນ ຫຼື ໄປທາງຂວາເພື່ອຊູມເຂົ້າ. ປັດລົງ ຫຼື ໄປທາງຊ້າຍເພື່ອຊູມອອກ.

ການຄວບຄຸມໜ້າຈໍທີ່ປັບປຸງ
ຕອນນີ້ເມນູຊ່ວຍເຮັດໄດ້ຫຼາຍຂຶ້ນເພື່ອຊ່ວຍທ່ານຄວບຄຸມໜ້າຈໍ. ຕອນນີ້ທ່ານສາມາດແຕະສອງຄັ້ງ ແລະ ສຳຜັດຄ້າງໄວ້ພຽງແຕະປຸ່ມດຽວ. ຄວບຄຸມການເລື່ອນໃໝ່ໃຫ້ທ່ານຍ້າຍຮອບໆໜ້າຈໍໃນໄລຍະສະເພາະໂດຍການແຕະຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດເທິງໜ້າຈໍ.

ກຳນົດເອງການປະຕິສຳພັນທາງການສຳຜັດຂອງທ່ານ
ຮັບເອົາຄຳແນະນຳໃນການເລືອກການຕັ້ງຄ່າທີ່ສະດວກສະບາຍທີ່ສຸດສຳລັບທ່ານ. ການທົດສອບໃໝ່ແມ່ນມີໃຫ້ສຳລັບສຳຜັດການເລື່ອນເວລາຄ້າງໄວ້, ແຕະ ໄລຍະເວລາ ແລະ ບໍ່ສົນໃຈການຕັ້ງຄ່າການສຳຜັດທີ່ຊໍ້າກັນ. ການທົດສອບສາມາດບອກທ່ານໄດ້, ຖ້າການຕັ້ງຄ່າປັດຈຸບັນຂອງທ່ານແມ່ນເໝາະສົມ ຫຼື ຕ້ອງການການປັບ.



ການປັບປຸງເພີ່ມເຕີມຍິ່ງຂຶ້ນ

ຮັບເອົາຄຳແນະນຳທີ່ເປັນປະໂຫຍດຢູ່ໃນເລືອກອັດສະລິຍະ
ເມື່ອທ່ານເລືອກສ່ວນໜຶ່ງຂອງໜ້າຈໍທີ່ມີ ເລືອກອັດສະລິຍະ, ການດຳເນີນການທີ່ເປັນປະໂຫຍດຈະຖືກແນະນຳອີງຕາມສິ່ງທີ່ທ່ານເລືອກ. ຖ້າລາຍລະອຽດເຫດການເປັນສ່ວນໜຶ່ງຂອງການເລືອກຂອງທ່ານ, ທ່ານຈະມີທາງເລືອກເພື່ອເພີ່ມມັນຫາປະຕິທິນຂອງທ່ານ. ຖ້າທ່ານເລືອກຮູບໜຶ່ງ, ທາງເລືອກສຳລັບການແກ້ໄຂຮູບ ຫຼື ການປັບປຸງຄຸນນະພາບຂອງມັນຈະຖືກແນະນຳ.

ເບິ່ງວິດີໂອອີກຄັ້ງ
ໃນເຄື່ອງຫຼິ້ນວິດີໂອ, ປຸ່ມໜຶ່ງຈະປາກົດຢູ່ຕ້ອນທ້າຍຂອງແຕ່ລະວິດີໂອທີ່ໃຫ້ທ່ານເລີ່ມວິດີໂອອີກຄັ້ງຈາກເລີ່ມຕົ້ນ.

ລາຍຊື່ຜູ້ຕິດຕໍ່ທີ່ປັບປຸງ
ສຳລັບປະສົບການທີ່ສອດຄ່ອງຫຼາຍຂຶ້ນ, ຕອນນີ້ລາຍຊື່ຜູ້ຕິດຕໍ່ອັນດຽວກັນປາກົດໃນທັງແອັບໂທລະສັບ ແລະ ແອັບລາຍຊື່ຜູ້ຕິດຕໍ່. ເມນູ ແລະ ທາງເລືອກແມ່ນຄືກັນໃນທັງສອງຈຸດທີ່ຕັ້ງ, ສະນັ້ນທ່ານສາມາດຊອກສິ່ງທີ່ທ່ານຊອກຫາຢູ່ສະເໝີ. ໃນເວລາຊອກຫາຜູ້ຕິດຕໍ່, ຜູ້ຕິດຕໍ່ທີ່ທ່ານໄດ້ຊອກຫາເປັນປະຈຳຈະປາກົດຢູ່ເບື້ອງເທິງສຸດຂອງຜົນຮັບການຊອກຫາ, ຊ່ວຍທ່ານຊອກຫາຄົນທີ່ຖືກຕ້ອງຢ່າງວ່ອງໄວ.

ເພີ່ມບັດຂຶ້ນຍົນຫາ Samsung Wallet ຢ່າງວ່ອງໄວ
ເມື່ອທ່ານເບິ່ງສາຍການບິນທີ່ຮອງຮັບ ຫຼື ໜ້າເວັບການເດີນທາງທີ່ລວມມີບັດຂຶ້ນຍົນໃນ Samsung Internet, ປຸ່ມໜຶ່ງຈະປາກົດຂຶ້ນເພື່ອໃຫ້ທ່ານສາມາດເພີ່ມມັນຫາ Samsung Wallet ຢ່າງງ່າຍໆ ແລະ ວ່ອງໄວ.

ການພະຍາກອນກິດຈະກຳ
ຕອນນີ້ມັນງ່າຍໃນການກວດເບິ່ງວ່າອາກາດເໝາະສົມສຳລັບກິດຈະກຳກາງແຈ້ງຫຼືບໍ່ ເຊັ່ນ: ການແລ່ນ, ການເຮັດສວນ, ການຕັ້ງແຄ້ມ ແລະ ອື່ນໆ. ທ່ານສາມາດເລືອກສູງເຖິງ 3 ກິດຈະກໍາເພື່ອສະແດງໃນແອັບສະພາບອາກາດ.

ປ້າຍຊື່ສະຖານທີ່ທີ່ກຳນົດເອງ
ມັນງ່າຍຂຶ້ນໃນການຕິດຕາມຈຸດທີ່ຕັ້ງທີ່ຕ່າງກັນຢ່າງຕໍ່ເນື່ອງໃນແອັບສະພາບອາກາດ. ດຽວນີ້ທ່ານສາມາດຕັ້ງປ້າຍຊື່ທີ່ກຳນົດເອງໄປຍັງຈຸດທີ່ຕັ້ງທ່ານເພີ່ມເຊັ່ນ: ເຮືອນ, ຫ້ອງການ, ໂຮງຮຽນ ຫຼື ສະຖານທີ່ອື່ນບ່ອນທີ່ທ່ານຕ້ອງການກວດເບິ່ງສະພາບອາກາດ.

ບູສການຫຼິ້ນເກມຂອງທ່ານ
ແຜງໃນເກມຂອງ Game Booster ໄດ້ຮັບການອອກແບບໃໝ່, ເຮັດໃຫ້ງ່າຍຂຶ້ນໃນການປ່ຽນແປງ ການຕັ້ງຄ່າຢ່າງວ່ອງໄວໂດຍບໍ່ອອກຈາກເກມ.

ຕັ້ງປະສິດທິພາບການເຮັດວຽກສຳລັບແຕ່ລະເກມ
ຕອນນີ້ Game Booster ໃຫ້ທ່ານປັບການຕັ້ງຄ່າປະສິດທິພາບການເຮັດວຽກແຍກກັນສຳລັບແຕ່ລະເກມ. ທ່ານສາມາດຕັ້ງບາງເກມເປັນປະສິດທິພາບສູງການເຮັດວຽກ ແລະ ອື່ນໆເພື່ອປະຢັດ ແບັດເຕີຣີສຳລັບເວລາການຫລິ້ນເກມທີ່ດົນນານຂຶ້ນ. ຊອກຫາການຕັ້ງຄ່າທີ່ເໝາະສົມກັບທ່ານທີ່ສຸດ.

ສິ້ນສຸດການຮອງຮັບສຳລັບການດາວໂຫຼດ ຂອບແຜງ
ຂອບແຜງບໍ່ສາມາດດາວໂຫຼດໄດ້ອີກຕໍ່ໄປຈາກ Galaxy Store ໃນ One UI 7. ຂອບແຜງທີ່ໄດ້ດາວໂຫຼດແລ້ວສາມາດສືບຕໍ່ໃຊ້ໄດ້.

ໝາຍເລກການຜະລິດ : M556EXXU4AYB3
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-03-10
ລະດັບແກ້ໄຂຄວາມປອດໄພ : 2025-02-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.