ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.

Galaxy S22+ (SM-S906U1)


ໝາຍເລກການຜະລິດ : S906U1UES8FYG7
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-08-29
ລະດັບແກ້ໄຂຄວາມປອດໄພ : 2025-08-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ການປ່ຽນແປງເຫຼົ່ານີ້ ອາດຈະແຕກຕ່າງກັນໄປຕາມຕົວແບບ, ປະເທດ ຫຼື ຕົວປະຕິບັດງານເຄືອຂ່າຍຂອງສະພາບແວດລ້ອມຂອງລູກຄ້າ.

ໝາຍເລກການຜະລິດ : S906U1UES8FYF3
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-07-24
ລະດັບແກ້ໄຂຄວາມປອດໄພ : 2025-07-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ການປ່ຽນແປງເຫຼົ່ານີ້ ອາດຈະແຕກຕ່າງກັນໄປຕາມຕົວແບບ, ປະເທດ ຫຼື ຕົວປະຕິບັດງານເຄືອຂ່າຍຂອງສະພາບແວດລ້ອມຂອງລູກຄ້າ.

ໝາຍເລກການຜະລິດ : S906U1UES8FYF2
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-06-26
ລະດັບແກ້ໄຂຄວາມປອດໄພ : 2025-06-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ການປ່ຽນແປງເຫຼົ່ານີ້ ອາດຈະແຕກຕ່າງກັນໄປຕາມຕົວແບບ, ປະເທດ ຫຼື ຕົວປະຕິບັດງານເຄືອຂ່າຍຂອງສະພາບແວດລ້ອມຂອງລູກຄ້າ.

ໝາຍເລກການຜະລິດ : S906U1UES8FYE4
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-05-30
ລະດັບແກ້ໄຂຄວາມປອດໄພ : 2025-05-01
• ຄວາມປອດໄພ

ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.


ການປ່ຽນແປງເຫຼົ່ານີ້ ອາດຈະແຕກຕ່າງກັນໄປຕາມຕົວແບບ, ປະເທດ ຫຼື ຕົວປະຕິບັດງານເຄືອຂ່າຍຂອງສະພາບແວດລ້ອມຂອງລູກຄ້າ.

ໝາຍເລກການຜະລິດ : S906U1UEU8FYDB
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-05-05
ລະດັບແກ້ໄຂຄວາມປອດໄພ : 2025-04-01
ການ​ອັບ​ເກ​ຣດ One UI 7.0 (ແອນດຣອຍ 15)



ຮູບຊົງໃໝ່ອັນໂດດເດັ່ນ

ການເສີມປະສິດທິພາບທາງຮູບພາບ
ເພີດເພີນກັບຄວາມທັນສະໄໝຫຼາຍຂຶ້ນ ແລະ ຮູບຊົງທີ່ເປັນເອກະລັກ. One UI 7 ນຳສະເໜີການອອກແບບຄືນໃໝ່ທີ່ຍອດຍ້ຽມກັບອົງປະກອບທີ່ສຳຄັນ ລວມທັງປຸ່ມ, ເມນູ, ການແຈ້ງເຕືອນ ແລະ ແຖບຄວບຄຸມ, ໃຫ້ປະສົບການທາງຮູບພາບທີ່ສອດຄ່ອງຫຼາຍຂຶ້ນພ້ອມກັບເສັ້ນໂຄ້ງ ແລະ ວົງມົນ. ສີໃໝ່ອັນງົດງາມ, ພາບເຄື່ອນໄຫວທີ່ນຸ້ມນວນ ແລະ ເອັບເຝັກພາບມົວທີ່ເປັນນະວັດຕະກຳ ເຊິ່ງເປັນລັກສະນະຈຳເພາະສຳລັບ One UI ໃນການເຮັດໃຫ້ລຳດັບຂໍ້ມູນຈະແຈ້ງຂຶ້ນ ແລະ ຊ່ວຍທ່ານສຸມໃສ່ຂໍ້ມູນສຳຄັນ.

ໜ້າຈໍຫຼັກທີ່ສ້າງໃໝ່
ໄອຄອນແອັບໃໝ່ທີ່ສົດໃໝ່ຈະເຮັດໃຫ້ ໜ້າຈໍຫຼັກຂອງທ່ານງົດງາມດ້ວຍຄຳອຸປະມາທາງຮູບພາບ ແລະ ໂທນສີທີ່ເຮັດໃຫ້ມັນງ່າຍຂຶ້ນໃນການຈຳແນກແອັບທີ່ທ່ານຕ້ອງການ. ວິດເຈັດໄດ້ຮັບການອອກແບບຄືນໃໝ່ທັງໝົດດ້ວຍຮູບທີ່ມີສີສັນຫລາຍຂຶ້ນ ແລະ ແຜນຜັງທີ່ສອດຄ່ອງຫລາຍຂຶ້ນ. ໂຟລເດີເທິງໜ້າຈໍຫຼັກຂອງທ່ານຍັງສາມາດຖືກສ້າງໃຫ້ໃຫ່ຍຂຶ້ນ ເພື່ອທີ່ທ່ານສາມາດເຂົ້າເຖິງແອັບທັນທີໂດຍບໍ່ຕ້ອງເປີດໂຟລເດີກ່ອນ.

ເສັ້ນກຣິດໜ້າຈໍຫຼັກທີ່ງ່າຍຂຶ້ນ
ຕອນນີ້ໜ້າຈໍຫຼັກຂອງທ່ານມີລັກສະນະທີ່ງາມກວ່າແຕ່ກ່ອນ. ແຜນຜັງເສັ້ນກຣິດມາດຕະຖານໃໝ່ຮັກສາສິ່ງຕ່າງໆໃຫ້ໄດ້ສ່ວນກັນ ແລະ ເຮັດໃຫ້ງ່າຍຂຶ້ນເພື່ອໃຊ້ ວິດເຈັດ One UI ໃນຂະໜາດມາດຕະຖານ.

ພາບລວງຂວາງໜ້າຈໍຫຼັກທີ່ປັບປຸງ
ຮັບເອົາຮູບລັກສະນະທີ່ສອດຄ່ອງຫຼາຍຂຶ້ນສຳລັບໜ້າຈໍຫຼັກຂອງທ່ານ, ເຖິງແມ່ນວ່າເມື່ອທ່ານໃຊ້ໂທລະສັບຕາມແນວນອນກໍ່ຕາມ. ຕອນນີ້ວິດເຈັດມີອັດຕາສ່ວນກ້ວາງຍາວທີ່ຄ້າຍກັນໃນພາບລວງຂວາງ ແລະ ປ້າຍຊື່ ຂໍ້ຄວາມປາກົດຂ້າງລຸ່ມຂອງໄອຄອນແທນທີ່ຈະແມ່ນຢູ່ຂ້າງພວກມັນ.

ກຳນົດເອງຮູບແບບແອັບ ແລະ ວິດເຈັດຂອງທ່ານ
ເຮັດໃຫ້ໜ້າຈໍຫຼັກຂອງທ່ານມີຮູບລັກສະນະໃນແບບທີ່ທ່ານມັກ. ດຽວນີ້ທ່ານຍັງສາມາດປັບຂະໜາດໄອຄອນແອັບ ແລະ ເລືອກວ່າຈະສະແດງປ້າຍຊື່ຂໍ້ຄວາມລຸ່ມໄອຄອນແອັບ ແລະ ວິດເຈັດທີ່ສະແດງຫຼືບໍ່. ທ່ານຍັງສາມາດປັບຄວາມຄົມ, ສີພື້ນຫຼັງ ແລະ ຄວາມໂປ່ງໃສໃນ ການຕັ້ງຄ່າສຳລັບ ວິດເຈັດແຕ່ລະອັນ.



ໜ້າຈໍລັອກ ແລະ Always On Display

ຄວບຄຸມໜ້າວຽກສຳຄັນດ້ວຍແຖບປັດຈຸບັນ
ກວດບິ່ງຂໍ້ມູນທ່ານຕ້ອງການຕອນນີ້ ແລະ ເລີ່ມຄຸນສົມບັດທີ່ຈຳເປັນໂດຍບໍ່ປົດລັອກ ໂທລະສັບຂອງທ່ານ. ໜ້າວຽກທີ່ດຳເນີນຢູ່ຈະປາກົດໃນ Now bar ທີ່ດ້ານລຸ່ມສຸດຂອງໜ້າລັອກຂອງທ່ານ ເພື່ອໃຫ້ທ່ານສາມາດກວດເບິ່ງຂໍ້ມູນທີ່ສຳຄັນຢ່າງວ່ອງໄວ. ຂໍ້ມູນແມ່ນລວມເຖິງການຄວບຄຸມມີເດຍ, ໂມງຈັບເວລາ, ການຕັ້ງເວລາ, ເຄື່ອງບັນທຶກສຽງ, Samsung Health ແລະ ອື່ນໆ.

ເຮັດໃຫ້ໂມງເປັນຮູບລັກສະນະໃນແບບທີ່ທ່ານມັກ
ຄົ້ນຫາຮູບແບບໂມງໃໝ່ສຳລັບໜ້າຈໍລັອກຂອງທ່ານ. ທ່ານສາມາດປັບຄວາມໜາຂອງເສັ້ນໃນ ຮູບແບບໂມງ ຫຼື ລອງໜຶ່ງໃນໂມງທີ່ເປັນພາບເຄື່ອນໄຫວໃໝ່ເພື່ອໃຫ້ກົງກັບລົດຊາດຂອງທ່ານ. ທ່ານຍັງສາມາດປ່ຽນຂະໜາດ ໂມງຂອງທ່ານເປັນຂະໜາດໃດໜຶ່ງທີ່ທ່ານມັກ ແລະ ລາກມັນຫາຕຳແໜ່ງທີ່ທ່ານຕ້ອງການເທິງໜ້າຈໍລັອກ.

ວິດເຈັດ ແລະ ທາງລັດເພີ່ມເຕີມ
ຕອນນີ້ທ່ານສາມາດເຫັນຫຼາຍຂຶ້ນ ແລະ ເຮັດຫຼາຍຂຶ້ນ, ເຖິງແມ່ນວ່າໂທລະສັບຂອງທ່ານຖືກລັອກກໍຕາມ. ເພີ່ມວິດເຈັດເພື່ອສະແດງຮູບ ແລະ ເລື່ອງລາວຈາກແກເລີຣີຂອງທ່ານ ຫຼື ລອງທາງລັດທີ່ເປີດເຄື່ອງສະແກນລະຫັດ QR ດ້ວຍການປັດໄວ.



ແຜງດ່ວນ ແລະ ການແຈ້ງເຕືອນ

ການແຈ້ງເຕືອນ ແລະ ແຜງດ່ວນທີ່ແຍກຕ່າງຫາກ
ເຂົ້າເຖິງແຜງທີ່ທ່ານຕ້ອງການທັນທີດ້ວຍ ພື້ນທີ່ເພີ່ມເຕີມສຳລັບການຕັ້ງຄ່າດ່ວນ. ປັດລົງຈາກມຸມຂວາເທິງສຸດຂອງໜ້າຈໍເພື່ອເປີດແຜງການຕັ້ງຄ່າດ່ວນ. ປັດລົງຈາກບ່ອນໃດກໍ່ໄດ້ຢູ່ດ້ານເທິງສຸດຂອງໜ້າຈໍເພື່ອເປີດແຜງການແຈ້ງເຕືອນ.

ກຳນົດແຜງດ່ວນຂອງທ່ານເອງ
ສ້າງແຜນຜັງແຜງດ່ວນທີ່ເໝາະສຳລັບທ່ານ. ທ່ານສາມາດແຕະໄອຄອນສໍດຳຢູ່ດ້ານເທິງສຸດຂອງ ແຜງດ່ວນເພື່ອເຂົ້າສູ່ ໂໝດແກ້ໄຂ, ຈາກນັ້ນຍ້າຍປຸ່ມ ແລະ ຄວບຄຸມຂຶ້ນແລະລົງເພື່ອໃຫ້ສອດຄ່ອງກັບຄວາມມັກຂອງທ່ານ.

ການແຈ້ງເຕືອນສົດ
ຄວບຄຸມສິ່ງທີ່ກຳລັງເກີດຂຶ້ນໃນຕອນນີ້. ການແຈ້ງເຕືອນສົດສະແດງໃຫ້ທ່ານເຫັນຄວາມຄືບໜ້າຂອງກິດຈະກຳທີ່ດຳເນີນຢູ່ເຊັ່ນ: ການຕັ້ງເວລາ, ການບັນທຶກສຽງ, ການອອກກໍາລັງກາຍ ແລະ ອື່ນໆ ເພື່ອໃຫ້ທ່ານສາມາດດຳເນີນການກ່ຽວກັບພວກມັນຢ່າງວ່ອງໄວ. ການແຈ້ງເຕືອນແບບສົດຈະປາກົດໃນແຖບປັດຈຸບັນບົນ ໜ້າຈໍລັອກ, ເທິງ ແຖບສະແດງສະຖານະ ແລະ ຢູ່ດ້ານເທິງສຸດຂອງ ແຜງການແຈ້ງເຕືອນ.

ແຜນຜັງການແຈ້ງເຕືອນໃໝ່
ຕອນນີ້ໄອຄອນໃນການແຈ້ງເຕືອນແມ່ນຄືກັນກັບໄອຄອນທີ່ປາກົດເທິງໜ້າຈໍຫຼັກຂອງທ່ານ, ເຮັດໃຫ້ມັນງ່າຍເພື່ອຮັບຮູ້ວ່າແອັບໃດສົ່ງແຕ່ລະການແຈ້ງເຕືອນ. ການແຈ້ງເຕືອນທີ່ຈັດກຸ່ມປາກົດເປັນຄືກອງໄພ້ທີ່ຊ້ອນກັນກອງໜຶ່ງ. ແຕະກອງທີ່ຊ້ອນກັນເພື່ອສະແດງການແຈ້ງເຕືອນທັງໝົດໃນກຸ່ມ.



ເຂົ້າເຖິງຂໍ້ມູນທີ່ເປັນປະໂຫຍດທັນທີ

ກົດ ແລະ ກົດຄ້າງປຸ່ມເລື່ອນເພື່ອເຂົ້າເຖິງ Google Gemini
ປຸ່ມເລື່ອນແມ່ນທາງໃໝ່ໃນການເຂົ້າເຖິງ Google Gemini ຫຼື ແອັບຕົວຊ່ວຍດິຈິຕອນອື່ນໆຢ່າງວ່ອງໄວແທນການໃຊ້ການປັດມຸມ. ທ່ານສາມາດປ່ຽນແປງສິ່ງທີ່ປຸ່ມເລື່ອນເຮັດໃນການຕັ້ງຄ່າ.

ສຳເລັດຫຼາຍໜ້າວຽກດ້ວຍຄຳຂໍດຽວ
ປັດຈຸບັນ Google Gemini ແມ່ນຖືກລວມປະສານກັບ Samsung Apps ເຊັ່ນ: ປະຕິທິນ, ບັນທຶກ, ການເຕືອນ ແລະ ໂມງ. ທ່ານສາມາດສຳເລັດໜ້າວຽກໃນແອັບເ​ຫຼົ່ານີ້ໂດຍໃຊ້ຂໍ້ມູນຈາກ Gemini ດ້ວຍຄຳສັ່ງງ່າຍໆຄຳດຽວ. ລອງຖາມ Google Gemini ເພື່ອຖາມກ່ຽວກັບວິດີໂອ YouTube ແລະ ບັນທຶກຜົນຮັບໃນ Samsung Notes ຫຼື ລອງຖາມ Google Gemini ໃຫ້ຊອກຫາຕາຕະລາງເວລາຂອງທີມກິລາຂອງທ່ານ ແລະ ເພີ່ມເກມຫາ ປະຕິທິນຂອງທ່ານ.

​ແຕ້ມວົງມົນ​ອ້ອມມັນ, ຊອກຫາມັນ. ​ຟັງ​ສຽງມັນ, ຊອກຫາມັນ
ແຕ້ມວົງມົນເພື່ອຊອກຫາດ້ວຍ Google ອະນຸຍາດທ່ານຊອກຫາທຸກຢ່າງເທິງໜ້າຈໍຂອງທ່ານ ແລະ ຮັບເອົາຂໍ້ມູນທີ່ໄວຂຶ້ນດ້ວຍ ສະພາບລວມ AI. ພຽງແຕ້ມວົງມົນເທິງວັດຖຸ—ລວມເຖິງຮູບ, ວິດີໂອ ຫຼື ຂໍ້ຄວາມ—ແລະທ່ານຈະໄດ້ຜົນຮັບທັນທີ. ທ່ານຍັງສາມາດຊອກຫາເພງທີ່ທ່ານໄດ້ຍິນໃນຊ່ວງເວລານັ້ນໂດຍບໍ່ຕ້ອງສັບປ່ຽນແອັບ.



ແຄັບເຈີຮູບຢ່າງງ່າຍດາຍ

ແຜນຜັງກ້ອງຖ່າຍຮູບໃໝ່
ປຸ່ມກ້ອງຖ່າຍຮູບ, ການຄວບຄຸມ ແລະ ໂໝດຖືກຈັດລຳດັບຄືນໃໝ່ເພື່ອເຮັດໃຫ້ງ່າຍຂຶ້ນໃນການຊອກຄຸນສົມບັດທີ່ທ່ານຕ້ອງການ ແລະ ໃຫ້ຕົວຢ່າງຮູບທີ່ທ່ານກຳລັງຖ່າຍ ຫຼື ວິດີໂອທີ່ທ່ານກຳລັງບັນທຶກນັ້ນຈະແຈ້ງຂຶ້ນ.

ການປັບປຸງການເລືອກໂໝດ
ເມນູໂໝດເພີ່ມເຕີມຖືກອອກແບບຄືນໃໝ່. ແທນທີ່ຈະຕື່ມໜ້າຈໍທັງໝົດ ແລະ ບລັອກມຸມມອງກ້ອງຖ່າຍຮູບ, ດຽວນີ້ທ່ານສາມາດເລືອກໂໝດໜຶ່ງຈາກປັອບອັບນ້ອຍໆທີ່ປົກປິດພຽງສ່ວນລຸ່ມສຸດຂອງໜ້າຈໍ.

ການຄວບຄຸມຊູມທີ່ປັບປຸງ
ຕອນນີ້ມັນງ່າຍຂຶ້ນເພື່ອເລືອກລະດັບຊູມທີ່ຖືກຕ້ອງ. ຕອນນີ້ປຸ່ມຊູມ 2x ມີພ້ອມໃຫ້ໃຊ້ຕາມຄ່າມາດຕະຖານ ແລະ ທາງເລືອກຊູມເພີ່ມເຕີມປາກົດພາຍຫຼັງທ່ານເລືອກເລນ.

ປະສົບການຕົວກັ່ນຕອງທີ່ຍົກລະດັບ
ຕົວກັ່ນຕອງກ້ອງຖ່າຍຮູບໄດ້ຮັບການປັບປຸງໃໝ່ທັງໝົດ. ຕອນນີ້ຕົວກັ່ນຕອງໃໝ່ແມ່ນພ້ອມໃຫ້ໃຊ້ ແລະ ຕົວກັ່ນຕອງທີ່ມີຢູ່ແລ້ວໄດ້ຮັບການປັບປຸງ. ແຕ່ລະຕົວກັ່ນຕອງອະນຸຍາດການປັບຄວາມເຂັ້ມເລັກນ້ອຍສະເພາະຈຸດ, ອຸນຫະພູມສີ, ຄວາມຄົມຊັດ ແລະ ການອິ່ມຕົວ, ເຮັດໃຫ້ມັນງ່າຍຂຶ້ນເພື່ອມີຮູບລັກສະນະທີ່ທ່ານຕ້ອງການ. ທ່ານຍັງສາມາດສ້າງຕົວກັ່ນຕອງທີ່ກຳນົດເອງອີງຕາມຮູບແບບ ແລະ ອາລົມຂອງຮູບທີ່ທ່ານເລືອກ.

ບັນທຶກການຕັ້ງຄ່າຮູຮັບແສງສຳລັບແຕ່ລະໂໝດ
ຄວບຄຸມລະດັບຄວາມແຈ້ງ ຫຼື ມືດຂອງຮູບວ່າເທົ່າໃດດ້ວຍທາງເລືອກຮູຮັບແສງໃນການຄວບຄຸມແບບໄວຂອງກ້ອງຖ່າຍຮູບ. ພາຍຫຼັງທ່ານຕັ້ງຮູຮັບແສງສຳລັບໂໝດ, ມັນຈະຮັກສາການຕັ້ງນັ້ນຕໍ່ເນື່ອງໃນໂໝດນັ້ນ, ເຖິງແມ່ນວ່າທ່ານສັບປ່ຽນເປັນໂໝດໃໝ່ ແລະ ກັບຄືນ.

ໂໝດວິດີໂອໂປຣ/ໂໝດໂປຣທີ່ປັບປຸງ
ໂໝດວິດີໂອໂປຣ ແລະ ໂໝດໂປຣມີແຜນຜັງທີ່ງ່າຍຂຶ້ນທີ່ເຮັດໃຫ້ມັນງ່າຍກວ່າເດີມໃນການໂຟກັສຮູບທີ່ທ່ານກຳລັງຖ່າຍ ຫຼື ວິດີໂອທີ່ທ່ານກຳລັງບັນທຶກ. ການຄວບຄຸມຊູມໃໝ່ແມ່ນມີພ້ອມໃຫ້ໃຊ້ງານທຸກຄັ້ງທີ່ທ່ານບັນທຶກໃນໂໝດວິດີໂອໂປຣທີ່ໃຫ້ທ່ານຄວບຄຸມຄວາມໄວຂອງຊູມເພື່ອການປ່ຽນຜ່ານທີ່ບໍ່ມີບັນຫາ. ການຄວບຄຸມໄມໃນໂໝດ ວິດີໂອໂປຣຖືກຍ້າຍຫາການຄວບຄຸມໄວແລ້ວ.

ຫຼິ້ນສຽງຂະນະບັນທຶກວິດີໂອ
ດຽວນີ້ທ່ານສາມາດບັນທຶກວິດີໂອໄດ້ໂດຍບໍ່ລົບກວນເພງ, ພອດຄາສຕ໌ ຫຼື ເນື້ອຫາສຽງອື່ນໆທີ່ທ່ານກຳລັງຟັງ. ພຽງເປີດຫຼິ້ນຄືນສຽງໃນທາງເລືອກວິດີໂອຂັ້ນສູງ.

ຈັດລຳດັບຮູບຖ່າຍທີ່ສົມບູນແບບ
ຮັບເອົາຄຳແນະນຳໃນການປັບຕຳແໜ່ງກ້ອງຖ່າຍຮູບດ້ວຍເສັ້ນເງົາ ແລະ ລະດັບ. ຕອນນີ້ເສັ້ນເງົາສາມາດຖືກເປີດ ແລະ ປິດໄດ້ໂດຍແຍກກັນຈາກລະດັບລວງນອນ. ຍັງມີທາງເລືອກໃໝ່ເພື່ອສະແດງລະດັບລວງຕັ້ງ.



ມ່ວນຊື່ນກັບຊ່ວງເວລາພິເສດຂອງທ່ານ

ຮູບປະຕິດປອດຮູບແບບ
ເຮັດໄດ້ເໜືອກວ່າແຜນຜັງທີ່ຕັ້ງຄ່າມາກ່ອນສຳລັບຮູບປະຕິດໃນແກເລີຣີ. ຕອນນີ້ທ່ານສາມາດປັບຂະໜາດ, ຕຳແໜ່ງ ແລະ ການໝຸນຂອງຮູບໃນຮູບປະຕິດຂອງທ່ານເພື່ອສ້າງແຜນຜັງທີ່ເປັນເອກະລັກສະເພາະຂອງທ່ານເອງ.

ແກ້ໄຂຮູບປະຕິດໃນເລື່ອງລາວ
ສ້າງຮູບປະຕິດປະ​ຕໍ່ຂອງເລື່ອງລາວຂອງທ່ານໃຫ້ມີຮູບລັກສະນະຕາມທີ່ທ່ານມັກ. ຕອນນີ້ທ່ານສາມາດຄວບຄຸມທັງໝົດເພື່ອແກ້ໄຂຮູບປະຕິດ​ປະ​ຕໍ່ທີ່ສ້າງໃນເລື່ອງລາວ. ປ່ຽນແທນຮູບ, ເອົາອອກ ຫຼື ເພີ່ມຮູບ ຫຼື ປັບຕຳແໜ່ງ ແລະ ຂະໜາດ.



ການແກ້ໄຂວິດີໂອທີ່ມີພະລັງ

ບໍ່ເຮັດການແກ້ໄຂຂອງທ່ານຢ່າງງ່າຍໆ
ຢ່າກັງວົນກ່ຽວກັບການເຮັດຄວາມຜິດພາດ. ຕອນນີ້ທາງເລືອກບໍ່ເຮັດ ແລະ ເຮັດຄືນມີພ້ອມໃຫ້ໃຊ້ງານໃນເວລາທ່ານແກ້ໄຂວິດີໂອສຳລັບການກະທຳເຊັ່ນ: ການປ່ຽນຮູບ, ກັ່ນຕອງ ແລະ ການປ່ຽນໂທນສີ.

ສ້າງວິດີໂອຂອງທ່ານເປັນກາຕູນອະນິເມຊັ່ນ
ເພີ່ມເອັບເຝັກອະນິເມຊັ່ນທີ່ສະໜຸກສະໜານໄປຍັງສະຕິກເກີ ແລະ ຂໍ້ຄວາມໃນວິດີໂອຂອງທ່ານໃນສະຕູດິໂອ. ເລືອກຈາກຄ່ອຍໆປາກົດຂຶ້ນ, ຄ່ອຍໆຫາຍໄປ, ການປັດ, ການໝຸນ ແລະ ອື່ນໆ.



ຈັດການສຸຂະພາບຂອງທ່ານ

ມີສະຕິຕໍ່ເນື່ອງ
ຄຸນສົມບັດສະຕິໃໝ່ໃນ Samsung Health ສາມາດຊ່ວຍທ່ານຈັດການຄວາມຄຽດ ແລະ ຄວາມວິຕົກວັງວົນໃນຊີວິດປະຈຳວັນຂອງທ່ານ. ຕິດຕາມອາລົມ ແລະ ຄວາມຮູ້ສຶກຂອງທ່ານຕໍ່ເນື່ອງ, ຝຶກຫັດການຝຶກການຫາຍໃຈ ແລະ ການນັ່ງສະມາທິ ແລະ ອື່ນໆ.

ຈະບໍ່ລືມຢາຂອງທ່ານອີກຕໍ່ໄປ
ຕອນນີ້ທ່ານສາມາດຕັ້ງການເຕືອນການກິນຢາໃນ Samsung Health ເພື່ອໃຫ້ທ່ານຮັບຮູ້ເວລາກິນຢາຂອງທ່ານສະເໝີ. ທ່ານຍັງສາມາດກວດເບິ່ງຂໍ້ຄວນລະວັງ ແລະ ປະຕິກິລິຍາສຳລັບຢາທີ່ທ່ານໃຊ້.

ກວດເບິ່ງບັນທຶກສຸຂະພາບຂອງທ່ານ
ເຂົ້າເຖິງບັນທຶກສຸຂະພາບຂອງທ່ານຢ່າງປອດໄພຈາກໂຮງໝໍ, ຄລີນິກ ແລະ ຜູ້ໃຫ້ບໍລິການດູແລສຸຂະພາບອື່ນໆທັງໝົດໃນບ່ອນດຽວໃນ Samsung Health.

ຫຼຽນກາ Samsung Health ໃໝ່
ມີແຮງຈູງໃຈຕໍ່ເນື່ອງ ແລະ ເຮັດວຽກເພື່ອບັນລຸເປົ້າໝາຍສຸຂະພາບຂອງທ່ານໃຂະນະທີ່ໄດ້ຮັບຫຼຽນກາໃໝ່ໃນ Samsung Health. ທ້າທາຍຕົນເອງເພື່ອຮັບຫລຽນກາໃໝ່ສຳລັບ ຄະແນນພະລັງງານ, ການອອກກໍາລັງກາຍ, ກິດຈະກໍາ, ອາຫານ, ນໍ້າ, ອົງປະກອບຂອງຮ່າງກາຍ ແລະ ອື່ນໆ.

ການບັນທຶກອາຫານທີ່ງ່າຍຂຶ້ນ
ມັນງ່າຍກວ່າເດີມໃນການຕິດຕາມອາຫານທີ່ທ່ານກິນຕໍ່ເນື່ອງ. ພຽງສະແກນບາໂຄດເທິງຖົງຫຸ້ມຫໍ່ອາຫານເພື່ອເພີ່ມຂໍ້ມູນຂອງມັນໃສ່ Samsung Health ອັດຕະໂນມັດ.



​ສົ່ງ​ເສີມຜະລິດຕະພາບຂອງທ່ານ

ຕົວຢ່າງສຳລັບແອັບທີ່ຫຍໍ້ນ້ອຍລົງ
ເມື່ອ​ໜ້າ​ຈໍປັອບອັບຫຼາຍອັນຈາກແອັບອັນດຽວກັນຖືກຫຍໍ້ລົງ, ພວກມັນຈະລວມເຂົ້າໃນໄອຄອນດຽວ. ການແຕະໄອຄອນຈະສະແດງຕົວຢ່າງປ່ອງຢ້ຽມເປີດທັງໝົດຈາກແອັບ, ໃຫ້ທ່ານສາມາດເລືອກປ່ອງຢ້ຽມທ່ານຕ້ອງການຢ່າງງ່າຍດາຍ.

ຈັດກຸ່ມໂມງປຸກຂອງທ່ານ
ສ້າງກຸ່ມຂອງໂມງປຸກທີ່ທ່ານຕ້ອງການຄວບຄຸມພ້ອມໆກັນໃນແອັບໂມງ. ທ່ານສາມາດປິດໂມງປຸກທັງໝົດໃນໜຶ່ງກຸ່ມດ້ວຍການແຕະຄັ້ງດຽວ.

ຮັກສາໂມງປຸກທັງໝົດຢູ່ໃນລະດັບສຽງດຽວກັນ
ສຳລັບການຕັ້ງທີ່ງ່າຍກວ່າ, ໂມງປຸກຂອງທ່ານທັງໝົດຈະໃຊ້ລະດັບສຽງຄືກັນຕາມຄ່າມາດຕະຖານ. ຖ້າທ່ານມັກທີ່ຈະຕັ້ງລະດັບສຽງແຕກຕ່າງກັນສຳລັບແຕ່ລະໂມງປຸກ, ທ່ານສາມາດເລືອກອັນນີ້ຢູ່ໃນການຕັ້ງຄ່າໂມງ.

ການເລືອກໄຟລ໌ທີ່ປັບປຸງ
ຕົວເລືອກໄຟລ໌ໃໝ່ເຮັດໃຫ້ມັນງ່າຍຂຶ້ນໃນການຄັດຕິດ ແລະ ເລືອກໄຟລ໌ໃນ​ຫຼາຍແອັບ. ມັນງ່າຍໃນການສັບປ່ຽນລະຫວ່າງ ຈຸດທີ່ຕັ້ງ ບ່ອນເກັບຂໍ້ມູນ ແລະ ໝວດທີ່ຕ່າງກັນ ແລະ ຕົວຢ່າງຖືກສະແດງຂຶ້ນເພື່ອຮັບປະກັນວ່າທ່ານໄດ້ຮັບໄຟລ໌ທີ່ຖືກຕ້ອງ.

ຕົວເລືອກຂັ້ນສູງສຳລັບວຽກປະຈຳ
ຕັ້ງໂປຣເກມໃຫ້ໂທລະສັບຂອງທ່ານເພື່ອເຮັດເກືອບທຸກຢ່າງທີ່ທ່ານຕ້ອງການ. ວຽກປະຈຳແມ່ນມີພະລັງຫລາຍກວ່າແຕ່ກ່ອນ ຊຶ່ງມີໂລຈິກ If-Else ແລະ ຄວາມສາມາດໃນການຮັບຂໍ້ມູນຕາມຕົວແປ.



ວາງແຜນໜ້າວຽກ ແລະ ເຫດການ

ກຳນົດເວລາເຫດການປະຕິທິນຄືນຢ່າງງ່າຍດາຍ
ພຽງແຕ່ລາກ ແລະ ວາງເຫດການຈາກວັນທີໜຶ່ງຫາວັນທີອື່ນເທິງປະຕິທິນຂອງທ່ານໃນ ມຸມມອງເດືອນເພື່ອປ່ຽນແປງວັນທີຂອງເຫດການ.

ສະແດງປະຕິທິນທີ່ແຍກຕ່າງຫາກເທິງວິດເຈັດ
ດຽວນີ້ທ່ານມີການຄວບຄຸມຫຼາຍຂຶ້ນຕໍ່ກັບປະຕິທິນໃດຈະປາກົດເທິງວິດເຈັດປະຕິທິນຂອງທ່ານ. ທ່ານສາມາດເລືອກພຽງໜຶ່ງປະຕິທິນ ແລະ ສະແດງພຽງເຫດການຈາກປະຕິທິນນັ້ນເທິງ ໜ້າຈໍຫຼັກຂອງທ່ານ ຫຼື ສ້າງ 2 ວິດເຈັດປະຕິທິນທີ່ແຍກຕ່າງຫາກທີ່ມີປະຕິທິນຕ່າງກັນເທິງແຕ່ລະວິດເຈັດນັ້ນ.

ນັບຖອຍຫຼັງຈຳນວນວັນຫາເຫດການສຳຄັນ
ມັນງ່າຍກວ່າແຕ່ກ່ອນໃນການສ້າງວິດເຈັດ ນັບຖອຍຫຼັງສຳລັບເຫດການເທິງປະຕິທິນຂອງທ່ານ. ໄປທີ່ລາຍລະອຽດເຫດການ, ຈາກນັ້ນເລືອກເພີ່ມວິດເຈັດນັບຖອຍຫຼັງຈາກເມນູຕົວເລືອກເພີ່ມເຕີມ. ວິດເຈັດຈະປາກົດເທິງໜ້າຈໍຫຼັກຂອງທ່ານສະແດງຈຳນວນວັນຈົນເຖິງວັນເກີດ, ວັນຄົບຮອບ, ວັນພັກລະດູຮ້ອນ ຫຼື ເຫດການອື່ນໆທີ່ທ່ານເລືອກ.

ຍ້າຍເຫດການທັງໝົດຈາກປະຕິທິນໜຶ່ງຫາປະຕິທິນອື່ນ
ຫຼີກລ່ຽງຄວາມຫຍຸ້ງຍາກໃນການຍ້າຍເຫດການໜຶ່ງຢ່າງໃນຄັ້ງໜຶ່ງ. ຕອນນີ້ທ່ານສາມາດຍ້າຍເຫດການທັງໝົດຈາກປະຕິທີນໜຶ່ງຫາປະຕິທິນອື່ນເຊັ່ນ: ການຍ້າຍເຫດການທັງໝົດຈາກປະຕິທິນໃນໂທລະສັບຂອງທ່ານຫາປະຕິທິນເທິງຄລາວ.

ຕົວເລືອກເພີ່ມເຕີມສຳລັບການເຕືອນທີ່ເກີດຊໍ້າ
ເມື່ອທ່ານສ້າງການເຕືອນທີ່ເກີດຊໍ້າ, ດຽວນີ້ທ່ານສາມາດເລືອກຫລາຍວັນທີສຳລັບການເກີດຊໍ້າແທນທີ່ຈະເລືອກພຽງອັນດຽວ.

ເມນູເພີ່ມດ່ວນທີ່ປັບປຸງ
ຕອນນີ້ມັນງ່າຍຂຶ້ນໃນການສ້າງການເຕືອນຢ່າງວ່ອງໄວ. ດຽວນີ້ເມນູເພີ່ມດ່ວນສະໜອງທາງເລືອກ ຕັ້ງຄ່າມາກ່ອນສຳລັບເງື່ອນໄຂເວລາ ແລະ ຈຸດທີ່ຕັ້ງ.

ຈັດການການເຕືອນທີ່ສຳເລັດຂອງທ່ານ
ມັນງ່າຍຂຶ້ນໃນການລຶບສິ່ງຮົກເຮື້ອຈາກລາຍການການເຕືອນຂອງທ່ານ. ການຕັ້ງຄ່າໃໝ່ອະນຸຍາດທ່ານລຶບການເຕືອນທີ່ສຳເລັດໂດຍອັດຕະໂນມັດພາຍຫຼັງໄລຍະເວລາສະເພາະໜຶ່ງ. ທ່ານຍັງສາມາດສຳເນົາການເຕືອນທີ່ສຳເລັດ ເພື່ອໃຫ້ທ່ານສາມາດໃຊ້ພວກມັນຄືນໃໝ່ໂດຍບໍ່ປ້ອນຂໍ້ມູນທັງໝົດອີກຄັ້ງ.



ເຊື່ອມຕໍ່ ແລະ ແບ່ງປັນ

ເຊື່ອມຕໍ່ກັບອຸປະກອນໃກ້ຄຽງຢ່າງງ່າຍດາຍ
ມັນງ່າຍກວ່າແຕ່ກ່ອນໃນການເຊື່ອມຕໍ່ກັບອຸປະກອນຊຳຊຸງອື່ນໆເຊັ່ນ: ໂທລະພາບ, ແທັບເລັດ, PCs, ໂມງ, ຫູຟັງ ແລະ ອື່ນໆ. ແຕະອຸປະກອນໃກ້ຄຽງໃນແຜງດ່ວນເພື່ອເບິ່ງອຸປະກອນທີ່ມີໃກ້ທ່ານ, ຈາກນັ້ນ ລາກອຸປະກອນຫາໂທລະສັບຂອງທ່ານເພື່ອເຊື່ອມຕໍ່ທັນທີ. ທ່ານຍັງສາມາດແຕະເທິງອຸປະກອນເພື່ອເບິ່ງຄຸນສົມບັດທີ່ມີເມື່ອຖືກເຊື່ອມຕໍ່ກັບໂທລະສັບຂອງທ່ານ. ຕົວຢ່າງ: ເມື່ອທ່ານແຕະເທິງໂທລະພາບ, ທ່ານຈະເຫັນທາງເລືອກເພື່ອເລີ່ມ Smart View.

ອຸປະກອນທີ່ແນະນຳສຳລັບການແຊຣ໌ດ່ວນ
ຊອກຫາອຸປະກອນທີ່ເໝາະສົມເພື່ອແບ່ງປັນນຳ. ອຸປະກອນທີ່ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ ແລະ ອຸປະກອນທີ່ທ່ານໄດ້ແບ່ງປັນໃນອະດີດຈະປາກົດຢູ່ເບື້ອງເທິງຂອງລາຍການເພື່ອໃຫ້ພວກມັນງ່າຍໃນການຊອກຫາ.

ສືບຕໍ່ການແບ່ງປັນທາງອິນເຕີເນັດ
ສຳເລັດການໂອນໄຟລ໌ ແມ້ວ່າອຸປະກອນຢູ່ໄກກໍຕາມ. ໃນເວລາແບ່ງປັນໄຟລ໌ໂດຍໃຊ້ການແຊຣ໌ດ່ວນ, ຖ້າອຸປະກອນຢູ່ໄກເກີນໄປໃນການສືບຕໍ່ການໂອນໂດຍກົງ, ການໂອນຈະສືບຕໍ່ຢ່າງບໍ່ມີບັນຫາຜ່ານອິນ ເຕີເນັດໂດຍໃຊ້ Wi-Fi ຫຼື ຂໍ້ມູນມືຖື.



ປົກປ້ອງຄວາມປອດໄພຂອງທ່ານ

ປົກປ້ອງຂໍ້ມູນຂອງທ່ານໃນກໍລະນີໂທລະສັບຂອງທ່ານຖືກລັກ
ຄຸນສົມບັດການປ້ອງກັນຂະໂມຍຊ່ວຍປົກປ້ອງແອັບ ແລະ ຂໍ້ມູນຂອງທ່ານໃນກໍລະນີທີ່ໂທລະສັບຂອງທ່ານຖືກລັກ. ໜ້າຈໍຈະລັອກອັດຕະໂນມັດ, ຖ້າກວດພົບຄົນລັກ ຫຼື ຖ້າການເຊື່ອມຕໍ່ເຄືອຂ່າຍຂອງທ່ານສູນເສຍໄປ ຫຼື ທ່ານສາມາດລັອກໜ້າຈໍດ້ວຍຕົນເອງໂດຍການໄປທີ່ android.com/lock. ທ່ານຍັງສາມາດຮ້ອງຂໍການຢືນຢັນຄວາມຖືກຕ້ອງທາງໄບໂອເມຕຣິກກ່ອນປ່ຽນ ການຕັ້ງຄ່າທີ່ລະອຽດອ່ອນ.

ກວດເບິ່ງສະຖານະດ້ານຄວາມປອດໄພຂອງອຸປະກອນທ່ານ
ຊອກຫາກ່ຽວກັບຄວາມສ່ຽງດ້ານຄວາມປອດໄພ ແລະ ແກ້ໄຂພວກມັນຢ່າງວ່ອງໄວ. Knox Matrix ຕິດຕາມອຸປະກອນທີ່ຮອງຮັບທີ່ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ ແລະ ເຮັດໃຫ້ທ່ານຮູ້ວິທີການແກ້ໄຂຄວາມສ່ຽງດ້ານຄວາມປອດໄພ, ຖ້າພົບເຫັນ.

ປອດໄພຈາກໄພຂົ່ມຂູ່ດ້ານຄວາມປອດໄພ
ຕົວບລັອກອັດຕະໂນມັດເຮັດໄດ້ຫຼາຍຂຶ້ນເພື່ອປົກປ້ອງທ່ານຈາກການໂຈມຕີທາງໄຊເບີ້ເມື່ອ ຂໍ້ຈຳກັດສູງສຸດຖືກເປີດ. ຕອນນີ້ເຄືອຂ່າຍ 2G ຖືກບລັອກແລ້ວ ແລະ ໂທລະສັບຂອງທ່ານຈະບໍ່ເຊື່ອມຕໍ່ຄືນກັບ ເຄືອຂ່າຍ Wi-Fi ທີ່ບໍ່ປອດໄພໂດຍອັດຕະໂນມັດ. ຂໍ້ຈໍາກັດເຫຼົ່ານີ້ສາມາດຊ່ວຍປົກປ້ອງຜູ້ໂຈມຕີບໍ່ໃຫ້ຂັດຂວາງການຈະລາຈອນເຄືອຂ່າຍຂອງທ່ານ.



ແບັດເຕີຣີ ແລະ ການ​ສາກ

ຕົວເລືອກເພີ່ມເຕີມສຳລັບການປະຢັດໄຟ
ດຽວນີ້ທ່ານມີການຄວບຄຸມຫຼາຍຂຶ້ນກັບສິ່ງທີ່ເກີດຂຶ້ນເມື່ອໂທລະສັບຂອງທ່ານຢູ່ໃນໂໝດປະຢັດໄຟ. ເລືອກຄຸນສົມບັດແທ້ຈິງທີ່ທ່ານຕ້ອງການຈຳກັດເພື່ອປະຢັດຈຳນວນແບັດເຕີຣີທີ່ເໝາະສົມ ສຳລັບທ່ານ. ທ່ານສາມາດປ່ຽນແປງທາງເລືອກເຫຼົ່ານີ້ ຂະນະທີ່ເປີດການປະຢັດໄຟ.

ຄວບຄຸມເພີ່ມເຕີມຕໍ່ກັບການປົກປ້ອງ ແບັດເຕີຣີ
ເມື່ອທ່ານເປີດການປົກປ້ອງແບັດເຕີຣີ, ຕອນນີ້ທ່ານສາມາດປັບລະດັບການສາກຂັ້ນສູງສຸດໃນຈຸດໃດໜຶ່ງລະຫວ່າງ 80% ແລະ 95%.

ເອັບເຝັກການສາກໃໝ່
ເມື່ອທ່ານສຽບເຄື່ອງສາກ, ການຢືນຢັນການສາກແມ່ນນ້ອຍກວ່າ ແລະ ປາກົດຢູ່ດ້ານລຸ່ມສຸດຂອງໜ້າຈໍ ແທນທີ່ຈະແມ່ນເຄິ່ງກາງເພື່ອປ້ອງກັນການການຂັດຈັງຫວະຂະນະທີ່ເຮັດໃຫ້ມັນງ່າຍໃນການກວດເບິ່ງສະຖານະການສາກ.



ທຸກຄົນສາມາດເຂົ້າເຖິງໄດ້

ຊູມເຂົ້າ ແລະ ຊູມອອກດ້ວຍນິ້ວ​ມືພຽງໜຶ່ງນິ້ວມື
ການຊູມເຂົ້າ ແລະ ຊູມອອກແມ່ນງ່າຍຂຶ້ນ. ສຳລັບຄົນທີ່ມີຄວາມລຳບາກໃນການໃຊ້ຊູມພິນຊ໌, ຕອນນີ້ທ່ານສາມາດເປີດໃຊ້ງານຊູມ 1 ນິ້ວມືຈາກເມນູຊ່ວຍ. ປັດຂຶ້ນ ຫຼື ໄປທາງຂວາເພື່ອຊູມເຂົ້າ. ປັດລົງ ຫຼື ໄປທາງຊ້າຍເພື່ອຊູມອອກ.

ການຄວບຄຸມໜ້າຈໍທີ່ປັບປຸງ
ຕອນນີ້ເມນູຊ່ວຍເຮັດໄດ້ຫຼາຍຂຶ້ນເພື່ອຊ່ວຍທ່ານຄວບຄຸມໜ້າຈໍ. ຕອນນີ້ທ່ານສາມາດແຕະສອງຄັ້ງ ແລະ ສຳຜັດຄ້າງໄວ້ພຽງແຕະປຸ່ມດຽວ. ຄວບຄຸມການເລື່ອນໃໝ່ໃຫ້ທ່ານຍ້າຍຮອບໆໜ້າຈໍໃນໄລຍະສະເພາະໂດຍການແຕະຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດເທິງໜ້າຈໍ.

ກຳນົດເອງການປະຕິສຳພັນທາງການສຳຜັດຂອງທ່ານ
ຮັບເອົາຄຳແນະນຳໃນການເລືອກການຕັ້ງຄ່າທີ່ສະດວກສະບາຍທີ່ສຸດສຳລັບທ່ານ. ການທົດສອບໃໝ່ແມ່ນມີໃຫ້ສຳລັບສຳຜັດການເລື່ອນເວລາຄ້າງໄວ້, ແຕະ ໄລຍະເວລາ ແລະ ບໍ່ສົນໃຈການຕັ້ງຄ່າການສຳຜັດທີ່ຊໍ້າກັນ. ການທົດສອບສາມາດບອກທ່ານໄດ້, ຖ້າການຕັ້ງຄ່າປັດຈຸບັນຂອງທ່ານແມ່ນເໝາະສົມ ຫຼື ຕ້ອງການການປັບ.



ການປັບປຸງເພີ່ມເຕີມຍິ່ງຂຶ້ນ

ຮັບເອົາການແນະນຳທີ່ເປັນປະໂຫຍດໃນ ເລືອກດ້ວຍ AI
ເມື່ອທ່ານເລືອກສ່ວນໜຶ່ງຂອງໜ້າຈໍທີ່ມີ ເລືອກດ້ວຍ AI, ການດຳເນີນການທີ່ເປັນປະໂຫຍດຈະຖືກແນະນຳອີງຕາມສິ່ງທີ່ທ່ານເລືອກ. ຖ້າລາຍລະອຽດເຫດການເປັນສ່ວນໜຶ່ງຂອງການເລືອກຂອງທ່ານ, ທ່ານຈະມີທາງເລືອກເພື່ອເພີ່ມມັນຫາປະຕິທິນຂອງທ່ານ. ຖ້າທ່ານເລືອກຮູບໜຶ່ງ, ທາງເລືອກສຳລັບການແກ້ໄຂຮູບຈະຖືກແນະນຳ.

ເບິ່ງວິດີໂອອີກຄັ້ງ
ໃນເຄື່ອງຫຼິ້ນວິດີໂອ, ປຸ່ມໜຶ່ງຈະປາກົດຢູ່ຕ້ອນທ້າຍຂອງແຕ່ລະວິດີໂອທີ່ໃຫ້ທ່ານເລີ່ມວິດີໂອອີກຄັ້ງຈາກເລີ່ມຕົ້ນ.

ລາຍຊື່ຜູ້ຕິດຕໍ່ທີ່ປັບປຸງ
ສຳລັບປະສົບການທີ່ສອດຄ່ອງຫຼາຍຂຶ້ນ, ຕອນນີ້ລາຍຊື່ຜູ້ຕິດຕໍ່ອັນດຽວກັນປາກົດໃນທັງແອັບໂທລະສັບ ແລະ ແອັບລາຍຊື່ຜູ້ຕິດຕໍ່. ເມນູ ແລະ ທາງເລືອກແມ່ນຄືກັນໃນທັງສອງຈຸດທີ່ຕັ້ງ, ສະນັ້ນທ່ານສາມາດຊອກສິ່ງທີ່ທ່ານຊອກຫາຢູ່ສະເໝີ. ໃນເວລາຊອກຫາຜູ້ຕິດຕໍ່, ຜູ້ຕິດຕໍ່ທີ່ທ່ານໄດ້ຊອກຫາເປັນປະຈຳຈະປາກົດຢູ່ເບື້ອງເທິງສຸດຂອງຜົນຮັບການຊອກຫາ, ຊ່ວຍທ່ານຊອກຫາຄົນທີ່ຖືກຕ້ອງຢ່າງວ່ອງໄວ.

ເພີ່ມບັດຂຶ້ນຍົນຫາ Samsung Wallet ຢ່າງວ່ອງໄວ
ເມື່ອທ່ານເບິ່ງສາຍການບິນທີ່ຮອງຮັບ ຫຼື ໜ້າເວັບການເດີນທາງທີ່ລວມມີບັດຂຶ້ນຍົນໃນ Samsung Internet, ປຸ່ມໜຶ່ງຈະປາກົດຂຶ້ນເພື່ອໃຫ້ທ່ານສາມາດເພີ່ມມັນຫາ Samsung Wallet ຢ່າງງ່າຍໆ ແລະ ວ່ອງໄວ.

ການພະຍາກອນກິດຈະກຳ
ຕອນນີ້ມັນງ່າຍໃນການກວດເບິ່ງວ່າອາກາດເໝາະສົມສຳລັບກິດຈະກຳກາງແຈ້ງຫຼືບໍ່ ເຊັ່ນ: ການແລ່ນ, ການເຮັດສວນ, ການຕັ້ງແຄ້ມ ແລະ ອື່ນໆ. ທ່ານສາມາດເລືອກສູງເຖິງ 3 ກິດຈະກໍາເພື່ອສະແດງໃນແອັບສະພາບອາກາດ.

ປ້າຍຊື່ສະຖານທີ່ທີ່ກຳນົດເອງ
ມັນງ່າຍຂຶ້ນໃນການຕິດຕາມຈຸດທີ່ຕັ້ງທີ່ຕ່າງກັນຢ່າງຕໍ່ເນື່ອງໃນແອັບສະພາບອາກາດ. ດຽວນີ້ທ່ານສາມາດຕັ້ງປ້າຍຊື່ທີ່ກຳນົດເອງໄປຍັງຈຸດທີ່ຕັ້ງທ່ານເພີ່ມເຊັ່ນ: ເຮືອນ, ຫ້ອງການ, ໂຮງຮຽນ ຫຼື ສະຖານທີ່ອື່ນບ່ອນທີ່ທ່ານຕ້ອງການກວດເບິ່ງສະພາບອາກາດ.

ບູສການຫຼິ້ນເກມຂອງທ່ານ
ແຜງໃນເກມຂອງ Game Booster ໄດ້ຮັບການອອກແບບໃໝ່, ເຮັດໃຫ້ງ່າຍຂຶ້ນໃນການປ່ຽນແປງ ການຕັ້ງຄ່າຢ່າງວ່ອງໄວໂດຍບໍ່ອອກຈາກເກມ.

ຕັ້ງປະສິດທິພາບການເຮັດວຽກສຳລັບແຕ່ລະເກມ
ຕອນນີ້ Game Booster ໃຫ້ທ່ານປັບການຕັ້ງຄ່າປະສິດທິພາບການເຮັດວຽກແຍກກັນສຳລັບແຕ່ລະເກມ. ທ່ານສາມາດຕັ້ງບາງເກມເປັນປະສິດທິພາບສູງການເຮັດວຽກ ແລະ ອື່ນໆເພື່ອປະຢັດ ແບັດເຕີຣີສຳລັບເວລາການຫລິ້ນເກມທີ່ດົນນານຂຶ້ນ. ຊອກຫາການຕັ້ງຄ່າທີ່ເໝາະສົມກັບທ່ານທີ່ສຸດ.

ສິ້ນສຸດການຮອງຮັບສຳລັບການດາວໂຫຼດ ຂອບແຜງ
ຂອບແຜງບໍ່ສາມາດດາວໂຫຼດໄດ້ອີກຕໍ່ໄປຈາກ Galaxy Store ໃນ One UI 7. ຂອບແຜງທີ່ໄດ້ດາວໂຫຼດແລ້ວສາມາດສືບຕໍ່ໃຊ້ໄດ້.

ໝາຍເລກການຜະລິດ : S906U1UES8EYC1
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-03-24
ລະດັບແກ້ໄຂຄວາມປອດໄພ : 2025-03-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES7EYA5
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-02-27
ລະດັບແກ້ໄຂຄວາມປອດໄພ : 2025-02-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : S906U1UES7EXL8
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-01-20
ລະດັບແກ້ໄຂຄວາມປອດໄພ : 2025-01-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES7EXK9
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-12-19
ລະດັບແກ້ໄຂຄວາມປອດໄພ : 2024-12-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : S906U1UEU7EXK6
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-12-12
ລະດັບແກ້ໄຂຄວາມປອດໄພ : 2024-11-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.

ໝາຍເລກການຜະລິດ : S906U1UES7EXK4
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-11-25
ລະດັບແກ້ໄຂຄວາມປອດໄພ : 2024-11-01
• ຕົວບລັອກອັດຕະໂນມັດ
ພາຍຫຼັງການອັບເດດ, ໃນເວລາ “ຕົວບລັອກອັດຕະໂນມັດ” ຖືກເປີດດ້ວຍ “ຂໍ້ຈຳກັດສູງສຸດ”, ອຸປະກອນ USB ຈະບໍ່ໄດ້ຮັບອະນຸຍາດໃນການເຊື່ອມຕໍ່ກັບອຸປະກອນນີ້ຍົກເວັ້ນການສາກ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : S906U1UES6EXJ1
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-10-18
ລະດັບແກ້ໄຂຄວາມປອດໄພ : 2024-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU6EXH9
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-09-24
ລະດັບແກ້ໄຂຄວາມປອດໄພ : 2024-09-01
ການ​ອັບ​ເດດ One UI



Galaxy AI

ປ່ຽນຮູບທຳມະດາໃຫ້ເຫັນຮູບພາບທີ່ໜ້າອັດສະຈັນໃຈ
ເລີ່ມຕົ້ນດ້ວຍການແຕ້ມຮູບງ່າຍໆ, ເລືອກ ຮູບແບບຂອງທ່ານ ແລະ ປ່ອຍໃຫ້ Galaxy AI ປ່ຽນໃຫ້ກາຍເປັນງານສິລະປະທີ່ໜ້າດຶງດູດໃຈ. ຄຸນສົມບັດ ຮ່າງເປັນຮູບ ມີໃຫ້ໃຊ້ໃນ Samsung Notes, Photo Editor, ເລືອກອັດສະລິຍະ ແລະ ຂອບແຜງ.

ສ້າງພາບເໝືອນເປັນເອກະລັກບໍ່ຄືໃຜ
ດ້ວຍຮູບແບບພາບເໝືອທີ່ສ້າງດ້ວຍ AI ທີ່ຫຼາກຫຼາຍ, ທ່ານສາມາດສ້າງຮູບລັກສະນະໃໝ່ໃຫ້ກັບຮູບໂປຣໄຟລ໌ຂອງທ່ານເອງໃນລາຍຊື່ຜູ້ຕິດຕໍ່ ຫຼື ຂອງຄົນອື່ນ ຫຼື ໃຊ້ Photo Editor ເພື່ອສ້າງສັນສິ່ງໃໝ່ໆສຳລັບຮູບພາບໃດໜຶ່ງຂອງທ່ານທີ່ມີໃບໜ້າ.

ໃຫ້ໂທລະສັບຂອງທ່ານຂຽນແທນທ່ານ
ເມື່ອທ່ານຈຳເປັນຕ້ອງຂຽນບາງຢ່າງ, ບໍ່ວ່າຈະເປັນຂໍ້ຄວາມ, ອີເມລ໌ ຫຼື ໂພສ໌ ໃນມີເດຍທາງສັງຄົມ, ທ່ານສາມາດເລີ່ມດ້ວຍການໃຫ້ຂໍ້ຄວາມສັ້ນໆ ຫຼື ຕັດຕໍ່ເປັນຂໍ້ຄວາມສັ້ນໆ ໄປຫາ Composer ໃໝ່ຂອງ Samsung Keyboard, ຈາກນັ້ນປະໃຫ້ Galaxy AI ຈັດການສ່ວນທີ່ເຫຼືອ.

ແປພາສາຈາກການໂທໃນແອັບຕ່າງໆຫຼາຍຂຶ້ນ
ພຽງແຕ່ລົມໂທລະສັບ ແລະ ຮັບການແປພາສາໃນເວລາຈິງ, ຊ່ວຍທຳລາຍອຸປະສັກດ້ານພາສາໄດ້. ແລະ ຕອນນີ້, ນອກຈາກ ແອັບໂທລະສັບ ຊຳຊຸງ, ທ່ານສາມາດຮັບການແປພາສາເວລາຈິງໃນ ແອັບ ໂທດ້ວຍສຽງທີ່ຜ່ານການຮັບຮອງເຊັ່ນ: Google Meet ແລະ WhatsApp ອີກດ້ວຍ.  ໃນເວລາໂທ, ແຕະ ແປພາສາສົດໃນ ແຜງດ່ວນ ເພື່ອເລີ່ມການແປພາສາ.

ແປຂໍ້ຄວາມພາບໃນໜ້າເວັບ
ຮັບໜ້າເວັບທັງໝົດເປັນພາສາຂອງທ່ານ. ເມື່ອທ່ານແປພາສາໜ້າເວັບໃນ Samsung Internet, ຂໍ້ຄວາມທັງໝົດໃນໜ້າເວັບຈະຖືກແປ, ບໍ່ວ່າມັນຖືກຈັດຮູບແບບເປັນຂໍ້ຄວາມ ຫຼື ສ່ວນຂອງຮູບພາບ ຫຼື ຮູບຖ່າຍກໍ່ຕາມ.

ແປພາສາໃນໂໝດຟັງ
ຟັງໄດ້ເລີຍ ບໍ່ວ່າເວົ້າພາສາໃດກໍ່ຕາມ. ໂໝດການຟັງໃໝ່ຂອງຕົວແປພາສາໃຫ້ທ່ານການສື່ສານທາງດຽວເຊັ່ນ: ການບັນຍາຍ ຫຼື ການນຳສະເໜີເປັນພາສາຂອງທ່ານ.

ປ່ຽນການບັນທຶກສຽງເປັນບົດບັນທຶກ
ການສ້າງບົດບັນທຶກດ້ວຍ Samsung Notes ແມ່ນງ່າຍກວ່າແຕ່ກ່ອນ, ເຖິງວ່າຈະໃຊ້ພຽງສຽງຂອງທ່ານກໍ່ຕາມ. ດຽວນີ້ທ່ານສາມາດຖອດການບັນທຶກສຽງອອກມາເປັນບັນທຶກຂໍ້ຄວາມທີ່ທ່ານສາມາດແກ້ໄຂໄດ້, ສະຫຼຸບຫຍໍ້ ແລະ ອື່ນໆເພີ່ມເຕີມ.

ແປພາສາ ແລະ ສະຫຼຸບຫຍໍ້ PDFs
ຕອນນີ້ຄຸນສົມບັດການແປພາສາ ແລະ ສະຫຼຸບຫຍໍ້ຂອງຕົວຊ່ວຍບັນທຶກເຮັດວຽກກັບໄຟລ໌ PDF ໂດຍບໍ່ຈຳເປັນແປງເປັນບົດບັນທຶກກ່ອນ. ຂໍ້ຄວາມທີ່ແປຈະປາກົດໃນຮູບແບບຕົ້ນສະບັບຂອງ PDF.

ກວດຫາພາສາອັດຕະໂນມັດໃນເຄື່ອງບັນທຶກສຽງ
ໃຊ້ຕົວຊ່ວຍການຖອດສຽງເພື່ອແປງການບັນທຶກກອງປະຊຸມ, ການບັນຍາຍ, ບັນທຶກຄວາມຈໍາສຽງ ແລະ ອື່ນໆເຂົ້າເປັນຂໍ້ຄວາມ. ຕອນນີ້ພາສາຂອງການບັນທຶກຂອງທ່ານຈະຖືກກວດພົບໂດຍອັດຕະໂນມັດ, ສະນັ້ນທ່ານສາມາດຂ້າມຕົວເລືອກພາສາ ແລະ ໄປທີ່ການຖອດສຽງໄດ້ທັນທີ.

ແກ້ໄຂ ການບັນທຶກສຽງ ແລະ ການຖອດສຽງ
ພາຍຫຼັງທ່ານສ້າງການຖອດສຽງໃນ ເຄື່ອງບັນທຶກສຽງ, ດຽວນີ້ທ່ານສາມາດແກ້ໄຂຂໍ້ຄວາມເພື່ອດັດແກ້ຂໍ້ຜິດພາດໃດໜຶ່ງ, ໃຫ້ລຶບສ່ວນທີ່ບໍ່ຕ້ອງການອອກ ຫຼື ເພີ່ມບາງຢ່າງທີ່ຂາດຫາຍໄປ. ທ່ານຍັງສາມາດແກ້ໄຂການບັນທຶກສຽງໂດຍການລຶບສ່ວນທີ່ທ່ານບໍ່ຕ້ອງການອອກໄປ.



ສ້າງຮູບແນວມະຫາກາບ

ນຳເອົາຮູບຖ່າຍກັບມາມີຊີວິດຊີວາດ້ວຍເອັບເຝັກສົດ
ໃຫ້ການປະກົດຂຶ້ນທີ່ເໝືອນມີຊີວິດຈິງແກ່ເປົ້າໝາຍຂອງທ່ານໂດຍການນຳໃຊ້ເອັບເຝັກຮູບເງົາທີ່ງົດງາມກັບ ຜູ້ຄົນ ແລະ ສັດໃນ ຮູບຖ່າຍຂອງທ່ານ.

ສ້າງສະຕິກເກີທີ່ເຄື່ອນໄຫວ ແລະ GIFs ຢ່າງມ່ວນຊື່ນ
ແຕະ ແລະ ກົດວັດຖຸໃດໜຶ່ງຄ້າງໄວ້ຈາກຮູບຖ່າຍເຄື່ອນໄຫວເພື່ອຕັດມັນ, ຈາກນັ້ນປ່ຽນມັນເປັນສະຕິກເກີພາບເຄື່ອນໄຫວ ຫຼື GIF ທີ່ທ່ານສາມາດແບ່ງປັນກັບຄົນອື່ນ.

ຕັດພຽງສ່ວນທີ່ທ່ານຕ້ອງການ
ແຕະ ແລະ ກົດຮູບຄົນ ຫຼື ວັດຖຸຄ້າງໄວ້ໃນຮູບຖ່າຍໃດໜຶ່ງເພື່ອຕັດມັນ. ຕອນນີ້ທ່ານສາມາດຕັດຫຼາຍລາຍການໄດ້ຫຼາຍລາຍການໃນຄັ້ງດຽວ. ພາຍຫຼັງຕັດແລ້ວ, ທ່ານສາມາດປ່ຽນການເລືອກຂອງທ່ານເປັນສະຕິກເກີຢ່າງງ່າຍໆ ຫຼື ສຳເນົາ ແລະວາງມັນໃສ່ບ່ອນອື່ນໄດ້ຢ່າງງ່າຍດາຍ.



ປົດລັອກສຸຂະພາບທີ່​ດີ​ຂຶ້ນ​ແກ່ທ່ານ

ຄົ້ນພົບຄວາມເຂົ້າໃຈຂໍ້ມູນອັນໃໝ່ ແລະ ມີແຮງບັນດານໃຈ
ຮັບແຮງບັນດານໃຈຕະຫຼອດປະສົບການດ້ານສຸຂະພາບຂອງທ່ານດ້ວຍເຄັດລັບສຸຂະພາບໃໝ່ໆໃນ Samsung Health. ເຄັດລັບຄວາມຢູ່ດີມີແຮງສະໜອງຂໍ້ມູນເລິກເຊິ່ງທີ່ມີຄຸນຄ່າ ແລະ ການສົ່ງເສີມເພື່ອຊ່ວຍທ່ານບັນລຸເປົ້າໝາຍດ້ານສຸຂະພາບຂອງທ່ານ.

ເອົາການວິເຄາະການນອນຫຼັບທີ່ມີລາຍລະອຽດເພີ່ມເຕີມ
ຂໍ້ມູນການນອນຫຼັບໃໝ່ໃຫ້ທ່ານວິເຄາະລາຍລະອຽດເພີ່ມເຕີມ ແລະ ຖືກຕ້ອງກ່ຽວກັບຄຸນນະພາບການນອນຫຼັບຂອງທ່ານ. ລາຍງານການນອນຫຼັບທີ່ຄົບຖ້ວນຂອງທ່ານຕອນນີ້ລວມເຖິງອັດຕາຫົວໃຈ, ອັດຕາການຫາຍໃຈຂອງທ່ານ ແລະ ໄລຍະເວລາທີ່ທ່ານຈະນອນຫຼັບຫຼັງຈາກທີ່ທ່ານນອນລົງ.

ແບ່ງປັນຂໍ້ມູນສຸຂະພາບກັບຄອບຄົວຂອງທ່ານ
ສົ່ງເສີມຄວາມຊີນເຄີຍທີ່ດີກັບສຸຂະພາບລະຫວ່າງຄົນທີ່ທ່ານຮັກໂດຍການອະນຸຍາດພວກເຂົາເຂົ້າເຖິງຂໍ້ມູນ Samsung Health ຂອງທ່ານ ລວມມີ ກ້າວຍ່າງ, ບັນທຶກ ການອອກກໍາລັງກາຍ ແລະ ຂໍ້ມູນ ການນອນຫຼັບ. ທ່ານສາມາດຄວບຄຸມຂໍ້ມູນຂອງທ່ານອັນໃດແດ່ທີ່ສະມາຊິກຄອບຄົວສາມາດເຫັນໄດ້ ແລະ ທ່ານສາມາດເອົາການເຂົ້າເຖິງອອກໄດ້ ໃນທຸກເວລາ.

ເຮັດ​ກິດ​ຈະ​ກໍາ​ການ​ອອກ​ກໍາ​ລັງ​ກາຍ​ປະຈໍາຂອງ​ທ່ານ​ເອງ​
ລວມເຂົ້າກັນຊຸດການອອກກຳລັງກາຍທີ່ແຕກຕ່າງກັນຮ່ວມກັນເພື່ອການອອກກຳລັງກາຍແບບປະຈໍາທີ່ກຳນົດເອງ. ທ່ານສາມາດຕັ້ງຄ່າເປົ້າໝາຍສໍາລັບການຕັ້ງຄ່າ, ຮອບວຽນ, ເວລາ ແລະ ອື່ນໆ. ຫຼັງຈາກທີ່ທ່ານເລີ່ມເຮັດປະຈຳ, ໂມງຂອງທ່ານສາມາດປ່ຽນໄປໃຊ້ການອອກກຳລັງກາຍຕໍ່ໄປໄດ້ໂດຍອັດຕະໂນມັດເມື່ອທ່ານບັນລຸເປົ້າໝາຍຂອງທ່ານ. ທ່ານສາມາດເພີ່ມການພັກຜ່ອນເປັນ​ທາງ​ເລືອກລະຫວ່າງການອອກກໍາລັງກາຍໄດ້. ເມື່ອສິ່ງທີ່ເຮັດປະຈຳຂອງທ່ານສຳເລັດແລ້ວ, ທ່ານສາມາດເບິ່ງຜົນໄດ້​ຮັບທັງໝົດຂອງທ່ານໄດ້ຢູ່ບ່ອນດຽວ.

ເຊື່ອມຕໍ່ເຄື່ອງວັດແທກພະລັງງານຈາກການຖີບລົດ
ເອົາຂໍ້ມູນທີ່ເປັນປະໂຫຍດ ເພີ່ມເຕີມຈາກການອອກກຳລັງກາຍຜ່ານການຖີບລົດ. ຕອນນີ້ Samsung Health ຮອງຮັບ ການເຊື່ອມຕໍ່ກັບເຄື່ອງວັດແທກພະລັງານຂອງ ການຖີບລົດທີ່ຕິດກັບລົດຖີບຂອງທ່ານ. ເຄື່ອງວັດແທກພະລັງງານອະນຸຍາດທ່ານຕິດຕາມຄ່າວັດຕໍ່ຊົ່ວໂມງທີ່ຄົນນັ້ນເຮັດໄດ້ (FTP) ເພື່ອໃຫ້ຂໍ້ມູນເລິກເຊິ່ງເພີ່ມເຕີມແກ່ທ່ານເຂົ້າໃນການຝຶກແອບ.



ມີປະສິດທິຜົນຫຼາຍຂຶ້ນ

ການນຳເນີນການທີ່ແນະນຳສຳລັບການເລືອກອັດສະລິຍະ
ດຳເນີນການຢ່າງວ່ອງໄວຕາມສິ່ງທີ່ປາກົດເທິງໜ້າຈໍຂອງທ່ານ. ເມື່ອທ່ານເລືອກບາງຢ່າງໃນໜ້າຈໍດ້ວຍການ ເລືອກອັດສະລິຍະ, ທ່ານຈະໄດ້ຮັບຄຳແນະນຳການດຳເນີນທີ່ກ່ຽວຂ້ອງກັບການເລືອກຂອງທ່ານ. ທ່ານສາມາດໂທຫາຫຼາຍເບີໄດ້ຢ່າງວ່ອງໄວ, ຄົ້ນຫາທີ່ຢູ່, ປັບປຸງຮູບພາບ ແລະ ອ່ືນໆ. ຕອນນີ້ສາມາດເຂົ້າເຖິງການເລືອກແບບອັດສະລິຍະໄດ້ໃນແຜງ Apps edge.

ປະສົບການມັລຕິວິນໂດທີ່ປັບປຸງແລ້ວ
ການສັບປ່ຽນລະຫວ່າງຮູບຊ້ອນກັນ ແລະ ແຍກໜ້າຈໍງ່າຍກວ່າທີ່ເຄີຍເປັນມາ. ແຕະ ແລະ ກົດຫຼິ້ນວິດີໂອຄ້າງໄວ້ໃນແບບຮູບຊ້ອນກັນ, ຈາກນັ້ນລາກໄປຫາຂ້າງໜ້າຈໍບ່ອນທີ່ທ່ານຕ້ອງການຫຼິ້ນ.

ການສຳເນົາ ແລະ ການຍ້າຍໄຟລ໌ງ່າຍຂຶ້ນ
ມັນງ່າຍກວ່າທີ່ເຄີຍມີມາໃນການຊອກຫາໂຟລເດີທີ່ຖືກຕ້ອງໃນເວລາສຳເນົາ ຫຼື ຍ້າຍໄຟລ໌ໃນໄຟລ໌ຂອງຂ້ອຍ. ຕອນນີ້ທ່ານສາມາດເລືອກໂຟລເດີປາຍທາງໃນໜ້າຕ່າງ ປັອບອັບ ເພື່ອທີ່ທ່ານສາມາດກັບຄືນມາໂຟລເດີເດີມຢ່າງງ່າຍດາຍເມື່ອທ່ານສຳເລັດ.

ສ້າງທາງລັດໄຟລ໌ເທິງໜ້າຈໍຫຼັກ
ຮັບເອົາການເຂົ້າເຖິງໄຟລ໌ທີ່ທ່ານໃຊ້ຫລາຍທີ່ສຸດໄດ້ໄວຂຶ້ນ. ແຕະ ແລະ ກົດໄຟລ໌ໃດໜຶ່ງຄ້າງໄວ້ໄຟລ໌ຂອງຂ້ອຍ, ຈາກນັ້ນໃຊ້ມືອີກເບື້ອງໜຶ່ງນຳທາງໄປທີ່ ໜ້າຈໍຫຼັກ. ວາງໄຟລ໌ບ່ອນໃດກໍ່ໄດ້ເທິງໜ້າຈໍຫຼັກຂອງທ່ານເພື່ອສ້າງທາງລັດໄປຫາໄຟລ໌.

ປັບປຸງຈໍສະແດງຜົນຮູບ
ເບິ່ງວ່າຮູບຈະປາກົດແນວໃດກ່ອນທ່ານເປີດພວກມັນ. ຮູບຫຍໍ້ສຳລັບຮູບພາບ ແລະ ວິດີໂອໃນ ໄຟລ໌ຂອງຂ້ອຍ ຕອນນີ້ປາກົດໃນອັດຕາສ່ວນກ້ວາງຍາວເດີມແລ້ວ.

ເຮັດໃຫ້ໂມງຂອງທ່ານທຳງານອັດຕະໂນມັດດ້ວຍໂໝດ ແລະ ວຽກປະຈຳ
ໂໝດທີ່ທ່ານຕັ້ງຢູ່ໃນໂທລະສັບຂອງທ່ານເຊັ່ນ: ໂໝດນອນຫຼັບ, ໂໝດການອອກກຳລັງກາຍ ຫຼື ໂໝດໂຮງລະຄອນ, ດຽວນີ້ສາມາດຄວບຄຸມການຕັ້ງຄ່າໂມງຂອງທ່ານໄດ້ໂດຍອັດຕະໂນມັດໂດຍອີງໃສ່ສິ່ງທີ່ທ່ານກຳລັງເຮັດ ຫຼື ທ່ານຢູ່ທີ່ໃດ. ນອກຈາກໜ້າໂມງ ແລະ ຫ້າມລົບກວນແລ້ວ, ຕອນນີ້ໂໝດຍັງສາມາດຄວບຄຸມການສະແດງຕະຫຼອດເວລາ, ຍົກຂໍ່ມືເພື່ອປຸກ, ສຳພັດໜ້າຈໍເພື່ອປຸກ, ໝູນຂອບຕົວເລື່ອນເພື່ອປຸກ, ໂໝດສຽງ ແລະ ການເຕືອນການຕັດເຊື່ອມຕໍ່.  ທ່ານຍັງສາມາດໃຊ້ວຽກປະຈຳເພື່ອຄວບຄຸມການທຳງານຂອງໂມງເຫຼົ່ານີ້.

ທາງເລືອກການກັ່ນຕອງຂໍ້ຄວາມທີ່ຫຼາຍຂຶ້ນ
ເມື່ອທ່ານສ້າງວຽກປະຈຳທີ່ເລີ່ມຕົ້ນ ເມື່ອທ່ານໄດ້ຮັບຂໍ້ຄວາມ ຫຼື ການແຈ້ງເຕືອນ, ຕອນນີ້ທ່ານສາມາດຄວບຄຸມໄດ້ລະອຽດກວ່າເກົ່າ. ທ່ານສາມາດເພີ່ມຫຼາຍຄຳສຳຄັນ ແລະ ເລືອກເພື່ອເລີ່ມການດຳເນີນການເມື່ອລວມຄຳສຳຄັນທັງໝົດ ຫຼື ເມື່ອມມີການລວມຄຳສຳຄັນໃດໆໄວ້ໃນຂໍ້ຄວາມ ຫຼື ການແຈ້ງເຕືອນ.



ການປັບປຸງເພີ່ມເຕີມຍິ່ງຂຶ້ນ

ອອກແບບ ແລະ ແບ່ງປັນ ບັດໂປຣໄຟລ໌ຂອງທ່ານ
ອອກແບບບັດໂປຣໄຟລ໌ຂອງທ່ານເອງດ້ວຍຊື່ແລະຮູບຂອງທ່ານທີ່ຜູ້ໃຊ້ Galaxy ຄົນອື່ນໆສາມາດເຫັນໄດ້ໃນເວລາທ່ານໂທຫາພວກເຂົາ ຫຼື ໃນເວລາພວກເຂົາເບິ່ງຂໍ້ມູນຕິດຕໍ່ຂອງທ່ານ. ທ່ານຍັງສາມາດສ້າງບັດໂປຣໄຟລ໌ໃຫ້ຄົນອື່ນໃນລາຍຊື່ຜູ້ຕິດຕໍ່ຂອງທ່ານເພື່ອທີ່ທ່ານສາມາດເບິ່ງບັດຂອງເຂົາເຈົ້າເວລາພວກເຂົາເຈົ້າໂທຫາທ່ານ.

ເບິ່ງວິດີໂອແບບຜ່ານໆໄດ້ຢ່າງວ່ອງໄວ
ປະຢັດເວລາ ແລະ ຄວາມພະຍາຍາມດ້ວຍການຄວບຄຸມການຊອກວິດີໂອໃໝ່ໃນ ແອັບເຄື່ອງຫຼິ້ນວິດີໂອ. ແຕະສອງຄັ້ງດ້ານຂວາຂອງໜ້າຈໍເພື່ອໄປໜ້າ 5 ວິນາທີ. ແຕະສອງຄັ້ງດ້ານຊ້າຍຂອງໜ້າຈໍເພື່ອກັບຄືນຫຼັງ 5 ວິນາທີ.

ຮັບສາຍໂທດ້ວຍການແຕະແທນການປັດ
ຖ້າທ່ານມີບັນຫາໃນການປັດໜ້າຈໍ, ທ່ານສາມາດຕັ້ງຄ່າໂທລະສັບໃຫ້ຮັບສາຍໄດ້ດ້ວຍການແຕະປຸ່ມງ່າຍໆ.

ຮັບສາຍທຸກສາຍດ້ວຍລໍາໂພງ
ເພີດເພີນກັບການໂທແບບແຮນຟຣີທີ່ງ່າຍຂຶ້ນ. ຖ້າທ່ານຕ້ອງການຮັບໂທລະສັບຜ່ານລຳໂພງ, ການຕັ້ງຄ່າໃໝ່ຈະໃຫ້ທ່ານຮັບໂທລະສັບທັງໝົດຕອບສາຍໂທທັງໝົດໃນລຳໂພງໄດ້ຕາມຄ່າເລີ່ມຕົ້ນ, ແທນທີ່ຈະສັບປ່ຽນດ້ວຍມືສຳລັບແຕ່ລະການໂທ.

ຮັບຂໍ້ມູນອັບເດດສະພາບອາກາດເລື້ອຍ
ກຽມພ້ອມຮັບມືກັບການປ່ຽນແປງສະພາບອາກາດແບບກະທັນຫັນ. ຂໍ້ມູນສະພາບອາກາດອັບເດດອັດຕະໂນມັດຢ່າງໜ້ອຍທຸກຊົ່ວໂມງເພື່ອເຮັດໃຫ້ແນ່ໃຈວ່າທ່ານໄດ້ຮັບພະຍາກອນຫຼ້າສຸດສະເໝີ.

ຄວາມປອດໄພທີ່ແຂງແຮງພິເສດ
ຖ້າທ່ານມີຄວາມຕ້ອງການດ້ານຄວາມປອດໄພພິເສດ, ທ່ານສາມາດຕັ້ງຄ່າຕົວບລັອກອັດຕະໂນມັດເພື່ອໃຊ້ຂໍ້ຈຳກັດສູງສຸດເພື່ອໃຫ້ໄດ້ຮັບການປົກປ້ອງສູງສຸດຕ້ານມາລ໌ແວຣ໌ ແລະ ໄພຂົ່ມຂູ່ທາງດ້ານຄວາມປອດໄພ. ໄຮເປີລິ້ງຄ໌ ແລະ ການດາວໂຫລດໄຟລ໌ຄັດຕິດອັດຕະໂນມັດໃນຂໍ້ຄວາມຈະຖືກບລັອກ, ຂໍ້ມູນ ຈຸດທີ່ຕັ້ງຖືກລຶບອອກເມື່ອແບ່ງປັນຮູບ ແລະ ບໍ່ສາມາດໃຊ້ອາລະບຳທີ່ແຊຣ໌ໃນແກເລີຣີໄດ້.

ເມນູຊ່ວຍທີ່ໄດ້ຮັບການປັບປຸງ
ຕອນນີ້ທ່ານຍັງສາມາດເປີດແຜງດ່ວນໄດ້ດ້ວຍການແຕະຄັ້ງດຽວ. ທ່ານຍັງສາມາດຄວບຄຸມປຸ່ມຕົວຈິງໄດ້ຫຼາຍຂຶ້ນອີກດ້ວຍ. ໃຊ້ເມນູຊ່ວຍເພື່ອກົດ ແລະ ກົດຄ້າງໄວ້ ຫຼື ກົດປຸ່ມຂ້າງສອງເທື່ອ.

ໝາຍເລກການຜະລິດ : S906U1UES6EXG8
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-08-13
ລະດັບແກ້ໄຂຄວາມປອດໄພ : 2024-08-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES6EXF8
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-07-12
ລະດັບແກ້ໄຂຄວາມປອດໄພ : 2024-07-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES5EXE3
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-06-13
ລະດັບແກ້ໄຂຄວາມປອດໄພ : 2024-06-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES5EXE2
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-05-24
ລະດັບແກ້ໄຂຄວາມປອດໄພ : 2024-05-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU4EXE1
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-05-13
ລະດັບແກ້ໄຂຄວາມປອດໄພ : 2024-04-01
ອັບເກຣດ One UI 6.1



Galaxy AI

ຊອກຫາທຸກຢ່າງໄດ້ທັນທີເທິງໜ້າຈໍຂອງທ່ານ
ແຕ້ມວົງມົນເພື່ອຊອກຫາ ດ້ວຍ Google ໃຫ້ທ່ານຮຽນຮູ້ເພີ່ມເຕີມກ່ຽວກັບທຸກຢ່າງທີ່ສະແດງເທິງໜ້າຈໍຂອງທ່ານຢ່າງງ່າຍດາຍໂດຍບໍ່ສັບປ່ຽນແອັບ. ພຽງສຳຜັດ ແລະກົດ ປຸ່ມໂຮມ ຫຼື ຕົວຈັບການກໍານົດທິດທາງຄ້າງໄວ້, ຈາກນັ້ນແຕ້ມວົງມົນທຸກຢ່າງເທິງໜ້າຈໍເພື່ອເລີ່ມ Google ຊອກຫາ.

ແປການໂທຈາກໂທລະສັບໃນເວລາຈິງ
ຕ້ອງການໂທຫາຜູ້ໃດໜຶ່ງທີ່ບໍ່ເວົ້າພາສາຂອງທ່ານບໍ? ບໍ່ມີບັນຫາ! ແປພາສາສົດໃຫ້ການແປພາສາເວລາຈິງໃນລະຫວ່າງການໂທ. ບຸກຄົນອື່ນຢູ່ລະຫວ່າງການໂທສາມາດໄດ້ຍິນສິ່ງທີ່ທ່ານເວົ້າໃນພາສາຂອງເຂົາເຈົ້າ ແລະ ທ່ານສາມາດໄດ້ຍິນຄຳຕອບກັບຂອງເຂົາເຈົ້າໃນພາສາຂອງທ່ານ. ການແປພາສາຈະປາກົດຂຶ້ນເທິງໜ້າຈໍອີກດ້ວຍ.

ແປພາສາການສົນທະນາແບບເຊິ່ງໜ້າ
ຄຸນສົມບັດລ່າມແປພາສາໃໝ່ຊ່ວຍໃຫ້ທ່ານແປພາສາໃນການສົນທະນາໄດ້ທຸກເວລາທີ່ທ່ານຕ້ອງການເວົ້າກັບຜູ້ໃດໜຶ່ງທີ່ເວົ້າພາສາອື່ນ. ທ່ານສາມາດເຂົ້າເຖິງລ່າມພາສາຢ່າງງ່າຍດາຍຈາກ ແຜງດ່ວນ. ທັງສອງຝ່າຍສາມາດໄດ້ຍິນການແປພາສາທີ່ອ່ານອອກສຽງໄດ້ ນອກຈາກການອ່ານຈາກການອ່ານໃນໜ້າຈໍ.

ແປຂໍ້ຄວາມໃນຮູບ, ປ້າຍ, ເອກະສານ ແລະ ອີກຫຼາກຫຼາຍ
ແປຂໍ້ຄວາມໄດ້ທັນທີເມື່ອທ່ານຊອກເຫັນ. ພຽງເອົາ ກ້ອງຖ່າຍຮູບຂອງທ່ານຊີ້ໄປທີ່ຂໍ້ຄວາມທີ່ທ່ານຕ້ອງການແປພາສາ, ຈາກນັ້ນ ແຕະປຸ່ມ T ເພື່ອສະແດງ ຕົວເລືອກເພີ່ມເຕີມ. ທ່ານຍັງສາມາດແປຂໍ້ຄວາມທີ່ປາກົດໃນຮູບໃນແກເລີຣີຂອງທ່ານອີກດ້ວຍ.

ສະຫຼຸບຫຍໍ້ ແລະ ແປພາສາໜ້າເວັບ
ຮັບຂໍ້ມູນທີ່ທ່ານຕ້ອງການຢ່າງວ່ອງໄວໂດຍການສະຫຼຸບຫຍໍ້ໜ້າເວັບດ້ວຍ ຕົວຊ່ວຍການທ່ອງເບິ່ງ ໃນ ອິນເຕີເນັດຊຳຊຸງ. ທ່ານສາມາດຫລຸດການອ່ານທີ່ຍາວເປັນພຽງຈຸດສັນຍາລັກຫົວຂໍ້ຍ່ອຍທີ່ສຳຄັນທີ່ສຸດ. ທ່ານຍັງສາມາດແປພາສາໜ້າເວັບໃຫ້ເປັນພາສາຂອງທ່ານອີກດ້ວຍ.

ບັນທຶກແບບສະຫລາດກວ່າ, ບໍ່ແມ່ນແບບຍາກກວ່າເກົ່າ
ຕົວຊ່ວຍບັນທຶກ ຊ່ວຍທ່ານເຮັດໄດ້ຫຼາຍກວ່າທີ່ເຄີຍໃນ Samsung Notes. ທ່ານສາມາດຈັດຮູບແບບ, ສະຫຼຸບຫຍໍ້, ແກ້ຄຳຜິດ, ແປພາສາ ແລະ ສ້າງໜ້າປົກສຳລັບບັນທຶກຂອງທ່ານໂດຍອັດຕະໂນມັດ.

ຖອດການບັນທຶກສຽງເປັນຕົວໜັງສືໂດຍອັດຕະໂນມັດ
ເພື່ອໃຊ້ຕົວຊ່ວຍການຖອດສຽງເພື່ອແປງການບັນທຶກກອງປະຊຸມ, ການບັນຍາຍ, ບັນທຶກຄວາມຈໍາສຽງ ແລະ ອື່ນໆເຂົ້າເປັນຂໍ້ຄວາມ, ຈາກນັ້ນ ສະຫຼຸບຫຍໍ້ພວກມັນເພື່ອການກວດສອບແບບໄວ. ທ່ານສາມດແປພາສາໃບຄະແນນ ແລະ ສະຫຼຸຍຫຍໍ້ເພື່ອກວດສອບພວກໃນໃນພາສາອື່ນ.

ເຮັດໄດ້ຫຼາຍກວ່າເກົ່າກັບ ຄີບອດຊໍາຊຸງ
ປ່ຽນແປງໂທນການຂຽນຂອງທ່ານເພື່ອເຮັດໃຫ້ມີລັກສະນະມືອາຊີບ, ເປັນກັນເອງ ຫຼື ພ້ອມເພື່ອໂພສໃນມີເດຍທາງສັງຄົມດ້ວຍຕົວຊ່ວຍການຂຽນ. ທ່ານຍັງສາມາດຮັບຄຳແນະນຳການສະກົດຄຳ ແລະ ໄວຍາກອນອີກດ້ວຍ ນອກເໜືອຈາກການແປຂໍ້ຄວາມໃນ ເລືອກການສົນທະນາ ແລະ ແອັບສົ່ງຂໍ້ຄວາມຕົວອັກສອນທີ່ເລືອກອີກດ້ວຍ.

ຈິນຕະນາການຮູບຖ່າຍຂອງທ່ານຄືນໃໝ່
ແກ້ໄຂເຊີງກຳເນີດໃຫ້ທ່ານວິທີທີ່ຫລາຍຂຶ້ນເພື່ອແກ້ໄຂຮູບຖ່າຍຂອງທ່ານ. ທ່ານສາມາດຍ້າຍ, ເອົາອອກໄປ, ຫຼື ປ່ຽນຂະໜາດ ຜູ້ຄົນ ແລະ ວັດຖຸໃນ ຮູບຖ່າຍຂອງທ່ານ, ຈາກນັ້ນສ້າງ ພື້ນຫຼັງໃໝ່ເພື່ອຕື່ມຊິ້ນສ່ວນທີ່ຂາດຫາຍໄປໃດໜຶ່ງ.

ສ້າງວອລເປເປີທີ່ມີເອກະລັກສະເພາະ
ໃຊ້ AI ເພື່ອສ້າງວອລເປເປີທີ່ມີເອກະລັກສະເພາະສຳລັບໜ້າຈໍຫຼັກ ແລະ ໜ້າຈໍລັອກຂອງທ່ານ. ພຽງເລືອກຄຳສຳຄັນສອງສາມຢ່າງ ແລະ ໃຫ້ AI ຈັດການສ່ວນທີ່ເຫຼືອ.

ການຕັ້ງຄ່າໃຫ້ຄວາມອັດສະລິຍະຂັ້ນສູງ
ທ່ານສາມາດຄວບຄຸມລັກສະນະ AI ທີ່ທ່ານຕ້ອງການໃຊ້ ແລະ ວິທີປະມວນຂໍ້ມູນຂອງທ່ານໄດ້ຢ່າງເຕັມທີ່. ທ່ານຍັງສາມາດບລັອກການປະມວນຜົນຂໍ້ມູນຂອງທ່ານທາງອອນໄລນ໌ໄດ້ສຳລັບຄຸນສົມບັດທັງໝົດດ້ວຍການແຕະໜຶ່ງຄັ້ງ.



ສ້າງຮູບແນວມະຫາກາບ

ປັບປຸງຮູບຖ່າຍຂອງທ່ານຢ່າງງ່າຍໆ
ຮັບຄຳແນະນຳ AI ເພື່ອການປັບປຸງ ຮູບຖ່າຍ ແລະ ວິດີໂອຂອງທ່ານ. ທ່ານຈະຊອກພົບທາງເລືອກໃນການເພີ່ມເສັ້ນແສງດາວ, ການໃສ່ສີ ແລະ ອື່ນໆ. ການແນະນຳປາກົດຂຶ້ນເມື່ອທ່ານແຕະ ປຸ່ມ i ໃນ ແກເລີຣີ.

ທຳ ການສຳເນົາ ແລະ ວາງຈາກໜຶ່ງຮູບໄປຍັງຮູບອື່ນ
ເພີ່ມອົງປະກອບທີ່ຂາດຫາຍໄປໃສ່ຮູບຂອງທ່ານ. ພຽງຕັດວັດຖຸອອກຈາກຮູບໃນ ແກເລີຣີ, ຈາກນັ້ນໄປທີ່ຮູບບ່ອນທີ່ທ່ານຕ້ອງການວາງ ແລະ ເລືອກ ວາງ ຈາກ ຄລິບບອດ ໃນເມນູ ຕົວເລືອກເພີ່ມເຕີມ.

ສ້າງສະຕິກເກີກຳນົດເອງຢ່າງງ່າຍດາຍ
ການສ້າງສະຕິກເກີກຳນົດເອງທີ່ບໍ່ເຄີຍງ່າຍແບບນີ້ມາກ່ອນ. ພາຍຫລັງຕັດຮູບໃນ ແກເລີຣີແລ້ວ, ທ່ານສາມາດປ່ຽນໃຫ້ເປັນສະຕິກເກີໄດ້ຢ່າງວ່ອງໄວ ແລະ ນຳໃຊ້ ຮູບແບບ ຕ່າງໆ​ເຊັ່ນວ່າ: ຮ່າງ, ຕັດອອກ, ຢ້ອນຍຸກ ແລະ ຮູບກາຕູນ.

ການຕັດຕໍ່ຮູບທີ່ມີຄວາມຖືກຕ້ອງຫຼາຍຂຶ້ນ
ເອົາພື້ນທີ່ທີ່ທ່ານຕ້ອງການຕັດອອກຢ່າງແທ້ຈິງໂດຍບໍ່ມີຊິ້ນສ່ວນທີ່ບໍ່ຕ້ອງການໃດໆ. ເມື່ອທ່ານຕັດຮູບໃນ ແກເລີຣີ, ທ່ານມີທາງເລືອກໃນການແກ້ໄຂບໍລິເວນທີ່ເລືອກກ່ອນທ່ານບັນທຶກ ເພື່ອໃຫ້ທ່ານສາມາດໄດ້ຮັບການເລືອກເຟັ້ນຂອງທ່ານໄດ້ຢ່າງຖືກຕ້ອງ.

ຊອກຫາແກເລີຣີທີ່ໄດ້ຮັບການປັບປຸງ
ໜ້າຈໍຊອກຫາຖືກອອກແບບໃໝ່ເພື່ອເຮັດໃຫ້ການໃຊ້ງ່າຍຂຶ້ນ. ຕອນນີ້ຜົນຮັບຖືກຈັດໝວດຕາມປະເພດ, ເຊັ່ນ: ຜູ້ຄົນ, ສະຖານທີ່, ອາລະບໍາ ຫຼື ເລື່ອງ.

ປ່ຽນແປງຄວາມໄວການຫຼິ້ນຄືນ
ຕອນນີ້ ວິດີໂອຈຳນວນຫລາຍຂຶ້ນຮອງຮັບການປ່ຽນແປງຄວາມໄວຂອງການຫຼິ້ນຄືນ ເມື່ອທ່ານ ແກ້ໄຂ ວິດີໂອ ໃນ ແກເລີຣີ. ທ່ານສາມາດເຮັດໃຫ້ ວິດີໂອ ຂອງທ່ານ ຫຼິ້ນ ໄວຂຶ້ນ ຫຼື ຊ້າລົງໃນການເລືອກສະເພາະທີ່ທ່ານເລືອກ ຫຼື ສຳລັບ ວິດີໂອ ທັງໝົດ.

ແກ້ໄຂ ວິດີໂອ ໃນຫລາຍອຸປະກອນ
ຕອນນີ້ທ່ານສາມາດສືບຕໍ່ການແກ້ໄຂຂອງທ່ານໃນໂທລະສັບ, ແທັບເລັດ ຫຼື PC ຂອງທ່ານ. ສົ່ງອອກ ໂຄງການ ສະຕູດິໂອຂອງທ່ານເປັນໄຟລ໌ທີ່ສາມາດເປີດໄດ້ໃນ ອຸປະກອນ Galaxy ອື່ນໆ.



ປັບແຕ່ງ Galaxy ຂອງທ່ານເອງ

ຄຸນສົມບັດການແກ້ໄຂວອລເປເປີໃໝ່
ຕົບແຕ່ງວອລເປເປີຂອງທ່ານຕາມທີ່ທ່ານມັກ. ເມື່ອທ່ານເລືອກຮູບເພື່ອໃຊ້ເປັນວອລເປເປີຂອງທ່ານ, ດຽວນີ້ທ່ານສາມາດນຳໃຊ້ຂອບ ແລະ ເອັບເຝັກ. ເມື່ອວອລເປເປີຂອງທ່ານລວມມີຄົນ ຫຼື ສັດ, ທ່ານສາມາດໃຊ້ ເອັບເຝັກເຂັ້ມຂຸ້ນເພື່ອເຮັດໃຫ້ວັດຖຸໂດດເດັ່ນຈາກ ພື້ນຫຼັງ.

ວິດເຈັດຫຼາຍຂຶ້ນສຳລັບ ໜ້າຈໍລັອກ ຂອງທ່ານ
ວິດເຈັດເພີ່ມເຕີມແມ່ນມີພ້ອມສຳລັບ ໜ້າຈໍລັອກ ຂອງທ່ານ ແລະ Always On Display ເພື່ອໃຫ້ທ່ານສາມາດກວດເບິ່ງຂໍ້ມູນທີ່ເປັນປະໂຫຍດຢ່າງວ່ອງໄວໂດຍບໍ່ຕ້ອງປົດລັອກໂທລະສັບຂອງທ່ານ. ວິດເຈັດໃໝ່ລວມມີ ສະພາບອາກາດ, Samsung Health, ແບັດເຕີຣີ, ເຕືອນ, ປະຕິທິນ ແລະ ໂມງ.

ກຳນົດແຈ້ງເຕືອນໂມງປຸກເອງ
ໃຊ້ ຮູບ, ວິດີໂອ ຫຼື ອິໂມຈິ AR ເພື່ອສ້າງໜ້າຈໍແຈ້ງເຕືອນທີ່ກຳນົດເອງຂອງທ່ານສຳລັບແຕ່ລະແຈ້ງເຕືອນ. ທ່ານຍັງສາມາດປ່ຽນແປງ ແຜນຜັງບ່ອນທີ່ຂໍ້ມູນແຈ້ງເຕືອນປາກົດໃນໜ້າຈໍ.

ສະຕິກເກີທີ່ຫລາຍຂຶ້ນເພື່ອເຮັດປະຕິທິນຂອງທ່ານເປັນສ່ວນຕົວ.
ຕອນນີ້ທ່ານສາມາດເພີ່ມສູງເຖິງ 2 ສະຕິກເກີສຳລັບແຕ່ລະວັນທີີໃນປະຕິທິນຂອງທ່ານ. ຕອນນີ້ ສະຕິກເກີສຳລັບເຫດການສະແດງຖັດຈາກຊື່ເຫດການໃນມຸມມອງເດືອນ.

ການຕັ້ງຄ່າປະຕິທິນທີ່ປັບແຕ່ງໃໝ່
ການຕັ້ງຄ່າປະຕິທິນຖືກຈັດຄືນໃໝ່ເພື່ອໃຫ້ງ່າຍໃນການນຳໃຊ້ຫລາຍຂຶ້ນ. ນອກນັ້ນທ່ານຍັງສາມາດກຳນົດ ສີພື້ນຫຼັງ ແລະ ຮູບສຳລັບການແຈ້ງເຕືອນປະຕິທິນໜ້າຈໍເຕັມໄດ້ອີກດ້ວຍ.

ກຳນົດແຈ້ງເຕືອນຂອງການເຕືອນເອງ
ສ້າງພື້ນຫຼັງທີ່ຖືກຕ້ອງສຳລັບແຕ່ລະການແຈ້ງເຕືອນຂອງທ່ານ. ຕອນນີ້ທ່ານສາມາດກຳນົດສີ ແລະ ຮູບ ພື້ນຫຼັງ ສຳລັບແຈ້ງເຕືອນການເຕືອນໜ້າຈໍເຕັມ.

ເຮັດຫລາຍຂຶ້ນກັບໝວດການແຈ້ງເຕືອນ
ຕອນນີ້ທ່ານສາມາດເລືອກໄອຄອນຕົວແທນສຳລັບແຕ່ລະໝວດການແຈ້ງເຕືອນ. ທ່ານຍັງສາມາດປັກໝຸດໝວດທີ່ທ່ານໃຊ້ເປັນປະຈຳໃສ່ດ້ານເທິງຂອງລາຍການໝວດ.

ເປີດ ຫຼື ປິດໂໝດຈາກ ໜ້າຈໍຫຼັກ
ເປີດ ຫຼື ປິດໂໝດ ໄວຂຶ້ນກວ່າເດີມ. ວິດເຈັດໂໝດໃໝ່ໃຫ່ທ່ານເພີ່ມໂໝດຫາໜ້າຈໍຫຼັກໂດຍກົງ.

ຈັດລຳດັບໂໝດຂອງທ່ານ
ຕອນນີ້ທ່ານສາມາດປ່ຽນແປງລຳດັບທີ່ໂໝດຈະສະແດງເທິງແຖບໂໝດ ໃນ ໂໝດ ແລະ ວຽກປະຈຳ.

ເງື່ອນໄຂຂອງວຽກປະຈຳໃໝ່
ຕອນນີ້ທ່ານສາມາດເລີ່ມ ວຽກປະຈຳ ເມື່ອການເຕືອນຕາມທີ່ທ່ານເລືອກເລີ່ມຕົ້ນດັງຂຶ້ນ ຫຼື ໃນເວລາ Smart View ເຊື່ອມຕໍ່ ຫຼື ຕັດເຊື່ອມຕໍ່.

ເຄົ້າໂຄງ Relumino
ເປີດ ເຄົ້າໂຄງ Relumino ໃນ ການຕັ້ງຄ່າຄວາມສາມາດເຂົ້າໃຊ້ ເພື່ອໄຮໄລ້ ຮ່າງຂອງວັດຖຸໃນຮູບ ແລະ ວິດີໂອ ເພື່ອເຮັດໃຫ້ພວກມັນຈຳແນກງ່າຍຂຶ້ນສຳລັບຜູ້ຄົນທີ່ມີສາຍຕາສັ້ນ.



ເຊື່ອມຕໍ່ ແລະ ແບ່ງປັນ

ແບ່ງປັນກັບອຸປະກອນຫຼາຍຂຶ້ນ
ການແຊຣ໌ດ່ວນໄດ້ລວມເຂົ້າກັນກັບການແຊຣ໌ໃກ້ຄຽງຂອງ Google. ນອກເໜືອຈາກ ອຸປະກອນ Galaxy, ດຽວນີ້ທ່ານສາມາດແບ່ງປັນກັບອຸປະກອນແອນດຣອຍອື່ນໆໂດຍທີ່ບໍ່ຕ້ອງມີການເຊື່ອມຕໍ່ອິນເຕີເນັດກໍ່ໄດ້.

ຊອກຫາ ຈຸດທີ່ຕັ້ງ ອຸປະກອນຂອງທ່ານ
ແອັບ Samsung Find ໃຫ້ທ່ານເຫັນຈຸດທີ່ ອຸປະກອນ Galaxy ຂອງທ່ານທັງໝົດເທິງແຜນທີ່ໄດ້ທຸກເວລາ. ຖ້າອຸປະກອນຂອງທ່ານຕົກເຮ່ຍ, ຄຸນສົມບັດເພີ່ມເຕີມແມ່ນພ້ອມທີ່ຈະໃຫ້ການຊ່ວຍເຫຼືອທ່ານຊອກຫາອຸປະກອນ ແລະ ປົກປ້ອງຂໍ້ມູນຂອງທ່ານ.

ແບ່ງປັນຈຸດທີ່ຕັ້ງຂອງທ່ານກັບຄົນອື່ນ
ດ້ວຍ Samsung Find, ທ່ານສາມາດແບ່ງປັນ ຈຸດທີ່ຕັ້ງ ຂອງທ່ານກັບ ຄອບຄົວ, ໝູ່ ຫຼື ທຸກຄົນທີ່ເຊື່ອຖືໄດ້. ແບ່ງປັນເປັນເວລາຈຳກັດ ຫຼື ຕະຫຼອດເວລາ. ທ່ານສາມາດຄວບຄຸມວ່າໃຜສາມາດເຫັນ ຈຸດທີ່ຕັ້ງ ຂອງທ່ານໄດ້ສະເໝີ.

ບັນຊີເດັກນ້ອຍ
ຕອນນີ້ ພໍ່ແມ່ສາມາດສ້າງ Samsung account ສຳລັບລູກໆຂອງພວກເຂົາ. ບັນຊີເດັກນ້ອຍອະນຸຍາດຜູ້ໃຊ້ອາຍຸນ້ອຍໃນການໃຊ້ແອັບ ແລະ ການບໍລິການ Galaxy ໃນແວດລ້ອມທີ່ປອດໄພພ້ອມເນື້ອຫາທີ່ເໝາະສົມສຳລັບອາຍຸຂອງພວກເຂົາ.

ຄວບຄຸມໂດຍຜູ້ປົກຄອງ
ພໍ່ແມ່ສາມາດຄວບຄຸມວ່າເນື້ອຫາ ແລະ ຄຸນສົມບັດອັນໃດແດ່ທີ່ເດັກນ້ອຍໄດ້ຮັບອະນຸຍາດໃຫ້ເຂົ້າເຖິງໄດ້. ສິ່ງນີ້ລວມເຖິງການຄວບຄຸມການຊື້ ແລະ ການດາວໂຫລດໃນ Galaxy Store, ການບລັອກເວັບໄຊທ໌ທີ່ເປັນອັນຕະລາຍໃນ ອິນເຕີເນັດຊຳຊຸງ ແລະ ອື່ນໆ.

ການແບ່ງປັນກັບຄອບຄົວ
ສະມາຊິກຄອບຄົວມີຄວາມສາມາດທີ່ເລືອກໄດ້ທີ່ຈະແບ່ງປັນ ຈຸດທີ່ຕັ້ງຂອງພວກເຂົາກັບກັນແລະກັນໄດ້ໃນແອັບ Samsung Find. ນອກຈາກນັ້ນ ພໍ່ແມ່ຍັງສາມາດຕັ້ງ ວິທີການຊໍາລະຂອງຄອບຄົວທີ່ໃຊ້ຮ່ວມກັນສຳລັບ Galaxy Store ແລະ ອະນຸຍາດສະມາຊິກຄອບຄົວລາຍອື່ນໃຊ້ມັນໄດ້.

ຊິງຄ໌ກຸ່ມແຖບອິນເຕີເນັດກັບອຸປະກອນອື່ນ
ສືບຕໍ່ຈຸດທີ່ທ່ານປະໄວ້ໃນຊ່ວງເຊສຊັນການທ່ອງເວັບສຸດທ້າຍຂອງທ່ານຢ່າງງ່າຍໆໂດຍບໍ່ສົນວ່າທ່ານກຳລັງໃຊ້ອຸປະກອນເຄື່ອງໃດ. ກຸ່ມແຖບທີ່ທ່ານໄດ້ສ້າງໃນອຸປະກອນໜຶ່ງຈະປະກົດຂຶ້ນໃນ ອິນເຕີເນັດຊຳຊຸງ ເທິງ ອຸປະກອນ Galaxy ອື່ນທີ່ລົງຊື່ເຂົ້າໃຊ້ໃນ Samsung account ຂອງທ່ານ.



ປົກ​ປ້ອງ​ຂໍ້​ມູນ​ຂອງ​ທ່ານ

ການປົກປ້ອງຂໍ້ມູນຂັ້ນສູງໃນ Samsung Cloud
ໂປດຮັບປະກັນວ່າຈະບໍ່ມີໃຜສາມາດເຂົ້າໃຊ້ຂໍ້ມູນຂອງທ່ານໄດ້ນອກຈາກຕົວທ່ານ, ເຖິງແມ່ນວ່າຈະມີການຮົ່ວໄຫຼຂອງຂໍ້ມູນກໍ່ຕາມ. ທ່ານສາມາດເປີດການໃສ່ລະຫັດແບບຕົ້ນທາງຫາປາຍທາງສຳລັບຂໍ້ມູນທີ່ໄດ້ຊິງຄ໌ກັບ Samsung Cloud.

ລົງຊື່ເຂົ້າໃຊ້ທີ່ປອດໄພ ແລະ ໄວດ້ວຍໝາຍເລກລະຫັດຜ່ານ
ໝາຍເລກລະຫັດຜ່ານໃຫ້ຄວາມປອດໄພຍິ່ງຂຶ້ນສຳລັບການລົງຊື່ເຂົ້າໃຊ້ຜ່ານເວັບໂດຍບໍ່ຕ້ອງຈື່ລະຫັດຜ່ານທີ່ຊັບຊ້ອນ. ໃຊ້ໝາຍເລກລະຫັດຜ່ານເພື່ອລົງຊື່ເຂົ້າໃຊ້ເວັບໄຊທ໌ທີ່ຮອງຮັບດ້ວຍ ການຮັບຮອງຄວາມຖືກຕ້ອງທາງຊີວະມິຕີໃນ ອິນເຕີເນັດຊຳຊຸງ.



ຈັດການສຸຂະພາບຂອງທ່ານ

ປະສົບການການອອກກໍາລັງກາຍທີ່ປັບປຸງ
ແຂ່ງຂັນກັບຜົນການແລ່ນໃນອະດີດຂອງທ່ານໃນ Samsung Health ເພື່ອພະຍາຍາມທຳເວລາໃຫ້ດີກວ່າເວລາທີ່ຜ່ານມາຂອງທ່ານ. ທ່ານຍັງສາມາດຕັດການອອກກໍາລັງກາຍພາຍຫລັງທ່ານສຳເລັດເພື່ອລຶບເວລາທີ່ບໍ່ຈຳເປັນອອກໃນຊ່ວງເລີ່ມຕົ້ນ ຫຼື ຊ່ວງສິ້ນສຸດ.

ຕົວເລືອກເພີ່ມເຕີມສຳລັບເປົ້າໝາຍຂອງກິດຈະກຳປະຈຳວັນ
ດຽວນີ້ທ່ານມີ ຕົວເລືອກເພີ່ມເຕີມສຳລັບການຕັ້ງເປົ້າໝາຍຂອງກິດຈະກຳປະຈຳວັນຂອງທ່ານໃນ Samsung Health. ຖ້າເປົ້າໝາຍຈຳນວນກ້າວບໍ່ໄດ້ຜົນສຳລັບທ່ານ, ທ່ານສາມາດທຳການ ປ່ຽນແປງເປັນຈຳນວນຊັ້ນທີ່ປີນຂື້ນໄປ  ຫຼື ຊົ່ວໂມງການອອກກຳລັງກາຍແທນໄດ້.

ການຕິດຕາມການໃຊ້ຢາ
ທ່ານສາມາດໄດ້ຮັບການແຈ້ງເຕືອນວ່າຄວນກິນຢາເມື່ອໃດຮອດເວລາໃຊ້ຢາຂອງທ່ານ ແລະ ຮັບແຈ້ງເຕືອນກ່ຽວກັບປະຕິກິລິຍາລະຫວ່າງຢາທີ່ອາດເປັນອັນຕະລາຍ. ເພີ່ມຊີື່ຢາຂອງທ່ານໃນ Samsung Health ເພື່ອເລີ່ມຕົ້ນ.

ປົນປຸງການຕິດຕາມຮອບປະຈຳເດືອນ
ເມື່ອທ່ານບັນທຶກອາການທາງກາຍ ແລະ ອາລົມຂອງທ່ານ, ທາງເລືອກທີ່ທ່ານໃຊ້ປະຈຳໃນອະດີດຈະປາກົດຢູ່ເທິງສຸດຂອງໜ້າຈໍ. ຕອນນີ້ທ່ານຍັງສາມາດຕັ້ງອາລົມແບບກຳນົດເອງຫາກທາງເລືອກມາດຕະຖານບໍ່ກົງກັບຄວາມຮູ້ສຶກຂອງທ່ານ.



ການປັບປຸງເພີ່ມເຕີມຍິ່ງຂຶ້ນ

ເຂົ້າເຖິງ ເອັບເຝັກ ໂທວິດີໂອ ແລະ ໂໝດໄມທີ່ງ່າຍຂຶ້ນ
ດຽວນີ້ ເອັບເຝັກ ໂທວິດີໂອ ແລະ ໂໝດໄມຈະປາກົດໃນ ແຜງດ່ວນໃນຊ່ວງການໂທວິດີໂອ ແລະ ໂທສຽງ ເພື່ອທີ່ທ່ານສາມາດຄວບຄຸມວ່າຄົນອື່ນເຫັນ ແລະ ໄດ້ຍິນທ່ານແນວໃດໃນຊ່ວງການໂທ. ທ່ານສາມາດຕັ້ງ ສີພື້ນຫຼັງ ຫຼື ຮູບ, ໂຟກັສໃສ່ສຽງຂອງທ່ານໂດຍການບລັອກສຽງ ພື້ນຫຼັງ ແລະ ອື່ນໆ.

ຂໍ້ມູນເພີ່ມຕື່ມໃນວິເຈັທ໌ກ່ຽວກັບ ສະພາບອາກາດ
ວິດເຈັດສະພາບອາກາດຈະໃຫ້ທ່ານຮູ້ວ່າເມື່ອໃດຈະມີພະຍຸລົມຝົນ, ຫິມະຕົກທີ່ຮຸນແຮງ ຫຼື ຢາດນ້ຳຟ້າອື່ນໆຕາມການພະຍາກອນໃນພື້ນທີ່ທ້ອງຖິ່ນຂອງທ່ານ.

ປ້ອນເຂົ້າສຽງໂດຍບໍ່ອອກຈາກຄີບອດ
ຕອນນີ້ ຄີບອດ ຍັງຄົງປາກົດຂະນະທີ່ໃຊ້ການປ້ອນເຂົ້າສຽງ ເພື່ອທີ່ທ່ານສາມາດສັບປ່ຽນກັບຄືນຫາການພິມເມື່ອໃດທີ່ທ່ານຕ້ອງການຢ່າງງ່າຍໆ. ແຕະປຸ່ມໄມຢູ່ດ້ານລຸ່ມສຸດຂອງໜ້າຈໍເພື່ອປ້ອນ ຂໍ້ຄວາມ ໂດຍໃຊ້ ສຽງ ຂອງທ່ານໄດ້ໃນທຸກເວລາ ຂະນະທີ່ໃຊ້ ຄີບອດ.

ເປີດແອັບທີ່ຫຍໍ້ນ້ອຍທັງໝົດທັນທີ
ປຸ່ມໃໝ່ຈະໃຫ້ທ່ານເປີດຄືນແອັບທີ່ຫຍໍ້ນ້ອຍທັງໝົດທັນທີເມື່ອທ່ານມີໜ້າຕ່າງ ປັອບອັບທີ່ຫຍໍ້ນ້ອຍຫລາຍກວ່າໜຶ່ງໜ້າຕ່າງ.

ຄຳແນະນຳ Google ຊອກຫາ ໃນ Finder
ໃນເວລາທ່ານຊອກຫາໂດຍໃຊ້ Finder, ທ່ານກໍ່ຍັງຈະໄດ້ຮັບການຊອກຫາຜ່ານເວັບທີ່ແນະນຳຈາກ Google ນຳດ້ວຍ.

ມີວິທີຫລາຍຂຶ້ນເພື່ອປົກປ້ອງ ແບັດເຕີຣີຂອງທ່ານ
ເລືອກຈາກ 3 ທາງເລືອກທີ່ຕ່າງກັນເພື່ອຊ່ວຍຂະຫຍາຍອາຍຸການນຳໃຊ້ແບັດເຕີຣີຂອງທ່ານ. ການປົກປ້ອງພື້ນຖານຮັກສາການສາກຂອງທ່ານລະຫວ່າງ 95% ແລະ 100%.  ການປ້ອງກັນແບບປັບໄດ້ຢຸດການສາກຊົ່ວຄາວຂະນະທີ່ທ່ານນອນຫຼັບ ແລະ ສຳເລັດການສາກພຽງກ່ອນທີ່ທ່ານຕື່ນນອນເທົ່ານັ້ນ. ທ່ານຍັງສາມາດເລືອກເພື່ອຈຳກັດການສາກຂັ້ນສູງສຸດຮອດ 80% ສຳລັບການປົກປ້ອງຂັ້ນສູງສຸດ.

ເພີ່ມຄູປອງແລະບັດຂຶ້ນເຮືອບິນຫາ Samsung Wallet ຢ່າງງ່າຍໆ
ໃນເວລາຖ່າຍ ຮູບໜ້າຈໍທີ່ມີຄູປອງ ຫຼື ບັດຂຶ້ນເຮືອບິນ, ປຸ່ມໜຶ່ງຈະປະກົດທີ່ໃຫ້ທ່ານສາມາດເພີ່ມມັນຫາ Samsung Wallet.

ຮັບການຊ່ວຍເຫຼືອທາງຂໍ້ຄວາມ
ຮັບຄຳຕອບແບບໄວເມື່ອທ່ານຕ້ອງການຄວາມຊ່ວຍເຫຼືອກັບໜຶ່ງໃນອຸປະກອນ Galaxy ຂອງທ່ານ. ຕອນນີ້ທ່ານສາມາດສົ່ງຂໍ້ຄວາມຕົວອັກສອນໃຫ້ຝ່າຍຊ່ວຍເຫຼືອ Samsung ໃນ Samsung Members.

ເຮັດການນັດໝາຍເພື່ອສ້ອມແປງ
ຖ້າທ່ານຕ້ອງການບໍລິການສ້ອມແປງສຳລັບໜຶ່ງໃນ ອຸປະກອນ Galaxy ຂອງທ່ານ, ດຽວນີ້ທ່ານສາມາດເຮັດການນັດໝາຍສຳລັບ ວັນທີແລະເວລາທີ່ເໝາະສົມໃນ Samsung Members ກ່ອນທີ່ຈະນຳເອົາອຸປະກອນຂອງທ່ານໄປທີ່ສູນການບໍລິການ.

ໝາຍເລກການຜະລິດ : S906U1UES4DXD1
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-04-12
ລະດັບແກ້ໄຂຄວາມປອດໄພ : 2024-04-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES4DXB5
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-03-14
ລະດັບແກ້ໄຂຄວາມປອດໄພ : 2024-03-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES4DXB1
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-02-19
ລະດັບແກ້ໄຂຄວາມປອດໄພ : 2024-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES4DWLD
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-01-12
ລະດັບແກ້ໄຂຄວາມປອດໄພ : 2024-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES3DWL1
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2023-12-18
ລະດັບແກ້ໄຂຄວາມປອດໄພ : 2023-12-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU3DWK5
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2023-12-06
ລະດັບແກ້ໄຂຄວາມປອດໄພ : 2023-11-01
ການ​ອັບ​ເກ​ຣດ One UI 6.0 (Android 14)



ແຜງດ່ວນ

ແຜນຜັງປຸ່ມໃໝ່
ແຜງດ່ວນມີແຜນຜັງໃໝ່ທີ່ເຮັດໃຫ້ການເຂົ້າເຖິງຄຸນສົມບັດທີ່ໃຊ້ຫຼາຍທີ່ສຸດນັ້ນງ່າຍຂຶ້ນ. ຕອນນີ້ Wi-Fi ແລະ ບລູທູດ ມີປຸ່ມສະເພາະຂອງພວກມັນເອງຢູ່ເທິງສຸດຂອງໜ້າຈໍ, ຂະນະທີ່ຄຸນສົມບັດສະເໝືອນຈິງເຊັ່ນ: ໂໝດມືດ ແລະ ເຄື່ອງບັງໃຫ້ສະບາຍຕາໄດ້ຍ້າຍໄປຍັງດ້ານລຸ່ມສຸດ. ປຸ່ມການຕັ້ງຄ່າດ່ວນອື່ນໆປາກົດໃນພື້ນທີ່ທີ່ກຳນົດເອງໄດ້ໃນເຄິ່ງກາງ.

ເຂົ້າເຖິງແຜງດ່ວນເຕັມຢ່າງທັນທີ
ຕາມມາດຕະຖານ, ແຜງດ່ວນແບບກະທັດຮັດພ້ອມກັບການແຈ້ງເຕືອນຈະປາກົດເມື່ອທ່ານປັດລົງຈາກດ້ານເທິງສຸດຂອງໜ້າຈໍ. ການປັດລົງອີກຄັ້ງຈະເຊື່ອງການແຈ້ງເຕືອນ ແລະ ສະແດງແຜງດ່ວນທີ່ຂະຫຍາຍອອກ. ຖ້າທ່ານເປີດເຂົ້າເຖິງການຕັ້ງຄ່າດ່ວນແບບທັນທີ, ທ່ານສາມາດເບິ່ງແຜງດ່ວນທີ່ຂະຫຍາຍອອກໂດຍການປັດພຽງຄັ້ງດຽວຈາກດ້ານຂວາຂອງສ່ວນເທິງສຸດຂອງໜ້າຈໍ. ການປັດລົງຈາກດ້ານຊ້າຍສະແດງການແຈ້ງເຕືອນ.

ການເຂົ້າເຖິງການຄວບຄຸມຄວາມແຈ້ງຢ່າງວ່ອງໄວ
ຕອນນີ້ແຖບຄວບຄຸມຄວາມແຈ້ງປາກົດຕາມຄ່າເລີ່ມຕົ້ນໃນແຜງດ່ວນແບບກະທັດຮັດເມື່ອທ່ານປັດລົງຄັ້ງດຽວຈາກດ້ານເທິງສຸດຂອງໜ້າຈໍສຳລັບການປັບຄວາມແຈ້ງທີ່ໄວຂຶ້ນ ແລະ ງ່າຍຂຶ້ນ.

ການສະແດງປົກອາລະບໍາທີ່ໄດ້ຮັບການປັບປຸງ
ຂະນະທີ່ຫຼິ້ນເພງ ຫຼື ວິດີໂອ, ປົກອາລະບໍາກວມເອົາຕົວຄວບຄຸມມີເດຍທັງໝົດໃນແຜງການແຈ້ງເຕືອນ, ຖ້າແອັບທີ່ພວມຫຼິ້ນເພງ ຫຼື ວິດີໂອໃຫ້ປົກອາລະບຳ.

ແຜນຜັງທີ່​ປັບ​ປຸງສຳລັບການແຈ້ງເຕືອນ
ຕອນນີ້ແຕ່ລະການແຈ້ງເຕືອນຈະປາກົດເປັນບັດແຍກຕ່າງຫາກ, ເຮັດໃຫ້ງ່າຍຂຶ້ນໃນການຮັບຮູ້ການແຈ້ງເຕືອນແຕ່ລະອັນ.

ໄອຄອນການແຈ້ງເຕືອນທີ່ສົດໃສຫຼາຍຂຶ້ນ
ທ່ານສາມາດໃຊ້ໄອຄອນສີແບບເຕັມອັນດຽວກັນທີ່ໃຊ້ສຳລັບແຕ່ລະແອັບໃນໜ້າຈໍຂອງໜ້າຫຼັກ ແລະ ແອັບ. ທ່ານສາມາດເປີດສິ່ງນີ້ໃນການຕັ້ງຄ່າ.

ແຍກການແຈ້ງເຕືອນຕາມເວລາ
ດຽວນີ້ທ່ານສາມາດປ່ຽນແປງການຕັ້ງຄ່າການແຈ້ງເຕືອນຂອງທ່ານເພື່ອແຍກຕາມເວລາແທນບຸລິມະສິດ ເພື່ອທີ່ ການແຈ້ງເຕືອນທີ່ໃໝ່ສຸດຂອງທ່ານແມ່ນຢູ່ດ້ານເທິງສຸດສະເໝີ.



ໜ້າຈໍລັອກ

ການຈັດຕຳແໜ່ງໂມງຂອງທ່ານຄືນໃໝ່
ຕອນນີ້ທ່ານມີອິດສະຫຼະຫຼາຍຂຶ້ນເພື່ອຍ້າຍໂມງຂອງທ່ານໄປຫາທີ່ຕັ້ງຕາມທາງເລືອກຂອງທ່ານເທິງໜ້າຈຳລັອກ.



ໜ້າຈໍຫຼັກ

ປ້າຍໄອຄອນແບບລຽບງ່າຍ
ປ້າຍໄອຄອນຂອງແອັບແມ່ນຈຳກັດເຂົ້າໃນແຖວດຽວເພື່ອໃຫ້ເປັນລະບຽບຂຶ້ນ ແລະ ມີລັກສະນະທີ່ງ່າຍຂຶ້ນ. "Galaxy" ແລະ "Samsung" ຖືກລຶບອອກຈາກຊື່ແອັບບາງອັນເພື່ອເຮັດໃຫ້ພວກມັນສັ້ນລົງ ແລະ ງ່າຍຂຶ້ນໃນການສະແກນ.

ລາກແລະວາງດ້ວຍ 2 ມື
ເລີ່ມລາກໄອຄອນແອັບ ຫຼື ວິດເຈັດເທິງໜ້າຈໍຫຼັກຂອງທ່ານດ້ວຍມືດຽວ, ຈາກນັ້ນໃຊ້ມືເບື້ອງອື່ນນຳທາງໄປຫາໜ້າຈໍບ່ອນທີ່ທ່ານຕ້ອງການວາງພວກມັນລົງ.



ການເຮັດຫຼາຍໜ້າວຽກ

ເປີດໜ້າຕ່າງປັອບອັບໄວ້ຕໍ່ເນື່ອງ
ແທນທີ່ຈະຫຼຸດໜ້າຕ່າງປັອບອັບໃຫ້ນ້ອຍລົງເມື່ອທ່ານໄປທີ່ໜ້າຈໍຫຼ້າສຸດ, ຕອນນີ້ປັອບອັບຈະຍັງຄົງເປີດພາຍຫຼັງທ່ານອອກຈາກໜ້າຈໍຫຼ້າສຸດແລ້ວ, ສະນັ້ນທ່ານສາມາດສືບຕໍ່ສິ່ງທີ່ທ່ານກຳລັງເຮັດຢູ່ໄດ້.



ຄີບອດຊໍາຊຸງ

ການອອກແບບອິໂມຈິໃໝ່
ອິໂມຈິທີ່ປາກົດໃນຂໍ້ຄວາມ, ໂພສສື່ສັງຄົມອອນໄລນ໌ຂອງທ່ານ ແລະ ບ່ອນອື່ນໃນໂທລະສັບຂອງທ່ານໄດ້ຮັບການອັບເດດດ້ວຍການອອກແບບໃໝ່ທີ່ສົດໃສ.



ການໃຫ້ໃຊ້ເນື້ອໃນຮ່ວມກັນ

ການເບິ່ງຕົວຢ່າງຮູບ
ເມື່ອທ່ານແບ່ງປັນຮູບຈາກແອັບໃດໜຶ່ງ, ຕົວຢ່າງຮູບຈະປາກົດຢູ່ດ້ານເທິງສຸດຂອງແຜງແບ່ງປັນເພື່ອໃຫ້ທ່ານອີກໂອກາດໜຶ່ງໃນການທົບທວນຄືນຮູບກ່ອນແບ່ງປັນພວກມັນ.



ສະພາບອາກາດ

ວິດເຈັດສະພາບອາກາດໃໝ່
ວິດເຈັດຂໍ້ມູນເຊີງເລິກຂອງສະພາບອາກາດໃຫ້ຂໍ້ມູນເພີ່ມຕື່ມກ່ຽວກັບສະພາບອາກາດທ້ອງຖິ່ນຂອງທ່ານ. ທ່ານສາມາດເຫັນເວລາໃດເກີດພະຍຸຝົນຟ້າຄະນອງ, ຫິມະ, ຝົນທີ່ຮຸນແຮງ ແລະ ເຫດການອື່ນໆໃນການພະຍາກອນ.

ຂໍ້ມູນເພີ່ມຕື່ມໃນແອັບສະພາບອາກາດ
ຂໍ້ມູນກ່ຽວກັບຫິມະຕົກ, ຂ້າງຂຶ້ນຂ້າງແຮມຂອງດວງເດືອນ ແລະ ເວລາ, ຄວາມກົດອາກາດ, ໄລຍະການເບິ່ງເຫັນ, ຈຸດນ້ຳຄ້າງ ແລະ ທິດທາງລົມໃນຂະນະນີ້ແມ່ນມີໃຫ້ຢູ່ໃນແອັບສະພາບອາກາດ.

ການເບິ່ງແຜນທີ່ແບບໂຕ້ຕອບ
ປັດເພື່ອຍ້າຍຮອບໆແຜນທີ່ ແລະ ແຕະຈຸດທີ່ຕັ້ງເພື່ອເບິ່ງສະພາບອາກາດໃນທ້ອງຖິ່ນ. ແຜນທີ່ສາມາດຊ່ວຍຊອກຫາຂໍ້ມູນສະພາບອາກາດ, ເຖິງແມ່ນວ່າທ່ານບໍ່ຮູ້ຊື່ຂອງເມືອງກໍ່ຕາມ.

ພາບປະກອບທີ່ໄດ້ຮັບການປັບປຸງ
ພາບປະກອບໃນວິດເຈັດສະພາບອາກາດ ແລະ ແອັບໄດ້ຮັບການປັບປຸງເພື່ອສະໜອງຂໍ້ມູນທີ່ດີກວ່າເດີມກ່ຽວກັບສະພາບອາກາດປັດຈຸບັນ. ສີພື້ນຫຼັງຍັງປ່ຽນແປງອີງຕາມເວລາຂອງມື້.



ກ້ອງຖ່າຍຮູບ

ການອອກແບບທີ່ງ່າຍໃນການໃຊ້ ແລະ ລຽບງ່າຍ
ແຜນຜັງໂດຍລວມຂອງແອັບກ້ອງຖ່າຍຮູບ ໄດ້ຖືກປັບໃຫ້ງ່າຍຂຶ້ນ. ປຸ່ມການຕັ້ງຄ່າດ່ວນເທິງໜ້າຈໍສະແດງຕົວຢ່າງຖືກອອກແບບຄືນໃໝ່ເພື່ອໃຫ້ເຂົ້າໃຈງ່າຍຂຶ້ນ.

ວິດເຈັດກ້ອງຖ່າຍຮູບທີ່ກຳນົດເອງ
ທ່ານສາມາດເພີ່ມວິດເຈັດກ້ອງຖ່າຍຮູບທີ່ກຳນົດເອງໄປຍັງໜ້າຈໍຫຼັກຂອງທ່ານ. ທ່ານສາມາດຕັ້ງແຕ່ລະວິດເຈັດເພື່ອເລີ່ມໂໝດຖ່າຍຮູບສະເພາະ ແລະ ບັນທຶກຮູບໃນ ອາລະບໍາຕາມທາງເລືອກຂອງທ່ານ.

ຕົວເລືອກການຈັດໃຫ້ຢູ່ໃນແຖວດຽວກັນທີ່ເພີ່ມຂຶ້ນ
ຕອນນີ້ທ່ານສາມາດເລືອກບໍ່ວ່າລາຍນ້ຳຂອງທ່ານປາກົດຢູ່ດ້ານເທິງ ຫຼື ດ້ານລຸ່ມສຸດຂອງຮູບທ່ານກໍ່ຕາມ.

ສະແກນເອກະສານຢ່າງງ່າຍໆ
ຄຸນສົມບັດສະແກນເອກະສານຖືກແຍກຕົວອອກຈາກຕົວປັບປຸງສາກໃຫ້ເໝາະສົມເພື່ອທີ່ທ່ານສາມາດສະແກນເອກະສານ, ເຖິງແມ່ນວ່າຕົວປັບປຸງສາກໃຫ້ເໝາະສົມປິດຢູ່ກໍ່ຕາມ. ສະແກນອັດຕະໂນມັດໃຫ້ທ່ານສາມາດສະແກນເອກະສານອັດຕະໂນມັດທູກຄັ້ງທີ່ທ່ານຖ່າຍຮູບເອກະສານໜຶ່ງ. ພາຍຫຼັງເອກະສານສະແກນສຳເລັດແລ້ວ, ທ່ານຈະຖືກພາໄປທີ່ໜ້າຈໍແກ້ໄຂບ່ອນທີ່ທ່ານສາມາດໝຸນເອກະສານຂອງທ່ານເພື່ອປັບໃຫ້ຢູ່ໃນຮູບແບບທີ່ທ່ານຕ້ອງການ.

ເຂົ້າໃຊ້ດ່ວນໄປຍັງການຕັ້ງຄ່າຄວາມລະອຽດ
ຕອນນີ້ປຸ່ມຄວາມລະອຽດມີໃຫ້ໃນການຕັ້ງຄ່າດ່ວນທີ່ດ້ານເທິງສຸດຂອງໜ້າຈໍໃນຮູບຖ່າຍ ແລະ ໂໝດໂປຣເພື່ອໃຫ້ທ່ານສາມາດປ່ຽນຄວາມລະອຽດຂອງຮູບຖ່າຍທີ່ທ່ານໄດ້ຖ່າຍນັ້ນຢ່າງວ່ອງໄວ.

ຕົວເລືອກຂະໜາດວິດີໂອທີ່ງ່າຍກວ່າເດີມ
ຕອນນີ້ປັອບອັບປາກົດຂຶ້ນເມື່ອທ່ານແຕະປຸ່ມຂະໜາດວິດີໂອ, ເຮັດໃຫ້ການເບິ່ງຕົວເລືອກທັງໝົດງ່າຍຂຶ້ນ ແລະ ເລືອກຕົວທີ່ເໝາະສົມ.

ຮັກສາລະດັບຮູບຂອງທ່ານໄວ້
ເມື່ອເສັ້ນເງົາຖືກເປີດໃນການຕັ້ງຄ່າກ້ອງຖ່າຍຮູບ, ດຽວນີ້ເສັ້ນລະດັບຈະປາກົດໃນເຄິ່ງກາງຂອງໜ້າຈໍໃນຂະນະທີ່ໃຊ້ກ້ອງຖ່າຍຮູບຫຼັງໃນໂໝດທັງໝົດຍົກເວັ້ນພາໂນລາມາ. ເສັ້ນຈະຍ້າຍເພື່ອສະແດງບໍ່ວ່າຮູບຂອງທ່ານມີລະດັບດຽວກັບພື້ນຫຼືບໍ່.

ການປັບຄຸນນະພາບໃຫ້ເໝາະສົມທີ່ສຸດ
ທ່ານສາມາດເລືອກລະຫວ່າງ 3 ລະດັບຂອງການປັບຄຸນນະພາບໃຫ້ເໝາະສົມທີ່ສຸດສຳລັບຮູບທີ່ທ່ານຖ່າຍ. ເລືອກສູງສຸດເພື່ອຮັບຮູບຄຸນນະພາບສູງສຸດ. ເລືອກຕ່ຳສຸດເພື່ອຖ່າຍຮູບໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້. ນອກຈາກນັ້ນທ່ານຍັງສາມາດເລືອກປານກາງເພື່ອເອົາຄວາມສົມດຸນຂອງຄວາມໄວ ແລະ ຄຸນນະພາບທີ່ດີທີ່ສຸດ.

ປິດປັດຂຶ້ນ/ປັດລົງເພື່ອສະຫຼັບກ້ອງຖ່າຍຮູບ
ການປັດຂຶ້ນ ຫຼື ລົງເພື່ອສະຫຼັບລະຫວ່າງກ້ອງຖ່າຍຮູບໜ້າ ແລະ ຫຼັງດຽວນີ້ແມ່ນເລືອກໄດ້. ຖ້າທ່ານກັງວົນກ່ຽວກັບການປັດໂດຍບໍ່ຕັ້ງໃຈ, ທ່ານສາມາດປິດອັນນີ້ໃນການຕັ້ງຄ່າ.

ນຳໃຊ້ເອັບເຝັກທີ່ງ່າຍຂຶ້ນ
ເອັບເຝັກກັ່ນຕອງ ແລະ ໃບໜ້າຕອນນີ້ແມ່ນໃຊ້ການກົດແທນຕົວເລື່ອນທີ່ເຮັດໃຫ້ງ່າຍຂຶ້ນໃນການເຮັດການປັບທີ່ຖືກຕ້ອງດ້ວຍມືດຽວ.



ແກເລີຣີ

ແກ້ໄຂທີ່ວ່ອງໄວໃນມຸມມອງລາຍລະອຽດ
ຂະນະທີ່ເບິ່ງຮູບ ຫຼື ວິດີໂອ, ປັດຂຶ້ນຈາກດ້ານລຸ່ມຂອງໜ້າຈໍເພື່ອໄປຫາມຸມມອງລາຍລະອຽດ. ຕອນນີ້ໜ້າຈໍນີ້ໃຫ້ການເຂົ້າໃຊ້ດ່ວນໄປຍັງ ເອັບເຝັກ ແລະ ຄຸນສົມບັດການແກ້ໄຂທີ່ທ່ານສາມາດນຳໃຊ້ທັນທີ.

ລາກແລະວາງດ້ວຍ 2 ມື
ສຳຜັດ ແລະ ກົດຮູບແລະວິດີໂອຄ້າງໄວ້ດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງໄປຫາອາລະບໍາບ່ອນທີ່ທ່ານຕ້ອງການວາງພວກມັນລົງ.

ບັນທຶກຮູບທີ່ຕັດອອກເປັນສະຕິກເກີ
ເມື່ອທ່ານຕັດບາງຢ່າງອອກຈາກຮູບ, ທ່ານສາມາດບັນທຶກມັນເປັນສະຕິກເກີຢ່າງງ່າຍດາຍ​ທີ່ທ່ານສາມາດໃຊ້ພາຍຫຼັງໃນເວລາແກ້ໄຂຮູບ ຫຼື ວິດີໂອ.

ມຸມມອງເລື່ອງທີ່ປັບປຸງ
ໃນຂະນະທີ່ເບິ່ງເລື່ອງໜຶ່ງ, ມຸມມອງຮູບນ້ອຍປາກົດຂຶ້ນເມື່ອທ່ານປັດຂຶ້ນຈາກດ້ານລຸ່ມສຸດຂອງໜ້າຈໍ. ໃນມຸມມອງຮູບນ້ອຍ, ທ່ານສາມດເພີ່ມ ຫຼື ລຶບຮູບ ແລະ ວິດີໂອອອກຈາກເລື່ອງຂອງທ່ານໄດ້.



ເຄື່ອງຕັດຕໍ່ຮູບ

ແຜນຜັງທີ່ປັບປຸງ
ເມນູເຄື່ອງມືໃໝ່ເຮັດໃຫ້ການຊອກຫາຄຸນສົມບັດການແກ້ໄຂທີ່ທ່ານຕ້ອງການນັ້ນງ່າຍຂຶ້ນ. ໄດ້ລວມຕົວເລືອກການເຮັດໃຫ້ຊື່ ແລະ ທັດສະນະມິຕິເຂົ້າກັນໃນເມນູປ່ຽນຮູບ.

ປັບການຕົບແຕ່ງຫຼັງຈາກບັນທຶກ
ດຽວນີ້ທ່ານສາມາດເຮັດການປ່ຽນແປງໃນຮູບແຕ້ມ, ສະຕິກເກີ ແລະ ຂໍ້ຄວາມທີ່ທ່ານໄດ້ເພີ່ມຫາຮູບຖ່າຍ, ແມ້ກະທັ້ງພາຍຫຼັງການບັນທຶກແລ້ວ.

ບໍ່ເຮັດ ແລະ ເຮັດຄືນ
ຢ່າກັງວົນກ່ຽວກັບການເຮັດຄວາມຜິດພາດ. ດຽວນີ້ທ່ານສາມາດບໍ່ເຮັດ ຫຼື ເຮັດຄືນການປ່ຽນຮູບ, ກັ່ນຕອງ ແລະ ໂທນສີ.

ແຕ້ມເທິງສະຕິກເກີທີ່ກຳນົດເອງ
ເມື່ອສ້າງສະຕິກເກີທີ່ກຳນົດເອງ, ດຽວນີ້ທ່ານສາມາດໃຊ້ເຄື່ອງມືການແຕ້ມໃນການເຮັດໃຫ້ສະຕິກເກີຂອງທ່ານເປັນສ່ວນຕົວ ແລະ ເປັນເອກະລັກຫຼາຍຂຶ້ນ.

ພື້ນຫຼັງຂໍ້ຄວາມໃໝ່ ແລະ ຮູບແບບ
ໃນເວລາເພີ່ມຂໍ້ຄວາມຫາຮູບຖ່າຍ, ທ່ານສາມາດເລືອກຈາກພື້ນຫຼັງໃໝ່ ແລະ ຮູບແບບຈຳນວນຫຼາຍເພື່ອຊ່ວຍທ່ານໄດ້ຮັບຮູບລັກສະນະທີ່ສົມບູນແບບ.



ສະຕູດິໂອ (ຕົວແກ້ໄຂວິດີໂອ)

ການແກ້ໄຂວິດີໂອທີ່ມີພະລັງຫຼາຍກວ່າເດີມ
ສະຕູດິໂອແມ່ນຕົວແກ້ໄຂວິດີໂອງານລັກສະນະໂປຣເຈັກໃໝ່, ອະນຸຍາດສຳລັບການແກ້ໄຂທີ່ມີຄວາມຊັບຊ້ອນຫຼາຍຂຶ້ນ ແລະ ການແກ້ໄຂທີ່ຊົງພະລັງ. ທ່ານສາມາດເຂົ້າເຖິງສະຕູດິໂອໄດ້ຈາກເມນູເຄື່ອງແຕ້ມໃນແກເລີຣີ ຫຼື ເພີ່ມໄອຄອນໜຶ່ງຫາໜ້າຈໍຫຼັກຂອງທ່ານສຳລັບການເຂົ້າເຖິງທີ່ໄວຂຶ້ນ.

ແຜນຜັງທາມລາຍນ໌
ສະຕູດິໂອໃຫ້ທ່ານເບິ່ງໂປຣເຈັກທັງໝົດຂອງທ່ານເພາະວ່າທາມລາຍນ໌ໜຶ່ງມີຄລິບວິດີໂອຫຼວງຫຼາຍ. ໂຄງສ້າງຫຼາຍຊັ້ນໃຫ້ທ່ານສາມາດເພີ່ມຄລິບ, ສະຕິກເກີ, ຄຳບັນຍາຍ ແລະ ວັດຖຸອື່ນໆ ແລະ ປັບຕຳແໜ່ງ ແລະ ຄວາມຍາວຂອງພວກມັນໄດ້ງ່າຍໆ.

ບັນທຶກ ແລະ ແກ້ໄຂໂປຣເຈັກ
ທ່ານຍັງສາມາດບັນທຶກໂປຣເຈັກຮູບເງົາທີ່ບໍ່ແລ້ວເພື່ອສືບຕໍ່ການແກ້ໄຂໃນພາຍຫຼັງ.



ເຄື່ອງຫຼິ້ນວິດີໂອ

ແຜນຜັງທີ່ປັບປຸງ
ດຽວນີ້ການຄວບຄຸມເຄື່ອງຫຼິ້ນວິດີໂອແມ່ນງ່າຍກວ່າທີ່ເຄີຍມີມາ. ປຸ່ມຕ່າງໆພ້ອມກັບຟັງຄ໌ຊັນໄດ້ຖືກຈັດກຸ່ມເຂົ້າກັນ ແລະ ໄດ້ຍ້າຍປຸ່ມຫຼິ້ນໄປຫາເຄິ່ງກາງຂອງໜ້າຈໍ.

ການຄວບຄຸມຄວາມໄວຂອງການຫຼິ້ນຄືນໄດ້ຮັບການປັບປຸງ
ເລືອກລະຫວ່າງຄວາມໄວການຫຼິ້ນຄືນວິດີໂອຈຳນວນຫຼາຍລະຫວ່າງ 0.25x ແລະ 2.0x. ດຽວນີ້ການຄວບຄຸມຄວາມໄວງ່າຍຂຶ້ນໃນການເຂົ້າເຖິງດ້ວຍປຸ່ມສະເພາະແທນທີ່ຕົວເລື່ອນ.



Samsung Health

ຮູບຊົງໃໝ່ສຳລັບໜ້າຈໍຫຼັກ
ໜ້າຈໍຫຼັກ Samsung Health ໄດ້ຮັບການປັບແຕ່ງໃໝ່ຢ່າງສົມບູນ. ໄດ້ສະແດງຂໍ້ມູນເພີ່ມຕື່ມ, ຂະນະທີ່ຕົວໜັງສືເນັ້ນ ແລະ ສີເຮັດໃຫ້ເຫັນຂໍ້ມູນທີ່ທ່ານຕ້ອງການຫຼາຍທີ່ສຸດນັ້ນງ່າຍຂຶ້ນ. ຜົນການອອກກຳລັງກາຍຫຼ້າສຸດຂອງທ່ານຈະຖືກສະແດງຢູ່ດ້ານເທິງຂອງໜ້າຈໍ ແລະ ຈະໃຫ້ຄຳຕິຊົມຫລາຍຂຶ້ນກ່ຽວກັບຄະແນນນອນຫຼັບຂອງທ່ານກໍ່ຄືເປົ້າໝາຍປະຈຳວັນຂອງທ່ານສຳລັບກ້າວຍ່າງ, ກິດຈະກຳ, ນ້ຳ ແລະ ອາຫານ.

ຂະໜາດຈອກນ້ຳທີ່ກຳນົດເອງ
ດຽວນີ້ທ່ານສາມາດກຳນົດຂະໜາດຂອງຈອກເອງໄດ້ໃນຕົວຕິດຕາມນ້ຳຂອງ Samsung Health ເພື່ອໃຫ້ກົງກັບຂະໜາດຂອງຈອກທີ່ທ່ານໃຊ້ດື່ມເປັນປະຈຳ.



ປະຕິທິນ

ກຳນົດເວລາຂອງທ່ານໂດຍຫຍໍ້
ມູມມອງກໍານົດເວລາໃໝ່ໃຫ້ເຫດການທີ່ຈະມາເຖິງ, ໜ້າວຽກ ແລະ ການເຕືອນພ້ອມໆກັນທັງໝົດໃນລຳດັບຕາມເວລາ.

ເບິ່ງການເຕືອນຂອງທ່ານໃນປະຕິທິນ
ດຽວນີ້ທ່ານສາມາດເບິ່ງ ແລະ ເພີ່ມການເຕືອນໃນແອັບປະຕິທິນໂດຍບໍ່ຕ້ອງເປີດແອັບການເຕືອນ.

ຍ້າຍເຫດການດ້ວຍ 2 ມື
ທູ​ທມອງໃນວັນ ຫຼື ອາທິດ, ໃຫ້ສຳຜັດ ແລະ ກົດຄ້າງໄວ້ເຫດການທີ່ທ່ານຕ້ອງການຍ້າຍດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງໜຶ່ງນຳທາງໄປຫາວັນບ່ອນທີ່ທ່ານຕ້ອງການຍ້າຍມັນ.



ການເຕືອນ

ມູມມອງລາຍຊື່ການເຕືອນທີ່ໄດ້ຮັບການປັບປຸງ
ມູມມອງລາຍຊື່ຫລັກໄດ້ຮັບການອອກແບບໃໝ່. ທ່ານສາມາດຈັດການໝວດຢູ່ດ້ານເທິງສຸດຂອງໜ້າຈໍ. ຢູ່ກ້ອງໝວດ, ການເຕືອນຂອງທ່ານຈະສະແດງແຍກຕາມວັນທີ. ນອກຈາກນັ້ນແຜນຜັງສຳລັບການເຕືອນມີຮູບ ແລະ ເວັບລິ້ງກໍ່ຍັງໄດ້ຮັບການປັບປຸງເຊັ່ນກັນ.

ໝວດການເຕືອນໃໝ່
ໝວດຂອງສະຖານທີ່ມີການເຕືອນທີ່ແຈ້ງເຕືອນທ່ານໃນເວລາທ່ານຢູ່ໃນສະຖານທີ່ສະເພາະໜຶ່ງ ແລະ ໝວດບໍ່ມີການເຕືອນມີການເຕືອນທີ່ບໍ່ໃຫ້ແຈ້ງເຕືອນໃດໆ.

ຕົວເລືອກເພີ່ມເຕີມສຳລັບການສ້າງການເຕືອນ
ໃນເວລາແບ່ງປັນເນື້ອຫາໄປຍັງແອັບການເຕືອນ, ທ່ານຈະໄດ້ຮັບຕົວເລືອກການແກ້ໄຂເຕັມກ່ອນສ້າງການເຕືອນ. ທ່ານຍັງສາມາດຖ່າຍພາບໂດຍໃຊ້ກ້ອງຖ່າຍຮູບໃນເວລາສ້າງການເຕືອນໜຶ່ງ.

ສ້າງການເຕືອນໝົດມື້
ດຽວນີ້ທ່ານສາມາດສ້າງການເຕືອນເປັນເວລາໝົດມື້ໄດ້ ແລະ ກຳນົດເອງເວລາທ່ານຕ້ອງການຮັບແຈ້ງເຕືອນກ່ຽວກັບພວກມັນ.



Samsung Internet

ຫຼິ້ນວິດີໂອໃນພື້ນຫຼັງ
ສືບຕໍ່ຫຼິ້ນສຽງວິດີໂອ, ເຖິງແມ່ນວ່າທ່ານອອກຈາກແຖບປັດຈຸບັນ ຫຼື ອອກຈາກແອັບອິນເຕີເນັດແລ້ວກໍຕາມ.

ມູມມອງລາຍຊື່ແຖບທີ່ປັບປຸງສຳລັບໜ້າຈໍກວ້າງ
ເມື່ອໃຊ້ອິນເຕີເນັດເທິງໜ້າຈໍກວ້າງເຊັ່ນ: ແທັບເລັດໃນພາບລວງຂວາງ ຫຼື Samsung DeX, ມູມມອງລາຍຊື່ແຖບຈະຖືກສະແດງໃນ 2 ຖັນເພື່ອທີ່ທ່ານສາມາດເຫັນຂໍ້ມູນເພີ່ມຕື່ມເທິງໜ້າຈໍໃນເວລາດຽວກັນ.

ຍ້າຍບຸກມາກຄ໌ ແລະ ແຖບດ້ວຍ 2 ມື
ສຳຜັດ ແລະ ກົດຄ້າງໄວ້ບຸກມາກຄ໌ ຫຼື ແຖບທີ່ທ່ານຕ້ອງການຍ້າຍດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງຫາບຸກມາກຄ໌ໂຟລເດີ ຫຼື ກຸ່ມແຖບບ່ອນທີ່ທ່ານຕ້ອງການຍ້າຍມັນ.



ເລືອກອັດສະລິຍະ

ປ່ຽນຂະໜາດ ແລະ ຄັດແຍກຂໍ້ຄວາມອອກຈາກເນື້ອຫາທີ່ປັກໝຸດ
ເມື່ອທ່ານປັກໝຸດຮູບໜຶ່ງຫາໜ້າຈໍ, ດຽວນີ້ທ່ານສາມາດປ່ຽນຂະໜາດ ຫຼື ຄັດແຍກຂໍ້ຄວາມຈາກຮູບນັ້ນໄດ້.

ມູມມອງແບບຂະຫຍາຍ
ເມື່ອເລືອກພື້ນທີ່ໜຶ່ງຂອງໜ້າຈໍ, ​ມູມມອງແບບຂະຫຍາຍຈະປາກົດຂຶ້ນ, ສະນັ້ນທ່ານສາມາດເລີ່ມ ແລະ ສິ້ນສຸດການເລືອກຂອງທ່ານຢູ່ໃນຈຸດທີ່ສົມບູນແບບ.



Bixby text call

ສະຫຼັບຫາ Bixby ຂະນະທີ່ໂທ
ທ່ານສາມາດສະຫຼັບຫາ Bixby text call ໄດ້ທຸກເວລາ, ເຖິງແມ່ນວ່າການໂທໄດ້ດຳເນີນຢູ່ກໍ່ຕາມ.



ໂໝດ ແລະ ວຽກປະຈຳ

ປ່ຽນແປງການປະກົດຂຶ້ນຂອງໜ້າຈຳລັອກຂອງທ່ານ
ຕັ້ງໜ້າຈໍລັອກທີ່ແຕກຕ່າງກັນດ້ວຍວອລເປເປີ ແລະ ຮູບແບບໂມງຂອງພວກມັນເອງ ສຳລັບເວລາທ່ານຂັບຂີ່, ເຮັດວຽກ, ອອກກໍາລັງກາຍ ແລະ ອື່ນໆ. ລອງວອລເປເປີມືດສຳລັບໂໝດນອນຫຼັບ ຫຼື ວອລເປເປີທີ່ສະຫງົບງຽບສຳລັບໂໝດຜ່ອນຄາຍ. ເມື່ອທ່ານແກ້ໄຂໜ້າຈໍລັອກສຳລັບໂໝດໜຶ່ງ, ທ່ານຈະເຫັນວອລເປເປີທຸກຄັ້ງທີ່ເປີດໂໝດ.

ສະພາບໃໝ່
ດຽວນີ້ທ່ານສາມາດເລີ່ມວຽກປະຈຳເມື່ອແອັບໜຶ່ງກຳລັງຫຼິ້ນມີເດຍ.

ການກະທຳໃໝ່
ດຽວນີ້ວຽກປະຈຳຂອງທ່ານສາມາດເຮັດຫຼາຍຂຶ້ນກວ່າທີ່ເຄີຍເຮັດທີ່ຜ່ານມາເຊັ່ນ: ການປ່ຽນແປງການຕັ້ງຄ່າຄີບອດຊໍາຊຸງ.



ຄຳແນະນຳອັດສະລິຍະ

ຮູບຊົງ ແລະ ຄວາມຮູ້ສຶກໃໝ່
ວິດເຈັດຄຳແນະນຳອັດສະລິຍະຖືກອອກແບບໃໝ່ດ້ວຍແຜນຜັງທີ່ສອດຄ່ອງກັບໄອຄອນອື່ນເທິງໜ້າຈໍຫຼັກຂອງທ່ານທີ່ດີກວ່າເດີມ.

ການກຳນົດເອງເພີ່ມເຕີມ
ດຽວນີ້ທ່ານສາມາດປັບຄວາມໂປ່ງແສງ ແລະເລືອກລະຫວ່າງພື້ນຫຼັງສີຂາວ ຫຼື ດຳ. ທ່ານຍັງສາມາດຕັ້ງແອັບເພື່ອໃຫ້ເວັ້ນຈາກຄຳແນະນຳໄດ້.



Finder

ການກະທຳດ່ວນສຳລັບແອັບ
ເມື່ອແອັບໜຶ່ງປາກົດຂຶ້ນໃນຜົນການຊອກຫາຂອງທ່ານ, ທ່ານສາມາດສຳຜັດ ແລະ ກົດແອັບຄ້າງໄວ້ເພື່ອຮັບການເຂົ້າໃຊ້ດ່ວນໄປຍັງການກະທຳທີ່ທ່ານສາມາດປະຕິບັດໂດຍໃຊ້ແອັບ. ຕົວຢ່າງ: ຖ້າທ່ານຊອກຫາແອັບປະຕິທິນ, ປຸ່ມສຳລັບເພີ່ມເຫດການ ຫຼື ການຊອກຫາປະຕິທິນຂອງທ່ານຈະປາກົດຂຶ້ນ. ການກະທຳຂອງແອັບຈະຍັງປາກົດໃນຜົນການຊອກຫາດ້ວຍຕົນເອງ, ຖ້າທ່ານຊອກຫາຊື່ຂອງການກະທຳແທນການຊອກຫາແອັບ.



ໄຟລ໌ຂອງຂ້ອຍ

ເພີ່ມພື້ນທີ່ຫວ່າງບ່ອນເກັບຂໍ້ມູນ
ບັດຄຳແນະນຳຈະປາກົດຂຶ້ນເພື່ອຊ່ວຍທ່ານເພີ່ມພື້ນທີ່ຫວ່າງບ່ອນເກັບຂໍ້ມູນ. ໄຟລ໌ຂອງຂ້ອຍຈະແນະນຳໃຫ້ລຶບໄຟລ໌ທີ່ບໍ່ຈຳເປັນ, ໃຫ້ເຄັດລັບໃນການຕັ້ງບ່ອນເກັບຂໍ້ມູນຄລາວ ແລະ ຍັງໃຫ້ເຈົົ້າຮູ້ວ່າແອັບໃດໃນໂທລະສັບກຳລັງໃຊ້ພື້ນທີ່ບ່ອນເກັບຂໍ້ມູນ ຫຼາຍທີ່ສຸດ.

ຖັງຂີ້ເຫຍື້ອລວມສູນດ້ວຍແກເລີຣີ ແລະ ເຄື່ອງບັນທຶກສຽງ
ໄຟລ໌ຂອງຂ້ອຍ, ແກເລີຣີ ແລະ ຄຸນສົມບັດຂອງຖັງຂີ້ເຫຍື້ອເຄື່ອງບັນທຶກສຽງໄດ້ລວມເຂົ້າກັນເປັນໜຶ່ງດຽວ. ເມື່ອທ່ານເປີດຖັງຂີ້ເຫຍື້ອໃນໄຟລ໌ຂອງຂ້ອຍ, ເຈົ້າຈະສາມາດເຫັນໄຟລ໌ຕ່າງໆ, ຮູບ, ວິດີໂອ ແລະ ການບັນທຶກສຽງທີ່ທ່ານໄດ້ລຶບອອກພ້ອມກັນທັງໝົດ, ພ້ອມກັບຕົວເລືອກສຳລັບການຣີສະຕໍ ຫຼື ການລຶບຢ່າງຖາວອນ.

ສຳເນົາໄຟລ໌ດ້ວຍ 2 ມື
ສຳຜັດໄຟລ໌ທີ່ທ່ານຕ້ອງການສຳເນົາ ແລະ ກົດຄ້າງໄວ້ດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງໄປຫາໂຟລເດີບ່ອນທີ່ທ່ານຕ້ອງການສຳເນົາມັນ.



Samsung Pass

ລົງຊື່ເຂົ້າໃຊ້ທີ່ປອດໄພກວ່າດ້ວຍໝາຍເລກລະຫັດຜ່ານ
ໃຊ້ໝາຍເລກລະຫັດຜ່ານເພື່ອລົງຊື່ເຂົ້າໃຊ້ໃນແອັບ ແລະ ເວັບໄຊທ໌ທີ່ຮອງຮັບ. ບໍ່ຄືກັບລະຫັດຜ່ານ, ໝາຍເລກລະຫັດຜ່ານຂອງທ່ານຈະຖືກເກັບໃນໂທລະສັບເທົ່ານັ້ນ ແລະ ຈະບໍ່ສາມາດຮົ່ວໄຫຼອອກນອກຜ່ານການເຈາະລະບົບດ້ານຄວາມປອດໄພຂອງເວັບໄຊທ໌. ໝາຍເລກລະຫັດຜ່ານຍັງປົກປ້ອງທ່ານຈາກການໂຈມຕີແບບພິສຊິງ ຫຼື ການຫຼອກລວງທາງອິນເຕີເນັດເພາະວ່າມັນໄດ້ຜົນພຽງໃນ ເວັບໄຊທ໌ ຫຼື ແອັບບ່ອນທີ່ພວກມັນຖືກລົງທະບຽນເທົ່ານັ້ນ.



ການຕັ້ງຄ່າ

ໂໝດເຮືອບິນທີ່ອັດສະລິຍະກວ່າ
ຖ້າທ່ານເປີດ Wi-Fi ຫຼື ບລູທູດໃນຂະນະທີ່ເປີດໂໝດເຮືອບິນ, ໂທລະສັບຂອງທ່ານຈະຈົດຈຳ. ຄັ້ງໜ້າທ່ານໃຊ້ໂໝດເຮືອບິນ, Wi-Fi ຫຼື ບລູທູດຈະຍັງຄົງເປີດແທນທີ່ຈະປິດ.

ເຂົ້າເຖິງການຕັ້ງຄ່າແບັດເຕີຣີທີ່ງ່າຍຂຶ້ນ
ຕອນນີ້ການຕັ້ງຄ່າແບັດເຕີຣີມີເມນູການຕັ້ງຄ່າລະດັບສູງສຸດຂອງພວກມັນເອງ, ສະນັ້ນທ່ານສາມາດກວດເບິ່ງການໃຊ້ແບັດເຕີຣີຂອງທ່ານ ແລະ ຈັດການການຕັ້ງຄ່າແບັດເຕີຣີ.

ບັລອກໄພຂົ່ມຂູ່ດ້ານຄວາມປອດໄພ
ເອົາລະດັບການປົກປ້ອງເພີ່ມສຳລັບແອັບ ແລະ ຂໍ້ມູນຂອງທ່ານ. ຕົວບລັອກອັດຕະໂນມັດປ້ອງກັນບໍ່ໃຫ້ແອັບທີ່ບໍ່ຮູ້ຈັກຖືກຕິດຕັ້ງ, ກວດຫາມາລແວ ແລະ ບລັອກຄຳສັ່ງທີ່ເປັນອັນຕະລາຍເພື່ອບໍ່ໃຫ້ສົ່ງຫາໂທລະສັບຂອງທ່ານຜ່ານສາຍ USB



ຄວາມສາມາດເຂົ້າໃຊ້

ການເພີ່ມປະສິດທິພາບການມອງເຫັນເພື່ອຊອກຫາງ່າຍຂຶ້ນ
ເມນູການຊ່ວຍເຫຼືອໃນການເວົ້າ ແລະ ການເພີ່ມປະສິດທິພາບການເບິ່ງເຫັນໄດ້ລວມເຂົ້າກັນເປັນໜຶ່ງເມນູການເພີ່ມປະສິດທິພາບການມອງເຫັນເພື່ອການເຂົ້າເຖິງທີ່ໄວຂຶ້ນ, ງ່າຍຂຶ້ນ.

ຕົວເລືອກການຂະຫຍາຍໃໝ່
ກຳນົດເອງວ່າໃຫ້ໜ້າ​ຈໍການຂະຫຍາຍຂອງທ່ານປາກົດຂຶ້ນແນວໃດ. ທ່ານສາມາດເລືອກໜ້າຈໍເຕັມ, ໜ້າຈໍບາງສ່ວນ ຫຼື ອະນຸຍາດການສະຫຼັບລະຫວ່າງທັງສອງໜ້າຈໍ.

ກຳນົດຄວາມໜາຂອງເຄີເຊີຣ໌ເອງ
ດຽວນີ້ທ່ານສາມາດເພີ່ມຄວາມໜາຂອງເຄີເຊີຣ໌ທີ່ປາກົດຂຶ້ນຂະນະທີ່ແກ້ໄຂຂໍ້ຄວາມເພື່ອໃຫ້ເຫັນງ່າຍຂຶ້ນ.

ຮຽນຮູ້ເພີ່ມຕື່ມກ່ຽວກັບຄວາມສາມາດເຂົ້າໃຊ້
ລິ້ງເຊື່ອມເຂົ້າຫາໜ້າເວັບຄວາມສາມາດເຂົ້າໃຊ້ Samsung ໄດ້ຖືກເພີ່ມຫາການຕັ້ງຄ່າຄວາມສາມາດເຂົ້າໃຊ້ເພື່ອທີ່ທ່ານຈະສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບຄຸນສົມບັດຂອງຄວາມສາມາດເຂົ້າໃຊ້ ແລະ​ ຄວາມພະຍາຍາມຂອງພວກເຮົາໃນການເຮັດໃຫ້ທຸກຄົນສາມາດເຂົ້າເຖິງຜະລິດຕະພັນຂອງພວກເຮົາໄດ້.



ການເປັນຢູ່ທີ່ດີແບບດິຈິຕອລ

ແຜນຜັງທີ່ປັບປຸງ
ໜ້າຈໍຫຼັກຂອງການເປັນຢູ່ທີ່ດີແບບດິຈິຕອລໄດ້ຖືກອອກແບບໃໝ່, ເຮັດໃຫ້ຊອກຫາຂໍ້ມູນທີ່ທ່ານຕ້ອງການງ່າຍຂຶ້ນ.

ເນື້ອຫາເພີ່ມເຕີມໃນບົດລາຍງານປະຈໍາອາທິດ
ດຽວນີ້ລາຍງານການໃຊ້ປະຈຳອາທິດຂອງທ່ານໃຫ້ທ່ານຮູ້ກ່ຽວກັບແບບແຜນການໃຊ້ທີ່ບໍ່ປົກກະຕິ, ເວລາການໃຊ້ສູງສຸດຂອງທ່ານ ແລະ ວິທີທີ່ທ່ານເຮັດໃຫ້ເວລາໜ້າຈໍຂອງທ່ານເກີດຄວາມດຸນດ່ຽງ.

ໝາຍເລກການຜະລິດ : S906U1UES3CWK1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-11-16
ລະດັບແກ້ໄຂຄວາມປອດໄພ : 2023-11-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES3CWI1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-10-10
ລະດັບແກ້ໄຂຄວາມປອດໄພ : 2023-10-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES3CWH3
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-09-19
ລະດັບແກ້ໄຂຄວາມປອດໄພ : 2023-09-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU3CWGI
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-08-28
ລະດັບແກ້ໄຂຄວາມປອດໄພ : 2023-08-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : S906U1UES3CWF3
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-07-11
ລະດັບແກ້ໄຂຄວາມປອດໄພ : 2023-07-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : S906U1UEU2CWE8
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-06-26
ລະດັບແກ້ໄຂຄວາມປອດໄພ : 2023-06-01
• ອັບເດດ ຊອຟ໌ແວຣ໌ ແລະ ຂໍ້ກຳນົດແລະເງື່ອນໄຂ
ຂໍ້ມູນສຳຄັນ: ການອັບເດດນີ້ລວມມີ ຂໍ້ກຳນົດແລະເງື່ອນໄຂ ສະບັບທົບທວນ ສຳລັບ ອຸປະກອນ ຂອງທ່ານ, ລວມທັງຂໍ້ຕົກລົງກ່ຽວກັບການແກ້ໄຂ ຂໍ້ຂັດແຍ່ງ ພ້ອມຂໍ້ກຳນົດການຕັດສິນ. ສຳລັບ ຂໍ້ມູນ ເພີ່ມເຕີມ, ເບິ່ງຄືນໃນhttps://www.samsung.com/us/support/legal/mobile/.
ດ້ວຍການຄລິກ “ຕິດຕັ້ງດຽວນີ້”, ດ້ວຍການ ກຳນົດເວລາ ການຕິດຕັ້ງຂອງທ່ານ, ຫຼື ດ້ວຍການສືບຕໍ່ເພື່ອໃຊ້ ອຸປະກອນ ຂອງທ່ານ ຫຼັງຈາກການ ຕິດຕັ້ງ, ທ່ານເຫັນດີເຫັນພ້ອມກັບ ຂໍ້ກຳນົດແລະເງື່ອນໄຂ ທີ່ໄດ້ຜ່ານການກວດແກ້ສະບັບນີ້.
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : S906U1UES2CWD3
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-05-10
ລະດັບແກ້ໄຂຄວາມປອດໄພ : 2023-05-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2CWCE
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-04-27
ລະດັບແກ້ໄຂຄວາມປອດໄພ : 2023-04-01
• ຟັງຄ໌ຊັນຂອງ ກ້ອງຖ່າຍຮູບ ແລະ ແກເລີຣີ ໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : S906U1UES2CWCC
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-04-06
ລະດັບແກ້ໄຂຄວາມປອດໄພ : 2023-04-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES2CWB7
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-03-13
ລະດັບແກ້ໄຂຄວາມປອດໄພ : 2023-03-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2CWAI
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-02-20
ລະດັບແກ້ໄຂຄວາມປອດໄພ : 2023-02-01
ການອັບເດດ One UI 5.1

One UI 5.1 ຈະພາໂທລະສັບຂອງທ່ານໄປສູ່ອີກລະດັບໜຶ່ງດ້ວຍຄຸນສົມບັດ ແກເລີຣີ ໃໝ່ ກໍຄືການປັບປຸງປະສິດທິພາບວຽກ ແລະ ການເຮັດໃຫ້ເປັນສ່ວນຕົວ.



ກ້ອງຖ່າຍຮູບ ແລະ ແກເລີຣີ

ປ່ຽນແປງ ໂທນສີ ສຳລັບການຖ່າຍເຊລຟີທີ່ວ່ອງໄວ
ປ່ຽນແປງ ໂທນສີ ຂອງຮູບເຊລຟີຂອງທ່ານໄດ້ງ່າຍຂຶ້ນດ້ວຍການໃຊ້ ປຸ່ມ ເອັບເຝັກ ເບື້ອງເທິງຂອງໜ້າຈໍ.

ຄົ້ນພົບ Expert RAW
Expert RAW ຊ່ວຍໃຫ້ທ່ານຖ່າຍຮູບທີ່ມີຄຸນນະພາບສູງ, ສົມບູນແບບ ສຳລັບຜູ້ທີ່ຕ້ອງການຄວບຄຸມຮູບພາບຢ່າງເຕັມທີ່ ແລະ ແກ້ໄຂ ຮູບຖ່າຍ ໃນພາຍຫລັງ. ດຽວນີ້ Expert RAW ສາມາດເຂົ້າເຖີງໄດ້ງ່າຍຂຶ້ນ ຈາກ ເມນູ ເພີ່ມເຕີມ ໃນ ກ້ອງຖ່າຍຮູບ.

ການຊອກຫາທີ່ຊົງພະລັງກວ່າເກົ່າ
ດຽວນີ້ທ່ານສາມາດ ຊອກຫາ ແກເລີຣີ ຂອງທ່ານເປັນຈຳນວນຫຼາຍກວ່າຄົນໜຶ່ງ ຫຼື ສິ່ງຂອງອັນໜຶ່ງໄດ້ໃນເວລາດຽວກັນ. ທ່ານຍັງສາມາດ ຊອກຫາ ຜູ້ຄົນ ໂດຍບໍ່ຕ້ອງ ແທັກ ຊື່ຂອງເຂົາເຈົ້າ ພຽງແຕ່ ແຕະ ໃສ່ຊື່ໃບໜ້າຂອງເຂົາເຈົ້າເທົ່ານັ້ນ.

ຣີມາດເຕີຮູບທີ່ໄດ້ຮັບການປັບປຸງ
ການຣີມາດເຕີ ຍັງເຮັດໄດ້ຫຼາຍກວ່າເພື່ອປັບໃຫ້ຮູບຂອງທ່ານດີຂຶ້ນ ດ້ວຍການລຶບ ເງົາ ແລະ ແສງສະທ້ອນອອກ. ທ່ານຍັງສາມາດ ຣີມາດເຕີ GIFs ເພື່ອໃຫ້ໄດ້ ຄວາມລະອຽດ ແລະ ຄວາມແຈ້ງທີ່ດີກວ່າເກົ່າ. ການເບິ່ງຕົວຢ່າງ ຍັງໄດ້ຮັບການປັບປຸງ ເພື່ອຄວາມງ່າຍໃນການປຽບທຽບ ຮູບ ເດີມ ກັບ ຣີມາດເຕີ.

ສ້າງ ອາລະບຳຄອບຄົວທີ່ແຊຣ໌
ງ່າຍກວ່າເກົ່າທີ່ຈະແຊຣ໌ຮູບກັບຄອບຄົວຂອງທ່ານ. ແກເລີຣີ ຈະແນະນຳຮູບທີ່ຈະເພີ່ມເຂົ້າໃນ ອາລະບຳຄອບຄົວທີ່ແຊຣ໌ ຂອງທ່ານດ້ວຍການຈື່ຈຳໃບໜ້າຄົນໃນຄອບຄົວທີ່ທ່ານເລືອກ. ທ່ານຈະໄດ້ ບ່ອນເກັບຂໍ້ມູນ 5 GB ສຳລັບສະມາຊິກ ຄອບຄົວ ແຕ່ລະຄົນ (ສູງເຖິງ 6 ຄົນ).

ການສະແດງຜົນຂໍ້ມູນທີ່ແກ້ໄຂຄືນ
ເມື່ອທ່ານປັດຂຶ້ນຂະນະທີ່ກຳລັງເບິ່ງ ຮູບ ຫຼື ວິດີໂອ ໃນ ແກເລີຣີ ຂອງທ່ານ, ທ່ານສາມາດເຫັນ ເວລາ ແລະ ສະຖານທີ່ທີ່ ຮູບ ຖືກຖ່າຍ, ອຸປະກອນ ໃດທີ່ຖ່າຍ ຮູບ, ຮູບຖືກເກັບມ້ຽນໄວ້ຢູ່ໃສ ແລະ ອື່ນໆອີກ. ດຽວນີ້ມີແຜນຜັງທີ່ລຽບງ່າຍຂຶ້ນ.



ການເຮັດຫຼາຍໜ້າວຽກ

ຫຍໍ້ນ້ອຍລົງ ຫຼື ສັບປ່ຽນຫາໜ້າຈໍເຕັມໄດ້ຢ່າງງ່າຍດາຍ
ຕອນນີ້ທ່ານສາມາດຫຍໍ້ນ້ອຍລົງ ຫຼື ຂະຫຍາຍໜ້າຕ່າງແອັບໂດຍບໍ່ຕ້ອງເຂົ້າໄປຫາ ເມນູ ຕົວເລືອກ. ພຽງແຕ່ລາກມຸມໃດໜຶ່ງເທົ່ານັ້ນ.

ເຂົ້າໃຊ້ ແອັບ ທີ່ໃຊ້ຫລາຍທີ່ສຸດໃນໜ້າຈໍແຍກ
ເມື່ອທ່ານເລີ່ມ ມຸມມອງໜ້າຈໍແຍກ, ແອັບ ທີ່ທ່ານໃຊ້ຫລາຍທີ່ສຸດນັ້ນ ຈະປາກົດຂຶ້ນດ້ານລຸ່ມຂອງ ແອັບ ທີ່ທ່ານຫາກໍ່ໃຊ້ຫຼ້າສຸດ ເພື່ອຊ່ວຍໃຫ້ທ່ານຊອກຫາ ແອັບ ທີ່ທ່ານຕ້ອງການໄດ້ໄວຂຶ້ນ.

ການເຮັດຫຼາຍໜ້າວຽກໃນ DeX ໄດ້ຮັບການປັບປຸງ
ໃນ ມຸມມອງໜ້າຈໍແຍກ, ຕອນນີ້ ທ່ານສາມາດລາກ ຕົວແຍກຢູ່ກາງໜ້າຈໍ ເພື່ອ ປ່ຽນຂະໜາດ ຂອງໜ້າຕ່າງທັງສອງ. ທ່ານຍັງສາມາດສແນປໜ້າຕ່າງໜຶ່ງໄປຫາແຈໜຶ່ງ ເພື່ອເຮັດໃຫ້ມັນເປັນເສດໜຶ່ງສ່ວນສີ່ຂອງໜ້າຈໍ.



ໂໝດ ແລະ ວຽກປະຈຳ

ປ່ຽນແປງ ວອລເປເປີ ອີງໃສ່ ໂໝດ ຂອງທ່ານ
ຕັ້ງ ວອລເປເປີ ທີ່ແຕກຕ່າງກັນອີງໃສ່ກິດຈະກຳປະຈຸບັນຂອງທ່ານ. ເລືອກວອລເປເປີໜຶ່ງສຳລັບວຽກ, ອັນໜຶ່ງສຳລັບການອອກກຳລັງກາຍ ແລະ ອື່ນໆອີກ.

ການກະທຳອື່ນໆອີກ ສຳລັບ ວຽກປະຈຳ
ການກະທຳໃໝ່ຈະເຮັດໃຫ້ທ່ານສາມາດ ຄວບຄຸມ ການແຊຣ໌ດ່ວນ ແລະ ຄວາມໄວການສຳຜັດ, ປ່ຽນແປງ ສຽງໂທເຂົ້າ ຂອງທ່ານ ແລະ ປ່ຽນແປງ ຮູບແບບຕົວໜັງສື.



ສະພາບອາກາດ

ເຂົ້າເຖິງ ຂໍ້ມູນທີ່ເປັນປະໂຫຍດ ໄດ້ຢ່າງວ່ອງໄວ
ກວດເບິ່ງ ແຈ້ງເຕືອນ ສະພາບອາກາດ ທີ່ຮຸນແຮງ, ການສະຫລຸບຫຍໍ້ກ່ຽວກັບສະພາບອາກາດປະຈຳວັນ ແລະ ເວລາຕາເວັນຂຶ້ນ/ຕົກ ຢູ່ເທິງສຸດຂອງ ແອັບ ສະພາບອາກາດ. ຕອນນີ້ ກຣາຟສະແດງອຸນຫະພູມໃຊ້ ສີຕ່າງໆເພື່ອສະແດງອຸນຫະພູມ ປ່ຽນແປງ ແນວໃດ ຕະຫຼອດທັງວັນ.

ກຣາຟສະແດງໂອກາດຝົນຕົກແຕ່ລະຊົ່ວໂມງ
ຕອນນີ້ ກຣາຟສະແດງໃຫ້ເຫັນໂອກາດຝົນຕົກຫຼາຍປານໃດແຕ່ລະຊົ່ວໂມງ ໃນເວລາທີ່ແຕກຕ່າງກັນຂອງວັນ.

ສະຫຼຸບຫຍໍ້ເທິງ ວິດເຈັດ ສະພາບອາກາດ
ສະຫຼຸບຫຍໍ້ກ່ຽວກັບສະພາບອາກາດໃນປະຈຸບັນ ຕອນນີ້ປາກົດຂຶ້ນໃນ ວິດເຈັດ ສະພາບອາກາດ ເພື່ອໃຫ້ທ່ານຮູ້ວ່າຖ້າມີແດດອອກ, ມີເມກປົກຄຸມ, ຝົນຕົກ ຫຼື ຫິມະຕົກ.



ອິນເຕີເນັດຊຳຊຸງ

ສືບຕໍ່ການທ່ອງເວັບໃນອຸປະກອນອື່ນ
ຖ້າທ່ານກຳລັງທ່ອງເວັບໃນ ໂທລະສັບ ຫຼື ອຸປະກອນ Galaxy ແລະ ຫຼັງຈາກນັ້ນ ເປີດໃຊ້ ແອັບ ອິນເຕີເນັດ ໃນ ອຸປະກອນ Galaxy ອື່ນທີ່ໄດ້ລົງຊື່ເຂົ້າໃຊ້ Samsung account ດຽວກັນ, ປຸ່ມ ຈະປາກົດຂຶ້ນ ເຊິ່ງຈະເຮັດໃຫ້ທ່ານເປີດໜ້າເວັບສຸດທ້າຍທີ່ທ່ານໄດ້ເປີດເບິ່ງໃນ ອຸປະກອນ ເຄື່ອງອື່ນ.

ການຊອກຫາທີ່ປັບປຸງ
ຕອນນີ້ການຊອກຫາຂອງທ່ານ ລວມມີ ຊື່ຂອງໂຟລເດີ ບຸກມາກຄ໌ ແລະ ກຸ່ມແຖບ. ໂລຈິກການຊອກຫາທີ່ໄດ້ປັບປຸງ ເຮັດໃຫ້ທ່ານຄົ້ນພົບສິ່ງທີ່ທ່ານຊອກຫາ ເຖິງວ່າສິ່ງນັ້ນສະກົດບໍ່ຖືກຕ້ອງກໍ່ຕາມ.



ການປ່ຽນແປງເພີ່ມຕື່ມ

ໃຫ້ Bixby ຮັບ​ໂທ​ລະ​ສັບ​ຂອງ​ທ່ານ
​ໃຫ້ Bixby ການ​ໂທດ້ວຍ​ຂໍ້​ຄວາມ​ເພື່ອ​ຮັບ​ໂທ​ລະ​ສັບ​ໂດຍ​ອັດ​ຕະ​ໂນ​ມັດ ແລະ ຊອກ​ເບິ່ງວ່າ​ເປັນ​ຫຍັງ​ຄົນ​ຈິ່ງ​ກຳ​ລັງ​ໂທ​ມາ. ທ່ານ​ຈະ​ເຫັນ​ສິ່ງ​ທີ່​ຜູ້​ໂທ​ເວົ້າ​ຢູ່​ໃນ​ການ​ແຊັດ​ຜ່ານຂໍ້​ຄວາມ ແລະ ທ່ານ​ສາ​ມາດ​ແຕະ ຫຼື ພິມ​ຄຳ​ຕອບ​ທີ່​ຈະ​ຖືກ​ອ່ານ​ດັງໆໃຫ້​ຜູ້​ໂທ​ໄດ້​ຍິນ. Bixby text call ມີ​ໃຫ້​ໃຊ້ເປັນພາສາອັງກິດ ແລະ ພາສາເກົາຫຼີເທົ່ານັ້ນ.

ກວດເບິ່ງລະດັບ ແບັດເຕີຣີ ອຸປະກອນ ຂອງທ່ານ
ວິດເຈັດ ແບັດເຕີຣີ ໃໝ່ ໃຫ້ທ່ານກວດເບິ່ງລະດັບ ແບັດເຕີຣີ ອຸປະກອນ ຂອງທ່ານໄດ້ທັນທີຈາກ ໜ້າຈໍຫຼັກ. ທ່ານສາມາດເຫັນໄດ້ວ່າ ແບັດເຕີຣີ ຍັງເຫຼືອຫຼາຍປານໃດໃນ ໂທລະສັບ, Galaxy Buds, Galaxy Watch ແລະ ອຸປະກອນທີ່ຮອງຮັບ ຂອງທ່ານ.

ໃຊ້ ອິໂມຈິ ໄດ້ເຖິງ 3 ໂຕ ໃນ ກ້ອງຖ່າຍຮູບ ອິໂມຈິ AR
ຖ່າຍຮູບ ແລະ ວິດີໂອ ແບບຫຼິ້ນໆ ກັບໝູ່ເພື່ອນຂອງທ່ານ ໃນ ໂໝດ ໜ້າກາກ. ທ່ານສາມາດກຳນົດ ອິໂມຈິ ທີ່ແຕກຕ່າງກັນໃຫ້ໃບໜ້າຂອງແຕ່ລະຄົນ.

ຄຳແນະນຳການຕັ້ງຄ່າ
ໃນຂະນະລົງຊື່ເຂົ້າໃຊ້ໃນ Samsung account ຂອງທ່ານ, ຄຳແນະນຳຈະ ປະກົດຂຶ້ນດ້ານເທິງຂອງຈໍການຕັ້ງຄ່າເພື່ອຊ່ວຍທ່ານໃນການແຊຣ໌, ເຊື່ອມຕໍ່ ແລະ ປັບປຸງປະສົບການຂອງທ່ານໃນການນຳໃຊ້ອຸປະກອນ Galaxy ຂອງ​ທ່ານ.

ຄຳແນະນຳໃນການໃຊ້ Spotify
ຕອນນີ້ວິດເຈັດຄຳແນະນຳອັດສະລິຍະໃຫ້ຄຳແນະນຳການຕິດຕາມ Spotify ແລະ ລາຍການຫຼິ້ນອີງຕາມກິດຈະກຳປະຈຸບັນຂອງທ່ານ. ຮັບຟັງເພງທີ່ສົມບູນແບບໃນລະຫວ່າງການຂັບລົດ, ການອອກກໍາລັງກາຍ ແລະ ອື່ນໆອີກ. ເພື່ອຮັບເອົາແນະນຳ, ທ່ານຕ້ອງລົງຊື່ເຂົ້າໃຊ້ໃນບັນ​ຊີ Spotify ໃນເວີຊັນຫຼ້າສຸດຂອງແອັບ Spotify.

ເລືອກບ່ອນທີ່ຈະບັນທຶກຮູບໜ້າຈໍ ແລະ ການບັນທຶກໜ້າຈໍ
ປະຈຸບັນ ທ່ານສາມາດ ປ່ຽນແປງ ໂຟລເດີ ບ່ອນທີ່ ຮູບໜ້າຈໍ ແລະ ການບັນທຶກໜ້າຈໍ ໄດ້ຖືກບັນທຶກໄວ້.

ໝາຍເລກການຜະລິດ : S906U1UES2BWA2
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-01-20
ລະດັບແກ້ໄຂຄວາມປອດໄພ : 2023-01-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2BVL1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2022-12-23
ລະດັບແກ້ໄຂຄວາມປອດໄພ : 2022-12-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2BVK1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2022-11-16
ລະດັບແກ້ໄຂຄວາມປອດໄພ : 2022-11-01
ການ​ອັບ​ເກ​ຣດ One UI 5 (ແອນດຣອຍ 13)

One UI 5 ນຳເອົາການເຮັດເປັນສ່ວນທີ່ມີພະລັງຫຼາຍຂຶ້ນມາ​ໃຫ້​ທ່ານ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການເຮັດສິ່ງຕ່າງໆໃຫ້ສຳເລັດໃນທົ່ວອຸປະກອນ Galaxy ຂອງທ່ານ.



ການອອກແບບຮູບຊົງ

ໄອຄອນແອັບ ແລະ ພາບປະກອບໃໝ່
ເຄື່ອງໝາຍໄອຄອນໃຫ່ຍຂຶ້ນສຳລັບຮູບລັກສະນະທີ່ເຂັ້ມຂຸ້ນຂຶ້ນທີ່ເຮັດໃຫ້ການສະແກນງ່າຍຂຶ້ນ. ໄລ່ລະດັບສີພື້ນຫຼັງທີ່ນຸ່ມນວນ ແລະ ຄວາມຄົມຊັດທີ່ປັບປຸງໃຫ້ຄວາມຮູ້ສຶກທີ່ສົດຊື່ນຂຶ້ນ ແລະ ເປັນທຳມະຊາດຍິ່ງຂຶ້ນ. ພາບປະກອບການຊ່ວຍເຫຼືອອັນໃໝ່ຖືກສ້າງຂຶ້ນເພື່ອໃຫ້ຮູບຊົງທີ່ສອດຄ່ອງກັນກັບແອັບທັງໝົດ.

ຮຽບງ່າຍຂຶ້ນກວ່າທີ່ເຄີຍມີມາແຕ່ກ່ອນ
ການເຄື່ອນໄຫວ ແລະ ເອັບເຝັກການປ່ຽນຜ່ານໃໝ່ເຮັດໃຫ້ການສັບປ່ຽນລະຫວ່າງໜ້າຈໍຮູ້ສຶກເປັນທຳມະຊາດຫຼາຍຂຶ້ນ. ການເຄື່ອນໄຫວ ແລະ ຄຳຕິຊົມທາງພາບອື່ນປາກົດທັນທີເມື່ອທ່ານສຳຜັດໜ້າຈໍ, ເຮັດໃຫ້ການປະຕິສຳພັນງ່າຍຂຶ້ນ. ຄວາມໄວການເລື່ອນກໍ່ຍັງໄດ້ຮັບການປັບປຸງເພື່ອເຮັດໃຫ້ການເລື່ອນ ຮູ້ສຶກລ່ຽນໄຫຼຂຶ້ນໃນ​ທົ່ວ One UI.

ສີ ແລະ ເອັບເຝັກພາບມົວທີ່ໄດ້ຮັບການປັບປຸງ
ເອັບ ເຝັກ ການເຮັດໃຫ້ ພື້ນຫຼັງ ມົວ ໃນ ແຜງດ່ວນ, ໜ້າຈໍຫຼັກ ແລະ ທົ່ວທັງ One UI ໄດ້ຮັບການປັບປຸງດ້ວຍ ສີ ທີ່ແຈ້ງຂຶ້ນເພື່ອປະສົບການການໃຊ້ທີ່ຈະແຈ້ງຂຶ້ນ ແລະ ສະໝໍ່າສະເໝີກວ່າເກົ່າ. ແຜນຜັງ ສີ ແອັັບ ທີ່ຮຽບງ່າຍຊ່ວຍທ່ານຫຼີກລ່ຽງການລົບກວນ ແລະ ສຸມໃສ່ໜ້າວຽກປັດຈຸບັນຂອງທ່ານ.



ການກຳນົດເອງ

ກຳນົດໜ້າຈຳລັອກຂອງທ່ານເອງ
ພຽງສຳຜັດ ແລະ ກົດໜ້າຈຳລັອກຄ້າງໄວ້ເພື່ອແກ້ໄຂ. ມີຫຍັງແດ່ທີ່ງ່າຍຂຶ້ນ? ກຳນົດວອລເປເປີ, ແບບໂມງ, ການຕັ້ງຄ່າການແຈ້ງເຕືອນຂອງທ່ານ ແລະ ອື່ນໆເອົາ​ເອງດ້ວຍການເບິ່ງຕົວຢ່າງສົດທັງໝົດໃນບ່ອນດຽວ.

ທາງເລືອກວອລເປເປີເພີ່ມເຕີມ
ການຕັ້ງຄ່າວອລເປເປີໄດ້ຮັບການອອກແບບຄືນໃໝ່ທີ່ເຮັດໃຫ້ການຊອກຫາວອລເປເປີທີ່ສົມບູນແບບໄດ້ງ່າຍຂຶ້ນສຳລັບໜ້າຫຼັກ ແລະ ໜ້າຈຳລັອກຂອງທ່ານ. ມີຮູບ, ວິດີໂອ, ສີ ແລະ ກັ່ນຕອງໃຫ້ເລືອກຫຼາຍຂຶ້ນກວ່າແຕ່ກ່ອນ.

ທາງເລືອກເພີ່ມເຕີມສຳລັບຈານສີຂອງທ່ານ
ງ່າຍຂຶ້ນໃນການຊອກຫາສີທີ່ເໝາະສຳລັບທ່ານ. ເລືອກຈາກຕີມສີທີ່ມີສູງເຖິງ 16 ລາຍການໃນວອລເປເປີຂອງທ່ານ ເຊັ່ນດຽວກັບຕີມສີຕັ້ງຄ່າມາກ່ອນທີ່ຖືກອອກແບບມາໃຫ້ມີຮູບລັກສະນະທີ່ງົດງາມ.

ເບິ່ງວ່າໃຜກຳລັງໂທຢ່າງງ່າຍໆ
ຕັ້ງພື້ນຫຼັງການໂທທີ່ແຕກຕ່າງກັນສຳລັບຜູ້ຕິດຕໍ່ແຕ່ລະຄົນເພື່ອໃຫ້ທ່ານເຫັນຜູ້ກຳລັງໂທຢ່າງງ່າຍໆພຽງແຕ່ກວດເບິ່ງຂໍ້ມູນຢ່າງໄວ.



ໂໝດ ແລະ ວຽກປະຈຳ

ເລືອກໂໝດອີງຕາມກິດຈະກຳຂອງທ່ານ
ເລືອກໂໝດອີງຕາມສິ່ງທີ່ທ່ານກຳ​ລັງເຮັດເຊັ່ນ: ການອອກກໍາລັງກາຍ, ເຮັດວຽກ ຫຼື ຜ່ອນຄາຍ, ຈາກນັ້ນເລືອກສິ່ງທີ່ທ່ານຕ້ອງການໃຫ້ໂທລະສັບຂອງທ່ານເຮັດໃນທຸກໆສະຖານະການ. ຕົວຢ່າງ: ເປີດຫ້າມລົບກວນເມື່ອທ່ານພັກຜ່ອນ ຫຼື ຫຼິ້ນເພງຂະນະທີ່ຂັບລົດ.

ຕອນນີ້ໂໝດເວລານອນແມ່ນໂໝດນອນຫຼັບ
ໂໝດນອນຫຼັບ ຊ່ວຍໃຫ້ທ່ານດຳເນີນການຕ່າງໆໄດ້ຫຼາຍຂື້ນໂດຍເມື່ອຮອດເວລາ ນອນເຊັ່ນ: ການເປີດໃຊ້ ​ໂໝດມືດ ແລະ ປ່ຽນແປງ ໂໝດສຽງ.

ງ່າຍຂຶ້ນໃນການຄົ້ນຫາວຽກປະຈຳທີ່ຕັ້ງຄ່າມາກ່ອນ
ແຜນຜັງທີ່ລຽບງ່າຍເຮັດໃຫ້ຊອກຫາວຽກປະຈຳງ່າຍຂຶ້ນທີ່ເປັນປະໂຫຍດສຳລັບທ່ານ.

ກວດເບິ່ງວຽກປະຈຳທີ່ກຳລັງດຳ​ເນີນ​ການ​ຢູ່ຢ່າງວ່ອງໄວ
ວຽກປະຈຳກຳລັງ​ດຳ​ເນີນ​ຢູ່​ໃນ​ປັດ​ຈຸ​ບັນແມ່ນສະແດງຢູ່ດ້ານເທິງຂອງໜ້າຈໍວຽກປະຈຳເພື່ອໃຫ້ທ່ານສາມາດເຂົ້າໃຈສິ່ງທີ່ກຳລັງເກີດຂຶ້ນ ແລະ ເຮັດການປ່ຽນແປງ, ຖ້າຈຳເປັນ.

ການດຳ​ເນີນ​ການ ແລະ ເງື່ອນ​ໄຂ​ເພີ່ມ​ເຕີມສຳລັບວຽກປະຈຳຂອງທ່ານ
ເລີ່ມວຽກປະຈຳໂດຍອັດຕະໂນມັດເມື່ອທ່ານໃຊ້ໂໝດເຮືອບິນ ຫຼື ຮັອດສະປັອດມືຖື. ຕອນນີ້ວຽກປະຈຳສາມາດເປີດການຈັບຄູ່ແອັບ ແລະ ປັບຄວາມສົມດຸນສຽງ​ດ້ານຊ້າຍ/ຂວາ​ໄດ້.



ວິດເຈັດໜ້າຈໍຫຼັກ

ກອງວິດເຈັດຂຶ້ນ​ໃນໜ້າຈໍຫຼັກຂອງທ່ານ
ລວມວິເຈັດຫຼາຍອັນທີ່ມີຂະໜາດດຽວກັນເຂົ້າເປັນວິເຈັດດຽວເພື່ອປະຢັດພື້ນທີ່ໃນໜ້າຈໍຫຼັກຂອງທ່ານ. ພຽງແຕ່ລາກວິດເຈັດໜຶ່ງ​ໄປ​ໃສ່ວິດເຈັດອື່ນເພື່ອສ້າງກອງວາງຊ້ອນກັນ, ຈາກນັ້ນປັດເພື່ອສະຫຼັບລະຫວ່າງວິດເຈັດ. ທ່ານສາມາດເພີ່ມວິດເຈັດເພີ່ມເຕີມໄປໃສ່ກອງຂອງທ່ານໄດ້ໃນທຸກເວລາໂດຍການລາກໄປ ແລະ ວາງລົງ.

ຮັບຄຳແນະນຳໃນໜ້າຈໍຫຼັກຂອງທ່ານ
ວິດເຈັດຄຳແນະນຳອັດສະລິຍະອັນໃໝ່ຮັບຮູ້ສິ່ງທີ່ທ່ານຕ້ອງການກ່ອນທ່ານເຮັດ. ມັນແນະນຳແອັບເພື່ອໃຊ້, ຜູ້ຄົນທີ່ຈະໂທຫາ ແລະ ເຄັດລັບທີ່ເປັນປະໂຫຍດອື່ນ. ຄຳແນະນຳແມ່ນຂຶ້ນກັບຮູບແບບການນຳໃຊ້ຂອງທ່ານ.



ການເຮັດຫຼາຍໜ້າວຽກ

ສະຫຼັບມູມມອງຂອງທ່ານດ້ວຍທ່າທາງ
ສະຫຼັບຈາກໜ້າຈໍເຕັມໄປຍັງມູມມອງໜ້າຈໍແຍກໂດຍການປັດຂຶ້ນດ້ວຍສອງນີ້ວຈາກດ້ານລຸ່ມສຸດຂອງໜ້າຈໍ. ສະຫຼັບຈາກໜ້າຈໍເຕັມເປັນມູມມອງປັອບອັບໂດຍການປັດເຂົ້າໃນດ້ວຍໜຶ່ງນີ້ວຈາກມຸມຢູ່ດ້ານເທິງສຸດຂອງໜ້າຈໍ. ສາມາດເປີດ ຫຼື ປິດທ່າທາງໄດ້ໃນແລັບການຕັ້ງຄ່າ.

ເປີດແອັບໃນໜ້າຈໍແຍກຢ່າງວ່ອງໄວ
ພຽງແຕ່ລາກແອັບໜຶ່ງຈາກໜ້າຈໍຫຼ້າສຸດໄປຍັງຂ້າງຂອງໜ້າຈໍບ່ອນທີ່ທ່ານຕ້ອງການເປີດມັນ.



ອຸປະກອນທີ່ເຊື່ອມຕໍ່

ເຮັດຫຼາຍຂຶ້ນດ້ວຍອຸປະກອນທີ່ເຊື່ອມຕໍ່ແລ້ວ​ຂອງ​ທ່ານ
ເພີ່ມເມນູອຸປະກອນທີ່ເຊື່ອມຕໍ່ແລ້ວ​ໃສ່ການຕັ້ງຄ່າ, ເຮັດໃຫ້ການເຂົ້າເຖິງຄຸນສົມບັດໄວຂຶ້ນ ແລະ ງ່າຍຂຶ້ນທີ່​ໃຊ້​ງານ​ກັບອຸປະກອນອື່ນໄດ້ເຊັ່ນ: ການແຊຣ໌ດ່ວນ, Smart View ແລະ Samsung DeX.

ເຊື່ອງການແຈ້ງເຕືອນໃນໂທລະພາບຂອງທ່ານ
ເມື່ອທ່ານເບິ່ງເນື້ອຫາຈາກໂທລະສັບຂອງທ່ານໃນໂທລະພາບຂອງ​ທ່ານດ້ວຍ Smart View, ທ່ານສາມາດເລືອກເຊື່ອງການແຈ້ງເຕືອນໃນໂທລະພາບຂອງທ່ານເພື່ອປ້ອງກັນຄົນອື່ນເຫັນຂໍ້ມູນສ່ວນຕົວຂອງທ່ານໄດ້.

ຫຼິ້ນສຽງຈາກໂທລະສັບຂອງທ່ານໃນອຸປະກອນ Chromecast ໃດໜຶ່ງ
ອຸປະກອນ Chromecast ທີ່ມີຈະປາກົດຂຶ້ນເມື່ອທ່ານແຕະສົ່ງມີເດຍອອກຢູ່ໃນແຜງດ່ວນໃນໂທລະສັບຂອງທ່ານ. ພຽງແຕ່ແຕະອຸປະກອນບ່ອນທີ່ທ່ານຕ້ອງການຫຼິ້ນເພງ ຫຼື ເນື້ອຫາສຽງອື່ນໆ.



ກ້ອງຖ່າຍຮູບ ແລະ ແກເລີຣີ

ຊູມງ່າຍຂຶ້ນດ້ວຍມືດຽວ
ແຖບຊູມຖືກເຮັດໃຫ້ແໜ້ນ​ເຂົ້າເພື່ອທ່ານສາມາດຊູມເຂົ້າ ຫຼື ອອກໄດ້ຫຼາຍຂຶ້ນດ້ວຍການປັດເທື່ອດຽວ.

ເອົາຄວາມ​ຊ່ວຍ​ເຫຼືອດ້ວຍໂໝດໂປຣ
ໄອຄອນຊ່ວຍເຫຼືອຈະປາກົດຢູ່ໃນໂໝດໂປຣ ແລະ ວິດີໂອໂປຣ. ແຕະໄອຄອນເພື່ອຮັບເອົາເຄັດລັບ ແລະ ຄຳແນະນຳໃນການໃຊ້ເລນສ໌, ຕົວເລືອກ ແລະ ການຄວບຄຸມຕ່າງໆ.

Histogram ໃນໂໝດໂປຣ
ໃຊ້ Histogram ເພື່ອກວດເບິ່ງຄວາມສະຫວ່າງຂອງແຕ່ລະໂທນສີເພື່ອຊ່ວຍທ່ານຮັບແສງທີ່ສົມບູນແບບ.

ເພີ່ມລາຍນ້ຳໄປຫາຮູບຂອງທ່ານ
ເພີ່ມລາຍນ້ຳຫາແຕ່ລະຮູບທີ່ມີວັນທີ ແລະ ເວລາທີ່ຖ່າຍຮູບໂດຍອັດຕະໂນມັດ, ຊື່ລຸ້ນໂທລະສັບຂອງທ່ານ ຫຼື ຂໍ້ມູນທີ່ກຳນົດເອງອື່ນໆ.

ຂະນະນີ້ເລນສ໌ຮູບຖ່າຍໄລຍະໄກແມ່ນຮອງຮັບໃນໂໝດອາຫານ
ຖ່າຍຮູບອາ​ຫານໃກ້ໆ​ໃຫ້ດີຂຶ້ນດ້ວຍເລນສ໌ຮູບຖ່າຍໄລຍະໄກ.

ຖ່າຍຄັ້ງດຽວທີ່ແກ້ໄຂຄືນ
ໂໝດຖ່າຍຄັ້ງດຽວຖືກເຮັດໃຫ້ລຽບງ່າຍ ແລະ ງ່າຍດາຍ, ຄ່ອງຕົວຂຶ້ນ. ຕົວເລືອກທີ່ໜ້ອຍກວ່າ ແລະ ເວລາການບັນທຶກທີ່ສັ້ນກວ່າເຮັດໃຫ້ການຮັບພາບທີ່ງົດງາມໄດ້ງ່າຍຂຶ້ນ ແລະ ໄວຂຶ້ນ.

ເລືອກກັ່ນຕອງງ່າຍດາຍຂຶ້ນ
ເມນູການເລືອກກັ່ນຕອງຖືກປັບໃຫ້ງ່າຍດາຍ ແລະ ຄ່ອງຕົວຂຶ້ນໃນ ກ້ອງຖ່າຍຮູບ, ເຄື່ອງຕັດຕໍ່ຮູບ ແລະ ຕົວແກ້ໄຂວິດີໂອ. ການກັ່ນຕອງທັງໝົດແມ່ນມີພ້ອມໃນໜຶ່ງລາຍການ, ເຮັດໃຫ້ຊອກຫາການກັ່ນຕອງທີ່ສົມບູນແບບສຳລັບຮູບ ຫຼື ວິດີໂອຂອງທ່ານງ່າຍຂຶ້ນ.

ກຳນົດອາລະບໍາເອງ​ຢູ່ໃນແກເລີຣີ
ເລືອກວ່າ​ຈະໃຫ້ ອາລະບໍາ ອັນໃດປາກົດຕາມຄ່າ ມາດຕະຖານ ແລະ ເຊື່ອງ ອາລະບໍາ ທີ່ບໍ່ຄ່ອຍໄດ້ໃຊ້ເພື່ອໃຫ້ເປັນລະບຽບຫຍິ່ງຂຶ້ນ. ທ່ານຍັງສາມາດລວມ ອາລະບໍາ ທີ່ມີ ຊື່ ດຽວກັນເຂົ້າກັນ ແລະ ສ້າງ ອາລະບໍາ ອັບເດດ ອັດຕະໂນມັດເພື່ອລວບລວມເອົາ ຮູບ ຂອງ ຜູ້ຄົນ ທີ່ທ່ານ ເລືອກ.

ຮູບລັກສະນະໃໝ່ທັງໝົດສຳລັບເລື່ອງຕ່າງໆ
ເລື່ອງ​ຕ່າງໆ​ທີ່ຖືກສ້າງຂຶ້ນອັດຕະໂນມັດໃນແກເລີຣີຂອງທ່ານນັ້ນໄດ້ຮັບການປັບແຕ່ໃໝ່ດ້ວຍ​ມູມມອງສະໄລດ໌ໂຊແບບໂຕ້ຕອບ. ພຽງແຕະ ຫຼື ປັດເພື່ອຍ້າຍລະຫວ່າງຮູບ ແລະ ວິດີໂອໃນເລື່ອງຂອງທ່ານ.



ຮູບຖ່າຍ ແລະ ຕົວ​ແກ້​ໄຂວິ​ດີ​ໂອ

ສ້າງສະຕິກເກີຈາກຮູບໃດໜຶ່ງ
ສ້າງສະຕິກເກີທີ່ໃຊ້ຄືນໃໝ່ໄດ້ຈາກຮູບໃດໜຶ່ງໃນແກເລີຣຂອງທ່ານ. ພຽງເລືອກສ່ວນຂອງຮູບທ່ານຕ້ອງການໃຊ້ເປັນສະຕິກເກີ, ແລ້ວປັບຄວາມໜາ ແລະ ສີຂອງເສັ້ນຮອບນອກ.

ວິທີເພີ່ມເຕີມໃນກາແກ້ໄຂ GIFs
ທ່ານສາມາດຕັດແຕ່ງ ແລະ ປັບອັດຕາສ່ວນຂອງ GIFs ທີ່ເຄື່ອນໄຫວເພື່ອເຮັດໃຫ້ພວກມັນມີຂະໜາດທີ່ຖືກຕ້ອງໄດ້. ນອກຈາກນັ້ນທ່ານສາມາດໃຊ້ຄຸນສົມບັດການແກ້ໄຂອັນດຽວກັນທີ່ມີໃຫ້ສຳລັບຮູບນິ້ງເພື່ອຕົບແຕ່ງ GIF ຂອງທ່ານຕາມຄວາມມັກຂອງທ່ານ.

ຮັກສາເອັບເຝັກໂໝດລວງຕັ້ງໄວ້, ແມ້ກະທັ້ງຫຼັງຈາກ​ການແກ້ໄຂ
ຕອນນີ້ເອັບເຝັກໂໝດລວງຕັ້ງຖືກຮັກສາໄວ້, ແມ້​ແຕ່ພາຍຫລັງການຕັດ ຫຼື ປ່ຽນແປງການກັ່ນຕອງເພື່ອໃຫ້ທ່ານສາມາດປັບຄວາມມົວຂອງພື້ນຫຼັງ​ໄດ້​ໃນທຸກເວລາ.

ແຕ້ມຮູບຮ່າງທີ່ສົມບູນແບບໃນຮູບ ແລະ ວິດີໂອ
ໃຊ້ເຄື່ອງມືປາກກາເພື່ອແຕ້ມຮູບຮ່າງເຊັ່ນ: ວົງມົນ, ຮູບສາມແຈ, ຮູບສີ່ແຈ ຫຼື ຮູບຫົວໃຈ. ໃຊ້ນິ້ວ​ມືຂອງທ່ານກົດເທິງຈໍຄ້າງໄວ້ເມື່ອທ່ານສຳເລັດການແຕ້ມເພື່ອເຮັດໃຫ້ມັນປ່ຽນຮູບເປັນເສັ້ນຊື່ ແລະ ມູມທີ່ສົມບູນແບບຢ່າງທັນທີ.

ສະຕິກເກີໃໝ່ສຳລັບຮູບຖ່າຍ ແລະ ວິດີໂອ
60 ສະຕິກເກອິໂມຈິທີ່ໂຫຼດໄວ້ລ່ວງໜ້າແມ່ນມີໃຫ້ພ້ອມສຳລັບການຕົບແຕ່ງຮູບ ແລະ ວິດີໂອຂອງທ່ານ.



ອິໂມຈິ ແລະ ສະຕິກເກີ

ສະຕິກເກີອິໂມຈິ AR ໃໝ່
ເມື່ອທ່ານສ້າງອິໂມຈິ AR ໃໝ່, 15 ສະຕິກເກີຖືກສ້າງຂຶ້ນຕາມຄ່າມາດຕະຖານ, ເຊິ່ງໃຫ້ທ່ານວິທີເພີ່ມເຕີມໃນການສະແດງຕົວຂອງທ່ານເອງອອກມາ. ຖ້ານັ້ນບໍ່ພຽງພໍ, ຍັງມີສະຕິກເກອິໂມຈິ AR ຕື່ມອີກທີ່ມີໃຫ້ດາວໂຫຼດ ເພື່ອທີ່ທ່ານສາມາດຊອກຫາສະຕິກເກີໃຫ້​ໄດ້ກົງກັບອາລົມຂອງທ່ານຢູ່ສະເໝີ.

ເຮັດເພີ່ມເຕີມກັບອິໂມຈິ AR
ໃຊ້ພື້ນຫຼັງໂປ່ງໃສສຳລັບສະຕິກເກີອິໂມຈິ AR ຫຼື ເລືອກຮູບໃດໜຶ່ງຈາກແກເລີຣີຂອງທ່ານເພື່ອໃຊ້ເປັນພື້ນຫຼັງສຳລັບອິໂມຈິ AR ໃນ ກ້ອງຖ່າຍຮູບອິໂມຈິ AR. ທ່ານສາມາດຈັບຄູ່ອິໂມຈິໄດ້​ເຖິງສອງອັນພ້ອມກັນ ແລະ ສ້າງການເຕັ້ນ ແລະ ທ່າທາງທີ່ສະໜຸກສະໜານ.



ຄີບອດຊໍາຊຸງ

ອິໂມຈິໃໝ່ມີສຳລັບການຈັບຄູ່ອິໂມຈິ
ຢູ່ໃນຄີບອດຊໍາຊຸງ, ມີອິໂມຈິຫລາຍກວ່າ 80 ອັນສຳລັບການສ້າງຄູ່ອິໂມຈິ. ດຽວນີ້ທ່ານຍັງສາມາດລວມອິໂມຈິເຂົ້າ​ກັນ​ໄດ້ໂດຍອີງໃສ່ສັດ, ອາຫານ ແລະ ວັດຖຸອື່ນ, ນອກເໜືອຈາກການສະແດງອອກທາງໃບໜ້າ. ເລືອກການລວມເຂົ້າກັນທີ່ສົມບູນແບບເພື່ອຮັບຄວາມຮູ້ສຶກຂອງທ່ານ.

ຈັດລຽງປຸ່ມການສະແດງອອກຄືນ​ໃໝ່​ຢູ່ໃນຄີບອດຊໍາຊຸງ
ສຳຜັດ ແລະ ກົດອິໂມຈິ, ສະຕິກເກີ ແລະ ປຸ່ມອື່ນໆຄ້າງໄວ້ເພື່ອຈັດລຽງພວກມັນຄືນໃໝ່.

ປ້ອນກາວໂມຈິເຂົ້າຈາກຄີບອດຊໍາຊຸງໂດຍ​ກົງ
ເພີ່ມຄວາມເຂັ້ມຂຸ້ນໃຫ້ການແຊັດ ແລະ ຂໍ້ຄວາມດ້ວຍການສະແດງອອກທາງໃບໜ້າທີ່ກຳນົດລ່ວງໜ້າຖືກສ້າງຂຶ້ນໂດຍການໃຊ້ສັນຍະລັກຄີບອດ. (*^.^*)

ກຳນົດແຖວແປ້ນຍະຫວ່າງຢູ່ໃນຄີບອດຊໍາຊຸງເອົາ​ເອງ
ທ່ານສາມາດເລືອກປຸ່ມຟັງຄ໌ຊັນ ແລະ ເຄື່ອງໝາຍວັກຕອນອັນໃດເພື່ອໃຫ້ສະແດງໃນຖັນດ້ານລຸ່ມສຸດຂອງຄີບອດຖັດຈາກແປ້ນຍະຫວ່າງ.



ຄັດແຍກ ແລະ ສະແກນຂໍ້ຄວາມ

ຄັດແຍກຂໍ້ຄວາມຈາກຮູບ ຫຼື ໜ້າຈໍໃດໜຶ່ງ
ຄັດແຍກຂໍ້ຄວາມດ້ວຍ​ການໃຊ້ຄີບອດຊໍາຊຸງ, ອິນເຕີເນັດ, ແກເລີຣີ ຫຼື ເມື່ອໃດກໍ່ຕາມທີ່ທ່ານຖ່າຍພາບໜ້າຈໍ. ວາງຜົນຮັບເຂົ້າໃນຂໍ້ຄວາມ, ອີເມລ໌ ຫຼື ເອກະສານແທນທີ່ການພິມລົງ.

ຮັບຄຳແນະນຳອີງຕາມຂໍ້ຄວາມໃນຮູບ
ເມື່ອຂໍ້ຄວາມປາກົດຂຶ້ນ​ຢູ່ໃນຮູບໃນຢູ່ແກເລີຣີ, ກ້ອງຖ່າຍຮູບ ຫຼື ແອັບອື່ນໆ, ຈະແນະນຳການດຳເນີນການໃຫ້ອີງຕາມຂໍ້ຄວາມ. ຕົວຢ່າງ: ຫາກທ່ານຖ່າຍຮູບປ້າຍທີ່ມີເບີໂທລະສັບ ຫຼື ທີ່ຢູ່ເວັບໃນນັ້ນ, ທ່ານສາມາດແຕະເພື່ອໂທໝາຍເລກນັ້ນ ຫຼື ເຂົ້າໄປທີ່ເວັບໄຊ.
ຄຸນສົມບັດການຄັດແຍກ ແລະ ການແນະນຳຂໍ້ຄວາມໄດ້ຮອງຮັບສຳລັບພາສາອັງກິດ, ເກຼົາຫຼີ, ຝຣັ່ງ, ອິຕາລີ, ເຢຍລະມັນ, ສະເປນ, ປອກຕຸຍການ ແລະ ຈີນ.



Samsung DeX

ແຖບໜ້າວຽກທີ່ປັບປຸງຢູ່ໃນ Samsung DeX
ປຸ່ມຊອກຫາຖືກເພີ່ມເຂົ້າເພື່ອເຮັດໃຫ້ການຊອກຫາແອັບທ່ານຕ້ອງການໃຊ້ງ່າຍຂຶ້ນ ແລະ ທ່ານສາມາດຄລິກຂວາແອັບສະເພາະໜຶ່ງໆເພື່ອເຂົ້າເຖິງໜ້າວຽກພາຍໃນແອັບຢ່າງວ່ອງໄວ. ທ່ານຍັງສາມາດກຳນົດເອງວ່າທ່ານຕ້ອງການໃຫ້ປຸ່ມໃດປາກົດເທິງແຖບໜ້າວຽກຂອງທ່ານ.

ຕົວຊີ້ວັດການແຈ້ງເຕືອນໃໝ່ຢູ່ໃນ DeX
ຈ້ຳເມັດແດງຈະປາກົດໃນປຸ່ມການແຈ້ງເຕືອນ​ຢູ່ໃນແຖບໜ້າວຽກຂອງທ່ານ, ຖ້າໄດ້ຮັບການແຈ້ງເຕືອນໃໝ່ຕັ້ງແຕ່ຄັ້ງສຸດທ້າຍທ່ານໄດ້ເປີດແຜງການແຈ້ງເຕືອນ.

ປະຕິທິນນ້ອຍຢູ່ໃນ DeX
ດຽວນີ້ການຄລິກວັນທີໃນແຖບໜ້າວຽກຂອງທ່ານເປີດປະຕິທິນນ້ອຍ, ອະນຸຍາດທ່ານກວດເບິ່ງກຳນົດເວລາຂອງທ່ານຢ່າງວ່ອງໄວໂດຍບໍ່ຕ້ອງເປີດແອັບປະຕິທິນເຕັມ.



ການແຈ້ງເຕືອນ

ເອົຳການແຈ້ງເຕືອນທ່ານອະນຸຍາດເທົ່ານັ້ນ
ເມື່ອທ່ານໃຊ້ແອັບເປັນຄັ້ງທຳອິດ, ທ່ານຈະຖືກຖາມວ່າທ່ານຕ້ອງການຮັບການແຈ້ງເຕືອນຈາກແອັບນັ້ນຫລືບໍ. ປະຕິເສດຕໍ່ແອັບທີ່ທ່ານບໍ່ຕ້ອງການໃຫ້ລົບກວນທ່ານໄດ້ຕະຫ​ຼອດເວລາ.

ເຂົ້າເຖິງການຄວບຄຸມການແຈ້ງເຕືອນແອັບງ່າຍຂຶ້ນ
ແອັບໜຶ່ງກຳລັງສົ່ງການແຈ້ງເຕືອນໃຫ້ທ່ານຫຼາຍເກີນໄປບໍ? ງ່າຍກວ່າເດີມໃນການບລັອກມັນດ້ວຍການຕັ້ງຄ່າການແຈ້ງເຕືອນທີ່ໄດ້ຈັດ​ລຽງຄືນໃໝ່ທີ່ວາງການຄວບຄຸມການແຈ້ງເຕືອນແອັບໄວ້ດ້ານເທິງສຸດ. ທ່ານຍັງສາມາດເຂົ້າຫາການຕັ້ງຄ່າການແຈ້ງເຕືອນແອັບໄດ້ໂດຍກົງໄດ້ໂດຍໃຊ້ປຸ່ມຢູ່ດ້ານລຸ່ມສຸດຂອງແຜງການແຈ້ງເຕືອນ.

ເລືອກປະເພດແອັບການແຈ້ງເຕືອນອັນໃດທີ່ສາມາດສົ່ງໄດ້
ຕອນນີ້ທ່ານມີການຄວບຄຸມທີ່ແຍກຕ່າງຕໍ່ແອັບຕ່າງໆບໍ່ວ່າແອັບສາມາດສະແດງການແຈ້ງເຕືອນ, ປັອບອັບ, ກາໝາຍໄອຄອນແອັບ ແລະ ການແຈ້ງເຕືອນເທິງໜ້າຈໍລັອກ ຫຼື ບໍ່ກໍ່ຕາມ. ອະນຸຍາດທຸກປະເພດ, ບາງປະເພດ ຫຼື ບໍ່ອະນຸຍາດເລີຍ. ມັນຂຶ້ນກັບຕົວທ່ານ.

ແຜນຜັງໃໝ່ສຳລັບການແຈ້ງເຕືອນ
ໄອຄອນແອັບໃຫ່ຍກວ່າເດີມ, ເຮັດໃຫ້ເຫັນງ່າຍຂຶ້ນວ່າແອັບອັນໃດສົ່ງການແຈ້ງເຕືອນ. ການປັບຂໍ້ຄວາມໃຫ້ສະເໝີກັນແມ່ນຖືກປັບປຸງເພື່ອເຮັດໃຫ້ການອ່ານການແຈ້ງເຕືອນງ່າຍຂຶ້ນ.



ການຕັ້ງຄ່າ

ຕັ້ງພາສາສຳລັບແຕ່ລະແອັບ
ຕ້ອງການໃຊ້ບາງແອັບໃນໜຶ່ງພາສາ ແລະ ແອັບອື່ນໃນພາສາອື່ນບໍ? ດຽວນີ້ທ່ານສາມາດເລືອກວ່າ​ຈະ​ໃຫ້ພາສາໃດຖືກໃຊ້ສຳລັບແຕ່ລະແອັບໃນຢູ່ການຕັ້ງຄ່າ.

ຕັ້ງການຍົກເວັ້ນສຳລັບຫ້າມລົບກວນ
ບັດນີ້ທ່ານສາມາດຕັ້ງແຕ່ລະຜູ້ຕິດຕໍ່ເປັນການຍົກເວັ້ນໃນຫ້າມລົບກວນໄດ້. ໂທລະສັບຂອງທ່ານຈະດັງຂຶ້ນ ຫຼື ສັ່ນເມື່ອຜູ້ຄົນທີ່ທ່ານເລືອກນັ້ນໂທ ແລະ ສົ່ວຂໍ້ຄວາມຫາທ່ານ, ເຖິງແມ່ນວ່າໄດ້ເປີດຫ້າມລົບກວນກໍ່ຕາມ. ນອກຈາກນັ້ນມັນຍັງງ່າຍຂຶ້ນໃນການຕັ້ງແອັບເປັນການຍົກເວັ້ນເພື່ອໃຫ້ທ່ານຮັບການເຕືອນກ່ຽວກັບການແຈ້ງເຕືອນຈາກພວກມັນ, ເຖິງແມ່ນວ່າໂໝດຫ້າມລົບກວນ ເປີດຢູ່ກໍ່ຕາມ. ພຽງເລືອກແອັບທີ່ທ່ານຕ້ອງການອະນຸຍາດຈາກຕາຕະລາງໃໝ່.

ການຕັ້ງຄ່າສຽງ ແລະ ການສັ່ນທີ່ໄດ້ຮັບການປັບປຸງ
ເມນູຖືກຈັດຮຽງຄືນໃໝ່ເພື່ອເຮັດໃຫ້ການຊອກຫາຕົວເລືອກສຽງ ແລະ ການສັ່ນທີ່ທ່ານຕ້ອງການນັ້ນງ່າຍຂຶ້ນ. ຕັ້ງສຽງໂທເຂົ້າຂອງ​ທ່ານ ແລະ ປ່ຽນລະດັບສຽງ ແລະ ການຕັ້ງຄ່າການສັ່ນ, ທັງໝົດຢູ່ໃນບ່ອນດຽວ.

ຕົວເລືອກເພີ່ມເຕີມສຳລັບ RAM Plus
ດຽວນີ້ RAM Plus ສາມາດຖືກປິດຢ່າງສົມບູນໄດ້ຢູ່ໃນການດູແລອຸປະກອນ, ຖ້າທ່ານບໍ່ຕ້ອງການມັນ ຫຼື ບໍ່ຕ້ອງການໃຫ້ມັນໃຊ້ພື້ນທີ່ບ່ອນເກັບຂໍ້ມູນໃດໜຶ່ງ.

ການປັບໃຫ້ເໝາະສົມທີ່ສຸດອັດຕະໂນມັດ
ການດູແລອຸປະກອນຮັກສາໂທ​ລະ​ສັບຂອງທ່ານເຮັດວຽກຢ່າງຄ່ອງຕົວໂດຍການປະຕິບັດການປັບໃຫ້ເໝາະສົມທີ່ສຸດໃນພື້ນຫຼັງໂດຍອັດຕະໂນມັດ. ເພື່ອຮັກສາໂທລະສັບຂອງທ່ານຢູ່ໃນສະພາບທີ່ດີທີ່ສຸດ, ທ່ານສາມາດຕັ້ງໂທລະສັບຂອງທ່ານເພື່ອປິດເປີດຄືນໃໝ່ໂດຍອັດຕະໂນມັດເມື່ອຕ້ອງການ.



ຄວາມປອດໄພ ແລະ ຄວາມເປັນສ່ວນຕົວ

ກວດເບິ່ງສະຖານະຄວາມປອດໄພຂອງໂທລະສັບຢ່າງວ່ອງໄວ
ກະດານໜ້າປັດຄວາມປອດໄພໃໝ່ຢູ່ໃນການຕັ້ງຄ່າສະແດງບໍ່ວ່າໂທລະສັບຂອງທ່ານມີບັນຫາດ້ານຄວາມປອດໄພ ຫຼື ບໍ່ ແລະ ຊ່ວຍທ່ານແກ້ໄຂຢ່າງວ່ອງໄວ.

ປ້ອງກັນການແບ່ງປັນຂໍ້ມູນສ່ວນຕົວໂດຍບໍ່ຕັ້ງໃຈ
ແຜງການແບ່ງປັນຈະໃຫ້ທ່ານຮູ້ໃນເວລາທ່ານພະຍາຍາມແບ່ງປັນຮູບຖ່າຍທີ່ມີຂໍ້ມູນທີ່ລະອຽດອ່ອນເຊັ່ນ: ບັດເຄຣດິດ, ບັດ ID ຫຼື ໜັງສືເດີນທາງເພື່ອທີ່ທ່ານສາມາດພິຈາລະນາຄືນວ່າທ່ານຕ້ອງການແບ່ງປັນພວກມັນແທ້ ຫຼື ບໍ່.

ຂໍ້ມູນດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວສຳລັບເວັບໄຊທ໌
ໄອຄອນໜຶ່ງຈະປາກົດຢູ່ໃນແຖບທີ່ຢູ່ຢູ່ໃນ Samsung Internet ເພື່ອສະແດງສະຖານະຄວາມປອດໄພຂອງເວັບໄຊທ໌. ແຕະໄອຄອນເພື່ອສຶກສາຂໍ້ມູນໃດແດ່ທີ່ເວັບໄຊທ໌ເກັບເອົາ ແລະ ຕິດຕາມ.



ຄວາມສາມາດເຂົ້າໃຊ້

ຕົວເລືອກຄວາມສາມາດເຂົ້າໃຊ້ເພີ່ມເຕີມຢູ່ໃນແຜງດ່ວນ
ສາມາດເພີ່ມຕົວໜັງສືຄວາມຄົມຊັດສູງ, ການກັບສີ, ການປັບສີ ແລະ ກັ່ນຕອງສີໄປຍັງແຜງດ່ວນເພື່ອການເຂົ້າເຖິງທີ່ງ່າຍຂຶ້ນ.

ການເຂົ້າເຖິງເຄື່ອງຂະຫຍາຍແມ່ນງ່າຍກວ່າເດີມ
ເປີດທາງລັດເຄື່ອງຂະຫຍາຍຢູ່ໃນການຕັ້ງຄ່າຄວາມສາມາດເຂົ້າໃຊ້ເພື່ອເຂົ້າເຖິງຄຸນສົມບັດເຄື່ອງຂະຫຍາຍໄດ້​ຢ່າງ​ໄວ. ເຄື່ອງຂະຫຍາຍໃຊ້ກ້ອງຖ່າຍຮູບຂອງໂທລະສັບທ່ານເພື່ອຂະຫຍາຍລາຍການໃນໂລກແຫ່ງຄວາມຈິງເພື່ອໃຫ້ທ່ານສາມາດເບິ່ງເຫັນໄດ້ໃກ້ກວ່າ ຫຼື ເຮັດໃຫ້ພວກມັນອ່ານງ່າຍຂຶ້ນ.

ການຊ່ວຍເຫຼືອທາງສຽງເວົ້າເພີ່ມເຕີມ
ເລືອກຈາກປະເພດຄຳຕິຊົມສຽງທີ່ຫຼາກຫຼາຍເພື່ອເອົາ​ການ​ຊ່ວຍ​ເຫຼືອໂດຍການໃຊ້ໂທລະສັບຂອງທ່ານ, ເຖິງແມ່ນວ່າທ່ານບໍ່ສາມາດເຫັນໜ້າຈໍຢ່າງຈະແຈ້ງກໍ່ຕາມ. ທ່ານສາມາດເຮັດໃຫ້ໂທລະສັບຂອງທ່ານອ່ານການປ້ອນຂໍ້ມູນຄີບອດເພື່ອທີ່ທ່ານສາມາດແນ່ໃຈວ່າທ່ານພິມຕົວອັກສອນທີ່ຖືກຕ້ອງ, ໃຊ້ Bixby vision ເພື່ອຈັດລຽງວັດຖຸຄືນ​ໃໝ່ ແລະ ບອກທ່ານວ່າພວກມັນແມ່ນຫຍັງ ແລະ ເປີດຄຳອະທິບາຍສຽງທີ່ອະທິບາຍແມ່ນຫຍັງກຳລັງເກີດຂຶ້ນໃນ ວິດີໂອ (ສຳລັບວິດີໂອທີ່ຮອງຮັບເທົ່ານັ້ນ).

ແກ້ໄຂປຸ່ມຄວາມສາມາດເຂົ້າໃຊ້ຂອງທ່ານຢ່າງງ່າຍໆ
ແຕະ ແລະ ກົດປຸ່ມຄວາມສາມາດເຂົ້າໃຊ້ຄ້າງໄວ້ເພື່ອປ່ຽນແປງຄຸນສົມບັດຢ່າງວ່ອງໄວເພື່ອ​ທີ່ທ່ານຈະສາມາດເຂົ້າເຖິງດ້ວຍໂດຍໃຊ້ ປຸ່ມ.

ການ​ດຳ​ເນີນ​ການໃໝ່ແມ່ນພ້ອມໃຫ້ສຳລັບການ​ດຳ​ເນີນ​ການ​ໃນ​ແຈ
ຖ້າທ່ານໃຊ້ເມົ້າ ຫຼື ແທຣກເຜດ, ມີ​ການ​ດຳ​ເນີນ​ການໃໝ່ໃຫ້ເມື່ອທ່ານຍ້າຍລູກສອນເມົ້າຫາໜຶ່ງໃນ 4 ແຈຂອງໜ້າຈໍ. ຕອນນີ້ທ່ານສາມາດຄລິກ ແລະ ກົດໄວ້ຄ້າງ, ລາກ ຫຼື ລາກ ແລະ ວາງ.



ການປ່ຽນແປງເພີ່ມຕື່ມ

ໃຊ້ເຄື່ອງຕັ້ງເວລາຫຼາຍເຄື່ອງໃນຄັ້ງດຽວ
ຕອນນີ້ທ່ານສາມາດເລີ່ມຕົ້ນເຄື່ອງຕັ້ງເວລາໃໝ່ຢູ່ໃນແອັບໂມງໄດ້, ເຖິງແມ່ນວ່າເຄື່ອງຕັ້ງເວລາອື່ນຍັງເຮັດ​ວຽກ​ຢູ່ກໍ່ຕາມ.

ຄວບຄຸມຜູ້ຮັບເຊີນເຂົ້າຮ່ວມເຫດການໃນປະຕິທິນຄົນ
ເມື່ອທ່ານເພີ່ມເຫດການໃສ່ປະຕິທິນ Google ຂອງທ່ານຢູ່ໃນແອັບປະຕິທິນ Samsung, ທ່ານສາມາດເລືອກວ່າຜູ້​ຖືກ​ເຊີນ​ຄົນ​ໃດ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເບິ່ງ​ຜູ້​ອື່ນ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ງານ ແລະ ເລືອກວ່າພວກເຂົາສາມາດເຊີນຄົນອື່ນໄປໄດ້ ຫຼື ບໍ່.

ເພີ່ມການປະຊຸມຜ່ານວິດີໂອໃສ່ເຫດການຂອງທ່ານ
ເມື່ອທ່ານສ້າງເຫດການປະຕິທິນ Google ຢູ່ໃນແອັບປະຕິທິນ Samsung, ທ່ານສາມາດຕັ້ງການປະຊຸມຜ່ານວິດີໂອໃນເວລາດຽວກັນໄດ້. ທຸກຄົນທີ່ໄດ້ຮັບເຊີນເຂົ້າຮ່ວມເຫດການຈະໄດ້ຮັບລິ້ງໄປຫາການປະຊຸມຜ່ານວິດີໂອ.

ເພີ່ມສະຕິກເກີໃສ່ປະຕິທິນ Google ຂອງທ່ານ
ເພີ່ມສະຕິກເກີໃສ່ເຫດການປະຕິທິນ Google ຢູ່ໃນແອັບປະຕິທິນ Samsung ເພື່ອເຮັດໃຫ້ພວກມັນເຫັນໄດ້ງ່າຍຂຶ້ນ. ສະຕິກເກີທີ່ສະແດງຢູ່ໃນທັງປະຕິທິນ ແລະ ມູມມອງ​ວາ​ລະ.

ບໍ່ພາດການເຕືອນ​ທີ່ຄົບກຳນົດມື້ນີ້
ໝວດມື້ນີ້ອັນໃໝ່ສະແດງການເຕືອນທີ່​ຄົບກຳນົດມື້ນີ້ເທົ່ານັ້ນ. ທ່ານຍັງສາມາດກວດເບິ່ງການເຕືອນທີ່​ຄົບກຳນົດມື້ນີ້ຢູ່ດ້ານເທິງສຸດຂອງໜ້າຈໍຫຼັກໃນແອັບການ​ເຕືອນ.

ສະແດງ ແລະ ເຊື່ອງການເຕືອນທີ່ສຳເລັດແລ້ວ
ທ່ານສາມາດສະແດງ ຫຼື ເຊື່ອງການເຕືອນທີ່ສຳເລັດແລ້ວໃນໝວດໃດໜຶ່ງ. ສະແດງເພື່ອເບິ່ງສິ່ງທີ່ທ່ານສຳເລັດແລ້ວ ຫຼື ເຊື່ອງເພື່ອສຸມໃສ່ສິ່ງຕ່າງໆທີ່ຍັງຕ້ອງເຮັດໃຫ້ສຳເລັດ.

ເລືອກມູມມອງທີ່ເໝາະສົມສຳລັບການເຕືອນຂອງທ່ານ
ເລືອກ​ມູມມອງທີ່ລຽບງ່າຍເພື່ອສະແດງການເຕືອນເພີ່ມເຕີມໃນໜ້າຈໍໃນທັນ​ທີ ຫຼື ມູມມອງຂະຫຍາຍທີ່ລວມມີລາຍລະອຽດເຊັ່ນ: ວັນທີຄົບກໍານົດ ແລະ ເງື່ອນໄຂທີ່ຊ້ຳຄືນ.

ລາກບຸກມາກຄ໌ໄປ​ວາງ​ລົງລະຫວ່າງໂຟລເດີ
ຮັກສາບຸກມາກຄ໌ Samsung Internet ຂອງທ່ານໃຫ້ເປັນລະບຽບໂດຍການລາກພວກ​ມັນ​ໄປວາງລົງລະຫວ່າງໂຟລເດີ.

ການຊອກຫາທີ່ມີພະລັງເພີ່ມຂຶ້ນຢູ່ໃນໄຟລ໌ຂອງຂ້ອຍ
ເລືອກວ່າຈະຊອກຫາທຸກໄຟລ໌ ຫຼື ພຽງແຕ່ໄຟລ໌ຢູ່ໃນໂຟລເດີປັດຈຸບັນເທົ່າ​ນັ້ນ. ທ່ານຍັງສາມາດເລືອກ​ໄດ້ລະຫວ່າງການຊອກຫາຊື່ໄຟລ໌ເທົ່ານັ້ນ ຫຼື ການຊອກຫາຂໍ້ມູນໃນໄຟລ໌ເຊັ່ນ: ຂໍ້ຄວາມໃນເອກະສານ ຫຼື ຂໍ້ມູນຈຸດທີ່ຕັ້ງໃນຮູບ. ເມື່ອສຳເລັດການຊອກຫາຂອງທ່ານ, ທ່ານສາມາດແຍກຜົນຮັບຕາມຊື່, ວັນທີ, ຂະໜາດ ຫຼື ປະເພດໄຟລ໌ໄດ້.

ການເປັນຢູ່ທີ່ດີແບບດິຈິຕອລທີ່ອອກແບບໃໝ່
ກະດານໜ້າປັດໃໝ່​ໃຫ້ລາຍລະອຽດການໃຊ້ທີ່ຈະແຈ້ງຂຶ້ນ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການເຂົ້າເຖິງຄຸນສົມບັດຕ່າງໆທີ່ທ່ານຕ້ອງການເຊັ່ນ: ການລາຍງານເຄື່ອງຕັ້ງເວລາຂອງແອັບ ແລະ ເວລາໜ້າຈໍ.

ຮັບເອົາຄຳແນະນຳໃນເວລາສຸກເສີນ
ກົດປຸ່ມດ້ານຂ້າງ 5 ຄັ້ງຢ່າງວ່ອງໄວເພື່ອໂທຫາການບໍລິການສຸກເສີນ, ເຖິງແມ່ນວ່າໂທລະສັບຂອງທ່ານຢູ່ໃນຖົງໂສ້ງ ຫຼື ທ່ານບໍ່ສາມາດເວົ້າໄດ້ກໍ່ຕາມ.

ລາຍຊື່ຜູ້ຕິດຕໍ່ກໍລະນີສຸກເສີນແບບປະສົມປະສານ
ສ້າງຜູ້ຕິດຕໍ່ສຸກເສີນທີ່ລວມມີຜູ້ຄົນທີ່ທ່ານຕ້ອງການຕິດຕໍ່ໃນກໍລະນີສຸກເສີນ. ລາຍຊື່ຜູ້ຕິດຕໍ່ທີ່ຄືກັນສາມາດຖືກໃຊ້ສຳລັບຄຸນສົມບັດກ່ຽວກັບເຫດສຸກເສີນໃນທັງໂມງ ແລະ ໂທລະສັບຂອງທ່ານ.

ສະແດງຊື່ແອັບໃນແຜງ Apps edge
ເປີດການສະແດງຊື່ແອັບເພື່ອເຮັດໃຫ້ຊື່ແອັບປາກົດ​ຢູ່ດ້ານລຸ່ມຂອງໄອຄອນແອັບ.



ບາງແອັບຈຳ​ເປັນ​ຕ້ອງ​ໄດ້​ອັບເດດຕ່າງຫາກຫຼັງຈາກການອັບເກຣດ One UI 5.

ໝາຍເລກການຜະລິດ : S906U1UES2AVI5
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-09-30
ລະດັບແກ້ໄຂຄວາມປອດໄພ : 2022-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UES2AVHL
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-09-14
ລະດັບແກ້ໄຂຄວາມປອດໄພ : 2022-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2AVHF
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-09-05
ລະດັບແກ້ໄຂຄວາມປອດໄພ : 2022-08-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2AVG8
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-08-11
ລະດັບແກ້ໄຂຄວາມປອດໄພ : 2022-08-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2AVF7
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-07-12
ລະດັບແກ້ໄຂຄວາມປອດໄພ : 2022-07-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2AVF1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-06-27
ລະດັບແກ້ໄຂຄວາມປອດໄພ : 2022-06-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2AVE4
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-05-30
ລະດັບແກ້ໄຂຄວາມປອດໄພ : 2022-05-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU2AVDC
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-05-09
ລະດັບແກ້ໄຂຄວາມປອດໄພ : 2022-05-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU1AVCK
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-04-19
ລະດັບແກ້ໄຂຄວາມປອດໄພ : 2022-04-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : S906U1UEU1AVC8
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-03-19
ລະດັບແກ້ໄຂຄວາມປອດໄພ : 2022-03-01
• ​ໂດຍ​ການ​ດຳ​ເນີນ​ການ​ອັບ​ເດດ​ຊອບ​ແວ​ນີ້, ອຸ​ປະ​ກອນ​ຂອງ​ທ່ານ​ຈະ:
- ບໍ່​ຈຳ​ກັດ​ປະ​ສິດ​ທິ​ພາບ​ການ​ໃຊ້​ງານ​ຂອງ CPU/GPU ໃນ​ລະ​ຫວ່າງ​ໄລ​ຍະ​ເລີ່ມ​ຕົ້ນ​ຂອງ​ການ​ຫຼິ້ນ​ເກມ
  * ຮັກ​ສາ​ຄຸນ​ສົມ​ບັດ​ການ​ຈັດ​ການ​ປະ​ສິດ​ທິ​ພາບ​ຕາມ​ອຸນ​ຫະ​ພູມ​ອຸ​ປະ​ກອນ
- ໃຫ້ “ໂໝດການຈັດການປະສິດທິພາບຂອງເກມສຳຮອງ” ຢູ່​ໃນ Game Booster
- ​ອະ​ນຸ​ຍາດ​ໃຫ້​ແອັບ​ພາກ​ສ່ວນ​ທີ 3 ຂ້າມການບໍລິການການເພີ່ມປະສິດທິພາບເກມ
• ການກັນສັ່ນຂອງ ກ້ອງຖ່າຍຮູບ ໄດ້ຮັບການປັບປຸງ.
• ຄວາມສະຖຽນຂອງ ອຸປະກອນ ຂອງທ່ານໂດຍລວມແມ່ນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.