ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.
Galaxy S23+ (SM-S916B)
ໝາຍເລກການຜະລິດ : S916BXXS8DYG1
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-07-21
ລະດັບແກ້ໄຂຄວາມປອດໄພ : 2025-07-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXS8DYF1
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-06-23
ລະດັບແກ້ໄຂຄວາມປອດໄພ : 2025-06-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXS8DYDB
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-05-26
ລະດັບແກ້ໄຂຄວາມປອດໄພ : 2025-05-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU8DYD9
ລຸ້ນ Android : V(Android 15)
ວັນທີອອກຈຳໜ່າຍ : 2025-04-28
ລະດັບແກ້ໄຂຄວາມປອດໄພ : 2025-04-01
ການອັບເກຣດ One UI 7.0 (ແອນດຣອຍ 15)
Galaxy AI
ຂຽນເໝືອນກັບມືອາຊີບ
ໃຫ້ Galaxy AI ຊ່ວຍທ່ານໃນໜ້າວຽກການຂຽນໂດຍການແຕະໄອຄອນ 4 ດາວທີ່ປາກົດໃນເວລາທີ່ທ່ານເລືອກຂໍ້ຄວາມ. ທ່ານສາມາດແກ້ໄຂການສະກົດຄຳ ແລະ ໄວຍາກອນ, ປ່ຽນແປງ ນໍ້າສຽງ, ສະຫຼຸບຫຍໍ້ ຫຼື ນຳໃຊ້ການຈັດຮູບແບບ. ທ່ານສາມາດເລີ່ມຕົ້ນດ້ວຍຂໍ້ຄວາມສັ້ນໆ ແລະ ໃຫ້ AI ຂຽນສຳລັບທ່ານ.
ຖອດສຽງເປັນອັກສອນ ແລະ ສະຫຼຸບຫຍໍ້ ການໂທທີ່ບັນທຶກ
ມັນງ່າຍກວ່າເດີມໃນການທົບທວນຄືນເນື້ອຫາຂອງການໂທທີ່ບັນທຶກໃນແອັບໂທລະສັບຊຳຊຸງ. ທ່ານສາມາດເບິ່ງການສົນທະນາທັງໝົດເປັນ ຂໍ້ຄວາມທີ່ຖອດຈາກສຽງເທິງໜ້າຈໍຫຼ້າສຸດ ຫຼື ສະຫຼຸບຫຍໍ້ຂໍ້ຄວາມທີ່ຖອດຈາກສຽງສຳລັບການທົບທວນຄືນໄວ. ການພ້ອມໃຊ້ງານຂອງຄຸນສົມບັດນີ້ອາດແຕກຕ່າງກັນຂຶ້ນກັບປະເທດ, ພາກພື້ນ ຫຼື ພາສາຂອງທ່ານ.
ສ້າງຮູບຢ່າງງ່າຍດາຍ
ຕົວຊ່ວຍການແຕ້ມເຮັດໃຫ້ມັນງ່າຍຂຶ້ນເພື່ອສ້າງຮູບທີ່ສະໜຸກສະໜານ. ເລີ່ມຕົ້ນດ້ວຍຮ່າງຮູບງ່າຍໆ, ເພີ່ມຮູບ ຫຼື ພິມສິ່ງທີ່ທ່ານຕ້ອງການສ້າງ. ທ່ານສາມາດສ້າງຮູບໃນຫຼາຍຮູບແບບແຕກຕ່າງກັນ.
ອ່ານໄຮໄລ້ໜ້າເວັບດັງໆ
ຟັງໄຮໄລ້ຈາກບົດຄວາມ ແລະ ເວັບໄຊທ໌ໃນຂະນະທີ່ທ່ານທ່ອງເບິ່ງ ຫຼື ຈັດລຳດັບເລື່ອງລາວອັນດັບຕົ້ນໆຈາກເວັບໄຊທ໌ຂ່າວເພື່ອການຟັງທີ່ບໍ່ມີຕຳນິໃນ Samsung Internet. ບາງເວັບໄຊທ໌ອາດບໍ່ຖືກຮອງຮັບໄດ້.
ຮັບເອົາການແນະນຳທີ່ເປັນປະໂຫຍດໃນ ເລືອກດ້ວຍ AI
ເມື່ອທ່ານເລືອກສ່ວນໜຶ່ງຂອງໜ້າຈໍທີ່ມີ ເລືອກດ້ວຍ AI, ການດຳເນີນການທີ່ເປັນປະໂຫຍດຈະຖືກແນະນຳອີງຕາມສິ່ງທີ່ທ່ານເລືອກ. ຖ້າລາຍລະອຽດເຫດການເປັນສ່ວນໜຶ່ງຂອງການເລືອກຂອງທ່ານ, ທ່ານຈະມີທາງເລືອກເພື່ອເພີ່ມມັນຫາປະຕິທິນຂອງທ່ານ. ຖ້າທ່ານເລືອກຮູບໜຶ່ງ, ທາງເລືອກສຳລັບການແກ້ໄຂຮູບຈະຖືກແນະນຳ.
ເຂົ້າເຖິງຄຸນສົມບັດ AI ຢ່າງວ່ອງໄວ
ຕອນນີ້ຄຸນສົມບັດ Galaxy AI ແມ່ນມີພ້ອມໃຊ້ງານແລ້ວສຳລັບການປັດໄວໂດຍບໍ່ສົນວ່າທ່ານໃຊ້ແອັບຫຍັງ. ເມື່ອທ່ານປັດເຂົ້າຈາກຂອບໜ້າຈໍເພື່ອເປີດແຜງ Apps edge, ຄຸນສົມບັດ Galaxy AI ທີ່ເປັນປະໂຫຍດຈະປາກົດຢູ່ເທິງສຸດຂອງແຜງ.
ເຂົ້າເຖິງຂໍ້ມູນທີ່ເປັນປະໂຫຍດທັນທີ
ກົດ ແລະ ກົດຄ້າງປຸ່ມເລື່ອນເພື່ອເຂົ້າເຖິງ Google Gemini
ປຸ່ມເລື່ອນແມ່ນທາງໃໝ່ໃນການເຂົ້າເຖິງ Google Gemini ຫຼື ແອັບຕົວຊ່ວຍດິຈິຕອນອື່ນໆຢ່າງວ່ອງໄວແທນການໃຊ້ການປັດມຸມ. ທ່ານສາມາດປ່ຽນແປງສິ່ງທີ່ປຸ່ມເລື່ອນເຮັດໃນການຕັ້ງຄ່າ.
ສຳເລັດຫຼາຍໜ້າວຽກດ້ວຍຄຳຂໍດຽວ
ປັດຈຸບັນ Google Gemini ແມ່ນຖືກລວມປະສານກັບ Samsung Apps ເຊັ່ນ: ປະຕິທິນ, ບັນທຶກ, ການເຕືອນ ແລະ ໂມງ. ທ່ານສາມາດສຳເລັດໜ້າວຽກໃນແອັບເຫຼົ່ານີ້ໂດຍໃຊ້ຂໍ້ມູນຈາກ Gemini ດ້ວຍຄຳສັ່ງງ່າຍໆຄຳດຽວ. ລອງຖາມ Google Gemini ເພື່ອຖາມກ່ຽວກັບວິດີໂອ YouTube ແລະ ບັນທຶກຜົນຮັບໃນ Samsung Notes ຫຼື ລອງຖາມ Google Gemini ໃຫ້ຊອກຫາຕາຕະລາງເວລາຂອງທີມກິລາຂອງທ່ານ ແລະ ເພີ່ມເກມຫາ ປະຕິທິນຂອງທ່ານ.
ແຕ້ມວົງມົນອ້ອມມັນ, ຊອກຫາມັນ. ຟັງສຽງມັນ, ຊອກຫາມັນ
ແຕ້ມວົງມົນເພື່ອຊອກຫາດ້ວຍ Google ອະນຸຍາດທ່ານຊອກຫາທຸກຢ່າງເທິງໜ້າຈໍຂອງທ່ານ ແລະ ຮັບເອົາຂໍ້ມູນທີ່ໄວຂຶ້ນດ້ວຍ ສະພາບລວມ AI. ພຽງແຕ້ມວົງມົນເທິງວັດຖຸ—ລວມເຖິງຮູບ, ວິດີໂອ ຫຼື ຂໍ້ຄວາມ—ແລະທ່ານຈະໄດ້ຜົນຮັບທັນທີ. ທ່ານຍັງສາມາດຊອກຫາເພງທີ່ທ່ານໄດ້ຍິນໃນຊ່ວງເວລານັ້ນໂດຍບໍ່ຕ້ອງສັບປ່ຽນແອັບ.
ຮູບຊົງໃໝ່ອັນໂດດເດັ່ນ
ການເສີມປະສິດທິພາບທາງຮູບພາບ
ເພີດເພີນກັບຄວາມທັນສະໄໝຫຼາຍຂຶ້ນ ແລະ ຮູບຊົງທີ່ເປັນເອກະລັກ. One UI 7 ນຳສະເໜີການອອກແບບຄືນໃໝ່ທີ່ຍອດຍ້ຽມກັບອົງປະກອບທີ່ສຳຄັນ ລວມທັງປຸ່ມ, ເມນູ, ການແຈ້ງເຕືອນ ແລະ ແຖບຄວບຄຸມ, ໃຫ້ປະສົບການທາງຮູບພາບທີ່ສອດຄ່ອງຫຼາຍຂຶ້ນພ້ອມກັບເສັ້ນໂຄ້ງ ແລະ ວົງມົນ. ສີໃໝ່ອັນງົດງາມ, ພາບເຄື່ອນໄຫວທີ່ນຸ້ມນວນ ແລະ ເອັບເຝັກພາບມົວທີ່ເປັນນະວັດຕະກຳ ເຊິ່ງເປັນລັກສະນະຈຳເພາະສຳລັບ One UI ໃນການເຮັດໃຫ້ລຳດັບຂໍ້ມູນຈະແຈ້ງຂຶ້ນ ແລະ ຊ່ວຍທ່ານສຸມໃສ່ຂໍ້ມູນສຳຄັນ.
ໜ້າຈໍຫຼັກທີ່ສ້າງໃໝ່
ໄອຄອນແອັບໃໝ່ທີ່ສົດໃໝ່ຈະເຮັດໃຫ້ ໜ້າຈໍຫຼັກຂອງທ່ານງົດງາມດ້ວຍຄຳອຸປະມາທາງຮູບພາບ ແລະ ໂທນສີທີ່ເຮັດໃຫ້ມັນງ່າຍຂຶ້ນໃນການຈຳແນກແອັບທີ່ທ່ານຕ້ອງການ. ວິດເຈັດໄດ້ຮັບການອອກແບບຄືນໃໝ່ທັງໝົດດ້ວຍຮູບທີ່ມີສີສັນຫລາຍຂຶ້ນ ແລະ ແຜນຜັງທີ່ສອດຄ່ອງຫລາຍຂຶ້ນ. ໂຟລເດີເທິງໜ້າຈໍຫຼັກຂອງທ່ານຍັງສາມາດຖືກສ້າງໃຫ້ໃຫ່ຍຂຶ້ນ ເພື່ອທີ່ທ່ານສາມາດເຂົ້າເຖິງແອັບທັນທີໂດຍບໍ່ຕ້ອງເປີດໂຟລເດີກ່ອນ.
ເສັ້ນກຣິດໜ້າຈໍຫຼັກທີ່ງ່າຍຂຶ້ນ
ຕອນນີ້ໜ້າຈໍຫຼັກຂອງທ່ານມີລັກສະນະທີ່ງາມກວ່າແຕ່ກ່ອນ. ແຜນຜັງເສັ້ນກຣິດມາດຕະຖານໃໝ່ຮັກສາສິ່ງຕ່າງໆໃຫ້ໄດ້ສ່ວນກັນ ແລະ ເຮັດໃຫ້ງ່າຍຂຶ້ນເພື່ອໃຊ້ ວິດເຈັດ One UI ໃນຂະໜາດມາດຕະຖານ.
ພາບລວງຂວາງໜ້າຈໍຫຼັກທີ່ປັບປຸງ
ຮັບເອົາຮູບລັກສະນະທີ່ສອດຄ່ອງຫຼາຍຂຶ້ນສຳລັບໜ້າຈໍຫຼັກຂອງທ່ານ, ເຖິງແມ່ນວ່າເມື່ອທ່ານໃຊ້ໂທລະສັບຕາມແນວນອນກໍ່ຕາມ. ຕອນນີ້ວິດເຈັດມີອັດຕາສ່ວນກ້ວາງຍາວທີ່ຄ້າຍກັນໃນພາບລວງຂວາງ ແລະ ປ້າຍຊື່ ຂໍ້ຄວາມປາກົດຂ້າງລຸ່ມຂອງໄອຄອນແທນທີ່ຈະແມ່ນຢູ່ຂ້າງພວກມັນ.
ກຳນົດເອງຮູບແບບແອັບ ແລະ ວິດເຈັດຂອງທ່ານ
ເຮັດໃຫ້ໜ້າຈໍຫຼັກຂອງທ່ານມີຮູບລັກສະນະໃນແບບທີ່ທ່ານມັກ. ດຽວນີ້ທ່ານຍັງສາມາດປັບຂະໜາດໄອຄອນແອັບ ແລະ ເລືອກວ່າຈະສະແດງປ້າຍຊື່ຂໍ້ຄວາມລຸ່ມໄອຄອນແອັບ ແລະ ວິດເຈັດທີ່ສະແດງຫຼືບໍ່. ທ່ານຍັງສາມາດປັບຄວາມຄົມ, ສີພື້ນຫຼັງ ແລະ ຄວາມໂປ່ງໃສໃນ ການຕັ້ງຄ່າສຳລັບ ວິດເຈັດແຕ່ລະອັນ.
ໜ້າຈໍລັອກ ແລະ Always On Display
ຄວບຄຸມໜ້າວຽກສຳຄັນດ້ວຍແຖບປັດຈຸບັນ
ກວດບິ່ງຂໍ້ມູນທ່ານຕ້ອງການຕອນນີ້ ແລະ ເລີ່ມຄຸນສົມບັດທີ່ຈຳເປັນໂດຍບໍ່ປົດລັອກ ໂທລະສັບຂອງທ່ານ. ໜ້າວຽກທີ່ດຳເນີນຢູ່ຈະປາກົດໃນແຖບປັດຈຸບັນທີ່ດ້ານລຸ່ມສຸດຂອງໜ້າລັອກຂອງທ່ານ ເພື່ອໃຫ້ທ່ານສາມາດກວດເບິ່ງຂໍ້ມູນທີ່ສຳຄັນຢ່າງວ່ອງໄວ. ຂໍ້ມູນແມ່ນລວມເຖິງການຄວບຄຸມມີເດຍ, ລ່າມແປພາສາ, ໂມງຈັບເວລາ, ການຕັ້ງເວລາ, ເຄື່ອງບັນທຶກສຽງ, Samsung Health ແລະ ອື່ນໆ.
ເຮັດໃຫ້ໂມງເປັນຮູບລັກສະນະໃນແບບທີ່ທ່ານມັກ
ຄົ້ນຫາຮູບແບບໂມງໃໝ່ສຳລັບໜ້າຈໍລັອກຂອງທ່ານ. ທ່ານສາມາດປັບຄວາມໜາຂອງເສັ້ນໃນ ຮູບແບບໂມງ ຫຼື ລອງໜຶ່ງໃນໂມງທີ່ເປັນພາບເຄື່ອນໄຫວໃໝ່ເພື່ອໃຫ້ກົງກັບລົດຊາດຂອງທ່ານ. ທ່ານຍັງສາມາດປ່ຽນຂະໜາດ ໂມງຂອງທ່ານເປັນຂະໜາດໃດໜຶ່ງທີ່ທ່ານມັກ ແລະ ລາກມັນຫາຕຳແໜ່ງທີ່ທ່ານຕ້ອງການເທິງໜ້າຈໍລັອກ.
ວິດເຈັດ ແລະ ທາງລັດເພີ່ມເຕີມ
ຕອນນີ້ທ່ານສາມາດເຫັນຫຼາຍຂຶ້ນ ແລະ ເຮັດຫຼາຍຂຶ້ນ, ເຖິງແມ່ນວ່າໂທລະສັບຂອງທ່ານຖືກລັອກກໍຕາມ. ເພີ່ມວິດເຈັດເພື່ອສະແດງຮູບ ແລະ ເລື່ອງລາວຈາກແກເລີຣີຂອງທ່ານ ຫຼື ລອງທາງລັດທີ່ເປີດເຄື່ອງສະແກນລະຫັດ QR ດ້ວຍການປັດໄວ.
ແຜງດ່ວນ ແລະ ການແຈ້ງເຕືອນ
ການແຈ້ງເຕືອນ ແລະ ແຜງດ່ວນທີ່ແຍກຕ່າງຫາກ
ເຂົ້າເຖິງແຜງທີ່ທ່ານຕ້ອງການທັນທີດ້ວຍ ພື້ນທີ່ເພີ່ມເຕີມສຳລັບການຕັ້ງຄ່າດ່ວນ. ປັດລົງຈາກມຸມຂວາເທິງສຸດຂອງໜ້າຈໍເພື່ອເປີດແຜງການຕັ້ງຄ່າດ່ວນ. ປັດລົງຈາກບ່ອນໃດກໍ່ໄດ້ຢູ່ດ້ານເທິງສຸດຂອງໜ້າຈໍເພື່ອເປີດແຜງການແຈ້ງເຕືອນ.
ກຳນົດແຜງດ່ວນຂອງທ່ານເອງ
ສ້າງແຜນຜັງແຜງດ່ວນທີ່ເໝາະສຳລັບທ່ານ. ທ່ານສາມາດແຕະໄອຄອນສໍດຳຢູ່ດ້ານເທິງສຸດຂອງ ແຜງດ່ວນເພື່ອເຂົ້າສູ່ ໂໝດແກ້ໄຂ, ຈາກນັ້ນຍ້າຍປຸ່ມ ແລະ ຄວບຄຸມຂຶ້ນແລະລົງເພື່ອໃຫ້ສອດຄ່ອງກັບຄວາມມັກຂອງທ່ານ.
ການແຈ້ງເຕືອນສົດ
ຄວບຄຸມສິ່ງທີ່ກຳລັງເກີດຂຶ້ນໃນຕອນນີ້. ການແຈ້ງເຕືອນສົດສະແດງໃຫ້ທ່ານເຫັນຄວາມຄືບໜ້າຂອງກິດຈະກຳທີ່ດຳເນີນຢູ່ເຊັ່ນ: ການຕັ້ງເວລາ, ການບັນທຶກສຽງ, ການອອກກໍາລັງກາຍ ແລະ ອື່ນໆ ເພື່ອໃຫ້ທ່ານສາມາດດຳເນີນການກ່ຽວກັບພວກມັນຢ່າງວ່ອງໄວ. ການແຈ້ງເຕືອນແບບສົດຈະປາກົດໃນແຖບປັດຈຸບັນບົນ ໜ້າຈໍລັອກ, ເທິງ ແຖບສະແດງສະຖານະ ແລະ ຢູ່ດ້ານເທິງສຸດຂອງ ແຜງການແຈ້ງເຕືອນ.
ແຜນຜັງການແຈ້ງເຕືອນໃໝ່
ຕອນນີ້ໄອຄອນໃນການແຈ້ງເຕືອນແມ່ນຄືກັນກັບໄອຄອນທີ່ປາກົດເທິງໜ້າຈໍຫຼັກຂອງທ່ານ, ເຮັດໃຫ້ມັນງ່າຍເພື່ອຮັບຮູ້ວ່າແອັບໃດສົ່ງແຕ່ລະການແຈ້ງເຕືອນ. ການແຈ້ງເຕືອນທີ່ຈັດກຸ່ມປາກົດເປັນຄືກອງໄພ້ທີ່ຊ້ອນກັນກອງໜຶ່ງ. ແຕະກອງທີ່ຊ້ອນກັນເພື່ອສະແດງການແຈ້ງເຕືອນທັງໝົດໃນກຸ່ມ.
ແຄັບເຈີຮູບຢ່າງງ່າຍດາຍ
ແຜນຜັງກ້ອງຖ່າຍຮູບໃໝ່
ປຸ່ມກ້ອງຖ່າຍຮູບ, ການຄວບຄຸມ ແລະ ໂໝດຖືກຈັດລຳດັບຄືນໃໝ່ເພື່ອເຮັດໃຫ້ງ່າຍຂຶ້ນໃນການຊອກຄຸນສົມບັດທີ່ທ່ານຕ້ອງການ ແລະ ໃຫ້ຕົວຢ່າງຮູບທີ່ທ່ານກຳລັງຖ່າຍ ຫຼື ວິດີໂອທີ່ທ່ານກຳລັງບັນທຶກນັ້ນຈະແຈ້ງຂຶ້ນ.
ການປັບປຸງການເລືອກໂໝດ
ເມນູໂໝດເພີ່ມເຕີມຖືກອອກແບບຄືນໃໝ່. ແທນທີ່ຈະຕື່ມໜ້າຈໍທັງໝົດ ແລະ ບລັອກມຸມມອງກ້ອງຖ່າຍຮູບ, ດຽວນີ້ທ່ານສາມາດເລືອກໂໝດໜຶ່ງຈາກປັອບອັບນ້ອຍໆທີ່ປົກປິດພຽງສ່ວນລຸ່ມສຸດຂອງໜ້າຈໍ.
ການຄວບຄຸມຊູມທີ່ປັບປຸງ
ຕອນນີ້ມັນງ່າຍຂຶ້ນເພື່ອເລືອກລະດັບຊູມທີ່ຖືກຕ້ອງ. ຕອນນີ້ປຸ່ມຊູມ 2x ມີພ້ອມໃຫ້ໃຊ້ຕາມຄ່າມາດຕະຖານ ແລະ ທາງເລືອກຊູມເພີ່ມເຕີມປາກົດພາຍຫຼັງທ່ານເລືອກເລນ.
ປະສົບການຕົວກັ່ນຕອງທີ່ຍົກລະດັບ
ຕົວກັ່ນຕອງກ້ອງຖ່າຍຮູບໄດ້ຮັບການປັບປຸງໃໝ່ທັງໝົດ. ຕອນນີ້ຕົວກັ່ນຕອງໃໝ່ແມ່ນພ້ອມໃຫ້ໃຊ້ ແລະ ຕົວກັ່ນຕອງທີ່ມີຢູ່ແລ້ວໄດ້ຮັບການປັບປຸງ. ແຕ່ລະຕົວກັ່ນຕອງອະນຸຍາດການປັບຄວາມເຂັ້ມເລັກນ້ອຍສະເພາະຈຸດ, ອຸນຫະພູມສີ, ຄວາມຄົມຊັດ ແລະ ການອິ່ມຕົວ, ເຮັດໃຫ້ມັນງ່າຍຂຶ້ນເພື່ອມີຮູບລັກສະນະທີ່ທ່ານຕ້ອງການ. ທ່ານຍັງສາມາດສ້າງຕົວກັ່ນຕອງທີ່ກຳນົດເອງອີງຕາມຮູບແບບ ແລະ ອາລົມຂອງຮູບທີ່ທ່ານເລືອກ.
ບັນທຶກການຕັ້ງຄ່າຮູຮັບແສງສຳລັບແຕ່ລະໂໝດ
ຄວບຄຸມລະດັບຄວາມແຈ້ງ ຫຼື ມືດຂອງຮູບວ່າເທົ່າໃດດ້ວຍທາງເລືອກຮູຮັບແສງໃນການຄວບຄຸມແບບໄວຂອງກ້ອງຖ່າຍຮູບ. ພາຍຫຼັງທ່ານຕັ້ງຮູຮັບແສງສຳລັບໂໝດ, ມັນຈະຮັກສາການຕັ້ງນັ້ນຕໍ່ເນື່ອງໃນໂໝດນັ້ນ, ເຖິງແມ່ນວ່າທ່ານສັບປ່ຽນເປັນໂໝດໃໝ່ ແລະ ກັບຄືນ.
ໂໝດວິດີໂອໂປຣ/ໂໝດໂປຣທີ່ປັບປຸງ
ໂໝດວິດີໂອໂປຣ ແລະ ໂໝດໂປຣມີແຜນຜັງທີ່ງ່າຍຂຶ້ນທີ່ເຮັດໃຫ້ມັນງ່າຍກວ່າເດີມໃນການໂຟກັສຮູບທີ່ທ່ານກຳລັງຖ່າຍ ຫຼື ວິດີໂອທີ່ທ່ານກຳລັງບັນທຶກ. ການຄວບຄຸມຊູມໃໝ່ແມ່ນມີພ້ອມໃຫ້ໃຊ້ງານທຸກຄັ້ງທີ່ທ່ານບັນທຶກໃນໂໝດວິດີໂອໂປຣທີ່ໃຫ້ທ່ານຄວບຄຸມຄວາມໄວຂອງຊູມເພື່ອການປ່ຽນຜ່ານທີ່ບໍ່ມີບັນຫາ. ການຄວບຄຸມໄມໃນໂໝດ ວິດີໂອໂປຣຖືກຍ້າຍຫາການຄວບຄຸມໄວແລ້ວ.
ຫຼິ້ນສຽງຂະນະບັນທຶກວິດີໂອ
ດຽວນີ້ທ່ານສາມາດບັນທຶກວິດີໂອໄດ້ໂດຍບໍ່ລົບກວນເພງ, ພອດຄາສຕ໌ ຫຼື ເນື້ອຫາສຽງອື່ນໆທີ່ທ່ານກຳລັງຟັງ. ພຽງເປີດຫຼິ້ນຄືນສຽງໃນທາງເລືອກວິດີໂອຂັ້ນສູງ.
ຈັດລຳດັບຮູບຖ່າຍທີ່ສົມບູນແບບ
ຮັບເອົາຄຳແນະນຳໃນການປັບຕຳແໜ່ງກ້ອງຖ່າຍຮູບດ້ວຍເສັ້ນເງົາ ແລະ ລະດັບ. ຕອນນີ້ເສັ້ນເງົາສາມາດຖືກເປີດ ແລະ ປິດໄດ້ໂດຍແຍກກັນຈາກລະດັບລວງນອນ. ຍັງມີທາງເລືອກໃໝ່ເພື່ອສະແດງລະດັບລວງຕັ້ງ.
ມ່ວນຊື່ນກັບຊ່ວງເວລາພິເສດຂອງທ່ານ
ຮູບປະຕິດປອດຮູບແບບ
ເຮັດໄດ້ເໜືອກວ່າແຜນຜັງທີ່ຕັ້ງຄ່າມາກ່ອນສຳລັບຮູບປະຕິດໃນແກເລີຣີ. ຕອນນີ້ທ່ານສາມາດປັບຂະໜາດ, ຕຳແໜ່ງ ແລະ ການໝຸນຂອງຮູບໃນຮູບປະຕິດຂອງທ່ານເພື່ອສ້າງແຜນຜັງທີ່ເປັນເອກະລັກສະເພາະຂອງທ່ານເອງ.
ແກ້ໄຂຮູບປະຕິດໃນເລື່ອງລາວ
ສ້າງຮູບປະຕິດປະຕໍ່ຂອງເລື່ອງລາວຂອງທ່ານໃຫ້ມີຮູບລັກສະນະຕາມທີ່ທ່ານມັກ. ຕອນນີ້ທ່ານສາມາດຄວບຄຸມທັງໝົດເພື່ອແກ້ໄຂຮູບປະຕິດປະຕໍ່ທີ່ສ້າງໃນເລື່ອງລາວ. ປ່ຽນແທນຮູບ, ເອົາອອກ ຫຼື ເພີ່ມຮູບ ຫຼື ປັບຕຳແໜ່ງ ແລະ ຂະໜາດ.
ນຳສະເໜີໃບໜ້າງາມທີ່ສຸດຂອງທ່ານ
ປ່ຽນແທນໃບໜ້າທີ່ຫຼັບຕາ ຫຼື ການສະແດງອອກທີ່ບໍ່ເປັນທຳມະຊາດດ້ວຍໜ້າທີ່ທ່ານມັກກວ່າ. ເມື່ອທ່ານຖ່າຍຮູບແບບເຄື່ອນໄຫວ, ແຕ່ລະກອບຈະຖືກວິເຄາະເພື່ອແນະນຳໃບໜ້າທີ່ທ່ານອາດຕ້ອງການເລືອກ.
ເອັບເຝັກຮູບຖ່າຍເຄື່ອນໄຫວ
ນຳໃຊ້ເອັບເຝັກຫຼິ້ນຄືນທີ່ສະໜຸກສະໜານໄປຍັງຮູບຖ່າຍເຄື່ອນໄຫວຂອງທ່ານເຊັ່ນ: ພາບຊ້າ ຫຼື boomerang. ພາຍຫຼັງນຳໃຊ້ເອັບເຝັກແລ້ວ, ທ່ານສາມາດແບ່ງປັນຜົນຮັບເປັນວິດີໂອໄດ້ທັນທີ.
ການແກ້ໄຂວິດີໂອທີ່ມີພະລັງ
ບໍ່ເຮັດການແກ້ໄຂຂອງທ່ານຢ່າງງ່າຍໆ
ຢ່າກັງວົນກ່ຽວກັບການເຮັດຄວາມຜິດພາດ. ຕອນນີ້ທາງເລືອກບໍ່ເຮັດ ແລະ ເຮັດຄືນມີພ້ອມໃຫ້ໃຊ້ງານໃນເວລາທ່ານແກ້ໄຂວິດີໂອສຳລັບການກະທຳເຊັ່ນ: ການປ່ຽນຮູບ, ກັ່ນຕອງ ແລະ ການປ່ຽນໂທນສີ.
ສ້າງວິດີໂອຂອງທ່ານເປັນກາຕູນອະນິເມຊັ່ນ
ເພີ່ມເອັບເຝັກອະນິເມຊັ່ນທີ່ສະໜຸກສະໜານໄປຍັງສະຕິກເກີ ແລະ ຂໍ້ຄວາມໃນວິດີໂອຂອງທ່ານໃນສະຕູດິໂອ. ເລືອກຈາກຄ່ອຍໆປາກົດຂຶ້ນ, ຄ່ອຍໆຫາຍໄປ, ການປັດ, ການໝຸນ ແລະ ອື່ນໆ.
ຈັດການສຸຂະພາບຂອງທ່ານ
ມີສະຕິຕໍ່ເນື່ອງ
ຄຸນສົມບັດສະຕິໃໝ່ໃນ Samsung Health ສາມາດຊ່ວຍທ່ານຈັດການຄວາມຄຽດ ແລະ ຄວາມວິຕົກວັງວົນໃນຊີວິດປະຈຳວັນຂອງທ່ານ. ຕິດຕາມອາລົມ ແລະ ຄວາມຮູ້ສຶກຂອງທ່ານຕໍ່ເນື່ອງ, ຝຶກຫັດການຝຶກການຫາຍໃຈ ແລະ ການນັ່ງສະມາທິ ແລະ ອື່ນໆ.
ຫຼຽນກາ Samsung Health ໃໝ່
ມີແຮງຈູງໃຈຕໍ່ເນື່ອງ ແລະ ເຮັດວຽກເພື່ອບັນລຸເປົ້າໝາຍສຸຂະພາບຂອງທ່ານໃຂະນະທີ່ໄດ້ຮັບຫຼຽນກາໃໝ່ໃນ Samsung Health. ທ້າທາຍຕົນເອງເພື່ອຮັບຫລຽນກາໃໝ່ສຳລັບ ຄະແນນພະລັງງານ, ການອອກກໍາລັງກາຍ, ກິດຈະກໍາ, ອາຫານ, ນໍ້າ, ອົງປະກອບຂອງຮ່າງກາຍ ແລະ ອື່ນໆ.
ສົ່ງເສີມຜະລິດຕະພາບຂອງທ່ານ
ຕົວຢ່າງສຳລັບແອັບທີ່ຫຍໍ້ນ້ອຍລົງ
ເມື່ອໜ້າຈໍປັອບອັບຫຼາຍອັນຈາກແອັບອັນດຽວກັນຖືກຫຍໍ້ລົງ, ພວກມັນຈະລວມເຂົ້າໃນໄອຄອນດຽວ. ການແຕະໄອຄອນຈະສະແດງຕົວຢ່າງປ່ອງຢ້ຽມເປີດທັງໝົດຈາກແອັບ, ໃຫ້ທ່ານສາມາດເລືອກປ່ອງຢ້ຽມທ່ານຕ້ອງການຢ່າງງ່າຍດາຍ.
ຈັດກຸ່ມໂມງປຸກຂອງທ່ານ
ສ້າງກຸ່ມຂອງໂມງປຸກທີ່ທ່ານຕ້ອງການຄວບຄຸມພ້ອມໆກັນໃນແອັບໂມງ. ທ່ານສາມາດປິດໂມງປຸກທັງໝົດໃນໜຶ່ງກຸ່ມດ້ວຍການແຕະຄັ້ງດຽວ.
ຮັກສາໂມງປຸກທັງໝົດຢູ່ໃນລະດັບສຽງດຽວກັນ
ສຳລັບການຕັ້ງທີ່ງ່າຍກວ່າ, ໂມງປຸກຂອງທ່ານທັງໝົດຈະໃຊ້ລະດັບສຽງຄືກັນຕາມຄ່າມາດຕະຖານ. ຖ້າທ່ານມັກທີ່ຈະຕັ້ງລະດັບສຽງແຕກຕ່າງກັນສຳລັບແຕ່ລະໂມງປຸກ, ທ່ານສາມາດເລືອກອັນນີ້ຢູ່ໃນການຕັ້ງຄ່າໂມງ.
ການເລືອກໄຟລ໌ທີ່ປັບປຸງ
ຕົວເລືອກໄຟລ໌ໃໝ່ເຮັດໃຫ້ມັນງ່າຍຂຶ້ນໃນການຄັດຕິດ ແລະ ເລືອກໄຟລ໌ໃນຫຼາຍແອັບ. ມັນງ່າຍໃນການສັບປ່ຽນລະຫວ່າງ ຈຸດທີ່ຕັ້ງ ບ່ອນເກັບຂໍ້ມູນ ແລະ ໝວດທີ່ຕ່າງກັນ ແລະ ຕົວຢ່າງຖືກສະແດງຂຶ້ນເພື່ອຮັບປະກັນວ່າທ່ານໄດ້ຮັບໄຟລ໌ທີ່ຖືກຕ້ອງ.
ຕົວເລືອກຂັ້ນສູງສຳລັບວຽກປະຈຳ
ຕັ້ງໂປຣເກມໃຫ້ໂທລະສັບຂອງທ່ານເພື່ອເຮັດເກືອບທຸກຢ່າງທີ່ທ່ານຕ້ອງການ. ວຽກປະຈຳແມ່ນມີພະລັງຫລາຍກວ່າແຕ່ກ່ອນ ຊຶ່ງມີໂລຈິກ If-Else ແລະ ຄວາມສາມາດໃນການຮັບຂໍ້ມູນຕາມຕົວແປ.
ວາງແຜນໜ້າວຽກ ແລະ ເຫດການ
ກຳນົດເວລາເຫດການປະຕິທິນຄືນຢ່າງງ່າຍດາຍ
ພຽງແຕ່ລາກ ແລະ ວາງເຫດການຈາກວັນທີໜຶ່ງຫາວັນທີອື່ນເທິງປະຕິທິນຂອງທ່ານໃນ ມຸມມອງເດືອນເພື່ອປ່ຽນແປງວັນທີຂອງເຫດການ.
ສະແດງປະຕິທິນທີ່ແຍກຕ່າງຫາກເທິງວິດເຈັດ
ດຽວນີ້ທ່ານມີການຄວບຄຸມຫຼາຍຂຶ້ນຕໍ່ກັບປະຕິທິນໃດຈະປາກົດເທິງວິດເຈັດປະຕິທິນຂອງທ່ານ. ທ່ານສາມາດເລືອກພຽງໜຶ່ງປະຕິທິນ ແລະ ສະແດງພຽງເຫດການຈາກປະຕິທິນນັ້ນເທິງ ໜ້າຈໍຫຼັກຂອງທ່ານ ຫຼື ສ້າງ 2 ວິດເຈັດປະຕິທິນທີ່ແຍກຕ່າງຫາກທີ່ມີປະຕິທິນຕ່າງກັນເທິງແຕ່ລະວິດເຈັດນັ້ນ.
ນັບຖອຍຫຼັງຈຳນວນວັນຫາເຫດການສຳຄັນ
ມັນງ່າຍກວ່າແຕ່ກ່ອນໃນການສ້າງວິດເຈັດ ນັບຖອຍຫຼັງສຳລັບເຫດການເທິງປະຕິທິນຂອງທ່ານ. ໄປທີ່ລາຍລະອຽດເຫດການ, ຈາກນັ້ນເລືອກເພີ່ມວິດເຈັດນັບຖອຍຫຼັງຈາກເມນູຕົວເລືອກເພີ່ມເຕີມ. ວິດເຈັດຈະປາກົດເທິງໜ້າຈໍຫຼັກຂອງທ່ານສະແດງຈຳນວນວັນຈົນເຖິງວັນເກີດ, ວັນຄົບຮອບ, ວັນພັກລະດູຮ້ອນ ຫຼື ເຫດການອື່ນໆທີ່ທ່ານເລືອກ.
ຍ້າຍເຫດການທັງໝົດຈາກປະຕິທິນໜຶ່ງຫາປະຕິທິນອື່ນ
ຫຼີກລ່ຽງຄວາມຫຍຸ້ງຍາກໃນການຍ້າຍເຫດການໜຶ່ງຢ່າງໃນຄັ້ງໜຶ່ງ. ຕອນນີ້ທ່ານສາມາດຍ້າຍເຫດການທັງໝົດຈາກປະຕິທີນໜຶ່ງຫາປະຕິທິນອື່ນເຊັ່ນ: ການຍ້າຍເຫດການທັງໝົດຈາກປະຕິທິນໃນໂທລະສັບຂອງທ່ານຫາປະຕິທິນເທິງຄລາວ.
ຕົວເລືອກເພີ່ມເຕີມສຳລັບການເຕືອນທີ່ເກີດຊໍ້າ
ເມື່ອທ່ານສ້າງການເຕືອນທີ່ເກີດຊໍ້າ, ດຽວນີ້ທ່ານສາມາດເລືອກຫລາຍວັນທີສຳລັບການເກີດຊໍ້າແທນທີ່ຈະເລືອກພຽງອັນດຽວ.
ເມນູເພີ່ມດ່ວນທີ່ປັບປຸງ
ຕອນນີ້ມັນງ່າຍຂຶ້ນໃນການສ້າງການເຕືອນຢ່າງວ່ອງໄວ. ດຽວນີ້ເມນູເພີ່ມດ່ວນສະໜອງທາງເລືອກ ຕັ້ງຄ່າມາກ່ອນສຳລັບເງື່ອນໄຂເວລາ ແລະ ຈຸດທີ່ຕັ້ງ.
ຈັດການການເຕືອນທີ່ສຳເລັດຂອງທ່ານ
ມັນງ່າຍຂຶ້ນໃນການລຶບສິ່ງຮົກເຮື້ອຈາກລາຍການການເຕືອນຂອງທ່ານ. ການຕັ້ງຄ່າໃໝ່ອະນຸຍາດທ່ານລຶບການເຕືອນທີ່ສຳເລັດໂດຍອັດຕະໂນມັດພາຍຫຼັງໄລຍະເວລາສະເພາະໜຶ່ງ. ທ່ານຍັງສາມາດສຳເນົາການເຕືອນທີ່ສຳເລັດ ເພື່ອໃຫ້ທ່ານສາມາດໃຊ້ພວກມັນຄືນໃໝ່ໂດຍບໍ່ປ້ອນຂໍ້ມູນທັງໝົດອີກຄັ້ງ.
ເຊື່ອມຕໍ່ ແລະ ແບ່ງປັນ
ເຊື່ອມຕໍ່ກັບອຸປະກອນໃກ້ຄຽງຢ່າງງ່າຍດາຍ
ມັນງ່າຍກວ່າແຕ່ກ່ອນໃນການເຊື່ອມຕໍ່ກັບອຸປະກອນຊຳຊຸງອື່ນໆເຊັ່ນ: ໂທລະພາບ, ແທັບເລັດ, PCs, ໂມງ, ຫູຟັງ ແລະ ອື່ນໆ. ແຕະອຸປະກອນໃກ້ຄຽງໃນແຜງດ່ວນເພື່ອເບິ່ງອຸປະກອນທີ່ມີໃກ້ທ່ານ, ຈາກນັ້ນ ລາກອຸປະກອນຫາໂທລະສັບຂອງທ່ານເພື່ອເຊື່ອມຕໍ່ທັນທີ. ທ່ານຍັງສາມາດແຕະເທິງອຸປະກອນເພື່ອເບິ່ງຄຸນສົມບັດທີ່ມີເມື່ອຖືກເຊື່ອມຕໍ່ກັບໂທລະສັບຂອງທ່ານ. ຕົວຢ່າງ: ເມື່ອທ່ານແຕະເທິງໂທລະພາບ, ທ່ານຈະເຫັນທາງເລືອກເພື່ອເລີ່ມ Smart View.
ອຸປະກອນທີ່ແນະນຳສຳລັບການແຊຣ໌ດ່ວນ
ຊອກຫາອຸປະກອນທີ່ເໝາະສົມເພື່ອແບ່ງປັນນຳ. ອຸປະກອນທີ່ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ ແລະ ອຸປະກອນທີ່ທ່ານໄດ້ແບ່ງປັນໃນອະດີດຈະປາກົດຢູ່ເບື້ອງເທິງຂອງລາຍການເພື່ອໃຫ້ພວກມັນງ່າຍໃນການຊອກຫາ.
ສືບຕໍ່ການແບ່ງປັນທາງອິນເຕີເນັດ
ສຳເລັດການໂອນໄຟລ໌ ແມ້ວ່າອຸປະກອນຢູ່ໄກກໍຕາມ. ໃນເວລາແບ່ງປັນໄຟລ໌ໂດຍໃຊ້ການແຊຣ໌ດ່ວນ, ຖ້າອຸປະກອນຢູ່ໄກເກີນໄປໃນການສືບຕໍ່ການໂອນໂດຍກົງ, ການໂອນຈະສືບຕໍ່ຢ່າງບໍ່ມີບັນຫາຜ່ານອິນ ເຕີເນັດໂດຍໃຊ້ Wi-Fi ຫຼື ຂໍ້ມູນມືຖື.
ປົກປ້ອງຄວາມປອດໄພຂອງທ່ານ
ກວດເບິ່ງສະຖານະດ້ານຄວາມປອດໄພຂອງອຸປະກອນທ່ານ
ຊອກຫາກ່ຽວກັບຄວາມສ່ຽງດ້ານຄວາມປອດໄພ ແລະ ແກ້ໄຂພວກມັນຢ່າງວ່ອງໄວ. Knox Matrix ຕິດຕາມອຸປະກອນທີ່ຮອງຮັບທີ່ລົງຊື່ເຂົ້າໃຊ້ Samsung account ຂອງທ່ານ ແລະ ເຮັດໃຫ້ທ່ານຮູ້ວິທີການແກ້ໄຂຄວາມສ່ຽງດ້ານຄວາມປອດໄພ, ຖ້າພົບເຫັນ.
ປອດໄພຈາກໄພຂົ່ມຂູ່ດ້ານຄວາມປອດໄພ
ຕົວບລັອກອັດຕະໂນມັດເຮັດໄດ້ຫຼາຍຂຶ້ນເພື່ອປົກປ້ອງທ່ານຈາກການໂຈມຕີທາງໄຊເບີ້ເມື່ອ ຂໍ້ຈຳກັດສູງສຸດຖືກເປີດ. ຕອນນີ້ເຄືອຂ່າຍ 2G ຖືກບລັອກແລ້ວ ແລະ ໂທລະສັບຂອງທ່ານຈະບໍ່ເຊື່ອມຕໍ່ຄືນກັບ ເຄືອຂ່າຍ Wi-Fi ທີ່ບໍ່ປອດໄພໂດຍອັດຕະໂນມັດ. ຂໍ້ຈໍາກັດເຫຼົ່ານີ້ສາມາດຊ່ວຍປົກປ້ອງຜູ້ໂຈມຕີບໍ່ໃຫ້ຂັດຂວາງການຈະລາຈອນເຄືອຂ່າຍຂອງທ່ານ.
ແບັດເຕີຣີ ແລະ ການສາກ
ຕົວເລືອກເພີ່ມເຕີມສຳລັບການປະຢັດໄຟ
ດຽວນີ້ທ່ານມີການຄວບຄຸມຫຼາຍຂຶ້ນກັບສິ່ງທີ່ເກີດຂຶ້ນເມື່ອໂທລະສັບຂອງທ່ານຢູ່ໃນໂໝດປະຢັດໄຟ. ເລືອກຄຸນສົມບັດແທ້ຈິງທີ່ທ່ານຕ້ອງການຈຳກັດເພື່ອປະຢັດຈຳນວນແບັດເຕີຣີທີ່ເໝາະສົມ ສຳລັບທ່ານ. ທ່ານສາມາດປ່ຽນແປງທາງເລືອກເຫຼົ່ານີ້ ຂະນະທີ່ເປີດການປະຢັດໄຟ.
ຄວບຄຸມເພີ່ມເຕີມຕໍ່ກັບການປົກປ້ອງ ແບັດເຕີຣີ
ເມື່ອທ່ານເປີດການປົກປ້ອງແບັດເຕີຣີ, ຕອນນີ້ທ່ານສາມາດປັບລະດັບການສາກຂັ້ນສູງສຸດໃນຈຸດໃດໜຶ່ງລະຫວ່າງ 80% ແລະ 95%.
ເອັບເຝັກການສາກໃໝ່
ເມື່ອທ່ານສຽບເຄື່ອງສາກ, ການຢືນຢັນການສາກແມ່ນນ້ອຍກວ່າ ແລະ ປາກົດຢູ່ດ້ານລຸ່ມສຸດຂອງໜ້າຈໍ ແທນທີ່ຈະແມ່ນເຄິ່ງກາງເພື່ອປ້ອງກັນການການຂັດຈັງຫວະຂະນະທີ່ເຮັດໃຫ້ມັນງ່າຍໃນການກວດເບິ່ງສະຖານະການສາກ.
ທຸກຄົນສາມາດເຂົ້າເຖິງໄດ້
ຊູມເຂົ້າ ແລະ ຊູມອອກດ້ວຍນິ້ວມືພຽງໜຶ່ງນິ້ວມື
ການຊູມເຂົ້າ ແລະ ຊູມອອກແມ່ນງ່າຍຂຶ້ນ. ສຳລັບຄົນທີ່ມີຄວາມລຳບາກໃນການໃຊ້ຊູມພິນຊ໌, ຕອນນີ້ທ່ານສາມາດເປີດໃຊ້ງານຊູມ 1 ນິ້ວມືຈາກເມນູຊ່ວຍ. ປັດຂຶ້ນ ຫຼື ໄປທາງຂວາເພື່ອຊູມເຂົ້າ. ປັດລົງ ຫຼື ໄປທາງຊ້າຍເພື່ອຊູມອອກ.
ການຄວບຄຸມໜ້າຈໍທີ່ປັບປຸງ
ຕອນນີ້ເມນູຊ່ວຍເຮັດໄດ້ຫຼາຍຂຶ້ນເພື່ອຊ່ວຍທ່ານຄວບຄຸມໜ້າຈໍ. ຕອນນີ້ທ່ານສາມາດແຕະສອງຄັ້ງ ແລະ ສຳຜັດຄ້າງໄວ້ພຽງແຕະປຸ່ມດຽວ. ຄວບຄຸມການເລື່ອນໃໝ່ໃຫ້ທ່ານຍ້າຍຮອບໆໜ້າຈໍໃນໄລຍະສະເພາະໂດຍການແຕະຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດເທິງໜ້າຈໍ.
ກຳນົດເອງການປະຕິສຳພັນທາງການສຳຜັດຂອງທ່ານ
ຮັບເອົາຄຳແນະນຳໃນການເລືອກການຕັ້ງຄ່າທີ່ສະດວກສະບາຍທີ່ສຸດສຳລັບທ່ານ. ການທົດສອບໃໝ່ແມ່ນມີໃຫ້ສຳລັບສຳຜັດການເລື່ອນເວລາຄ້າງໄວ້, ແຕະ ໄລຍະເວລາ ແລະ ບໍ່ສົນໃຈການຕັ້ງຄ່າການສຳຜັດທີ່ຊໍ້າກັນ. ການທົດສອບສາມາດບອກທ່ານໄດ້, ຖ້າການຕັ້ງຄ່າປັດຈຸບັນຂອງທ່ານແມ່ນເໝາະສົມ ຫຼື ຕ້ອງການການປັບ.
ການປັບປຸງເພີ່ມເຕີມຍິ່ງຂຶ້ນ
ເບິ່ງວິດີໂອອີກຄັ້ງ
ໃນເຄື່ອງຫຼິ້ນວິດີໂອ, ປຸ່ມໜຶ່ງຈະປາກົດຢູ່ຕ້ອນທ້າຍຂອງແຕ່ລະວິດີໂອທີ່ໃຫ້ທ່ານເລີ່ມວິດີໂອອີກຄັ້ງຈາກເລີ່ມຕົ້ນ.
ລາຍຊື່ຜູ້ຕິດຕໍ່ທີ່ປັບປຸງ
ສຳລັບປະສົບການທີ່ສອດຄ່ອງຫຼາຍຂຶ້ນ, ຕອນນີ້ລາຍຊື່ຜູ້ຕິດຕໍ່ອັນດຽວກັນປາກົດໃນທັງແອັບໂທລະສັບ ແລະ ແອັບລາຍຊື່ຜູ້ຕິດຕໍ່. ເມນູ ແລະ ທາງເລືອກແມ່ນຄືກັນໃນທັງສອງຈຸດທີ່ຕັ້ງ, ສະນັ້ນທ່ານສາມາດຊອກສິ່ງທີ່ທ່ານຊອກຫາຢູ່ສະເໝີ. ໃນເວລາຊອກຫາຜູ້ຕິດຕໍ່, ຜູ້ຕິດຕໍ່ທີ່ທ່ານໄດ້ຊອກຫາເປັນປະຈຳຈະປາກົດຢູ່ເບື້ອງເທິງສຸດຂອງຜົນຮັບການຊອກຫາ, ຊ່ວຍທ່ານຊອກຫາຄົນທີ່ຖືກຕ້ອງຢ່າງວ່ອງໄວ.
ເພີ່ມບັດຂຶ້ນຍົນຫາ Samsung Wallet ຢ່າງວ່ອງໄວ
ເມື່ອທ່ານເບິ່ງສາຍການບິນທີ່ຮອງຮັບ ຫຼື ໜ້າເວັບການເດີນທາງທີ່ລວມມີບັດຂຶ້ນຍົນໃນ Samsung Internet, ປຸ່ມໜຶ່ງຈະປາກົດຂຶ້ນເພື່ອໃຫ້ທ່ານສາມາດເພີ່ມມັນຫາ Samsung Wallet ຢ່າງງ່າຍໆ ແລະ ວ່ອງໄວ.
ການພະຍາກອນກິດຈະກຳ
ຕອນນີ້ມັນງ່າຍໃນການກວດເບິ່ງວ່າອາກາດເໝາະສົມສຳລັບກິດຈະກຳກາງແຈ້ງຫຼືບໍ່ ເຊັ່ນ: ການແລ່ນ, ການເຮັດສວນ, ການຕັ້ງແຄ້ມ ແລະ ອື່ນໆ. ທ່ານສາມາດເລືອກສູງເຖິງ 3 ກິດຈະກໍາເພື່ອສະແດງໃນແອັບສະພາບອາກາດ.
ປ້າຍຊື່ສະຖານທີ່ທີ່ກຳນົດເອງ
ມັນງ່າຍຂຶ້ນໃນການຕິດຕາມຈຸດທີ່ຕັ້ງທີ່ຕ່າງກັນຢ່າງຕໍ່ເນື່ອງໃນແອັບສະພາບອາກາດ. ດຽວນີ້ທ່ານສາມາດຕັ້ງປ້າຍຊື່ທີ່ກຳນົດເອງໄປຍັງຈຸດທີ່ຕັ້ງທ່ານເພີ່ມເຊັ່ນ: ເຮືອນ, ຫ້ອງການ, ໂຮງຮຽນ ຫຼື ສະຖານທີ່ອື່ນບ່ອນທີ່ທ່ານຕ້ອງການກວດເບິ່ງສະພາບອາກາດ.
ບູສການຫຼິ້ນເກມຂອງທ່ານ
ແຜງໃນເກມຂອງ Game Booster ໄດ້ຮັບການອອກແບບໃໝ່, ເຮັດໃຫ້ງ່າຍຂຶ້ນໃນການປ່ຽນແປງ ການຕັ້ງຄ່າຢ່າງວ່ອງໄວໂດຍບໍ່ອອກຈາກເກມ.
ຕັ້ງປະສິດທິພາບການເຮັດວຽກສຳລັບແຕ່ລະເກມ
ຕອນນີ້ Game Booster ໃຫ້ທ່ານປັບການຕັ້ງຄ່າປະສິດທິພາບການເຮັດວຽກແຍກກັນສຳລັບແຕ່ລະເກມ. ທ່ານສາມາດຕັ້ງບາງເກມເປັນປະສິດທິພາບສູງການເຮັດວຽກ ແລະ ອື່ນໆເພື່ອປະຢັດ ແບັດເຕີຣີສຳລັບເວລາການຫລິ້ນເກມທີ່ດົນນານຂຶ້ນ. ຊອກຫາການຕັ້ງຄ່າທີ່ເໝາະສົມກັບທ່ານທີ່ສຸດ.
ສິ້ນສຸດການຮອງຮັບສຳລັບການດາວໂຫຼດ ຂອບແຜງ
ຂອບແຜງບໍ່ສາມາດດາວໂຫຼດໄດ້ອີກຕໍ່ໄປຈາກ Galaxy Store ໃນ One UI 7. ຂອບແຜງທີ່ໄດ້ດາວໂຫຼດແລ້ວສາມາດສືບຕໍ່ໃຊ້ໄດ້.
ໝາຍເລກການຜະລິດ : S916BXXS8CYBD
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-03-18
ລະດັບແກ້ໄຂຄວາມປອດໄພ : 2025-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU8CYB4
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-02-24
ລະດັບແກ້ໄຂຄວາມປອດໄພ : 2025-02-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXS7CXL2
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-01-14
ລະດັບແກ້ໄຂຄວາມປອດໄພ : 2025-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS7CXK6
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-12-16
ລະດັບແກ້ໄຂຄວາມປອດໄພ : 2024-12-01
• ຕົວບລັອກອັດຕະໂນມັດ
ພາຍຫຼັງການອັບເດດ, ໃນເວລາ “ຕົວບລັອກອັດຕະໂນມັດ” ຖືກເປີດດ້ວຍ “ຂໍ້ຈຳກັດສູງສຸດ”, ອຸປະກອນ USB ຈະບໍ່ໄດ້ຮັບອະນຸຍາດໃນການເຊື່ອມຕໍ່ກັບອຸປະກອນນີ້ຍົກເວັ້ນການສາກ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXU7CXK4
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-11-29
ລະດັບແກ້ໄຂຄວາມປອດໄພ : 2024-11-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXS6CXI4
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-10-15
ລະດັບແກ້ໄຂຄວາມປອດໄພ : 2024-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS6CXHA
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-09-24
ລະດັບແກ້ໄຂຄວາມປອດໄພ : 2024-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU6CXH7
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-09-16
ລະດັບແກ້ໄຂຄວາມປອດໄພ : 2024-08-01
ການອັບເດດ One UI
Galaxy AI
ປ່ຽນຮູບທຳມະດາໃຫ້ເຫັນຮູບພາບທີ່ໜ້າອັດສະຈັນໃຈ
ເລີ່ມຕົ້ນດ້ວຍການແຕ້ມຮູບງ່າຍໆ, ເລືອກ ຮູບແບບຂອງທ່ານ ແລະ ປ່ອຍໃຫ້ Galaxy AI ປ່ຽນໃຫ້ກາຍເປັນງານສິລະປະທີ່ໜ້າດຶງດູດໃຈ. ຄຸນສົມບັດ ຮ່າງເປັນຮູບ ມີໃຫ້ໃຊ້ໃນ Samsung Notes, Photo Editor, ເລືອກອັດສະລິຍະ ແລະ ຂອບແຜງ.
ສ້າງພາບເໝືອນເປັນເອກະລັກບໍ່ຄືໃຜ
ດ້ວຍຮູບແບບພາບເໝືອທີ່ສ້າງດ້ວຍ AI ທີ່ຫຼາກຫຼາຍ, ທ່ານສາມາດສ້າງຮູບລັກສະນະໃໝ່ໃຫ້ກັບຮູບໂປຣໄຟລ໌ຂອງທ່ານເອງໃນລາຍຊື່ຜູ້ຕິດຕໍ່ ຫຼື ຂອງຄົນອື່ນ ຫຼື ໃຊ້ Photo Editor ເພື່ອສ້າງສັນສິ່ງໃໝ່ໆສຳລັບຮູບພາບໃດໜຶ່ງຂອງທ່ານທີ່ມີໃບໜ້າ.
ໃຫ້ໂທລະສັບຂອງທ່ານຂຽນແທນທ່ານ
ເມື່ອທ່ານຈຳເປັນຕ້ອງຂຽນບາງຢ່າງ, ບໍ່ວ່າຈະເປັນຂໍ້ຄວາມ, ອີເມລ໌ ຫຼື ໂພສ໌ ໃນມີເດຍທາງສັງຄົມ, ທ່ານສາມາດເລີ່ມດ້ວຍການໃຫ້ຂໍ້ຄວາມສັ້ນໆ ຫຼື ຕັດຕໍ່ເປັນຂໍ້ຄວາມສັ້ນໆ ໄປຫາ Composer ໃໝ່ຂອງ Samsung Keyboard, ຈາກນັ້ນປະໃຫ້ Galaxy AI ຈັດການສ່ວນທີ່ເຫຼືອ.
ແປພາສາຈາກການໂທໃນແອັບຕ່າງໆຫຼາຍຂຶ້ນ
ພຽງແຕ່ລົມໂທລະສັບ ແລະ ຮັບການແປພາສາໃນເວລາຈິງ, ຊ່ວຍທຳລາຍອຸປະສັກດ້ານພາສາໄດ້. ແລະ ຕອນນີ້, ນອກຈາກ ແອັບໂທລະສັບ ຊຳຊຸງ, ທ່ານສາມາດຮັບການແປພາສາເວລາຈິງໃນ ແອັບ ໂທດ້ວຍສຽງທີ່ຜ່ານການຮັບຮອງເຊັ່ນ: Google Meet ແລະ WhatsApp ອີກດ້ວຍ. ໃນເວລາໂທ, ແຕະ ແປພາສາສົດໃນ ແຜງດ່ວນ ເພື່ອເລີ່ມການແປພາສາ.
ແປຂໍ້ຄວາມພາບໃນໜ້າເວັບ
ຮັບໜ້າເວັບທັງໝົດເປັນພາສາຂອງທ່ານ. ເມື່ອທ່ານແປພາສາໜ້າເວັບໃນ Samsung Internet, ຂໍ້ຄວາມທັງໝົດໃນໜ້າເວັບຈະຖືກແປ, ບໍ່ວ່າມັນຖືກຈັດຮູບແບບເປັນຂໍ້ຄວາມ ຫຼື ສ່ວນຂອງຮູບພາບ ຫຼື ຮູບຖ່າຍກໍ່ຕາມ.
ແປພາສາໃນໂໝດຟັງ
ຟັງໄດ້ເລີຍ ບໍ່ວ່າເວົ້າພາສາໃດກໍ່ຕາມ. ໂໝດການຟັງໃໝ່ຂອງຕົວແປພາສາໃຫ້ທ່ານການສື່ສານທາງດຽວເຊັ່ນ: ການບັນຍາຍ ຫຼື ການນຳສະເໜີເປັນພາສາຂອງທ່ານ.
ປ່ຽນການບັນທຶກສຽງເປັນບົດບັນທຶກ
ການສ້າງບົດບັນທຶກດ້ວຍ Samsung Notes ແມ່ນງ່າຍກວ່າແຕ່ກ່ອນ, ເຖິງວ່າຈະໃຊ້ພຽງສຽງຂອງທ່ານກໍ່ຕາມ. ດຽວນີ້ທ່ານສາມາດຖອດການບັນທຶກສຽງອອກມາເປັນບັນທຶກຂໍ້ຄວາມທີ່ທ່ານສາມາດແກ້ໄຂໄດ້, ສະຫຼຸບຫຍໍ້ ແລະ ອື່ນໆເພີ່ມເຕີມ.
ແປພາສາ ແລະ ສະຫຼຸບຫຍໍ້ PDFs
ຕອນນີ້ຄຸນສົມບັດການແປພາສາ ແລະ ສະຫຼຸບຫຍໍ້ຂອງຕົວຊ່ວຍບັນທຶກເຮັດວຽກກັບໄຟລ໌ PDF ໂດຍບໍ່ຈຳເປັນແປງເປັນບົດບັນທຶກກ່ອນ. ຂໍ້ຄວາມທີ່ແປຈະປາກົດໃນຮູບແບບຕົ້ນສະບັບຂອງ PDF.
ກວດຫາພາສາອັດຕະໂນມັດໃນເຄື່ອງບັນທຶກສຽງ
ໃຊ້ຕົວຊ່ວຍການຖອດສຽງເພື່ອແປງການບັນທຶກກອງປະຊຸມ, ການບັນຍາຍ, ບັນທຶກຄວາມຈໍາສຽງ ແລະ ອື່ນໆເຂົ້າເປັນຂໍ້ຄວາມ. ຕອນນີ້ພາສາຂອງການບັນທຶກຂອງທ່ານຈະຖືກກວດພົບໂດຍອັດຕະໂນມັດ, ສະນັ້ນທ່ານສາມາດຂ້າມຕົວເລືອກພາສາ ແລະ ໄປທີ່ການຖອດສຽງໄດ້ທັນທີ.
ແກ້ໄຂ ການບັນທຶກສຽງ ແລະ ການຖອດສຽງ
ພາຍຫຼັງທ່ານສ້າງການຖອດສຽງໃນ ເຄື່ອງບັນທຶກສຽງ, ດຽວນີ້ທ່ານສາມາດແກ້ໄຂຂໍ້ຄວາມເພື່ອດັດແກ້ຂໍ້ຜິດພາດໃດໜຶ່ງ, ໃຫ້ລຶບສ່ວນທີ່ບໍ່ຕ້ອງການອອກ ຫຼື ເພີ່ມບາງຢ່າງທີ່ຂາດຫາຍໄປ. ທ່ານຍັງສາມາດແກ້ໄຂການບັນທຶກສຽງໂດຍການລຶບສ່ວນທີ່ທ່ານບໍ່ຕ້ອງການອອກໄປ.
ສ້າງຮູບແນວມະຫາກາບ
ນຳເອົາຮູບຖ່າຍກັບມາມີຊີວິດຊີວາດ້ວຍເອັບເຝັກສົດ
ໃຫ້ການປະກົດຂຶ້ນທີ່ເໝືອນມີຊີວິດຈິງແກ່ເປົ້າໝາຍຂອງທ່ານໂດຍການນຳໃຊ້ເອັບເຝັກຮູບເງົາທີ່ງົດງາມກັບ ຜູ້ຄົນ ແລະ ສັດໃນ ຮູບຖ່າຍຂອງທ່ານ.
ບັນທຶກ ແລະ ແບ່ງປັນຄລິບພາບສະໂລໂມຊັນໄດ້ຢ່າງວ່ອງໄວ
ພາຍຫຼັງເບິ່ງວິດີໂອໃນພາບຊ້າແບບທັນທີ, ທ່ານສາມາດບັນທຶກສ່ວນຂອງວິດີໂອທີ່ທ່ານໄດ້ເຮັດເປັນພາບຊ້ານັ້ນ. ເມື່ອທ່ານແບ່ງປັນວິດີໂອ, ພາກທ້າຍສຸດທີ່ທ່ານໄດ້ເບິ່ງໃນພາບຊ້າກໍ່ຍັງມີພ້ອມໃຫ້ສຳລັບການແບ່ງປັນອອກໄປໄດ້ເຊັ່ນກັນ.
ສ້າງສະຕິກເກີທີ່ເຄື່ອນໄຫວ ແລະ GIFs ຢ່າງມ່ວນຊື່ນ
ແຕະ ແລະ ກົດວັດຖຸໃດໜຶ່ງຄ້າງໄວ້ຈາກຮູບຖ່າຍເຄື່ອນໄຫວເພື່ອຕັດມັນ, ຈາກນັ້ນປ່ຽນມັນເປັນສະຕິກເກີພາບເຄື່ອນໄຫວ ຫຼື GIF ທີ່ທ່ານສາມາດແບ່ງປັນກັບຄົນອື່ນ.
ຕັດພຽງສ່ວນທີ່ທ່ານຕ້ອງການ
ແຕະ ແລະ ກົດຮູບຄົນ ຫຼື ວັດຖຸຄ້າງໄວ້ໃນຮູບຖ່າຍໃດໜຶ່ງເພື່ອຕັດມັນ. ຕອນນີ້ທ່ານສາມາດຕັດຫຼາຍລາຍການໄດ້ຫຼາຍລາຍການໃນຄັ້ງດຽວ. ພາຍຫຼັງຕັດແລ້ວ, ທ່ານສາມາດປ່ຽນການເລືອກຂອງທ່ານເປັນສະຕິກເກີຢ່າງງ່າຍໆ ຫຼື ສຳເນົາ ແລະວາງມັນໃສ່ບ່ອນອື່ນໄດ້ຢ່າງງ່າຍດາຍ.
ປົດລັອກສຸຂະພາບທີ່ດີຂຶ້ນແກ່ທ່ານ
ຄົ້ນພົບຄວາມເຂົ້າໃຈຂໍ້ມູນອັນໃໝ່ ແລະ ມີແຮງບັນດານໃຈ
ຮັບແຮງບັນດານໃຈຕະຫຼອດປະສົບການດ້ານສຸຂະພາບຂອງທ່ານດ້ວຍເຄັດລັບສຸຂະພາບໃໝ່ໆໃນ Samsung Health. ເຄັດລັບຄວາມຢູ່ດີມີແຮງສະໜອງຂໍ້ມູນເລິກເຊິ່ງທີ່ມີຄຸນຄ່າ ແລະ ການສົ່ງເສີມເພື່ອຊ່ວຍທ່ານບັນລຸເປົ້າໝາຍດ້ານສຸຂະພາບຂອງທ່ານ.
ຕິດຕາມລະດັບພະລັງງານຂອງທ່ານດ້ວຍ Galaxy AI
ຄະແນນພະລັງງານໃໝ່ຂອງ Samsung Health ສະແດງໃຫ້ເຫັນສະພາບທາງກາຍ ແລະ ຈິດໃຈຂອງທ່ານໂດຍອີງໃສ່ການນອນຫຼັບ ແລະ ກິດຈະກໍາທາງດ້ານຮ່າງກາຍຂອງທ່ານ. ຖ້າຄະແນນພະລັງງານຂອງທ່ານຕໍ່າ, ມັນອາດຈະດີທີ່ສຸດທີ່ຈະພັກຜ່ອນ. ຖ້າຄະແນນພະລັງງານຂອງທ່ານສູງ, ມັນອາດຈະເປັນເວລາທີ່ຕັ້ງຄ່າທີ່ດີທີ່ສຸດສ່ວນຕົວໃນການອອກກໍາລັງກາຍທີ່ມັກ. Galaxy AI ໃຫ້ຄວາມເຂົ້າໃຈສ່ວນຕົວ ແລະແຮງຈູງໃຈທີ່ຈະເຮັດໃຫ້ທ່ານຢູ່ໃນເສັ້ນທາງທີ່ຖືກຕ້ອງ.
ເອົາການວິເຄາະການນອນຫຼັບທີ່ມີລາຍລະອຽດເພີ່ມເຕີມ
ຂໍ້ມູນການນອນຫຼັບໃໝ່ໃຫ້ທ່ານວິເຄາະລາຍລະອຽດເພີ່ມເຕີມ ແລະ ຖືກຕ້ອງກ່ຽວກັບຄຸນນະພາບການນອນຫຼັບຂອງທ່ານ. ລາຍງານການນອນຫຼັບທີ່ຄົບຖ້ວນຂອງທ່ານຕອນນີ້ລວມເຖິງອັດຕາຫົວໃຈ, ອັດຕາການຫາຍໃຈຂອງທ່ານ ແລະ ໄລຍະເວລາທີ່ທ່ານຈະນອນຫຼັບຫຼັງຈາກທີ່ທ່ານນອນລົງ.
ເຮັດກິດຈະກໍາການອອກກໍາລັງກາຍປະຈໍາຂອງທ່ານເອງ
ລວມເຂົ້າກັນຊຸດການອອກກຳລັງກາຍທີ່ແຕກຕ່າງກັນຮ່ວມກັນເພື່ອການອອກກຳລັງກາຍແບບປະຈໍາທີ່ກຳນົດເອງ. ທ່ານສາມາດຕັ້ງຄ່າເປົ້າໝາຍສໍາລັບການຕັ້ງຄ່າ, ຮອບວຽນ, ເວລາ ແລະ ອື່ນໆ. ຫຼັງຈາກທີ່ທ່ານເລີ່ມເຮັດປະຈຳ, ໂມງຂອງທ່ານສາມາດປ່ຽນໄປໃຊ້ການອອກກຳລັງກາຍຕໍ່ໄປໄດ້ໂດຍອັດຕະໂນມັດເມື່ອທ່ານບັນລຸເປົ້າໝາຍຂອງທ່ານ. ທ່ານສາມາດເພີ່ມການພັກຜ່ອນເປັນທາງເລືອກລະຫວ່າງການອອກກໍາລັງກາຍໄດ້. ເມື່ອສິ່ງທີ່ເຮັດປະຈຳຂອງທ່ານສຳເລັດແລ້ວ, ທ່ານສາມາດເບິ່ງຜົນໄດ້ຮັບທັງໝົດຂອງທ່ານໄດ້ຢູ່ບ່ອນດຽວ.
ເຊື່ອມຕໍ່ເຄື່ອງວັດແທກພະລັງງານຈາກການຖີບລົດ
ເອົາຂໍ້ມູນທີ່ເປັນປະໂຫຍດ ເພີ່ມເຕີມຈາກການອອກກຳລັງກາຍຜ່ານການຖີບລົດ. ຕອນນີ້ Samsung Health ຮອງຮັບ ການເຊື່ອມຕໍ່ກັບເຄື່ອງວັດແທກພະລັງານຂອງ ການຖີບລົດທີ່ຕິດກັບລົດຖີບຂອງທ່ານ. ເຄື່ອງວັດແທກພະລັງງານອະນຸຍາດທ່ານຕິດຕາມຄ່າວັດຕໍ່ຊົ່ວໂມງທີ່ຄົນນັ້ນເຮັດໄດ້ (FTP) ເພື່ອໃຫ້ຂໍ້ມູນເລິກເຊິ່ງເພີ່ມເຕີມແກ່ທ່ານເຂົ້າໃນການຝຶກແອບ.
ມີປະສິດທິຜົນຫຼາຍຂຶ້ນ
ການນຳເນີນການທີ່ແນະນຳສຳລັບການເລືອກອັດສະລິຍະ
ດຳເນີນການຢ່າງວ່ອງໄວຕາມສິ່ງທີ່ປາກົດເທິງໜ້າຈໍຂອງທ່ານ. ເມື່ອທ່ານເລືອກບາງຢ່າງໃນໜ້າຈໍດ້ວຍການ ເລືອກອັດສະລິຍະ, ທ່ານຈະໄດ້ຮັບຄຳແນະນຳການດຳເນີນທີ່ກ່ຽວຂ້ອງກັບການເລືອກຂອງທ່ານ. ທ່ານສາມາດໂທຫາຫຼາຍເບີໄດ້ຢ່າງວ່ອງໄວ, ຄົ້ນຫາທີ່ຢູ່, ປັບປຸງຮູບພາບ ແລະ ອ່ືນໆ. ຕອນນີ້ສາມາດເຂົ້າເຖິງການເລືອກແບບອັດສະລິຍະໄດ້ໃນແຜງ Apps edge.
ປະສົບການມັລຕິວິນໂດທີ່ປັບປຸງແລ້ວ
ການສັບປ່ຽນລະຫວ່າງຮູບຊ້ອນກັນ ແລະ ແຍກໜ້າຈໍງ່າຍກວ່າທີ່ເຄີຍເປັນມາ. ແຕະ ແລະ ກົດຫຼິ້ນວິດີໂອຄ້າງໄວ້ໃນແບບຮູບຊ້ອນກັນ, ຈາກນັ້ນລາກໄປຫາຂ້າງໜ້າຈໍບ່ອນທີ່ທ່ານຕ້ອງການຫຼິ້ນ.
ການສຳເນົາ ແລະ ການຍ້າຍໄຟລ໌ງ່າຍຂຶ້ນ
ມັນງ່າຍກວ່າທີ່ເຄີຍມີມາໃນການຊອກຫາໂຟລເດີທີ່ຖືກຕ້ອງໃນເວລາສຳເນົາ ຫຼື ຍ້າຍໄຟລ໌ໃນໄຟລ໌ຂອງຂ້ອຍ. ຕອນນີ້ທ່ານສາມາດເລືອກໂຟລເດີປາຍທາງໃນໜ້າຕ່າງ ປັອບອັບ ເພື່ອທີ່ທ່ານສາມາດກັບຄືນມາໂຟລເດີເດີມຢ່າງງ່າຍດາຍເມື່ອທ່ານສຳເລັດ.
ສ້າງທາງລັດໄຟລ໌ເທິງໜ້າຈໍຫຼັກ
ຮັບເອົາການເຂົ້າເຖິງໄຟລ໌ທີ່ທ່ານໃຊ້ຫລາຍທີ່ສຸດໄດ້ໄວຂຶ້ນ. ແຕະ ແລະ ກົດໄຟລ໌ໃດໜຶ່ງຄ້າງໄວ້ໄຟລ໌ຂອງຂ້ອຍ, ຈາກນັ້ນໃຊ້ມືອີກເບື້ອງໜຶ່ງນຳທາງໄປທີ່ ໜ້າຈໍຫຼັກ. ວາງໄຟລ໌ບ່ອນໃດກໍ່ໄດ້ເທິງໜ້າຈໍຫຼັກຂອງທ່ານເພື່ອສ້າງທາງລັດໄປຫາໄຟລ໌.
ປັບປຸງຈໍສະແດງຜົນຮູບ
ເບິ່ງວ່າຮູບຈະປາກົດແນວໃດກ່ອນທ່ານເປີດພວກມັນ. ຮູບຫຍໍ້ສຳລັບຮູບພາບ ແລະ ວິດີໂອໃນ ໄຟລ໌ຂອງຂ້ອຍ ຕອນນີ້ປາກົດໃນອັດຕາສ່ວນກ້ວາງຍາວເດີມແລ້ວ.
ເຮັດໃຫ້ໂມງຂອງທ່ານທຳງານອັດຕະໂນມັດດ້ວຍໂໝດ ແລະ ວຽກປະຈຳ
ໂໝດທີ່ທ່ານຕັ້ງຢູ່ໃນໂທລະສັບຂອງທ່ານເຊັ່ນ: ໂໝດນອນຫຼັບ, ໂໝດການອອກກຳລັງກາຍ ຫຼື ໂໝດໂຮງລະຄອນ, ດຽວນີ້ສາມາດຄວບຄຸມການຕັ້ງຄ່າໂມງຂອງທ່ານໄດ້ໂດຍອັດຕະໂນມັດໂດຍອີງໃສ່ສິ່ງທີ່ທ່ານກຳລັງເຮັດ ຫຼື ທ່ານຢູ່ທີ່ໃດ. ນອກຈາກໜ້າໂມງ ແລະ ຫ້າມລົບກວນແລ້ວ, ຕອນນີ້ໂໝດຍັງສາມາດຄວບຄຸມການສະແດງຕະຫຼອດເວລາ, ຍົກຂໍ່ມືເພື່ອປຸກ, ສຳພັດໜ້າຈໍເພື່ອປຸກ, ໝູນຂອບຕົວເລື່ອນເພື່ອປຸກ, ໂໝດສຽງ ແລະ ການເຕືອນການຕັດເຊື່ອມຕໍ່. ທ່ານຍັງສາມາດໃຊ້ວຽກປະຈຳເພື່ອຄວບຄຸມການທຳງານຂອງໂມງເຫຼົ່ານີ້.
ທາງເລືອກການກັ່ນຕອງຂໍ້ຄວາມທີ່ຫຼາຍຂຶ້ນ
ເມື່ອທ່ານສ້າງວຽກປະຈຳທີ່ເລີ່ມຕົ້ນ ເມື່ອທ່ານໄດ້ຮັບຂໍ້ຄວາມ ຫຼື ການແຈ້ງເຕືອນ, ຕອນນີ້ທ່ານສາມາດຄວບຄຸມໄດ້ລະອຽດກວ່າເກົ່າ. ທ່ານສາມາດເພີ່ມຫຼາຍຄຳສຳຄັນ ແລະ ເລືອກເພື່ອເລີ່ມການດຳເນີນການເມື່ອລວມຄຳສຳຄັນທັງໝົດ ຫຼື ເມື່ອມມີການລວມຄຳສຳຄັນໃດໆໄວ້ໃນຂໍ້ຄວາມ ຫຼື ການແຈ້ງເຕືອນ.
ການປັບປຸງເພີ່ມເຕີມຍິ່ງຂຶ້ນ
ອອກແບບ ແລະ ແບ່ງປັນ ບັດໂປຣໄຟລ໌ຂອງທ່ານ
ອອກແບບບັດໂປຣໄຟລ໌ຂອງທ່ານເອງດ້ວຍຊື່ແລະຮູບຂອງທ່ານທີ່ຜູ້ໃຊ້ Galaxy ຄົນອື່ນໆສາມາດເຫັນໄດ້ໃນເວລາທ່ານໂທຫາພວກເຂົາ ຫຼື ໃນເວລາພວກເຂົາເບິ່ງຂໍ້ມູນຕິດຕໍ່ຂອງທ່ານ. ທ່ານຍັງສາມາດສ້າງບັດໂປຣໄຟລ໌ໃຫ້ຄົນອື່ນໃນລາຍຊື່ຜູ້ຕິດຕໍ່ຂອງທ່ານເພື່ອທີ່ທ່ານສາມາດເບິ່ງບັດຂອງເຂົາເຈົ້າເວລາພວກເຂົາເຈົ້າໂທຫາທ່ານ.
ເບິ່ງວິດີໂອແບບຜ່ານໆໄດ້ຢ່າງວ່ອງໄວ
ປະຢັດເວລາ ແລະ ຄວາມພະຍາຍາມດ້ວຍການຄວບຄຸມການຊອກວິດີໂອໃໝ່ໃນ ແອັບເຄື່ອງຫຼິ້ນວິດີໂອ. ແຕະສອງຄັ້ງດ້ານຂວາຂອງໜ້າຈໍເພື່ອໄປໜ້າ 5 ວິນາທີ. ແຕະສອງຄັ້ງດ້ານຊ້າຍຂອງໜ້າຈໍເພື່ອກັບຄືນຫຼັງ 5 ວິນາທີ.
ຮັບສາຍໂທດ້ວຍການແຕະແທນການປັດ
ຖ້າທ່ານມີບັນຫາໃນການປັດໜ້າຈໍ, ທ່ານສາມາດຕັ້ງຄ່າໂທລະສັບໃຫ້ຮັບສາຍໄດ້ດ້ວຍການແຕະປຸ່ມງ່າຍໆ.
ຮັບສາຍທຸກສາຍດ້ວຍລໍາໂພງ
ເພີດເພີນກັບການໂທແບບແຮນຟຣີທີ່ງ່າຍຂຶ້ນ. ຖ້າທ່ານຕ້ອງການຮັບໂທລະສັບຜ່ານລຳໂພງ, ການຕັ້ງຄ່າໃໝ່ຈະໃຫ້ທ່ານຮັບໂທລະສັບທັງໝົດຕອບສາຍໂທທັງໝົດໃນລຳໂພງໄດ້ຕາມຄ່າເລີ່ມຕົ້ນ, ແທນທີ່ຈະສັບປ່ຽນດ້ວຍມືສຳລັບແຕ່ລະການໂທ.
ຮັບຂໍ້ມູນອັບເດດສະພາບອາກາດເລື້ອຍ
ກຽມພ້ອມຮັບມືກັບການປ່ຽນແປງສະພາບອາກາດແບບກະທັນຫັນ. ຂໍ້ມູນສະພາບອາກາດອັບເດດອັດຕະໂນມັດຢ່າງໜ້ອຍທຸກຊົ່ວໂມງເພື່ອເຮັດໃຫ້ແນ່ໃຈວ່າທ່ານໄດ້ຮັບພະຍາກອນຫຼ້າສຸດສະເໝີ.
ຄວາມປອດໄພທີ່ແຂງແຮງພິເສດ
ຖ້າທ່ານມີຄວາມຕ້ອງການດ້ານຄວາມປອດໄພພິເສດ, ທ່ານສາມາດຕັ້ງຄ່າຕົວບລັອກອັດຕະໂນມັດເພື່ອໃຊ້ຂໍ້ຈຳກັດສູງສຸດເພື່ອໃຫ້ໄດ້ຮັບການປົກປ້ອງສູງສຸດຕ້ານມາລ໌ແວຣ໌ ແລະ ໄພຂົ່ມຂູ່ທາງດ້ານຄວາມປອດໄພ. ໄຮເປີລິ້ງຄ໌ ແລະ ການດາວໂຫລດໄຟລ໌ຄັດຕິດອັດຕະໂນມັດໃນຂໍ້ຄວາມຈະຖືກບລັອກ, ຂໍ້ມູນ ຈຸດທີ່ຕັ້ງຖືກລຶບອອກເມື່ອແບ່ງປັນຮູບ ແລະ ບໍ່ສາມາດໃຊ້ອາລະບຳທີ່ແຊຣ໌ໃນແກເລີຣີໄດ້.
ເມນູຊ່ວຍທີ່ໄດ້ຮັບການປັບປຸງ
ຕອນນີ້ທ່ານຍັງສາມາດເປີດແຜງດ່ວນໄດ້ດ້ວຍການແຕະຄັ້ງດຽວ. ທ່ານຍັງສາມາດຄວບຄຸມປຸ່ມຕົວຈິງໄດ້ຫຼາຍຂຶ້ນອີກດ້ວຍ. ໃຊ້ເມນູຊ່ວຍເພື່ອກົດ ແລະ ກົດຄ້າງໄວ້ ຫຼື ກົດປຸ່ມຂ້າງສອງເທື່ອ.
ໝາຍເລກການຜະລິດ : S916BXXS6CXGA
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-08-12
ລະດັບແກ້ໄຂຄວາມປອດໄພ : 2024-08-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS6CXFE
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-07-15
ລະດັບແກ້ໄຂຄວາມປອດໄພ : 2024-07-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS5CXE9
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-06-17
ລະດັບແກ້ໄຂຄວາມປອດໄພ : 2024-06-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU5CXE3
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-06-11
ລະດັບແກ້ໄຂຄວາມປອດໄພ : 2024-05-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXS5CXDF
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-05-17
ລະດັບແກ້ໄຂຄວາມປອດໄພ : 2024-05-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU3CXD3
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-04-23
ລະດັບແກ້ໄຂຄວາມປອດໄພ : 2024-04-01
• ການຮອງຮັບຄື່ນ LTE TDD ປະຈຳພາກພື້ນຖືກອັບເດດແລ້ວ.
ກະລຸນາຈື່ໄວ້ວ່າລຸ່ນທີ່ຊື້ຢູ່ໃນເຢຍລະມັນບໍ່ສາມາດຮັບສັນຍານຄື່ນ LTE TDD ຢູ່ໃນປະເທດຕໍ່ໄປນີ້ໄດ້ຄື: ແບນຊິກ, ດານມາກ, ເຢຍລະມັນ, ຝຣັ່ງ, ລຸກຊຳບວກ, ເນເທີແລນ, ໂອຕຣິດ, ໂປໂລ່ຍ, ສະວິດເຊີແລນ, ສາທາລະນະລັດເຊັກ.
ໝາຍເລກການຜະລິດ : S916BXXS3CXD2
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-04-12
ລະດັບແກ້ໄຂຄວາມປອດໄພ : 2024-04-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU3CXCF
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-03-28
ລະດັບແກ້ໄຂຄວາມປອດໄພ : 2024-03-01
ອັບເກຣດ One UI 6.1
Galaxy AI
ຊອກຫາທຸກຢ່າງໄດ້ທັນທີເທິງໜ້າຈໍຂອງທ່ານ
ແຕ້ມວົງມົນເພື່ອຊອກຫາ ດ້ວຍ Google ໃຫ້ທ່ານຮຽນຮູ້ເພີ່ມເຕີມກ່ຽວກັບທຸກຢ່າງທີ່ສະແດງເທິງໜ້າຈໍຂອງທ່ານຢ່າງງ່າຍດາຍໂດຍບໍ່ສັບປ່ຽນແອັບ. ພຽງສຳຜັດ ແລະກົດ ປຸ່ມໂຮມ ຫຼື ຕົວຈັບການກໍານົດທິດທາງຄ້າງໄວ້, ຈາກນັ້ນແຕ້ມວົງມົນທຸກຢ່າງເທິງໜ້າຈໍເພື່ອເລີ່ມ Google ຊອກຫາ.
ແປການໂທຈາກໂທລະສັບໃນເວລາຈິງ
ຕ້ອງການໂທຫາຜູ້ໃດໜຶ່ງທີ່ບໍ່ເວົ້າພາສາຂອງທ່ານບໍ? ບໍ່ມີບັນຫາ! ແປພາສາສົດໃຫ້ການແປພາສາເວລາຈິງໃນລະຫວ່າງການໂທ. ບຸກຄົນອື່ນຢູ່ລະຫວ່າງການໂທສາມາດໄດ້ຍິນສິ່ງທີ່ທ່ານເວົ້າໃນພາສາຂອງເຂົາເຈົ້າ ແລະ ທ່ານສາມາດໄດ້ຍິນຄຳຕອບກັບຂອງເຂົາເຈົ້າໃນພາສາຂອງທ່ານ. ການແປພາສາຈະປາກົດຂຶ້ນເທິງໜ້າຈໍອີກດ້ວຍ.
ແປພາສາການສົນທະນາແບບເຊິ່ງໜ້າ
ຄຸນສົມບັດລ່າມແປພາສາໃໝ່ຊ່ວຍໃຫ້ທ່ານແປພາສາໃນການສົນທະນາໄດ້ທຸກເວລາທີ່ທ່ານຕ້ອງການເວົ້າກັບຜູ້ໃດໜຶ່ງທີ່ເວົ້າພາສາອື່ນ. ທ່ານສາມາດເຂົ້າເຖິງລ່າມພາສາຢ່າງງ່າຍດາຍຈາກ ແຜງດ່ວນ. ທັງສອງຝ່າຍສາມາດໄດ້ຍິນການແປພາສາທີ່ອ່ານອອກສຽງໄດ້ ນອກຈາກການອ່ານຈາກການອ່ານໃນໜ້າຈໍ.
ແປຂໍ້ຄວາມໃນຮູບ, ປ້າຍ, ເອກະສານ ແລະ ອີກຫຼາກຫຼາຍ
ແປຂໍ້ຄວາມໄດ້ທັນທີເມື່ອທ່ານຊອກເຫັນ. ພຽງເອົາ ກ້ອງຖ່າຍຮູບຂອງທ່ານຊີ້ໄປທີ່ຂໍ້ຄວາມທີ່ທ່ານຕ້ອງການແປພາສາ, ຈາກນັ້ນ ແຕະປຸ່ມ T ເພື່ອສະແດງ ຕົວເລືອກເພີ່ມເຕີມ. ທ່ານຍັງສາມາດແປຂໍ້ຄວາມທີ່ປາກົດໃນຮູບໃນແກເລີຣີຂອງທ່ານອີກດ້ວຍ.
ສະຫຼຸບຫຍໍ້ ແລະ ແປພາສາໜ້າເວັບ
ຮັບຂໍ້ມູນທີ່ທ່ານຕ້ອງການຢ່າງວ່ອງໄວໂດຍການສະຫຼຸບຫຍໍ້ໜ້າເວັບດ້ວຍ ຕົວຊ່ວຍການທ່ອງເບິ່ງ ໃນ ອິນເຕີເນັດຊຳຊຸງ. ທ່ານສາມາດຫລຸດການອ່ານທີ່ຍາວເປັນພຽງຈຸດສັນຍາລັກຫົວຂໍ້ຍ່ອຍທີ່ສຳຄັນທີ່ສຸດ. ທ່ານຍັງສາມາດແປພາສາໜ້າເວັບໃຫ້ເປັນພາສາຂອງທ່ານອີກດ້ວຍ.
ບັນທຶກແບບສະຫລາດກວ່າ, ບໍ່ແມ່ນແບບຍາກກວ່າເກົ່າ
ຕົວຊ່ວຍບັນທຶກ ຊ່ວຍທ່ານເຮັດໄດ້ຫຼາຍກວ່າທີ່ເຄີຍໃນ Samsung Notes. ທ່ານສາມາດຈັດຮູບແບບ, ສະຫຼຸບຫຍໍ້, ແກ້ຄຳຜິດ, ແປພາສາ ແລະ ສ້າງໜ້າປົກສຳລັບບັນທຶກຂອງທ່ານໂດຍອັດຕະໂນມັດ.
ຖອດການບັນທຶກສຽງເປັນຕົວໜັງສືໂດຍອັດຕະໂນມັດ
ເພື່ອໃຊ້ຕົວຊ່ວຍການຖອດສຽງເພື່ອແປງການບັນທຶກກອງປະຊຸມ, ການບັນຍາຍ, ບັນທຶກຄວາມຈໍາສຽງ ແລະ ອື່ນໆເຂົ້າເປັນຂໍ້ຄວາມ, ຈາກນັ້ນ ສະຫຼຸບຫຍໍ້ພວກມັນເພື່ອການກວດສອບແບບໄວ. ທ່ານສາມດແປພາສາໃບຄະແນນ ແລະ ສະຫຼຸຍຫຍໍ້ເພື່ອກວດສອບພວກໃນໃນພາສາອື່ນ.
ເຮັດໄດ້ຫຼາຍກວ່າເກົ່າກັບ ຄີບອດຊໍາຊຸງ
ປ່ຽນແປງໂທນການຂຽນຂອງທ່ານເພື່ອເຮັດໃຫ້ມີລັກສະນະມືອາຊີບ, ເປັນກັນເອງ ຫຼື ພ້ອມເພື່ອໂພສໃນມີເດຍທາງສັງຄົມດ້ວຍຕົວຊ່ວຍການຂຽນ. ທ່ານຍັງສາມາດຮັບຄຳແນະນຳການສະກົດຄຳ ແລະ ໄວຍາກອນອີກດ້ວຍ ນອກເໜືອຈາກການແປຂໍ້ຄວາມໃນ ເລືອກການສົນທະນາ ແລະ ແອັບສົ່ງຂໍ້ຄວາມຕົວອັກສອນທີ່ເລືອກອີກດ້ວຍ.
ຈິນຕະນາການຮູບຖ່າຍຂອງທ່ານຄືນໃໝ່
ແກ້ໄຂເຊີງກຳເນີດໃຫ້ທ່ານວິທີທີ່ຫລາຍຂຶ້ນເພື່ອແກ້ໄຂຮູບຖ່າຍຂອງທ່ານ. ທ່ານສາມາດຍ້າຍ, ເອົາອອກໄປ, ຫຼື ປ່ຽນຂະໜາດ ຜູ້ຄົນ ແລະ ວັດຖຸໃນ ຮູບຖ່າຍຂອງທ່ານ, ຈາກນັ້ນສ້າງ ພື້ນຫຼັງໃໝ່ເພື່ອຕື່ມຊິ້ນສ່ວນທີ່ຂາດຫາຍໄປໃດໜຶ່ງ.
ສ້າງວອລເປເປີທີ່ມີເອກະລັກສະເພາະ
ໃຊ້ AI ເພື່ອສ້າງວອລເປເປີທີ່ມີເອກະລັກສະເພາະສຳລັບໜ້າຈໍຫຼັກ ແລະ ໜ້າຈໍລັອກຂອງທ່ານ. ພຽງເລືອກຄຳສຳຄັນສອງສາມຢ່າງ ແລະ ໃຫ້ AI ຈັດການສ່ວນທີ່ເຫຼືອ.
ການຕັ້ງຄ່າໃຫ້ຄວາມອັດສະລິຍະຂັ້ນສູງ
ທ່ານສາມາດຄວບຄຸມລັກສະນະ AI ທີ່ທ່ານຕ້ອງການໃຊ້ ແລະ ວິທີປະມວນຂໍ້ມູນຂອງທ່ານໄດ້ຢ່າງເຕັມທີ່. ທ່ານຍັງສາມາດບລັອກການປະມວນຜົນຂໍ້ມູນຂອງທ່ານທາງອອນໄລນ໌ໄດ້ສຳລັບຄຸນສົມບັດທັງໝົດດ້ວຍການແຕະໜຶ່ງຄັ້ງ.
ສ້າງຮູບແນວມະຫາກາບ
ປັບປຸງຮູບຖ່າຍຂອງທ່ານຢ່າງງ່າຍໆ
ຮັບຄຳແນະນຳ ພິເສດຈາກ AI ເພື່ອການປັບປຸງ ຮູບຖ່າຍ ແລະ ວິດີໂອຂອງທ່ານ. ທ່ານຊອກເຫັນທາງເລືອກເພື່ອການເພີ່ມເສັ້ນແສງດາວ, ການຮັບແສງເປັນເວລາດົນ, ການໃສ່ສີ ແລະ ອື່ນໆ. ຄຳແນະນຳປາກົດເມື່ອທ່ານແຕະປຸ່ມ i ໃນ ແກເລີຣີ.
ທຳ ການສຳເນົາ ແລະ ວາງຈາກໜຶ່ງຮູບໄປຍັງຮູບອື່ນ
ເພີ່ມອົງປະກອບທີ່ຂາດຫາຍໄປໃສ່ຮູບຂອງທ່ານ. ພຽງຕັດວັດຖຸອອກຈາກຮູບໃນ ແກເລີຣີ, ຈາກນັ້ນໄປທີ່ຮູບບ່ອນທີ່ທ່ານຕ້ອງການວາງ ແລະ ເລືອກ ວາງ ຈາກ ຄລິບບອດ ໃນເມນູ ຕົວເລືອກເພີ່ມເຕີມ.
ສ້າງສະຕິກເກີກຳນົດເອງຢ່າງງ່າຍດາຍ
ການສ້າງສະຕິກເກີກຳນົດເອງທີ່ບໍ່ເຄີຍງ່າຍແບບນີ້ມາກ່ອນ. ພາຍຫລັງຕັດຮູບໃນ ແກເລີຣີແລ້ວ, ທ່ານສາມາດປ່ຽນໃຫ້ເປັນສະຕິກເກີໄດ້ຢ່າງວ່ອງໄວ ແລະ ນຳໃຊ້ ຮູບແບບ ຕ່າງໆເຊັ່ນວ່າ: ຮ່າງ, ຕັດອອກ, ຢ້ອນຍຸກ ແລະ ຮູບກາຕູນ.
ການຕັດຕໍ່ຮູບທີ່ມີຄວາມຖືກຕ້ອງຫຼາຍຂຶ້ນ
ເອົາພື້ນທີ່ທີ່ທ່ານຕ້ອງການຕັດອອກຢ່າງແທ້ຈິງໂດຍບໍ່ມີຊິ້ນສ່ວນທີ່ບໍ່ຕ້ອງການໃດໆ. ເມື່ອທ່ານຕັດຮູບໃນ ແກເລີຣີ, ທ່ານມີທາງເລືອກໃນການແກ້ໄຂບໍລິເວນທີ່ເລືອກກ່ອນທ່ານບັນທຶກ ເພື່ອໃຫ້ທ່ານສາມາດໄດ້ຮັບການເລືອກເຟັ້ນຂອງທ່ານໄດ້ຢ່າງຖືກຕ້ອງ.
ຊອກຫາແກເລີຣີທີ່ໄດ້ຮັບການປັບປຸງ
ໜ້າຈໍຊອກຫາຖືກອອກແບບໃໝ່ເພື່ອເຮັດໃຫ້ການໃຊ້ງ່າຍຂຶ້ນ. ຕອນນີ້ຜົນຮັບຖືກຈັດໝວດຕາມປະເພດ, ເຊັ່ນ: ຜູ້ຄົນ, ສະຖານທີ່, ອາລະບໍາ ຫຼື ເລື່ອງ.
ປ່ຽນແປງຄວາມໄວການຫຼິ້ນຄືນ
ຕອນນີ້ ວິດີໂອຈຳນວນຫລາຍຂຶ້ນຮອງຮັບການປ່ຽນແປງຄວາມໄວຂອງການຫຼິ້ນຄືນ ເມື່ອທ່ານ ແກ້ໄຂ ວິດີໂອ ໃນ ແກເລີຣີ. ທ່ານສາມາດເຮັດໃຫ້ ວິດີໂອ ຂອງທ່ານ ຫຼິ້ນ ໄວຂຶ້ນ ຫຼື ຊ້າລົງໃນການເລືອກສະເພາະທີ່ທ່ານເລືອກ ຫຼື ສຳລັບ ວິດີໂອ ທັງໝົດ.
ແກ້ໄຂ ວິດີໂອ ໃນຫລາຍອຸປະກອນ
ຕອນນີ້ທ່ານສາມາດສືບຕໍ່ການແກ້ໄຂຂອງທ່ານໃນໂທລະສັບ, ແທັບເລັດ ຫຼື PC ຂອງທ່ານ. ສົ່ງອອກ ໂຄງການ ສະຕູດິໂອຂອງທ່ານເປັນໄຟລ໌ທີ່ສາມາດເປີດໄດ້ໃນ ອຸປະກອນ Galaxy ອື່ນໆ.
ປັບແຕ່ງ Galaxy ຂອງທ່ານເອງ
ຄຸນສົມບັດການແກ້ໄຂວອລເປເປີໃໝ່
ຕົບແຕ່ງວອລເປເປີຂອງທ່ານຕາມທີ່ທ່ານມັກ. ເມື່ອທ່ານເລືອກຮູບເພື່ອໃຊ້ເປັນວອລເປເປີຂອງທ່ານ, ດຽວນີ້ທ່ານສາມາດນຳໃຊ້ຂອບ ແລະ ເອັບເຝັກ. ເມື່ອວອລເປເປີຂອງທ່ານລວມມີຄົນ ຫຼື ສັດ, ທ່ານສາມາດໃຊ້ ເອັບເຝັກເຂັ້ມຂຸ້ນເພື່ອເຮັດໃຫ້ວັດຖຸໂດດເດັ່ນຈາກ ພື້ນຫຼັງ.
ວິດເຈັດຫຼາຍຂຶ້ນສຳລັບ ໜ້າຈໍລັອກ ຂອງທ່ານ
ວິດເຈັດເພີ່ມເຕີມແມ່ນມີພ້ອມສຳລັບ ໜ້າຈໍລັອກ ຂອງທ່ານ ແລະ Always On Display ເພື່ອໃຫ້ທ່ານສາມາດກວດເບິ່ງຂໍ້ມູນທີ່ເປັນປະໂຫຍດຢ່າງວ່ອງໄວໂດຍບໍ່ຕ້ອງປົດລັອກໂທລະສັບຂອງທ່ານ. ວິດເຈັດໃໝ່ລວມມີ ສະພາບອາກາດ, Samsung Health, ແບັດເຕີຣີ, ເຕືອນ, ປະຕິທິນ ແລະ ໂມງ.
ກຳນົດແຈ້ງເຕືອນໂມງປຸກເອງ
ໃຊ້ ຮູບ, ວິດີໂອ ຫຼື ອິໂມຈິ AR ເພື່ອສ້າງໜ້າຈໍແຈ້ງເຕືອນທີ່ກຳນົດເອງຂອງທ່ານສຳລັບແຕ່ລະແຈ້ງເຕືອນ. ທ່ານຍັງສາມາດປ່ຽນແປງ ແຜນຜັງບ່ອນທີ່ຂໍ້ມູນແຈ້ງເຕືອນປາກົດໃນໜ້າຈໍ.
ສະຕິກເກີທີ່ຫລາຍຂຶ້ນເພື່ອເຮັດປະຕິທິນຂອງທ່ານເປັນສ່ວນຕົວ.
ຕອນນີ້ທ່ານສາມາດເພີ່ມສູງເຖິງ 2 ສະຕິກເກີສຳລັບແຕ່ລະວັນທີີໃນປະຕິທິນຂອງທ່ານ. ຕອນນີ້ ສະຕິກເກີສຳລັບເຫດການສະແດງຖັດຈາກຊື່ເຫດການໃນມຸມມອງເດືອນ.
ການຕັ້ງຄ່າປະຕິທິນທີ່ປັບແຕ່ງໃໝ່
ການຕັ້ງຄ່າປະຕິທິນຖືກຈັດຄືນໃໝ່ເພື່ອໃຫ້ງ່າຍໃນການນຳໃຊ້ຫລາຍຂຶ້ນ. ນອກນັ້ນທ່ານຍັງສາມາດກຳນົດ ສີພື້ນຫຼັງ ແລະ ຮູບສຳລັບການແຈ້ງເຕືອນປະຕິທິນໜ້າຈໍເຕັມໄດ້ອີກດ້ວຍ.
ກຳນົດແຈ້ງເຕືອນຂອງການເຕືອນເອງ
ສ້າງພື້ນຫຼັງທີ່ຖືກຕ້ອງສຳລັບແຕ່ລະການແຈ້ງເຕືອນຂອງທ່ານ. ຕອນນີ້ທ່ານສາມາດກຳນົດສີ ແລະ ຮູບ ພື້ນຫຼັງ ສຳລັບແຈ້ງເຕືອນການເຕືອນໜ້າຈໍເຕັມ.
ເຮັດຫລາຍຂຶ້ນກັບໝວດການແຈ້ງເຕືອນ
ຕອນນີ້ທ່ານສາມາດເລືອກໄອຄອນຕົວແທນສຳລັບແຕ່ລະໝວດການແຈ້ງເຕືອນ. ທ່ານຍັງສາມາດປັກໝຸດໝວດທີ່ທ່ານໃຊ້ເປັນປະຈຳໃສ່ດ້ານເທິງຂອງລາຍການໝວດ.
ເປີດ ຫຼື ປິດໂໝດຈາກ ໜ້າຈໍຫຼັກ
ເປີດ ຫຼື ປິດໂໝດ ໄວຂຶ້ນກວ່າເດີມ. ວິດເຈັດໂໝດໃໝ່ໃຫ່ທ່ານເພີ່ມໂໝດຫາໜ້າຈໍຫຼັກໂດຍກົງ.
ຈັດລຳດັບໂໝດຂອງທ່ານ
ຕອນນີ້ທ່ານສາມາດປ່ຽນແປງລຳດັບທີ່ໂໝດຈະສະແດງເທິງແຖບໂໝດ ໃນ ໂໝດ ແລະ ວຽກປະຈຳ.
ເງື່ອນໄຂຂອງວຽກປະຈຳໃໝ່
ຕອນນີ້ທ່ານສາມາດເລີ່ມ ວຽກປະຈຳ ເມື່ອການເຕືອນຕາມທີ່ທ່ານເລືອກເລີ່ມຕົ້ນດັງຂຶ້ນ ຫຼື ໃນເວລາ Smart View ເຊື່ອມຕໍ່ ຫຼື ຕັດເຊື່ອມຕໍ່.
ເຄົ້າໂຄງ Relumino
ເປີດ ເຄົ້າໂຄງ Relumino ໃນ ການຕັ້ງຄ່າຄວາມສາມາດເຂົ້າໃຊ້ ເພື່ອໄຮໄລ້ ຮ່າງຂອງວັດຖຸໃນຮູບ ແລະ ວິດີໂອ ເພື່ອເຮັດໃຫ້ພວກມັນຈຳແນກງ່າຍຂຶ້ນສຳລັບຜູ້ຄົນທີ່ມີສາຍຕາສັ້ນ.
ເຊື່ອມຕໍ່ ແລະ ແບ່ງປັນ
ແບ່ງປັນກັບອຸປະກອນຫຼາຍຂຶ້ນ
ການແຊຣ໌ດ່ວນໄດ້ລວມເຂົ້າກັນກັບການແຊຣ໌ໃກ້ຄຽງຂອງ Google. ນອກເໜືອຈາກ ອຸປະກອນ Galaxy, ດຽວນີ້ທ່ານສາມາດແບ່ງປັນກັບອຸປະກອນແອນດຣອຍອື່ນໆໂດຍທີ່ບໍ່ຕ້ອງມີການເຊື່ອມຕໍ່ອິນເຕີເນັດກໍ່ໄດ້.
ຊອກຫາ ຈຸດທີ່ຕັ້ງ ອຸປະກອນຂອງທ່ານ
ແອັບ Samsung Find ໃຫ້ທ່ານເຫັນຈຸດທີ່ ອຸປະກອນ Galaxy ຂອງທ່ານທັງໝົດເທິງແຜນທີ່ໄດ້ທຸກເວລາ. ຖ້າອຸປະກອນຂອງທ່ານຕົກເຮ່ຍ, ຄຸນສົມບັດເພີ່ມເຕີມແມ່ນພ້ອມທີ່ຈະໃຫ້ການຊ່ວຍເຫຼືອທ່ານຊອກຫາອຸປະກອນ ແລະ ປົກປ້ອງຂໍ້ມູນຂອງທ່ານ.
ແບ່ງປັນຈຸດທີ່ຕັ້ງຂອງທ່ານກັບຄົນອື່ນ
ດ້ວຍ Samsung Find, ທ່ານສາມາດແບ່ງປັນ ຈຸດທີ່ຕັ້ງ ຂອງທ່ານກັບ ຄອບຄົວ, ໝູ່ ຫຼື ທຸກຄົນທີ່ເຊື່ອຖືໄດ້. ແບ່ງປັນເປັນເວລາຈຳກັດ ຫຼື ຕະຫຼອດເວລາ. ທ່ານສາມາດຄວບຄຸມວ່າໃຜສາມາດເຫັນ ຈຸດທີ່ຕັ້ງ ຂອງທ່ານໄດ້ສະເໝີ.
ເຜີຍແຜ່ສຽງດ້ວຍ Auracast
ເຜີຍແຜ່ສຽງຈາກໂທລະສັບຂອງທ່ານ ເພື່ອໃຫ້ຄົນອື່ນສາມາດຟັງໄດ້. ຜູ້ໃດທີ່ໃກ້ຄຽງກັບ ອຸປະກອນ ບລູທູດ LE Audio ຈະສາມາດຟັງການເຜີຍແຜ່ຂອງທ່ານ.
ຊິງຄ໌ກຸ່ມແຖບອິນເຕີເນັດກັບອຸປະກອນອື່ນ
ສືບຕໍ່ຈຸດທີ່ທ່ານປະໄວ້ໃນຊ່ວງເຊສຊັນການທ່ອງເວັບສຸດທ້າຍຂອງທ່ານຢ່າງງ່າຍໆໂດຍບໍ່ສົນວ່າທ່ານກຳລັງໃຊ້ອຸປະກອນເຄື່ອງໃດ. ກຸ່ມແຖບທີ່ທ່ານໄດ້ສ້າງໃນອຸປະກອນໜຶ່ງຈະປະກົດຂຶ້ນໃນ ອິນເຕີເນັດຊຳຊຸງ ເທິງ ອຸປະກອນ Galaxy ອື່ນທີ່ລົງຊື່ເຂົ້າໃຊ້ໃນ Samsung account ຂອງທ່ານ.
ປົກປ້ອງຂໍ້ມູນຂອງທ່ານ
ການປົກປ້ອງຂໍ້ມູນຂັ້ນສູງໃນ Samsung Cloud
ໂປດຮັບປະກັນວ່າຈະບໍ່ມີໃຜສາມາດເຂົ້າໃຊ້ຂໍ້ມູນຂອງທ່ານໄດ້ນອກຈາກຕົວທ່ານ, ເຖິງແມ່ນວ່າຈະມີການຮົ່ວໄຫຼຂອງຂໍ້ມູນກໍ່ຕາມ. ທ່ານສາມາດເປີດການໃສ່ລະຫັດແບບຕົ້ນທາງຫາປາຍທາງສຳລັບຂໍ້ມູນທີ່ໄດ້ຊິງຄ໌ກັບ Samsung Cloud.
ລົງຊື່ເຂົ້າໃຊ້ທີ່ປອດໄພ ແລະ ໄວດ້ວຍໝາຍເລກລະຫັດຜ່ານ
ໝາຍເລກລະຫັດຜ່ານໃຫ້ຄວາມປອດໄພຍິ່ງຂຶ້ນສຳລັບການລົງຊື່ເຂົ້າໃຊ້ຜ່ານເວັບໂດຍບໍ່ຕ້ອງຈື່ລະຫັດຜ່ານທີ່ຊັບຊ້ອນ. ໃຊ້ໝາຍເລກລະຫັດຜ່ານເພື່ອລົງຊື່ເຂົ້າໃຊ້ເວັບໄຊທ໌ທີ່ຮອງຮັບດ້ວຍ ການຮັບຮອງຄວາມຖືກຕ້ອງທາງຊີວະມິຕີໃນ ອິນເຕີເນັດຊຳຊຸງ.
ຈັດການສຸຂະພາບຂອງທ່ານ
ປະສົບການການອອກກໍາລັງກາຍທີ່ປັບປຸງ
ແຂ່ງຂັນກັບຜົນການແລ່ນໃນອະດີດຂອງທ່ານໃນ Samsung Health ເພື່ອພະຍາຍາມທຳເວລາໃຫ້ດີກວ່າເວລາທີ່ຜ່ານມາຂອງທ່ານ. ທ່ານຍັງສາມາດຕັດການອອກກໍາລັງກາຍພາຍຫລັງທ່ານສຳເລັດເພື່ອລຶບເວລາທີ່ບໍ່ຈຳເປັນອອກໃນຊ່ວງເລີ່ມຕົ້ນ ຫຼື ຊ່ວງສິ້ນສຸດ.
ຕົວເລືອກເພີ່ມເຕີມສຳລັບເປົ້າໝາຍຂອງກິດຈະກຳປະຈຳວັນ
ດຽວນີ້ທ່ານມີ ຕົວເລືອກເພີ່ມເຕີມສຳລັບການຕັ້ງເປົ້າໝາຍຂອງກິດຈະກຳປະຈຳວັນຂອງທ່ານໃນ Samsung Health. ຖ້າເປົ້າໝາຍຈຳນວນກ້າວບໍ່ໄດ້ຜົນສຳລັບທ່ານ, ທ່ານສາມາດທຳການ ປ່ຽນແປງເປັນຈຳນວນຊັ້ນທີ່ປີນຂື້ນໄປ ຫຼື ຊົ່ວໂມງການອອກກຳລັງກາຍແທນໄດ້.
ປົນປຸງການຕິດຕາມຮອບປະຈຳເດືອນ
ເມື່ອທ່ານບັນທຶກອາການທາງກາຍ ແລະ ອາລົມຂອງທ່ານ, ທາງເລືອກທີ່ທ່ານໃຊ້ປະຈຳໃນອະດີດຈະປາກົດຢູ່ເທິງສຸດຂອງໜ້າຈໍ. ຕອນນີ້ທ່ານຍັງສາມາດຕັ້ງອາລົມແບບກຳນົດເອງຫາກທາງເລືອກມາດຕະຖານບໍ່ກົງກັບຄວາມຮູ້ສຶກຂອງທ່ານ.
ການປັບປຸງເພີ່ມເຕີມຍິ່ງຂຶ້ນ
ເຂົ້າເຖິງ ເອັບເຝັກ ໂທວິດີໂອ ແລະ ໂໝດໄມທີ່ງ່າຍຂຶ້ນ
ດຽວນີ້ ເອັບເຝັກ ໂທວິດີໂອ ແລະ ໂໝດໄມຈະປາກົດໃນ ແຜງດ່ວນໃນຊ່ວງການໂທວິດີໂອ ແລະ ໂທສຽງ ເພື່ອທີ່ທ່ານສາມາດຄວບຄຸມວ່າຄົນອື່ນເຫັນ ແລະ ໄດ້ຍິນທ່ານແນວໃດໃນຊ່ວງການໂທ. ທ່ານສາມາດຕັ້ງ ສີພື້ນຫຼັງ ຫຼື ຮູບ, ໂຟກັສໃສ່ສຽງຂອງທ່ານໂດຍການບລັອກສຽງ ພື້ນຫຼັງ ແລະ ອື່ນໆ.
ຂໍ້ມູນເພີ່ມຕື່ມໃນວິເຈັທ໌ກ່ຽວກັບ ສະພາບອາກາດ
ວິດເຈັດສະພາບອາກາດຈະໃຫ້ທ່ານຮູ້ວ່າເມື່ອໃດຈະມີພະຍຸລົມຝົນ, ຫິມະຕົກທີ່ຮຸນແຮງ ຫຼື ຢາດນ້ຳຟ້າອື່ນໆຕາມການພະຍາກອນໃນພື້ນທີ່ທ້ອງຖິ່ນຂອງທ່ານ.
ປ້ອນເຂົ້າສຽງໂດຍບໍ່ອອກຈາກຄີບອດ
ຕອນນີ້ ຄີບອດ ຍັງຄົງປາກົດຂະນະທີ່ໃຊ້ການປ້ອນເຂົ້າສຽງ ເພື່ອທີ່ທ່ານສາມາດສັບປ່ຽນກັບຄືນຫາການພິມເມື່ອໃດທີ່ທ່ານຕ້ອງການຢ່າງງ່າຍໆ. ແຕະປຸ່ມໄມຢູ່ດ້ານລຸ່ມສຸດຂອງໜ້າຈໍເພື່ອປ້ອນ ຂໍ້ຄວາມ ໂດຍໃຊ້ ສຽງ ຂອງທ່ານໄດ້ໃນທຸກເວລາ ຂະນະທີ່ໃຊ້ ຄີບອດ.
ເປີດແອັບທີ່ຫຍໍ້ນ້ອຍທັງໝົດທັນທີ
ປຸ່ມໃໝ່ຈະໃຫ້ທ່ານເປີດຄືນແອັບທີ່ຫຍໍ້ນ້ອຍທັງໝົດທັນທີເມື່ອທ່ານມີໜ້າຕ່າງ ປັອບອັບທີ່ຫຍໍ້ນ້ອຍຫລາຍກວ່າໜຶ່ງໜ້າຕ່າງ.
ຄຳແນະນຳ Google ຊອກຫາ ໃນ Finder
ໃນເວລາທ່ານຊອກຫາໂດຍໃຊ້ Finder, ທ່ານກໍ່ຍັງຈະໄດ້ຮັບການຊອກຫາຜ່ານເວັບທີ່ແນະນຳຈາກ Google ນຳດ້ວຍ.
ມີວິທີຫລາຍຂຶ້ນເພື່ອປົກປ້ອງ ແບັດເຕີຣີຂອງທ່ານ
ເລືອກຈາກ 3 ທາງເລືອກທີ່ຕ່າງກັນເພື່ອຊ່ວຍຂະຫຍາຍອາຍຸການນຳໃຊ້ແບັດເຕີຣີຂອງທ່ານ. ການປົກປ້ອງພື້ນຖານຮັກສາການສາກຂອງທ່ານລະຫວ່າງ 95% ແລະ 100%. ການປ້ອງກັນແບບປັບໄດ້ຢຸດການສາກຊົ່ວຄາວຂະນະທີ່ທ່ານນອນຫຼັບ ແລະ ສຳເລັດການສາກພຽງກ່ອນທີ່ທ່ານຕື່ນນອນເທົ່ານັ້ນ. ທ່ານຍັງສາມາດເລືອກເພື່ອຈຳກັດການສາກຂັ້ນສູງສຸດຮອດ 80% ສຳລັບການປົກປ້ອງຂັ້ນສູງສຸດ.
ໝາຍເລກການຜະລິດ : S916BXXS3BXBD
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-03-12
ລະດັບແກ້ໄຂຄວາມປອດໄພ : 2024-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS3BXAD
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-02-13
ລະດັບແກ້ໄຂຄວາມປອດໄພ : 2024-02-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS3BWL3
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-01-12
ລະດັບແກ້ໄຂຄວາມປອດໄພ : 2024-01-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS3BWKC
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2023-12-12
ລະດັບແກ້ໄຂຄວາມປອດໄພ : 2023-12-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS3BWK5
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2023-11-13
ລະດັບແກ້ໄຂຄວາມປອດໄພ : 2023-11-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU3BWJM
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2023-10-31
ລະດັບແກ້ໄຂຄວາມປອດໄພ : 2023-10-01
ການອັບເກຣດ One UI 6.0
ແຜງດ່ວນ
ແຜນຜັງປຸ່ມໃໝ່
ແຜງດ່ວນມີແຜນຜັງໃໝ່ທີ່ເຮັດໃຫ້ການເຂົ້າເຖິງຄຸນສົມບັດທີ່ໃຊ້ຫຼາຍທີ່ສຸດນັ້ນງ່າຍຂຶ້ນ. ຕອນນີ້ Wi-Fi ແລະ ບລູທູດ ມີປຸ່ມສະເພາະຂອງພວກມັນເອງຢູ່ເທິງສຸດຂອງໜ້າຈໍ, ຂະນະທີ່ຄຸນສົມບັດສະເໝືອນຈິງເຊັ່ນ: ໂໝດມືດ ແລະ ເຄື່ອງບັງໃຫ້ສະບາຍຕາໄດ້ຍ້າຍໄປຍັງດ້ານລຸ່ມສຸດ. ປຸ່ມການຕັ້ງຄ່າດ່ວນອື່ນໆປາກົດໃນພື້ນທີ່ທີ່ກຳນົດເອງໄດ້ໃນເຄິ່ງກາງ.
ເຂົ້າເຖິງແຜງດ່ວນເຕັມຢ່າງທັນທີ
ຕາມມາດຕະຖານ, ແຜງດ່ວນແບບກະທັດຮັດພ້ອມກັບການແຈ້ງເຕືອນຈະປາກົດເມື່ອທ່ານປັດລົງຈາກດ້ານເທິງສຸດຂອງໜ້າຈໍ. ການປັດລົງອີກຄັ້ງຈະເຊື່ອງການແຈ້ງເຕືອນ ແລະ ສະແດງແຜງດ່ວນທີ່ຂະຫຍາຍອອກ. ຖ້າທ່ານເປີດເຂົ້າເຖິງການຕັ້ງຄ່າດ່ວນແບບທັນທີ, ທ່ານສາມາດເບິ່ງແຜງດ່ວນທີ່ຂະຫຍາຍອອກໂດຍການປັດພຽງຄັ້ງດຽວຈາກດ້ານຂວາຂອງສ່ວນເທິງສຸດຂອງໜ້າຈໍ. ການປັດລົງຈາກດ້ານຊ້າຍສະແດງການແຈ້ງເຕືອນ.
ການເຂົ້າເຖິງການຄວບຄຸມຄວາມແຈ້ງຢ່າງວ່ອງໄວ
ຕອນນີ້ແຖບຄວບຄຸມຄວາມແຈ້ງປາກົດຕາມຄ່າເລີ່ມຕົ້ນໃນແຜງດ່ວນແບບກະທັດຮັດເມື່ອທ່ານປັດລົງຄັ້ງດຽວຈາກດ້ານເທິງສຸດຂອງໜ້າຈໍສຳລັບການປັບຄວາມແຈ້ງທີ່ໄວຂຶ້ນ ແລະ ງ່າຍຂຶ້ນ.
ການສະແດງປົກອາລະບໍາທີ່ໄດ້ຮັບການປັບປຸງ
ຂະນະທີ່ຫຼິ້ນເພງ ຫຼື ວິດີໂອ, ປົກອາລະບໍາກວມເອົາຕົວຄວບຄຸມມີເດຍທັງໝົດໃນແຜງການແຈ້ງເຕືອນ, ຖ້າແອັບທີ່ພວມຫຼິ້ນເພງ ຫຼື ວິດີໂອໃຫ້ປົກອາລະບຳ.
ແຜນຜັງທີ່ປັບປຸງສຳລັບການແຈ້ງເຕືອນ
ຕອນນີ້ແຕ່ລະການແຈ້ງເຕືອນຈະປາກົດເປັນບັດແຍກຕ່າງຫາກ, ເຮັດໃຫ້ງ່າຍຂຶ້ນໃນການຮັບຮູ້ການແຈ້ງເຕືອນແຕ່ລະອັນ.
ໄອຄອນການແຈ້ງເຕືອນທີ່ສົດໃສຫຼາຍຂຶ້ນ
ທ່ານສາມາດໃຊ້ໄອຄອນສີແບບເຕັມອັນດຽວກັນທີ່ໃຊ້ສຳລັບແຕ່ລະແອັບໃນໜ້າຈໍຂອງໜ້າຫຼັກ ແລະ ແອັບ. ທ່ານສາມາດເປີດສິ່ງນີ້ໃນການຕັ້ງຄ່າ.
ແຍກການແຈ້ງເຕືອນຕາມເວລາ
ດຽວນີ້ທ່ານສາມາດປ່ຽນແປງການຕັ້ງຄ່າການແຈ້ງເຕືອນຂອງທ່ານເພື່ອແຍກຕາມເວລາແທນບຸລິມະສິດ ເພື່ອທີ່ ການແຈ້ງເຕືອນທີ່ໃໝ່ສຸດຂອງທ່ານແມ່ນຢູ່ດ້ານເທິງສຸດສະເໝີ.
ໜ້າຈໍລັອກ
ການຈັດຕຳແໜ່ງໂມງຂອງທ່ານຄືນໃໝ່
ຕອນນີ້ທ່ານມີອິດສະຫຼະຫຼາຍຂຶ້ນເພື່ອຍ້າຍໂມງຂອງທ່ານໄປຫາທີ່ຕັ້ງຕາມທາງເລືອກຂອງທ່ານເທິງໜ້າຈຳລັອກ.
ໜ້າຈໍຫຼັກ
ປ້າຍໄອຄອນແບບລຽບງ່າຍ
ປ້າຍໄອຄອນຂອງແອັບແມ່ນຈຳກັດເຂົ້າໃນແຖວດຽວເພື່ອໃຫ້ເປັນລະບຽບຂຶ້ນ ແລະ ມີລັກສະນະທີ່ງ່າຍຂຶ້ນ. "Galaxy" ແລະ "Samsung" ຖືກລຶບອອກຈາກຊື່ແອັບບາງອັນເພື່ອເຮັດໃຫ້ພວກມັນສັ້ນລົງ ແລະ ງ່າຍຂຶ້ນໃນການສະແກນ.
ລາກແລະວາງດ້ວຍ 2 ມື
ເລີ່ມລາກໄອຄອນແອັບ ຫຼື ວິດເຈັດເທິງໜ້າຈໍຫຼັກຂອງທ່ານດ້ວຍມືດຽວ, ຈາກນັ້ນໃຊ້ມືເບື້ອງອື່ນນຳທາງໄປຫາໜ້າຈໍບ່ອນທີ່ທ່ານຕ້ອງການວາງພວກມັນລົງ.
ການເຮັດຫຼາຍໜ້າວຽກ
ເປີດໜ້າຕ່າງປັອບອັບໄວ້ຕໍ່ເນື່ອງ
ແທນທີ່ຈະຫຼຸດໜ້າຕ່າງປັອບອັບໃຫ້ນ້ອຍລົງເມື່ອທ່ານໄປທີ່ໜ້າຈໍຫຼ້າສຸດ, ຕອນນີ້ປັອບອັບຈະຍັງຄົງເປີດພາຍຫຼັງທ່ານອອກຈາກໜ້າຈໍຫຼ້າສຸດແລ້ວ, ສະນັ້ນທ່ານສາມາດສືບຕໍ່ສິ່ງທີ່ທ່ານກຳລັງເຮັດຢູ່ໄດ້.
ຄີບອດຊໍາຊຸງ
ການອອກແບບອິໂມຈິໃໝ່
ອິໂມຈິທີ່ປາກົດໃນຂໍ້ຄວາມ, ໂພສສື່ສັງຄົມອອນໄລນ໌ຂອງທ່ານ ແລະ ບ່ອນອື່ນໃນໂທລະສັບຂອງທ່ານໄດ້ຮັບການອັບເດດດ້ວຍການອອກແບບໃໝ່ທີ່ສົດໃສ.
ການໃຫ້ໃຊ້ເນື້ອໃນຮ່ວມກັນ
ການເບິ່ງຕົວຢ່າງຮູບ
ເມື່ອທ່ານແບ່ງປັນຮູບຈາກແອັບໃດໜຶ່ງ, ຕົວຢ່າງຮູບຈະປາກົດຢູ່ດ້ານເທິງສຸດຂອງແຜງແບ່ງປັນເພື່ອໃຫ້ທ່ານອີກໂອກາດໜຶ່ງໃນການທົບທວນຄືນຮູບກ່ອນແບ່ງປັນພວກມັນ.
ສະພາບອາກາດ
ວິດເຈັດສະພາບອາກາດໃໝ່
ວິດເຈັດຂໍ້ມູນເຊີງເລິກຂອງສະພາບອາກາດໃຫ້ຂໍ້ມູນເພີ່ມຕື່ມກ່ຽວກັບສະພາບອາກາດທ້ອງຖິ່ນຂອງທ່ານ. ທ່ານສາມາດເຫັນເວລາໃດເກີດພະຍຸຝົນຟ້າຄະນອງ, ຫິມະ, ຝົນທີ່ຮຸນແຮງ ແລະ ເຫດການອື່ນໆໃນການພະຍາກອນ.
ຂໍ້ມູນເພີ່ມຕື່ມໃນແອັບສະພາບອາກາດ
ຂໍ້ມູນກ່ຽວກັບຫິມະຕົກ, ຂ້າງຂຶ້ນຂ້າງແຮມຂອງດວງເດືອນ ແລະ ເວລາ, ຄວາມກົດອາກາດ, ໄລຍະການເບິ່ງເຫັນ, ຈຸດນ້ຳຄ້າງ ແລະ ທິດທາງລົມໃນຂະນະນີ້ແມ່ນມີໃຫ້ຢູ່ໃນແອັບສະພາບອາກາດ.
ການເບິ່ງແຜນທີ່ແບບໂຕ້ຕອບ
ປັດເພື່ອຍ້າຍຮອບໆແຜນທີ່ ແລະ ແຕະຈຸດທີ່ຕັ້ງເພື່ອເບິ່ງສະພາບອາກາດໃນທ້ອງຖິ່ນ. ແຜນທີ່ສາມາດຊ່ວຍຊອກຫາຂໍ້ມູນສະພາບອາກາດ, ເຖິງແມ່ນວ່າທ່ານບໍ່ຮູ້ຊື່ຂອງເມືອງກໍ່ຕາມ.
ພາບປະກອບທີ່ໄດ້ຮັບການປັບປຸງ
ພາບປະກອບໃນວິດເຈັດສະພາບອາກາດ ແລະ ແອັບໄດ້ຮັບການປັບປຸງເພື່ອສະໜອງຂໍ້ມູນທີ່ດີກວ່າເດີມກ່ຽວກັບສະພາບອາກາດປັດຈຸບັນ. ສີພື້ນຫຼັງຍັງປ່ຽນແປງອີງຕາມເວລາຂອງມື້.
ກ້ອງຖ່າຍຮູບ
ການອອກແບບທີ່ງ່າຍໃນການໃຊ້ ແລະ ລຽບງ່າຍ
ແຜນຜັງໂດຍລວມຂອງແອັບກ້ອງຖ່າຍຮູບ ໄດ້ຖືກປັບໃຫ້ງ່າຍຂຶ້ນ. ປຸ່ມການຕັ້ງຄ່າດ່ວນເທິງໜ້າຈໍສະແດງຕົວຢ່າງຖືກອອກແບບຄືນໃໝ່ເພື່ອໃຫ້ເຂົ້າໃຈງ່າຍຂຶ້ນ.
ວິດເຈັດກ້ອງຖ່າຍຮູບທີ່ກຳນົດເອງ
ທ່ານສາມາດເພີ່ມວິດເຈັດກ້ອງຖ່າຍຮູບທີ່ກຳນົດເອງໄປຍັງໜ້າຈໍຫຼັກຂອງທ່ານ. ທ່ານສາມາດຕັ້ງແຕ່ລະວິດເຈັດເພື່ອເລີ່ມໂໝດຖ່າຍຮູບສະເພາະ ແລະ ບັນທຶກຮູບໃນ ອາລະບໍາຕາມທາງເລືອກຂອງທ່ານ.
ຕົວເລືອກການຈັດໃຫ້ຢູ່ໃນແຖວດຽວກັນທີ່ເພີ່ມຂຶ້ນ
ຕອນນີ້ທ່ານສາມາດເລືອກບໍ່ວ່າລາຍນ້ຳຂອງທ່ານປາກົດຢູ່ດ້ານເທິງ ຫຼື ດ້ານລຸ່ມສຸດຂອງຮູບທ່ານກໍ່ຕາມ.
ສະແກນເອກະສານຢ່າງງ່າຍໆ
ຄຸນສົມບັດສະແກນເອກະສານຖືກແຍກຕົວອອກຈາກຕົວປັບປຸງສາກໃຫ້ເໝາະສົມເພື່ອທີ່ທ່ານສາມາດສະແກນເອກະສານ, ເຖິງແມ່ນວ່າຕົວປັບປຸງສາກໃຫ້ເໝາະສົມປິດຢູ່ກໍ່ຕາມ. ສະແກນອັດຕະໂນມັດໃຫ້ທ່ານສາມາດສະແກນເອກະສານອັດຕະໂນມັດທູກຄັ້ງທີ່ທ່ານຖ່າຍຮູບເອກະສານໜຶ່ງ. ພາຍຫຼັງເອກະສານສະແກນສຳເລັດແລ້ວ, ທ່ານຈະຖືກພາໄປທີ່ໜ້າຈໍແກ້ໄຂບ່ອນທີ່ທ່ານສາມາດໝຸນເອກະສານຂອງທ່ານເພື່ອປັບໃຫ້ຢູ່ໃນຮູບແບບທີ່ທ່ານຕ້ອງການ.
ເຂົ້າໃຊ້ດ່ວນໄປຍັງການຕັ້ງຄ່າຄວາມລະອຽດ
ຕອນນີ້ປຸ່ມຄວາມລະອຽດມີໃຫ້ໃນການຕັ້ງຄ່າດ່ວນທີ່ດ້ານເທິງສຸດຂອງໜ້າຈໍໃນຮູບຖ່າຍ ແລະ ໂໝດໂປຣເພື່ອໃຫ້ທ່ານສາມາດປ່ຽນຄວາມລະອຽດຂອງຮູບຖ່າຍທີ່ທ່ານໄດ້ຖ່າຍນັ້ນຢ່າງວ່ອງໄວ.
ຕົວເລືອກຂະໜາດວິດີໂອທີ່ງ່າຍກວ່າເດີມ
ຕອນນີ້ປັອບອັບປາກົດຂຶ້ນເມື່ອທ່ານແຕະປຸ່ມຂະໜາດວິດີໂອ, ເຮັດໃຫ້ການເບິ່ງຕົວເລືອກທັງໝົດງ່າຍຂຶ້ນ ແລະ ເລືອກຕົວທີ່ເໝາະສົມ.
ຮັກສາລະດັບຮູບຂອງທ່ານໄວ້
ເມື່ອເສັ້ນເງົາຖືກເປີດໃນການຕັ້ງຄ່າກ້ອງຖ່າຍຮູບ, ດຽວນີ້ເສັ້ນລະດັບຈະປາກົດໃນເຄິ່ງກາງຂອງໜ້າຈໍໃນຂະນະທີ່ໃຊ້ກ້ອງຖ່າຍຮູບຫຼັງໃນໂໝດທັງໝົດຍົກເວັ້ນພາໂນລາມາ. ເສັ້ນຈະຍ້າຍເພື່ອສະແດງບໍ່ວ່າຮູບຂອງທ່ານມີລະດັບດຽວກັບພື້ນຫຼືບໍ່.
ການປັບຄຸນນະພາບໃຫ້ເໝາະສົມທີ່ສຸດ
ທ່ານສາມາດເລືອກລະຫວ່າງ 3 ລະດັບຂອງການປັບຄຸນນະພາບໃຫ້ເໝາະສົມທີ່ສຸດສຳລັບຮູບທີ່ທ່ານຖ່າຍ. ເລືອກສູງສຸດເພື່ອຮັບຮູບຄຸນນະພາບສູງສຸດ. ເລືອກຕ່ຳສຸດເພື່ອຖ່າຍຮູບໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້. ນອກຈາກນັ້ນທ່ານຍັງສາມາດເລືອກປານກາງເພື່ອເອົາຄວາມສົມດຸນຂອງຄວາມໄວ ແລະ ຄຸນນະພາບທີ່ດີທີ່ສຸດ.
ການຕັ້ງຄ່າ FPS ອັດຕະໂນມັດໃໝ່ສຳລັບວິດີໂອ
FPS ອັດຕະໂນມັດສາມາດຊ່ວຍທ່ານບັນທຶກ ວິດີໂອທີ່ແຈ້ງຂຶ້ນໃນສະພາບທີ່ແສງສະຫວ່າງຕໍ່າ. ດຽວນີ້ FPS ອັດຕະໂນມັດມີ 3 ຕົວເລືອກ. ທ່ານສາມາດປິດມັນ, ໃຊ້ມັນສຳລັບວິດີໂອ 30 fps ເທົ່ານັ້ນ ຫຼື ໃຊ້ສຳລັບທັງວິດີໂອ 30 fps ແລະ 60 fps.
ປິດປັດຂຶ້ນ/ປັດລົງເພື່ອສະຫຼັບກ້ອງຖ່າຍຮູບ
ການປັດຂຶ້ນ ຫຼື ລົງເພື່ອສະຫຼັບລະຫວ່າງກ້ອງຖ່າຍຮູບໜ້າ ແລະ ຫຼັງດຽວນີ້ແມ່ນເລືອກໄດ້. ຖ້າທ່ານກັງວົນກ່ຽວກັບການປັດໂດຍບໍ່ຕັ້ງໃຈ, ທ່ານສາມາດປິດອັນນີ້ໃນການຕັ້ງຄ່າ.
ນຳໃຊ້ເອັບເຝັກທີ່ງ່າຍຂຶ້ນ
ເອັບເຝັກກັ່ນຕອງ ແລະ ໃບໜ້າຕອນນີ້ແມ່ນໃຊ້ການກົດແທນຕົວເລື່ອນທີ່ເຮັດໃຫ້ງ່າຍຂຶ້ນໃນການເຮັດການປັບທີ່ຖືກຕ້ອງດ້ວຍມືດຽວ.
ແກເລີຣີ
ແກ້ໄຂທີ່ວ່ອງໄວໃນມຸມມອງລາຍລະອຽດ
ຂະນະທີ່ເບິ່ງຮູບ ຫຼື ວິດີໂອ, ປັດຂຶ້ນຈາກດ້ານລຸ່ມຂອງໜ້າຈໍເພື່ອໄປຫາມຸມມອງລາຍລະອຽດ. ຕອນນີ້ໜ້າຈໍນີ້ໃຫ້ການເຂົ້າໃຊ້ດ່ວນໄປຍັງ ເອັບເຝັກ ແລະ ຄຸນສົມບັດການແກ້ໄຂທີ່ທ່ານສາມາດນຳໃຊ້ທັນທີ.
ລາກແລະວາງດ້ວຍ 2 ມື
ສຳຜັດ ແລະ ກົດຮູບແລະວິດີໂອຄ້າງໄວ້ດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງໄປຫາອາລະບໍາບ່ອນທີ່ທ່ານຕ້ອງການວາງພວກມັນລົງ.
ບັນທຶກຮູບທີ່ຕັດອອກເປັນສະຕິກເກີ
ເມື່ອທ່ານຕັດບາງຢ່າງອອກຈາກຮູບ, ທ່ານສາມາດບັນທຶກມັນເປັນສະຕິກເກີຢ່າງງ່າຍດາຍທີ່ທ່ານສາມາດໃຊ້ພາຍຫຼັງໃນເວລາແກ້ໄຂຮູບ ຫຼື ວິດີໂອ.
ມຸມມອງເລື່ອງທີ່ປັບປຸງ
ໃນຂະນະທີ່ເບິ່ງເລື່ອງໜຶ່ງ, ມຸມມອງຮູບນ້ອຍປາກົດຂຶ້ນເມື່ອທ່ານປັດຂຶ້ນຈາກດ້ານລຸ່ມສຸດຂອງໜ້າຈໍ. ໃນມຸມມອງຮູບນ້ອຍ, ທ່ານສາມດເພີ່ມ ຫຼື ລຶບຮູບ ແລະ ວິດີໂອອອກຈາກເລື່ອງຂອງທ່ານໄດ້.
ເຄື່ອງຕັດຕໍ່ຮູບ
ແຜນຜັງທີ່ປັບປຸງ
ເມນູເຄື່ອງມືໃໝ່ເຮັດໃຫ້ການຊອກຫາຄຸນສົມບັດການແກ້ໄຂທີ່ທ່ານຕ້ອງການນັ້ນງ່າຍຂຶ້ນ. ໄດ້ລວມຕົວເລືອກການເຮັດໃຫ້ຊື່ ແລະ ທັດສະນະມິຕິເຂົ້າກັນໃນເມນູປ່ຽນຮູບ.
ປັບການຕົບແຕ່ງຫຼັງຈາກບັນທຶກ
ດຽວນີ້ທ່ານສາມາດເຮັດການປ່ຽນແປງໃນຮູບແຕ້ມ, ສະຕິກເກີ ແລະ ຂໍ້ຄວາມທີ່ທ່ານໄດ້ເພີ່ມຫາຮູບຖ່າຍ, ແມ້ກະທັ້ງພາຍຫຼັງການບັນທຶກແລ້ວ.
ບໍ່ເຮັດ ແລະ ເຮັດຄືນ
ຢ່າກັງວົນກ່ຽວກັບການເຮັດຄວາມຜິດພາດ. ດຽວນີ້ທ່ານສາມາດບໍ່ເຮັດ ຫຼື ເຮັດຄືນການປ່ຽນຮູບ, ກັ່ນຕອງ ແລະ ໂທນສີ.
ແຕ້ມເທິງສະຕິກເກີທີ່ກຳນົດເອງ
ເມື່ອສ້າງສະຕິກເກີທີ່ກຳນົດເອງ, ດຽວນີ້ທ່ານສາມາດໃຊ້ເຄື່ອງມືການແຕ້ມໃນການເຮັດໃຫ້ສະຕິກເກີຂອງທ່ານເປັນສ່ວນຕົວ ແລະ ເປັນເອກະລັກຫຼາຍຂຶ້ນ.
ພື້ນຫຼັງຂໍ້ຄວາມໃໝ່ ແລະ ຮູບແບບ
ໃນເວລາເພີ່ມຂໍ້ຄວາມຫາຮູບຖ່າຍ, ທ່ານສາມາດເລືອກຈາກພື້ນຫຼັງໃໝ່ ແລະ ຮູບແບບຈຳນວນຫຼາຍເພື່ອຊ່ວຍທ່ານໄດ້ຮັບຮູບລັກສະນະທີ່ສົມບູນແບບ.
ສະຕູດິໂອ (ຕົວແກ້ໄຂວິດີໂອ)
ການແກ້ໄຂວິດີໂອທີ່ມີພະລັງຫຼາຍກວ່າເດີມ
ສະຕູດິໂອແມ່ນຕົວແກ້ໄຂວິດີໂອງານລັກສະນະໂປຣເຈັກໃໝ່, ອະນຸຍາດສຳລັບການແກ້ໄຂທີ່ມີຄວາມຊັບຊ້ອນຫຼາຍຂຶ້ນ ແລະ ການແກ້ໄຂທີ່ຊົງພະລັງ. ທ່ານສາມາດເຂົ້າເຖິງສະຕູດິໂອໄດ້ຈາກເມນູເຄື່ອງແຕ້ມໃນແກເລີຣີ ຫຼື ເພີ່ມໄອຄອນໜຶ່ງຫາໜ້າຈໍຫຼັກຂອງທ່ານສຳລັບການເຂົ້າເຖິງທີ່ໄວຂຶ້ນ.
ແຜນຜັງທາມລາຍນ໌
ສະຕູດິໂອໃຫ້ທ່ານເບິ່ງໂປຣເຈັກທັງໝົດຂອງທ່ານເພາະວ່າທາມລາຍນ໌ໜຶ່ງມີຄລິບວິດີໂອຫຼວງຫຼາຍ. ໂຄງສ້າງຫຼາຍຊັ້ນໃຫ້ທ່ານສາມາດເພີ່ມຄລິບ, ສະຕິກເກີ, ຄຳບັນຍາຍ ແລະ ວັດຖຸອື່ນໆ ແລະ ປັບຕຳແໜ່ງ ແລະ ຄວາມຍາວຂອງພວກມັນໄດ້ງ່າຍໆ.
ບັນທຶກ ແລະ ແກ້ໄຂໂປຣເຈັກ
ທ່ານຍັງສາມາດບັນທຶກໂປຣເຈັກຮູບເງົາທີ່ບໍ່ແລ້ວເພື່ອສືບຕໍ່ການແກ້ໄຂໃນພາຍຫຼັງ.
ເຄື່ອງຫຼິ້ນວິດີໂອ
ແຜນຜັງທີ່ປັບປຸງ
ດຽວນີ້ການຄວບຄຸມເຄື່ອງຫຼິ້ນວິດີໂອແມ່ນງ່າຍກວ່າທີ່ເຄີຍມີມາ. ປຸ່ມຕ່າງໆພ້ອມກັບຟັງຄ໌ຊັນໄດ້ຖືກຈັດກຸ່ມເຂົ້າກັນ ແລະ ໄດ້ຍ້າຍປຸ່ມຫຼິ້ນໄປຫາເຄິ່ງກາງຂອງໜ້າຈໍ.
ການຄວບຄຸມຄວາມໄວຂອງການຫຼິ້ນຄືນໄດ້ຮັບການປັບປຸງ
ເລືອກລະຫວ່າງຄວາມໄວການຫຼິ້ນຄືນວິດີໂອຈຳນວນຫຼາຍລະຫວ່າງ 0.25x ແລະ 2.0x. ດຽວນີ້ການຄວບຄຸມຄວາມໄວງ່າຍຂຶ້ນໃນການເຂົ້າເຖິງດ້ວຍປຸ່ມສະເພາະແທນທີ່ຕົວເລື່ອນ.
Samsung Health
ຮູບຊົງໃໝ່ສຳລັບໜ້າຈໍຫຼັກ
ໜ້າຈໍຫຼັກ Samsung Health ໄດ້ຮັບການປັບແຕ່ງໃໝ່ຢ່າງສົມບູນ. ໄດ້ສະແດງຂໍ້ມູນເພີ່ມຕື່ມ, ຂະນະທີ່ຕົວໜັງສືເນັ້ນ ແລະ ສີເຮັດໃຫ້ເຫັນຂໍ້ມູນທີ່ທ່ານຕ້ອງການຫຼາຍທີ່ສຸດນັ້ນງ່າຍຂຶ້ນ. ຜົນການອອກກຳລັງກາຍຫຼ້າສຸດຂອງທ່ານຈະຖືກສະແດງຢູ່ດ້ານເທິງຂອງໜ້າຈໍ ແລະ ຈະໃຫ້ຄຳຕິຊົມຫລາຍຂຶ້ນກ່ຽວກັບຄະແນນນອນຫຼັບຂອງທ່ານກໍ່ຄືເປົ້າໝາຍປະຈຳວັນຂອງທ່ານສຳລັບກ້າວຍ່າງ, ກິດຈະກຳ, ນ້ຳ ແລະ ອາຫານ.
ຂະໜາດຈອກນ້ຳທີ່ກຳນົດເອງ
ດຽວນີ້ທ່ານສາມາດກຳນົດຂະໜາດຂອງຈອກເອງໄດ້ໃນຕົວຕິດຕາມນ້ຳຂອງ Samsung Health ເພື່ອໃຫ້ກົງກັບຂະໜາດຂອງຈອກທີ່ທ່ານໃຊ້ດື່ມເປັນປະຈຳ.
ປະຕິທິນ
ກຳນົດເວລາຂອງທ່ານໂດຍຫຍໍ້
ມູມມອງກໍານົດເວລາໃໝ່ໃຫ້ເຫດການທີ່ຈະມາເຖິງ, ໜ້າວຽກ ແລະ ການເຕືອນພ້ອມໆກັນທັງໝົດໃນລຳດັບຕາມເວລາ.
ເບິ່ງການເຕືອນຂອງທ່ານໃນປະຕິທິນ
ດຽວນີ້ທ່ານສາມາດເບິ່ງ ແລະ ເພີ່ມການເຕືອນໃນແອັບປະຕິທິນໂດຍບໍ່ຕ້ອງເປີດແອັບການເຕືອນ.
ຍ້າຍເຫດການດ້ວຍ 2 ມື
ທູທມອງໃນວັນ ຫຼື ອາທິດ, ໃຫ້ສຳຜັດ ແລະ ກົດຄ້າງໄວ້ເຫດການທີ່ທ່ານຕ້ອງການຍ້າຍດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງໜຶ່ງນຳທາງໄປຫາວັນບ່ອນທີ່ທ່ານຕ້ອງການຍ້າຍມັນ.
ການເຕືອນ
ມູມມອງລາຍຊື່ການເຕືອນທີ່ໄດ້ຮັບການປັບປຸງ
ມູມມອງລາຍຊື່ຫລັກໄດ້ຮັບການອອກແບບໃໝ່. ທ່ານສາມາດຈັດການໝວດຢູ່ດ້ານເທິງສຸດຂອງໜ້າຈໍ. ຢູ່ກ້ອງໝວດ, ການເຕືອນຂອງທ່ານຈະສະແດງແຍກຕາມວັນທີ. ນອກຈາກນັ້ນແຜນຜັງສຳລັບການເຕືອນມີຮູບ ແລະ ເວັບລິ້ງກໍ່ຍັງໄດ້ຮັບການປັບປຸງເຊັ່ນກັນ.
ໝວດການເຕືອນໃໝ່
ໝວດຂອງສະຖານທີ່ມີການເຕືອນທີ່ແຈ້ງເຕືອນທ່ານໃນເວລາທ່ານຢູ່ໃນສະຖານທີ່ສະເພາະໜຶ່ງ ແລະ ໝວດບໍ່ມີການເຕືອນມີການເຕືອນທີ່ບໍ່ໃຫ້ແຈ້ງເຕືອນໃດໆ.
ຕົວເລືອກເພີ່ມເຕີມສຳລັບການສ້າງການເຕືອນ
ໃນເວລາແບ່ງປັນເນື້ອຫາໄປຍັງແອັບການເຕືອນ, ທ່ານຈະໄດ້ຮັບຕົວເລືອກການແກ້ໄຂເຕັມກ່ອນສ້າງການເຕືອນ. ທ່ານຍັງສາມາດຖ່າຍພາບໂດຍໃຊ້ກ້ອງຖ່າຍຮູບໃນເວລາສ້າງການເຕືອນໜຶ່ງ.
ສ້າງການເຕືອນໝົດມື້
ດຽວນີ້ທ່ານສາມາດສ້າງການເຕືອນເປັນເວລາໝົດມື້ໄດ້ ແລະ ກຳນົດເອງເວລາທ່ານຕ້ອງການຮັບແຈ້ງເຕືອນກ່ຽວກັບພວກມັນ.
Samsung Internet
ຫຼິ້ນວິດີໂອໃນພື້ນຫຼັງ
ສືບຕໍ່ຫຼິ້ນສຽງວິດີໂອ, ເຖິງແມ່ນວ່າທ່ານອອກຈາກແຖບປັດຈຸບັນ ຫຼື ອອກຈາກແອັບອິນເຕີເນັດແລ້ວກໍຕາມ.
ມູມມອງລາຍຊື່ແຖບທີ່ປັບປຸງສຳລັບໜ້າຈໍກວ້າງ
ເມື່ອໃຊ້ອິນເຕີເນັດເທິງໜ້າຈໍກວ້າງເຊັ່ນ: ແທັບເລັດໃນພາບລວງຂວາງ ຫຼື Samsung DeX, ມູມມອງລາຍຊື່ແຖບຈະຖືກສະແດງໃນ 2 ຖັນເພື່ອທີ່ທ່ານສາມາດເຫັນຂໍ້ມູນເພີ່ມຕື່ມເທິງໜ້າຈໍໃນເວລາດຽວກັນ.
ຍ້າຍບຸກມາກຄ໌ ແລະ ແຖບດ້ວຍ 2 ມື
ສຳຜັດ ແລະ ກົດຄ້າງໄວ້ບຸກມາກຄ໌ ຫຼື ແຖບທີ່ທ່ານຕ້ອງການຍ້າຍດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງຫາບຸກມາກຄ໌ໂຟລເດີ ຫຼື ກຸ່ມແຖບບ່ອນທີ່ທ່ານຕ້ອງການຍ້າຍມັນ.
ເລືອກອັດສະລິຍະ
ປ່ຽນຂະໜາດ ແລະ ຄັດແຍກຂໍ້ຄວາມອອກຈາກເນື້ອຫາທີ່ປັກໝຸດ
ເມື່ອທ່ານປັກໝຸດຮູບໜຶ່ງຫາໜ້າຈໍ, ດຽວນີ້ທ່ານສາມາດປ່ຽນຂະໜາດ ຫຼື ຄັດແຍກຂໍ້ຄວາມຈາກຮູບນັ້ນໄດ້.
ມູມມອງແບບຂະຫຍາຍ
ເມື່ອເລືອກພື້ນທີ່ໜຶ່ງຂອງໜ້າຈໍ, ມູມມອງແບບຂະຫຍາຍຈະປາກົດຂຶ້ນ, ສະນັ້ນທ່ານສາມາດເລີ່ມ ແລະ ສິ້ນສຸດການເລືອກຂອງທ່ານຢູ່ໃນຈຸດທີ່ສົມບູນແບບ.
Bixby text call
ສະຫຼັບຫາ Bixby ຂະນະທີ່ໂທ
ທ່ານສາມາດສະຫຼັບຫາ Bixby text call ໄດ້ທຸກເວລາ, ເຖິງແມ່ນວ່າການໂທໄດ້ດຳເນີນຢູ່ກໍ່ຕາມ.
ໂໝດ ແລະ ວຽກປະຈຳ
ປ່ຽນແປງການປະກົດຂຶ້ນຂອງໜ້າຈຳລັອກຂອງທ່ານ
ຕັ້ງໜ້າຈໍລັອກທີ່ແຕກຕ່າງກັນດ້ວຍວອລເປເປີ ແລະ ຮູບແບບໂມງຂອງພວກມັນເອງ ສຳລັບເວລາທ່ານຂັບຂີ່, ເຮັດວຽກ, ອອກກໍາລັງກາຍ ແລະ ອື່ນໆ. ລອງວອລເປເປີມືດສຳລັບໂໝດນອນຫຼັບ ຫຼື ວອລເປເປີທີ່ສະຫງົບງຽບສຳລັບໂໝດຜ່ອນຄາຍ. ເມື່ອທ່ານແກ້ໄຂໜ້າຈໍລັອກສຳລັບໂໝດໜຶ່ງ, ທ່ານຈະເຫັນວອລເປເປີທຸກຄັ້ງທີ່ເປີດໂໝດ.
ສະພາບໃໝ່
ດຽວນີ້ທ່ານສາມາດເລີ່ມວຽກປະຈຳເມື່ອແອັບໜຶ່ງກຳລັງຫຼິ້ນມີເດຍ.
ການກະທຳໃໝ່
ດຽວນີ້ວຽກປະຈຳຂອງທ່ານສາມາດເຮັດຫຼາຍຂຶ້ນກວ່າທີ່ເຄີຍເຮັດທີ່ຜ່ານມາເຊັ່ນ: ການປ່ຽນແປງການຕັ້ງຄ່າຄີບອດຊໍາຊຸງ.
ຄຳແນະນຳອັດສະລິຍະ
ຮູບຊົງ ແລະ ຄວາມຮູ້ສຶກໃໝ່
ວິດເຈັດຄຳແນະນຳອັດສະລິຍະຖືກອອກແບບໃໝ່ດ້ວຍແຜນຜັງທີ່ສອດຄ່ອງກັບໄອຄອນອື່ນເທິງໜ້າຈໍຫຼັກຂອງທ່ານທີ່ດີກວ່າເດີມ.
ການກຳນົດເອງເພີ່ມເຕີມ
ດຽວນີ້ທ່ານສາມາດປັບຄວາມໂປ່ງແສງ ແລະເລືອກລະຫວ່າງພື້ນຫຼັງສີຂາວ ຫຼື ດຳ. ທ່ານຍັງສາມາດຕັ້ງແອັບເພື່ອໃຫ້ເວັ້ນຈາກຄຳແນະນຳໄດ້.
Finder
ການກະທຳດ່ວນສຳລັບແອັບ
ເມື່ອແອັບໜຶ່ງປາກົດຂຶ້ນໃນຜົນການຊອກຫາຂອງທ່ານ, ທ່ານສາມາດສຳຜັດ ແລະ ກົດແອັບຄ້າງໄວ້ເພື່ອຮັບການເຂົ້າໃຊ້ດ່ວນໄປຍັງການກະທຳທີ່ທ່ານສາມາດປະຕິບັດໂດຍໃຊ້ແອັບ. ຕົວຢ່າງ: ຖ້າທ່ານຊອກຫາແອັບປະຕິທິນ, ປຸ່ມສຳລັບເພີ່ມເຫດການ ຫຼື ການຊອກຫາປະຕິທິນຂອງທ່ານຈະປາກົດຂຶ້ນ. ການກະທຳຂອງແອັບຈະຍັງປາກົດໃນຜົນການຊອກຫາດ້ວຍຕົນເອງ, ຖ້າທ່ານຊອກຫາຊື່ຂອງການກະທຳແທນການຊອກຫາແອັບ.
ໄຟລ໌ຂອງຂ້ອຍ
ເພີ່ມພື້ນທີ່ຫວ່າງບ່ອນເກັບຂໍ້ມູນ
ບັດຄຳແນະນຳຈະປາກົດຂຶ້ນເພື່ອຊ່ວຍທ່ານເພີ່ມພື້ນທີ່ຫວ່າງບ່ອນເກັບຂໍ້ມູນ. ໄຟລ໌ຂອງຂ້ອຍຈະແນະນຳໃຫ້ລຶບໄຟລ໌ທີ່ບໍ່ຈຳເປັນ, ໃຫ້ເຄັດລັບໃນການຕັ້ງບ່ອນເກັບຂໍ້ມູນຄລາວ ແລະ ຍັງໃຫ້ເຈົົ້າຮູ້ວ່າແອັບໃດໃນໂທລະສັບກຳລັງໃຊ້ພື້ນທີ່ບ່ອນເກັບຂໍ້ມູນ ຫຼາຍທີ່ສຸດ.
ຖັງຂີ້ເຫຍື້ອລວມສູນດ້ວຍແກເລີຣີ ແລະ ເຄື່ອງບັນທຶກສຽງ
ໄຟລ໌ຂອງຂ້ອຍ, ແກເລີຣີ ແລະ ຄຸນສົມບັດຂອງຖັງຂີ້ເຫຍື້ອເຄື່ອງບັນທຶກສຽງໄດ້ລວມເຂົ້າກັນເປັນໜຶ່ງດຽວ. ເມື່ອທ່ານເປີດຖັງຂີ້ເຫຍື້ອໃນໄຟລ໌ຂອງຂ້ອຍ, ເຈົ້າຈະສາມາດເຫັນໄຟລ໌ຕ່າງໆ, ຮູບ, ວິດີໂອ ແລະ ການບັນທຶກສຽງທີ່ທ່ານໄດ້ລຶບອອກພ້ອມກັນທັງໝົດ, ພ້ອມກັບຕົວເລືອກສຳລັບການຣີສະຕໍ ຫຼື ການລຶບຢ່າງຖາວອນ.
ສຳເນົາໄຟລ໌ດ້ວຍ 2 ມື
ສຳຜັດໄຟລ໌ທີ່ທ່ານຕ້ອງການສຳເນົາ ແລະ ກົດຄ້າງໄວ້ດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງໄປຫາໂຟລເດີບ່ອນທີ່ທ່ານຕ້ອງການສຳເນົາມັນ.
Samsung Pass
ລົງຊື່ເຂົ້າໃຊ້ທີ່ປອດໄພກວ່າດ້ວຍໝາຍເລກລະຫັດຜ່ານ
ໃຊ້ໝາຍເລກລະຫັດຜ່ານເພື່ອລົງຊື່ເຂົ້າໃຊ້ໃນແອັບ ແລະ ເວັບໄຊທ໌ທີ່ຮອງຮັບ. ບໍ່ຄືກັບລະຫັດຜ່ານ, ໝາຍເລກລະຫັດຜ່ານຂອງທ່ານຈະຖືກເກັບໃນໂທລະສັບເທົ່ານັ້ນ ແລະ ຈະບໍ່ສາມາດຮົ່ວໄຫຼອອກນອກຜ່ານການເຈາະລະບົບດ້ານຄວາມປອດໄພຂອງເວັບໄຊທ໌. ໝາຍເລກລະຫັດຜ່ານຍັງປົກປ້ອງທ່ານຈາກການໂຈມຕີແບບພິສຊິງ ຫຼື ການຫຼອກລວງທາງອິນເຕີເນັດເພາະວ່າມັນໄດ້ຜົນພຽງໃນ ເວັບໄຊທ໌ ຫຼື ແອັບບ່ອນທີ່ພວກມັນຖືກລົງທະບຽນເທົ່ານັ້ນ.
ການຕັ້ງຄ່າ
ໂໝດເຮືອບິນທີ່ອັດສະລິຍະກວ່າ
ຖ້າທ່ານເປີດ Wi-Fi ຫຼື ບລູທູດໃນຂະນະທີ່ເປີດໂໝດເຮືອບິນ, ໂທລະສັບຂອງທ່ານຈະຈົດຈຳ. ຄັ້ງໜ້າທ່ານໃຊ້ໂໝດເຮືອບິນ, Wi-Fi ຫຼື ບລູທູດຈະຍັງຄົງເປີດແທນທີ່ຈະປິດ.
ເຂົ້າເຖິງການຕັ້ງຄ່າແບັດເຕີຣີທີ່ງ່າຍຂຶ້ນ
ຕອນນີ້ການຕັ້ງຄ່າແບັດເຕີຣີມີເມນູການຕັ້ງຄ່າລະດັບສູງສຸດຂອງພວກມັນເອງ, ສະນັ້ນທ່ານສາມາດກວດເບິ່ງການໃຊ້ແບັດເຕີຣີຂອງທ່ານ ແລະ ຈັດການການຕັ້ງຄ່າແບັດເຕີຣີ.
ບັລອກໄພຂົ່ມຂູ່ດ້ານຄວາມປອດໄພ
ເອົາລະດັບການປົກປ້ອງເພີ່ມສຳລັບແອັບ ແລະ ຂໍ້ມູນຂອງທ່ານ. ຕົວບລັອກອັດຕະໂນມັດປ້ອງກັນບໍ່ໃຫ້ແອັບທີ່ບໍ່ຮູ້ຈັກຖືກຕິດຕັ້ງ, ກວດຫາມາລແວ ແລະ ບລັອກຄຳສັ່ງທີ່ເປັນອັນຕະລາຍເພື່ອບໍ່ໃຫ້ສົ່ງຫາໂທລະສັບຂອງທ່ານຜ່ານສາຍ USB
ຄວາມສາມາດເຂົ້າໃຊ້
ການເພີ່ມປະສິດທິພາບການມອງເຫັນເພື່ອຊອກຫາງ່າຍຂຶ້ນ
ເມນູການຊ່ວຍເຫຼືອໃນການເວົ້າ ແລະ ການເພີ່ມປະສິດທິພາບການເບິ່ງເຫັນໄດ້ລວມເຂົ້າກັນເປັນໜຶ່ງເມນູການເພີ່ມປະສິດທິພາບການມອງເຫັນເພື່ອການເຂົ້າເຖິງທີ່ໄວຂຶ້ນ, ງ່າຍຂຶ້ນ.
ຕົວເລືອກການຂະຫຍາຍໃໝ່
ກຳນົດເອງວ່າໃຫ້ໜ້າຈໍການຂະຫຍາຍຂອງທ່ານປາກົດຂຶ້ນແນວໃດ. ທ່ານສາມາດເລືອກໜ້າຈໍເຕັມ, ໜ້າຈໍບາງສ່ວນ ຫຼື ອະນຸຍາດການສະຫຼັບລະຫວ່າງທັງສອງໜ້າຈໍ.
ກຳນົດຄວາມໜາຂອງເຄີເຊີຣ໌ເອງ
ດຽວນີ້ທ່ານສາມາດເພີ່ມຄວາມໜາຂອງເຄີເຊີຣ໌ທີ່ປາກົດຂຶ້ນຂະນະທີ່ແກ້ໄຂຂໍ້ຄວາມເພື່ອໃຫ້ເຫັນງ່າຍຂຶ້ນ.
ຮຽນຮູ້ເພີ່ມຕື່ມກ່ຽວກັບຄວາມສາມາດເຂົ້າໃຊ້
ລິ້ງເຊື່ອມເຂົ້າຫາໜ້າເວັບຄວາມສາມາດເຂົ້າໃຊ້ Samsung ໄດ້ຖືກເພີ່ມຫາການຕັ້ງຄ່າຄວາມສາມາດເຂົ້າໃຊ້ເພື່ອທີ່ທ່ານຈະສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບຄຸນສົມບັດຂອງຄວາມສາມາດເຂົ້າໃຊ້ ແລະ ຄວາມພະຍາຍາມຂອງພວກເຮົາໃນການເຮັດໃຫ້ທຸກຄົນສາມາດເຂົ້າເຖິງຜະລິດຕະພັນຂອງພວກເຮົາໄດ້.
ການເປັນຢູ່ທີ່ດີແບບດິຈິຕອລ
ແຜນຜັງທີ່ປັບປຸງ
ໜ້າຈໍຫຼັກຂອງການເປັນຢູ່ທີ່ດີແບບດິຈິຕອລໄດ້ຖືກອອກແບບໃໝ່, ເຮັດໃຫ້ຊອກຫາຂໍ້ມູນທີ່ທ່ານຕ້ອງການງ່າຍຂຶ້ນ.
ເນື້ອຫາເພີ່ມເຕີມໃນບົດລາຍງານປະຈໍາອາທິດ
ດຽວນີ້ລາຍງານການໃຊ້ປະຈຳອາທິດຂອງທ່ານໃຫ້ທ່ານຮູ້ກ່ຽວກັບແບບແຜນການໃຊ້ທີ່ບໍ່ປົກກະຕິ, ເວລາການໃຊ້ສູງສຸດຂອງທ່ານ ແລະ ວິທີທີ່ທ່ານເຮັດໃຫ້ເວລາໜ້າຈໍຂອງທ່ານເກີດຄວາມດຸນດ່ຽງ.
ໝາຍເລກການຜະລິດ : S916BXXS3AWIF
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-10-12
ລະດັບແກ້ໄຂຄວາມປອດໄພ : 2023-10-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXS3AWHR
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-09-15
ລະດັບແກ້ໄຂຄວາມປອດໄພ : 2023-09-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU3AWGJ
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-08-30
ລະດັບແກ້ໄຂຄວາມປອດໄພ : 2023-08-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXS3AWF7
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-07-11
ລະດັບແກ້ໄຂຄວາມປອດໄພ : 2023-07-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU2AWF1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-06-27
ລະດັບແກ້ໄຂຄວາມປອດໄພ : 2023-06-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXS1AWD1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-05-04
ລະດັບແກ້ໄຂຄວາມປອດໄພ : 2023-05-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU1AWC8
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-04-03
ລະດັບແກ້ໄຂຄວາມປອດໄພ : 2023-04-01
• ຄວາມສະຖຽນ ແລະ ຄວາມເຊື່ອຖືໄດ້
ພຶດຕິກຳຂອງອຸປະກອນໄດ້ຮັບການປັບປຸງແລ້ວ.
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.
ໝາຍເລກການຜະລິດ : S916BXXS1AWBM
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-03-09
ລະດັບແກ້ໄຂຄວາມປອດໄພ : 2023-03-01
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.
ໝາຍເລກການຜະລິດ : S916BXXU1AWBD
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-02-24
ລະດັບແກ້ໄຂຄວາມປອດໄພ : 2023-02-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.