ການອັບເດດຊອບແວສາມາດລວມເຂົ້າ, ແຕ່ບໍ່ຈຳກັດເຖິງ
ເພື່ອໃຫ້ໄດ້ສິ່ງດີທີ່ສຸດຈາກອຸປະກອນຂອງທ່ານ, ກະລຸນາອັບເດດອຸປະກອນຂອງທ່ານຢູ່ສະເໝີ ແລະກວດຫາການອັບເດດຊອບແວເປັນປົກກະຕິ.

Galaxy Tab A7 Lite (SM-T225)


ໝາຍເລກການຜະລິດ : T225XXSBEYE4
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-05-29
ລະດັບແກ້ໄຂຄວາມປອດໄພ : 2025-05-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : T225XXSAEYA4
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2025-02-10
ລະດັບແກ້ໄຂຄວາມປອດໄພ : 2025-01-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : T225XXU8EXH2
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-08-28
ລະດັບແກ້ໄຂຄວາມປອດໄພ : 2024-07-01
ອັບເກຣດ One UI 6.1



ປັບແຕ່ງ Galaxy ຂອງທ່ານເອງ

ຄຸນສົມບັດການແກ້ໄຂວອລເປເປີໃໝ່
ຕົບແຕ່ງວອລເປເປີຂອງທ່ານຕາມທີ່ທ່ານມັກ. ເມື່ອທ່ານເລືອກຮູບເພື່ອໃຊ້ເປັນວອລເປເປີຂອງທ່ານ, ດຽວນີ້ທ່ານສາມາດນຳໃຊ້ຂອບ ແລະ ເອັບເຝັກ.

ກຳນົດແຈ້ງເຕືອນໂມງປຸກເອງ
ໃຊ້ ຮູບ, ວິດີໂອ ຫຼື ອິໂມຈິ AR ເພື່ອສ້າງໜ້າຈໍແຈ້ງເຕືອນທີ່ກຳນົດເອງຂອງທ່ານສຳລັບແຕ່ລະແຈ້ງເຕືອນ. ທ່ານຍັງສາມາດປ່ຽນແປງ ແຜນຜັງບ່ອນທີ່ຂໍ້ມູນແຈ້ງເຕືອນປາກົດໃນໜ້າຈໍ.

ສະຕິກເກີທີ່ຫລາຍຂຶ້ນເພື່ອເຮັດປະຕິທິນຂອງທ່ານເປັນສ່ວນຕົວ.
ຕອນນີ້ທ່ານສາມາດເພີ່ມສູງເຖິງ 2 ສະຕິກເກີສຳລັບແຕ່ລະວັນທີີໃນປະຕິທິນຂອງທ່ານ. ຕອນນີ້ ສະຕິກເກີສຳລັບເຫດການສະແດງຖັດຈາກຊື່ເຫດການໃນມຸມມອງເດືອນ.

ການຕັ້ງຄ່າປະຕິທິນທີ່ປັບແຕ່ງໃໝ່
ການຕັ້ງຄ່າປະຕິທິນຖືກຈັດຄືນໃໝ່ເພື່ອໃຫ້ງ່າຍໃນການນຳໃຊ້ຫລາຍຂຶ້ນ. ນອກນັ້ນທ່ານຍັງສາມາດກຳນົດ ສີພື້ນຫຼັງ ແລະ ຮູບສຳລັບການແຈ້ງເຕືອນປະຕິທິນໜ້າຈໍເຕັມໄດ້ອີກດ້ວຍ.

ກຳນົດແຈ້ງເຕືອນຂອງການເຕືອນເອງ
ສ້າງພື້ນຫຼັງທີ່ຖືກຕ້ອງສຳລັບແຕ່ລະການແຈ້ງເຕືອນຂອງທ່ານ. ຕອນນີ້ທ່ານສາມາດກຳນົດສີ ແລະ ຮູບ ພື້ນຫຼັງ ສຳລັບແຈ້ງເຕືອນການເຕືອນໜ້າຈໍເຕັມ.

ເຮັດຫລາຍຂຶ້ນກັບໝວດການແຈ້ງເຕືອນ
ຕອນນີ້ທ່ານສາມາດເລືອກໄອຄອນຕົວແທນສຳລັບແຕ່ລະໝວດການແຈ້ງເຕືອນ. ທ່ານຍັງສາມາດປັກໝຸດໝວດທີ່ທ່ານໃຊ້ເປັນປະຈຳໃສ່ດ້ານເທິງຂອງລາຍການໝວດ.

ເປີດ ຫຼື ປິດໂໝດຈາກ ໜ້າຈໍຫຼັກ
ເປີດ ຫຼື ປິດໂໝດ ໄວຂຶ້ນກວ່າເດີມ. ວິດເຈັດໂໝດໃໝ່ໃຫ່ທ່ານເພີ່ມໂໝດຫາໜ້າຈໍຫຼັກໂດຍກົງ.

ຈັດລຳດັບໂໝດຂອງທ່ານ
ຕອນນີ້ທ່ານສາມາດປ່ຽນແປງລຳດັບທີ່ໂໝດຈະສະແດງເທິງແຖບໂໝດ ໃນ ໂໝດ ແລະ ວຽກປະຈຳ.

ເງື່ອນໄຂຂອງວຽກປະຈຳໃໝ່
ຕອນນີ້ທ່ານສາມາດເລີ່ມ ວຽກປະຈຳ ເມື່ອການເຕືອນຕາມທີ່ທ່ານເລືອກເລີ່ມຕົ້ນດັງຂຶ້ນ ຫຼື ໃນເວລາ Smart View ເຊື່ອມຕໍ່ ຫຼື ຕັດເຊື່ອມຕໍ່.



ເຊື່ອມຕໍ່ ແລະ ແບ່ງປັນ

ແບ່ງປັນກັບອຸປະກອນຫຼາຍຂຶ້ນ
ການແຊຣ໌ດ່ວນໄດ້ລວມເຂົ້າກັນກັບການແຊຣ໌ໃກ້ຄຽງຂອງ Google. ນອກເໜືອຈາກ ອຸປະກອນ Galaxy, ດຽວນີ້ທ່ານສາມາດແບ່ງປັນກັບອຸປະກອນແອນດຣອຍອື່ນໆໂດຍທີ່ບໍ່ຕ້ອງມີການເຊື່ອມຕໍ່ອິນເຕີເນັດກໍ່ໄດ້.

ຊິງຄ໌ກຸ່ມແຖບອິນເຕີເນັດກັບອຸປະກອນອື່ນ
ສືບຕໍ່ຈຸດທີ່ທ່ານປະໄວ້ໃນຊ່ວງເຊສຊັນການທ່ອງເວັບສຸດທ້າຍຂອງທ່ານຢ່າງງ່າຍໆໂດຍບໍ່ສົນວ່າທ່ານກຳລັງໃຊ້ອຸປະກອນເຄື່ອງໃດ. ກຸ່ມແຖບທີ່ທ່ານໄດ້ສ້າງໃນອຸປະກອນໜຶ່ງຈະປະກົດຂຶ້ນໃນ ອິນເຕີເນັດຊຳຊຸງ ເທິງ ອຸປະກອນ Galaxy ອື່ນທີ່ລົງຊື່ເຂົ້າໃຊ້ໃນ Samsung account ຂອງທ່ານ.



ການປັບປຸງເພີ່ມເຕີມຍິ່ງຂຶ້ນ

ຂໍ້ມູນເພີ່ມຕື່ມໃນວິເຈັທ໌ກ່ຽວກັບ ສະພາບອາກາດ
ວິດເຈັດສະພາບອາກາດຈະໃຫ້ທ່ານຮູ້ວ່າເມື່ອໃດຈະມີພະຍຸລົມຝົນ, ຫິມະຕົກທີ່ຮຸນແຮງ ຫຼື ຢາດນ້ຳຟ້າອື່ນໆຕາມການພະຍາກອນໃນພື້ນທີ່ທ້ອງຖິ່ນຂອງທ່ານ.

ປ້ອນເຂົ້າສຽງໂດຍບໍ່ອອກຈາກຄີບອດ
ຕອນນີ້ ຄີບອດ ຍັງຄົງປາກົດຂະນະທີ່ໃຊ້ການປ້ອນເຂົ້າສຽງ ເພື່ອທີ່ທ່ານສາມາດສັບປ່ຽນກັບຄືນຫາການພິມເມື່ອໃດທີ່ທ່ານຕ້ອງການຢ່າງງ່າຍໆ. ແຕະປຸ່ມໄມຢູ່ດ້ານລຸ່ມສຸດຂອງໜ້າຈໍເພື່ອປ້ອນ ຂໍ້ຄວາມ ໂດຍໃຊ້ ສຽງ ຂອງທ່ານໄດ້ໃນທຸກເວລາ ຂະນະທີ່ໃຊ້ ຄີບອດ.

ເປີດແອັບທີ່ຫຍໍ້ນ້ອຍທັງໝົດທັນທີ
ປຸ່ມໃໝ່ຈະໃຫ້ທ່ານເປີດຄືນແອັບທີ່ຫຍໍ້ນ້ອຍທັງໝົດທັນທີເມື່ອທ່ານມີໜ້າຕ່າງ ປັອບອັບທີ່ຫຍໍ້ນ້ອຍຫລາຍກວ່າໜຶ່ງໜ້າຕ່າງ.

ຄຳແນະນຳ Google ຊອກຫາ ໃນ Finder
ໃນເວລາທ່ານຊອກຫາໂດຍໃຊ້ Finder, ທ່ານກໍ່ຍັງຈະໄດ້ຮັບການຊອກຫາຜ່ານເວັບທີ່ແນະນຳຈາກ Google ນຳດ້ວຍ.

ມີວິທີຫລາຍຂຶ້ນເພື່ອປົກປ້ອງ ແບັດເຕີຣີຂອງທ່ານ
ເລືອກຈາກ 3 ທາງເລືອກທີ່ຕ່າງກັນເພື່ອຊ່ວຍຂະຫຍາຍອາຍຸການນຳໃຊ້ແບັດເຕີຣີຂອງທ່ານ. ການປົກປ້ອງພື້ນຖານຮັກສາການສາກຂອງທ່ານລະຫວ່າງ 95% ແລະ 100%.  ການປ້ອງກັນແບບປັບໄດ້ຢຸດການສາກຊົ່ວຄາວຂະນະທີ່ທ່ານນອນຫຼັບ ແລະ ສຳເລັດການສາກພຽງກ່ອນທີ່ທ່ານຕື່ນນອນເທົ່ານັ້ນ. ທ່ານຍັງສາມາດເລືອກເພື່ອຈຳກັດການສາກຂັ້ນສູງສຸດຮອດ 80% ສຳລັບການປົກປ້ອງຂັ້ນສູງສຸດ.

ຊອກຫາແກເລີຣີທີ່ໄດ້ຮັບການປັບປຸງ
ໜ້າຈໍຊອກຫາຖືກອອກແບບໃໝ່ເພື່ອເຮັດໃຫ້ການໃຊ້ງ່າຍຂຶ້ນ. ຕອນນີ້ຜົນຮັບຖືກຈັດໝວດຕາມປະເພດ, ເຊັ່ນ: ຜູ້ຄົນ, ສະຖານທີ່, ອາລະບໍາ ຫຼື ເລື່ອງ.

ໝາຍເລກການຜະລິດ : T225XXS7DXF9
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-06-27
ລະດັບແກ້ໄຂຄວາມປອດໄພ : 2024-04-01
• ຄວາມປອດໄພ
ອຸປະກອນໄດ້ຮັບການປົກປ້ອງດ້ວຍຄວາມປອດໄພທີ່ໄດ້ຮັບການຍົກລະດັບ.

ໝາຍເລກການຜະລິດ : T225XXU6DWL9
ລຸ້ນ Android : U(Android 14)
ວັນທີອອກຈຳໜ່າຍ : 2024-01-17
ລະດັບແກ້ໄຂຄວາມປອດໄພ : 2023-12-01
ການ​ອັບ​ເກ​ຣດ One UI 6.0 (Android 14)



ແຜງດ່ວນ

ແຜນຜັງປຸ່ມໃໝ່
ແຜງດ່ວນມີແຜນຜັງໃໝ່ທີ່ເຮັດໃຫ້ການເຂົ້າເຖິງຄຸນສົມບັດທີ່ໃຊ້ຫຼາຍທີ່ສຸດນັ້ນງ່າຍຂຶ້ນ. ຕອນນີ້ Wi-Fi ແລະ ບລູທູດ ມີປຸ່ມສະເພາະຂອງພວກມັນເອງຢູ່ເທິງສຸດຂອງໜ້າຈໍ, ຂະນະທີ່ຄຸນສົມບັດສະເໝືອນຈິງເຊັ່ນ: ໂໝດມືດ ແລະ ເຄື່ອງບັງໃຫ້ສະບາຍຕາໄດ້ຍ້າຍໄປຍັງດ້ານລຸ່ມສຸດ. ປຸ່ມການຕັ້ງຄ່າດ່ວນອື່ນໆປາກົດໃນພື້ນທີ່ທີ່ກຳນົດເອງໄດ້ໃນເຄິ່ງກາງ.

ເຂົ້າເຖິງແຜງດ່ວນເຕັມຢ່າງທັນທີ
ຕາມມາດຕະຖານ, ແຜງດ່ວນແບບກະທັດຮັດພ້ອມກັບການແຈ້ງເຕືອນຈະປາກົດເມື່ອທ່ານປັດລົງຈາກດ້ານເທິງສຸດຂອງໜ້າຈໍ. ການປັດລົງອີກຄັ້ງຈະເຊື່ອງການແຈ້ງເຕືອນ ແລະ ສະແດງແຜງດ່ວນທີ່ຂະຫຍາຍອອກ. ຖ້າທ່ານເປີດເຂົ້າເຖິງການຕັ້ງຄ່າດ່ວນແບບທັນທີ, ທ່ານສາມາດເບິ່ງແຜງດ່ວນທີ່ຂະຫຍາຍອອກໂດຍການປັດພຽງຄັ້ງດຽວຈາກດ້ານຂວາຂອງສ່ວນເທິງສຸດຂອງໜ້າຈໍ. ການປັດລົງຈາກດ້ານຊ້າຍສະແດງການແຈ້ງເຕືອນ.

ການເຂົ້າເຖິງການຄວບຄຸມຄວາມແຈ້ງຢ່າງວ່ອງໄວ
ຕອນນີ້ແຖບຄວບຄຸມຄວາມແຈ້ງປາກົດຕາມຄ່າເລີ່ມຕົ້ນໃນແຜງດ່ວນແບບກະທັດຮັດເມື່ອທ່ານປັດລົງຄັ້ງດຽວຈາກດ້ານເທິງສຸດຂອງໜ້າຈໍສຳລັບການປັບຄວາມແຈ້ງທີ່ໄວຂຶ້ນ ແລະ ງ່າຍຂຶ້ນ.

ການສະແດງປົກອາລະບໍາທີ່ໄດ້ຮັບການປັບປຸງ
ຂະນະທີ່ຫຼິ້ນເພງ ຫຼື ວິດີໂອ, ປົກອາລະບໍາກວມເອົາຕົວຄວບຄຸມມີເດຍທັງໝົດໃນແຜງການແຈ້ງເຕືອນ, ຖ້າແອັບທີ່ພວມຫຼິ້ນເພງ ຫຼື ວິດີໂອໃຫ້ປົກອາລະບຳ.

ແຜນຜັງທີ່​ປັບ​ປຸງສຳລັບການແຈ້ງເຕືອນ
ຕອນນີ້ແຕ່ລະການແຈ້ງເຕືອນຈະປາກົດເປັນບັດແຍກຕ່າງຫາກ, ເຮັດໃຫ້ງ່າຍຂຶ້ນໃນການຮັບຮູ້ການແຈ້ງເຕືອນແຕ່ລະອັນ.

ໄອຄອນການແຈ້ງເຕືອນທີ່ສົດໃສຫຼາຍຂຶ້ນ
ທ່ານສາມາດໃຊ້ໄອຄອນສີແບບເຕັມອັນດຽວກັນທີ່ໃຊ້ສຳລັບແຕ່ລະແອັບໃນໜ້າຈໍຂອງໜ້າຫຼັກ ແລະ ແອັບ. ທ່ານສາມາດເປີດສິ່ງນີ້ໃນການຕັ້ງຄ່າ.

ແຍກການແຈ້ງເຕືອນຕາມເວລາ
ດຽວນີ້ທ່ານສາມາດປ່ຽນແປງການຕັ້ງຄ່າການແຈ້ງເຕືອນຂອງທ່ານເພື່ອແຍກຕາມເວລາແທນບຸລິມະສິດ ເພື່ອທີ່ ການແຈ້ງເຕືອນທີ່ໃໝ່ສຸດຂອງທ່ານແມ່ນຢູ່ດ້ານເທິງສຸດສະເໝີ.



ໜ້າຈໍລັອກ

ການຈັດຕຳແໜ່ງໂມງຂອງທ່ານຄືນໃໝ່
ຕອນນີ້ທ່ານມີອິດສະຫຼະຫຼາຍຂຶ້ນເພື່ອຍ້າຍໂມງຂອງທ່ານໄປຫາທີ່ຕັ້ງຕາມທາງເລືອກຂອງທ່ານເທິງໜ້າຈຳລັອກ.



ໜ້າຈໍຫຼັກ

ປ້າຍໄອຄອນແບບລຽບງ່າຍ
ປ້າຍໄອຄອນຂອງແອັບແມ່ນຈຳກັດເຂົ້າໃນແຖວດຽວເພື່ອໃຫ້ເປັນລະບຽບຂຶ້ນ ແລະ ມີລັກສະນະທີ່ງ່າຍຂຶ້ນ. "Galaxy" ແລະ "Samsung" ຖືກລຶບອອກຈາກຊື່ແອັບບາງອັນເພື່ອເຮັດໃຫ້ພວກມັນສັ້ນລົງ ແລະ ງ່າຍຂຶ້ນໃນການສະແກນ.

ລາກແລະວາງດ້ວຍ 2 ມື
ເລີ່ມລາກໄອຄອນແອັບ ຫຼື ວິດເຈັດເທິງໜ້າຈໍຫຼັກຂອງທ່ານດ້ວຍມືດຽວ, ຈາກນັ້ນໃຊ້ມືເບື້ອງອື່ນນຳທາງໄປຫາໜ້າຈໍບ່ອນທີ່ທ່ານຕ້ອງການວາງພວກມັນລົງ.



ການເຮັດຫຼາຍໜ້າວຽກ

ເປີດໜ້າຕ່າງປັອບອັບໄວ້ຕໍ່ເນື່ອງ
ແທນທີ່ຈະຫຼຸດໜ້າຕ່າງປັອບອັບໃຫ້ນ້ອຍລົງເມື່ອທ່ານໄປທີ່ໜ້າຈໍຫຼ້າສຸດ, ຕອນນີ້ປັອບອັບຈະຍັງຄົງເປີດພາຍຫຼັງທ່ານອອກຈາກໜ້າຈໍຫຼ້າສຸດແລ້ວ, ສະນັ້ນທ່ານສາມາດສືບຕໍ່ສິ່ງທີ່ທ່ານກຳລັງເຮັດຢູ່ໄດ້.



ລິ້ງຫາ Windows

ດຽວນີ້ມີໃຫ້ໃນແທັບເລັດ
ເຊື່ອມຕໍ່ແທັບເລັດຂອງທ່ານກັບ Windows PC ເພື່ອກວດເບິ່ງການແຈ້ງເຕືອນ ແລະ ໃຊ້ແອັບຈາກແທັບເລັດຂອງທ່ານໃນ PC ຂອງທ່ານ, ໂອນໄຟລ໌ລະຫວ່າງອຸປະກອນຂອງທ່ານ ແລະ ອື່ນໆອີກຫຼາຍ.



ຄີບອດຊໍາຊຸງ

ການອອກແບບອິໂມຈິໃໝ່
ອິໂມຈິທີ່ປາກົດຂຶ້ນໃນຂໍ້ຄວາມ, ໂພສສື່ສັງຄົມອອນໄລນ໌ຂອງທ່ານ ແລະ ບ່ອນອື່ນໃນແທັບເລັດຂອງທ່ານແມ່ນໄດ້ຮັບການອັບເດດດ້ວຍການອອກແບບໃໝ່.



ການໃຫ້ໃຊ້ເນື້ອໃນຮ່ວມກັນ

ການເບິ່ງຕົວຢ່າງຮູບ
ເມື່ອທ່ານແບ່ງປັນຮູບຈາກແອັບໃດໜຶ່ງ, ຕົວຢ່າງຮູບຈະປາກົດຢູ່ດ້ານເທິງສຸດຂອງແຜງແບ່ງປັນເພື່ອໃຫ້ທ່ານອີກໂອກາດໜຶ່ງໃນການທົບທວນຄືນຮູບກ່ອນແບ່ງປັນພວກມັນ.



ສະພາບອາກາດ

ວິດເຈັດສະພາບອາກາດໃໝ່
ວິດເຈັດຂໍ້ມູນເຊີງເລິກຂອງສະພາບອາກາດໃຫ້ຂໍ້ມູນເພີ່ມຕື່ມກ່ຽວກັບສະພາບອາກາດທ້ອງຖິ່ນຂອງທ່ານ. ທ່ານສາມາດເຫັນເວລາໃດເກີດພະຍຸຝົນຟ້າຄະນອງ, ຫິມະ, ຝົນທີ່ຮຸນແຮງ ແລະ ເຫດການອື່ນໆໃນການພະຍາກອນ.

ຂໍ້ມູນເພີ່ມຕື່ມໃນແອັບສະພາບອາກາດ
ຂໍ້ມູນກ່ຽວກັບຫິມະຕົກ, ຂ້າງຂຶ້ນຂ້າງແຮມຂອງດວງເດືອນ ແລະ ເວລາ, ຄວາມກົດອາກາດ, ໄລຍະການເບິ່ງເຫັນ, ຈຸດນ້ຳຄ້າງ ແລະ ທິດທາງລົມໃນຂະນະນີ້ແມ່ນມີໃຫ້ຢູ່ໃນແອັບສະພາບອາກາດ.

ການເບິ່ງແຜນທີ່ແບບໂຕ້ຕອບ
ປັດເພື່ອຍ້າຍຮອບໆແຜນທີ່ ແລະ ແຕະຈຸດທີ່ຕັ້ງເພື່ອເບິ່ງສະພາບອາກາດໃນທ້ອງຖິ່ນ. ແຜນທີ່ສາມາດຊ່ວຍຊອກຫາຂໍ້ມູນສະພາບອາກາດ, ເຖິງແມ່ນວ່າທ່ານບໍ່ຮູ້ຊື່ຂອງເມືອງກໍ່ຕາມ.

ພາບປະກອບທີ່ໄດ້ຮັບການປັບປຸງ
ພາບປະກອບໃນວິດເຈັດສະພາບອາກາດ ແລະ ແອັບໄດ້ຮັບການປັບປຸງເພື່ອສະໜອງຂໍ້ມູນທີ່ດີກວ່າເດີມກ່ຽວກັບສະພາບອາກາດປັດຈຸບັນ. ສີພື້ນຫຼັງຍັງປ່ຽນແປງອີງຕາມເວລາຂອງມື້.



ກ້ອງຖ່າຍຮູບ

ການອອກແບບທີ່ງ່າຍໃນການໃຊ້ ແລະ ລຽບງ່າຍ
ແຜນຜັງໂດຍລວມຂອງແອັບກ້ອງຖ່າຍຮູບ ໄດ້ຖືກປັບໃຫ້ງ່າຍຂຶ້ນ. ປຸ່ມການຕັ້ງຄ່າດ່ວນເທິງໜ້າຈໍສະແດງຕົວຢ່າງຖືກອອກແບບຄືນໃໝ່ເພື່ອໃຫ້ເຂົ້າໃຈງ່າຍຂຶ້ນ.

ຕົວເລືອກການຈັດໃຫ້ຢູ່ໃນແຖວດຽວກັນທີ່ເພີ່ມຂຶ້ນ
ຕອນນີ້ທ່ານສາມາດເລືອກບໍ່ວ່າລາຍນ້ຳຂອງທ່ານປາກົດຢູ່ດ້ານເທິງ ຫຼື ດ້ານລຸ່ມສຸດຂອງຮູບທ່ານກໍ່ຕາມ.

ຕົວເລືອກຂະໜາດວິດີໂອທີ່ງ່າຍກວ່າເດີມ
ຕອນນີ້ປັອບອັບປາກົດຂຶ້ນເມື່ອທ່ານແຕະປຸ່ມຂະໜາດວິດີໂອ, ເຮັດໃຫ້ການເບິ່ງຕົວເລືອກທັງໝົດງ່າຍຂຶ້ນ ແລະ ເລືອກຕົວທີ່ເໝາະສົມ.

ປິດປັດຂຶ້ນ/ປັດລົງເພື່ອສະຫຼັບກ້ອງຖ່າຍຮູບ
ການປັດຂຶ້ນ ຫຼື ລົງເພື່ອສະຫຼັບລະຫວ່າງກ້ອງຖ່າຍຮູບໜ້າ ແລະ ຫຼັງດຽວນີ້ແມ່ນເລືອກໄດ້. ຖ້າທ່ານກັງວົນກ່ຽວກັບການປັດໂດຍບໍ່ຕັ້ງໃຈ, ທ່ານສາມາດປິດອັນນີ້ໃນການຕັ້ງຄ່າ.

ນຳໃຊ້ເອັບເຝັກທີ່ງ່າຍຂຶ້ນ
ເອັບເຝັກກັ່ນຕອງ ແລະ ໃບໜ້າຕອນນີ້ແມ່ນໃຊ້ການກົດແທນຕົວເລື່ອນທີ່ເຮັດໃຫ້ງ່າຍຂຶ້ນໃນການເຮັດການປັບທີ່ຖືກຕ້ອງດ້ວຍມືດຽວ.



ແກເລີຣີ

ລາກແລະວາງດ້ວຍ 2 ມື
ສຳຜັດ ແລະ ກົດຮູບແລະວິດີໂອຄ້າງໄວ້ດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງໄປຫາອາລະບໍາບ່ອນທີ່ທ່ານຕ້ອງການວາງພວກມັນລົງ.

ມຸມມອງເລື່ອງທີ່ປັບປຸງ
ໃນຂະນະທີ່ເບິ່ງເລື່ອງໜຶ່ງ, ມຸມມອງຮູບນ້ອຍປາກົດຂຶ້ນເມື່ອທ່ານປັດຂຶ້ນຈາກດ້ານລຸ່ມສຸດຂອງໜ້າຈໍ. ໃນມຸມມອງຮູບນ້ອຍ, ທ່ານສາມດເພີ່ມ ຫຼື ລຶບຮູບ ແລະ ວິດີໂອອອກຈາກເລື່ອງຂອງທ່ານໄດ້.



ເຄື່ອງຕັດຕໍ່ຮູບ

ແຜນຜັງທີ່ປັບປຸງ
ເມນູເຄື່ອງມືໃໝ່ເຮັດໃຫ້ການຊອກຫາຄຸນສົມບັດການແກ້ໄຂທີ່ທ່ານຕ້ອງການນັ້ນງ່າຍຂຶ້ນ. ໄດ້ລວມຕົວເລືອກການເຮັດໃຫ້ຊື່ ແລະ ທັດສະນະມິຕິເຂົ້າກັນໃນເມນູປ່ຽນຮູບ.

ປັບການຕົບແຕ່ງຫຼັງຈາກບັນທຶກ
ດຽວນີ້ທ່ານສາມາດເຮັດການປ່ຽນແປງໃນຮູບແຕ້ມ, ສະຕິກເກີ ແລະ ຂໍ້ຄວາມທີ່ທ່ານໄດ້ເພີ່ມຫາຮູບຖ່າຍ, ແມ້ກະທັ້ງພາຍຫຼັງການບັນທຶກແລ້ວ.

ບໍ່ເຮັດ ແລະ ເຮັດຄືນ
ຢ່າກັງວົນກ່ຽວກັບການເຮັດຄວາມຜິດພາດ. ດຽວນີ້ທ່ານສາມາດບໍ່ເຮັດ ຫຼື ເຮັດຄືນການປ່ຽນຮູບ, ກັ່ນຕອງ ແລະ ໂທນສີ.

ພື້ນຫຼັງຂໍ້ຄວາມໃໝ່ ແລະ ຮູບແບບ
ໃນເວລາເພີ່ມຂໍ້ຄວາມຫາຮູບຖ່າຍ, ທ່ານສາມາດເລືອກຈາກພື້ນຫຼັງໃໝ່ ແລະ ຮູບແບບຈຳນວນຫຼາຍເພື່ອຊ່ວຍທ່ານໄດ້ຮັບຮູບລັກສະນະທີ່ສົມບູນແບບ.



ເຄື່ອງຫຼິ້ນວິດີໂອ

ແຜນຜັງທີ່ປັບປຸງ
ດຽວນີ້ການຄວບຄຸມເຄື່ອງຫຼິ້ນວິດີໂອແມ່ນງ່າຍກວ່າທີ່ເຄີຍມີມາ. ປຸ່ມຕ່າງໆພ້ອມກັບຟັງຄ໌ຊັນໄດ້ຖືກຈັດກຸ່ມເຂົ້າກັນ ແລະ ໄດ້ຍ້າຍປຸ່ມຫຼິ້ນໄປຫາເຄິ່ງກາງຂອງໜ້າຈໍ.



ປະຕິທິນ

ກຳນົດເວລາຂອງທ່ານໂດຍຫຍໍ້
ມູມມອງກໍານົດເວລາໃໝ່ໃຫ້ເຫດການທີ່ຈະມາເຖິງ, ໜ້າວຽກ ແລະ ການເຕືອນພ້ອມໆກັນທັງໝົດໃນລຳດັບຕາມເວລາ.

ເບິ່ງການເຕືອນຂອງທ່ານໃນປະຕິທິນ
ດຽວນີ້ທ່ານສາມາດເບິ່ງ ແລະ ເພີ່ມການເຕືອນໃນແອັບປະຕິທິນໂດຍບໍ່ຕ້ອງເປີດແອັບການເຕືອນ.

ຍ້າຍເຫດການດ້ວຍ 2 ມື
ທູ​ທມອງໃນວັນ ຫຼື ອາທິດ, ໃຫ້ສຳຜັດ ແລະ ກົດຄ້າງໄວ້ເຫດການທີ່ທ່ານຕ້ອງການຍ້າຍດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງໜຶ່ງນຳທາງໄປຫາວັນບ່ອນທີ່ທ່ານຕ້ອງການຍ້າຍມັນ.



Samsung Internet

ຫຼິ້ນວິດີໂອໃນພື້ນຫຼັງ
ສືບຕໍ່ຫຼິ້ນສຽງວິດີໂອ, ເຖິງແມ່ນວ່າທ່ານອອກຈາກແຖບປັດຈຸບັນ ຫຼື ອອກຈາກແອັບອິນເຕີເນັດແລ້ວກໍຕາມ.

ມູມມອງລາຍຊື່ແຖບທີ່ປັບປຸງສຳລັບໜ້າຈໍກວ້າງ
ເມື່ອໃຊ້ອິນເຕີເນັດເທິງໜ້າຈໍກວ້າງເຊັ່ນ: ແທັບເລັດໃນພາບລວງຂວາງ ຫຼື Samsung DeX, ມູມມອງລາຍຊື່ແຖບຈະຖືກສະແດງໃນ 2 ຖັນເພື່ອທີ່ທ່ານສາມາດເຫັນຂໍ້ມູນເພີ່ມຕື່ມເທິງໜ້າຈໍໃນເວລາດຽວກັນ.

ຍ້າຍບຸກມາກຄ໌ ແລະ ແຖບດ້ວຍ 2 ມື
ສຳຜັດ ແລະ ກົດຄ້າງໄວ້ບຸກມາກຄ໌ ຫຼື ແຖບທີ່ທ່ານຕ້ອງການຍ້າຍດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງຫາບຸກມາກຄ໌ໂຟລເດີ ຫຼື ກຸ່ມແຖບບ່ອນທີ່ທ່ານຕ້ອງການຍ້າຍມັນ.



ເລືອກອັດສະລິຍະ

ມູມມອງແບບຂະຫຍາຍ
ເມື່ອເລືອກພື້ນທີ່ໜຶ່ງຂອງໜ້າຈໍ, ​ມູມມອງແບບຂະຫຍາຍຈະປາກົດຂຶ້ນ, ສະນັ້ນທ່ານສາມາດເລີ່ມ ແລະ ສິ້ນສຸດການເລືອກຂອງທ່ານຢູ່ໃນຈຸດທີ່ສົມບູນແບບ.



ໂໝດ ແລະ ວຽກປະຈຳ

ປ່ຽນແປງການປະກົດຂຶ້ນຂອງໜ້າຈຳລັອກຂອງທ່ານ
ຕັ້ງໜ້າຈໍລັອກທີ່ແຕກຕ່າງກັນດ້ວຍວອລເປເປີ ແລະ ຮູບແບບໂມງຂອງພວກມັນເອງ ສຳລັບເວລາທ່ານຂັບຂີ່, ເຮັດວຽກ, ອອກກໍາລັງກາຍ ແລະ ອື່ນໆ. ລອງວອລເປເປີມືດສຳລັບໂໝດນອນຫຼັບ ຫຼື ວອລເປເປີທີ່ສະຫງົບງຽບສຳລັບໂໝດຜ່ອນຄາຍ. ເມື່ອທ່ານແກ້ໄຂໜ້າຈໍລັອກສຳລັບໂໝດໜຶ່ງ, ທ່ານຈະເຫັນວອລເປເປີທຸກຄັ້ງທີ່ເປີດໂໝດ.

ສະພາບໃໝ່
ດຽວນີ້ທ່ານສາມາດເລີ່ມວຽກປະຈຳເມື່ອແອັບໜຶ່ງກຳລັງຫຼິ້ນມີເດຍ.

ການກະທຳໃໝ່
ດຽວນີ້ວຽກປະຈຳຂອງທ່ານສາມາດເຮັດຫຼາຍຂຶ້ນກວ່າທີ່ເຄີຍເຮັດທີ່ຜ່ານມາເຊັ່ນ: ການປ່ຽນແປງການຕັ້ງຄ່າຄີບອດຊໍາຊຸງ.



Finder

ການກະທຳດ່ວນສຳລັບແອັບ
ເມື່ອແອັບໜຶ່ງປາກົດຂຶ້ນໃນຜົນການຊອກຫາຂອງທ່ານ, ທ່ານສາມາດສຳຜັດ ແລະ ກົດແອັບຄ້າງໄວ້ເພື່ອຮັບການເຂົ້າໃຊ້ດ່ວນໄປຍັງການກະທຳທີ່ທ່ານສາມາດປະຕິບັດໂດຍໃຊ້ແອັບ. ຕົວຢ່າງ: ຖ້າທ່ານຊອກຫາແອັບປະຕິທິນ, ປຸ່ມສຳລັບເພີ່ມເຫດການ ຫຼື ການຊອກຫາປະຕິທິນຂອງທ່ານຈະປາກົດຂຶ້ນ. ການກະທຳຂອງແອັບຈະຍັງປາກົດໃນຜົນການຊອກຫາດ້ວຍຕົນເອງ, ຖ້າທ່ານຊອກຫາຊື່ຂອງການກະທຳແທນການຊອກຫາແອັບ.



ໄຟລ໌ຂອງຂ້ອຍ

ເພີ່ມພື້ນທີ່ຫວ່າງບ່ອນເກັບຂໍ້ມູນ
ບັດຄຳແນະນຳຈະປາກົດຂຶ້ນເພື່ອຊ່ວຍທ່ານເພີ່ມພື້ນທີ່ຫວ່າງບ່ອນເກັບຂໍ້ມູນ. ໄຟລ໌ຂອງຂ້ອຍຈະແນະນຳໃຫ້ລຶບໄຟລ໌ບໍ່ຈຳເປັນ, ໃຫ້ເຄັດລັບແກ່ເຈົ້າໃນການຕັ້ງ ບ່ອນເກັບຂໍ້ມູນຄລາວ ແລະ ຍັງໃຫ້ເຈົ້າຮູ້ວ່າແອັບໂຕໃດໃນແທັບເລັດຂອງທ່ານກຳລັງໃຊ້ ພື້ນທີ່ບ່ອນເກັບຂໍ້ມູນຫຼາຍທີ່ສຸດ.

ຖັງຂີ້ເຫຍື້ອລວມສູນດ້ວຍແກເລີຣີ ແລະ ເຄື່ອງບັນທຶກສຽງ
ໄຟລ໌ຂອງຂ້ອຍ, ແກເລີຣີ ແລະ ຄຸນສົມບັດຂອງຖັງຂີ້ເຫຍື້ອເຄື່ອງບັນທຶກສຽງໄດ້ລວມເຂົ້າກັນເປັນໜຶ່ງດຽວ. ເມື່ອທ່ານເປີດຖັງຂີ້ເຫຍື້ອໃນໄຟລ໌ຂອງຂ້ອຍ, ເຈົ້າຈະສາມາດເຫັນໄຟລ໌ຕ່າງໆ, ຮູບ, ວິດີໂອ ແລະ ການບັນທຶກສຽງທີ່ທ່ານໄດ້ລຶບອອກພ້ອມກັນທັງໝົດ, ພ້ອມກັບຕົວເລືອກສຳລັບການຣີສະຕໍ ຫຼື ການລຶບຢ່າງຖາວອນ.

ສຳເນົາໄຟລ໌ດ້ວຍ 2 ມື
ສຳຜັດໄຟລ໌ທີ່ທ່ານຕ້ອງການສຳເນົາ ແລະ ກົດຄ້າງໄວ້ດ້ວຍມືດຽວ, ຈາກນັ້ນໃຊ້ມືອີກເບື້ອງນຳທາງໄປຫາໂຟລເດີບ່ອນທີ່ທ່ານຕ້ອງການສຳເນົາມັນ.



ການຕັ້ງຄ່າ

ໂໝດເຮືອບິນທີ່ອັດສະລິຍະກວ່າ
ຖ້າທ່ານເປີດ Wi-Fi ຫຼື ບລູທູດໃນຂະນະທີ່ເປີດໂໝດເຮືອບິນ, ແທັບເລັດຂອງທ່ານຈະຈົດຈຳ. ຄັ້ງໜ້າທ່ານໃຊ້ໂໝດເຮືອບິນ, Wi-Fi ຫຼື ບລູທູດຈະຍັງຄົງເປີດແທນທີ່ຈະປິດ.

ເຂົ້າເຖິງການຕັ້ງຄ່າແບັດເຕີຣີທີ່ງ່າຍຂຶ້ນ
ຕອນນີ້ການຕັ້ງຄ່າແບັດເຕີຣີມີເມນູການຕັ້ງຄ່າລະດັບສູງສຸດຂອງພວກມັນເອງ, ສະນັ້ນທ່ານສາມາດກວດເບິ່ງການໃຊ້ແບັດເຕີຣີຂອງທ່ານ ແລະ ຈັດການການຕັ້ງຄ່າແບັດເຕີຣີ.



ຄວາມສາມາດເຂົ້າໃຊ້

ການເພີ່ມປະສິດທິພາບການມອງເຫັນເພື່ອຊອກຫາງ່າຍຂຶ້ນ
ເມນູການຊ່ວຍເຫຼືອໃນການເວົ້າ ແລະ ການເພີ່ມປະສິດທິພາບການເບິ່ງເຫັນໄດ້ລວມເຂົ້າກັນເປັນໜຶ່ງເມນູການເພີ່ມປະສິດທິພາບການມອງເຫັນເພື່ອການເຂົ້າເຖິງທີ່ໄວຂຶ້ນ, ງ່າຍຂຶ້ນ.

ຕົວເລືອກການຂະຫຍາຍໃໝ່
ກຳນົດເອງວ່າໃຫ້ໜ້າ​ຈໍການຂະຫຍາຍຂອງທ່ານປາກົດຂຶ້ນແນວໃດ. ທ່ານສາມາດເລືອກໜ້າຈໍເຕັມ, ໜ້າຈໍບາງສ່ວນ ຫຼື ອະນຸຍາດການສະຫຼັບລະຫວ່າງທັງສອງໜ້າຈໍ.

ກຳນົດຄວາມໜາຂອງເຄີເຊີຣ໌ເອງ
ດຽວນີ້ທ່ານສາມາດເພີ່ມຄວາມໜາຂອງເຄີເຊີຣ໌ທີ່ປາກົດຂຶ້ນຂະນະທີ່ແກ້ໄຂຂໍ້ຄວາມເພື່ອໃຫ້ເຫັນງ່າຍຂຶ້ນ.

ຮຽນຮູ້ເພີ່ມຕື່ມກ່ຽວກັບຄວາມສາມາດເຂົ້າໃຊ້
ລິ້ງເຊື່ອມເຂົ້າຫາໜ້າເວັບຄວາມສາມາດເຂົ້າໃຊ້ Samsung ໄດ້ຖືກເພີ່ມຫາການຕັ້ງຄ່າຄວາມສາມາດເຂົ້າໃຊ້ເພື່ອທີ່ທ່ານຈະສາມາດຮຽນຮູ້ເພີ່ມຕື່ມກ່ຽວກັບຄຸນສົມບັດຂອງຄວາມສາມາດເຂົ້າໃຊ້ ແລະ​ ຄວາມພະຍາຍາມຂອງພວກເຮົາໃນການເຮັດໃຫ້ທຸກຄົນສາມາດເຂົ້າເຖິງຜະລິດຕະພັນຂອງພວກເຮົາໄດ້.



ການເປັນຢູ່ທີ່ດີແບບດິຈິຕອລ

ແຜນຜັງທີ່ປັບປຸງ
ໜ້າຈໍຫຼັກຂອງການເປັນຢູ່ທີ່ດີແບບດິຈິຕອລໄດ້ຖືກອອກແບບໃໝ່, ເຮັດໃຫ້ຊອກຫາຂໍ້ມູນທີ່ທ່ານຕ້ອງການງ່າຍຂຶ້ນ.

ເນື້ອຫາເພີ່ມເຕີມໃນບົດລາຍງານປະຈໍາອາທິດ
ດຽວນີ້ລາຍງານການໃຊ້ປະຈຳອາທິດຂອງທ່ານໃຫ້ທ່ານຮູ້ກ່ຽວກັບແບບແຜນການໃຊ້ທີ່ບໍ່ປົກກະຕິ, ເວລາການໃຊ້ສູງສຸດຂອງທ່ານ ແລະ ວິທີທີ່ທ່ານເຮັດໃຫ້ເວລາໜ້າຈໍຂອງທ່ານເກີດຄວາມດຸນດ່ຽງ.

ໝາຍເລກການຜະລິດ : T225XXS6CWL1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-12-14
ລະດັບແກ້ໄຂຄວາມປອດໄພ : 2023-12-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXS5CWK1
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-11-29
ລະດັບແກ້ໄຂຄວາມປອດໄພ : 2023-11-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU4CWI2
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-09-28
ລະດັບແກ້ໄຂຄວາມປອດໄພ : 2023-08-01
ການອັບເດດ One UI Core 5.1.1



ການເຮັດຫຼາຍໜ້າວຽກ

ສະແດງຕົວຢ່າງແອັບທີ່ດີກວ່າເທິງໜ້າຈໍ ຫຼ້າສຸດ
ຕອນນີ້ໜ້າຈໍຫຼ້າສຸດຈະສະແດງແອັບເພາະວ່າພວກມັນຈະປາກົດຫຼັງ​ຈາກທ່ານເປີດພວກມັນ. ທ່ານສາມາດເຫັນຢ່າງງ່າຍດາຍ, ຖ້າແອັບຖືກເປີດໃນໜ້າຈໍແຍກ, ໜ້າຈໍເຕັມ ຫຼື ເປັນ ປັອບອັບ.

ສະຫຼັບງ່່າຍໆຈາກມຸມມອງປັອບອັບໄປຍັງໜ້າຈໍແຍກ
ກົດດ້າມຈັບຢູ່ດ້ານເທິງຂອງໜ້າຕ່າງປັອບອັບຄ້າງໄວ້, ຈາກນັ້ນລາກແອັບຫາຂ້າງຂອງໜ້າຈໍບ່ອນທີ່ທ່ານຕ້ອງການສະແດງມັນ.

ຣີສະຕໍປັອບອັບທີ່ງັບ​ໃສ່ຂອບຂອງໜ້າຈໍ
ລາກແອັບໃນມຸມມອງປັອບອັບໄປຫາຂອບໜ້າຈໍເພື່ອງັບມັນໃສ່ຂອບ ແລະ ເອົາມັນອອກຈາກທາງ. ເມື່ອທ່ານຕ້ອງການມັນອີກຄັ້ງ, ແຕະບ່ອນໃດກໍ່ໄດ້ເທິງປັອບອັບເພື່ອນຳເອົາມັນກັບໄປຍັງ ຈຸດທີ່ຕັ້ງກ່ອນໜ້ານີ້.



ແຖບໜ້າວຽກ

ແອັບຫຼ້າສຸເພີ່ມເຕີມ
ຕອນນີ້ທ່ານສາມາດເລືອກຈຳນວນແອັບທີ່ໃຊ້ຫຼ້າສຸດໃຫ້ສະແດງເທິງແຖບໜ້າວຽກ (ສູງເຖິງ 4).



ການແຊຣ໌ດ່ວນ

ແຊຣ໌ກັບຜູ້ຕິດຕໍ່
ຕອນນີ້ທ່ານສາມາດສົ່ງໄຟລ໌ຫາຜູ້ຕິດຕໍ່ຂອງ​ທ່ານໄດ້ທຸກເວລາ, ເຖິງແມ່ນວ່າພວກເຂົາບໍ່ຢູ່ໃກ້ທ່ານ.

ແຊຣ໌ໄຟລ໌ແບບສ່ວນຕົວ
ປົກປ້ອງເນື້ອຫາສ່ວນຕົວເມື່ອທ່ານແບ່ງປັນມັນ. ທ່ານສາມາດຕັ້ງວັນໝົດອາຍຸສຳລັບໄຟລ໌ທີ່ທ່ານສົ່ງ, ຍົກເລີກການແບ່ງປັນໄດ້ໃນທຸກເວລາ ແລະ ປົກປ້ອງບໍ່ໃຫ້ຜູ້ຮັບບັນທຶກ ຫຼື ແບ່ງປັນຄືນໃໝ່.



ກ້ອງຖ່າຍຮູບ ແລະ ແກເລີຣີ

ນຳໃຊ້ເອັບເຝັກທີ່ງ່າຍຂຶ້ນ
ເອັບເຝັກກັ່ນຕອງ  ແລະ ໂທນສີຢູ່ໃນແກເລີຣີຕອນນີ້ແມ່ນໃຊ້ການກົດແທນຕົວເລື່ອນເພື່ອເຮັດໃຫ້ງ່າຍຂຶ້ນໃນການເຮັດການປັບທີ່ຖືກຕ້ອງດ້ວຍມືດຽວເທົ່ານັ້ນ.

ສຳເນົາ ແລະ ວາງເອັບເຝັກ
ຕອນນີ້ທ່ານສາມາດສຳເນົາ ແລະ ວາງຕົວກັ່ນຕອງ ແລະ ໂທນສີຈາກຮູບໜຶ່ງທີ່ທ່ານໄດ້ແກ້ໄຂໄປຍັງອີກຮູບອື່ນ.



ການປ່ຽນແປງເພີ່ມເຕີມ

ລາກ ແລະ ວາງດ້ວສອງມື
ເລີ່ມລາກໄຟລ໌, ໄອຄອນແອັບ ຫຼື ລາຍການອື່ນດ້ວຍມືດຽວ, ຈາກນັ້ນໃຊ້ມືເບື້ອງອື່ນນຳທາງຫາໂຟລເດີ ຫຼື ຈຸດທີ່ຕັ້ງ ບ່ອນທີ່ທ່ານຕ້ອງການປ່ອຍພວກມັນລົງ. ຮອງຮັບຢູ່ໃນໄຟລ໌ຂອງຂ້ອຍ ແລະ ໜ້າຈໍຫຼັກ.

ຮັກສາພື້ນທີ່ບ່ອນເກັບຂໍ້ມູນໃຫ້ພ້ອມ
ເມື່ອທ່ານມີພື້ນທີ່ເຫຼືອຫນ້ອຍໃນບ່ອນເກັບຂໍ້ມູນພາຍໃນ, ຂໍ້ມູນ ແອັບແຄຊ໌ຈະສະແດງເມື່ອທ່ານວິເຄາະບ່ອນເກັບຂໍ້ມູນຢູ່ໃນໄຟລ໌ຂອງຂ້ອຍ. ການລຶບແອັບແຄຊ໌ສາມາດຊ່ວຍທ່ານເພີ່ມພື້ນທີ່ຫວ່າງໂດຍບໍ່ລຶບໄຟລ໌ ຫຼື ແອັບ.

ປ່ຽນໂໝດຂອງທ່ານຈາກໜ້າຈໍລັອກ
ປ່ຽນແປງລະຫວ່າງໂໝດນອນຫຼັບ, ໂໝດຂັບຂີ່ ແລະ ໂໝດອື່ນໆຈາກໜ້າຈໍລັອກໂດຍກົງ.

ກຳນົດແຜນຜັງຂອງທ່ານໃນອິນເຕີເນັດຊຳຊຸງເອົາ​ເອງ
ຕອນນີ້ທ່ານສາມາດເຮັດໃຫ້ແຖບໜ້າວຽກປາກົດຢູ່ດ້ານລຸ່ມຂອງໜ້າຈໍໄດ້. ເມື່ອທ່ານເຮັດສິ່ງນີ້, ແຖບທັບ ແລະ ແຖບບຸກມາກຄ໌ກໍຈະສະແດງຢູ່ດ້ານລຸ່ມເຊັ່ນກັນ.

ໝາຍເລກການຜະລິດ : T225XXS4CWG4
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-07-31
ລະດັບແກ້ໄຂຄວາມປອດໄພ : 2023-06-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXS4CWF4
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-06-28
ລະດັບແກ້ໄຂຄວາມປອດໄພ : 2023-06-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXS3CWC2
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-04-11
ລະດັບແກ້ໄຂຄວາມປອດໄພ : 2023-04-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU2CWB3
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-03-22
ລະດັບແກ້ໄຂຄວາມປອດໄພ : 2023-02-01
ການອັບເດດ One UI Core 5.1
One UI Core 5.1 ຍົກລະດັບແທັບເລັດຂອງທ່ານໄປອີກຂັ້ນໜຶ່ງດ້ວຍຄຸນ​ສົມ​ບັດແກເລີຣີໃໝ່ຕະຫຼອດຈົນການປັບປຸງປະສິດທິພາບຜົນ​ໄດ້​ຮັບ ແລະ ການເຮັດເປັນສ່ວນຕົວ.


ກ້ອງຖ່າຍຮູບ ແລະ ແກເລີຣີ

ປ່ຽນແປງ ໂທນສີ ສຳລັບການຖ່າຍເຊລຟີທີ່ວ່ອງໄວ
ປ່ຽນແປງໂທນສີຂອງຮູບເຊລຟີຂອງທ່ານໄດ້ງ່າຍຂຶ້ນດ້ວຍການໃຊ້ປຸ່ມເອັບເຝັກຢູ່​ດ້ານຂອງໜ້າຈໍ.

ການສະແດງຜົນຂໍ້ມູນທີ່ແກ້ໄຂຄືນ
ເມື່ອທ່ານປັດຂຶ້ນຂະນະທີ່ກຳລັງເບິ່ງ ຮູບ ຫຼື ວິດີໂອ ໃນ ແກເລີຣີ ຂອງທ່ານ, ທ່ານສາມາດເຫັນ ເວລາ ແລະ ສະຖານທີ່ທີ່ ຮູບ ຖືກຖ່າຍ, ອຸປະກອນ ໃດທີ່ຖ່າຍ ຮູບ, ຮູບຖືກເກັບມ້ຽນໄວ້ຢູ່ໃສ ແລະ ອື່ນໆອີກ. ດຽວນີ້ມີແຜນຜັງທີ່ລຽບງ່າຍຂຶ້ນ.


ການເຮັດຫຼາຍໜ້າວຽກ

ຫຍໍ້ນ້ອຍລົງ ຫຼື ສັບປ່ຽນຫາໜ້າຈໍເຕັມໄດ້ຢ່າງງ່າຍດາຍ
ຕອນນີ້ທ່ານສາມາດຫຍໍ້ນ້ອຍລົງ ຫຼື ຂະຫຍາຍໜ້າຕ່າງແອັບໂດຍບໍ່ຕ້ອງເຂົ້າໄປຫາ ເມນູ ຕົວເລືອກ. ພຽງແຕ່ລາກມຸມໃດໜຶ່ງເທົ່ານັ້ນ.

ເຂົ້າໃຊ້ ແອັບ ທີ່ໃຊ້ຫລາຍທີ່ສຸດໃນໜ້າຈໍແຍກ
ເມື່ອທ່ານເລີ່ມ ມຸມມອງໜ້າຈໍແຍກ, ແອັບ ທີ່ທ່ານໃຊ້ຫລາຍທີ່ສຸດນັ້ນ ຈະປາກົດຂຶ້ນດ້ານລຸ່ມຂອງ ແອັບ ທີ່ທ່ານຫາກໍ່ໃຊ້ຫຼ້າສຸດ ເພື່ອຊ່ວຍໃຫ້ທ່ານຊອກຫາ ແອັບ ທີ່ທ່ານຕ້ອງການໄດ້ໄວຂຶ້ນ.


ໂໝດ ແລະ ວຽກປະຈຳ

ປ່ຽນແປງ ວອລເປເປີ ອີງໃສ່ ໂໝດ ຂອງທ່ານ
ຕັ້ງ ວອລເປເປີ ທີ່ແຕກຕ່າງກັນອີງໃສ່ກິດຈະກຳປະຈຸບັນຂອງທ່ານ. ເລືອກວອລເປເປີໜຶ່ງສຳລັບວຽກ, ອັນໜຶ່ງສຳລັບການອອກກຳລັງກາຍ ແລະ ອື່ນໆອີກ.

ການກະທຳອື່ນໆອີກ ສຳລັບ ວຽກປະຈຳ
ການປະຕິບັດການໃໝ່ຊ່ວຍໃຫ້ທ່ານຄວບຄຸມການແຊຣ໌ດ່ວນ ແລະ ຄວາມໄວການສຳຜັດ ຫຼື ປ່ຽນແປງຮູບແບບຕົວໜັງສື.


ສະພາບອາກາດ

ເຂົ້າເຖິງ ຂໍ້ມູນທີ່ເປັນປະໂຫຍດ ໄດ້ຢ່າງວ່ອງໄວ
ກວດເບິ່ງ ແຈ້ງເຕືອນ ສະພາບອາກາດ ທີ່ຮຸນແຮງ, ການສະຫລຸບຫຍໍ້ກ່ຽວກັບສະພາບອາກາດປະຈຳວັນ ແລະ ເວລາຕາເວັນຂຶ້ນ/ຕົກ ຢູ່ເທິງສຸດຂອງ ແອັບ ສະພາບອາກາດ. ຕອນນີ້ ກຣາຟສະແດງອຸນຫະພູມໃຊ້ ສີຕ່າງໆເພື່ອສະແດງອຸນຫະພູມ ປ່ຽນແປງ ແນວໃດ ຕະຫຼອດທັງວັນ.

ກຣາຟສະແດງໂອກາດຝົນຕົກແຕ່ລະຊົ່ວໂມງ
ຕອນນີ້ ກຣາຟສະແດງໃຫ້ເຫັນໂອກາດຝົນຕົກຫຼາຍປານໃດແຕ່ລະຊົ່ວໂມງ ໃນເວລາທີ່ແຕກຕ່າງກັນຂອງວັນ.

ສະຫຼຸບຫຍໍ້ເທິງ ວິດເຈັດ ສະພາບອາກາດ
ສະຫຼຸບຫຍໍ້ກ່ຽວກັບສະພາບອາກາດໃນປະຈຸບັນ ຕອນນີ້ປາກົດຂຶ້ນໃນ ວິດເຈັດ ສະພາບອາກາດ ເພື່ອໃຫ້ທ່ານຮູ້ວ່າຖ້າມີແດດອອກ, ມີເມກປົກຄຸມ, ຝົນຕົກ ຫຼື ຫິມະຕົກ.


ອິນເຕີເນັດຊຳຊຸງ

ສືບຕໍ່ການທ່ອງເວັບໃນອຸປະກອນອື່ນ
ຖ້າທ່ານກຳລັງທ່ອງເວັບໃນ ໂທລະສັບ ຫຼື ອຸປະກອນ Galaxy ແລະ ຫຼັງຈາກນັ້ນ ເປີດໃຊ້ ແອັບ ອິນເຕີເນັດ ໃນ ອຸປະກອນ Galaxy ອື່ນທີ່ໄດ້ລົງຊື່ເຂົ້າໃຊ້ Samsung account ດຽວກັນ, ປຸ່ມ ຈະປາກົດຂຶ້ນ ເຊິ່ງຈະເຮັດໃຫ້ທ່ານເປີດໜ້າເວັບສຸດທ້າຍທີ່ທ່ານໄດ້ເປີດເບິ່ງໃນ ອຸປະກອນ ເຄື່ອງອື່ນ.

ການຊອກຫາທີ່ປັບປຸງ
ຕອນນີ້ການຊອກຫາຂອງທ່ານ ລວມມີ ຊື່ຂອງໂຟລເດີ ບຸກມາກຄ໌ ແລະ ກຸ່ມແຖບ. ໂລຈິກການຊອກຫາທີ່ໄດ້ປັບປຸງ ເຮັດໃຫ້ທ່ານຄົ້ນພົບສິ່ງທີ່ທ່ານຊອກຫາ ເຖິງວ່າສິ່ງນັ້ນສະກົດບໍ່ຖືກຕ້ອງກໍ່ຕາມ.


ການປ່ຽນແປງເພີ່ມຕື່ມ

ກວດເບິ່ງລະດັບ ແບັດເຕີຣີ ອຸປະກອນ ຂອງທ່ານ
ວິດ​ເຈັດແບັດເຕີຣີໃໝ່ໃຫ້ທ່ານກວດເບິ່ງລະດັບແບັດເຕີຣີຂອງອຸປະກອນຂອງທ່ານໄດ້ຈາກໜ້າຈໍຫຼັກທັນທີ. ທ່ານສາມາດເຫັນວ່າແບັດເຕີຣີຍັງເຫຼືອຫຼາຍປານໃດໃນແທັບເລັດ, Galaxy Buds, ແລະ ອຸປະກອນທີ່ຮອງຮັບອື່ນຂອງທ່ານ.

ຄຳແນະນຳການຕັ້ງຄ່າ
ໃນຂະນະລົງຊື່ເຂົ້າໃຊ້ໃນ Samsung account ຂອງທ່ານ, ຄຳແນະນຳຈະ ປະກົດຂຶ້ນດ້ານເທິງຂອງຈໍການຕັ້ງຄ່າເພື່ອຊ່ວຍທ່ານໃນການແຊຣ໌, ເຊື່ອມຕໍ່ ແລະ ປັບປຸງປະສົບການຂອງທ່ານໃນການນຳໃຊ້ອຸປະກອນ Galaxy ຂອງ​ທ່ານ.

ເລືອກບ່ອນທີ່ຈະບັນທຶກ ຮູບໜ້າຈໍ
ຕອນນີ້ ທ່ານສາມາດປ່ຽນແປງໂຟລເດີບ່ອນທີ່ຮູບໜ້າຈໍ ຖືກບັນທຶກໄວ້.

ໝາຍເລກການຜະລິດ : T225XXS2CWA6
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-02-02
ລະດັບແກ້ໄຂຄວາມປອດໄພ : 2023-01-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1CVL5
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2023-01-17
ລະດັບແກ້ໄຂຄວາມປອດໄພ : 2022-11-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1CVL5
ລຸ້ນ Android : T(Android 13)
ວັນທີອອກຈຳໜ່າຍ : 2022-12-23
ລະດັບແກ້ໄຂຄວາມປອດໄພ : 2022-11-01
ການ​ອັບ​ເກ​ຣດ One UI 5 (ແອນດຣອຍ 13)

One UI 5 ນຳເອົາການເຮັດເປັນສ່ວນທີ່ມີພະລັງຫຼາຍຂຶ້ນມາ​ໃຫ້​ທ່ານ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການເຮັດສິ່ງຕ່າງໆໃຫ້ສຳເລັດໃນທົ່ວອຸປະກອນ Galaxy ຂອງທ່ານ.


ການອອກແບບຮູບຊົງ

ໄອຄອນແອັບ ແລະ ພາບປະກອບໃໝ່
ເຄື່ອງໝາຍໄອຄອນໃຫ່ຍຂຶ້ນສຳລັບຮູບລັກສະນະທີ່ເຂັ້ມຂຸ້ນຂຶ້ນທີ່ເຮັດໃຫ້ການສະແກນງ່າຍຂຶ້ນ. ໄລ່ລະດັບສີພື້ນຫຼັງທີ່ນຸ່ມນວນ ແລະ ຄວາມຄົມຊັດທີ່ປັບປຸງໃຫ້ຄວາມຮູ້ສຶກທີ່ສົດຊື່ນຂຶ້ນ ແລະ ເປັນທຳມະຊາດຍິ່ງຂຶ້ນ. ພາບປະກອບການຊ່ວຍເຫຼືອອັນໃໝ່ຖືກສ້າງຂຶ້ນເພື່ອໃຫ້ຮູບຊົງທີ່ສອດຄ່ອງກັນກັບແອັບທັງໝົດ.

ຮຽບງ່າຍຂຶ້ນກວ່າທີ່ເຄີຍມີມາແຕ່ກ່ອນ
ການເຄື່ອນໄຫວ ແລະ ເອັບເຝັກການປ່ຽນຜ່ານໃໝ່ເຮັດໃຫ້ການສັບປ່ຽນລະຫວ່າງໜ້າຈໍຮູ້ສຶກເປັນທຳມະຊາດຫຼາຍຂຶ້ນ. ການເຄື່ອນໄຫວ ແລະ ຄຳຕິຊົມທາງພາບອື່ນປາກົດທັນທີເມື່ອທ່ານສຳຜັດໜ້າຈໍ, ເຮັດໃຫ້ການປະຕິສຳພັນງ່າຍຂຶ້ນ. ຄວາມໄວການເລື່ອນກໍ່ຍັງໄດ້ຮັບການປັບປຸງເພື່ອເຮັດໃຫ້ການເລື່ອນ ຮູ້ສຶກລ່ຽນໄຫຼຂຶ້ນໃນ​ທົ່ວ One UI.

ສີ ແລະ ເອັບເຝັກພາບມົວທີ່ໄດ້ຮັບການປັບປຸງ
ເອັບ ເຝັກ ການເຮັດໃຫ້ ພື້ນຫຼັງ ມົວ ໃນ ແຜງດ່ວນ, ໜ້າຈໍຫຼັກ ແລະ ທົ່ວທັງ One UI ໄດ້ຮັບການປັບປຸງດ້ວຍ ສີ ທີ່ແຈ້ງຂຶ້ນເພື່ອປະສົບການການໃຊ້ທີ່ຈະແຈ້ງຂຶ້ນ ແລະ ສະໝໍ່າສະເໝີກວ່າເກົ່າ. ແຜນຜັງ ສີ ແອັັບ ທີ່ຮຽບງ່າຍຊ່ວຍທ່ານຫຼີກລ່ຽງການລົບກວນ ແລະ ສຸມໃສ່ໜ້າວຽກປັດຈຸບັນຂອງທ່ານ.


ການກຳນົດເອງ

ກຳນົດໜ້າຈຳລັອກຂອງທ່ານເອງ
ພຽງສຳຜັດ ແລະ ກົດໜ້າຈຳລັອກຄ້າງໄວ້ເພື່ອແກ້ໄຂ. ມີຫຍັງແດ່ທີ່ງ່າຍຂຶ້ນ? ກຳນົດວອລເປເປີ, ແບບໂມງ, ການຕັ້ງຄ່າການແຈ້ງເຕືອນຂອງທ່ານ ແລະ ອື່ນໆເອົາ​ເອງດ້ວຍການເບິ່ງຕົວຢ່າງສົດທັງໝົດໃນບ່ອນດຽວ.

ທາງເລືອກວອລເປເປີເພີ່ມເຕີມ
ການຕັ້ງຄ່າວອລເປເປີໄດ້ຮັບການອອກແບບຄືນໃໝ່ທີ່ເຮັດໃຫ້ການຊອກຫາວອລເປເປີທີ່ສົມບູນແບບໄດ້ງ່າຍຂຶ້ນສຳລັບໜ້າຫຼັກ ແລະ ໜ້າຈຳລັອກຂອງທ່ານ. ມີຮູບ, ວິດີໂອ, ສີ ແລະ ກັ່ນຕອງໃຫ້ເລືອກຫຼາຍຂຶ້ນກວ່າແຕ່ກ່ອນ.

ທາງເລືອກເພີ່ມເຕີມສຳລັບຈານສີຂອງທ່ານ
ງ່າຍຂຶ້ນໃນການຊອກຫາສີທີ່ເໝາະສຳລັບທ່ານ. ເລືອກຈາກຕີມສີທີ່ມີສູງເຖິງ 16 ລາຍການໃນວອລເປເປີຂອງທ່ານ ເຊັ່ນດຽວກັບຕີມສີຕັ້ງຄ່າມາກ່ອນທີ່ຖືກອອກແບບມາໃຫ້ມີຮູບລັກສະນະທີ່ງົດງາມ.

ເບິ່ງວ່າໃຜກຳລັງໂທຢ່າງງ່າຍໆ
ຕັ້ງພື້ນຫຼັງການໂທທີ່ແຕກຕ່າງກັນສຳລັບຜູ້ຕິດຕໍ່ແຕ່ລະຄົນເພື່ອໃຫ້ທ່ານເຫັນຜູ້ກຳລັງໂທຢ່າງງ່າຍໆພຽງແຕ່ກວດເບິ່ງຂໍ້ມູນຢ່າງໄວ.


ໂໝດ ແລະ ວຽກປະຈຳ

ເລືອກໂໝດອີງຕາມກິດຈະກຳຂອງທ່ານ
ເລືອກໂໝດອີງຕາມສິ່ງທີ່ທ່ານກຳ​ລັງເຮັດເຊັ່ນ: ການອອກກໍາລັງກາຍ, ເຮັດວຽກ ຫຼື ຜ່ອນຄາຍ, ຈາກນັ້ນເລືອກສິ່ງທີ່ທ່ານຕ້ອງການໃຫ້ໂທລະສັບຂອງທ່ານເຮັດໃນທຸກໆສະຖານະການ. ຕົວຢ່າງ: ເປີດຫ້າມລົບກວນເມື່ອທ່ານພັກຜ່ອນ ຫຼື ຫຼິ້ນເພງຂະນະທີ່ຂັບລົດ.

ຕອນນີ້ໂໝດເວລານອນແມ່ນໂໝດນອນຫຼັບ
ໂໝດນອນຫຼັບ ຊ່ວຍໃຫ້ທ່ານດຳເນີນການຕ່າງໆໄດ້ຫຼາຍຂື້ນໂດຍເມື່ອຮອດເວລາ ນອນເຊັ່ນ: ການເປີດໃຊ້ ​ໂໝດມືດ ແລະ ປ່ຽນແປງ ໂໝດສຽງ.

ງ່າຍຂຶ້ນໃນການຄົ້ນຫາວຽກປະຈຳທີ່ຕັ້ງຄ່າມາກ່ອນ
ແຜນຜັງທີ່ລຽບງ່າຍເຮັດໃຫ້ຊອກຫາວຽກປະຈຳງ່າຍຂຶ້ນທີ່ເປັນປະໂຫຍດສຳລັບທ່ານ.

ກວດເບິ່ງວຽກປະຈຳທີ່ກຳລັງດຳ​ເນີນ​ການ​ຢູ່ຢ່າງວ່ອງໄວ
ວຽກປະຈຳກຳລັງ​ດຳ​ເນີນ​ຢູ່​ໃນ​ປັດ​ຈຸ​ບັນແມ່ນສະແດງຢູ່ດ້ານເທິງຂອງໜ້າຈໍວຽກປະຈຳເພື່ອໃຫ້ທ່ານສາມາດເຂົ້າໃຈສິ່ງທີ່ກຳລັງເກີດຂຶ້ນ ແລະ ເຮັດການປ່ຽນແປງ, ຖ້າຈຳເປັນ.

ການດຳ​ເນີນ​ການ ແລະ ເງື່ອນ​ໄຂ​ເພີ່ມ​ເຕີມສຳລັບວຽກປະຈຳຂອງທ່ານ
ເລີ່ມວຽກປະຈຳໂດຍອັດຕະໂນມັດເມື່ອທ່ານໃຊ້ໂໝດເຮືອບິນ ຫຼື ຮັອດສະປັອດມືຖື. ຕອນນີ້ວຽກປະຈຳສາມາດເປີດການຈັບຄູ່ແອັບ ແລະ ປັບຄວາມສົມດຸນສຽງ​ດ້ານຊ້າຍ/ຂວາ​ໄດ້.


ວິດເຈັດໜ້າຈໍຫຼັກ

ກອງວິດເຈັດຂຶ້ນ​ໃນໜ້າຈໍຫຼັກຂອງທ່ານ
ລວມວິເຈັດຫຼາຍອັນທີ່ມີຂະໜາດດຽວກັນເຂົ້າເປັນວິເຈັດດຽວເພື່ອປະຢັດພື້ນທີ່ໃນໜ້າຈໍຫຼັກຂອງທ່ານ. ພຽງແຕ່ລາກວິດເຈັດໜຶ່ງ​ໄປ​ໃສ່ວິດເຈັດອື່ນເພື່ອສ້າງກອງວາງຊ້ອນກັນ, ຈາກນັ້ນປັດເພື່ອສະຫຼັບລະຫວ່າງວິດເຈັດ. ທ່ານສາມາດເພີ່ມວິດເຈັດເພີ່ມເຕີມໄປໃສ່ກອງຂອງທ່ານໄດ້ໃນທຸກເວລາໂດຍການລາກໄປ ແລະ ວາງລົງ.


ກ້ອງຖ່າຍຮູບ ແລະ ແກເລີຣີ

ເພີ່ມລາຍນ້ຳໄປຫາຮູບຂອງທ່ານ
ເພີ່ມ ລາຍນ້ຳຫາແຕ່ລະ ຮູບ ທີ່ມີ ວັນທີແລະເວລາ ທີ່ຖ່າຍ ຮູບ ໂດຍອັດຕະໂນມັດ, ຊື່ ລຸ້ນ ແທັບເລັດ ຂອງທ່ານ ຫຼື ຂໍ້ມູນ ທີ່ ກໍານົດເອງ ອື່ນໆ.

ເລືອກກັ່ນຕອງງ່າຍດາຍຂຶ້ນ
ເມນູການເລືອກກັ່ນຕອງຖືກປັບໃຫ້ງ່າຍດາຍ ແລະ ຄ່ອງຕົວຂຶ້ນໃນ ກ້ອງຖ່າຍຮູບ, ເຄື່ອງຕັດຕໍ່ຮູບ ແລະ ຕົວແກ້ໄຂວິດີໂອ. ການກັ່ນຕອງທັງໝົດແມ່ນມີພ້ອມໃນໜຶ່ງລາຍການ, ເຮັດໃຫ້ຊອກຫາການກັ່ນຕອງທີ່ສົມບູນແບບສຳລັບຮູບ ຫຼື ວິດີໂອຂອງທ່ານງ່າຍຂຶ້ນ.

ກຳນົດອາລະບໍາເອງ​ຢູ່ໃນແກເລີຣີ
ລວມ ອາລະບໍາ ທີ່ມີ ຊື່ ຄືກັນເຂົ້າກັນ ແລະ ສ້າງ ອາລະບໍາ ອັບເດດ ອັດຕະໂນມັດເພື່ອລວບລວມເອົາ ຮູບ ຂອງ ຜູ້ຄົນ ທີ່ທ່ານເລືອກ. ​ອາລະບຳທີ່ແຊຣ໌ ແລ້ວ​ຂອງ​ທ່ານ​ ໃນຕອນນີ້ຈະ ປາ​ກົດ​ຂຶ້ນ​ພ້ອມກັນ​ກັບ ​ອາລະບຳ ​ອື່ນ​ຂອງ​ທ່ານ.

ຮູບລັກສະນະໃໝ່ທັງໝົດສຳລັບເລື່ອງຕ່າງໆ
ເລື່ອງ​ຕ່າງໆ​ທີ່ຖືກສ້າງຂຶ້ນອັດຕະໂນມັດໃນແກເລີຣີຂອງທ່ານນັ້ນໄດ້ຮັບການປັບແຕ່ໃໝ່ດ້ວຍ​ມູມມອງສະໄລດ໌ໂຊແບບໂຕ້ຕອບ. ພຽງແຕະ ຫຼື ປັດເພື່ອຍ້າຍລະຫວ່າງຮູບ ແລະ ວິດີໂອໃນເລື່ອງຂອງທ່ານ.


ຮູບຖ່າຍ ແລະ ຕົວ​ແກ້​ໄຂວິ​ດີ​ໂອ

ສ້າງສະຕິກເກີຈາກຮູບໃດໜຶ່ງ
ສ້າງສະຕິກເກີທີ່ໃຊ້ຄືນໃໝ່ໄດ້ຈາກຮູບໃດໜຶ່ງໃນແກເລີຣຂອງທ່ານ. ພຽງເລືອກສ່ວນຂອງຮູບທ່ານຕ້ອງການໃຊ້ເປັນສະຕິກເກີ, ແລ້ວປັບຄວາມໜາ ແລະ ສີຂອງເສັ້ນຮອບນອກ.

ວິທີເພີ່ມເຕີມໃນກາແກ້ໄຂ GIFs
ທ່ານສາມາດຕັດແຕ່ງ ແລະ ປັບອັດຕາສ່ວນຂອງ GIFs ທີ່ເຄື່ອນໄຫວເພື່ອເຮັດໃຫ້ພວກມັນມີຂະໜາດທີ່ຖືກຕ້ອງໄດ້. ນອກຈາກນັ້ນທ່ານສາມາດໃຊ້ຄຸນສົມບັດການແກ້ໄຂອັນດຽວກັນທີ່ມີໃຫ້ສຳລັບຮູບນິ້ງເພື່ອຕົບແຕ່ງ GIF ຂອງທ່ານຕາມຄວາມມັກຂອງທ່ານ.

ຮັກສາເອັບເຝັກໂໝດລວງຕັ້ງໄວ້, ແມ້ກະທັ້ງຫຼັງຈາກ​ການແກ້ໄຂ
ຕອນນີ້ເອັບເຝັກໂໝດລວງຕັ້ງຖືກຮັກສາໄວ້, ແມ້​ແຕ່ພາຍຫລັງການຕັດ ຫຼື ປ່ຽນແປງການກັ່ນຕອງເພື່ອໃຫ້ທ່ານສາມາດປັບຄວາມມົວຂອງພື້ນຫຼັງ​ໄດ້​ໃນທຸກເວລາ.

ແຕ້ມຮູບຮ່າງທີ່ສົມບູນແບບໃນຮູບ ແລະ ວິດີໂອ
ໃຊ້ເຄື່ອງມືປາກກາເພື່ອແຕ້ມຮູບຮ່າງເຊັ່ນ: ວົງມົນ, ຮູບສາມແຈ, ຮູບສີ່ແຈ ຫຼື ຮູບຫົວໃຈ. ໃຊ້ນິ້ວ​ມືຂອງທ່ານກົດເທິງຈໍຄ້າງໄວ້ເມື່ອທ່ານສຳເລັດການແຕ້ມເພື່ອເຮັດໃຫ້ມັນປ່ຽນຮູບເປັນເສັ້ນຊື່ ແລະ ມູມທີ່ສົມບູນແບບຢ່າງທັນທີ.

ສະຕິກເກີໃໝ່ສຳລັບຮູບຖ່າຍ ແລະ ວິດີໂອ
60 ສະຕິກເກອິໂມຈິທີ່ໂຫຼດໄວ້ລ່ວງໜ້າແມ່ນມີໃຫ້ພ້ອມສຳລັບການຕົບແຕ່ງຮູບ ແລະ ວິດີໂອຂອງທ່ານ.


ການແຈ້ງເຕືອນ

ເອົຳການແຈ້ງເຕືອນທ່ານອະນຸຍາດເທົ່ານັ້ນ
ເມື່ອທ່ານໃຊ້ແອັບເປັນຄັ້ງທຳອິດ, ທ່ານຈະຖືກຖາມວ່າທ່ານຕ້ອງການຮັບການແຈ້ງເຕືອນຈາກແອັບນັ້ນຫລືບໍ. ປະຕິເສດຕໍ່ແອັບທີ່ທ່ານບໍ່ຕ້ອງການໃຫ້ລົບກວນທ່ານໄດ້ຕະຫ​ຼອດເວລາ.

ເຂົ້າເຖິງການຄວບຄຸມການແຈ້ງເຕືອນແອັບງ່າຍຂຶ້ນ
ແອັບໜຶ່ງກຳລັງສົ່ງການແຈ້ງເຕືອນໃຫ້ທ່ານຫຼາຍເກີນໄປບໍ? ງ່າຍກວ່າເດີມໃນການບລັອກມັນດ້ວຍການຕັ້ງຄ່າການແຈ້ງເຕືອນທີ່ໄດ້ຈັດ​ລຽງຄືນໃໝ່ທີ່ວາງການຄວບຄຸມການແຈ້ງເຕືອນແອັບໄວ້ດ້ານເທິງສຸດ. ທ່ານຍັງສາມາດເຂົ້າຫາການຕັ້ງຄ່າການແຈ້ງເຕືອນແອັບໄດ້ໂດຍກົງໄດ້ໂດຍໃຊ້ປຸ່ມຢູ່ດ້ານລຸ່ມສຸດຂອງແຜງການແຈ້ງເຕືອນ.

ເລືອກປະເພດແອັບການແຈ້ງເຕືອນອັນໃດທີ່ສາມາດສົ່ງໄດ້
ຕອນນີ້ທ່ານມີການຄວບຄຸມທີ່ແຍກຕ່າງຕໍ່ແອັບຕ່າງໆບໍ່ວ່າແອັບສາມາດສະແດງການແຈ້ງເຕືອນ, ປັອບອັບ, ກາໝາຍໄອຄອນແອັບ ແລະ ການແຈ້ງເຕືອນເທິງໜ້າຈໍລັອກ ຫຼື ບໍ່ກໍ່ຕາມ. ອະນຸຍາດທຸກປະເພດ, ບາງປະເພດ ຫຼື ບໍ່ອະນຸຍາດເລີຍ. ມັນຂຶ້ນກັບຕົວທ່ານ.

ແຜນຜັງໃໝ່ສຳລັບການແຈ້ງເຕືອນ
ໄອຄອນແອັບໃຫ່ຍກວ່າເດີມ, ເຮັດໃຫ້ເຫັນງ່າຍຂຶ້ນວ່າແອັບອັນໃດສົ່ງການແຈ້ງເຕືອນ. ການປັບຂໍ້ຄວາມໃຫ້ສະເໝີກັນແມ່ນຖືກປັບປຸງເພື່ອເຮັດໃຫ້ການອ່ານການແຈ້ງເຕືອນງ່າຍຂຶ້ນ.


ການຕັ້ງຄ່າ

ຕັ້ງພາສາສຳລັບແຕ່ລະແອັບ
ຕ້ອງການໃຊ້ບາງແອັບໃນໜຶ່ງພາສາ ແລະ ແອັບອື່ນໃນພາສາອື່ນບໍ? ດຽວນີ້ທ່ານສາມາດເລືອກວ່າ​ຈະ​ໃຫ້ພາສາໃດຖືກໃຊ້ສຳລັບແຕ່ລະແອັບໃນຢູ່ການຕັ້ງຄ່າ.

ຕັ້ງການຍົກເວັ້ນສຳລັບຫ້າມລົບກວນ
ບັດນີ້ທ່ານສາມາດຕັ້ງແຕ່ລະຜູ້ຕິດຕໍ່ເປັນການຍົກເວັ້ນໃນຫ້າມລົບກວນໄດ້. ໂທລະສັບຂອງທ່ານຈະດັງຂຶ້ນ ຫຼື ສັ່ນເມື່ອຜູ້ຄົນທີ່ທ່ານເລືອກນັ້ນໂທ ແລະ ສົ່ວຂໍ້ຄວາມຫາທ່ານ, ເຖິງແມ່ນວ່າໄດ້ເປີດຫ້າມລົບກວນກໍ່ຕາມ. ນອກຈາກນັ້ນມັນຍັງງ່າຍຂຶ້ນໃນການຕັ້ງແອັບເປັນການຍົກເວັ້ນເພື່ອໃຫ້ທ່ານຮັບການເຕືອນກ່ຽວກັບການແຈ້ງເຕືອນຈາກພວກມັນ, ເຖິງແມ່ນວ່າໂໝດຫ້າມລົບກວນ ເປີດຢູ່ກໍ່ຕາມ. ພຽງເລືອກແອັບທີ່ທ່ານຕ້ອງການອະນຸຍາດຈາກຕາຕະລາງໃໝ່.

ການຕັ້ງຄ່າສຽງ ແລະ ການສັ່ນທີ່ໄດ້ຮັບການປັບປຸງ
ເມນູຖືກຈັດຮຽງຄືນໃໝ່ເພື່ອເຮັດໃຫ້ການຊອກຫາຕົວເລືອກສຽງ ແລະ ການສັ່ນທີ່ທ່ານຕ້ອງການນັ້ນງ່າຍຂຶ້ນ. ຕັ້ງສຽງໂທເຂົ້າຂອງ​ທ່ານ ແລະ ປ່ຽນລະດັບສຽງ ແລະ ການຕັ້ງຄ່າການສັ່ນ, ທັງໝົດຢູ່ໃນບ່ອນດຽວ.

ຕົວເລືອກເພີ່ມເຕີມສຳລັບ RAM Plus
ດຽວນີ້ RAM Plus ສາມາດຖືກປິດຢ່າງສົມບູນໄດ້ຢູ່ໃນການດູແລອຸປະກອນ, ຖ້າທ່ານບໍ່ຕ້ອງການມັນ ຫຼື ບໍ່ຕ້ອງການໃຫ້ມັນໃຊ້ພື້ນທີ່ບ່ອນເກັບຂໍ້ມູນໃດໜຶ່ງ.

ການປັບໃຫ້ເໝາະສົມທີ່ສຸດອັດຕະໂນມັດ
ການດູແລອຸປະກອນ ຈະຮັກສາໃຫ້ ແທັບເລັດ ຂອງທ່ານເຮັດວຽກຢ່າງຄ່ອງຕົວໂດຍການປະຕິບັດການປັບໃຫ້ເໝາະສົມທີ່ສຸດໃນ ພື້ນຫຼັງ ໂດຍອັດຕະໂນມັດ. ເພື່ອຮັກສາ ແທັບເລັດ ຂອງທ່ານຢູ່ໃນສະພາບທີ່ດີທີ່ສຸດ, ທ່ານສາມາດຕັ້ງ ແທັບເລັດ ຂອງທ່ານເພື່ອປິດເປີດຄືນໃໝ່ໂດຍອັດຕະໂນມັດເມື່ອຕ້ອງການ.


ຄວາມປອດໄພ ແລະ ຄວາມເປັນສ່ວນຕົວ

ກວດເບິ່ງສະຖານະ ຄວາມປອດໄພ ຂອງ ແທັບເລັດ ຢ່າງວ່ອງໄວ
ກະດານໜ້າປັດຄວາມປອດໄພໃໝ່ຢູ່ໃນການຕັ້ງຄ່າສະແດງບໍ່ວ່າໂທລະສັບຂອງທ່ານມີບັນຫາດ້ານຄວາມປອດໄພ ຫຼື ບໍ່ ແລະ ຊ່ວຍທ່ານແກ້ໄຂຢ່າງວ່ອງໄວ.

ປ້ອງກັນການແບ່ງປັນຂໍ້ມູນສ່ວນຕົວໂດຍບໍ່ຕັ້ງໃຈ
ແຜງການແບ່ງປັນຈະໃຫ້ທ່ານຮູ້ໃນເວລາທ່ານພະຍາຍາມແບ່ງປັນຮູບຖ່າຍທີ່ມີຂໍ້ມູນທີ່ລະອຽດອ່ອນເຊັ່ນ: ບັດເຄຣດິດ, ບັດ ID ຫຼື ໜັງສືເດີນທາງເພື່ອທີ່ທ່ານສາມາດພິຈາລະນາຄືນວ່າທ່ານຕ້ອງການແບ່ງປັນພວກມັນແທ້ ຫຼື ບໍ່.

ຂໍ້ມູນດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວສຳລັບເວັບໄຊທ໌
ໄອຄອນໜຶ່ງຈະປາກົດຢູ່ໃນແຖບທີ່ຢູ່ຢູ່ໃນ Samsung Internet ເພື່ອສະແດງສະຖານະຄວາມປອດໄພຂອງເວັບໄຊທ໌. ແຕະໄອຄອນເພື່ອສຶກສາຂໍ້ມູນໃດແດ່ທີ່ເວັບໄຊທ໌ເກັບເອົາ ແລະ ຕິດຕາມ.


ຄວາມສາມາດເຂົ້າໃຊ້

ຕົວເລືອກຄວາມສາມາດເຂົ້າໃຊ້ເພີ່ມເຕີມຢູ່ໃນແຜງດ່ວນ
ສາມາດເພີ່ມຕົວໜັງສືຄວາມຄົມຊັດສູງ, ການກັບສີ, ການປັບສີ ແລະ ກັ່ນຕອງສີໄປຍັງແຜງດ່ວນເພື່ອການເຂົ້າເຖິງທີ່ງ່າຍຂຶ້ນ.

ການຊ່ວຍເຫຼືອທາງສຽງເວົ້າເພີ່ມເຕີມ
ເລືອກຈາກປະເພດຄຳຕິຊົມຂອງ ສຽງ ທີ່ຫຼາກຫຼາຍເພື່ອ ຮັບເອົາຄຳແນະນຳ ໂດຍການໃຊ້ ແທັບເລັດ ຂອງທ່ານ, ເຖິງແມ່ນວ່າທ່ານບໍ່ສາມາດເຫັນໜ້າຈໍຢ່າງຈະແຈ້ງກໍ່ຕາມ. ທ່ານສາມາດເຮັດໃຫ້ ແທັບເລັດ ຂອງທ່ານ ອ່ານ ການປ້ອນຂໍ້ມູນ ຄີບອດ ເພື່ອເຮັດໃຫ້ແນ່ໃຈວ່າທ່ານພິມ ຕົວອັກສອນ ທີ່ຖືກຕ້ອງ ແລະ ເປີດຄຳອະທິບາຍ ສຽງ ທີ່ອະທິບາຍແມ່ນຫຍັງກຳລັງເກີດຂຶ້ນໃນ ວິດີໂອ (ສຳລັບວິດີໂອທີ່ຮອງຮັບເທົ່ານັ້ນ).

ແກ້ໄຂປຸ່ມຄວາມສາມາດເຂົ້າໃຊ້ຂອງທ່ານຢ່າງງ່າຍໆ
ແຕະ ແລະ ກົດປຸ່ມຄວາມສາມາດເຂົ້າໃຊ້ຄ້າງໄວ້ເພື່ອປ່ຽນແປງຄຸນສົມບັດຢ່າງວ່ອງໄວເພື່ອ​ທີ່ທ່ານຈະສາມາດເຂົ້າເຖິງດ້ວຍໂດຍໃຊ້ ປຸ່ມ.

ການ​ດຳ​ເນີນ​ການໃໝ່ແມ່ນພ້ອມໃຫ້ສຳລັບການ​ດຳ​ເນີນ​ການ​ໃນ​ແຈ
ຖ້າທ່ານໃຊ້ເມົ້າ ຫຼື ແທຣກເຜດ, ມີ​ການ​ດຳ​ເນີນ​ການໃໝ່ໃຫ້ເມື່ອທ່ານຍ້າຍລູກສອນເມົ້າຫາໜຶ່ງໃນ 4 ແຈຂອງໜ້າຈໍ. ຕອນນີ້ທ່ານສາມາດຄລິກ ແລະ ກົດໄວ້ຄ້າງ, ລາກ ຫຼື ລາກ ແລະ ວາງ.


ການປ່ຽນແປງເພີ່ມຕື່ມ

ໃຊ້ເຄື່ອງຕັ້ງເວລາຫຼາຍເຄື່ອງໃນຄັ້ງດຽວ
ຕອນນີ້ທ່ານສາມາດເລີ່ມຕົ້ນເຄື່ອງຕັ້ງເວລາໃໝ່ຢູ່ໃນແອັບໂມງໄດ້, ເຖິງແມ່ນວ່າເຄື່ອງຕັ້ງເວລາອື່ນຍັງເຮັດ​ວຽກ​ຢູ່ກໍ່ຕາມ.

ຄວບຄຸມຜູ້ຮັບເຊີນເຂົ້າຮ່ວມເຫດການໃນປະຕິທິນຄົນ
ເມື່ອທ່ານເພີ່ມເຫດການໃສ່ປະຕິທິນ Google ຂອງທ່ານຢູ່ໃນແອັບປະຕິທິນ Samsung, ທ່ານສາມາດເລືອກວ່າຜູ້​ຖືກ​ເຊີນ​ຄົນ​ໃດ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເບິ່ງ​ຜູ້​ອື່ນ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ​ງານ ແລະ ເລືອກວ່າພວກເຂົາສາມາດເຊີນຄົນອື່ນໄປໄດ້ ຫຼື ບໍ່.

ເພີ່ມການປະຊຸມຜ່ານວິດີໂອໃສ່ເຫດການຂອງທ່ານ
ເມື່ອທ່ານສ້າງເຫດການປະຕິທິນ Google ຢູ່ໃນແອັບປະຕິທິນ Samsung, ທ່ານສາມາດຕັ້ງການປະຊຸມຜ່ານວິດີໂອໃນເວລາດຽວກັນໄດ້. ທຸກຄົນທີ່ໄດ້ຮັບເຊີນເຂົ້າຮ່ວມເຫດການຈະໄດ້ຮັບລິ້ງໄປຫາການປະຊຸມຜ່ານວິດີໂອ.

ເພີ່ມສະຕິກເກີໃສ່ປະຕິທິນ Google ຂອງທ່ານ
ເພີ່ມສະຕິກເກີໃສ່ເຫດການປະຕິທິນ Google ຢູ່ໃນແອັບປະຕິທິນ Samsung ເພື່ອເຮັດໃຫ້ພວກມັນເຫັນໄດ້ງ່າຍຂຶ້ນ. ສະຕິກເກີທີ່ສະແດງຢູ່ໃນທັງປະຕິທິນ ແລະ ມູມມອງ​ວາ​ລະ.

ບໍ່ພາດການເຕືອນ​ທີ່ຄົບກຳນົດມື້ນີ້
ໝວດມື້ນີ້ອັນໃໝ່ສະແດງການເຕືອນທີ່​ຄົບກຳນົດມື້ນີ້ເທົ່ານັ້ນ. ທ່ານຍັງສາມາດກວດເບິ່ງການເຕືອນທີ່​ຄົບກຳນົດມື້ນີ້ຢູ່ດ້ານເທິງສຸດຂອງໜ້າຈໍຫຼັກໃນແອັບການ​ເຕືອນ.

ສະແດງ ແລະ ເຊື່ອງການເຕືອນທີ່ສຳເລັດແລ້ວ
ທ່ານສາມາດສະແດງ ຫຼື ເຊື່ອງການເຕືອນທີ່ສຳເລັດແລ້ວໃນໝວດໃດໜຶ່ງ. ສະແດງເພື່ອເບິ່ງສິ່ງທີ່ທ່ານສຳເລັດແລ້ວ ຫຼື ເຊື່ອງເພື່ອສຸມໃສ່ສິ່ງຕ່າງໆທີ່ຍັງຕ້ອງເຮັດໃຫ້ສຳເລັດ.

ລາກບຸກມາກຄ໌ໄປ​ວາງ​ລົງລະຫວ່າງໂຟລເດີ
ຮັກສາບຸກມາກຄ໌ Samsung Internet ຂອງທ່ານໃຫ້ເປັນລະບຽບໂດຍການລາກພວກ​ມັນ​ໄປວາງລົງລະຫວ່າງໂຟລເດີ.

ການຊອກຫາທີ່ມີພະລັງເພີ່ມຂຶ້ນຢູ່ໃນໄຟລ໌ຂອງຂ້ອຍ
ເລືອກວ່າຈະຊອກຫາທຸກໄຟລ໌ ຫຼື ພຽງແຕ່ໄຟລ໌ຢູ່ໃນໂຟລເດີປັດຈຸບັນເທົ່າ​ນັ້ນ. ທ່ານຍັງສາມາດເລືອກ​ໄດ້ລະຫວ່າງການຊອກຫາຊື່ໄຟລ໌ເທົ່ານັ້ນ ຫຼື ການຊອກຫາຂໍ້ມູນໃນໄຟລ໌ເຊັ່ນ: ຂໍ້ຄວາມໃນເອກະສານ ຫຼື ຂໍ້ມູນຈຸດທີ່ຕັ້ງໃນຮູບ. ເມື່ອສຳເລັດການຊອກຫາຂອງທ່ານ, ທ່ານສາມາດແຍກຜົນຮັບຕາມຊື່, ວັນທີ, ຂະໜາດ ຫຼື ປະເພດໄຟລ໌ໄດ້.

ການເປັນຢູ່ທີ່ດີແບບດິຈິຕອລທີ່ອອກແບບໃໝ່
ກະດານໜ້າປັດໃໝ່​ໃຫ້ລາຍລະອຽດການໃຊ້ທີ່ຈະແຈ້ງຂຶ້ນ ແລະ ເຮັດໃຫ້ມັນງ່າຍຂຶ້ນໃນການເຂົ້າເຖິງຄຸນສົມບັດຕ່າງໆທີ່ທ່ານຕ້ອງການເຊັ່ນ: ການລາຍງານເຄື່ອງຕັ້ງເວລາຂອງແອັບ ແລະ ເວລາໜ້າຈໍ.

ຮັບເອົາຄຳແນະນຳໃນເວລາສຸກເສີນ
ກົດ ປຸ່ມດ້ານຂ້າງ 5 ຄັ້ງຢ່າງວ່ອງໄວເພື່ອ ໂທ ຫາ ການບໍລິການ ສຸກເສີນ, ເຖິງແມ່ນວ່າທ່ານເວົ້າບໍ່ໄດ້ກໍ່ຕາມ.

ສະແດງຊື່ແອັບໃນແຜງ Apps edge
ເປີດການສະແດງຊື່ແອັບເພື່ອເຮັດໃຫ້ຊື່ແອັບປາກົດ​ຢູ່ດ້ານລຸ່ມຂອງໄອຄອນແອັບ.

ໝາຍເລກການຜະລິດ : T225XXS1BVJ1
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-11-19
ລະດັບແກ້ໄຂຄວາມປອດໄພ : 2022-10-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXS1BVI2
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-10-19
ລະດັບແກ້ໄຂຄວາມປອດໄພ : 2022-10-01
· ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1BVGB
ລຸ້ນ Android : S(Android 12)
ວັນທີອອກຈຳໜ່າຍ : 2022-08-18
ລະດັບແກ້ໄຂຄວາມປອດໄພ : 2022-07-01
One UI 4.1 ອັບເກຣດ (ແອນດຣອຍ 12)
One UI 4.1 ນຳເອົາຄຸນລັກສະນະ ແລະ ການປັບປຸງໃໝ່ຫຼາກຫຼາຍໃຫ້ກັບອຸປະກອນ Galaxy ຂອງທ່ານ. ໃຊ້ງານງ່າຍຂຶ້ນ, ມ່ວນຊື່ນຫລາຍຂຶ້ນ, ປອດໄພຂຶ້ນ ແລະ ງ່າຍຂຶ້ນກວ່າເດີມ.
ຈານສີ
ກຳນົດແທັບ​ເລັດຂອງທ່ານເອງດ້ວຍສີທີ່ເປັນເອກະລັກອີງຕາມວອລເປເປີຂອງທ່ານ. ສີຂອງທ່ານຈະຖືກນຳໃຊ້ກັບເມນູ, ປຸ່ມ, ພື້ນຫຼັງ ແລະ ແອັບທັງໝົດໃນແທັບ​ເລັດຂອງທ່ານ.
ຄວາມເປັນສ່ວນຕົວ
ຂໍ້ມູນການອະນຸຍາດໂດຍຫຍໍ້
ເບິ່ງໃນເວລາແຕ່ລະການອະນຸຍາດທີ່ລະອຽດອ່ອນໃນການເຂົ້າເຖິງແອັບ ເຊັ່ນວ່າ ຈຸດທີ່ຕັ້ງ, ກ້ອງຖ່າຍຮູບ ຫຼື ໄມໂຄຣໂຟນ ໃນການນຳໃຊ້ການອະນຸຍາດ.
ຄີບອດຊໍາຊຸງ
ເຂົ້າໃຊ້ດ່ວນ ຫາ GIFs, ອີໂມຈິ ແລະ ສະຕິກເກີ
ເອົາ ອິໂມຈິ, GIFs ແລະ ສະຕິກເກີ ຂອງທ່ານໂດຍກົງຈາກ ຄີບອດ ດ້ວຍປຸ່ມດຽວ.
ການຈັບຄູ່ອິໂມຈິເຄື່ອນໄຫວ
ເອົາອິໂມຈິທັງສອງໂຮມເຂົ້າກັນ, ຈາກນັ້ນ ເພີ່ມການເຄື່ອນໄຫວເພື່ອຮັບເອົາຄວາມຮູ້ສຶກທີ່ແທ້ຈິງຂອງທ່ານ.
ຕົວເລືອກຄີບອດມີໃຫ້ກວ້າງຂວາງ​ຫຼາຍ​ຂຶ້ນ
ດຽວນີ້ແຜນຜັງຄີບອດ, ວິ​ທີ​ການ​ປ້ອນ​ຂໍ້​ມູນ ແລະ ຄຸນ​ສົມ​ບັດ​ສຳ​ລັບ​ພາ​ສາ​ສະ​ເພາະ​ແມ່ນ​​ມີ​ໃຫ້​ຢູ່​ໃນ​ພາກ​ພື້ນ​ຫລາຍຂຶ້ນ, ດັ່ງ​ນັ້ນ​ທ່ານ​ສາ​ມາດ​ພິມ​ໄດ້​ງ່າຍ​ຂຶ້ນ​ບໍ່​ວ່າ​ທ່ານ​ຈະ​ຢູ່​ໃສ​ກໍ່​ຕາມ. ທ່ານ​ສາ​ມາດ​ສະ​ຫຼັບ​ກັບ​ຄືນ​ໄປ​ຫາ​ແຜນ​ຜັງ​ຜ່ານ​ມາ​ຂອງ​ທ່ານ​ໄດ້​ຕະຫລອດ​ໃນ​ການ​ຕັ້ງ​ຄ່າ.
ໜ້າຈໍຫຼັກ
ການອອກແບບ ວິດເຈັດ ໃໝ່
ວິດ​ເຈັດ ໄດ້ຖືກອອກແບບຄືນໃໝ່ເພື່ອໃຫ້ມີລັກສະນະງົດງາມກວ່າເດີມ, ພ້ອມກັບຂໍ້ມູນທີ່ເຫັນງ່າຍຂຶ້ນໂດຍຫຍໍ້ ແລະ ຮູບແບບທີ່ສອດຄ່ອງກັນຫລາຍຂຶ້ນ.
ການເລືອກ ວິດເຈັດ ທີ່ງ່າຍຂຶ້ນ
ເລື່ອນຜ່ານລາຍການວິດເຈັດຢ່າງວ່ອງໄວ ເພື່ອເບິ່ງມີຫຍັງແດ່ທີ່ພ້ອມໃຫ້ຈາກແຕ່ລະແອັບ. ນອກນັ້ນທ່ານຈະໄດ້ຮັບຄຳແນະນຳສຳລັບວິດເຈັດທີ່ມີປະໂຫຍດເພື່ອລອງໃຊ້.
ໜ້າ​ຈຳ​ລັອກ
ຟັງສິ່ງທີ່ທ່ານຕ້ອງການ
ສັບປ່ຽນຜົນ​ອອກ​ຂອງສຽງຈາກຫູຟັງໄປຍັງລຳໂພງຫາ​ແທັບ​ເລັດຂອງທ່ານ, ທັງໝົດຈາກໜ້າ​ຈຳ​ລັອກ.
ເຄື່ອງບັນທຶກສຽງ
ບັນ​ທຶກ​ເອົາບັນທຶກຄວາມຈໍາສຽງໂດຍບໍ່ຕ້ອງປົດລັອກແທັບ​ເລັດຂອງທ່ານ.
ປະຕິທິນ ແລະ ກໍານົດເວລາ ໃນເທື່ອດຽວ
ກວດກາກຳນົດເວລາຂອງມື້ນີ້ ພ້ອມກັບປະຕິທິນຂອງທ່ານສຳລັບເດືອນທີ່ເຫຼືອຢູ່ເທິງ ໜ້າ​ຈຳ​ລັອກ.
ກ້ອງຖ່າຍຮູບ
ລະດັບການຊູມທີ່ຊັດເຈນຂຶ້ນ
ໄອຄອນ ເລນສ໌ ສະແດງລະດັບການຂະຫຍາຍ, ສະນັ້ນທ່ານຮູ້ວ່າທ່ານຊູມເຂົ້າຫລາຍທໍ່ໃດ.
ຖ່າຍ ວິດີໂອ ແບບໄວ
ໃນໂໝດຮູບຖ່າຍ, ທ່ານສາມາດສຳຜັດ ແລະ ກົດຄ້າງໄວ້ປຸ່ມ ຊັດເຕີ ເພື່ອເລີ່ມຕົ້ນ ບັນທຶກວິດີໂອແບບໄວ, ຈາກນັ້ນດຶງນິ້ວມືຂອງທ່ານໄປຫາໄອຄອນ ລັອກ ເພື່ອສືບຕໍ່ບັນທຶກໂດຍບໍ່ຕ້ອງກົດປຸ່ມ ຊັດເຕີ ລົງດົນໆ.
ແກເລີຣີ
ເລື່ອງລາວທີ່ປັບປຸງ
ເພີດເພີນກັບ ວິດີໂອ ຮາຍໄລ້ທີ່ສ້າງຂຶ້ນຢ່າງອັດຕະໂນມັດດ້ວຍການແຕະຕົວຢ່າງຢູ່ດ້ານເທິງຂອງວິດີໂອແຕ່ລະເລື່ອງ. ທ່ານຍັງສາມາດຄົ້ນຫາ ຮູບ ໃນ ເລື່ອງ ລາວຂອງທ່ານທີ່ໄດ້ຖ່າຍໄວ້ໃນມຸມມອງ ແຜນທີ່ ໃໝ່.
ອາລະບໍາທີ່ງ່າຍຂຶ້ນ
ແຍກ ອາລະບໍາຕາມ ຮູບ ແລະ ວິດີໂອທີ່ມີ. ຮູບ ພາບໜ້າປົກຍັງປາກົດຢູ່ດ້ານເທິງຂອງໜ້າຈໍ ເມື່ອທ່ານເບິ່ງ ອາລະບໍາ.
ການຄວບຄຸມຂໍ້ມູນຫລາຍຂຶ້ນ
ປ່ຽນແປງ ຫຼື ລຶບວັນທີ, ເວລາ ແລະ ຈຸດທີ່ຕັ້ງ ຂອງຮູບ ແລະ ວິດີໂອເພື່ອການແກ້ໄຂ ຫຼື ການຮັກສາມັນເປັນສ່ວນຕົວ.
ຮູບຖ່າຍ ແລະ ຕົວ​ແກ້​ໄຂວິ​ດີ​ໂອ
ອິໂມຈິ ແລະ ສະຕິກເກີ
ໃຊ້ອິໂມຈິເພື່ອປົກປິດໃບໜ້າຂອງເພື່ອນຂີ້ອາຍ ຫຼື ເພີ່ມສະຕິກເກີເພື່ອ ສ້າງ ຮູບ ແລະ ວິດີໂອ ທີ່ສະໜຸກສະໜານ.
ວິດີໂອ ແບບແປະຕິດກັນ
ສ້າງພາບຕໍ່ກັນທີ່ເຄື່ອນໄຫວໄດ້ ເຊິ່ງລວມທັງຮູບ, ວິດີໂອ, ຫຼື ທັງສອງຢ່າງລວມກັນ.
ການຄວບຄຸມແສງ
ຄຸນສົມບັດ ຄວາມສົມດຸນແສງ ຊ່ວຍທ່ານດຶງລາຍລະອຽດຈາກຮູບຖ່າຍທີ່ແສງບໍ່ພໍ ເພື່ອເຮັດໃຫ້ໄດ້ຮູບງາມ.
ຈະບໍ່ສູນເສຍຕົ້ນສະບັບ
ຕອນນີ້ທ່ານສາມາດເອົາທັງຮູບ ແລະ ວິດີໂອປີ້ນກັບຄືນຫາເວີຊັນຕົ້ນສະບັບຂອງພວກມັນຫລັງຈາກບັນທຶກໄວ້ແລ້ວ, ຫຼື ບັນທຶກ ພວກມັນເປັນແບບ ກັອບປີ້ ເພື່ອຮັກສາທັງເວີຊັ່ນຕົ້ນສະບັບ ແລະ ເວີຊັ່ນທີ່ແກ້ໄຂ.
ການແຊຣ໌
ການກຳນົດເອງເພີ່ມເຕີມ
ກຳນົດລາຍການ ແອັບ ເອງທີ່ ປາກົດຂຶ້ນ ເມື່ອທ່ານ ແບ່ງປັນເນື້ອຫາ ເພື່ອເອົາສິ່ງຮົກເຮື້ອອອກໄປ ແລະ ໂຟກັສພຽງແອັບທ່ານໃຊ້ເປັນປະຈຳເທົ່ານັ້ນ.
ການກໍານົດທິດທາງ ທີ່ງ່າຍຂຶ້ນ
ປັດໄປທາງຊ້າຍ ຫຼື ຂວາເພື່ອເລື່ອນຜ່ານ ແອັບ ແລະ ຜູ້ຕິດຕໍ່ ເມື່ອທ່ານ ແຊຣ໌.
ປະຕິທິນ
ເພີ່ມ ເຫດການ ແບບໄວ
ຕ້ອງການ ເພີ່ມ ບາງຢ່າງຫາ ປະຕິທິນ ຂອງທ່ານຢ່າງວ່ອງໄວບໍ? ພຽງແຕ່ປ້ອນຊື່ເຂົ້າໄປ ແລະ ທ່ານກໍສຳເລັດ.
ແຊຣ໌ ກັບຄົນອື່ນ
ດຽວນີ້ ແຊຣ໌ ປະຕິທິນ ຂອງທ່ານກັບຜູ້ໃຊ້ Galaxy ຄົນອື່ນ ກໍ່ງ່າຍຂຶ້ນ.
ກູ້ ເຫດການ ທີ່ ລຶບ ແລ້ວຄືນມາ
ເຫດການ ທີ່ທ່ານ ລຶບ ຈະຢູ່ໃນ ຖັງຂີ້ເຫຍື້ອ 30 ວັນ.
Samsung Internet
ຊອກ​ຫາ ຈາກ ໜ້າຈໍຫຼັກ
ວິດ​ເຈັດການຊອກຫາຕົວໃໝ່ຊ່ວຍໃຫ້ທ່ານຊອກຫາສິ່ງທີ່ທ່ານກຳລັງຊອກຫາ ໄດ້ທັນທີຈາກ ໜ້າຈໍຫຼັກ.
ເລີ່ມຕົ້ນ ໃນ ໂໝດຄວາມລັບ
Samsung Internet ຈະ ເລີ່ມຕົ້ນ ໃນ ໂໝດຄວາມລັບ ໂດຍອັດຕະໂນມັດ ຫາກທ່ານໃຊ້ ໂໝດຄວາມລັບ ລະຫວ່າງການທ່ອງເວັບຫຼ້າສຸດ.
ການດູແລອຸປະກອນ
ແບັດເຕີຣີ ແລະ ຄວາມປອດໄພ ໂດຍຫຍໍ້
ບັນຫາ ແບັດເຕີຣີ ແລະ ຄວາມປອດໄພ ຈະປາກົດທັນທີໃນໜ້າຈໍຫລັກເພື່ອໃຫ້ທ່ານສາມາດແກ້ໄຂບັນຫາໄດ້ຢ່າງວ່ອງໄວ.
ເຂົ້າໃຈສະຖານະໂດຍລວມຂອງແທັບ​ເລັດ​ຂອງ​ທ່ານ
ສະຖານະໂດຍລວມຂອງແທັບ​ເລັດທ່ານສະແດງເປັນອິໂມຈິເພື່ອໃຫ້ທ່ານສາມາດເຂົ້າໃຈໄດ້ທັນທີ.
ກວດກາວິນິໄສ
ຕອນນີ້ທ່ານສາມາດຮັບການວິນິໄສ Samsung Members ທັນທີຈາກການດູແລອຸປະກອນ. ຖ້າເຫັນ​ວ່າບາງຢ່າງເກີດຜິດພາດກັບ​ແທັບ​ເລັດຂອງທ່ານ, ລອງການທົດສອບວິນິໄສເພື່ອຊອກຫາສິ່ງ​ທີ່​ເປັນບັນຫາ ແລະ ຮັບເອົາຄຳແນະນຳເພື່ອການແກ້ໄຂມັນ.
ຄວາມສາມາດເຂົ້າໃຊ້
ພ້ອມຕະຫຼອດເວລາເມື່ອທ່ານຕ້ອງການມັນ
ເຂົ້າເຖິງ ຄຸນສົມບັດຄວາມສາມາດເຂົ້າໃຊ້ວ່ອງໄວຍິ່ງຂຶ້ນ ດ້ວຍປຸ່ມລອຍ ທີ່ມີພ້ອມໃຫ້ຕະຫລອດເວລາ.
ທ່າ ທາງການທຳງານຂອງເມົ້າ
ດຳເນີນການທຳງານວ່ອງໄວຂຶ້ນດ້ວຍການ ຍ້າຍ ລູກສອນຂອງເມົ້າ ໄປຫາໜຶ່ງໃນ 4 ມຸມຂອງໜ້າຈໍ.
ປັບປ່ຽນໜ້າຈໍຂອງທ່ານທັນທີ
ປັບປ່ຽນ ຄວາມຄົມຊັດ ແລະ ຂະໜາດໃນເວລາດຽວກັນກັບໂໝດ ຈໍສະແດງຜົນ ທີ່ ກຳນົດເອງ (ຄວາມຄົມຊັດ ສູງ ຫຼື ຈໍສະແດງຜົນ ໃຫ່ຍ).
ສະບາຍຕໍ່ຕາ
ທ່ານສາມາດຫຼຸດຜ່ອນຄວາມໂປ່ງໃສ ຫຼື ຂຸ່ນມົວໄດ້ເພື່ອຮັກສາສາຍຕາຂອງທ່ານໃຫ້ມີຄວາມສະບາຍ.
ໜ້າຈໍມືດລົງ ພິເສດ
ເປີດການໃຊ້ງານ ການຫຼຸດຜ່ອນແສງພິເສດ ເພື່ອຄວາມສະບາຍ ເພີ່ມເຕີມ ໃນເວລາອ່ານໃນຄວາມມືດ.
ຄຸນສົມບັດແລະການປັບປຸງ ເພີ່ມເຕີມ
ໂໝດມືດ ທີ່ປັບປຸງ
ໂໝດມືດ ດຽວນີ້ ເຮັດໃຫ້ ໃນ ວອລເປເປີ ແລະ ໄອຄອນ ຈາງລົງ ຢ່າງອັດຕະໂນມັດ. ພາບປະກອບໃນ Samsung apps ດຽວນີ້ ມີເວີຊັນ ໂໝດມືດ ກັບ ສີ ມືດ.
ເມນູຄວາມປອດໄພ ແລະ ສຸກເສີນ
ເມນູ ຄວາມປອດໄພ ແລະ ສຸກເສີນອັນໃໝ່ໃນ ການຕັ້ງຄ່າ ພາໃຫ້ທ່ານຈັດການກັບບັນຊີ ຜູ້ຕິດຕໍ່ ສຸກເສີນ ແລະ ຂໍ້ມູນຄວາມປອດໄພທັງໝົດຂອງທ່ານໃນບ່ອນດຽວ.
ເບິ່ງຢ່າງລະມັດລະວັງບົນທ້ອງຖະໜົນ
ໜ້າຈໍຂັບຂີ່ໃໝ່ ໃນການເປັນຢູ່ທີ່ດີແບບດິຈິຕອລຕິດຕາມຕໍ່ເນື່ອງ ເມື່ອທ່ານໃຊ້ ໂທລະສັບຂອງທ່ານຂະນະທີ່ຂັບຂີ່. ທ່ານຈະໄດ້ຮັບລາຍງານກ່ຽວກັບທ່ານໃຊ້ແທັບ​ເລັດຂອງທ່ານດົນປານໃດ ແລະ ແອັບໃດທີ່ທ່ານໄດ້ໃຊ້.
ຂ້າມໄປ ໂມງປຸກ ໄດ້ ຄັ້ງ​ດຽວ
ທ່ານສາມາດ ປິດ ໂມງ​ປຸກ ໄດ້ພຽງຄັ້ງດຽວເທົ່ານັ້ນ. ມັນຈະ ກັບຄືນ ຢ່າງອັດຕະໂນມັດຫຼັງຕາຖືກເວັ້ນໄປ.
ປ່ຽນຈາກ ຂໍ້ຄວາມ ມາເປັນການໂທ
ແຕະຊື່ຂອງບຸກຄົນຢູ່ດ້ານເທິງສຸດຂອງການສົນທະນາ ເພື່ອເບິ່ງລາຍລະອຽດຂອງພວກເຂົາ ຫຼື ເລີ່ມຕົ້ນໂທວິ​ດີ​ໂອ ຫລື ໂທສຽງ.
ການບໍລິການການເພີ່ມປະສິດທິພາບເກມ
​ປະ​ສິດ​ທິ​ພາບ​ຂອງ CPU/GPU ໃນ​ລະ​ຫວ່າງ​ໄລ​ຍະ​ເລີ່ມ​ຕົ້ນ​ຂອງ​ການ​ຫຼິ້ນ​ເກມ​ຈະ​ບໍ່​ຖືກ​ຈຳ​ກັດ. (ຄຸນ​ສົມ​ບັດ​ການ​ຈັດ​ການ​ປະ​ສິດ​ທິ​ພາບ​ອີງ​ຕາມ​ອຸນ​ຫະ​ພູມ​ອຸ​ປະ​ກອນ​ຈະ​ຖືກ​ຮັກ​ສາ​ໄວ້.) “ໂໝດການຈັດການປະສິດທິພາບຂອງເກມສຳຮອງ” ຢູ່​ໃນ Game Booster ຈະ​ຖືກ​ສະ​ໜອງ​ໃຫ້
ບາງ ແອັບ ຈຳ​ເປັນ​ຕ້ອງ​ໄດ້​ ອັບເດດ ຕ່າງຫາກຫຼັງຈາກການອັບເກຣດ One UI 4.1.

ໝາຍເລກການຜະລິດ : T225XXU1AVE1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2022-05-20
ລະດັບແກ້ໄຂຄວາມປອດໄພ : 2022-05-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1AVB2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2022-03-08
ລະດັບແກ້ໄຂຄວາມປອດໄພ : 2022-02-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1AUL1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2022-01-11
ລະດັບແກ້ໄຂຄວາມປອດໄພ : 2021-12-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1AUJ1
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-11-03
ລະດັບແກ້ໄຂຄວາມປອດໄພ : 2021-08-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1AUI3
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-10-01
ລະດັບແກ້ໄຂຄວາມປອດໄພ : 2021-08-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1AUH5
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-08-31
ລະດັບແກ້ໄຂຄວາມປອດໄພ : 2021-08-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1AUF2
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-06-21
ລະດັບແກ້ໄຂຄວາມປອດໄພ : 2021-05-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.

ໝາຍເລກການຜະລິດ : T225XXU1AUE3
ລຸ້ນ Android : R(Android 11)
ວັນທີອອກຈຳໜ່າຍ : 2021-05-21
ລະດັບແກ້ໄຂຄວາມປອດໄພ : 2021-04-01
• ຄວາມສະຖຽນທັງໝົດຂອງການເຮັດໃຫ້ຟັງຊັນດີຂື້ນ.
• ການປະຕິບັດງານຂອງອຸປະກອນໂດຍລວມໄດ້ຖືກປັບປຸງແລ້ວ.
• ຄວາມປອດໄພຂອງເຄື່ອງໄດ້ຮັບການປັບປຸງ.